ຊ່ອຍເຫລືອເຂົາເຈົ້າໃຫ້ແນຂຶ້ນສູງ
ດ້ວຍການນຳພາຂອງທ່ານ, ຄົນທີ່ທ່ານນຳພາຈະສາມາດເຫັນ, ຕ້ອງການ, ແລະ ເຊື່ອວ່າເຂົາສາມາດບັນລຸຄວາມສາມາດອັນສູງສຸດຂອງເຂົາໃນການຮັບໃຊ້ຢູ່ໃນອານາຈັກຂອງພຣະເຈົ້າ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບໂອກາດນີ້ທີ່ໄດ້ມາຮ່ວມກອງປະຊຸມຖານະປະໂລຫິດທີ່ຍິ່ງໃຫຍ່ນີ້, ທີ່ໄດ້ຍິນຄຳສອນ ແລະ ປະຈັກພະຍານທີ່ດີເດັ່ນ. ມັນໄດ້ເຮັດໃຫ້ຂ້າພະເຈົ້າຄິດກ່ຽວກັບປະສົບການຂອງຂ້າພະເຈົ້າເອງ. ເກືອບທຸກສິ່ງທີ່ຂ້າພະເຈົ້າໄດ້ເຮັດສຳເລັດຜ່ານມາໃນຖານະເປັນຜູ້ດຳລົງປະໂລຫິດ ເປັນຍ້ອນຄົນທີ່ຮູ້ຈັກຂ້າພະເຈົ້າໄດ້ເຫັນບາງສິ່ງໃນຕົວຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າບໍ່ຮູ້ຈັກວ່າຕົນເອງມີ.
ຕອນຂ້າພະເຈົ້າເປັນພໍ່ໜຸ່ມ, ຂ້າພະເຈົ້າໄດ້ອະທິຖານເພື່ອຈະໄດ້ຮູ້ຈັກວ່າ ລູກໆຂອງຂ້າພະເຈົ້າຈະຊ່ອຍເຮັດຫຍັງໄດ້ແດ່ໃນອານາຈັກຂອງພຣະຜູ້ເປັນເຈົ້າ. ເພາະສຳລັບລູກຜູ້ຊາຍ, ຂ້າພະເຈົ້າຮູ້ວ່າ ເຂົາຈະມີໂອກາດໄດ້ຮັບຖານະປະໂລຫິດ. ສຳລັບລູກຜູ້ຍິງ, ຂ້າພະເຈົ້າຮູ້ວ່າເຂົາຈະໃຫ້ການຮັບໃຊ້ທີ່ເປັນຕົວແທນໃຫ້ແກ່ພຣະຜູ້ເປັນເຈົ້າ. ທຸກຄົນຈະເຮັດວຽກງານຂອງພຣະອົງ. ຂ້າພະເຈົ້າຮູ້ວ່າພຣະຜູ້ເປັນເຈົ້າຈະປະທານພອນພິເສດໃຫ້ແກ່ເຂົາແຕ່ລະຄົນເພື່ອໃຫ້ໃຊ້ໃນການຮັບໃຊ້ພຣະອົງ.
ບັດນີ້, ຂ້າພະເຈົ້າບໍ່ສາມາດບອກພໍ່ ແລະ ຜູ້ນຳທຸກຄົນໄດ້ກ່ຽວກັບຊາວໜຸ່ມ ວ່າສິ່ງໃດເປັນສິ່ງທີ່ດີທີ່ສຸດສຳລັບທ່ານທີ່ຈະເຮັດ. ແຕ່ຂ້າພະເຈົ້າສາມາດສັນຍາກັບທ່ານໄດ້ວ່າ ທ່ານຈະໄດ້ຮັບພອນເມື່ອທ່ານຊ່ອຍເຂົາໃຫ້ຮູ້ຈັກຂອງປະທານແຫ່ງພຣະວິນຍານ ທີ່ຕິດມານຳເຂົາແຕ່ຕອນເຂົາເກີດ. ທຸກຄົນຈະແຕກຕ່າງກັນ ແລະ ຈະຊ່ອຍເຫລືອໃນວິທີທີ່ແຕກຕ່າງກັນ. ບໍ່ມີຄົນໃດມີຈຸດເປົ້າໝາຍທີ່ໃຫ້ຫລົ້ມເຫລວ. ເມື່ອທ່ານສະແຫວງຫາການເປີດເຜີຍເພື່ອຈະໄດ້ເຫັນຂອງປະທານທີ່ພຣະເຈົ້າເຫັນຢູ່ໃນຕົວຂອງຄົນທີ່ທ່ານນຳພາໃນຖານະປະໂລຫິດ—ໂດຍສະເພາະຄົນໜຸ່ມ—ແລ້ວທ່ານຈະໄດ້ຮັບພອນທີ່ຈະໄດ້ນຳພາເຂົາໄປຫາການຮັບໃຊ້ທີ່ເຂົາສາມາດເຮັດ. ດ້ວຍການນຳພາຂອງທ່ານ, ຄົນທີ່ທ່ານນຳພາຈະສາມາດເຫັນ, ຕ້ອງການ, ແລະ ເຊື່ອວ່າເຂົາສາມາດບັນລຸຄວາມສາມາດອັນສູງສຸດຂອງເຂົາໃນການຮັບໃຊ້ຢູ່ໃນອານາຈັກຂອງພຣະເຈົ້າ.
ກັບລູກໆຂອງຂ້າພະເຈົ້າເອງ, ຂ້າພະເຈົ້າໄດ້ອະທິຖານເພື່ອຂໍການເປີດເຜີຍທີ່ຈະໄດ້ຮູ້ຈັກຊ່ອຍເຫລືອເຂົາແຕ່ລະຄົນຕຽມສຳລັບໂອກາດພິເສດທີ່ຈະຮັບໃຊ້ພຣະເຈົ້າ. ແລະ ຈາກນັ້ນຂ້າພະເຈົ້າໄດ້ພະຍາຍາມຊ່ອຍເຂົາໃຫ້ເຫັນ, ຫວັງ, ແລະ ອອກແຮງເພື່ອອະນາຄົດນີ້. ຂ້າພະເຈົ້າໄດ້ສະຫລັກຂໍ້ພຣະຄຳພີໃສ່ໃນໄມ້ແຜ່ນໜຶ່ງໃຫ້ລູກຊາຍແຕ່ລະຄົນ ອະທິບາຍເຖິງຂອງປະທານພິເສດຂອງເຂົາ ແລະ ຮູບພາບທີ່ເປັນຕົວແທນໃຫ້ແກ່ຂອງປະທານນັ້ນ. ຢູ່ຂ້າງລຸ່ມຮູບ ແລະ ຂໍ້ຄວາມ, ຂ້າພະເຈົ້າໄດ້ສະຫລັກວັນທີທີ່ເຂົາໄດ້ຮັບບັບຕິສະມາ ແລະ ໄດ້ຮັບພິທີການສູ່ຕຳແໜ່ງຕ່າງໆໃນຖານະປະໂລຫິດ, ພ້ອມດ້ວຍຄວາມສູງຂອງເຂົາໄວ້ນຳ.
