ພອນຂອງສິນລະລຶກ
ເຮົາຈະໄດ້ຮັບພອນເມື່ອເຮົາຮູ້ສຶກເຖິງຄວາມກະຕັນຍູສຳລັບການຊົດໃຊ້ຂອງພຣະເຢຊູຄຣິດ, ຕໍ່ພັນທະສັນຍາແຫ່ງການຮັບບັບຕິສະມາ, ຮູ້ສຶກເຖິງການໃຫ້ອະໄພ, ແລະ ຮັບເອົາການດົນໃຈຈາກພຣະວິນຍານບໍລິສຸດ.
ຂ້າພະເຈົ້າໄດ້ເຕີບໂຕຂຶ້ນຢູ່ເມືອງແຣັກສະເບີກ, ລັດໄອດາໂຮ, ບ່ອນທີ່ຂ້າພະເຈົ້າໄດ້ຮຽນເອົາແບບຢ່າງ ແລະ ໄດ້ຮັບການສິດສອນໂດຍຄອບຄົວ, ໝູ່ເພື່ອນ, ຄູສອນ, ແລະ ຜູ້ນຳທີ່ດີ. ມີປະສົບການພິເສດຫລາຍຢ່າງຢູ່ໃນຊີວິດຂອງເຮົາທຸກຄົນທີ່ສຳພັດກັບຈິດວິນຍານຂອງເຮົາ ແລະ ສ້າງຄວາມແຕກຕ່າງໄປຕະຫລອດການ. ປະສົບການຢ່າງໜຶ່ງເຊັ່ນນັ້ນໄດ້ເກີດຂຶ້ນຕອນຂ້າພະເຈົ້າເປັນໄວລຸ້ນ. ປະສົບການດັ່ງກ່າວໄດ້ປ່ຽນຊີວິດຂອງຂ້າພະເຈົ້າ.
ຂ້າພະເຈົ້າໄດ້ເຂັ້ມແຂງຢູ່ໃນສາດສະໜາຈັກຕະຫລອດມາ ແລະ ໄດ້ກ້າວໜ້າຜ່ານຖານະປະໂລຫິດແຫ່ງອາໂຣນ. ຕອນຂ້າພະເຈົ້າເປັນໄວລຸ້ນ, ບະລາເດີ ເຈກັບສ໌, ຄູສອນຂອງຂ້າພະເຈົ້າ, ໄດ້ຂໍໃຫ້ພວກເຮົາຂຽນສິ່ງທີ່ພວກເຮົາໄດ້ຄິດໃນລະຫວ່າງກອງປະຊຸມສິນລະລຶກລົງໃນເຈ້ຍນ້ອຍ. ຂ້າພະເຈົ້າໄດ້ຈັບເອົາເຈ້ຍ ແລະ ເລີ່ມຕົ້ນຂຽນ. ສິ່ງທຳອິດທີ່ຂ້າພະເຈົ້າໄດ້ຂຽນລົງ ແມ່ນກ່ຽວກັບການຫລິ້ນບານບ້ວງທີ່ພວກເຮົາຊະນະໃນຄືນກ່ອນ. ແລ້ວການອອກທ່ຽວຫລິ້ນຫລັງຈາກເກມ, ແລະ ຢ່າງອື່ນໆ. ຢູ່ບ່ອນໄກສຸດ ແລະ ເປັນໂຕນ້ອຍໆ ແມ່ນພຣະນາມຂອງພຣະເຢຊູຄຣິດ.
