ມາດຕະຖານຂອງພຣະວິຫານ
ມາດຕະຖານສູງຂອງການສ້າງພຣະວິຫານທີ່ສາດສະໜາຈັກລົງມືໃຊ້ນັ້ນ ເປັນແບບຢ່າງ ແລະ ເປັນເຄື່ອງໝາຍເຖິງວິທີທີ່ເຮົາຄວນດຳລົງຊີວິດຂອງເຮົາເອງ.
ບໍ່ດົນມານີ້ຕອນໄປທ່ຽວຊົມພຣະວິຫານບຣິກຳ ຊິຕີ ຢູທາ, ຂ້າພະເຈົ້ານຶກເຖິງປະສົບການທີ່ເຄີຍມີຕອນຂ້າພະເຈົ້າເປັນຜູ້ປະສານງານສຳລັບງານຕ້ອນຮັບການຜະນຶກໃໝ່ ແລະ ການສະຫລອງປະເພນີສຳລັບພຣະວິຫານ ລາອິເອ ຮາວາຍ ທີ່ມີຄວາມໝາຍທາງປະຫວັດສາດ.
ສອງສາມເດືອນກ່ອນວຽກງານການສ້ອມແປງຄືນໃໝ່ຢ່າງຫລວງຫລາຍ ຂ້າພະເຈົ້າຖືກຮັບເຊີນໃຫ້ໄປເບິ່ງພຣະວິຫານພ້ອມກັບຜູ້ອຳນວຍການໃຫຍ່ຂອງພະແນກພຣະວິຫານ ຄືແອວເດີ ວິວລຽມ ອາ ວອກເກີ ພ້ອມດ້ວຍຜູ້ຮ່ວມງານໃນພະແນກພຣະວິຫານ. ມີຄົນອື່ນທີ່ມາຈາກບໍລິສັດກໍ່ສ້າງມາດ້ວຍ. ສາເຫດທີ່ໄປເບິ່ງສ່ວນໜຶ່ງແມ່ນເພື່ອກວດກາເບິ່ງຄຸນນະພາບຂອງວຽກທີ່ລົງມືເຮັດແລ້ວ. ຕອນທີ່ໄປເບິ່ງວຽກງານສຳເລັດແລ້ວປະມານ 85 ເປີເຊັນ.
ເມື່ອພວກເຮົາຍ່າງໄປທົ່ວພຣະວິຫານ ຂ້າພະເຈົ້າໄດ້ເບິ່ງ ແລະ ຟັງແອວເດີ ວອກເກີ ພ້ອມກັບກຸ່ມພວກເພິ່ນຂະນະທີ່ພວກເພິ່ນກວດກາວຽກງານທີ່ໄດ້ເຮັດໄປແລ້ວ ແລະ ເວົ້າກັບຜູ້ກໍ່ສ້າງ. ບາງຄັ້ງບາງຄາວຂ້າພະເຈົ້າເຫັນຄົນໜຶ່ງເອົາມືລູບຝາຂະນະທີ່ພວກເຮົາຍ່າງໄປຫາແຕ່ລະຫ້ອງ. ລາງເທື່ອຫລັງຈາກເຮັດຈັ່ງຊີ້ ລາວກໍຖູດິ້ວມືກັນແລ້ວບອກຜູ້ກໍ່ສ້າງ ແລະ ບອກລາວວ່າ “ຝານີ້ມີເມັດນ້ອຍຊາໆ, ບໍ່ແມ່ນຕາມມາດຕະຖານຂອງພຣະວິຫານ. ເຂົາເຈົ້າຕ້ອງຂັັດຝານີ້ອີກເທື່ອ.” ທຸກເທື່ອຜູ້ກໍ່ສ້າງໄດ້ຂຽນລົງໄວ້.