ຂ້າພະເຈົ້າໄດ້ອະທິບາຍສິ່ງທີ່ຢູ່ໃນແຜ່ນໄມ້ນັ້ນຕໍ່ລູກຊາຍແຕ່ລະຄົນ ເພື່ອຊ່ອຍເຂົາໃຫ້ເຫັນຂອງປະທານທາງວິນຍານ ແລະ ສິ່ງທີ່ເຂົາສາມາດຊ່ອຍເຫລືອໃນວຽກງານຂອງພຣະຜູ້ເປັນເຈົ້າ. ທ່ານສາມາດໄດ້ຮັບການດົນໃຈ ແລະ ຮູ້ຈັກ, ດັ່ງທີ່ຂ້າພະເຈົ້າ, ແລະ ມີໂອກາດພິເສດສຳລັບຊາວໜຸ່ມແຕ່ລະຄົນທີ່ທ່ານຮັກ ແລະ ນຳພາ.
ຕອນລູກຊາຍກົກຂອງຂ້າພະເຈົ້າໄດ້ຮັບຕຳແໜ່ງມັກຄະນາຍົກ ແລະ ເປັນລູກເສືອລະດັບອິນຊີ, ຮູບນົກອິນຊີໄດ້ປະກົດຂຶ້ນຢູ່ໃນໃຈຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຄິດກ່ຽວກັບລາວ ແລະ ອະນາຄົດຂອງລາວ. ຕອນນັ້ນພວກເຮົາໄດ້ອາໄສຢູ່ລັດໄອດາໂຮ ໃກ້ຕີນພູທີທອນເບື້ອງໃຕ້, ບ່ອນທີ່ພວກເຮົາໄດ້ໄປປີນພູນຳກັນ ແລະ ເບິ່ງນົກອິນຊີບິນເຊີ່ນ. ຮູບນັ້ນໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກເຖິງຖ້ອຍຄຳຂອງເອຊາຢາ ທີ່ວ່າ:
“ພຣະອົງເຊີດຊູກຳລັງຜູ້ທີ່ອິດເມື່ອຍອ່ອນແຮງ; ແລະ ໃຫ້ກຳລັງອັນເຂັ້ມແຂງແກ່ຜູ້ທີ່ຂາດ.
“ແມ່ນແຕ່ຜູ້ທີ່ໜຸ່ມນ້ອຍກໍຍັງອ່ອນແຮງ, ຄົນໜຸ່ມລົ້ມລົງເພາະຕົນໝົດແຮງໄດ້:
“ແຕ່ພວກທີ່ມີຄວາມໄວ້ວາງໃຈໃນພຣະອົງ ຄືປົງໃຈຂໍໃຫ້ພຣະຜູ້ເປັນເຈົ້າຊ່ອຍເຫລືອນັ້ນ ເຂົາກໍຈະໄດ້ມີກຳລັງວັງຊາຂຶ້ນໃໝ່ ເຂົາຈະລຸກຂຶ້ນໄດ້ດັ່ງນົກອິນຊີບິນໄປ.”1
ຕາມຄວາມຈິງແລ້ວ, ກັບລູກຊາຍກົກຂອງຂ້າພະເຈົ້ານັ້ນ, ພວກເຮົາໄດ້ຢຸດປີນພູຕອນພວກເຮົາປີນເກືອບເຖິງຈອມພູທີທອນເບື້ອງໃຕ້ ເພາະລູກຊາຍຂອງຂ້າພະເຈົ້າເມື່ອຍຫລາຍ. ລາວຢາກຢຸດ. ລາວເວົ້າວ່າ, “ລູກຊິເສຍໃຈໄປຕະຫລອດບໍ ທີ່ພວກເຮົາບໍ່ສາມາດປີນຂຶ້ນເຖິງຈອມພູ? ພໍ່ເອີຍ, ໃຫ້ພໍ່ປີນຂຶ້ນໄປຕໍ່ສາ—ລູກບໍ່ຢາກໃຫ້ພໍ່ຜິດຫວັງ.”
ຂ້າພະເຈົ້າໄດ້ຕອບວ່າ, “ພໍ່ຈະບໍ່ມີວັນຜິດຫວັງ, ແລະ ລູກກໍຈະບໍ່ເສຍໃຈ. ພວກເຮົາຈະຈື່ວ່າ ພວກເຮົາໄດ້ປີນຂຶ້ນມາຈົນເຖິງບ່ອນນີ້ນຳກັນ.” ຢູ່ໃນສົ້ນເທິງຂອງແຜ່ນໄມ້ບອກຄວາມສູງຂອງລາວ, ຂ້າພະເຈົ້າໄດ້ສະຫລັກນົກອິນຊີໂຕໜຶ່ງໃສ່ ແລະ ໄດ້ຂຽນຂໍ້ຄວາມໃສ່ວ່າ “ປີກນົກອິນຊີ.’”