ທຸກວັນອາທິດ ພວກເຮົາໄດ້ຂຽນໃສ່ໃນເຈ້ຍ. ສຳລັບຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນທີ່ໜຸ່ມນ້ອຍ, ສິນລະລຶກ ແລະ ກອງປະຊຸມໄດ້ມີຄວາມໝາຍໃໝ່, ຂະຫຍາຍອອກກວ້າງ, ແລະ ເປັນທາງວິນຍານ. ຂ້າພະເຈົ້າໄດ້ລໍຖ້າວັນອາທິດໃຫ້ມາເຖິງໄວໆ ເພື່ອຈະໄດ້ມີໂອກາດຮັບສິນລະລຶກ, ແລະ ການເຂົ້າໃຈເຖິງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດໄດ້ປ່ຽນແປງຂ້າພະເຈົ້າ. ທຸກວັນອາທິດຈົນເຖິງທຸກວັນນີ້, ໃນຂະນະທີ່ຂ້າພະເຈົ້າຮັບສິນລະລຶກ, ຂ້າພະເຈົ້າຍັງສາມາດຫລຽວເຫັນເຈ້ຍຂອງຂ້າພະເຈົ້າຢູ່. ຢູ່ໃນເຈ້ຍຂອງຂ້າພະເຈົ້ານັ້ນ, ທຳອິດມີຂຽນໄວ້ວ່າ ພຣະຜູ້ຊ່ອຍໃຫ້ລອດຂອງໂລກ.
ຢູ່ໃນພັນທະສັນຍາໃໝ່ ເຮົາໄດ້ອ່ານກ່ຽວກັບເວລາທີ່ພຣະຜູ້ຊ່ອຍໃຫ້ລອດ ແລະ ອັກຄະສາວົກຂອງພຣະອົງເຕົ້າໂຮມກັນຢູ່ຫ້ອງຊັ້ນເທິງສຳລັບງານລ້ຽງປັດສະຄາ.
“ແລ້ວພຣະອົງກໍໄດ້ຈັບເອົາເຂົ້າຈີ່ຂຶ້ນມາໂມທະນາຂອບພຣະຄຸນ, ໂດຍຫັກເຂົ້າຈີ່ນັ້ນແລ້ວ ຈຶ່ງຍື່ນໃຫ້ພວກສາວົກ ແລະ ກ່າວວ່າ: ນີ້ແຫລະແມ່ນກາຍຂອງເຮົາ ຊຶ່ງເປັນທີ່ປະທານໃຫ້ສຳລັບເຈົ້າທັງຫລາຍ, ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.
“ພຣະອົງກໍຈັບເອົາຈອກຂຶ້ນມາ ແລະ ເຮັດຢ່າງດຽວກັນ ໂດຍກ່າວວ່າ, ຈາກນີ້ເປັນພັນທະສັນຍາໃໝ່ໃນເລືອດຂອງເຮົາ ທີ່ຖອກອອກສຳລັບເຈົ້າທັງຫລາຍ.”1
ພຣະເຢຊູຍັງໄດ້ຈັດຕັ້ງພິທີການຂອງສິນລະລຶກນຳອີກ ຕອນພຣະອົງໄດ້ມາຢ້ຽມຢາມຊາວນີໄຟ.2 ຂ້າພະເຈົ້າໄດ້ມາຮູ້ຈັກເຖິງຄວາມສຳຄັນຂອງເຫດການສອງເທື່ອນັ້ນ.
ປະທານເດວິດ ໂອ ມິກເຄ ໄດ້ກ່າວວ່າ, “ຂ້າພະເຈົ້າຮູ້ສຶກວ່າຕ້ອງເນັ້ນໜັກສິ່ງທີ່ພຣະຜູ້ເປັນເຈົ້າໄດ້ລະບຸໄວ້ວ່າ ກອງປະຊຸມໃດທີ່ສຳຄັນກວ່າໝູ່ໝົດຢູ່ໃນສາດສະໜາຈັກ ແລະວ່າມັນແມ່ນກອງ ປະຊຸມສິນລະລຶກ.”3 ຖ້າຫາກເຮົາຕຽມຢ່າງຖືກຕ້ອງສຳລັບສິນລະລຶກ, ມັນສາມາດປ່ຽນຊີວິດຂອງເຮົາໄດ້. ຂ້າພະເຈົ້າຢາກແນະນຳຫລັກທຳຫ້າຂໍ້ທີ່ສາມາດເປັນພອນໃຫ້ແກ່ຊີວິດຂອງເຮົາ ເມື່ອເຮົາຮັບສ່ວນສິນລະລຶກຢ່າງມີຄ່າຄວນ.
