ການກາຍເປັນບິດາມານດາຜູ້ປະເສີດ
ມີຫລາຍວິທີທາງທີ່ບິດາມານດາຜູ້ປະເສີດສາມາດໄດ້ຮັບການຊ່ອຍເຫລືອ ແລະ ການສະໜັບສະໜູນ ທີ່ເຂົາເຈົ້າຕ້ອງການທີ່ຈະສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ລູກໆຂອງເຂົາເຈົ້າ.
ຂ້າພະເຈົ້າໄດ້ບັນລຸເຖິງຈຸດທີ່ສຳຄັນເມື່ອລະດູຮ້ອນນີ້—ຂ້າພະເຈົ້າໄດ້ສະຫລອງວັນເກີດຄົບຮອບ 90 ປີ. ເມື່ອເຮົາໄປເຖິງຈຸດສຳຄັນໃນຊີວິດ, ມັນຈະມີຜົນປະໂຫຍດ ແລະ ເປັນບົດຮຽນທີ່ຈະສະທ້ອນຄິດເຖິງເຫດການ ແລະ ປະສົບການໃນອາດີດ. ທ່ານຜູ້ໜຸ່ມນ້ອຍທີ່ກຳລັງຮັບຟັງ ຫລື ອ່ານຂ່າວສານນີ້ຢູ່ ອາດບໍ່ປະທັບໃຈຫລາຍທີ່ຄົນຄົນໜຶ່ງມີອາຍຸ 90 ປີ, ແຕ່ຕອນຂ້າພະເຈົ້າເກີດ, ການມີຊີວິດໝັ້ນຍືນຂະໜາດນີ້ຖືກຖືວ່າເປັນຄວາມສຳເລັດທີ່ຍິ່ງໃຫຍ່ແທ້. ທຸກໆມື້ ຂ້າພະເຈົ້າມີຄວາມກະຕັນຍູຕໍ່ພຣະບິດາເທິງສະຫວັນ ທີ່ອວຍພອນໃຫ້ຂ້າພະເຈົ້າມີຊີວິດທີ່ໝັ້ນຍືນ.
ຫລາຍສິ່ງຫລາຍຢ່າງໄດ້ປ່ຽນໄປ ໃນລະຫວ່າງຊີວິດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ເຫັນການພັັດທະນາຈາກສັງຄົມກະສິກຳ ມາສູ່ອຸດສາຫະກຳ ແລະ ຍຸກສະໄໝທີ່ເຂົ້າເຖິງຂໍ້ມູນໄດ້ຢ່າງທັນທີ ແລະ ສົ່ງຂໍ້ມູນນັ້ນໄດ້ຢ່າງງ່າຍດາຍ. ການຜະລິດລົດຍົນທີ່ຫລວງຫລາຍ, ໂທລະສັບ, ແລະ ເຄື່ອງບິນໄດ້ເປັນການປ່ຽນແປງທີ່ຍິ່ງໃຫຍ່ ທີ່ຖືກສ້າງສັນຂຶ້ນມາຕອນ ຂ້າພະເຈົ້າເກີດ. ໃນວັນເວລານີ້ ວິທີທີ່ເຮົາພົບເຫັນ, ແບ່ງປັນ, ແລະ ໃຊ້ຂໍ້ມູນກໍປ່ຽນແປງໄປເກືອບທຸກໆມື້. ໃນໄວຂອງຂ້າພະເຈົ້າ ຂ້າພະເຈົ້າປະຫລາດໃຈນຳໂລກທີ່ເຮົາອາໄສຢູ່ ທີ່ປ່ຽນແປງໄປຢ່າງວ່ອງໄວ. ການປະດິດຄິດສ້າງຂອງວັນເວລານີ້ ເຮັດໃຫ້ຈິນຕະນາການຕື່ນເຕັ້ນ ດ້ວຍຄວາມສາມາດຂອງມັນທີ່ຈະເຮັດໃຫ້ຊີວິດຂອງເຮົາດີຂຶ້ນ.