ຕະຫລອດຫລາຍປີ, ລູກຊາຍຂອງຂ້າພະເຈົ້າໄດ້ປະສົບຄວາມສຳເລັດຫລາຍທີ່ສຸດ ໃນການເຜີຍແຜ່ຂອງລາວ ຫລາຍກວ່າທີ່ຂ້າພະເຈົ້າຄາດຄິດ. ຢູ່ໃນຈຳນວນການທ້າທາຍຕ່າງໆຂອງສະໜາມເຜີຍແຜ່, ບາງສິ່ງທີ່ລາວໄດ້ປະເຊີນເບິ່ງຄືວ່າເກີນກວ່າທີ່ລາວຈະເອື້ອມເຖິງ. ສຳລັບລູກຊາຍຜູ້ທີ່ທ່ານຊ່ອຍເຫລືອ, ອາດເປັນແນວນັ້ນ, ດັ່ງທີ່ໄດ້ເກີດກັບລູກຊາຍຂອງຂ້າພະເຈົ້າ, ພຣະຜູ້ເປັນເຈົ້າໄດ້ຍົກລາວສູງຂຶ້ນໃນການສອນພຣະກິດຕິຄຸນໃນພາສາທີ່ຍາກເກີນກວ່າຂ້າພະເຈົ້າຄິດວ່າຈະເປັນໄປໄດ້. ຖ້າຫາກທ່ານຈະພະຍາຍາມໃຫ້ຊາວໜຸ່ມຂອງທ່ານຮູ້ຈັກໜ້າທີ່ຮັບຜິດຊອບຖານະປະໂລຫິດຂອງເຂົາ, ຂ້າພະເຈົ້າສັນຍາກັບທ່ານວ່າ ພຣະຜູ້ເປັນເຈົ້າຈະບອກທ່ານຕາມທີ່ທ່ານຕ້ອງການ. ຊາຍໜຸ່ມອາດມີຄວາມສາມາດເກີນກວ່າພຣະຜູ້ເປັນເຈົ້າຈະເປີດເຜີຍໃຫ້ທ່ານຮູ້ຈັກ. ຈົ່ງຊ່ອຍເຫລືອເຂົາໃຫ້ແນຂຶ້ນສູງ.
ຊາຍໜຸ່ມທີ່ທ່ານຊຸກຍູ້ອາດເບິ່ງຄືວ່າເປັນຄົນຂີ້ອາຍບໍ່ກ້າເປັນຜູ້ຮັບໃຊ້ທີ່ມີພະລັງໃນຖານະປະໂລຫິດ. ລູກຊາຍອີກຄົນໜຶ່ງຂອງຂ້າພະເຈົ້າກໍຂີ້ອາຍຫລາຍທີ່ສຸດຕອນຍັງນ້ອຍ ຈົນວ່າລາວບໍ່ກ້າຍ່າງເຂົ້າໄປຕະຫລາດ ແລະ ເວົ້າລົມກັບຄົນຂາຍຂອງ. ລາວຢ້ານຫລາຍ. ຂ້າພະເຈົ້າເປັນຫ່ວງ ແລະ ໄດ້ອະທິຖານກ່ຽວກັບຖານະປະໂລຫິດຂອງລາວໃນອະນາຄົດ. ຂ້າພະເຈົ້າໄດ້ຄິດກ່ຽວກັບລາວຢູ່ໃນສະໜາມເຜີຍແຜ່—ເປັນຫ່ວງນຳລາວຫລາຍ. ຂ້າພະເຈົ້າຖືກດົນໃຈໃຫ້ອ່ານໃນສຸພາສິດວ່າ: “ຄົນຊົ່ວຮ້າຍແລ່ນໜີໄປໂດຍບໍ່ມີໃຜໄລ່ຕາມ; ແຕ່ຄົນສັດຊື່ກ້າຫານດັ່ງສິງໂຕໜຶ່ງ.”2
ຂ້າພະເຈົ້າໄດ້ສະຫລັກຄຳວ່າ “ກ້າຫານດັ່ງໂຕສິງ” ໄວ້ໃນແຜ່ນໄມ້ຂອງລາວ, ຢູ່ກ້ອງຫົວຂອງໂຕສິງທີ່ອ້າປາກຮ້ອງຢູ່. ຕອນລາວໄປເຜີຍແຜ່ ແລະ ຫລາຍປີຫລັງຈາກນັ້ນ, ລາວໄດ້ບັນລຸຄວາມຫວັງຂອງຂ້າພະເຈົ້າຢູ່ໃນແຜ່ນໄມ້. ລູກຊາຍທີ່ເຄີຍຂີ້ອາຍໄດ້ສອນພຣະກິດຕິຄຸນດ້ວຍຄວາມເຊື່ອໝັ້ນອັນຍິ່ງໃຫຍ່ ແລະ ໄດ້ປະເຊີນກັບສິ່ງອັນຕະລາຍດ້ວຍຄວາມກ້າຫານ. ລາວໄດ້ຂະຫຍາຍໜ້າທີ່ຂອງລາວໃນການເປັນຕົວແທນໃຫ້ແກ່ພຣະຜູ້ເປັນເຈົ້າ.
ສິ່ງນັ້ນສາມາດເກີດຂຶ້ນໄດ້ສຳລັບຊາຍໜຸ່ມທີ່ທ່ານນຳພາ. ທ່ານຕ້ອງສ້າງສັດທາຂອງເຂົາອັນທີ່ພຣະຜູ້ເປັນເຈົ້າສາມາດປ່ຽນແປງເຂົາເປັນຜູ້ຮັບໃຊ້ທີ່ກ້າຫານ ແທນທີ່ຈະເປັນຄົນຂີ້ອາຍທີ່ທ່ານຮູ້ຢູ່ຕອນນີ້.
ເຮົາຮູ້ວ່າພຣະຜູ້ເປັນເຈົ້າເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຄົນກ້າຫານ. ຊາຍໜຸ່ມຜູ້ໄດ້ເຫັນພຣະເຈົ້າ ພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຢູ່ໃນປ່າ ໄດ້ປ່ຽນລາວເປັນຄົນທີ່ເຂັ້ມແຂງທາງວິນຍານ. ພາລີ ພີ ພະແຣັດ ໄດ້ເຫັນຕອນສາດສະດາໂຈເຊັບ ສະມິດ ຕີສອນນາຍຍາມທີ່ຊົ່ວຮ້າຍ ຜູ້ໄດ້ຄຸມຂັງພວກເພິ່ນ. ແອວເດີ ພະແຣັດ ໄດ້ບັນທຶກໄວ້ວ່າ:
“ໃນທັນໃດນັ້ນ ເພິ່ນໄດ້ລຸກຢືນຂຶ້ນ, ແລະ ໄດ້ກ່າວດ້ວຍສຽງຄືກັນກັບຟ້າຮ້ອງ, ຫລື ເໝືອນດັ່ງສຽງຂອງໂຕສິງ, ດ້ວຍຖ້ອຍຄຳເຫລົ່ານີ້:
“‘ຈົ່ງຢຸດດຽວນີ້, ພວກເຈົ້າຜູ້ເປັນມານຮ້າຍຂອງນະລົກ. ໃນພຣະນາມຂອງພຣະເຢຊູຄຣິດ ຂ້າພະເຈົ້າຂໍຕີສອນພວກເຈົ້າ, ແລະ ບັນຊາພວກເຈົ້າໃຫ້ມິດງຽບດຽວນີ້; ຂ້າພະເຈົ້າຈະຢູ່ຕໍ່ໄປບໍ່ໄດ້ເພື່ອຟັງພາສາເຊັ່ນນັ້ນຂອງພວກເຈົ້າ. ໃຫ້ເຊົາເວົ້າແບບນັ້ນທັນທີ, ຖ້າບໍ່ດັ່ງນັ້ນ ພວກເຈົ້າ ຫລື ຂ້າພະເຈົ້າເອງ ຕ້ອງຕາຍໃນຕອນນີ້!’”