I. ມີຄວາມຮູ້ສຶກກະຕັນຍູສຳລັບການຊົດໃຊ້ຂອງພຣະເຢຊູຄຣິດ
ຫລັກທຳຂໍ້ທຳອິດຄືການມີຄວາມຮູ້ສຶກກະຕັນຍູຕໍ່ພຣະບິດາເທິງສະຫວັນໃນລະຫວ່າງພິທີສິນລະລຶກສຳລັບການຊົດໃຊ້ຂອງພຣະບຸດຂອງພຣະອົງ. ເລື່ອງດັ່ງຕໍ່ໄປນີ້ ແມ່ນກ່ຽວກັບການຢາຍສິນລະລຶກ.
“ສິນລະລຶກບໍ່ໄດ້ມີຄວາມໝາຍຫລາຍເທົ່າໃດສຳລັບຂ້າພະເຈົ້າ ຈົນກວ່າວັນອາທິດມື້ໜຶ່ງຕອນຂ້າພະເຈົ້າໄດ້ຖືກແຕ່ງຕັ້ງເປັນມັກຄະນາຍົກ. ຕອນບ່າຍມື້ນັ້ນ ຂ້າພະເຈົ້າໄດ້ຢາຍສິນລະລຶກເປັນເທື່ອທຳອິດ. ກ່ອນໜ້ານັ້ນ, ມັກຄະນາຍົກຄົນໜຶ່ງໄດ້ເຕືອນຂ້າພະເຈົ້າວ່າ, ‘ລະວັງບະລາເດີ ເຊີມິດ ເດີ້. ບາງເທື່ອເຈົ້າຕ້ອງໄດ້ປຸກລາວ!’ ໃນທີ່ສຸດ ຂ້າພະເຈົ້າໄດ້ມີໂອກາດຢາຍສິນລະລຶກ. ຂ້າພະເຈົ້າໄດ້ເຮັດດີຫລາຍສົມຄວນໃນຈຳນວນຫົກແຖວທຳອິດ. ເດັກນ້ອຍ ແລະ ຜູ້ໃຫຍ່ກໍໄດ້ຮັບສ່ວນສິນລະລຶກເປັນຢ່າງດີ ເບິ່ງບໍ່ມີບັນຫາ. ແລ້ວຂ້າພະເຈົ້າໄດ້ໄປເຖິງແຖວທີເຈັດ, ແຖວບ່ອນທີ່ບະລາເດີ ເຊີມິດ ມັກນັ່ງເປັນປະຈຳ. ແຕ່ຂ້າພະເຈົ້າແປກໃຈ. ແທນທີ່ລາວຈະຫລັບຢູ່, ລາວຍັງມືນຕາຢູ່. ບໍ່ຄືຄົນອື່ນໆທີ່ຂ້າພະເຈົ້າໄດ້ຢາຍສິນລະລຶກໃຫ້, ລາວໄດ້ຮັບເອົາດ້ວຍຄວາມນັບຖື ແລະ ຄວາມຄາລະວະ.
