ເຫັນຄົນອື່ນດັ່ງທີ່ເຂົາເຈົ້າຈະກາຍເປັນ
ເຮົາຕ້ອງພັດທະນາຄວາມສາມາດທີ່ຈະເຫັນຜູ້ຊາຍ ບໍ່ແມ່ນດັ່ງທີ່ເຂົາເຈົ້າເປັນຢູ່ໃນຕອນນີ້ ແຕ່ດັ່ງທີ່ເຂົາເຈົ້າຈະເປັນຄົນແບບໃດ.
ອ້າຍນ້ອງທີ່ຮັກແພງ, ສອງເທື່ອຕໍ່ປີສູນກາງປະຊຸມໃຫຍ່ນີ້ຈະເຕັມໄປດ້ວຍຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ ເມື່ອເຮົາມາເຕົ້າໂຮມກັນຟັງຂ່າວສານທີ່ດົນໃຈ. ເຮົາຮູ້ສຶກເຖິງພຣະວິນຍານຢູ່ໃນກອງປະຊຸມຖານະປະໂລຫິດຂອງສາດສະໜາຈັກຂອງເຮົາ. ພຣະວິນຍານນີ້ຂະຫຍາຍອອກໄປຈາກສູນກາງປະຊຸມໃຫຍ່ນີ້ ແລະ ເຂົ້າໄປຫາອາຄານຕ່າງໆບ່ອນທີ່ບຸດຂອງພຣະເຈົ້າເຕົ້າໂຮມກັນ. ເຮົາຮູ້ສຶກເຖິງພຣະວິນຍານນັ້ນແທ້ໆໃນຄ່ຳຄືນນີ້.
ຫລາຍປີຜ່ານມາແລ້ວ, ກ່ອນສູນກາງໃຫຍ່ທີ່ສວຍງາມນີ້ໄດ້ຖືກສ້າງຂຶ້ນ, ຜູ້ມາຢ້ຽມຢາມບໍລິເວນພຣະວິຫານເຊົາເລັກຄົນໜຶ່ງໄດ້ໄປຮ່ວມກອງປະຊຸມໃຫຍ່ຢູ່ໃນຕຶກແທໂບແນໂກ. ລາວໄດ້ຟັງຂ່າວສານຂອງບັນດາອ້າຍນ້ອງ. ລາວໄດ້ຕັ້ງໃຈຟັງຄຳອະທິຖານ. ລາວໄດ້ຍິນສຽງເພງທີ່ມ່ວນອອນຊອນຂອງກຸ່ມນັກຮ້ອງແທໂບແນໂກ. ລາວໄດ້ມີຄວາມປະທັບໃຈຫລາຍກັບຄວາມສວຍງາມຂອງອໍແກນຢູ່ໃນນັ້ນ. ເມື່ອກອງປະຊຸມສິ້ນສຸດລົງ ມີຄົນໄດ້ຍິນລາວເວົ້າວ່າ, “ຂ້ອຍຈະຍອມເສຍສະລະທຸກສິ່ງ ຖ້າຂ້ອຍຮູ້ວ່າຜູ້ກ່າວປາໄສໄດ້ກ່າວຄວາມຈິງ.” ຊຶ່ງໝາຍຄວາມວ່າ, “ຂ້ອຍຢາກມີປະຈັກພະຍານເຖິງພຣະກິດຕິຄຸນ.”
ບໍ່ມີສິ່ງໃດໃນໂລກນີ້ ທີ່ຈະສາມາດໃຫ້ການປອບໂຍນ ແລະ ໃຫ້ຄວາມສຸກໄດ້ ເທົ່າກັບການມີປະຈັກພະຍານເຖິງຄວາມຈິງ. ເຖິງແມ່ນທຸກຄົນຈະມີປະຈັກພະຍານທີ່ແຕກຕ່າງກັນ, ແຕ່ຂ້າພະເຈົ້າເຊື່ອວ່າຜູ້ຊາຍໃຫຍ່ ແລະ ຊາຍໜຸ່ມທຸກຄົນໃນນີ້ມີປະຈັກພະຍານ. ຖ້າຫາກທ່ານຮູ້ສຶກວ່າ ທ່ານຍັງບໍ່ມີປະຈັກພະຍານເທື່ອ ແລະ ຢາກມີ—ແລະ ບາງທີອາດເປັນຄວາມຮູ້ສຶກຂອງເຮົາເກືອບທຸກຄົນ—ແລ້ວຂ້າພະເຈົ້າຂໍແນະນຳທ່ານໃຫ້ພະຍາຍາມ ເພື່ອຈະໄດ້ມີປະຈັກພະຍານ. ຖ້າປະຈັກພະຍານນັ້ນເຂັ້ມແຂງ ແລະ ເລິກຊຶ້ງ, ຈົ່ງຮັກສາມັນໄວ້ໃຫ້ດີ. ເຮົາໄດ້ຮັບພອນຫລາຍແທ້ໆ ທີ່ມີຄວາມຮູ້ແຈ້ງເຖິງຄວາມຈິງ.
