ຈົ່ງຕື່ນຂຶ້ນສູ່ໜ້າທີ່ຂອງເຮົາ
ເຮົາຕ້ອງຕື່ນຂຶ້ນສູ່ໜ້າທີ່ຂອງເຮົາ ແລະ ດຳເນີນຕໍ່ໄປໃນສັດທາ ເມື່ອເຮົາເພິ່ງພາອາໄສອຳນາດແຫ່ງການປອບໂຍນ, ຄວາມເຂັ້ມແຂງ, ຄວາມສາມາດ, ການປິ່ນປົວຂອງການຊົດໃຊ້.
ຫລັງຈາກຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນຝ່າຍປະທານສະມາຄົມສະຕີສົງເຄາະສາມັນ, ຂ້າພະເຈົ້າຮູ້ສຶກມີຄວາມປາຖະໜາຢາກຮູ້ຫລາຍຂຶ້ນກ່ຽວກັບສະຕີທີ່ໄດ້ຮັບໃຊ້ກ່ອນຂ້າພະເຈົ້າ. ຂ້າພະເຈົ້າມີຄວາມປະທັບໃຈຫລາຍຈາກການຄຳສອນຂອງຊິດສະເຕີ ຊີນາ ດີ ຢັງ, ທີ່ປຶກສາທີໜຶ່ງໃນສະມາຄົມສະຕີສົງເຄາະສາມັນ. ເພິ່ນໄດ້ກ່າວວ່າ, “ເອື້ອຍນ້ອງທັງຫລາຍ, ເຮົາຕ້ອງຕື່ນຂຶ້ນເພື່ອຮັບເອົາໜ້າທີ່ຂອງເຮົາ.”1 ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບຄຳວ່າ ຕື່ນຂຶ້ນ ແລະ ໜ້າທີ່ ແລະ ກໍໄດ້ຄົ້ນຄວ້າຕື່ມອີກຢູ່ໃນພຣະຄຳພີ.
ໃນພຣະສັນຍາໃໝ່, ໂປໂລໄດ້ສອນໄພ່ພົນຂອງພຣະເຈົ້າເຖິງວັນເວລາຂອງລາວວ່າ:
“ບັດນີ້ເຖິງເວລາແລ້ວທີ່ພວກເຈົ້າຄວນຈະຕື່ນຈາກຫລັບ, ດ້ວຍວ່າເວລາທີ່ພວກເຮົາຈະພົ້ນນັ້ນ ກໍໃກ້ກວ່າເວລາ. …
“ກາງຄືນກໍລ່ວງໄປຫລາຍແລ້ວ, ແລະ ກາງເວັນກໍໃກ້ເຂົ້າມາແລ້ວ: … ຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ.”2
ໃນພຣະຄຳພີມໍມອນ ແອວມາໄດ້ສອນຜູ້ຄົນຂອງເພິ່ນກ່ຽວກັບໜ້າທີ່ອັນສັກສິດຂອງຄົນທີ່ເຂົ້າເຮັດພັນທະສັນຍານຳພຣະເຈົ້າ ດັ່ງນີ້:
“ແລະ ບັດນີ້, ຍ້ອນວ່າພວກທ່ານປາຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ;
“ແທ້ຈິງແລ້ວ, ແລະ ເຕັມໃຈທີ່ຈະເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ. …
“ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກສິ່ງນີ້ເປັນຄວາມປາຖະໜາຂອງໃຈຂອງພວກທ່ານແລ້ວ, ພວກທ່ານມີຫຍັງແດ່ຂັດຂ້ອງທີ່ຈະຮັບບັບຕິສະມາໃນພຣະນາມຂອງພຣະຜູ້ເປັນເຈົ້າ, ເພື່ອຈະເປັນພະຍານຕໍ່ພຣະອົງ, ວ່າພວກທ່ານໄດ້ເຂົ້າເຮັດພັນທະສັນຍາກັບພຣະອົງ, ວ່າພວກທ່ານຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ເພື່ອພຣະອົງຈະໄດ້ທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານຢ່າງຫລວງຫລາຍຍິ່ງຂຶ້ນ?
