ຂອງປະທານທີ່ບໍ່ອາດຈະກ່າວເຖິງໄດ້ຈາກພຣະເຈົ້າ
ພຣະວິນຍານບໍລິສຸດເຮັດວຽກຮ່ວມກັນຢ່າງສົມບູນແບບກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ໃນການສຳເລັດບົດບາດທີ່ສຳຄັນທັງຫລາຍ ແລະ ໜ້າທີ່ຮັບຜິດຊອບທີ່ແຕກຕ່າງກັນ.
ໃນປີ 1994, ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ເຊື້ອເຊີນສະມາຊິກຂອງສາດສະໜາຈັກໃຫ້ “ຈັດຕັ້ງພຣະວິຫານ ... ໃຫ້ເປັນສັນຍາລັກທີ່ສຳຄັນຂອງການເປັນສະມາຊິກຂອງເຮົາ.”1 ຕໍ່ມາໃນປີດຽວກັນນັ້ນ, ການກໍ່ສ້າງພຣະວິຫານທີ່ເມືອງບາວທີຟູນ ລັດຢູທາ ກໍໄດ້ສຳເລັດລົງ. ເໝືອນດັ່ງຄົນທັງຫລາຍ, ພວກຂ້າພະເຈົ້າກໍຕື່ນເຕັ້ນທີ່ຈະໄດ້ພາຄອບຄົວທີ່ມີລູກນ້ອຍໄປທ່ຽວຊົມກ່ອນການອຸທິດຖະຫວາຍ. ພວກຂ້າພະເຈົ້າໄດ້ຊ່ອຍຕຽມລູກໆຢ່າງພາກພຽນທີ່ຈະເຂົ້າໄປໃນພຣະວິຫານ, ໄດ້ອະທິຖານຢ່າງຕັ້ງໃຈວ່າລູກໆຈະມີປະສົບການທາງວິນຍານ ເພື່ອວ່າພຣະວິຫານຈະໄດ້ກາຍມາເປັນພາກສ່ວນທີ່ສຳຄັນຫລາຍໃນຊີວິດຂອງພວກເຂົາ.
ຂະນະທີ່ພວກຂ້າພະເຈົ້າໄດ້ຍ່າງຊົມພຣະວິຫານຢ່າງຄາລະວະ, ຂ້າພະເຈົ້າໄດ້ເຫັນຕົວເອງຊື່ນຊົມຢູ່ກັບວຽກງານສະຖາປັດຍະກຳທີ່ຫລູຫລາ, ການກໍ່ສ້າງທີ່ສະຫງ່າງາມ, ແສງສະຫວ່າງທີ່ສ່ອງແສງເຂົ້າມາຜ່ານປ່ອງຢ້ຽມສູງໆນັ້ນ, ແລະ ຮູບແຕ້ມທີ່ດົນໃຈທັງຫລາຍ. ທຸກໆພາກສ່ວນຂອງອາຄານທີ່ສັກສິດນີ້ແມ່ນງົດງາມ ຫລາຍແທ້ໆ.
ເມື່ອໄດ້ກ້າວເຂົ້າໄປໃນຫ້ອງອານາຈັກຊັ້ນສູງ, ໃນທັນໃດນັ້ນ ຂ້າພະເຈົ້າໄດ້ເຫັນວ່າທ້າວ ເບັນ, ລູກຊາຍຫລ້າ ອາຍຸຫົກປີ ກຳລັງກອດຂາຂອງຂ້າພະເຈົ້າຢູ່. ລາວປະກົດວ່າກັງວົນໃຈ—ບາງທີແມ່ນແຕ່ຢ້ານໜ້ອຍໜຶ່ງ.
ຂ້າພະເຈົ້າໄດ້ກະຊິບວ່າ “ເປັນຫຍັງລູກ?”
ລາວໄດ້ຕອບວ່າ, “ພໍ່, ແມ່ນຫຍັງກຳລັງເກີດຂື້ນຢູ່ທີ່ນີ້? ລູກບໍ່ເຄີຍຮູ້ສຶກແບບນີ້ມາກ່ອນ.”
ເມື່ອໄດ້ຮູ້ວ່ານັ້ນອາດເປັນເທື່ອທຳອິດທີ່ລູກຊາຍນ້ອຍຂອງພວກຂ້າພະເຈົ້າໄດ້ຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດໃນທາງທີ່ມີພະລັງ, ຂ້າພະເຈົ້າໄດ້ຄຸເຂົ່າລົງທີ່ພື້ນຄຽງຂ້າງລາວ. ໃນຂະນະທີ່ຜູ້ທ່ຽວຊົມຄົນອື່ນຍ່າງອ້ອມພວກຂ້າພະເຈົ້າໄປ, ທ້າວ ເບັນ ແລະ ຂ້າພະເຈົ້າໄດ້ໃຊ້ເວລາຫລາຍນາທີ, ນັ່ງຄຽງຂ້າງກັນ, ໄດ້ຮຽນຮູ້ກ່ຽວກັບພຣະວິນຍານບໍລິສຸດນຳກັນ. ຂ້າພະເຈົ້າໄດ້ປະຫລາດໃຈທີ່ມັນງ່າຍແບບນັ້ນທີ່ພວກຂ້າພະ ເຈົ້າສາມາດສົນທະນາເຖິງຄວາມຮູ້ສຶກອັນສັກສິດຂອງລາວໄດ້. ຂະນະທີ່ພວກຂ້າພະເຈົ້າຍ່າງຕໍ່ໄປ, ມັນກໍແຈ່ມແຈ້ງດີວ່າ ສິ່ງທີ່ໜ້າດົນໃຈຫລາຍທີ່ສຸດສຳລັບທ້າວ ເບັນ ບໍ່ໄດ້ເປັນສິ່ງທີ່ລາວ ໄດ້ເຫັນ ແຕ່ເປັນສິ່ງທີ່ລາວ ໄດ້ຮູ້ສຶກ—ບໍ່ແມ່ນຄວາມສວຍງາມພາຍນອກທີ່ຢູ່ອ້ອມຂ້າງພວກຂ້າພະເຈົ້າ ແຕ່ເປັນສຸລະສຽງອັນແຜ່ວເບົາຂອງພຣະວິນຍານຂອງພຣະເຈົ້າພາຍໃນຫົວໃຈຂອງລາວ. ຂ້າພະເຈົ້າໄດ້ແບ່ງປັນໃຫ້ລາວຮູ້ເຖິງສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກປະສົບການຂອງຂ້າພະເຈົ້າເອງ, ແມ່ນແຕ່ຂະນະທີ່ຄວາມປະຫລາດໃຈຂອງເດັກນ້ອຍດັ່ງລາວ ກໍໄດ້ເຮັດໃຫ້ຫົວໃຈຂອງຂ້າພະເຈົ້າມີຄວາມຮູ້ສຶກທີ່ເລິກຊຶ້ງອີກ ເຖິງຄວາມກະຕັນຍູສຳລັບຂອງປະທານທີ່ບໍ່ອາດຈະກ່າວເຖິງໄດ້ຈາກພຣະເຈົ້າ—ຂອງປະທານແຫ່ງພຣະວິນຍານບໍລິສຸດ.2
ໃຜຄືພຣະວິນຍານບໍລິສຸດ?