ເມື່ອພວກເຮົາໄປໃກ້ແຫ່ງໜຶ່ງໃນພຣະວິຫານບ່ອນຊຶ່ງໜ້ອຍຄົນຈະໄດ້ເຫັນຄົນຄົນດຽວກັນນີ້ໄດ້ໃຫ້ພວກເຮົາຢຸດ ແລະ ຊີ້ໄປຫາປ່ອງຢ້ຽມອັນສວຍງາມ ແລະ ໃໝ່. ປ່ອງຢ້ຽມດັ່ງກ່າວກວ້າງປະມານ 0.6 ແມັດ ແລະ ສູງປະມານ 1.8 ແມັດ ແລະ ມີຮູບນ້ອຍທີ່ເປັນແກ້ວສີຕາມແບບລາຍ. ລາວຊີ້ໄປຫາສີ່ຫລ່ຽມໃບໜຶ່ງທີ່ປະມານ 5 ຊັງຕີແມັດ ທີ່ເປັນສ່ວນຂອງຮູບລາຍ ແລະ ລາວບອກວ່າ “ສີ່ຫລ່ຽມນັ້ນຄົດ.” ຂ້າພະເຈົ້າເບິ່ງສີ່ຫລ່ຽມ ແລະ ສຳລັບຂ້າພະເຈົ້າມັນປະກົດຄືວ່າຊື່ຕົງ. ແຕ່ເມື່ອກວດເບິ່ງໃກ້ໆ ແລະ ໃຊ້ເຄື່ອງວັດແທກ ຂ້າພະເຈົ້າສາມາດເຫັນວ່າມີຄວາມບົກພ່ອງ ແລະ ສີ່ຫລ່ຽມນ້ອຍໆນີ້ກໍຄົດ 3 ມິລິເມດ. ຜູ້ກໍ່ສ້າງໄດ້ສັ່ງໃຫ້ປ່ຽນປ່ອງຢ້ຽມ ແລະ ຕ້ອງເອົາມາໃໝ່ເພາະມັນບໍ່ແມ່ນຕາມມາດຕະຖານຂອງພຣະວິຫານ.
ຂ້າພະເຈົ້າກໍແປກໃຈທີ່ປ່ອງຢ້ຽມທັງໃບຕ້ອງຖືກປ່ຽນໃໝ່ເພາະມີຄວາມບົກພ່ອງແຕ່ເລັກນ້ອຍທີ່ເກືອບເຫັນບໍ່ໄດ້. ທີ່ຈິງກໍຄືຊິບໍ່ມີໃຜຮູ້ເລີຍ ຫລື ບໍ່ມີໃຜເຫັນປ່ອງຢ້ຽມນີ້ເພາະມັນຢູ່ແຫ່ງໜຶ່ງໃນພຣະວິຫານທີ່ໜ້ອຍຄົນຈະໄດ້ເຫັນ.
ມື້ນັ້ນເມື່ອຂ້າພະເຈົ້າຂັບລົດກັບບ້ານຈາກພຣະວິຫານ ຂ້າພະເຈົ້າໄດ້ນຶກເຖິງສິ່ງທີ່ໄດ້ຮຽນຈາກປະສົບການນີ້— ຫລື ອີກຢ່າງໜຶ່ງສິ່ງທີ່ຂ້າພະເຈົ້າຄິດວ່າໄດ້ຮຽນ. ກໍແມ່ນອີກຫລາຍອາທິດຕໍ່ໄປເມື່ອຂ້າພະເຈົ້າຖືກເຊີນໃຫ້ໄປເບິ່ງພຣະວິຫານທີ່ສ້າງສຳເລັດແລ້ວ. ໃນຕອນນັ້ນຄວາມເຂົ້າໃຈຂອງຂ້າພະເຈົ້າໄດ້ແຈ່ມແຈ້ງຂຶ້ນກ່ຽວກັບປະສົບການນັ້ນ.
