ການທົດລອງສັດທາຂອງທ່ານ
ເຊັ່ນດຽວກັບໄຟທີ່ລຸກຢ່າງແຮງ ຈົນວ່າມັນໄດ້ປ່ຽນໂລຫະເປັນເຫລັກ, ເມື່ອເຮົາຊື່ສັດຕໍ່ໄປໃນໄລຍະທີ່ເຮົາມີຄວາມທຸກຮ້ອນຢ່າງແສນສາຫັດເລື່ອງສັດທາ ຂອງເຮົາ, ເຮົາຈະຖືກຫລໍ່ຫລອມທາງວິນຍານ ແລະ ຖືກເຮັດໃຫ້ເຂັ້ມແຂງຂຶ້ນ.
ສິບປີກ່ອນ ເມື່ອພັນລະຍາຂອງຂ້າພະເຈົ້າ, ແຄຕີ້, ແລະ ຂ້າພະເຈົ້າໄດ້ອາໄສຢູ່ເມືອງ ເຊົາ ປາໂລ, ປະເທດບຣາຊິນ, ປະທານເດວິດ ແມຣິອ໊ອດ ໄດ້ເປັນປະທານຄວບຄຸມຢູ່ເຂດບຣາຊິນ ເຊົາ ປາໂລ ອິນເທີລາໂກ. ເພິ່ນ ແລະ ພັນລະຍາຂອງເພິ່ນ, ແນວ, ພ້ອມດ້ວຍລູກຊາຍຂອງພວກເພິ່ນຊື່ ວິວ, ແວັດສະລີ, ແລະ ເທຣສ໌ ໄດ້ອາໄສຢູ່ໃກ້ພວກເຮົາ. ພວກເພິ່ນໄດ້ປະເຮືອນຊານ, ແລະ ທຸລະກິດ, ແລະ ລູກຫລາຍຄົນໃນຄອບຄົວ ເພື່ອຕອບຮັບເອົາການເອີ້ນຈາກສາດສະດາເພື່ອຮັບໃຊ້ເຜີຍແຜ່.
ປະທານ ແມຣິອ໊ອດ ໄດ້ເອີ້ນຂ້າພະເຈົ້າເຂົ້າໄປພົບເພິ່ນໃນຕອນບ່າຍຂອງມື້ໜຶ່ງ. ລູກສາວທີ່ປະເສີດ ແລະ ຊອບທຳ ອາຍຸ 21 ປີ ຂອງເພິ່ນຊື່ ຈໍເຈຍ, ຜູ້ສຶກສາຝ່າຍການສະແດງຫລິ້ນຊໍຝະລັ່ງຢູ່ມະຫາວິທະຍາໄລ ອິນດີອານາ, ໄດ້ຖືກລົດກະບະຕຳ ຕອນນາງຂີ່ລົດຖີບກັບບ້ານຫລັງຈາກໂບດ. ໃນການລາຍງານເທື່ອທຳອິດ, ນາງຈໍເຈຍກໍບໍ່ໄດ້ເຈັບໜັກ. ແຕ່ເມື່ອຫລາຍຊົ່ວໂມງຜ່ານໄປ, ອາການຂອງນາງໄດ້ເລີ່ມໜັກຂຶ້ນ.
ຄອບຄົວ ແລະ ໝູ່ເພື່ອນໄດ້ເລີ່ມຕົ້ນຖືສິນອົດເຂົ້າ ແລະ ອະທິຖານເພື່ອຂໍການມະຫັດສະຈັນສຳລັບນາງຈໍເຈຍ. ແມ່ຂອງນາງໄດ້ບິນຕະຫລອດຄືນຈາກບຣາຊິນ. ເມື່ອໄປເຖິງສະໜາມບິນອິນດີອານາໃນມື້ຕໍ່ມາ, ນາງກໍໄດ້ພົບກັບລູກຜູ້ໃຫຍ່ຂອງນາງ ຜູ້ໄດ້ບອກນາງວ່າ ເຂົາເຈົ້າໄດ້ຢູ່ກັບນາງຈໍເຈຍຕອນນາງສິ້ນລົມຫັນໃຈ.