“ແລະ ບັດນີ້ເມື່ອຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ, ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາຖະໜາຂອງໃຈຂອງພວກເຮົາ.3
ຖ້ອຍຄຳຂອງຊິດສະເຕີຢັງ ແລະ ຂໍ້ພຣະຄຳພີເຫລົ່ານັ້ນໄດ້ເຮັດໃຫ້ຂ້າພະເຈົ້າຄິດກ່ຽວກັບ “ໜ້າທີ່” ເຮົາຈະຕ້ອງຕື່ນຂຶ້ນໃນວັນເວລາຂອງເຮົາ.
ຕອນເຮົາຮັບບັບຕິສະມາ, ເຮົາໄດ້ເຂົ້າເຮັດພັນທະສັນຍາ. ແອວເດີ ຣໍເບີດ ດີ ແຮວ ໄດ້ສອນວ່າ, “ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາ, ເຮົາໄດ້ອອກຈາກໂລກ ແລະ ເຂົ້າໄປໃນອານາຈັກຂອງພຣະເຈົ້າ.”4
ເຮົາໄດ້ປ່ຽນໄປ. ເຮົາເບິ່ງ ແລະ ປະພຶດບໍ່ຄືເກົ່າ. ສິ່ງທີ່ເຮົາຟັງ ແລະ ອ່ານ ແລະ ກ່າວກໍແຕກຕ່າງ, ແລະ ສິ່ງທີ່ເຮົານຸ່ງຖືກໍແຕກຕ່າງ ເພາະເຮົາໄດ້ກາຍເປັນທິດາຂອງພຣະເຈົ້າ, ຜູກມັດໄວ້ກັບພຣະອົງໂດຍພັນທະສັນຍາ.
ເມື່ອເຮົາໄດ້ຮັບການຢືນຢັນ, ເຮົາໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ສິດທີ່ຈະມີອິດທິພົນຂອງສະມາຊິກໃນຝ່າຍພຣະເຈົ້າຢູ່ນຳຕະຫລອດເວລາເພື່ອນຳພາເຮົາ, ປອບໂຍນເຮົາ, ແລະ ປົກປ້ອງເຮົາ. ພຣະອົງເຕືອນເຮົາຕອນເຮົາຖືກລໍ້ລວງໃຫ້ຍ່າງໜີຈາກພັນທະສັນຍາຂອງເຮົາ ແລະ ກັບຄືນໄປສູ່ໂລກ. ປະທານບອຍ ເຄ ແພ໊ກເກີ ສອນວ່າ ບໍ່ມີໃຜໃນພວກເຮົາ “ຈະເຮັດຄວາມຜິດອັນຮ້າຍແຮງປາດສະຈາກການໄດ້ຮັບຄຳຕັກເຕືອນກ່ອນ ໂດຍການກະຕຸ້ນຈາກພຣະວິນຍານບໍລິສຸດ.”5
ກ່ອນຈະໄດ້ຮັບຂອງປະທານນີ້ ແລະ ມີພຣະວິນຍານສະຖິດຢູ່ນຳຕະຫລອດເວລາ, ເຮົາຕ້ອງມີຄ່າຄວນ ແລະ ລະມັດລະວັງກ່ຽວກັບການກວດກາເບິ່ງສະພາບຂອງໃຈເຮົາ. ໃຈເຮົາອ່ອນບໍ? ເຮົາມີໃຈທີ່ຖ່ອມບໍ, ໃຈທີ່ສອນງ່າຍບໍ? ແລະ ອ່ອນນ້ອມບໍ? ຫລື ໃຈຂອງເຮົາເລີ່ມແຂງກະດ້າງຂຶ້ນເທື່ອລະເລັກເທື່ອລະໜ້ອຍ ເມື່ອເຮົາປ່ອຍໃຫ້ສຽງຂອງໂລກກີດກັນເຮົາຈາກສຽງທີ່ກະຕຸ້ນອັນແຜ່ວເບົາທີ່ມາຈາກພຣະວິນຍານ?