ຜ່ານການປ່ຽນແປງຢ່າງວ່ອງໄວ ທີ່ກຳລັງເກີດຂຶ້ນຢູ່ອ້ອມຂ້າງເຮົາ, ເຮົາອະທິຖານ ແລະ ເຮັດວຽກຢ່າງພາກພຽນ ເພື່ອໃຫ້ແນ່ໃຈວ່າ ຫລັກທຳຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດນັ້ນຈະທົນທານ. ດຽວນີ້ ບາງສິ່ງກໍຕົກຢູ່ໃນຂັ້ນອັນຕະລາຍທີ່ຈະສູນເສຍໄປ. ທຳອິດໃນລາຍການຂອງຫລັກທຳເຫລົ່ານີ້, ແລະ ເປົ້າໝາຍສຳຄັນຂອງຜູ້ກົງກັນຂ້າມ, ຄື ຄວາມສັກສິດຂອງການແຕ່ງງານ ແລະ ຄວາມສຳຄັນຂອງຄອບຄົວ. ສິ່ງເຫລົ່ານີ້ເປັນຫລັກໝັ້ນ ແລະ ຈຸດທີ່ປອດໄພຂອງບ້ານເຮືອນ ບ່ອນທີ່ເດັກນ້ອຍທີ່ຮັກຂອງພຣະບິດາເທິງສະຫວັນແຕ່ລະຄົນສາມາດເປັນອິດທິພົນສຳລັບຄວາມດີງາມ ແລະ ໄດ້ຮັບຄຸນຄ່ານິລັນດອນອື່ນໆຂອງພວກເຂົາ.
ຄອບຄົວຂອງຂ້າພະເຈົ້າເອງ, ໃນການລໍຄອຍທີ່ຈະສະຫລອງວັນເກີດຄົບຮອບ 90 ປີຂອງຂ້າພະເຈົ້າ, ໄດ້ເລີ່ມຊ່ອຍໃຫ້ຂ້າພະເຈົ້າຈົດຈຳ ແລະ ຮູ້ບຸນຄຸນຂອງປະສົບການຕ່າງໆໃນຊີວິດອັນໝັ້ນຍືນຂອງຂ້າພະເຈົ້າ. ຍົກຕົວຢ່າງ, ຫລານສາວໄດ້ທ້ອນໂຮມ ແລະ ແບ່ງປັນກັບຂ້າພະເຈົ້າ ຈົດໝາຍຫລາຍສະບັບ ທີ່ຂ້າພະເຈົ້າໄດ້ຂຽນຫາພໍ່ແມ່ຂອງຂ້າພະເຈົ້າເມື່ອ 70 ກ່ອນ ຕອນຂ້າພະເຈົ້າເປັນທະຫານເຮືອ ປະຈຳການຢູ່ເກາະ ເຊປານ ໃນເຂດປາຊີຟິກ ໃນໄລຍະສົງຄາມໂລກຄັ້ງທີສອງ.
ຂ້າພະເຈົ້າໄດ້ສົນໃຈກັບຈົດໝາຍສະບັບໜຶ່ງໃນຈຳນວນຈົດໝາຍເຫລົ່ານັ້ນ. ມັນເປັນຈົດໝາຍທີ່ຂ້າພະເຈົ້າໄດ້ຂຽນຫາແມ່ຂອງຂ້າພະເຈົ້າ ເພື່ອໃຫ້ເພິ່ນເປີດ ແລະ ອ່ານໃນວັນຂອງແມ່ຂອງປີ 1945. ຂ້າພະເຈົ້າຢາກຈະແບ່ງປັນບາງສ່ວນກັບທ່ານ ເພື່ອຫວັງວ່າທ່ານຈະໄດ້ເຫັນວ່າເປັນຫຍັງ ຂ້າພະເຈົ້າຈຶ່ງຮູ້ສຶກບຸນຄຸນຕໍ່ພໍ່ ແລະ ແມ່ທີ່ຮັກຂອງຂ້າພະເຈົ້າ ສຳລັບບົດຮຽນທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກການສິດສອນຂອງພວກເພິ່ນໃນບ້ານ. ພໍ່ແມ່ຂອງຂ້າພະເຈົ້າເປັນຕົວຢ່າງທີ່ດີທີ່ສຸດ ທີ່ຂ້າພະເຈົ້າຈື່ຈຳໄດ້ ຂອງການເປັນບິດາມານດາຜູ້ປະເສີດ ຜູ້ທີ່ໄດ້ຈັດໃຫ້ການແຕ່ງງານ ແລະ ການລ້ຽງດູລູກໆໃນທາງທີ່ຖືກຕ້ອງ ໃຫ້ເປັນລະດັບຄວາມສຳຄັນທີ່ສູງສຸດຂອງພວກເພິ່ນ.