ຂ່າວສານຂອງຂ້າພະເຈົ້າໃນຄ່ຳຄືນນີ້, ອ້າຍນ້ອງທັງຫລາຍ, ແມ່ນວ່າ ມີຫລາຍຄົນທີ່ມີປະຈັກພະຍານໜ້ອຍໜຶ່ງ ຫລື ບໍ່ມີເລີຍໃນຕອນນີ້, ຜູ້ທີ່ສາມາດ ແລະ ຢາກມີປະຈັກພະຍານເຊັ່ນນັ້ນ ຖ້າຫາກເຮົາເຕັມໃຈທີ່ຈະພະຍາຍາມຊ່ອຍເຫລືອເຂົາເຈົ້າໃຫ້ປ່ຽນແປງ. ບາງກໍລະນີ ເຮົາ ສາມາດຈູງໃຈໃຫ້ເຂົາເຈົ້າປ່ຽນ. ທຳອິດ ຂ້າພະເຈົ້າຈະກ່າວເຖິງສະມາຊິກກ່ອນ ຜູ້ບໍ່ໄດ້ຜູກມັດຕົນເອງຢ່າງເຕັມສ່ວນຕໍ່ພຣະກິດຕິຄຸນ.
ເມື່ອຫລາຍປີກ່ອນ, ຕອນໄປຮ່ວມກອງປະຊຸມຢູ່ແຮວຊິງກີ, ປະເທດແຟງລັງ, ຂ້າພະເຈົ້າໄດ້ຍິນຂ່າວສານທີ່ມີພະລັງ, ທີ່ລືມບໍ່ໄດ້, ແລະ ເຊີດຊູໃຈ ທີ່ກ່າວໃນພາກສຳລັບບັນດາແມ່ ແລະ ລູກສາວ. ຂ້າພະເຈົ້າຍັງຈື່ຂ່າວສານບົດນັ້ນຢູ່ ເຖິງແມ່ນເກືອບເຖິງ 40 ປີຜ່ານມາແລ້ວ. ໃນບັນດາຄວາມຈິງທີ່ຜູ້ປາໄສໄດ້ກ່າວ, ນາງໄດ້ກ່າວວ່າ ຜູ້ຍິງຢາກໄດ້ຍິນຄຳວ່າ ນາງສວຍງາມ. ນາງຢາກໄດ້ຍິນວ່າ ນາງມີຄ່າ. ນາງຢາກໄດ້ຍິນວ່າ ນາງສຳຄັນ.
ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າຮູ້ວ່າ ຜູ້ຊາຍກໍຄືກັນກັບຜູ້ຍິງໃນເລື່ອງນີ້. ເຮົາກໍຢາກໄດ້ຍິນວ່າເຮົາມີຄ່າ, ວ່າເຮົາກໍມີຄວາມສາມາດ ແລະ ສຳຄັນ. ເຮົາຕ້ອງການໂອກາດທີ່ຈະໄດ້ຮັບໃຊ້ຄືກັນ. ຕໍ່ຄົນທີ່ບໍ່ເຂັ້ມແຂງ ຫລື ບໍ່ກ້າກັບມາເຂັ້ມແຂງ, ເຮົາສາມາດອະທິຖານເພື່ອຈະໄດ້ຮູ້ວິທີທີ່ຈະເອື້ອມອອກໄປຫາເຂົາເຈົ້າ. ໃຫ້ເຂົາເຈົ້າຊ່ອຍຮັບໃຊ້ໃນບາງຢ່າງ ຊຶ່ງເປັນສິ່ງທີ່ພາເຂົາເຈົ້າກັບຄືນມາເຂັ້ມແຂງ. ແຕ່ຜູ້ນຳທີ່ສາມາດເຮັດສິ່ງນີ້ໄດ້ ອາດລັງເລໃຈ. ເຮົາຕ້ອງຄິດວ່າ ຄົນເຫລົ່ານັ້ນສາມາດປ່ຽນໄດ້. ເຂົາເຈົ້າສາມາດຖິ້ມໃຈເກົ່າ. ເຂົາເຈົ້າສາມາດກັບໃຈຈາກການລ່ວງລະເມີດ. ເຂົາເຈົ້າສາມາດດຳລົງຖານະປະໂລຫິດຢ່າງມີຄ່າຄວນ. ແລະ ເຂົາເຈົ້າສາມາດຮັບໃຊ້ພຣະຜູ້ເປັນເຈົ້າຢ່າງພາກພຽນ. ຂ້າພະເຈົ້າຂໍກ່າວເຖິງສອງສາມຕົວຢ່າງ.
ຕອນຂ້າພະເຈົ້າໄດ້ກາຍເປັນສະມາຊິກຂອງສະພາອັກຄະສາວົກສິບສອງ, ຂ້າພະເຈົ້າໄດ້ມີໂອກາດໄປຮ່ວມກອງປະຊຸມສະເຕກຢູ່ເມືອງອາເບີຕາ, ປະເທດການາດາ ກັບປະທານ ເອັນ ແອວດັນ ແທນເນີ, ທີ່ປຶກສາຂອງປະທານ ເດວິດ ໂອ ມິກເຄ. ໃນລະຫວ່າງກອງປະຊຸມນັ້ນ, ປະທານສະເຕກໄດ້ອ່ານຊື່ຂອງຜູ້ຊາຍສີ່ຄົນຜູ້ຈະຖືກແຕ່ງຕັ້ງສູ່ຕຳແໜ່ງແອວເດີ. ຊາຍເຫລົ່ານັ້ນເປັນຄົນທີ່ປະທານແທນເນີຮູ້ຈັກ, ເພາະເພິ່ນເຄີຍອາໄສຢູ່ໃນເຂດນັ້ນ. ແຕ່ປະທານແທນເນີຮູ້ຈັກ ແລະ ຈື່ຈຳເຂົາເຈົ້າວ່າ ເຂົາເຈົ້າໄດ້ປ່ຽນຊີວິດ ແລະ ກັບຄືນມາເຂັ້ມແຂງ ແລະ ມີຄ່າຄວນຕໍ່ຕຳແໜ່ງແອວເດີ.