“ສອງສາມນາທີຈາກນັ້ນ ຂ້າພະເຈົ້າໄດ້ກັບຄືນໄປຫາແຖວທີເຈັດອີກພ້ອມດ້ວຍນ້ຳ. ເທື່ອນີ້ໝູ່ເພື່ອນຂອງຂ້າພະເຈົ້າເວົ້າຖືກ. ບະລາເດີ ເຊີມິດ ໄດ້ນັ່ງກົ້ມຫົວຢູ່ ແລະ ຕາເຢຍລະມັນດວງໃຫຍ່ຂອງລາວປິດຢູ່. ເບິ່ງແລ້ວ ລາວນອນຫລັບຢູ່ແທ້ໆ. ຂ້າພະເຈົ້າຈະເຮັດ ຫລື ເວົ້າແນວໃດ? ຂ້າພະເຈົ້າໄດ້ຫລຽວເບິ່ງໜ້າຜາກຂອງລາວບຶດໜຶ່ງ, ຫ່ຽວຍານ ແລະ ເມື່ອຍລ້າ ຈາກວຽກງານໜັກເປັນເວລາຫລາຍປີ. ລາວໄດ້ເຂົ້າຮ່ວມສາດສະໜາຈັກຕອນລາວເປັນໄວລຸ້ນ ແລະ ເຄີຍໄດ້ປະສົບກັບການຂົ່ມເຫັງຫລາຍຕອນລາວອາໄສຢູ່ໝູ່ບ້ານນ້ອຍແຫ່ງໜຶ່ງຢູ່ປະເທດເຢຍລະມັນ. ຂ້າພະເຈົ້າໄດ້ຍິນລາວເລົ່າເລື່ອງໃຫ້ຟັງຫລາຍເທື່ອຢູ່ໃນກອງປະຊຸມສະແດງປະຈັກພະຍານ. ໃນທີ່ສຸດຂ້າພະເຈົ້າໄດ້ຕັດສິນໃຈວ່າຈະແຕະບ່າໄຫລ່ຂອງລາວ ຫວັງວ່າລາວຈະຕື່ນຂຶ້ນ. ໃນຂະນະທີ່ຂ້າພະເຈົ້າຍື່ນມືອອກໄປ, ຫົວຂອງລາວໄດ້ຄ່ອຍໆຍົກຂຶ້ນ. ນ້ຳຕາໄດ້ໄຫລລົງແກ້ມຂອງລາວ ແລະ ໃນຂະນະທີ່ຂ້າພະເຈົ້າຫລຽວເບິ່ງໜ້າຂອງລາວ ຂ້າພະເຈົ້າເຫັນຄວາມຮັກ ແລະ ຄວາມຊື່ນຊົມ. ລາວໄດ້ຄ່ອຍໆຍື່ນມືອອກມາຈັບເອົາຈອກນ້ຳ. ເຖິງແມ່ນວ່າຂ້າພະເຈົ້າມີອາຍຸພຽງສິບສອງປີໃນຕອນນັ້ນ, ແຕ່ຂ້າພະເຈົ້າຍັງຈື່ຈຳຄວາມຮູ້ສຶກທີ່ຂ້າພະເຈົ້າມີຕອນຫລຽວເບິ່ງຊາຍຊະລາທີ່ແຂງແຮງຄົນນັ້ນຮັບສິນລະລຶກ. ຂ້າພະເຈົ້າຮູ້ຢ່າງບໍ່ສົງໄສວ່າ ລາວຮູ້ສຶກເຖິງບາງສິ່ງກ່ຽວກັບສິນລະລຶກ ຊຶ່ງຂ້າພະເຈົ້າບໍ່ເຄີຍຮູ້ສຶກ. ນັບແຕ່ນັ້ນມາ ຂ້າພະເຈົ້າໄດ້ຕັ້ງໃຈ ເພື່ອຈະໄດ້ຮູ້ສຶກດັ່ງທີ່ລາວຮູ້ສຶກ.”4
ບະລາເດີ ເຊີມິດ ໄດ້ຕິດຕໍ່ກັບສະຫວັນ, ແລະ ສະຫວັນກໍໄດ້ຕິດຕໍ່ກັບລາວ.