ພຣະວິນຍານບໍລິສຸດຄືອົງທີສາມໃນຝ່າຍພຣະເຈົ້າ, ແລະ ເພາະສະນັ້ນ, ເໝືອນດັ່ງພຣະເຈົ້າ ພຣະບິດາ ແລະ ພຣະເຢຊູຄຣິດ, ພຣະອົງຈຶ່ງຮູ້ຄວາມຄິດ ແລະ ເຈດຕະນາຂອງໃຈເຮົາ.3 ພຣະວິນຍານບໍລິສຸດຮັກເຮົາ ແລະ ປະສົງໃຫ້ເຮົາມີຄວາມສຸກ. ເພາະວ່າພຣະອົງຮູ້ການທ້າທາຍທີ່ເຮົາຈະໄດ້ປະເຊີນ, ພຣະອົງ ສາມາດນຳພາເຮົາ ແລະ ສອນເຮົາທຸກສິ່ງທີ່ເຮົາຕ້ອງເຮັດເພື່ອຈະໄດ້ກັບຄືນໄປ ແລະ ອາໄສຢູ່ກັບພຣະບິດາເທິງສະຫວັນຂອງເຮົາອີກຄັ້ງ.4
ແຕກຕ່າງຈາກພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ພຣະອົງຜູ້ຊົງມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກທີ່ສົມບູນແລ້ວ, ພຣະວິນຍານບໍລິສຸດເປັນອົງທີ່ເປັນວິນຍານ ຜູ້ຊຶ່ງສື່ສານກັບວິນຍານຂອງເຮົາຜ່ານຄວາມຮູ້ສຶກ ແລະ ການປະທັບໃຈ.5 ເພາະພຣະອົງເປັນວິນຍານ, ພຣະອົງມີໜ້າທີ່ຮັບຜິດຊອບສະເພາະຕົວ ຂອງການເປັນເຄື່ອງມື ຜ່ານທາງທີ່ການເປີດເຜີຍສ່ວນຕົວຈຶ່ງຖືກໄດ້ຮັບ. ໃນພຣະຄຳພີ, ສ່ວນຫລາຍແລ້ວ ພຣະວິນຍານບໍລິສຸດຖືກເອີ້ນວ່າພຣະວິນຍານສັກສິດ, ພຣະວິນຍານຂອງພຣະຜູ້ເປັນເຈົ້າ, ພຣະວິນຍານສັກສິດແຫ່ງຄຳສັນຍາ, ຫລື ແບບງ່າຍໆວ່າພຣະວິນຍານ.6
ແມ່ນຫຍັງຄືພາລະກິດຂອງພຣະວິນຍານບໍລິສຸດ?
ພຣະວິນຍານບໍລິສຸດເຮັດວຽກຢ່າງສົມບູນແບບຮ່ວມກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ໃນການສຳເລັດບົດບາດທີ່ສຳຄັນທັງຫລາຍ ແລະ ໜ້າທີ່ຮັບຜິດຊອບທີ່ແຕກຕ່າງກັນ. ຈຸດປະສົງຕົ້ນຕໍຂອງ ພຣະວິນຍານບໍລິສຸດຄື ທີ່ຈະເປັນພະຍານເຖິງພຣະເຈົ້າ ພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ,7 ແລະ ສອນເຮົາເຖິງຄວາມຈິງຂອງທຸກເລື່ອງ.8 ພະຍານທີ່ແນ່ນອນຈາກພຣະວິນຍານບໍລິສຸດ ສະແດງໃຫ້ເຫັນຄວາມແນ່ນອນຫລາຍກວ່າພະຍານທີ່ມາຈາກແຫລ່ງອື່ນໆ. ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ສອນວ່າ “ພຣະວິນຍານຂອງພຣະເຈົ້າທີ່ກ່າວຕໍ່ວິນຍານຂອງມະນຸດ ມີພະລັງທີ່ຈະສື່ສານຄວາມຈິງ ດ້ວຍຜົນສະທ້ອນ ແລະ ຄວາມເຂົ້າໃຈຫລາຍກວ່າຄວາມຈິງທີ່ຖືກສື່ສານໂດຍຜູ້ຕິດຕໍ່ສ່ວນຕົວ ແມ່ນແຕ່ກັບອົງຈາກສະຫວັນ.”9