ປະທານສະເຕກໄດ້ອ່ານຊື່ຂອງຊາຍຄົນທຳອິດ ແລະ ໄດ້ຂໍໃຫ້ລາວຢືນຂຶ້ນ. ປະທານແທນເນີໄດ້ເວົ້າຄ່ອຍໆກັບຂ້າພະເຈົ້າວ່າ, “ເບິ່ງລາວແມ, ຂ້ອຍບໍ່ຄິດວ່າ ລາວຊິເຂັ້ມແຂງ.” ປະທານສະເຕກໄດ້ອ່ານຊື່ຂອງຊາຍຄົນທີສອງ, ແລະ ລາວກໍໄດ້ຢືນຂຶ້ນ. ປະທານແທນເນີໄດ້ກ່າວແນວນັ້ນກັບຂ້າພະເຈົ້າອີກ, ແລະ ຕໍ່ໆໄປກ່ຽວກັບອ້າຍນ້ອງເຫລົ່ານັ້ນ.
ຫລັງຈາກກອງປະຊຸມ, ປະທານແທນເນີ ແລະ ຂ້າພະເຈົ້າໄດ້ມີໂອກາດສະແດງຄວາມຍິນດີກັບອ້າຍນ້ອງສີ່ຄົນ. ເຂົາເຈົ້າໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນສາມາດປ່ຽນໄດ້.
ໃນໄລຍະປີ 1940 ເຖິງ 1950 ປາຍ, ຜູ້ອຳນວຍການຄຸກຄົນໜຶ່ງທີ່ມີຊື່ສຽງຢູ່ອາເມຣິກາ ຊື່ ຄະລິນຕັນ ດັບຟີ, ເລື່ອງການດັດສ້າງຜູ້ຊາຍຢູ່ໃນຄຸກ. ນັກວິຈານຄົນໜຶ່ງໄດ້ກ່າວວ່າ, “ທ່ານຮູ້ບໍວ່າ ເສືອດາວຈະປ່ຽນລາຍຂອງມັນບໍ່ໄດ້!”
ທ່ານດັບຟີໄດ້ຕອບວ່າ, “ທ່ານຄວນຮູ້ວ່າ ຂ້າພະເຈົ້າບໍ່ໄດ້ດັດສ້າງເສືອດາວ. ຂ້າພະເຈົ້າດັດສ້າງຜູ້ຊາຍ, ແລະ ຜູ້ຊາຍປ່ຽນແປງທຸກວັນ.”1
ຫລາຍປີຜ່ານມາແລ້ວ ຂ້າພະເຈົ້າໄດ້ມີໂອກາດຮັບໃຊ້ເປັນປະທານເຜີຍແຜ່ຢູ່ການາດາ. ຢູ່ທີ່ນັ້ນ ມີສາຂານ້ອຍທີ່ມີຜູ້ດຳລົງຖານະປະໂລຫິດຈຳນວນໜ້ອຍໜຶ່ງ. ພວກເຮົາໄດ້ໃຫ້ຜູ້ສອນສາດສະໜາເປັນຜູ້ຄວບຄຸມສາຂາ. ຂ້າພະເຈົ້າໄດ້ຮັບການກະຕຸ້ນວ່າໃຫ້ຄົນໃດຄົນໜຶ່ງຢູ່ໃນສາຂາເປັນຄົນຄວບຄຸມ.
ມີສະມາຊິກຄົນໜຶ່ງຢູ່ໃນສາຂາທີ່ເປັນມັກຄະນາຍົກໃນຖານະປະໂລຫິດແຫ່ງອາໂຣນ, ແຕ່ບໍ່ໄດ້ມາໂບດເປັນປະຈຳ ແລະ ບໍ່ໄດ້ຖືກເລື່ອນຂຶ້ນຕຳແໜ່ງອື່ນ. ຂ້າພະເຈົ້າໄດ້ຮັບການດົນໃຈໃຫ້ເອີ້ນລາວເປັນປະທານສາຂາ. ຂ້າພະເຈົ້າຍັງຈື່ວັນນັ້ນໄດ້ຢູ່ ຕອນຂ້າພະເຈົ້າເວົ້າລົມກັບລາວ. ຂ້າພະເຈົ້າໄດ້ບອກລາວວ່າ ພຣະຜູ້ເປັນເຈົ້າໄດ້ດົນໃຈຂ້າພະເຈົ້າໃຫ້ເອີ້ນລາວເປັນປະທານສາຂາ. ຫລັງຈາກລາວໄດ້ເວົ້າແກ້ຕົວຫລາຍຢ່າງ, ແລະ ໄດ້ຮັບການສະໜັບສະໜູນຈາກພັນລະຍາຂອງລາວ, ລາວໄດ້ຕົກລົງທີ່ຈະຮັບໃຊ້. ຂ້າພະເຈົ້າໄດ້ແຕ່ງຕັ້ງລາວເປັນປະໂລຫິດ.