ຈົດໝາຍວັນແມ່ຂອງປີ 1945 ໄດ້ເລີ່ມຕົ້ນວ່າ:
“ແມ່ທີ່ຮັກແພງ,
“ຕະຫລອດສີ່ປີທີ່ຜ່ານມາ ລູກໄດ້ມີໂຊກຮ້າຍທີ່ໄດ້ຢູ່ໄກຈາກແມ່ໃນວັນແມ່. ແຕ່ລະປີ ລູກຢາກຢູ່ກັບແມ່ ແລະ ບອກແມ່ວ່າລູກຮັກແມ່ຫລາຍຂະໜາດໃດ ແລະ ວ່າລູກຄິດເຖິງແມ່ຫລາຍພຽງໃດ, ແຕ່ເມື່ອມັນເປັນໄປບໍ່ໄດ້, ລູກຈະຕ້ອງເຮັດສິ່ງທີ່ດີທີ່ສຸດທີ່ລູກເຮັດໄດ້ ແລະ ສົ່ງຄວາມຄິດເຖິງຂອງລູກຜ່ານທາງໄປສະນີ.
“ປີນີ້ ຫລາຍກວ່າປີອື່ນໆ ລູກໄດ້ຮຽນຮູ້ວ່າການມີແມ່ຜູ້ປະເສີດໄດ້ອວຍພອນລູກ. ກ່ອນອື່ນໝົດ, ລູກຄິດເຖິງສິ່ງເລັກໆນ້ອຍໆທີ່ແມ່ເຄີຍໄດ້ເຮັດໃຫ້ລູກ. ເມື່ອໃດກໍຕາມທີ່ລູກຈາກບ່ອນນອນໃນຕອນເຊົ້າ, ລູກບໍ່ຈຳເປັນຕ້ອງເປັນຫ່ວງວ່າຈະມີເສື້ອ ແລະ ຖົງເທົ້າສະອາດໃສ່ຫລືບໍ່. ສິ່ງດຽວທີ່ລູກຕ້ອງເຮັດຄື ເປີດລີ້ນຊັກ, ແລະ ລູກຈະພົບເຫັນມັນ. ໃນເວລາກິນເຂົ້າ ລູກໄດ້ຮູ້ຢູ່ສະເໝີວ່າລູກຈະພົບເຫັນບາງສິ່ງທີ່ລູກມັກກິນ ທີ່ຖືກຕຽມໄວ້ໃຫ້ ໃນທາງທີ່ດີທີ່ສຸດທີ່ເປັນໄປໄດ້. ຕອນກາງຄືນ ລູກຮູ້ສະເໝີວ່າລູກຈະເຫັນຜ້າປູບ່ອນທີ່ສະອາດຢູ່ເທິງຕຽງ ແລະ ມີຜ້າຫົ່ມທີ່ອຸ່ນພໍດີ ທີ່ຈະຊ່ອຍໃຫ້ລູກນອນຫລັບສະບາຍ. ການອາໄສຢູ່ທີ່ບ້ານໄດ້ເປັນສິ່ງທີ່ໃຫ້ຄວາມເພິ່ງພໍໃຈຫລາຍ.”
ເມື່ອຂ້າພະເຈົ້າໄດ້ອ່ານສອງວັກທຳອິດໃນຈົດໝາຍນັ້ນ, ຂ້າພະເຈົ້າຕົກໃຈທີ່ຈົດໝາຍຟັງຄືວ່າ ມີຄວາມຮູ້ສຶກເລິກຊຶ້ງຫລາຍ. ບາງທີການທີ່ໄດ້ຢູ່ໃນຜ້າເຕັ້ນ ແລະ ນອນຢູ່ໃນມຸ້ງເທິງຕຽງນອນໃນປ່າໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງບ້ານທີ່ພິເສດຂອງຂ້າພະເຈົ້າ.