ພຣະວິນຍານບໍລິສຸດກໍຖືກຮັບຮູ້ອີກວ່າ ພຣະຜູ້ປອບໂຍນ.10 ໃນຊ່ວງເວລາທີ່ມີບັນຫາ ຫລື ຄວາມສິ້ນຫວັງ ຫລື ເມື່ອເຮົາຈຳເປັນຈະຮູ້ວ່າພຣະເຈົ້າປະທັບຢູ່ໃກ້, ພຣະວິນຍານບໍລິສຸດ ສາມາດເຊີດຊູຈິດໃຈຂອງເຮົາ, ໃຫ້ເຮົາມີຄວາມຫວັງ, ແລະ ສອນເຮົາເຖິງ “ສິ່ງທີ່ເປັນຄວາມສັນຕິສຸກຂອງອານາຈັກ,”11 ແລະ ຊ່ອຍໃຫ້ເຮົາຮູ້ສຶກເຖິງ “ສັນຕິສຸກທີ່ມາຈາກພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈຂອງມະນຸດ.”12
ເມື່ອຫລາຍປີກ່ອນ ເມື່ອຍາດພີ່ນ້ອງຂອງພວກຂ້າພະເຈົ້າ ໄດ້ເຕົ້າໂຮມກັນເພື່ອຮັບປະທານອາຫານຄ່ຳຕອນວັນພັກ, ພໍ່ຂອງຂ້າພະເຈົ້າໄດ້ເລີ່ມຫລິ້ນເກມກັບຫລານໆຂອງເພິ່ນ. ໃນທັນໃດນັ້ນ ແລະ ໂດຍບໍ່ມີການເຕືອນ, ພໍ່ໄດ້ລົ້ມລົງ ແລະ ໄດ້ເສຍຊີວິດໄປຢ່າງກະທັນຫັນ. ເຫດການທີ່ບໍ່ໄດ້ຄາດຄິດນີ້ສາມາດເປັນເລື່ອງທີ່ເສົ້າເສຍໃຈ, ໂດຍສະເພາະສຳລັບຫລານໆຂອງພໍ່, ທີ່ໄດ້ກໍ່ໃຫ້ມີຄຳຖາມທີ່ຈະຕອບໄດ້ຍາກ. ເຖິງຢ່າງໃດກໍຕາມ, ເມື່ອພວກຂ້າພະເຈົ້າໄດ້ເຕົ້າໂຮມລູກໆຢູ່ອ້ອມ, ເມື່ອພວກຂ້າພະເຈົ້າໄດ້ອະທິຖານ ແລະ ອ່ານຖ້ອຍຄຳຂອງສາດສະດາໃນພຣະຄຳພີມໍມອນກ່ຽວກັບຈຸດປະສົງຂອງຊີວິດ, ພຣະວິນຍານບໍລິສຸດໄດ້ປອບໂຍນພວກຂ້າພະເຈົ້າແຕ່ລະຄົນເປັນສ່ວນຕົວ. ໃນວິທີທາງທີ່ຍາກຈະອະທິບາຍດ້ວຍຄຳເວົ້າ, ຄຳຕອບທີ່ພວກຂ້າພະເຈົ້າໄດ້ສະແຫວງຫາໄດ້ເຂົ້າມາສູ່ຫົວໃຈຂອງພວກຂ້າພະເຈົ້າຢ່າງແຈ້ງຊັດ. ພວກຂ້າພະເຈົ້າໄດ້ຮູ້ສຶກຄວາມສະຫງົບສຸກໃນມື້ນັ້ນ ທີ່ເກີນກວ່າຄວາມເຂົ້າໃຈຂອງພວກຂ້າພະເຈົ້າແທ້ໆ, ແຕ່ພະຍານ ຈາກພຣະວິນຍານບໍລິສຸດແມ່ນແນ່ນອນ, ປະຕິເສດບໍ່ໄດ້, ແລະ ຈິງແທ້.