ເມື່ອຂ້າພະເຈົ້າເຂົ້າໄປໃນພຣະວິຫານລາອິເອ ຮາວາຍ ທີ່ຖືກສ້ອມແປງຄືນໃໝ່ ຂ້າພະເຈົ້າປະທັບໃຈກັບຄວາມສວຍງາມ ແລະ ຄຸນນະພາບຂອງວຽກງານ. ທ່ານອາດເຂົ້າໃຈຄວາມສົນໃຈຂອງຂ້າພະເຈົ້າຂະນະທີ່ເຂົ້າມາໃກ້ຝາທີ່ “ຊາໆ” ແລະ ປ່ອງຢ້ຽມທີ່ “ມີຄວາມບົກພ່ອງ.” ຜູ້ກໍ່ສ້າງໄດ້ຂັດຝາອີກບໍ? ເມື່ອໄປຮອດຝາທີ່ຊາໆ ຂ້າພະເຈົ້າແປກໃຈທີ່ເຫັນມີເຈ້ຍຕິດຝາອັນງົດງາມຕິດຝາທຸກໃບ. ຄວາມຄິດທຳອິດຂອງຂ້າພະເຈົ້າແມ່ນວ່າ “ຜູ້ກໍ່ສ້າງແກ້ບັນຫາຄວາມຊາໆນັ້ນຈັ່ງຊີ້ເນາະ—ລາວປົກປິດມັນໄວ້.” ແຕ່ບໍ່ແມ່ນແນວນັ້ນ ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເປັນຕາມແຜນການຕັ້ງແຕ່ຕົ້ນທີ່ຈະຕິດເຈ້ຍໃສ່ຝາເຫລົ່ານັ້ນ. ຂ້າພະເຈົ້າສົງໄສວ່າເປັນຫຍັງຄວາມຊາໆທີ່ເກືອບເຫັນບໍ່ໄດ້ຈະສຳຄັນຫຍັງຖ້າຫາກມີແຜນການປົກມັນດ້ວຍເຈ້ຍຕິດຝາຢູ່ແລ້ວ? ຕໍ່ໄປຂ້າພະເຈົ້າຍ່າງໄປໃກ້ບ່ອນທີ່ມີປ່ອງຢ້ຽມທີ່ບົກພ່ອງ ແລະ ແປກໃຈອີກເທື່ອທີ່ເຫັນດອກໄມ້ສູງຂະໜາດຈາກດິນຈົນຮອດເພດານວາງຢູ່ຂ້າງໜ້າປ່ອງຢ້ຽມ. ອີກເທື່ອໜຶ່ງຂ້າພະເຈົ້າຄິດວ່າ “ແໜ ຜູ້ກໍ່ສ້າງແກ້ບັນຫາສີ່ຫລ່ຽມຄົດນ້ອຍໆນັ້ນຈັ່ງຊີ້ນໍ—ລາວເຊື່ອງມັນໄວ້.” ເມື່ອຂ້າພະເຈົ້າເຂົ້າໄປໃກ້ ກໍໄດ້ແຍກໃບໄມ້ແລ້ວກໍ່ຍິ້ມເມື່ອເຫັນວ່າ ປ່ອງຢ້ຽມໄດ້ເອົາມາໃໝ່ອີ່ຫລີ. ສີ່ຫລຽມທີ່ເຄີຍຄົດນັ້ນບັດນີ້ກໍເປັນຊື່ຕົງໃນຮູບລາຍ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເປັນຕາມແຜນການຕະຫລອດທີ່ມີດອກໄມ້ຕັ້ງຢູ່ທາງໜ້າປ່ອງຢ້ຽມນີ້.
ເປັນຫຍັງຝາທີ່ຊາໆ ແລະ ປ່ອງຢ້ຽມທີ່ບໍ່ຊື່ໜ້ອຍດຽວຈະຕ້ອງໄດ້ເຮັດວຽກເພີ່ມອີກ ຫລື ເອົາໃໝ່ເມື່ອຕາກັບມືຂອງມະນຸດບໍ່ເຫັນບໍ່ຮູ້? ເປັນຫຍັງຜູ້ກໍ່ສ້າງຕ້ອງເຮັດຕາມມາດຕະຖານຢ່າງສູງແບບນີ້?