ຈົດໝາຍເຖິງແມ່ຂອງຂ້າພະເຈົ້າໄດ້ກ່າວຕໍ່ໄປວ່າ:
“ແຕ່ເລິກຊຶ້ງກວ່ານັ້ນຄືຄວາມຮູ້ສຶກທີ່ມີຕໍ່ແມ່ ເພາະຍ້ອນຕົວຢ່າງທີ່ແມ່ໄດ້ສະແດງໃຫ້ລູກເຫັນ. ຊີວິດຖືກເຮັດໃຫ້ເປັນສິ່ງທີ່ປິຕິຍິນດີສຳລັບພວກລູກ ໃນຖານະຄອບຄົວຈົນວ່າພວກລູກຢາກເຮັດຕາມຕົວຢ່າງຂອງງແມ່, ເພື່ອຈະມີປະສົບການຂອງຄວາມສຸກ ທີ່ໄດ້ເປັນຂອງພວກລູກໃນຕອນພວກລູກຍັງນ້ອຍຕໍ່ໄປ. ແມ່ໄດ້ຫາເວລາພາຄອບຄົວໄປທ່ຽວທີ່ຫ່ອມພູ, ແລະ ພວກລູກສາມາດໄວ້ວາງໃຈແມ່ໄດ້ ທີ່ຈະເຮັດຫຍັງກໍຕາມນັບ ຈາກການປີນພູ ເຖິງການຫລິ້ນບານກັບພວກລູກ. ແມ່ ແລະ ພໍ່ບໍ່ເຄີຍໄປທ່ຽວພັກຜ່ອນຕາມລຳພັງຈັກເທື່ອ. ຄອບຄົວໄດ້ໄປນຳພໍ່ແມ່ທຸກເທື່ອ. ບັດນີ້ເມື່ອລູກຢູ່ໄກຈາກບ້ານ ລູກມັກຈະກ່າວເຖິງຊີວິດຂອງລູກຕອນຢູ່ບ້ານສະເໝີ ເພາະມັນໃຫ້ຄວາມສຸກແກ່ລູກຫລາຍ. ບັດນີ້ ລູກຈະຫັນໜີໄປຈາກຄຳສອນຂອງແມ່ບໍ່ໄດ້ ເພາະວ່າການກະທຳຂອງລູກຈະເຮັດໃຫ້ຄົນອື່ນວ່າແມ່ບໍ່ໄດ້ລ້ຽງດູລູກເປັນຢ່າງດີ. ຊີວິດເປັນການທ້າທາຍຫລາຍສຳລັບລູກ ທີ່ຈະໄດ້ມີຄ່າຄວນພໍທີ່ຈະຖືກເອີ້ນວ່າເປັຍລູກຊາຍຂອງນາງໂນຣາ ສອນ ແພຣີ. ລູກພາກພູມໃຈຫລາຍກັບນາມມະຍົດນີ້, ແລະ ລູກຫວັງວ່າລູກຈະມີຄ່າຄວນໃນການເປັນລູກຊາຍຂອງແມ່ຕະຫລອດໄປ.
“ລູກຫວັງວ່າປີໜ້າລູກຈະໄດ້ຢູ່ນຳແມ່ ເພື່ອສະແດງໃຫ້ແມ່ເຫັນຄວາມສຸກທີ່ລູກໄດ້ຕຽມຈະສະແດງໃຫ້ແມ່ເຫັນໃນວັນແມ່ຕະຫລອດສີ່ປີທີ່ຜ່ານມາ.
“ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນແມ່ ສຳລັບທຸກສິ່ງທີ່ປະເສີດ ທີ່ແມ່ໄດ້ເຮັດເພື່ອໂລກທີ່ວຸ້ນວາຍນີ້.
“ດ້ວຍຄວາມຮັກຂອງລູກ, ທອມ”1
ເມື່ອຂ້າພະເຈົ້າໄດ້ອ່ານຈົດໝາຍຂອງຂ້າພະເຈົ້າອີກ, ຂ້າພະເຈົ້າໄດ້ຄິດກ່ຽວກັບວັດທະນະທຳຂອງຄອບຄົວ, ຫວອດ, ສະເຕກ, ແລະ ຊຸມຊົນໃນບ່ອນທີ່ຂ້າພະເຈົ້າຖືກລ້ຽງດູມາ.
ວັດທະນະທຳ ຄືວິທີທາງຂອງຊີວິດຂອງຜູ້ຄົນ. ພຣະກິດຕິຄຸນກໍມີວັດທະນະທຳຄືກັນ, ເປັນຫລັກທຳ ແລະ ການຄາດໝາຍ ແລະ ການປະຕິບັດການທີ່ເປັນທີ່ຮັບຮູ້ກັນໄປທົ່ວ ຕໍ່ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ວັດທະນະທຳຂອງພຣະກິດຕິຄຸນ, ຫລືວ່າ ວິທີທາງຂອງຊີວິດ, ກໍມາຈາກແຜນແຫ່ງຄວາມລອດ, ຈາກພຣະບັນຍັດຂອງພຣະເຈົ້າ, ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່. ມັນຖືກສະແດງໃຫ້ເຫັນໃນວິທີທີ່ເຮົາລ້ຽງດູຄອບຄົວ ແລະ ດຳລົງຊີວິດເປັນສ່ວນບຸກຄົນຂອງເຮົາ.