ກ່ຽວກັບປະສົບການນັ້ນ, ແອວເດີ ພະແຣັດ ໄດ້ຂຽນວ່າ, “ສິ່ງທີ່ຂ້າພະເຈົ້າໄດ້ເຫັນພຽງ ຄັ້ງດຽວ, ໃນເວລານັ້ນຄືຄວາມສະຫງ່າຜ່າເຜີຍ ແລະ ຄວາມມີສັກສີ ຂະນະທີ່ຖືກລ່າມໄວ້ດ້ວຍໂສ້, ຕອນທ່ຽງຄືນ, ຢູ່ຄຸກໃຕ້ດິນຢູ່ໃນໝູ່ບ້ານອັນຫ່າງໄກຂອງລັດມີເຊີຣີ.”3
ພຣະຜູ້ເປັນເຈົ້າຈະປະທານໂອກາດໃຫ້ຜູ້ຮັບໃຊ້ທີ່ຊອບທຳຂອງພຣະອົງ ເພື່ອໃຫ້ເປັນເໝືອນດັ່ງໂຕສິງທີ່ກ້າຫານ, ເມື່ອເຂົາກ່າວໃນພຣະນາມຂອງພຣະອົງ ແລະ ເປັນພະຍານເຖິງຖານະປະໂລຫິດຂອງພຣະອົງ.
ລູກຊາຍອີກຄົນໜຶ່ງ, ແມ່ນແຕ່ຕອນຍັງນ້ອຍ, ມີໝູ່ເພື່ອນຫລາຍ ທີ່ມັກຫລິ້ນກັບລາວ. ລາວຮູ້ຈັກຄົນໄວ. ໃນຂະນະທີ່ຂ້າພະເຈົ້າອະທິຖານ ແລະ ພະຍາຍາມຫລິງເຫັນຄວາມຊ່ອຍເຫລືອຂອງລາວຕໍ່ອານາຈັກຂອງພຣະເຈົ້າ, ຂ້າພະເຈົ້າຮູ້ສຶກວ່າລາວມີອຳນາດທີ່ຈະດຶງດູດຜູ້ຄົນເຂົ້າກັນໃນຄວາມຮັກ ແລະ ຄວາມເປັນໜຶ່ງ.
ສິ່ງນັ້ນໄດ້ພາຂ້າພະເຈົ້າໄປຫາເລື່ອງໜຶ່ງຢູ່ໃນ Doctrine and Covenants ທີ່ບັນຍາຍເຖິງຄວາມພະຍາຍາມຂອງຜູ້ນຳຖານະປະໂລຫິດທີ່ຈະສ້າງສີໂອນຢູ່ລັດມີເຊີຣີ ຊຶ່ງເຫລົ່າທູດໄດ້ສັນລະເສີນຄວາມພະຍາຍາມ ແລະ ວຽກງານຂອງເຂົາເຈົ້າ. ສິ່ງນັ້ນຮຽກຮ້ອງການເສຍສະລະອັນໃຫຍ່ຫລວງ. ການເປີດເຜີຍຢູ່ໃນ Doctrine and Covenants ກ່າວວ່າ: “ເຖິງຢ່າງໃດກໍຕາມ, ພວກເຈົ້າໄດ້ຮັບພອນແລ້ວ, ເພາະປະຈັກພະຍານຊຶ່ງພວກເຈົ້າໄດ້ສະແດງ ຖືກບັນທຶກໄວ້ຢູ່ໃນສະຫວັນ ເພື່ອໃຫ້ເຫລົ່າທູດເບິ່ງ; ແລະ ເຂົາເຈົ້າມີຄວາມປິຕິຍິນດີນຳພວກເຈົ້າ, ແລະ ບາບຂອງພວກເຈົ້າໄດ້ຖືກອະໄພໃຫ້ແລ້ວ.”4
ຢູ່ໃນໄມ້ວັດແທກຄວາມສູງຂອງລູກຊາຍຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ສະຫລັກໄວ້ວ່າ “ເຫລົ່າທູດປິຕິຍິນດີນຳລູກ.”
ຄວາມສາມາດຂອງລູກຊາຍຄົນນີ້ທີ່ຈະເຕົ້າໂຮມຜູ້ຄົນ ແລະ ເປັນອິດທິພົນໃຫ້ແກ່ເຂົາເຈົ້າ ໄດ້ຂະຫຍາຍອອກກວ້າງ ແມ່ນແຕ່ຫລັງຈາກລາວໄດ້ຮຽນຈົບ. ດ້ວຍເພື່ອນຜູ້ດຳລົງຖານະປະໂລຫິດ, ລາວໄດ້ຈັດກິດຈະກຳປະຈຳສະເຕກ ອັນທີ່ໃຫ້ຊາວໜຸ່ມຢູ່ໃນເຂດຂອງລາວມີສັດທາທີ່ຈະອົດທົນ ແລະ ແມ່ນແຕ່ບັນລຸຄວາມສຳເລັດໃນສະຖານະການທີ່ຫຍຸ້ງຍາກທີ່ສຸດ. ໃນຂະນະທີ່ລາວສ້າງສັດທາໃນກຸ່ມຊາວໜຸ່ມເຫລົ່ານັ້ນ, ລາວໄດ້ຊ່ອຍສ້າງກຸ່ມສີໂອນຢູ່ໃນໃຈກາງເມືອງຂອງອາເມຣິການຳອີກ. ຢູ່ໃນແຜ່ນໄມ້ຂອງລາວ, ຂ້າພະເຈົ້າໄດ້ສະຫລັກທູດອົງໜຶ່ງເປົ່າແກ, ຊຶ່ງອາດບໍ່ເປັນແບບທີ່ພວກເພິ່ນເຮັດ, ແຕ່ມັນງ່າຍທີ່ຈະສະຫລັກຮູບແກ ຫລາຍກວ່າສຽງໂຮ່ຮ້ອງ.