ມັນເປັນເວລາເລີ່ມຕົ້ນຊີວິດໃໝ່ຂອງລາວ. ຊີວິດຂອງລາວໄດ້ຖືກຈັດໃຫ້ເຂົ້າລະບຽບຢ່າງໄວ, ແລະ ລາວໄດ້ສັນຍາກັບຂ້າພະເຈົ້າວ່າ ລາວຈະດຳລົງຊີວິດຕາມພຣະບັນຍັດ. ສອງສາມເດືອນຈາກນັ້ນ ລາວໄດ້ຖືກແຕ່ງຕັ້ງເປັນແອວເດີ. ໃນທີ່ສຸດລາວ ແລະ ພັນລະຍາຂອງລາວ ແລະ ຄອບຄົວໄດ້ໄປພຣະວິຫານ ແລະ ຜະນຶກເຂົ້າກັນ. ລູກໆຂອງເຂົາເຈົ້າໄດ້ຮັບໃຊ້ເຜີຍແຜ່ ແລະ ໄດ້ແຕ່ງງານຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ.
ບາງເທື່ອການບອກໃຫ້ອ້າຍນ້ອງຂອງເຮົາຮູ້ວ່າ ເຮົາຕ້ອງການເຂົາເຈົ້າ ແລະ ເຂົາເຈົ້າມີຄ່າ ສາມາດຊ່ອຍເຫລືອເຂົາເຈົ້າໃຫ້ກ້າວອອກໄປ ແລະ ເຮັດການຜູກມັດ ແລະ ກັບຄືນມາເຂັ້ມແຂງ. ສິ່ງນີ້ເປັນຄວາມຈິງຕໍ່ຜູ້ດຳລົງຖານະປະໂລຫິດບໍ່ວ່າ ເຂົາເຈົ້າຈະມີອາຍຸໜ້ອຍຫລາຍເທົ່າໃດ. ມັນແມ່ນໜ້າທີ່ຮັບຜິດຊອບຂອງເຮົາທີ່ຈະໃຫ້ໂອກາດເຂົາເຈົ້າເພື່ອດຳລົງຊີວິດດັ່ງທີ່ເຂົາເຈົ້າຄວນເປັນ. ເຮົາສາມາດຊ່ອຍເຫລືອເຂົາເຈົ້າໃຫ້ເອົາຊະນະຄວາມບົກພ່ອງ. ເຮົາຕ້ອງພັດທະນາຄວາມສາມາດທີ່ຈະເຫັນຜູ້ຊາຍ ບໍ່ແມ່ນດັ່ງທີ່ເຂົາເຈົ້າເປັນຢູ່ໃນຕອນນີ້ ແຕ່ດັ່ງທີ່ເຂົາເຈົ້າຈະເປັນຄົນແບບໃດເມື່ອເຂົາເຈົ້າມີປະຈັກພະຍານເຖິງພຣະກິດຕິຄຸນຂອງພຣະຄຣິດ.
ເທື່ອໜຶ່ງ, ຂ້າພະເຈົ້າໄດ້ໄປປະຊຸມຢູ່ເມືອງລີດແວວ, ລັດໂຄໂລຣາໂດ. ເມືອງລີດແວວຕັ້ງຢູ່ສະຖານທີ່ສູງປະມານ 10,000 ຟີດ (3,000 ແມັດ) ຈາກຄວາມສູງຂອງທະເລ. ຂ້າພະເຈົ້າບໍ່ພຽງແຕ່ຈື່ການໄປປະຊຸມເທື່ອນັ້ນໄດ້ເພາະຄວາມສູງເທົ່ານັ້ນ, ແຕ່ຂ້າພະເຈົ້າຍັງຈື່ສິ່ງທີ່ໄດ້ເກີດຂຶ້ນໃນຄ່ຳຄືນນັ້ນນຳອີກ. ມີຜູ້ດຳລົງຖານະປະໂລຫິດຈຳນວນໜ້ອຍໜຶ່ງໄປຮ່ວມປະຊຸມ. ໂດຍທີ່ເປັນພາກສ່ວນໜຶ່ງໃນເຂດເຜີຍແຜ່ຂອງການາດາ, ສາຂາແຫ່ງນັ້ນໄດ້ຖືກຄວບຄຸມໂດຍຜູ້ສອນສາດສະໜາແຕ່ໃດໆມາ.
ຄືນນັ້ນ ພວກເຮົາໄດ້ມີການປະຊຸມທີ່ດີ, ແຕ່ໃນຂະນະທີ່ພວກເຮົາພວມຮ້ອງເພງສວດປິດ, ຂ້າພະເຈົ້າໄດ້ຮັບການດົນໃຈວ່າໃຫ້ມີຄົນຢູ່ໃນສາຂາເປັນຜູ້ຄວບຄຸມ. ຂ້າພະເຈົ້າໄດ້ຫັນໄປຫາປະທານເຜີຍແຜ່ ແລະ ຖາມວ່າ, “ມີຄົນໃດບໍຢູ່ໃນສາຂາ ທີ່ສາມາດຄວບຄຸມ—ຜູ້ອາໄສຢູ່ໃນເຂດນີ້?”
ເພິ່ນໄດ້ຕອບວ່າ, “ຂ້ອຍບໍ່ຮູ້.”
ໃນລະຫວ່າງການຮ້ອງເພງນັ້ນ ຂ້າພະເຈົ້າໄດ້ຫລຽວເບິ່ງພວກຜູ້ຊາຍທີ່ນັ່ງຢູ່ສາມແຖວຂ້າງໜ້າ. ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງ ທີ່ໜ້າສົນໃຈ. ຂ້າພະເຈົ້າໄດ້ຖາມປະທານເຜີຍແຜ່ວ່າ, “ລາວສາມາດເປັນປະທານສາຂາໄດ້ບໍ?”
ເພິ່ນໄດ້ຕອບວ່າ, “ຂ້ອຍບໍ່ຮູ້, ບາງທີເປັນໄດ້.”