ຄຳສອນທຳອິດຕໍ່ອາດາມສຳລັບໜ້າທີ່ຮັບຜິດຊອບມະຕະຂອງເພິ່ນຖືກພົບເຫັນຢູ່ໃນ ປະຖົມມະການ 2:24 ວ່າ: “ດ້ວຍເຫດນີ້, ຜູ້ຊາຍຈຶ່ງຈາກພໍ່ແມ່, ແລະ ໄປຕິດພັນຢູ່ກັບເມຍຂອງຕົນ: ແລະ ເຂົາທັງສອງກໍກາຍເປັນໜຶ່ງ.”
ການຢູ່ຮ່ວມກັນຂອງຊາຍ ແລະ ຍິງ ທີ່ໃຫ້ແຕ່ງງານກັນຢ່າງຖືກຕ້ອງຕາມກົດໝາຍ ບໍ່ພຽງແຕ່ເປັນການຕຽມພ້ອມສຳລັບຄົນໃນລຸ້ນຕໍ່ໄປ ທີ່ຈະໄດ້ຮັບແຜ່ນດິນໂລກເປັນມູນມໍລະດົກເທົ່ານັ້ນ, ແຕ່ສິ່ງນີ້ຈະນຳຄວາມສຸກ ແລະ ຄວາມເພິ່ງພໍໃຈທີ່ຍິ່ງໃຫຍ່ ທີ່ສາມາດພົບເຫັນໄດ້ໃນປະສົບການມະຕະນີ້ມາໃຫ້ນຳອີກ. ນີ້ກໍຈິງ ເປັນພິເສດ ເມື່ອອຳນາດແຫ່ງຖານະປະໂລຫິດປະກາດໃຫ້ການແຕ່ງງານນັ້ນເປັນໄປສຳລັບເວລາ ແລະ ສຳລັບຊົ່ວນິລັນດອນ. ລູກໆທີ່ເກີດມາພາຍໃຕ້ການແຕ່ງງານດັ່ງກ່າວຈະມີຄວາມປອບໄພທີ່ຫາບໍ່ພົບໃນບ່ອນອື່ນ.
ບົດຮຽນທີ່ຖືກສອນຢູ່ໃນບ້ານໂດຍບິດາມານດາຜູ້ປະເສີດແຮ່ງສຳຄັນໃນໂລກຂອງເຮົາໃນວັນເວລານີ້, ບ່ອນທີ່ອິດທິພົນຂອງຜູ້ກົງກັນຂ້າມນັ້ນມີຢູ່ທົ່ວໄປ. ຕາມທີ່ເຮົາຮູ້, ມານກຳລັງພະຍາຍາມຈ່ອງດຶງ ແລະ ທຳລາຍພື້ນຖານຂອງສັງຄົມ—ທີ່ເປັນຄອບຄົວ. ໃນວິທີທາງທີ່ສະຫລາດ ແລະ ປອມຕົວຢ່າງລະມັດລະວັງ, ມັນກຳລັງໂຈມຕີຄຳໝັ້ນສັນຍາທີ່ມີຕໍ່ຊີວິດຂອງຄອບຄົວຕະຫລອດທົ່ວໂລກ ແລະ ວັດທະນະທຳ ແລະ ພັນທະສັນຍາຂອງໄພ່ພົນຍຸກສຸດທ້າຍທີ່ຊື່ສັດ. ພໍ່ແມ່ຕ້ອງຕັດສິນໃຈວ່າການສັ່ງສອນຢູ່ໃນບ້ານເປັນໜ້າທີ່ຮັບຜິດຊອບທີ່ສັກສິດ ແລະ ສຳຄັນຫລາຍທີ່ສຸດ. ໃນຂະນະທີ່ສະຖາບັນອື່ນໆ, ດັ່ງເຊັ່ນໂບດ ແລະ ໂຮງຮຽນສາມາດຊ່ອຍພໍ່ແມ່ໃຫ້ “ສັ່ງສອນລູກໃຫ້ຮູ້ທາງດຳເນີນຊີວິດ” (ສຸພາສິດ 22:6), ແຕ່ໃນທີ່ສຸດແລ້ວ ໜ້າທີ່ຮັບຜິດຊອບນີ້ກໍເປັນຂອງພໍ່ແມ່ນັ້ນເອງ. ຕາມແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່, ບິດາມານດາຜູ້ປະເສີດ ໄດ້ຮັບການໄວ້ວາງໃຈໃຫ້ຮັບຜິດຊອບຕໍ່ການດູແລ ແລະ ການພັດທະນາຂອງລູກໆຂອງພຣະບິດາເທິງສະຫວັນ.