ເຫລົ່າທູດປິຕິຍິນດີເມື່ອຜູ້ນຳຖານະປະໂລຫິດຕະຫລອດທົ່ວໂລກສ້າງສີໂອນໃນຫວອດ, ສະເຕກ, ແລະ ເຂດເຜີຍແຜ່ຂອງເຂົາເຈົ້າ. ແລະ ພວກເພິ່ນຈະປິຕິຍິນດີນຳຊາວໜຸ່ມທີ່ທ່ານຊ່ອຍໃຫ້ສ້າງສີໂອນບ່ອນໃດກໍຕາມ ແລະ ໃນສະຖານະການໃດກໍຕາມທີ່ເຂົາມີ. ສີໂອນເປັນຜົນຂອງຜູ້ຄົນທີ່ຜູກມັດເຂົ້າກັນໂດຍພັນທະສັນຍາ ແລະ ຄວາມຮັກ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຊ່ອຍເຫລືອຊາວໜຸ່ມຂອງທ່ານໃຫ້ເຂົ້າຮ່ວມນຳ.
ສຳລັບລູກຊາຍຄົນໜຶ່ງຂອງຂ້າພະເຈົ້າ, ຂ້າພະເຈົ້າຖືກກະຕຸ້ນໃຫ້ສະຫລັກດວງຕາເວັນ—ນັ້ນຄື, ດວງຕາເວັນຢູ່ໃນທ້ອງຟ້າ—ແລະ ຄຳອະທິຖານຂອງພຣະຜູ້ຊ່ອຍໃຫ້ລອດແທນຄົນອື່ນ ມີຄຳວ່າ: “ນີ້ແມ່ນຊີວິດນິລັນດອນ.” ໃນທ້າຍການປະຕິບັດສາດສະໜາກິດທີ່ເປັນມະຕະຂອງພຣະອົງ, ພຣະຜູ້ຊ່ອຍໃຫ້ລອດໄດ້ອະທິຖານຫາພຣະບິດາຂອງພຣະອົງວ່າ:
“ນີ້ແມ່ນຊີວິດນິລັນດອນ ຄືພວກເຂົາຮູ້ຈັກພຣະອົງຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະ ຮູ້ຈັກພຣະເຢຊູຄຣິດຜູ້ທີ່ພຣະອົງໃຊ້ມາ.
“ຂ້ານ້ອຍໄດ້ສະແດງໃຫ້ໂລກເຫັນສະຫງ່າລາສີຂອງພຣະອົງ: ຂ້ານ້ອຍໄດ້ເຮັດພາລະກິດທີ່ພຣະອົງມອບໝາຍໃຫ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ.”5
ລູກຊາຍຂອງຂ້າພະເຈົ້າຄົນນີ້ໄດ້ຮັບໃຊ້ຖານະປະໂລຫິດຂອງລາວໃນສາມທະວີບ ແຕ່ສິ່ງສຳຄັນທີ່ສຸດແມ່ນຢູ່ບ້ານເຮືອນ ແລະ ພາຍໃນຄອບຄົວຂອງລາວເອງ ລາວໄດ້ສ້າງຊີວິດຂອງລາວນຳຄອບຄົວ. ລາວທຳງານຢູ່ໃກ້ບ້ານ. ແລະ ລາວມັກກັບເມືອເຮືອນ ກິນເຂົ້າທ່ຽງກັບພັນລະຍາ ແລະ ລູກໆຂອງລາວ. ຄອບຄົວຂອງລາວອາໄສຢູ່ໃກ້ຊິດສະເຕີໄອຣິງ ແລະ ຂ້າພະເຈົ້າ. ເຂົາເຈົ້າບົວລະບັດເດີ່ນບ້ານຂອງພວກເຮົາຄືກັນກັບວ່າມັນເປັນຂອງເຂົາເຈົ້າເອງ. ລູກຊາຍຄົນນີ້ບໍ່ພຽງແຕ່ດຳລົງຊີວິດໃຫ້ເໝາະສົມກັບຊີວິດນິລັນດອນເທົ່ານັ້ນ ແຕ່ລາວດຳລົງຊີວິດທີ່ຫຸ້ມລ້ອມໄປດ້ວຍຄົນໃນຄອບຄົວນິລັນດອນຂອງລາວນຳອີກ ຜູ້ລາວໄດ້ເຕົ້າໂຮມເຂົາເຈົ້າໃຫ້ຢູ່ໃກ້ລາວ.
ຊີວິດນິລັນດອນແມ່ນດຳລົງຊີວິດຢູ່ນຳກັນເປັນໜຶ່ງ, ໃນຄອບຄົວ, ຮ່ວມກັບພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດ. ຊີວິດນິລັນດອນມາເຖິງຜ່ານຂໍກະແຈຂອງຖານະປະໂລຫິດຂອງພຣະເຈົ້າ, ຊຶ່ງໄດ້ຖືກຟື້ນຟູຄືນມາໃໝ່ຜ່ານໂຈເຊັບ ສະມິດ. ການມີເປົ້າໝາຍນິລັນດອນສຳລັບຊາວໜຸ່ມທີ່ທ່ານນຳພາ ເປັນຂອງປະທານອັນຍິ່ງໃຫຍ່ທີ່ທ່ານສາມາດມອບໃຫ້ເຂົາ. ທ່ານຈະເຮັດເປັນຕົວຢ່າງກ່ອນຢູ່ໃນຄອບຄົວຂອງທ່ານເອງ. ຄົນທີ່ທ່ານນຳພາອາດບໍ່ມີຄອບຄົວຢູ່ໃນສາດສະໜາຈັກ, ແຕ່ຂ້າພະເຈົ້າຂໍທ້າທາຍທ່ານໃຫ້ຊ່ອຍເຫລືອເຂົາເຈົ້າໃຫ້ຮູ້ສຶກ ແລະ ຕ້ອງການຄວາມຮັກຂອງຄອບຄົວຢູ່ທັງສອງຟາກຂອງຜ້າມ່ານ.