ຕອນເຮົາຮັບບັບຕິສະມາ, ຫົວໃຈຂອງເຮົາໄດ້ປ່ຽນໄປ ແລະ ຕື່ນຂຶ້ນຫາພຣະເຈົ້າ. ໃນຂະນະທີ່ກ້າວໄປໜ້າໃນເສັ້ນທາງຊີວິດມະຕະຂອງເຮົາ, ເຮົາຕ້ອງໄດ້ຖາມຕົວເອງເປັນບາງຄັ້ງວ່າ, “ຖ້າຫາກ [ເຮົາ] ເຄີຍປະສົບກັບການປ່ຽນແປງໃນໃຈ, … ແລ້ວ [ເຮົາ] ຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?”6 ແລະ, ຖ້າບໍ່ດັ່ງນັ້ນ, ວ່າເປັນຫຍັງ?
ໄພ່ພົນຂອງພຣະເຈົ້າລຸ້ນທຳອິດຫລາຍຄົນ “ເຄີຍປະສົບການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈຂອງ [ເຂົາເຈົ້າ] ແລ້ວບໍ?”7 ມັນໄດ້ປຸກໃຫ້ເຂົາເຈົ້າຕື່ນຂຶ້ນເພື່ອຮັບເອົາພອນຂອງພຣະວິຫານ ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ການປະຕິບັດໜ້າທີ່ຂອງເຂົາເຈົ້າ. ໄພ່ພົນຂອງພຣະເຈົ້າລຸ້ນທຳອິດຢູ່ໃນເມືອງນາວູໄດ້ໄປ “ພຣະວິຫານໝົດມື້ ແລະ ຈົນເຖິງຕອນເດິກ”8 ເພື່ອຮັບເອົາພິທີການ ແລະ ເຮັດພັນທະສັນຍາກ່ອນເຂົາເຈົ້າເລີ່ມຕົ້ນການເດີນທາງມາຫາພາກຕາເວັນຕົກນີ້.
ນາງຊາຣາ ຣິດຈ໌, ເອື້ອຍນ້ອງໃນສະມາຄົມສະຕີສົງເຄາະຄົນໜຶ່ງຢູ່ໃນເມືອງນາວູ, ໄດ້ກ່າວດັ່ງນີ້: “ພອນທີ່ພວກເຮົາໄດ້ຮັບນັ້ນ ແມ່ນຫລວງຫລາຍ ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ, ຊຶ່ງເຮັດໃຫ້ພວກເຮົາມີຄວາມສຸກຫລາຍ ແລະ ໄດ້ຮັບການປອບໂຍນໃນທ່າມກາງຄວາມໂສກເສົ້າຂອງພວກເຮົາ ແລະ ຊ່ອຍໃຫ້ພວກເຮົາມີສັດທາໃນພຣະເຈົ້າ, ໂດຍທີ່ຮູ້ວ່າ ພຣະອົງຈະນຳພາພວກເຮົາໃນການເດີນທາງໄປຫາບ່ອນທີ່ບໍ່ຮູ້ຈັກ ຊຶ່ງຢູ່ຂ້າງໜ້າພວກເຮົາ.”9
ດ້ວຍຫົວໃຈທີ່ປ່ຽນແປງຜ່ານສັດທາໃນພຣະຜູ້ຊ່ອຍໃຫ້ລອດ ແລະ ເພິ່ງອຳນາດຂອງການຊົດໃຊ້ຂອງພຣະອົງໃຫ້ຄ້ຳຊູ, ເຂົາເຈົ້າໄດ້ຕື່ນຂຶ້ນສູ່ການປະຕິບັດ. ເຂົາເຈົ້າຮູ້ຢ່າງເລິກຊຶ້ງໃນໃຈວ່າ ມີ—ພຣະຜູ້ຊ່ອຍໃຫ້ລອດອົງໜຶ່ງ—ຜູ້ເຂົ້າໃຈຄວາມທຸກຍາກລຳບາກຂອງເຂົາເຈົ້າ ເພາະພຣະອົງໄດ້ຮັບທຸກທໍລະມານແທນເຂົາເຈົ້າຢູ່ໃນສວນເຄັດເຊມາເນ. ພຣະອົງຮູ້ສຶກເຖິງຄວາມຢ້ານກົວຂອງເຂົາເຈົ້າ, ຄວາມສົງໃສ, ຄວາມເຈັບປວດ, ແລະ ຄວາມເປົ່າປ່ຽວດຽວດາຍຂອງເຂົາເຈົ້າ. ພຣະອົງໄດ້ຮັບທຸກທໍລະມານແທນຄວາມໂສກເສົ້າຂອງເຂົາເຈົ້າ, ນຳການຖືກຂົ່ມເຫັງຂອງເຂົາເຈົ້າ, ນຳການຫິວໂຫຍ, ອ່ອນເພຍ, ການສູນເສຍຂອງເຂົາເຈົ້າ. ແລະ ເພາະວ່າພຣະອົງໄດ້ຮັບທຸກທໍລະມານແທນທຸກສິ່ງທັງປວງ, ພຣະອົງຈຶ່ງສາມາດກ່າວໄດ້ວ່າ, “ບັນດາຜູ້ຄົນທີ່ເຮັດການໜັກໜ່ວງຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.”10
ແລະ ເຂົາເຈົ້າໄດ້ມາ. ເຂົາເຈົ້າໄດ້ໄວ້ວາງໃຈ ແລະ ໄດ້ຕິດຕາມສາດສະດາ. ເຂົາເຈົ້າຮູ້ວ່າການເດີນທາງຈະຍາວນານ, ໜ້າທີ່ຈະຫຍຸ້ງຍາກ. ເຂົາເຈົ້າຮູ້ວ່າຕ້ອງໄດ້ເສຍສະລະ, ແຕ່ໄດ້ຮັບການຄ້ຳຊູໂດຍສັດທາຂອງເຂົາເຈົ້າ ແລະ ແນບສະນິດຢູ່ກັບພັນທະສັນຍາຂອງເຂົາເຈົ້າ, ເຂົາເຈົ້າຈຶ່ງຕຽມພ້ອມທາງວິນຍານ.
ກ່ອນໜີຈາກເມືອງນາວູ ໄພ່ພົນຂອງພຣະເຈົ້າກຸ່ມໜຶ່ງໄດ້ຂຽນຂໍ້ຄວາມໄວ້ຢູ່ໃນຫ້ອງປະຊຸມຢູ່ໃນພຣະວິຫານທີ່ເຂົາເຈົ້າຖືກບັງຄັບໃຫ້ປະຖິ້ມ. ເຂົາເຈົ້າໄດ້ຂຽນວ່າ, “ພຣະຜູ້ເປັນເຈົ້າໄດ້ເຫັນການເສຍສະລະຂອງພວກເຮົາ: ມາກັບພວກເຮົາ.”11
ບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປຮ່ວມການເດີນທາງແບບກຸ່ມບຸກເບີກຮ່ວມກັບກຸ່ມຊາວໜຸ່ມຂອງຫວອດພວກເຮົາ. ແຕ່ລະເຊົ້າ ຂ້າພະເຈົ້າໄດ້ຖາມຕົນເອງວ່າ, “ເຮົາໄດ້ເສຍສະລະຫຍັງແດ່? ເຮົາຈະເຮັດຕາມຕົວຢ່າງຂອງກຸ່ມບຸກເບີກໄດ້ແນວໃດ?”
ໃນມື້ທີສອງຂອງການເດີນທາງ, ພວກເຮົາໄດ້ຍູ້ລໍ້ຂອງພວກເຮົາເປັນລະຍະທາງແປດໄມ (13 ກິໂລແມັດ) ຕອນພວກເຮົາໄດ້ໄປເຖິງບ່ອນໜຶ່ງທີ່ເອີ້ນວ່າ “ບ່ອນຜູ້ຍິງຍູ້.” ກຸ່ມຜູ້ຊາຍ ແລະ ຜູ້ຍິງໄດ້ຖືກແຍກອອກຈາກກັນ, ແລະ ພວກຜູ້ຊາຍໄດ້ຖືກສົ່ງຂຶ້ນຄ້ອຍໄປກ່ອນ, ແລະ ພວກຜູ້ຍິງໄດ້ເຕົ້າໂຮມກັນຢູ່ໃກ້ລໍ້. ໃນຂະນະທີ່ພວກເຮົາພວມຍູ້ ແລະ ດຶງລໍ້ຂອງພວກເຮົາ, ຂ້າພະເຈົ້າໄດ້ຫລຽວຂຶ້ນເຫັນພວກອ້າຍນ້ອງຖານະປະໂລຫິດຂອງພວກເຮົາ, ທັງໜຸ່ມ ແລະ ແກ່, ໄດ້ຢືນລຽນແຖວທັງສອງຟາກຂອງເສັ້ນທາງ, ເປັນກຳລັງໃຈໃຫ້ກຸ່ມຜູ້ຍິງ.