ໃນໜ້າທີ່ຮັບຜິດຊອບອັນສຳຄັນຂອງເຮົາ ໃນການເປັນພໍ່ແມ່, ມີຫລາຍວິທີທາງທີ່ບິດາມານດາຜູ້ປະເສີດສາມາດໄດ້ຮັບການຊ່ອຍເຫລືອ ແລະ ການສະໜັບສະໜູນ ທີ່ເຂົາເຈົ້າຕ້ອງການທີ່ຈະສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ລູກຂອງເຂົາເຈົ້າ. ຂ້າພະເຈົ້າຂໍແນະນຳຫ້າຂໍ້ທີ່ພໍ່ແມ່ສາມາດເຮັດໄດ້ ເພື່ອສ້າງສາໃຫ້ວັດທະນະທຳຂອງຄອບຄົວເຂັ້ມແຂງຂຶ້ນ:
ໜຶ່ງ, ພໍ່ແມ່ສາມາດອະທິຖານດ້ວຍຄວາມຕັ້ງໃຈ, ທູນຂໍພຣະບິດານິລັນດອນຂອງເຮົາໃຫ້ຊ່ອຍເຂົາເຈົ້າຮັກ, ເຂົ້າໃຈ, ແລະ ນຳພາລູກໆທີ່ພຣະອົງໄດ້ສົ່ງມາໃຫ້ເຂົາເຈົ້າ.
ສອງ, ເຂົາເຈົ້າສາມາດມີການອະທິຖານເປັນຄອບຄົວ, ສຶກສາພຣະຄຳພີ, ແລະ ມີການສັງສັນໃນຄອບຄົວ ແລະ ກິນເຂົ້ານຳກັນເລື້ອຍໆເທົ່າທີ່ເປັນໄປໄດ້, ເຮັດໃຫ້ອາຫານຄ່ຳເປັນເວລາຂອງການສື່ສານກັນ ແລະ ການສັ່ງສອນຫລັກທຳຕ່າງໆ.
ສາມ, ພໍ່ແມ່ສາມາດໄດ້ຮັບຜົນປະໂຫຍດຈາກແຫລ່ງຊ່ອຍເຫລືອໃນສາດສະໜາຈັກ, ສື່ສານກັບຄູປະຖົມໄວຂອງລູກໆ, ຜູ້ນຳຂອງຊາວໜຸ່ມ, ແລະ ຝ່າຍປະທານຫ້ອງຮຽນ ແລະ ກຸ່ມໂຄຣຳ. ໂດຍການສື່ສານກັບຜູ້ທີ່ຖືກເອີ້ນ ແລະ ຖືກແຕ່ງຕັ້ງໃຫ້ເຮັດວຽກກັບລູກໆຂອງເຂົາເຈົ້າ, ພໍ່ແມ່ສາມາດໃຫ້ຄວາມເຂົ້າໃຈສຳຄັນກ່ຽວກັບຄວາມຕ້ອງການພິເສດ ແລະ ໂດຍສະເພາະຂອງເດັກ.
ສີ່, ພໍ່ແມ່ສາມາດແບ່ງປັນປະຈັກພະຍານຂອງເຂົາເຈົ້າເລື້ອຍໆ ກັບລູກໆຂອງເຂົາເຈົ້າ, ຜູກມັດພວກເຂົາໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ໃຫ້ສັນຍາກັບພວກເຂົາເຖິງພອນຕ່າງໆ ທີ່ພຣະບິດາເທິງສະຫວັນສັນຍາຕໍ່ລູກໆຜູ້ຊື່ສັດຂອງພຣະອົງ.
ຫ້າ, ເຮົາສາມາດຈັດລະບຽບຄອບຄົວຂອງເຮົາ ອີງຕາມກົດໝາຍ ແລະ ການຄາດຫວັງທີ່ແຈ່ມແຈ້ງ ແລະ ລຽບງ່າຍຂອງຄອບຄົວ, ປະເພນີ ແລະ ຮິດຄອງຂອງຄອບຄົວທີ່ເປັນປະໂຫຍດ, ແລະ “ເສດຖະກິດຂອງຄອບຄົວ,” ບ່ອນທີ່ລູກໆມີໜ້າທີ່ຮັບຜິດຊອບໃນບ້ານເຮືອນ ແລະ ສາມາດໄດ້ຮັບຄ່າຈ້າງເລັກນ້ອຍ ເພື່ອວ່າພວກເຂົາຈະສາມາດຮຽນຮູ້ທີ່ຈະງົບປະມານ, ທ້ອນເງິນ, ແລະ ຈ່າຍສ່ວນສິບຈາກເງິນທີ່ພວກເຂົາຫາມາໄດ້.