ພຣະວິນຍານບໍລິສຸດເປັນຄູ ແລະ ຜູ້ເປີດເຜີຍ.13 ເມື່ອເຮົາສຶກສາ, ໄຕ່ຕອງ, ແລະ ອະທິຖານກ່ຽວກັບຄວາມຈິງຂອງພຣະກິດຕິຄຸນ, ພຣະວິນຍານບໍລິສຸດຈະເຮັດໃຫ້ຄວາມຄິດຂອງເຮົາສະຫວ່າງ ແລະ ຄວາມເຂົ້າໃຈຂອງເຮົາວ່ອງໄວ.14 ພຣະອົງຈະເຮັດໃຫ້ຄວາມຈິງຖືກບັນທຶກໄວ້ຢ່າງຖາວອນໃນຈິດວິນຍານຂອງເຮົາ ແລະ ສາມາດເຮັດໃຫ້ມີການປ່ຽນແປງອັນໃຫຍ່ຍິ່ງໃນໃຈຂອງເຮົາ. ເມື່ອພວກຂ້າພະເຈົ້າໄດ້ແບ່ງປັນຄວາມຈິງເຫລົ່ານີ້ກັບຄອບຄົວ, ກັບເພື່ອນສະມາຊິກໃນສາດສະໜາຈັກ, ແລະ ກັບໝູ່ເພື່ອນ ແລະ ເພື່ອນໃກ້ບ້ານໃນຊຸມຊົນ, ພຣະວິນຍານບໍລິສຸດກໍກາຍເປັນຄູສອນຂອງເຂົາເຈົ້າຄືກັນ, ເພາະພຣະອົງນຳຂ່າວສານຂອງພຣະກິດຕິຄຸນ “ໄປສູ່ຈິດໃຈຂອງລູກຫລານມະນຸດ.”15
ພຣະວິນຍານບໍລິສຸດດົນໃຈໃຫ້ເຮົາເອື້ອມອອກໄປຫາຄົນອື່ນໃນການຮັບໃຊ້. ສຳລັບຂ້າພະເຈົ້າ, ຕົວຢ່າງທີ່ຊົງຈຳທີ່ດີທີ່ສຸດຂອງການເຊື່ອຟັງການກະຕຸ້ນເຕືອນຂອງພຣະວິນຍານບໍລິສຸດໃນການຮັບໃຊ້ຄົນອື່ນກໍມາຈາກຊີວິດ ແລະ ການປະຕິບັດສາດສະໜາກິດຂອງປະທານທອມມັສ ແອັສ ມອນສັນ, ຜູ້ທີ່ໄດ້ກ່າວວ່າ: “ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງເຮົາ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອເຮົາປະຕິບັດຕາມການກະຕຸ້ນເຕືອນແບບງຽບໆ ແລະ ລົງມືເຮັດໂດຍບໍ່ລັງເລໃຈ, ພຣະບິດາເທິງສະຫວັນຂອງເຮົາຈະນຳພາບາດກ້າວຂອງເຮົາ ແລະ ໃຫ້ພອນຊີວິດຂອງເຮົາ ແລະ ຊີວິດຂອງຄົນອື່ນ. ຂ້າພະເຈົ້າບໍ່ຮູ້ປະສົບການອື່ນໃດທີ່ຫວານຊື່ນຫລາຍກວ່າ ຫລື ຄວາມຮູ້ສຶກທີ່ລ້ຳຄ່າ ຫລາຍກວ່າທີ່ຈະປະຕິບັດຕາມການກະຕຸ້ນເຕືອນ ແລ້ວຈະໄດ້ພົບເຫັນວ່າພຣະຜູ້ເປັນເຈົ້າໄດ້ຕອບຄຳອະທິຖານຂອງຄົນອື່ນຜ່ານທ່ານແລ້ວ.”16
ຂ້າພະເຈົ້າຂໍແບ່ງປັນປະສົບການໜຶ່ງທີ່ຫວານຊື່ນ. ຕອນປະທານມອນສັນກຳລັງໄດ້ຮັບໃຊ້ເປັນອະທິການ, ເພິ່ນໄດ້ຮຽນຮູ້ວ່າສະມາຊິກຄົນໜຶ່ງໃນຫວອດຂອງເພິ່ນ, ນາງ ແມຣີ ວອດສັນ, ໄດ້ເຂົ້າໂຮງໝໍ. ເມື່ອເພິ່ນໄດ້ໄປຢ້ຽມນາງ, ເພິ່ນໄດ້ຮຽນຮູ້ວ່ານາງໄດ້ພັກຢູ່ໃນຫ້ອງທີ່ກວ້າງໃຫຍ່ກັບຄົນໄຂ້ຄົນອື່ນຫລາຍຄົນ. ເມື່ອເພິ່ນໄດ້ເຂົ້າໄປໃກ້ຊິດສະເຕີ ວອດສັນ, ເພິ່ນໄດ້ສັງເກດເຫັນຄົນໄຂ້ຄົນໜຶ່ງທີ່ຢູ່ໃກ້ຕຽງໄດ້ເອົາຜ້າປູບ່ອນປົກຫົວຂອງນາງໄວໆ.