ທຳອິດມັນກໍບໍ່ຍາກປານໃດ, ແຕ່ບໍ່ດົນພວກເຮົາໄດ້ໄປເຖິງບ່ອນມີດິນຊາຍ, ແລະ ຄ້ອຍກໍຊັນ. ຂ້າພະເຈົ້າໄດ້ກົ້ມໜ້າຍູ້ລໍ້ຂຶ້ນຈົນສຸດແຮງ ແລ້ວຂ້າພະເຈົ້າຮູ້ສຶກວ່າມີຄົນມາດຶງລໍ້ຂຶ້ນ ແລະ ເມື່ອຂ້າພະເຈົ້າເງີຍໜ້າຂຶ້ນກໍເຫັນ ແລັກຊີ, ຍິງໜຸ່ມຄົນໜຶ່ງ ແລະ ເພື່ອນບ້ານຂອງຂ້າພະເຈົ້າ. ນາງໄດ້ດຶງລໍ້ຂອງນາງຂຶ້ນຫວິດຄ້ອຍ, ເມື່ອເຫັນວ່າພວກເຮົາມີບັນຫາ, ນາງກໍໄດ້ແລ່ນລົງມາຊ່ອຍເຫລືອ. ເມື່ອພວກເຮົາຂຶ້ນຫວິດຄ້ອຍແລ້ວ, ຂ້າພະເຈົ້າກໍຢາກແລ່ນລົງໄປຊ່ອຍເຫລືອຄົນອື່ນໆ, ແຕ່ຂ້າພະເຈົ້າຫັນໃຈຢ່າງແຮງ, ແລະ ຫົວໃຈຂອງຂ້າພະເຈົ້າກໍເຕັ້ນຢ່າງໄວ ຈົນຂ້າພະເຈົ້າຄິດວ່າຈະ ຫົວໃຈວາຍຕາຍ! ຂ້າພະເຈົ້າໄດ້ຫລຽວເບິ່ງດ້ວຍຄວາມກະຕັນຍູ ໃນຂະນະທີ່ກຸ່ມຜູ້ຍິງໄດ້ວາງລໍ້ຂອງຕົນໄວ້ ແລ້ວໄດ້ແລ່ນລົງກັບໄປຊ່ອຍເຫລືອ.
ເມື່ອທຸກຄົນໄດ້ຂຶ້ນຫວິດຄ້ອຍແລ້ວ, ພວກເຮົາໄດ້ໃຊ້ເວລາໜ້ອຍໜຶ່ງເພື່ອບັນທຶກຄວາມຮູ້ສຶກຂອງພວກເຮົາກ່ຽວກັບການເດີນທາງນັ້ນ. ຂ້າພະເຈົ້າໄດ້ຂຽນວ່າ: “ຂ້າພະເຈົ້າບໍ່ໄດ້ຕຽມພ້ອມດີພໍທາງຮ່າງກາຍ ສະນັ້ນຂ້າພະເຈົ້າຈຶ່ງບໍ່ສາມາດຊ່ອຍເຫລືອຄົນທີ່ຢູ່ຂ້າງຫລັງ. ຂ້າພະເຈົ້າອາດບໍ່ເຄີຍຍູ້ລໍ້ອີກຈັກເທື່ອ, ແຕ່ຂ້າພະເຈົ້າບໍ່ເຄີຍຄິດທີ່ຈະດຶງຄວາມຮູ້ສຶກທາງວິນຍານຂອງເອື້ອຍນ້ອງຂອງຂ້າພະເຈົ້າລົງ!”