ແຜ່ນໄມ້ທີ່ຂ້າພະເຈົ້າໄດ້ກ່າວເຖິງ ເປັນວິທີໜຶ່ງທີ່ຊ່ອຍໃຫ້ຊາວໜຸ່ມເຫັນຄວາມຍິ່ງໃຫຍ່ທີ່ພຣະເຈົ້າເຫັນໃນຕົວເຂົາ ແລະ ໃນອະນາຄົດຂອງເຂົາ ແລະ ໃນການຮັບໃຊ້ພິເສດທີ່ພຣະອົງໄດ້ຕຽມໄວ້ສຳລັບເຂົາ. ພຣະອົງຈະຊ່ອຍເຫລືອທ່ານໃຫ້ເຫັນວິທີທີ່ຈະເຮັດເພື່ອລູກໆ ຫລື ເພື່ອຊາວໜຸ່ມຄົນອື່ນໆທີ່ທ່ານນຳພາ. ແຕ່ເມື່ອທ່ານສະແຫວງຫາດ້ວຍການອະທິຖານ ເພື່ອຈະໄດ້ເຫັນອະນາຄົດນີ້ດ້ວຍຕົວທ່ານເອງ, ແລະ ສື່ສານກັບຊາວໜຸ່ມຂອງທ່ານເປັນສ່ວນຕົວ, ແລ້ວທ່ານຈະຮູ້ຈັກວ່າພຣະເຈົ້າຮັກລູກໆແຕ່ລະຄົນຂອງພຣະອົງ ແລະ ເຫັນຂອງປະທານທີ່ຍິ່ງໃຫຍ່ ແລະ ພິເສດໃນເຂົາແຕ່ລະຄົນ.
ໃນຖານະທີ່ເປັນພໍ່, ຂ້າພະເຈົ້າໄດ້ຮັບພອນຫລາຍທີ່ໄດ້ເຫັນອະນາຄົດອັນຍິ່ງໃຫຍ່ໃນອານາຈັກຂອງພຣະເຈົ້າ ສຳລັບລູກສາວ ແລະ ລູກຊາຍທັງຫລາຍຂອງຂ້າພະເຈົ້າ. ເມື່ອຂ້າພະເຈົ້າອະທິຖານຊອກຫາການນຳພາ, ຂ້າພະເຈົ້າກໍໄດ້ຮັບການຊີ້ນຳໃຫ້ຮູ້ວິທີທີ່ຈະຊ່ອຍເຫລືອລູກສາວທັງຫລາຍຂອງຂ້າພະເຈົ້າໃຫ້ຮູ້ເຖິງຄວາມໄວ້ວາງໃຈທີ່ພຣະເຈົ້າມີຕໍ່ພວກນາງ ໃນຖານະທີ່ເປັນຜູ້ຮັບໃຊ້ທີ່ສາມາດສ້າງອານາຈັກຂອງພຣະອົງ.
ຕອນພວກລູກສາວຂອງຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າໄດ້ເຫັນວ່າ ພວກເຮົາສາມາດຊ່ອຍເຫລືອຊຶ່ງກັນແລະກັນໃຫ້ຮູ້ສຶກເຖິງຄວາມຮັກຂອງຜູ້ທີ່ຢູ່ຟາກຜ້າມ່ານເບື້ອງນັ້ນ, ທຸກລຸ້ນ. ຂ້າພະເຈົ້າຮູ້ວ່າຄວາມຮັກນັ້ນມາຈາກການຮັບໃຊ້ ແລະ ຄວາມຫວັງທີ່ດົນໃຈຂອງຊີວິດນິລັນດອນ.
ສະນັ້ນພວກເຮົາຈຶ່ງໄດ້ຕັດໄມ້ເປັນຂຽງ ແລະ ເອົາເຂົ້າຈີ່ວາງໃສ່ເທິງຂຽງນັ້ນ ຕອນພວກເຮົາເອົາເຂົ້າຈີ່ທີ່ພວກເຮົາເຮັດເອງ ໄປຝາກແມ່ໝ້າຍພໍ່ໝ້າຍ, ແລະ ຄອບຄົວນຳກັນ. ຂຽງແຕ່ລະໜ່ວຍມີຖ້ອຍຄຳສະຫລັກໄວ້ວ່າ, “J’aime et J’espere,” ເປັນພາສາຝະລັ່ງ ແປວ່າ “ເຮົາຮັກ ແລະ ເຮົາຫວັງ.” ຫລັກຖານເຖິງຂອງປະທານທາງວິນຍານທີ່ພິເສດນັ້ນ ບໍ່ພຽງແຕ່ປະກົດຢູ່ໃນຂຽງທີ່ຂ້າພະເຈົ້າໄດ້ສະຫລັກໃສ່ເທົ່ານັ້ນ, ແຕ່ມັນມີຄວາມໝາຍຫລາຍກວ່ານັ້ນເມື່ອພວກເຮົາໄດ້ມອບມັນໃຫ້ແກ່ຜູ້ທີ່ຕ້ອງການມັນ, ຜູ້ຢູ່ໃນທ່າມກາງຄວາມເຈັບປວດ ຫລື ທໍ້ຖອຍໃຈ, ໃຫ້ຄວາມແນ່ນອນໃຈແກ່ເຂົາເຈົ້າວ່າ ຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງສາມາດຜະລິດຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງໄດ້. ນີ້ແມ່ນຊີວິດນິລັນດອນ, ສຳລັບລູກສາວທຸກຄົນຂອງຂ້າພະເຈົ້າ, ແລະ ສຳລັບເຮົາແຕ່ລະຄົນ.
ບັດນີ້, ທ່ານອາດຄິດວ່າ, “ບະລາເດີ ໄອຣິງ, ພວກເຮົາຕ້ອງຮຽນສະຫລັກບໍ?” ບໍ່ແມ່ນແນວນັ້ນ. ຂ້າພະເຈົ້າໄດ້ຮຽນສະຫລັກຈາກຜູ້ສອນທີ່ດີ, ຕອນນັ້ນເພິ່ນເປັນແອວເດີ ບອຍ ເຄ ແພ໊ກເກີ. ສິ່ງທີ່ຂ້າພະເຈົ້າໄດ້ຮຽນຈາກເພິ່ນໜ້ອຍໜຶ່ງ ໄດ້ເພີ່ມໃສ່ຂອງປະທານອັນຍິ່ງໃຫຍ່ຂອງເພິ່ນໃນຖານະທີ່ເປັນນັກສະຫລັກ ແລະ ເປັນນາຍຄູທີ່ມີຄວາມອົດທົນ. ພຽງແຕ່ສະຫວັນເທົ່ານັ້ນທີ່ສາມາດຈັດຫາຄູສອນທີ່ດີເຊັ່ນປະທານແພ໊ກເກີໄດ້. ແຕ່ມີຫລາຍວິທີທາງທີ່ທ່ານສາມາດຫລໍ່ຫລອມຫົວໃຈຂອງລູກໆໄດ້ ໂດຍບໍ່ຈຳເປັນຕ້ອງສະຫລັກແຜ່ນໄມ້ ຫລື ແຜ່ນໄມ້ວັດແທກຄວາມສູງໃຫ້ເຂົາ.