ຫລັງຈາກປະທານມອນສັນໄດ້ເວົ້າລົມກັບຊິດສະເຕີ ວອດສັນ ແລະ ໄດ້ໃຫ້ພອນຖານະປະໂລຫິດແກ່ນາງແລ້ວ, ເພິ່ນໄດ້ຈັບມືນາງ, ໄດ້ກ່າວອຳລາ, ແລະ ຕຽມທີ່ຈະອອກໄປ. ແລ້ວສິ່ງທີ່ລຽບງ່າຍ ແຕ່ອັດສະຈັນໃຈໄດ້ເກີດຂຶ້ນ. ຂ້າພະເຈົ້າຂໍກ່າວອ້າງອີງຄວາມຊົງຈຳຂອງປະສົບການຂອງປະທານມອນສັນເອງວ່າ:
“ຂ້າພະເຈົ້າໄປຈາກນາງບໍ່ໄດ້. ປະກົດວ່າມີມືທີ່ຫລຽວບໍ່ເຫັນ ມາວາງຢູ່ເທິງບ່າໄຫລ່ຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ຮູ້ສຶກພາຍໃນຈິດວິນຍານຂອງຂ້າພະເຈົ້າວ່າ ຂ້າພະເຈົ້າໄດ້ຍິນຖ້ອຍຄຳເຫລົ່ານີ້ວ່າ: ‘ໄປຕຽງຖັດນັ້ນ ບ່ອນທີ່ຜູ້ຍິງຕົວນ້ອຍໆໄດ້ເອົາຜ້າຫົ່ມປົກໜ້າຂອງນາງ ຕອນເຈົ້າໄດ້ເຂົ້າມາ.’ ຂ້າພະເຈົ້າໄດ້ເຮັດດັ່ງນັ້ນ. ...
“ຂ້າພະເຈົ້າໄດ້ເຂົ້າໄປໃກ້ຕຽງຂອງຄົນໄຂ້ຄົນນັ້ນ, ໄດ້ຕົບບ່າໄຫລ່ຂອງນາງຄ່ອຍໆ ແລະ ໄດ້ດຶງເອົາຜ້າປູບ່ອນທີ່ປົກໜ້າຂອງນາງອອກຢ່າງລະມັດລະວັງ. ໂອ້ນໍ! ນາງກໍໄດ້ເປັນສະມາຊິກໃນຫວອດຂອງຂ້າພະເຈົ້າຄືກັນ. ຂ້າພະເຈົ້າບໍ່ໄດ້ຮູ້ເລີຍວ່ານາງກໍໄດ້ເປັນຄົນໄຂ້ໃນໂຮງໝໍ. ຊື່ຂອງນາງຄື ແຄດຕະລີນ ມັກກີ. ເມື່ອພວກຂ້າພະເຈົ້າໄດ້ຫລຽວເບິ່ງກັນ, ນາງໄດ້ເວົ້າຂື້ນດ້ວຍນ້ຳຕາວ່າ, ‘ໂອ້, ອະທິການເອີຍ, ເມື່ອເຈົ້າໄດ້ເຂົ້າປະຕູມາ, ຂ້ອຍໄດ້ຮູ້ສຶກວ່າເຈົ້າໄດ້ມາໃຫ້ພອນຂ້ອຍ ທີ່ເປັນຄຳຕອບຂອງຄຳອະທິຖານຂອງຂ້ອຍ. ຂ້ອຍດີໃຈຫລາຍໃນໃຈ ເມື່ອຄິດວ່າເຈົ້າໄດ້ຮູ້ວ່າຂ້ອຍຢູ່ທີ່ນີ້, ແຕ່ເມື່ອເຈົ້າໄດ້ຢຸດຢູ່ທີ່ຕຽງອື່ນ, ຂ້ອຍເລີຍເສົ້າເສຍໃຈ, ແລະ ຂ້ອຍໄດ້ຮູ້ວ່າເຈົ້າບໍ່ໄດ້ມາຢ້ຽມຂ້ອຍ.’
“ຂ້າພະເຈົ້າໄດ້ບອກ [ຊິດສະເຕີ] ມັກກີ ວ່າ: ‘ມັນບໍ່ສຳຄັນທີ່ຂ້ອຍບໍ່ໄດ້ຮູ້ວ່າເຈົ້າຢູ່ນີ້. ແຕ່ມັນສຳຄັນທີ່ພຣະບິດາເທິງສະຫວັນຮູ້ ແລະ ວ່າເຈົ້າໄດ້ອະທິຖານຢ່າງງຽບໆ ເພື່ອທູນຂໍພອນຂອງຖານະປະໂລຫິດ. ເປັນພຣະອົງເອງທີ່ໄດ້ກະຕຸ້ນເຕືອນໃຫ້ຂ້ອຍມາຫາເຈົ້າ.’”17
ພຣະວິນຍານບໍລິສຸດກ່າວກັບເຮົາແນວໃດ?