ມັນເປັນປະສົບການທີ່ສັກສິດ ທີ່ເຮັດໃຫ້ຂ້າພະເຈົ້າຕື່ນຂຶ້ນທາງວິນຍານສູ່ໜ້າທີ່ຂອງຂ້າພະເຈົ້າ ຕໍ່ຄອບຄົວຂອງຂ້າພະເຈົ້າ ແລະ ຄົນອື່ນໆ. ຕະຫລອດໄລຍະໃນການເດີນທາງຕໍ່ໄປໃນເສັ້ນທາງແຫ່ງຊີວິດ, ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ຮຽນ.
ທຳອິດ ຂ້າພະເຈົ້າໄດ້ຄິດກ່ຽວກັບເອື້ອຍນ້ອງຂອງຂ້າພະເຈົ້າ, ຜູ້ ໄດ້ ຍູ້ລໍ້ ແລະ ຜູ້ທີ່ຍູ້ລໍ້ຂອງເຂົາເຈົ້າ ໄປຕໍ່ຢູ່ທຸກວັນນີ້ ດ້ວຍຕົວຄົນດຽວ. ຜູ້ຍິງປະມານ 20 ເປີເຊັນຢູ່ໃນບັນດາຂະບວນລໍ້ເຫລົ່ານັ້ນໄດ້ຍູ້ລໍ້ດ້ວຍຕົວຄົນດຽວ ຢ່າງໜ້ອຍພາກສ່ວນໜຶ່ງຂອງການເດີນທາງ. ມີຜູ້ຍິງທີ່ຍັງບໍ່ໄດ້ແຕ່ງງານ, ບາງຄົນເປັນແມ່ຮ້າງແມ່ໝ້າຍ, ແລະ ຫລາຍຄົນເປັນແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ.12 ເຂົາເຈົ້າທຸກຄົນໄດ້ຍູ້ລໍ້ໄປນຳກັນ—ທິດາແຫ່ງພັນທະສັນຍາ, ທັງໜຸ່ມ ແລະ ແກ່, ໃນສະພາບການຊີວິດທີ່ແຕກຕ່າງກັນ, ໃນເສັ້ນທາງເດີນອັນດຽວກັນ, ດ້ວຍຈຸດປະສົງອັນດຽວກັນ.
ຄົນທີ່ໄດ້ແລ່ນໄປຊ່ອຍເຫລືອເອື້ອຍນ້ອງຄົນອື່ນໆ ໄດ້ເຕືອນຂ້າພະເຈົ້າເຖິງຜູ້ຊ່ອຍກູ້ຊີວິດ, ທັງສາມາດຫລຽວເຫັນ ແລະ ບໍ່ສາມາດຫລຽວເຫັນ, ຜູ້ສັງເກດເຫັນໄວ, ເຫັນຄວາມຕ້ອງການ, ແລະ ກະທຳ.
ຂ້າພະເຈົ້າໄດ້ຄິດເຖິງພຣະຄຳຂອງພຣະຜູ້ເປັນເຈົ້າທີ່ວ່າ: “ແລະ ຜູ້ໃດກໍຕາມທີ່ຮັບເອົາພວກເຈົ້າ, ທີ່ນັ້ນເຮົາຈະຢູ່ນຳຄືກັນ, ເພາະເຮົາຈະອອກໜ້າພວກເຈົ້າ. ເຮົາຈະຢູ່ທາງຂວາມືພວກເຈົ້າ ແລະ ທາງຊ້າຍມືພວກເຈົ້າ, ແລະ ວິນຍານຂອງເຮົາຈະຢູ່ໃນໃຈຂອງພວກເຈົ້າ, ແລະ ທູດຂອງເຮົາຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ.”13
ຢູ່ສອງຟາກທາງໄດ້ມີກຸ່ມຜູ້ຊາຍທີ່ຊື່ສັດ, ເຊື່ອຟັງ, ແລະ ຮັກສາພຣະບັນຍັດຢືນລຽນແຖວຢູ່. ອຳນາດຖານະປະໂລຫິດຂອງເຂົາເຈົ້າ—ອຳນາດທີ່ພຣະເຈົ້າໄດ້ໃຊ້ເພື່ອອວຍພອນລູກໆທຸກຄົນຂອງພຣະອົງ—ຍົກລະດັບ, ເພີ່ມຄວາມເຂັ້ມແຂງ, ແລະ ສົ່ງເສີມພວກເຮົາ. ເຂົາເຈົ້າໄດ້ເຕືອນພວກເຮົາວ່າ ພວກເຮົາບໍ່ໄດ້ຢູ່ຕາມລຳພັງ. ພວກເຮົາມີອຳນາດນີ້ຢູ່ກັບພວກເຮົາຕະຫລອດເວລາ ເມື່ອພວກເຮົາຮັກສາພຣະບັນຍັດຂອງພວກເຮົາ.