ຂ້າພະເຈົ້າໄດ້ກ່າວວ່າ, “ປະທານ, ຂ້ອຍຊິພາລາວເຂົ້າໄປໃນຫ້ອງບ່ອນໜຶ່ງ ແລະ ສຳພາດລາວ. ໃຫ້ເຈົ້າກ່າວປາໄສຫລັງຈາກການຮ້ອງເພງສວດປິດ ຈົນກວ່າພວກເຮົາຈະກັບຄືນມາ.”
ເມື່ອພວກເຮົາໄດ້ຍ່າງກັບຄືນໄປຫາຫ້ອງນັ້ນ, ປະທານເຜີຍແຜ່ໄດ້ສະຫລຸບຄຳປາໄສຂອງເພິ່ນ ແລະ ໄດ້ກ່າວປະຈັກພະຍານ. ຂ້າພະເຈົ້າໄດ້ສະເໜີຊື່ຂອງຊາຍຄົນນັ້ນໃຫ້ເປັນປະທານສາຂາຄົນໃໝ່. ຈາກວັນນັ້ນເປັນຕົ້ນມາ, ເມືອງລີດແວວ, ລັດໂຄໂລຣາໂດ, ໄດ້ມີສະມາຊິກໃນທ້ອງຖິ່ນເປັນຄົນນຳພາສາຂາ.
ໃນຫລັກທຳດຽວກັນນີ້, ອ້າຍນ້ອງທັງຫລາຍ, ຈົ່ງໃຊ້ມັນກັບຄົນອື່ນທີ່ບໍ່ໄດ້ເປັນສະມາຊິກ. ເຮົາຕ້ອງພັດທະນາຄວາມສາມາດທີ່ຈະເຫັນເຂົາເຈົ້າ ບໍ່ພຽງແຕ່ໃນຕອນນີ້ເທົ່ານັ້ນ ແລະ ເຫັນເຂົາເຈົ້າວ່າອາດກາຍເປັນສະມາຊິກຂອງສາດສະໜາຈັກ, ຕອນເຂົາເຈົ້າມີປະຈັກພະຍານເຖິງພຣະກິດຕິຄຸນ, ແລະ ຕອນເຂົາເຈົ້າດຳລົງຊີວິດໃຫ້ສອດຄ່ອງກັບຄຳສອນ.
ໃນປີ 1961 ກອງປະຊຸມໃຫຍ່ທົ່ວໂລກໄດ້ຖືກຈັດຂຶ້ນສຳລັບປະທານເຜີຍແຜ່, ແລະ ປະທານເຜີຍແຜ່ທຸກຄົນຂອງສາດສະໜາຈັກໄດ້ຖືກນຳມາເມືອງເຊົາເລັກສຳລັບກອງປະຊຸມນັ້ນ. ຂ້າພະເຈົ້າໄດ້ມາເມືອງເຊົາເລັກຈາກເຂດເຜີຍແຜ່ຂອງຂ້າພະເຈົ້າທີ່ເມືອງໂຕຣອນໂຕ, ການາດາ.
ໃນກອງປະຊຸມໜຶ່ງ, ທ່ານເອັນ ແອວດັນ ແທນເນີ ຜູ້ຕອນນັ້ນໄດ້ເປັນຜູ້ຮັບໃຊ້ຂອງສະພາອັກຄະສາວົກສິບສອງ, ຫາກໍໄດ້ກັບຄືນມາຈາກການຄວບຄຸມການເຜີຍແຜ່ຢູ່ໃນປະເທດອັງກິດ ແລະ ເຂດຢູໂຣບພາກຕາເວັນຕົກ. ເພິ່ນໄດ້ບອກກ່ຽວກັບຜູ້ສອນສາດສະໜາຄົນໜຶ່ງທີ່ໄດ້ຮັບຄວາມສຳເລັດຜົນຫລາຍ. ເພິ່ນໄດ້ກ່າວວ່າ ໃນຂະນະທີ່ເພິ່ນສຳພາດຜູ້ສອນສາດສະໜາຄົນນັ້ນ, ເພິ່ນໄດ້ກ່າວກັບລາວວ່າ, “ຂ້ອຍຄິດວ່າ ທຸກຄົນທີ່ເຈົ້າໃຫ້ບັບຕິສະມາ ໄດ້ເຂົ້າມາຮ່ວມສາດສະໜາຈັກໂດຍການແນະນຳຈາກຄົນໃດຄົນໜຶ່ງ ແມ່ນບໍ.”
ຊາຍໜຸ່ມໄດ້ຕອບວ່າ, “ບໍ່, ພວກຂ້ານ້ອຍໄດ້ພົບເຫັນເຂົາເຈົ້າ ດ້ວຍການໄປຊອກຫາ.”