ຍົກຕົວຢ່າງ, ເທັກໂນໂລຈີໃໝ່ໄດ້ຊ່ອຍໃຫ້ການແບ່ງປັນເລື່ອງສັດທາ ແລະ ຄວາມຫວັງໄປທົ່ວ ຢ່າງກວ້າງໄກ, ທັງໄວ ແລະ ເສຍຄ່າພຽງເລັກນ້ອຍ. ພັນລະຍາຂອງຂ້າພະເຈົ້າໄດ້ຊ່ອຍຂ້າພະເຈົ້າເຮັດສິ່ງນີ້ທຸກແລງ. ພວກເຮົາໄດ້ເລີ່ມຕົ້ນດ້ວຍການເວົ້າລົມກັບລູກຫລານຂອງພວກເຮົາ. ພວກເຮົາໄດ້ຂໍໃຫ້ເຂົາເຈົ້າແບ່ງປັນຄວາມສຳເລັດສ່ວນຕົວ ແລະ ການຮັບໃຊ້. ພວກເຮົາກໍໄດ້ຂໍໃຫ້ເຂົາເຈົ້າສົ່ງຮູບກິດຈະກຳເຫລົ່ານັ້ນມາໃຫ້ນຳອີກ. ພວກເຮົາໄດ້ໃຊ້ຮູບເຫລົ່ານັ້ນເພື່ອສະແດງບົດຄວາມສັ້ນໆ. ແລ້ວພວກເຮົາໄດ້ຕື່ມຂໍ້ຄວາມຈາກພຣະຄຳພີມໍມອນໃສ່. ບາງທີນີໄຟ ແລະ ມໍມອນຄົງບໍ່ປະທັບໃຈຫລາຍກັບເນື້ອຄວາມຢູ່ໃນນັ້ນ ຫລື ຄວາມບົກພ່ອງໃນການຈັດປຶ້ມທີ່ພວກເຮົາເອີ້ນວ່າ “ປຶ້ມບັນທຶກສ່ວນຕົວຂອງຄອບຄົວ: ແຜ່ນຈາລຶກນ້ອຍ.” ແຕ່ຊິດສະເຕີໄອຣິງ ແລະ ຂ້າພະເຈົ້າໄດ້ຮັບພອນຫລາຍຈາກການເຮັດສິ່ງນີ້. ພວກເຮົາຮູ້ສຶກເຖິງການດົນໃຈໃນການເລືອກເອົາຂໍ້ຄວາມຈາກພຣະຄຳພີ ແລະ ມີຂ່າວສານສັ້ນໆກ່ຽວກັບປະຈັກພະຍານທີ່ພວກເຮົາໄດ້ຂຽນ. ແລະ ພວກເຮົາເຫັນຫລັກຖານຢູ່ໃນຊີວິດຂອງເຂົາເຈົ້າ ທີ່ຫົວໃຈຂອງເຂົາເຈົ້າໄດ້ຫັນມາຫາພວກເຮົາ ແລະ ພຣະຜູ້ຊ່ອຍໃຫ້ລອດ ແລະ ຫັນຂຶ້ນຫາສະຫວັນ.
ມີວິທີອື່ນອີກທີ່ຈະເອື້ອມອອກໄປ; ທ່ານກໍຫຍຸ້ງຢູ່ກັບຫລາຍສິ່ງຢູ່ແລ້ວໃນຕອນນີ້. ນິໄສຂອງທ່ານເລື່ອງການອະທິຖານ ແລະ ການອ່ານພຣະຄຳພີເປັນຄອບຄົວ ຈະສ້າງຄວາມຊົງຈຳທີ່ຍາວນານ ແລະ ການປ່ຽນແປງອັນໃຫຍ່ຫລວງຢູ່ໃນໃຈຫລາຍກວ່າທີ່ທ່ານຮູ້ຈັກໃນຕອນນີ້. ແມ່ນແຕ່ການໄປເບິ່ງກິລາ ຫລື ເບິ່ງໜັງກໍສາມາດຫລໍ່ຫລອມຫົວໃຈຂອງລູກໄດ້. ສິ່ງທີ່ສຳຄັນບໍ່ແມ່ນກິດຈະກຳ ແຕ່ແມ່ນຄວາມຮູ້ສຶກທີ່ມາເຖິງເມື່ອທ່ານເຮັດສິ່ງນັ້ນ. ຂ້າພະເຈົ້າໄດ້ຄົ້ນພົບການທົດສອບທີ່ດີສຳລັບການຊອກຫາກິດຈະກຳທີ່ສາມາດຊ່ອຍສ້າງຄວາມແຕກຕ່າງໃນຊີວິດຂອງຊາວໜຸ່ມ. ມັນແນະນຳກິດຈະກຳທີ່ເປັນໜ້າສົນໃຈ ເຮັດໃຫ້ເຂົາຮູ້ສຶກວ່າເປັນຂອງປະທານຈາກພຣະເຈົ້າ. ຂ້າພະເຈົ້າຮູ້ວ່າມັນເປັນໄປໄດ້ຈາກປະສົບການສ່ວນຕົວຂອງຂ້າພະເຈົ້າ.
ຕອນຂ້າພະເຈົ້າມີອາຍຸໄດ້ 12 ປີ ຂ້າພະເຈົ້າໄດ້ເປັນມັກຄະນາຍົກ, ອາໄສຢູ່ລັດນິວເຈີຊີ, 50 ໄມ (80 ກິໂລແມັດ) ຈາກເມືອງນິວຢອກ. ຂ້າພະເຈົ້າຢາກເປັນນັກຫລິ້ນ baseball (ເບດສະບອນ). ພໍ່ຂອງຂ້າພະເຈົ້າໄດ້ຕົກລົງພາຂ້າພະເຈົ້າໄປເບິ່ງການຫລິ້ນເບດສະບອນຢູ່ສະໜາມກິລາ Yankee ທີ່ເກົ່າແກ່ຢູ່ Bronx (ເມືອງບຣ້ອນສ໌). ຂ້າພະເຈົ້າຍັງສາມາດເຫັນ Joe DiMaggio (ໂຈ ດີແມກຈີໂອ) ຕີ home run (ໂຮມຣັນ) ໄປຫາບ່ອນນັ່ງຢູ່ແຖວກາງ ຊຶ່ງຂ້າພະເຈົ້າໄດ້ນັ່ງຢູ່ທາງຂ້າງຂອງພໍ່ຂອງຂ້າພະເຈົ້າ, ເປັນພຽງເທື່ອດຽວເທົ່ານັ້ນທີ່ພວກເຮົາໄດ້ໄປເບິ່ງການຫລິ້ນເບດສະບອນທີ່ຫລິ້ນໂດຍທີມທີ່ເກັ່ງທີ່ສຸດ.