ຂ້າພະເຈົ້າໄດ້ຄິດກ່ຽວກັບພວກຜູ້ຊາຍທີ່ໄດ້ແຍກອອກຈາກຄອບຄົວ, ປະໃຫ້ລູກເມຍຍູ້ລໍ້ໄປຕາມລຳພັງ. ຜູ້ຊາຍຫລາຍຄົນໄດ້ຕາຍໄປໃນລະຫວ່າງການເດີນທາງ. ລູກຊາຍບາງຄົນໄດ້ຢູ່ຂ້າງຫລັງເພື່ອຮັບໃຊ້ເຜີຍແຜ່ຢູ່ໃນບ້ານເກີດເມືອງນອນຂອງເຂົາເຈົ້າ. ບາງຄົນໄດ້ອົບພະຍົບໄປກ່ອນເພື່ອຕຽມສຳລັບຄອບຄົວທີ່ຈະມາເຖິງຫ່ອມພູເຊົາເລັກ. ຊາຍບາງຄົນບໍ່ໄດ້ຢູ່ນຳເພາະການເລືອກບໍ່ຮັກສາພັນທະສັນຍາຂອງເຂົາເຈົ້າ.
ເຊັ່ນດຽວກັບຄົນທີ່ໄດ້ລ່ວງລັບໄປແລ້ວ, ຫລາຍຄົນໃນທຸກວັນນີ້ໄດ້ດຳລົງຊີວິດໃນທາງທີ່ບໍ່ເປັນອຸດົມການ. ເຮົາໄດ້ສອນ ແລະ ພະຍາຍາມຕໍ່ໄປໃນອຸດົມການ ເພາະເຮົາຮູ້ວ່າ ການພະຍາຍາມຕໍ່ໄປຈະຊ່ອຍເຮົາໃຫ້ກ້າວໄປໜ້າໃນເສັ້ນທາງ ແລະ ຕຽມເຮົາສຳລັບໂອກາດທີ່ຈະໄດ້ຮັບພອນທຸກປະການທີ່ໄດ້ສັນຍາໄວ້ ເມື່ອເຮົາ “ປົງໃຈຂໍໃຫ້ພຣະຜູ້ເປັນເຈົ້າຊ່ອຍເຫລືອ.”14
ເຮົາແຕ່ລະຄົນໄດ້ມີ ແລະ ຈະມີຄວາມທຸກຍາກລຳບາກຢູ່ໃນຊີວິດຂອງເຮົາ. ຊີວິດມະຕະນີ້ເປັນເວລາແຫ່ງການທົດລອງ, ແລະ ເຮົາຈະມີໂອກາດໃຊ້ອຳເພີໃຈຂອງເຮົາເພື່ອເລືອກເຮັດສິ່ງທີ່ເຮົາຈະຮຽນຈາກຄວາມທຸກຍາກລຳບາກ ຊຶ່ງຈະມາເຖິງຢ່າງແນ່ນອນ.