ບະລາເດີ ແທນເນີ ໄດ້ຖາມລາວວ່າ ວິທີທີ່ລາວເຂົ້າຫາຜູ້ຄົນ ແຕກຕ່າງກັບຄົນອື່ນແນວໃດ—ເປັນຫຍັງລາວຈຶ່ງສຳເລັດຜົນ ໄດ້ຫລາຍທີ່ສຸດ. ຊາຍໜຸ່ມເວົ້າວ່າ ລາວພະຍາຍາມໃຫ້ບັບຕິສະມາແກ່ທຸກຄົນທີ່ລາວຮູ້ຈັກ. ລາວເວົ້າວ່າ ຕອນລາວໄປເຄາະປະຕູ ແລະ ຖ້າຫາກລາວເຫັນຜູ້ຊາຍສູບຢາ ແລະ ນຸ່ງເຄື່ອງເກົ່າໆ ແລະ ເບິ່ງຄືກັບວ່າບໍ່ສົນໃຈກັບສິ່ງໃດ—ໂດຍສະເພາະເລື່ອງສາດສະໜາ—ແລ້ວລາວຈະວາດພາບເຫັນຊາຍຄົນນັ້ນ ວ່າເປັນແບບໃດໃນສະພາບອື່ນ. ລາວວາດພາບເຫັນຊາຍຄົນນັ້ນແຖໜວດ, ນຸ່ງເສື້ອສີຂາວ ແລະ ນຸ່ງໂສ້ງຊຸດ. ແລະ ລາວວາດພາບເຫັນຕົວລາວເອງພາຊາຍຄົນນັ້ນລົງນ້ຳຮັບບັບຕິສະມາ. ລາວເວົ້າວ່າ, “ເມື່ອຂ້ານ້ອຍເບິ່ງຜູ້ຄົນໃນທາງນີ້, ແລ້ວຂ້ານ້ອຍກໍສາມາດສະແດງປະຈັກພະຍານຂອງຂ້ານ້ອຍໃນວິທີທີ່ຈະສາມາດປະທັບໃຈຂອງເຂົາເຈົ້າ.”
ເຮົາມີໜ້າທີ່ຮັບຜິດຊອບທີ່ຈະເບິ່ງໝູ່ເພື່ອນຂອງເຮົາ, ຄົນທີ່ເຮົາພົບປະສັງສັນ, ເພື່ອນບ້ານຂອງເຮົາໃນທາງດຽວກັນນີ້. ອີກເທື່ອໜຶ່ງ, ເຮົາມີໜ້າທີ່ຮັບຜິດຊອບທີ່ຈະເບິ່ງຜູ້ຄົນ ບໍ່ພຽງແຕ່ໃນທາງທີ່ເຂົາເຈົ້າເປັນຢູ່ໃນຕອນນີ້, ແຕ່ໃນທາງທີ່ເຂົາເຈົ້າຈະກາຍເປັນ. ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຄິດກ່ຽວກັບເຂົາເຈົ້າໃນທາງນີ້.
ອ້າຍນ້ອງທັງຫລາຍ, ພຣະຜູ້ເປັນເຈົ້າໄດ້ບອກບາງສິ່ງກ່ຽວກັບຄວາມສຳຄັນຂອງຖານະປະໂລຫິດທີ່ເຮົາດຳລົງຢູ່. ພຣະອົງໄດ້ບອກເຮົາວ່າ ເຮົາໄດ້ຮັບມັນດ້ວຍຄຳສາບານ ແລະ ພັນທະສັນຍາ. ພຣະອົງມອບມັນໃຫ້ເຮົາດ້ວຍຄຳແນະນຳວ່າ ເຮົາຕ້ອງຊື່ສັດ ແລະ ຈິງຈັງໃນທຸກສິ່ງທີ່ເຮົາໄດ້ຮັບ, ແລະວ່າເຮົາມີໜ້າທີ່ຮັບຜິດຊອບທີ່ຈະຮັກສາພັນທະສັນຍາຈົນເຖິງທີ່ສຸດ. ແລະ ທຸກສິ່ງທີ່ພຣະອົງມີຈະຖືກມອບໃຫ້ແກ່ເຮົາ.2
ຄວາມກ້າຫານ ເປັນຖ້ອຍຄຳທີ່ເຮົາຕ້ອງໄດ້ຍິນ ແລະ ເກັບໄວ້ໃກ້ໃຈຂອງເຮົາ—ກ້າຫານທີ່ຈະຫັນຫລັງໃຫ້ການລໍ້ລວງ, ກ້າຫານທີ່ຈະກ່າວປະຈັກພະຍານກັບທຸກຄົນທີ່ເຮົາຮູ້ຈັກ, ຈື່ຈຳວ່າທຸກຄົນຕ້ອງມີໂອກາດທີ່ຈະໄດ້ຍິນຂ່າວສານ. ມັນບໍ່ໄດ້ເປັນສິ່ງງ່າຍສຳລັບຄົນສ່ວນຫລາຍທີ່ຈະເຮັດສິ່ງນີ້. ແຕ່ເຮົາສາມາດເຊື່ອຖ້ອຍຄຳຂອງຕີໂມທຽວໄດ້ ທີ່ວ່າ:
“ເພາະວ່າພຣະເຈົ້າບໍ່ໄດ້ປະທານໃຈອັນຢ້ານກົວໃຫ້ແກ່ເຮົາ, ແຕ່ໄດ້ປະທານໃຈອັນປະກອບດ້ວຍລິດອຳນາດ, ຄວາມຮັກ, ແລະ ການບັງຄັບຕົນໃຫ້ແກ່ເຮົາ.
“ຢ່າລະອາຍທີ່ຈະເປັນພະຍານຝ່າຍອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ.”3
ໃນເດືອນພຶດສະພາ ປີ 1974 ຂ້າພະເຈົ້າໄດ້ໄປເກາະຕົງກາກັບບະລາເດີ ຈອນ ເອັຈ ກະໂຣເບີກ. ພວກເຮົາໄດ້ມີໂອກາດເຂົ້າພົບກະສັດຂອງປະເທດຕົງກາ, ແລະ ພວກເຮົາໄດ້ພົບກັບເພິ່ນຢ່າງເປັນທາງການ. ພວກເຮົາໄດ້ເວົ້າລົມກັນຢ່າງເປັນກັນເອງ. ເຖິງຢ່າງໃດກໍຕາມ, ກ່ອນພວກເຮົາຈາກໄປ, ຈອນ ກະໂຣເບີກ ໄດ້ກ່າວວ່າ, “ພຣະອົງເຈົ້າຂ້າ, ທ່ານຄວນກາຍເປັນຊາວມໍມອນນໍ ແລະ ປະຊາຊົນຂອງທ່ານທຸກຄົນກໍຄືກັນ, ແລ້ວບັນຫາຂອງທ່ານ ແລະ ບັນຫາຕ່າງໆສ່ວນຫລາຍຂອງເຂົາເຈົ້າກໍຈະຖືກແກ້ໄຂໝົດ.”