ແຕ່ໃນມື້ໜຶ່ງອີກນຳພໍ່ຂອງຂ້າພະເຈົ້າ ໄດ້ຫລໍ່ຫລອມຊີວິດຂອງຂ້າພະເຈົ້າຕະຫລອດໄປ. ຈາກລັດນິວເຈີຊີເພິ່ນໄດ້ພາຂ້າພະເຈົ້າໄປຫາເຮືອນປິຕຸຄົນໜຶ່ງຢູ່ເມືອງເຊົາເລັກ ຂ້າພະເຈົ້າບໍ່ເຄີຍເຫັນຊາຍຄົນນັ້ນມາກ່ອນ. ພໍ່ຂອງຂ້າພະເຈົ້າໄດ້ປະຂ້າພະເຈົ້າໄວ້ຢູ່ໜ້າເຮືອນຂອງເພິ່ນ. ປິຕຸຄົນນັ້ນໄດ້ພາຂ້າພະເຈົ້າໄປນັ່ງຕັັ່ງ, ປົກມືໃສ່ເທິງຫົວຂອງຂ້າພະເຈົ້າ, ແລະ ໄດ້ມອບພອນທີ່ເປັນຂອງປະທານຈາກພຣະເຈົ້າໃຫ້ຂ້າພະເຈົ້າ ຊຶ່ງຮ່ວມດ້ວຍຄຳປະກາດເຖິງຄວາມປາຖະໜາອັນຍິ່ງໃຫຍ່ຢູ່ໃນໃຈຂອງຂ້າພະເຈົ້າ.
ເພິ່ນໄດ້ກ່າວວ່າ ຂ້າພະເຈົ້າເປັນຄົນໜຶ່ງໃນຈຳນວນຜູ້ຄົນທີ່ກ່າວເຖິງວ່າ, “ຜູ້ທີ່ສ້າງຄວາມສະຫງົບສຸກກໍເປັນສຸກ.”6 ຂ້າພະເຈົ້າກໍງຶດງໍ້ທີ່ຄົນແປກໜ້າຜູ້ນັ້ນຮູ້ຈັກເຖິງຄວາມໃນໃຈຂອງຂ້າພະເຈົ້າ ຈົນວ່າຂ້າພະເຈົ້າໄດ້ມືນຕາຫລຽວເບິ່ງຫ້ອງ ບ່ອນທີ່ການມະຫັດສະຈັນໄດ້ເກີດຂຶ້ນ. ພອນນັ້ນໄດ້ຫລໍ່ຫລອມຊີວິດຂອງຂ້າພະເຈົ້າ, ການແຕ່ງງານຂອງຂ້າພະເຈົ້າ, ແລະ ການຮັບໃຊ້ໃນຖານະປະໂລຫິດຂອງຂ້າພະເຈົ້າ.
ຈາກປະສົບການ ແລະ ສິ່ງທີ່ຕິດຕາມມາ, ຂ້າພະເຈົ້າສາມາດເປັນພະຍານໄດ້ວ່າ, “ເພາະທຸກຄົນບໍ່ໄດ້ຮັບຂອງປະທານທັງໝົດໃຫ້ຕົນເອງ; ເພາະມີຂອງປະທານຫລາຍຢ່າງ, ແລະ ແກ່ທຸກຄົນຂອງປະທານຖືກມອບໃຫ້ໂດຍພຣະວິນຍານຂອງພຣະເຈົ້າ.”7
ໂດຍທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຂອງປະທານແກ່ຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງສາມາດຮູ້ຈັກ ແລະ ຕຽມພ້ອມສຳລັບໂອກາດ ເພື່ອຈະໄດ້ໃຊ້ມັນເປັນພອນໃຫ້ແກ່ຄົນທີ່ຂ້າພະເຈົ້າຮັກ ແລະ ຮັບໃຊ້.
ພຣະເຈົ້າຮູ້ຈັກຂອງປະທານຂອງເຮົາ. ການທ້າທາຍຂອງຂ້າພະເຈົ້າຕໍ່ທ່ານ ແລະ ຂ້າພະເຈົ້າແມ່ນການອະທິຖານເພື່ອຈະໄດ້ຮູ້ຈັກຂອງປະທານທີ່ຖືກມອບໃຫ້ແກ່ເຮົາ, ເພື່ອຈະໄດ້ຮູ້ວິທີພັດທະນາຕົນເອງ, ແລະ ເພື່ອຈະໄດ້ຮູ້ໂອກາດທີ່ຈະຮັບໃຊ້ຄົນອື່ນທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ເຮົາ. ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າອະທິຖານວ່າ ທ່ານຈະໄດ້ຮັບການດົນໃຈໃຫ້ຊ່ອຍເຫລືອຄົນອື່ນຄົ້ນພົບຂອງປະທານພິເສດຂອງເຂົາຈາກພຣະເຈົ້າເພື່ອຮັບໃຊ້.
ຂ້າພະເຈົ້າສັນຍາກັບທ່ານວ່າ ຖ້າທ່ານທູນຖາມ, ທ່ານຈະໄດ້ຮັບພອນເພື່ອຊ່ອຍເຫລືອ ແລະ ຍົກຄົນອື່ນຂຶ້ນເຖິງຄວາມສາມາດສູງສຸດຂອງເຂົາໃນການຮັບໃຊ້ຄົນທີ່ເຂົານຳພາ ແລະ ຮັກ. ຂ້າພະເຈົ້າຂໍເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່, ພຣະເຢຊູຄືພຣະຄຣິດ, ນີ້ຄືຖານະປະໂລຫິດຂອງພຣະເຈົ້າ, ຊຶ່ງເຮົາດຳລົງຢູ່ນີ້, ແລະ ພຣະເຈົ້າໄດ້ຕຽມເຮົາດ້ວຍຂອງປະທານພິເສດທີ່ຈະຮັບໃຊ້ພຣະອົງໃນທາງທີ່ເກີນກວ່າເຮົາຄາດຄິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.