ໃນຖານະທີ່ເປັນທິດາຂອງພຣະເຈົ້າ, ເຮົາໄດ້ດຳເນີນຕໍ່ໄປໃນເສັ້ນທາງດ້ວຍສັດທາ, ເພາະວ່າເຮົາຮັບຮູ້ຄຳສອນຂອງປະທານທອມມັສ ແອັສ ມອນສັນ ທີ່ວ່າ: “ພິທີການຊ່ອຍກູ້ຊີວິດຢູ່ໃນພຣະວິຫານ ອະນຸຍາດເຮົາໃຫ້ສາມາດກັບຄືນໄປຫາພຣະບິດາເທິງສະຫວັນ ໃນຄວາມສຳພັນນິລັນດອນນຳຄອບຄົວ ແລະ ໄດ້ຮັບພອນ ແລະ ອຳນາດຈາກເບື້ອງບົນ ຊຶ່ງກຸ້ມຄ່າທີ່ຈະເສຍສະລະ ແລະ ໃຊ້ຄວາມພະຍາຍາມທັງໝົດເພື່ອ.” 15
ການເດີນທາງໄປເທົ່ານັ້ນແມ່ນບໍ່ພຽງພໍ; ເຮົາຕ້ອງຕື່ນຂຶ້ນສູ່ໜ້າທີ່ຂອງເຮົາ ແລະ ດຳເນີນຕໍ່ໄປໃນສັດທາ ເມື່ອເຮົາເພິ່ງພາອາໄສອຳນາດແຫ່ງການປອບໂຍນ, ຄວາມເຂັ້ມແຂງ, ຄວາມສາມາດ, ການປິ່ນປົວຂອງການຊົດໃຊ້.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຮັກທ່ານ. ຂ້າພະເຈົ້າບໍ່ຮູ້ຈັກຫລາຍຄົນໃນພວກທ່ານເປັນສ່ວນຕົວ, ແຕ່ຂ້າພະເຈົ້າຮູ້ວ່າທ່ານເປັນໃຜ! ເຮົາເປັນທິດາຜູ້ຮັກສາພັນທະສັນຍາໃນອານາຈັກຂອງພຣະອົງ, ແລະ ໄດ້ຮັບອຳນາດຜ່ານພັນທະສັນຍາຂອງເຮົາ, ເຮົາພ້ອມແລ້ວທີ່ຈະເຮັດວຽກງານຂອງເຮົາ.
ສະມາຄົມສະຕີສົງເຄາະຕຽມສະຕີສຳລັບພອນແຫ່ງຊີວິດນິລັນດອນໂດຍປຸກໃຫ້ເຮົາຕື່ນຂຶ້ນທາງວິນຍານ ເພື່ອເພີ່ມສັດທາ ແລະ ຄວາມຊອບທຳສ່ວນຕົວ. ຂໍໃຫ້ເຮົາຈົ່ງເປັນຜູ້ເລີ່ມຕົ້ນກ່ອນ. ຂໍໃຫ້ເຮົາເລີ່ມຕົ້ນຈາກຈຸດຂອງເຮົາກ່ອນ. ຂໍໃຫ້ເຮົາເລີ່ມຕົ້ນໃນມື້ນີ້. ເມື່ອເຮົາຕື່ນຂຶ້ນທາງວິນຍານ, ເຮົາຈະສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ແລະ ບ້ານເຮືອນ ແລະ ຊ່ອຍເຫລືອຄົນອື່ນໄດ້ດີກວ່າເກົ່າ.
ນີ້ຄືວຽກງານແຫ່ງຄວາມລອດ, ແລະ ອຳນາດແຫ່ງການເພີ່ມຄວາມເຂັ້ມແຂງ ແລະ ຄວາມສາມາດແຫ່ງການຊົດໃຊ້ຈະເຮັດໃຫ້ເປັນໄປໄດ້. ຈົ່ງຕື່ນຂຶ້ນມາຮູ້ວ່າເຮົາເປັນໃຜ. ຈົ່ງຕື່ນຂຶ້ນສູ່ໜ້າທີ່ຂອງເຮົາ. ເຮົາເປັນທິດາຂອງພຣະບິດາເທິງສະຫວັນຂອງເຮົາ, ຜູ້ຮັກເຮົາ. ຂ້າພະເຈົ້າຂໍເປັນພະຍານເຖິງເລື່ອງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.