ເມື່ອຂ້າພະເຈົ້າອອກຈາກພຣະວິຫານ ແລະ ຄິດຕື່ມອີກກ່ຽວກັບເລື່ອງນີ້ ຂ້າພະເຈົ້າເຫັນຄຳຕອບເມື່ອເບິ່ງຝານອກທີ່ສ້ອມແປງຄືນໃໝ່ ແລະ ເຫັນຄຳເຫລົ່ານີ້ວ່າ “ສັກສິດແດ່ພຣະຜູ້ເປັນເຈົ້າ, ບ້ານຂອງພຣະຜູ້ເປັນເຈົ້າ.”
ພຣະວິຫານຂອງສາດສະໜາຈັກນີ້ກໍແມ່ນຕາມທີ່ປະກາດແນ່ຊັດ. ອາຄານທີ່ສັກສິດເຫລົ່ານີ້ໄດ້ຖືກກໍ່ສ້າງເພື່ອເຮົາຈະໄດ້ໃຊ້ ແລະ ຢູ່ໃນພຣະວິຫານກໍປະກອບພິທີການທີ່ສັກສິດເພື່ອຄວາມລອດ. ແຕ່ບໍ່ຕ້ອງສົງໄສເລີຍວ່າ ພຣະວິຫານແມ່ນບ້ານຂອງຜູ້ໃດ. ໂດຍທີ່ຕ້ອງການມາດຕະຖານຢ່າງສະເພາະໃນການກໍ່ສ້າງ ແມ່ນເຖິງລາຍລະອຽດອັນນ້ອຍທີ່ສຸດ ເຮົາໄດ້ສະແດງຄວາມຮັກ ແລະ ຄວາມເຄົາລົບນັບຖືຕໍ່ພຣະເຈົ້າພຣະເຢຊູຄຣິດ ແລະ ເຮົາໄດ້ສະແດງໃຫ້ທຸກຄົນເຫັນອີກວ່າ ເຮົານັບຖື ແລະ ນະມັດສະການພຣະຜູ້ເປັນເຈົ້າຂອງພຣະວິຫານນັ້ນ.
ໃນການເປີດເຜີຍທີ່ໃຫ້ແກ່ສາດສະດາໂຈເຊັບ ສະມິດ ເພື່ອກໍ່ສ້າງພຣະວິຫານຢູ່ເມືອງນາວູ ພຣະຜູ້ເປັນເຈົ້າໄດ້ບັນຊາວ່າ
ຜູ້ຄົນຄວນມາພ້ອມກັບຄຳທັງໝົດຂອງເຂົາ ແລະ ເງິນຂອງເຂົາ ແລະ ສິ່ງທີ່ມີຄ່າຂອງເຂົາ ແລະ ພ້ອມກັບວັດຖຸໂບຮານທັງໝົດຂອງເຂົາ ແລະ ພ້ອມກັບຄົນທັງປວງທີ່ມີຄວາມຮູ້ເລື່ອງວັດຖຸໂບຮານ ... ແລະ ນຳເອົາ ... ຕົ້ນໄມ້ທີ່ມີຄ່າທຸກຕົ້ນຂອງແຜ່ນດິນໂລກມາ;
“… ແລະ ສ້າງບ້ານແດ່ນາມຂອງພຣະອົງເພື່ອພຣະຜູ້ສູງສຸດຈະສະຖິດຢູ່ໃນນັ້ນ.”1
ນີ້ເປັນຕາມແບບຢ່າງທີ່ກະສັດໂຊໂລໂມນໃນພຣະສັນຍາເດີມໄດ້ຕັ້ງໄວ້ ເມື່ອເພິ່ນສ້າງພຣະວິຫານໃຫ້ພຣະຜູ້ເປັນເຈົ້າ ຊຶ່ງໄດ້ໃຊ້ແຕ່ເຄື່ອງວັດຖຸ ແລະ ຝີມືທີ່ປານີດ.2 ໃນຕອນນີ້ເຮົາກໍເຮັດຕາມແບບຢ່າງນີ້ ຕາມສົມຄວນ ເມື່ອເຮົາສ້າງພຣະວິຫານຂອງສາດສະໜາຈັກ.
ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເຖິງແມ່ນຕາ ຫລື ມືຂອງມະນຸດອາດບໍ່ເຫັນບໍ່ຈັບຄວາມບົກພ່ອງເຫລົ່ານັ້ນ ແຕ່ພຣະຜູ້ເປັນເຈົ້າຮູ້ລະດັບຄວາມພະຍາຍາມຂອງເຮົາ ແລະ ຮູ້ຖ້າຫາກເຮົາໄດ້ເຮັດດີທີ່ສຸດຂອງເຮົາຫລືບໍ່. ເລື່ອງຄວາມພະຍາຍາມຂອງເຮົາກໍຄືກັນ ໃນການດຳລົງຊີວິດທີ່ມີຄຸນຄ່າຮັບພອນຂອງພຣະວິຫານ. ພຣະຜູ້ເປັນເຈົ້າແນະນຳວ່າ:
ແລະ ຕາບໃດທີ່ຜູ້ຄົນຂອງພຣະອົງສ້າງບ້ານຫລັງໜຶ່ງໃຫ້ພຣະອົງ ແລະ ບໍ່ຍອມໃຫ້ສິ່ງໜຶ່ງສິ່ງໃດທີ່ບໍ່ສະອາດເຂົ້າໄປໃນນັ້ນ ເພື່ອຈະບໍ່ເສື່ອມຄວາມສັກສິດ ລັດສະມີພາບຂອງພຣະອົງຈະສະຖິດຢູ່ເທິງນັ້ນ;
ແທ້ຈິງແລ້ວ ແລະ ການປະທັບຢູ່ຂອງພຣະອົງຈະຢູ່ທີ່ນັ້ນ ເພາະພຣະອົງຈະເຂົ້າໄປໃນນັ້ນ ແລະ ຜູ້ມີໃຈບໍລິສຸດທັງປວງທີ່ຈະເຂົ້າໄປໃນນັ້ນຈະເຫັນພຣະເຈົ້າ.
ແຕ່ຖ້າຫາກບ້ານນັ້ນເສື່ອມຄວາມສັກສິດ ພຣະອົງຈະບໍ່ເຂົ້າໄປໃນນັ້ນ ແລະ ລັດສະມີພາບຂອງພຣະອົງຈະບໍ່ຢູ່ທີ່ນັ້ນ ເພາະພຣະອົງຈະບໍ່ເຂົ້າໄປໃນພຣະວິຫານທີ່ບໍ່ສັກສິດ.3
ຄືກັນກັບຜູ້ກໍ່ສ້າງ ເມື່ອເຮົາຮຽນຮູ້ພາກສ່ວນໃນຊີວິດຂອງເຮົາທີ່ບໍ່ສອດຄ່ອງກັບຄຳສອນຂອງພຣະຜູ້ເປັນເຈົ້າ ເມື່ອໃດທີ່ຄວາມພະຍາຍາມຂອງເຮົາບໍ່ແມ່ນດີທີ່ສຸດ ເຮົາຄວນເຮັດໄວໆເພື່ອແກ້ໄຂສິ່ງທີ່ບໍ່ຖືກຕ້ອງ. ເຮົາຄວນຈື່ຈຳວ່າ ເມື່ອໃດທີ່ເຮົາພະຍາຍາມປົກປິດບາບຂອງເຮົາ ... ເບິ່ງແມ ສະຫວັນຍ່ອມຖອນຕົວ ແລະ ພຣະວິນຍານຂອງພຣະຜູ້ເປັນເຈົ້າເສົ້າໂສກ.”4
ຂ້າພະເຈົ້າໄດ້ຮຽນຮູ້ອີກວ່າ ມາດຕະຖານສູງຂອງການສ້າງພຣະວິຫານທີ່ສາດສະໜາຈັກລົງມືໃຊ້ນັ້ນ ເປັນແບບຢ່າງ ແລະ ເປັນເຄື່ອງໝາຍເຖິງວິທີທີ່ເຮົາຄວນດຳລົງຊີວິດຂອງເຮົາເອງ. ເຮົາສາມາດໃຊ້ຄຳສອນຂອງອັກຄະສາວົກໂປໂລທີ່ໃຫ້ແກ່ສະມາຊິກຂອງສາດສະໜາຈັກສະໄໝກ່ອນວ່າ:
“ພວກເຈົ້າກໍຮູ້ຢ່າງຄັກແນ່ແລ້ວວ່າ ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະ ທັງຮູ້ວ່າພຣະວິນຍານຂອງພຣະເຈົ້າມີຊີວິດຢູ່ໃນພວກເຈົ້າ.