ເຮົາທຸກຄົນມີປະສົບການກັບພຣະວິນຍານບໍລິສຸດ, ເຖິງແມ່ນວ່າ ເຮົາບໍ່ໄດ້ຮັບຮູ້ມັນສະເໝີກໍຕາມ. ເມື່ອຄວາມຄິດທີ່ດົນໃຈໄດ້ເຂົ້າມາສູ່ຈິດໃຈຂອງເຮົາ, ເຮົາຮູ້ວ່າມັນຈິງໂດຍຄວາມຮູ້ສຶກທາງພຣະວິນຍານ ທີ່ເຂົ້າມາສູ່ຫົວໃຈຂອງເຮົາ. ປະທານບອຍ ເຄ ແພ໊ກເກີ ໄດ້ສອນວ່າ: “ພຣະວິນຍານບໍລິສຸດກ່າວດ້ວຍ ສຸລະສຽງທີ່ທ່ານ ຮູ້ສຶກ ຫລາຍກວ່າທີ່ທ່ານໄດ້ ຍິນ. … ເມື່ອເຮົາກ່າວເຖິງ ‘ການຟັງສຽງກະຊິບຂອງພຣະວິນຍານ, ສ່ວນຫລາຍແລ້ວເຮົາຈະບັນຍາຍການກະຕຸ້ນເຕືອນທາງວິນຍານໂດຍກ່າວວ່າ, ຂ້ອຍໄດ້ມີ ຄວາມຮູ້ສຶກ ...’.”18 ຜ່ານຄວາມຮູ້ສຶກທີ່ສັກສິດເຫລົ່ານີ້ ທີ່ມາຈາກພຣະວິນຍານບໍລິສຸດ ເຮົາຈະຮູ້ສິ່ງທີ່ພຣະ ເຈົ້າປະສົງໃຫ້ເຮົາເຮັດ, ເພາະສິ່ງນີ້, ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີວ່າ, “ເປັນວິນຍານແຫ່ງການເປີດເຜີຍ.”19
ການໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດໝາຍຄວາມວ່າຫຍັງ?
ໃນການສອນທ້າວ ເບັນ, ລູກຊາຍອາຍຸຫົກປີ, ຂ້າພະເຈົ້າໄດ້ຄິດວ່າມັນສຳຄັນທີ່ຈະແບ່ງແຍກລະຫວ່າງສິ່ງທີ່ລາວໄດ້ຮູ້ສຶກ, ຊຶ່ງເປັນອິດທິພົນຂອງພຣະວິນຍານບໍລິສຸດ, ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ, ທີ່ລາວຈະໄດ້ຮັບຫລັງຈາກການບັບຕິສະມາ. ກ່ອນການບັບຕິສະມາ, ຄົນທີ່ສະແຫວງຫາຄວາມຈິງ ຜູ້ສັດຊື່ ແລະ ຈິງໃຈທຸກຄົນສາມາດຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດເປັນບາງຄັ້ງບາງຄາວ. ແຕ່ຢ່າງໃດກໍຕາມ, ໂອກາດທີ່ຈະໄດ້ຮັບຄວາມເປັນເພື່ອນສະເໝີໄປຂອງພຣະວິນຍານບໍລິສຸດ ແລະ ຄວາມສົມບູນ ຂອງພອນຕ່າງໆທີ່ກ່ຽວຂ້ອງກໍມີໄວ້ໃຫ້ພຽງແຕ່ສະມາຊິກທີ່ມີຄ່າຄວນທີ່ໄດ້ຮັບບັບຕິສະມາແລ້ວ ຜູ້ທີ່ຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ໂດຍການວາງມື ຜ່ານຜູ້ທີ່ດຳລົງສິດອຳນາດຂອງຖານະປະໂລຫິດຂອງພຣະເຈົ້າ.