ຂໍ້ແນະນຳສຳລັບການສ້າງສາ ໃຫ້ວັດທະນະທຳຂອງຄອບຄົວ ເຂັ້ມແຂງຂຶ້ນເຫລົ່ານີ້ແມ່ນສອດຄ່ອງກັບວັດທະນະທຳຂອງສາດສະໜາຈັກ. ວັດທະນະທຳຂອງຄອບຄົວທີ່ຖືກເສີມສ້າງໃຫ້ເຂັ້ມແຂງຈະເປັນການປົກປ້ອງສຳລັບລູກໆຂອງເຮົາ ຈາກ “ລູກສອນໄຟຂອງຄູ່ຕໍ່ສູ້” (1 ນີໄຟ 15:24) ທີ່ຕິດຢູ່ໃນວັັດທະນະທຳ ຂອງເພື່ອນໆຂອງພວກເຂົາ, ໃນການບັນເທິງ ແລະ ວັດທະນະທຳຂອງດາລາ, ວັດທະນະທຳທາງຊື່ສຽງ ແລະ ການອ້າງສິດ, ແລະ ອິນເຕີແນັດ ແລະ ສື່ສານມວນຊົນ ທີ່ພວກເຂົາປະເຊີນໜ້າຢູ່ຕະຫລອດເວລາ. ວັດທະນະທຳທີ່ເຂັ້ມແຂງຂອງຄອບຄົວຈະຊ່ອຍໃຫ້ລູກໆຂອງເຮົາ “ຢູ່ໃນໂລກ” ແລະ ບໍ່ກາຍເປັນ “ຂອງໂລກ” (ໂຢຮັນ 15:19).
ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ສອນວ່າ: “ມັນເປັນໜ້າທີ່ຂອງພໍ່ແມ່ທີ່ຈະສັ່ງສອນຫລັກທຳທີ່ຊ່ອຍໃຫ້ລອດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ແກ່ລູກໆຂອງເຂົາເຈົ້າ, ເພື່ອວ່າພວກເຂົາຈະຮູ້ວ່າເປັນຫຍັງພວກເຂົາຈຶ່ງຕ້ອງຮັບບັບຕິສະມາ ແລະ ວ່າພວກເຂົາຈະມີຄວາມປາດຖະໜາໃນຫົວໃຈທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າຕໍ່ໄປຫລັງຈາກພວກເຂົາໄດ້ຮັບບັບຕິສະມາແລ້ວ, ເພື່ອພວກເຂົາຈະໄດ້ກັບຄືນໄປສູ່ ທີ່ປະທັບຂອງພຣະອົງ. ອ້າຍເອື້ອຍນ້ອງທີ່ດີຂອງຂ້າພະເຈົ້າ, ພວກທ່ານຢາກໃຫ້ຄອບຄົວຂອງທ່ານ, ລູກໆຂອງທ່ານ, ພວກທ່ານຢາກຖືກຜະນຶກເຂົ້າກັບພໍ່ ແລະ ແມ່ຂອງທ່ານບໍ ... ? ຖ້າດັ່ງນັ້ນ, ແລ້ວທ່ານຕ້ອງເລີ່ມຕົ້ນ ໂດຍການສັ່ງສອນລູກໆຕັ້ງແຕ່ຢູ່ໃນອູ່. ທ່ານຕ້ອງສັ່ງສອນໂດຍການເປັນຕົວຢ່າງ ພ້ອມທັງຄຳສັ່ງສອນ.”2
ການປະກາດຕໍ່ຄອບຄົວກ່າວວ່າ:
“ສາມີ ແລະ ພັນລະຍາມີໜ້າທີ່ຮັບຜິດຊອບທີ່ຈະຮັກແພງເອົາກັນແລະກັນ ແລະ ຮັກແພງລູກຂອງຕົນ. ‘ເດັກນ້ອຍຄື ພຣະພອນອັນແທ້ຈິງມາຈາກພຣະເຈົ້າ’ (ເພງສັນລະເສີນ 127:3). ພໍ່ແມ່ມີໜ້າທີ່ອັນສັກສິດທີ່ຈະລ້ຽງດູລູກໆຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ, ທີ່ຈະຈັດຫາສິ່ງຈຳເປັນທາງກາຍ ແລະ ທາງວິນຍານໃຫ້ເຂົາເຈົ້າ, ທີ່ຈະສອນເຂົາເຈົ້າໃຫ້ຮັກ ແລະ ຮັບໃຊ້ຊຶ່ງກັນແລະກັນ, ທີ່ຈະເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ເຊື່ອຟັງກົດໝາຍຂອງບ້ານເມືອງໃນບ່ອນທີ່ເຂົາເຈົ້າອາໄສຢູ່. …