II. ຈື່ຈຳວ່າ ເຮົາຕໍ່ພັນທະສັນຍາແຫ່ງການຮັບບັບຕິສະມາຂອງເຮົາ
ຫລັກທຳຂໍ້ທີສອງຄືການຈື່ຈຳວ່າ ເຮົາໄດ້ຕໍ່ພັນທະສັນຍາແຫ່ງການຮັບບັບຕິສະມາຂອງເຮົາ ເມື່ອເຮົາຮັບສິນລະລຶກ. ຄຳສັນຍາບາງຢ່າງທີ່ເຮົາໄດ້ເຮັດດັ່ງທີ່ມີບັນທຶກຢູ່ໃນພຣະຄຳພີ ແມ່ນຮ່ວມທັງ:
“ເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, … ແບກຫາບພາລະຂອງກັນແລະກັນ, … ເປັນທຸກກັບຄົນທີ່ເປັນທຸກ … , ຢືນເປັນພະຍານຂອງພຣະເຈົ້າ.”5
ມາດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, … ເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດໄວ້ກັບເຂົາ, ໂດຍມີຄວາມຕັ້ງໃຈທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ,6 ແລະ ຮັກສາພຣະບັນຍັດຂອງພຣະອົງ ລະນຶກເຖິງພຣະອົງຕະຫລອດເວລາ.7
ຄຳອະທິຖານສຳລັບສິນລະລຶກເປັນສິ່ງເຕືອນເຮົາເຖິງພັນທະສັນຍາເຫລົ່ານີ້. ເມື່ອເຮົາຮັບສ່ວນສິນລະລຶກເຮົາໄດ້ຕໍ່ຄຳສັນຍາຂອງເຮົາທີ່ຈະດຳລົງຊີວິດໃຫ້ສົມກັບພັນທະສັນຍາເຫລົ່ານີ້. ຂ້າພະເຈົ້າເຊື່ອວ່າ ມັນສົມຄວນທີ່ເຮົາຈະທ່ອງຈຳຄຳອະທິຖານສຳລັບສິນລະລຶກຢູ່ໃນຈິດໃຈຂອງເຮົາ. ສິ່ງນີ້ຈະຊ່ອຍເຫລືອເຮົາໃຫ້ເອົາໃຈໃສ່ກັບການຕໍ່ພັນທະສັນຍາແຫ່ງການຮັບບັບຕິສະມາຂອງເຮົາ. ບໍ່ວ່າເຮົາຈະມີອາຍຸໄດ້ 8 ປີ ຫລື 80 ປີ ກໍຕາມ ຕອນເຮົາຮັບບັບຕິສະມາ, ແຕ່ຂ້າພະເຈົ້າຫວັງວ່າ ເຮົາຈະບໍ່ເຄີຍລືມມື້ນັ້ນ ແລະ ພັນທະສັນຍາທີ່ເຮົາໄດ້ເຮັດ.
III. ລະຫວ່າງສິນລະລຶກ ເຮົາສາມາດຮູ້ສຶກເຖິງການໃຫ້ອະໄພແກ່ບາບຂອງເຮົາ
ທີສາມ, ລະຫວ່າງພິທີສິນລະລຶກ ເຮົາສາມາດຮູ້ສຶກເຖິງການໃຫ້ອະໄພແກ່ບາບຂອງເຮົາ. ຖ້າຫາກເຮົາໄດ້ໃຊ້ເວລາກ່ອນກອງປະຊຸມສິນລະລຶກເພື່ອກັບໃຈຈາກບາບຂອງເຮົາ ແລ້ວເຮົາຈະສາມາດອອກຈາກກອງປະຊຸມສິນລະລຶກໄປດ້ວຍຄວາມຮູ້ສຶກທີ່ສະອາດ ແລະ ບໍລິສຸດ. ປະທານແພ໊ກເກີ ໄດ້ກ່າວວ່າ: “ສິນລະລຶກໄດ້ຕໍ່ຂັ້ນຕອນຂອງການໃຫ້ອະໄພ. … ທຸກໆວັນອາທິດ ເມື່ອຮັບສ່ວນສິບລະລຶກ, ນັ້ນຄືພິທີການຕໍ່ຂັ້ນຕອນຂອງການໃຫ້ອະໄພ. ທຸກໆວັນອາທິດທ່ານໄດ້ຊຳລະລ້າງຕົວເອງ ເພື່ອວ່າເມື່ອເວລາມາເຖິງ, ຕອນທ່ານເສຍຊີວິດໄປ ວິນຍານຂອງທ່ານຈະສະອາດ.”8 ການຮັບສິນລະລຶກຢ່າງມີຄ່າຄວນ ສາມາດຊ່ອຍເຫລືອເຮົາໃຫ້ຮູ້ສຶກເໝືອນດັ່ງຜູ້ຄົນຂອງກະສັດເບັນຢາມິນໄດ້ຮູ້ສຶກ, ຜູ້ ເຕັມໄປດ້ວຍຄວາມສຸກ, ໂດຍທີ່ໄດ້ຮັບ ການປົດບາບຂອງພວກເຂົາ, ແລະ ໂດຍຄວາມສະຫງົບໃນຈິດສຳນຶກ.”9
IV. ເຮົາສາມາດຮັບການດົນໃຈເພື່ອຮັບຄຳຕອບໃຫ້ແກ່ບັນຫາຂອງເຮົາ
ຫລັກທຳຂໍ້ທີສີ່ຄືເຮົາສາມາດຮັບການດົນໃຈເພື່ອຮັບຄຳຕອບໃຫ້ແກ່ບັນຫາຂອງເຮົາໃນລະຫວ່າງກອງປະຊຸມສິນລະລຶກ. ຕອນຂ້າພະເຈົ້າເປັນປະທານເຜີຍແຜ່ຢູ່ປະເທດໂບລີເວຍ, ພັນລະຍາຂອງຂ້າພະເຈົ້າ ແມຣີ ແອນ ແລະ ຂ້າພະເຈົ້າໄດ້ມີໂອກາດໄປຮ່ວມສຳມະນາສຳລັບປະທານເຜີຍແຜ່ນຳປະທານເຮັນຣີ ບີ ໄອຣິງ. ໃນການປະຊຸມນັ້ນ ເພິ່ນໄດ້ສອນວ່າ ມີສາມວິທີທີ່ສຳຄັນທີ່ຈະຕຽມຕົວເພື່ອຮັບເອົາຜົນປະໂຫຍດຈາກການປະຊຸມ. ເຮົາຕ້ອງມາຮ່ວມພ້ອມກັບບັນຫາຂອງເຮົາ, ຖ່ອມຕົວຄືກັນກັບເດັກນ້ອຍພ້ອມແລ້ວທີ່ຈະຮຽນ, ແລະ ດ້ວຍຄວາມປາຖະໜາທີ່ຈະຊ່ອຍເຫລືອລູກໆຂອງພຣະເຈົ້າ.
ເມື່ອເຮົາຖ່ອມຕົນຕອນມາຮ່ວມກອງປະຊຸມສິນລະລຶກ, ເຮົາຈະສາມາດໄດ້ຮັບຄຳຕອບໃຫ້ແກ່ບັນຫາປະຈຳວັນຂອງເຮົາ. ເຮົາຕ້ອງມາພ້ອມກັບການຕຽມພ້ອມ, ເຕັມໃຈທີ່ຈະຟັງ, ແລະ ປາດສະຈາກການລົບກວນ. ໃນພຣະຄຳພີ ພຣະຜູ້ເປັນເຈົ້າໄດ້ກ່າວວ່າເຮົາຕ້ອງ ສຶກສາມັນ ຢູ່ໃນຈິດໃຈຂອງເຮົາກ່ອນ; ແລ້ວເຮົາຕ້ອງ ທູນຖາມພຣະອົງ ຖ້າຫາກວ່າມັນຖືກຕ້ອງຫລືບໍ່, ຖ້າຫາກມັນຖືກຕ້ອງ ພຣະອົງຈະເຮັດໃຫ້ ຊວງອົກຂອງເຮົາຮ້ອນຮົນ ພາຍໃນຕົວເຮົາ; ສະນັ້ນ, ເຮົາຈະຮູ້ສຶກວ່າມັນຖືກຕ້ອງ.10 ເຮົາສາມາດຮູ້ສິ່ງທີ່ເຮົາຄວນເຮັດເພື່ອແກ້ໄຂບັນຫາຂອງເຮົາ.