ກະສັດໄດ້ຍິ້ມອອກມາ ແລະ ຕອບວ່າ, “ຈອນ ກະໂຣເບີກ, ບາງເທື່ອທ່ານເວົ້າຖືກ.”
ຂ້າພະເຈົ້າໄດ້ຄິດເຖິງອັກຄະສາວົກໂປໂລໃນຂະນະທີ່ຢູ່ຕໍ່ໜ້າ ອາຄຣີປາ. ຂ້າພະເຈົ້າຄິດວ່າ ອາຄຣີປາ ຄົງຕອບຕໍ່ປະຈັກພະຍານຂອງໂປໂລໃນທາງນີ້ວ່າ: “ເຈົ້າຈະເຮັດໃຫ້ເຮົາເປັນຄຣິດສະຕຽນຊັ້ນບໍ.”4 ບະລາເດີ ກະໂຣເບີກ ໄດ້ມີຄວາມກ້າຫານທີ່ຈະສະແດງປະຈັກພະຍານຂອງເພິ່ນຕໍ່ກະສັດ.
ໃນຄ່ຳຄືນນີ້ ມີຫລາຍພັນຄົນຜູ້ຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ. ໃນການຕອບຮັບການເອີ້ນ, ເຂົາເຈົ້າໄດ້ຈາກບ້ານ, ຄອບຄົວ, ໝູ່ເພື່ອນ, ແລະ ໂຮງຮຽນ ແລະ ໄດ້ອອກໄປຮັບໃຊ້. ຄົນທີ່ບໍ່ເຂົ້າໃຈ ໄດ້ຖາມວ່າ: “ເປັນຫຍັງເຂົາເຈົ້າຈຶ່ງຕອບຮັບດ້ວຍການຕຽມພ້ອມ ແລະ ດ້ວຍຄວາມເຕັມໃຈ?”
ຜູ້ສອນສາດສະໜາຂອງເຮົາສາມາດຕອບດ້ວຍຖ້ອຍຄຳຂອງໂປໂລວ່າ: “ເພາະການທີ່ເຮົາປະກາດຂ່າວປະເສີດນັ້ນ, ເຮົາບໍ່ມີເຫດທີ່ຈະອວດອ້າງໄດ້, ເພາະຄວາມຈຳເປັນໄດ້ຕົກໃສ່ເຮົາ; ວິບັດຈະເກີດມີແກ່ເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ!”5
ພຣະຄຳພີທີ່ສັກສິດບໍ່ໄດ້ບັນຈຸການເປີດເຜີຍໃດທີ່ແຈ່ມແຈ້ງໄປກວ່ານີ້, ບໍ່ມີໜ້າທີ່ຮັບຜິດຊອບໃດທີ່ຜູກມັດຫລາຍກວ່ານີ້, ບໍ່ມີຄຳແນະນຳໃດທີ່ໜັກແໜ້ນໄປກວ່ານີ້ ໃນຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຜູ້ໄດ້ຟື້ນຄືນຊີວິດແລ້ວກ່າວກັບອັກຄະສາວົກສິບເອັດຄົນຂອງພຣະອົງຢູ່ຄາລີເລ. ພຣະອົງໄດ້ກ່າວວ່າ:
“ອຳນາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກໄດ້ມອບໃຫ້ແກ່ເຮົາແລ້ວ.
“ພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດ:
“ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ, ນີ້ແຫລະເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”6
ພຣະບັນຍັດແຫ່ງສະຫວັນນີ້, ຮ່ວມດ້ວຍຄຳສັນຍາທີ່ເລີດລ້ຳ, ເປັນສິ່ງນຳພາເຮົາໃນທຸກວັນນີ້, ດັ່ງທີ່ເຄີຍເປັນໃນສະໄໝໂບຮານ. ວຽກງານເຜີຍແຜ່ເປັນພາກສ່ວນທີ່ສຳຄັນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເຄີຍເປັນມາກ່ອນ; ຈະເປັນເຊັ່ນນີ້ຕະຫລອດໄປ. ເຊັ່ນດຽວກັບສາດສະດາໂຈເຊັບ ສະມິດ ໄດ້ປະກາດວ່າ: “ຫລັງຈາກທຸກສິ່ງທີ່ໄດ້ກ່າວມານັ້ນ, ໜ້າທີ່ອັນຍິ່ງໃຫຍ່ ແລະ ສຳຄັນທີ່ສຸດຄື ການສັ່ງສອນພຣະກິດຕິຄຸນ.”7
ພາຍໃນສອງປີ, ຜູ້ສອນສາດສະໜາເຕັມເວລາທີ່ພວມຮັບໃຊ້ຢູ່ໃນກອງທັບອັນມີກຽດຂອງພຣະເຈົ້າໃນເວລານີ້ກໍຈະສຳເລັດການເຜີຍແຜ່ຂອງເຂົາເຈົ້າແລ້ວ ແລະ ຈະກັບຄືນບ້ານ ແລະ ກັບຫາຄົນທີ່ເຂົາເຈົ້າຮັກ. ຄົນທີ່ຈະໄປປ່ຽນເຂົາເຈົ້າ ແມ່ນພົບເຫັນຢູ່ໃນບັນດາຊາຍໜຸ່ມຖານະປະໂລຫິດແຫ່ງອາໂຣນຂອງສາດສະໜາຈັກໃນຄ່ຳຄືນນີ້. ຊາຍໜຸ່ມທັງຫລາຍ, ພວກເຈົ້າພ້ອມແລ້ວທີ່ຈະຕອບຮັບການເອີ້ນນີ້ບໍ? ພວກເຈົ້າເຕັມໃຈທີ່ຈະເຮັດວຽກງານນີ້ບໍ? ພວກເຈົ້າຕຽມທີ່ຈະຮັບໃຊ້ແລ້ວບໍ?