“… ໃນແຜນຂອງພຣະຜູ້ເປັນເຈົ້ານັ້ນແມ່ນວ່າ ພໍ່ຈະເປັນຜູ້ນຳພາຄອບຄົວດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ ແລະ ມີໜ້າທີ່ຮັບຜິດຊອບທີ່ຈະຈັດຫາສິ່ງຈຳເປັນຕ່າງໆ ແລະ ປົກປັກຮັກສາຄອບຄົວຂອງຕົນ. ຜູ້ເປັນແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະລ້ຽງດູລູກເຕົ້າ. ໃນໜ້າທີ່ຮັບຜິດຊອບອັນສັກສິດນີ້, ພໍ່ແມ່ ຕ້ອງໄດ້ຊ່ອຍກັນແລະກັນ ແລະ ເປັນຫຸ້ນສ່ວນທີ່ເທົ່າທຽມກັນ.”3
ຂ້າພະເຈົ້າເຊື່ອວ່າ ມັນເປັນແຜນຂອງພຣະເຈົ້າທີ່ບົດບາດຂອງການເປັນແມ່ເນັ້ນໜັກເຖິງການລ້ຽງດູ ແລະ ການສັ່ງສອນຄົນລຸ້ນຕໍ່ໄປ. ແຕ່ມັນກໍເປັນເລື່ອງປະເສີດທີ່ຈະເຫັນສາມີ ແລະ ພັນລະຍາໄດ້ເຮັດວຽກຮ່ວມກັນເປັນຫຸ້ນສ່ວນ ບ່ອນທີ່ເຂົາເຈົ້າລວມອິດທິພົນເຂົ້ານຳກັນ ແລະ ສື່ສານຢ່າງມີປະສິດທິພາບ ທັງກ່ຽວກັບລູກໆ ແລະ ຕໍ່ລູກໆຂອງເຂົາເຈົ້າ.
ການໂຈມຕີຢ່າງຮ້າຍແຮງຂອງຄວາມຊົ່ວຮ້າຍທີ່ມີຕໍ່ລູກໆຂອງເຮົາແມ່ນເຫັນໄດ້ຍາກ ແລະ ອົງອາດຫລາຍກວ່າແຕ່ເຄີຍເປັນມາ. ການສ້າງສາວັດທະນະທຳຂອງຄອບຄົວທີ່ເຂັ້ມແຂງຈະເພີ່ມການປ້ອງກັນອີກຊັ້ນໜຶ່ງໃຫ້ແກ່ລູກໆຂອງເຮົາ, ປົກປ້ອງພວກເຂົາຈາກອິດທິພົນຂອງໂລກ.
ຂໍພຣະເຈົ້າຈົ່ງອວຍພອນທ່ານ ມານດາ ແລະ ບິດາຜູ້ປະເສີດໃນສີໂອນ. ພຣະອົງໄດ້ຝາກຝັງລູກໆນິລັນດອນຂອງພຣະອົງໄວ້ໃນການດູແລຂອງທ່ານ. ໃນຖານະທີ່ເປັນພໍ່ແມ່ ເຮົາເປັນຫຸ້ນສ່ວນ, ແມ່ນແຕ່ກັບພຣະເຈົ້າ, ໃນການນຳວຽກງານ ແລະ ລັດສະໝີພາບຂອງພຣະອົງມາໃຫ້ລູກໆຂອງພຣະອົງ. ມັນເປັນໜ້າທີ່ອັນສັກສິດຂອງເຮົາທີ່ຈະເຮັດໃຫ້ດີທີ່ສຸດ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ໃນພຣະນາມຂອງ ພຣະເຢຊູຄຣິດ, ອາແມນ.