ຜ່ານຂອງປະທານແຫ່ງພຣະວິນຍານບໍລິສຸດ, ເຮົາຈະໄດ້ຮັບຄວາມສາມາດ ແລະ ຂອງປະທານທາງວິນຍານເພີ່ມອີກ, ການເປີດເຜີຍ ແລະ ການປົກປ້ອງຫລາຍຂຶ້ນ, ການຊີ້ນຳ ແລະ ການນຳພາທີ່ສະໝ່ຳສະເໝີ, ແລະ ພອນແຫ່ງການຊຳລະໃຫ້ສະອາດ ແລະ ຄວາມສູງສົ່ງໃນອານາຈັກຊັ້ນສູງທີ່ຖືກສັນຍາໄວ້. ພອນທັງໝົດເຫລົ່ານີ້ຖືກປະທານໃຫ້ ເພາະເປັນຜົນຂອງຄວາມປາຖະໜາສ່ວນຕົວຂອງເຮົາທີ່ຈະໄດ້ຮັບມັນ ແລະ ມັນຈະເກີດຂຶ້ນເມື່ອເຮົາເຮັດໃຫ້ຊີວິດຂອງເຮົາສອດຄ່ອງກັບພຣະປະສົງຂອງພຣະເຈົ້າ ແລະ ສະແຫວງຫາການນຳພາທີ່ສະໝ່ຳສະເໝີຂອງພຣະອົງ.
ເມື່ອຂ້າພະເຈົ້າຄິດເຖິງປະສົບການຂອງຂ້າພະເຈົ້າກັບທ້າວ ເບັນ ໃນພຣະວິຫານບາວທີຟູນ, ຂ້າພະເຈົ້າມີຄວາມຮູ້ສຶກ ແລະ ຄວາມປະທັບໃຈທີ່ຫວານຊື່ນຫລາຍຢ່າງ. ຄວາມຊົງຈຳທີ່ແຈ່ມແຈ້ງຢ່າງໜຶ່ງຄືວ່າ ເມື່ອຂ້າພະເຈົ້າເອົາໃຈໃສ່ແຕ່ຄວາມສະຫງ່າງາມຂອງສິ່ງທີ່ຂ້າພະເຈົ້າສາມາດເຫັນໄດ້, ເດັກນ້ອຍຄົນໜຶ່ງໃກ້ຂ້າງຂອງຂ້າພະເຈົ້າໄດ້ຮັບຮູ້ຄວາມຮູ້ສຶກທີ່ມີພະລັງໃນໃຈຂອງລາວ. ດ້ວຍຄວາມຕັກເຕືອນທີ່ອ່ອນນ້ອມ, ຂ້າພະເຈົ້າຖືກເຊື້ອເຊີນ ບໍ່ພຽງແຕ່ໃຫ້ຢຸດ ແລະ ຄຸເຂົ່າລົງ ແຕ່ໃຫ້ເຮັດຕາມການເອີ້ນຂອງພຣະຜູ້ຊ່ອຍໃຫ້ລອດ ໃຫ້ກາຍເປັນເໝືອນດັ່ງເດັກນ້ອຍ-ຖ່ອມຕົນ, ອ່ອນນ້ອມ, ແລະ ພ້ອມທີ່ຈະໄດ້ຍິນສຸລະສຽງອັນແຜ່ວເບົາຂອງພຣະວິນຍານ.
ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງທີ່ດຳລົງຢູ່ ແລະ ພາລະກິດແຫ່ງສະຫວັນຂອງພຣະວິນຍານບໍລິສຸດ ແລະວ່າຜ່ານອຳນາດຂອງພຣະວິນຍານບໍລິສຸດ ເຮົາຈະຮູ້ຄວາມຈິງຂອງທຸກເລື່ອງ. ຂ້າພະເຈົ້າເປັນພະຍານວ່າ ຂອງປະທານແຫ່ງພຣະວິນຍານບໍລິສຸດເປັນຂອງປະທານອັນລ້ຳຄ່າ ແລະ ທີ່ບໍ່ອາດຈະກ່າວເຖິງໄດ້ຂອງພຣະບິດາເທິງສະຫວັນ ທີ່ມີໃຫ້ທຸກໆຄົນຜູ້ທີ່ຈະເຂົ້າມາສູ່ພຣະບຸດຂອງພຣະອົງ, ຮັບບັບຕິສະມາໃນພຣະນາມຂອງພຣະອົງ, ແລະ ຮັບເອົາພຣະວິນຍານບໍລິສຸດຜ່ານການຢືນຢັນໃນສາດສະໜາຈັກຂອງພຣະອົງ. ເຖິງຄວາມຈິງເຫລົ່ານີ້ ຂ້າພະເຈົ້າເປັນພະຍານສ່ວນຕົວ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.