ປະທານຈອນ ເທເລີ ໄດ້ສະຫລຸບເງື່ອນໄຂດັ່ງນີ້: “ລັກສະນະຂອງຊາຍທີ່ພວກເຮົາຕ້ອງການໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດ ເພື່ອໃຫ້ປະກາດຂ່າວປະເສີດ ແມ່ນຜູ້ຊາຍທີ່ມີສັດທາໃນພຣະເຈົ້າ; ຜູ້ຊາຍທີ່ມີສັດທາໃນສາດສະໜາຂອງເຂົາ; ຜູ້ຊາຍທີ່ໃຫ້ກຽດແກ່ຖານະປະໂລຫິດຂອງເຂົາ; … ຜູ້ຊາຍທີ່ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ອຳນາດຂອງພຣະເຈົ້າ … ຊາຍທີ່ມີກຽດ, ຊື່ສັດ, ມີຄຸນນະທຳ ແລະ ບໍລິສຸດ.”8
ອ້າຍນ້ອງທັງຫລາຍ, ເຮົາແຕ່ລະຄົນໄດ້ຖືກບັນຊາໃຫ້ແບ່ງປັນພຣະກິດຕິຄຸນຂອງພຣະຄຣິດ. ເມື່ອເຮົາດຳລົງຊີວິດຕາມມາດຕະຖານຂອງພຣະເຈົ້າ, ແລ້ວຄົນທີ່ຢູ່ອ້ອມຮອບເຮົາຈະບໍ່ກ່າວຄວນຄາງວ່າ: “ລະດູຮ້ອນຜ່ານພົ້ນ ລະດູເກັບກ່ຽວຈວນຈະໝົດ, ແຕ່ໝູ່ເຮົາຍັງບໍ່ໄດ້ຖືກຊ່ອຍໃຫ້ພົ້ນ.”9
ຜູ້ລ້ຽງທີ່ດີຂອງຈິດວິນຍານ, ຜູ້ສອນສາດສະໜາທີ່ຊ່ອຍກູ້ມວນມະນຸດ, ໄດ້ສັນຍາກັບເຮົາວ່າ:
ແລະ ຖ້າຫາກພວກເຈົ້າຕ້ອງອອກແຮງຕະຫລອດວັນເວລາຂອງພວກເຈົ້າ ໃນການປ່າວປະກາດການກັບໃຈແກ່ຜູ້ຄົນພວກນີ້, ແລະ ນຳຈິດວິນຍານດວງໜຶ່ງມາຫາເຮົາ, ຄວາມປິຕິຍິນດີຂອງພວກເຈົ້າຈະຍິ່ງໃຫຍ່ພຽງໃດນຳເຂົາໃນອານາຈັກຂອງພຣະບິດາຂອງເຮົາ!
ແລະ ບັດນີ້, ຖ້າຫາກພວກເຈົ້າຈະມີຄວາມປິຕິຍິນດີຫລາຍພຽງນັ້ນນຳຈິດວິນຍານດວງໜຶ່ງທີ່ພວກເຈົ້າໄດ້ນຳມາຫາເຮົາ ໃນອານາຈັກຂອງພຣະບິດາຂອງເຮົາ, ແລ້ວພວກເຈົ້າຈະມີຄວາມປິຕິຍິນດີຫລາຍພຽງໃດຖ້າຫາກພວກເຈົ້າໄດ້ນຳຈິດວິນຍານຫລາຍດວງມາຫາເຮົາ!”10
ຂ້າພະເຈົ້າຂໍເປັນພະຍານເຖິງຜູ້ທີ່ກ່າວຖ້ອຍຄຳເຫລົ່ານັ້ນ. ພຣະອົງເປັນພຣະບຸດຂອງພຣະເຈົ້າ, ເປັນພຣະຜູ້ໄຖ່ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ.
ຂ້າພະເຈົ້າອະທິຖານວ່າ ເຮົາຈະມີຄວາມກ້າຫານທີ່ຈະຜູກມິດ, ມີຄວາມຕັ້ງໃຈທີ່ບໍ່ລົດລະ, ແລະ ມີຄວາມຖ່ອມຕົນ ເພື່ອຂໍການນຳພາຈາກພຣະບິດາເທິງສະຫວັນ ເມື່ອເຮົາເຮັດຕາມພຣະບັນຊາທີ່ຈະແບ່ງປັນພຣະກິດຕິຄຸນ. ໜ້າທີ່ຮັບຜິດຊອບຕົກຢູ່ທີ່ເຮົາ, ອ້າຍນ້ອງທັງຫລາຍ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.