“ດັ່ງນັ້ນຖ້າຜູ້ໃດຜູ້ໜຶ່ງທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າກໍຈະທຳລາຍຜູ້ນັ້ນ ດ້ວຍວ່າວິຫານຂອງພຣະເຈົ້າເປັນທີ່ບໍລິສຸດ ແລະ ພວກເຈົ້າເອງນັ້ນແຫລະເປັນວິຫານຂອງພຣະອົງ.”5
ເຮົາທຸກຄົນຖືກສ້າງຂຶ້ນມາດ້ວຍວັດຖຸທີ່ດີທີ່ສຸດ ແລະ ເຮົາເປັນຝີມືຂອງການສ້າງຂອງສະຫວັນ. ແຕ່ເມື່ອເຮົາເຕີບໂຕຂຶ້ນເຖິງອາຍຸຮັບຜິດຊອບ ແລະ ກ້າວເຂົ້າສູ່ສະໜາມເສິກແຫ່ງບາບ ແລະ ການລໍ້ລວງວິຫານຂອງເຮົາເອງອາດຕ້ອງການການສ້ອມແປງຄືນໃໝ່ ແລະ ການສ້ອມແຊມ. ບາງທີ່ຈະມີບາງສິ່ງໃນເຮົາທີ່ຊາໆ ແລະ ຕ້ອງເຮັດໃຫ້ລຽບ ຫລື ສ່ວນຈິດວິນຍານອາດຕ້ອງເອົາມາໃສ່ໃໝ່ເພື່ອເຮົາຈະຢືນຢູ່ໃນສະຖານທີ່ສັກສິດ. ໂດຍຄວາມກະຕັນຍູຕໍ່ມາດຕະຖານຂອງພຣະວິຫານທີ່ເຮົາຕ້ອງຮັບນັ້ນບໍ່ແມ່ນຄວາມສົມບຸນ ເຖິງແມ່ນເຮົາພະຍາຍາມໃຫ້ສົມບຸນ ແຕ່ມາດຕະຖານຄືວ່າເຮົາຈະຮັກສາພຣະບັນຍັດ ແລະ ເຮັດໃຫ້ດີທີ່ສຸດເທົ່າທີ່ເຮົາຈະໄດ້ເຮັດໃນການດຳລົງຊີວິດໃນຖານະຜູ້ເປັນສານຸສິດຂອງພຣະເຢຊູຄຣິດ. ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະພະຍາຍາມດຳລົງຊີວິດທີ່ສົມຄ່າຈະໄດ້ຮັບພອນຂອງພຣະວິຫານໂດຍທີ່ເຮັດໃຫ້ດີທີ່ສຸດ ໂດຍການສ້ອມແປງຄືນໃໝ່ທີ່ຈຳເປັນ ແລະ ໂດຍການປະຖິ້ມຄວາມບົກພ່ອງ ແລະ ຄວາມບໍ່ສົມບູນ ເພື່ອພຣະວິນຍານຂອງພຣະເຈົ້າຈະສາມາດສະຖິດຢູ່ນຳເຮົາຕະຫລອດໄປ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.