V. ການຮັບສ່ວນສິນລະລຶກຢ່າງມີຄ່າຄວນ ຈະຊ່ອຍເຫລືອເຮົາໃຫ້ເຕັມໄປດ້ວຍພຣະວິນຍານບໍລິສຸດ
ຫລັກທຳຂໍ້ທີຫ້າ, ການຮັບສ່ວນສິນລະລຶກຢ່າງມີຄ່າຄວນ, ຈະຊ່ອຍເຫລືອເຮົາໃຫ້ເຕັມໄປດ້ວຍພຣະວິນຍານບໍລິສຸດ. ຕອນພຣະອົງໄດ້ຕັ້ງສິນລະລຶກລະຫວ່າງການມາຢ້ຽມຢາມຊາວນີໄຟ, ພຣະເຢຊູໄດ້ກ່າວວ່າ, “ຄົນໃດທີ່ໄດ້ກິນເຂົ້າຈີ່ຈາກປ່ຽງນີ້ກໍເທົ່າກັບວ່າ ເຂົາໄດ້ກິນຮ່າງກາຍຂອງເຮົາເຂົ້າໄປສູ່ຈິດວິນຍານຂອງເຂົາ; ແລະ ຄົນໃດທີ່ໄດ້ດື່ມເຫລົ້າແວງຈາກຈອກນີ້ ກໍເທົ່າກັບວ່າເຂົາໄດ້ດື່ມໂລຫິດຂອງເຮົາເຂົ້າໄປສູ່ຈິດວິນຍານຂອງເຂົາ; ແລະ ຈິດວິນຍານຂອງເຂົາຈະບໍ່ຫິວ ຫລື ກະຫາຍ, ແຕ່ຈະອີ່ມ.”11 ເຂົາເຈົ້າໄດ້ຖືກສັນຍາວ່າ ຖ້າຫາກເຂົາເຈົ້າຫິວ ແລະ ກະຫາຍຄວາມຊອບທຳ, ແລ້ວເຂົາເຈົ້າຈະເຕັມໄປດ້ວຍພຣະວິນຍານບໍລິສຸດ. ການອະທິຖານສຳລັບສິນລະລຶກ ກໍສັນຍາອີກວ່າ ຖ້າຫາກເຮົາດຳລົງຊີວິດໃຫ້ສົມກັບພັນທະສັນຍາຂອງເຮົາ, ເຮົາຈະມີພຣະວິນຍານຂອງພຣະອົງສະຖິດຢູ່ນຳເຮົາຕະຫລອດເວລາ.12
ແອວເດີ ມາວິນ ເຈ ບາເລີດ ໄດ້ກ່າວວ່າ: “ຂ້າພະເຈົ້າເປັນພະຍານວ່າ ຢູ່ໃນການປະຕິບັດສິນລະລຶກນັ້ນ ມີພຣະວິນຍານສະຖິດຢູ່ນຳ ທີ່ເຮັດໃຫ້ຈິດວິນຍານຂອງເຮົາອົບອຸ່ນ ນັບແຕ່ຫົວເຖິງຕີນ; ທ່ານຮູ້ສຶກເຖິງບາດແຜທີ່ພຣະວິນຍານໄດ້ປິ່ນປົວ, ແລະ ຄວາມໜັກໜ່ວງທີ່ຖືກຍົກອອກໄປ. ການປອບໂຍນ ແລະ ຄວາມສຸກມາຈາກຈິດວິນຍານທີ່ມີຄ່າຄວນ ແລະ ຄວາມປາຖະໜາອັນແທ້ຈິງທີ່ຈະຮັບເອົາອາຫານແຫ່ງວິນຍານນີ້.”13
ເຮົາຈະໄດ້ຮັບພອນເມື່ອເຮົາຮູ້ສຶກເຖິງຄວາມກະຕັນຍູສຳລັບການຊົດໃຊ້ຂອງພຣະເຢຊູຄຣິດ, ຕໍ່ພັນທະສັນຍາແຫ່ງການຮັບບັບຕິສະມາ, ຮູ້ສຶກເຖິງການໃຫ້ອະໄພ, ແລະ ຮັບເອົາການດົນໃຈຈາກພຣະວິນຍານບໍລິສຸດ ເມື່ອເຮົາຮັບສ່ວນສິນລະລຶກແຕ່ລະອາທິດ. ມັນຈະເປັນກອງປະຊຸມທີ່ດີເລີດ ຖ້າຫາກສິນລະລຶກເປັນຈຸດສຳຄັນຂອງການນະມັດສະການ. ຂ້າພະເຈົ້າຂໍສະແດງຄວາມກະຕັນຍູສຳລັບການຊົດໃຊ້ຂອງພຣະເຢຊູຄຣິດ. ຂ້າພະເຈົ້າຮູ້ວ່າພຣະອົງຊົງພຣະຊົນຢູ່. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.