ຂ້າພະເຈົ້າໄດ້ເຫັນຄອບຄົວແມຣິອ໊ອດໃນເວລານັ້ນກ່ຽວກັບປະສົບການນີ້ ແລະ ໃນຫລາຍເດືອນ ແລະ ໃນຫລາຍປີຈາກນັ້ນ. ເຂົາເຈົ້າຮ້ອງໄຫ້, ເຂົາເຈົ້າອະທິຖານ, ເຂົາເຈົ້າໄດ້ເວົ້າກ່ຽວກັບນາງຈໍເຈຍ, ເຂົາເຈົ້າມີຄວາມເຈັບປວດ ແລະ ໂສກເສົ້າຫລາຍທີ່ສຸດ, ແຕ່ສັດທາຂອງເຂົາເຈົ້າບໍ່ໄດ້ຫລຸດໜ້ອຍລົງ. ໃນພາກເຊົ້າມື້ນີ້, ເຮົາໄດ້ຍິນສັດທາທີ່ຄ້າຍຄືກັນນັ້ນກ່ຽວກັບຊີວິດທີ່ສວຍງາມຂອງຄອບຄົວໂບເວັນ ແລະ ວຽວເບີເກີ.1
ຂອງປະທານແຫ່ງສັດທາ ເປັນຂອງປະທານທາງວິນຍານທີ່ປະເສີດລ້ຳ. “ນີ້ແມ່ນຊີວິດນິລັນດອນ,” ພຣະເຢຊູໄດ້ອະທິຖານວ່າ “ຄືພວກເຂົາຮູ້ຈັກພຣະອົງຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະ ຮູ້ຈັກພຣະເຢຊູຄຣິດຜູ້ທີ່ພຣະອົງໃຊ້ມາ.”2
ສັດທາຂອງເຮົາເປັນຈຸດໃຈກາງໃນພຣະເຈົ້າ ພຣະບິດາຂອງເຮົາ ແລະ ໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ມັນເຂັ້ມແຂງຂຶ້ນໂດຍຄວາມຮູ້ແຈ້ງຂອງເຮົາວ່າ ຄວາມສົມບູນຂອງພຣະກິດຕິຄຸນໄດ້ຖືກຟື້ນຟູຄືນມາໃໝ່ສູ່ແຜ່ນດິນໂລກ; ວ່າພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ; ແລະວ່າສາດສະດາ ແລະ ອັກຄະສາວົກໃນທຸກວັນນີ້ ມີຂໍກະແຈຂອງຖານະປະໂລຫິດ. ເຮົາທະນຸຖະໜອມສັດທາຂອງເຮົາ, ພະຍາຍາມເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາ, ອະທິຖານເພື່ອເພີ່ມສັດທາ, ແລະ ເຮັດທຸກສິ່ງຕາມພະລັງທີ່ເຮົາມີເພື່ອຮັກສາ ແລະ ປ້ອງກັນສັດທາຂອງເຮົາໄວ້.
ອັກຄະສາວົກເປໂຕໄດ້ບອກເຖິງບາງສິ່ງທີ່ເພິ່ນເອີ້ນວ່າ “ຄວາມເຊື່ອທີ່ລອງແລ້ວ.”3 ເພິ່ນເຄີຍມີປະສົບການນີ້. ທ່ານຈື່ຄຳຂອງພຣະເຢຊູໄດ້ບໍທີ່ວ່າ:
“ຊີໂມນ, … ຊາຕານໄດ້ຂໍອະນຸຍາດທົດລອງເຈົ້າ, ເພື່ອຈະຝັດຮ່ອນເຈົ້າເໝືອນຝັດເຂົ້າເປືອກ:
“ແຕ່ເຮົາໄດ້ອະທິຖານສຳລັບເຈົ້າ, ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ຂາດໄປ.”4
ຕໍ່ມາເປໂຕໄດ້ຊຸກຍູ້ຄົນອື່ນໆວ່າ: “ຢ່າ ປະຫລາດໃຈ,” ເພິ່ນກ່າວ, “ທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດ, ເປັນການລອງໃຈເໝືອນກັບວ່າເປັນເຫດອັນແປກປະຫລາດເກີດຂຶ້ນກັບພວກເຈົ້າ.”5
ຄວາມທຸກຮ້ອນຢ່າງແສນສາຫັດນີ້ ໄດ້ຈັດໄວ້ເພື່ອເຮັດໃຫ້ເຮົາເຂັ້ມແຂງຂຶ້ນ, ແຕ່ມັນມັກຈະເຮັດໃຫ້ຄວາມໄວ້ວາງໃຈຂອງທ່ານໃນພຣະບຸດຂອງພຣະເຈົ້າຫລຸດນ້ອຍຖອຍລົງ ຫລື ແມ່ນແຕ່ທຳລາຍ ເພື່ອປຸກການຕົກລົງໃຈຂອງທ່ານ ເພື່ອຮັກສາຄຳສັນຍາທີ່ທ່ານໄດ້ເຮັດໄວ້ກັບພຣະອົງ. ການທົດລອງເຫລົ່ານີ້ສ່ວນຫລາຍແລ້ວຈະຖືກປິດບັງໄວ້, ຍາກທີ່ຈະບອກໄດ້. ມັນຈະເລີ່ມຕົ້ນຢູ່ໃນຄວາມອ່ອນແອ, ຄວາມບໍ່ໝັ້ນຄົງ, ຄວາມຮູ້ສຶກໄວ, ຫລື ໃນສິ່ງທີ່ສຳຄັນກວ່າໝູ່ໝົດຕໍ່ເຮົາ. ການທົດສອບທີ່ແທ້ຈິງ ແຕ່ຄວບຄຸມໄດ້ສຳລັບບາງຄົນ ອາດເປັນຄວາມທຸກຮ້ອນຢ່າງແສນສາຫັດສຳລັບອີກບາງຄົນ.
ທ່ານຈະໝັ້ນຄົງ “ແນ່ວແນ່ ແລະ ບໍ່ຫວັ່ນໄຫວ”6 ໄດ້ແນວໃດ ຕອນປະສົບກັບການທົດລອງສັດທາ? ທ່ານຕ້ອງເອົາໃຈໃສ່ກັບສິ່ງທີ່ຊ່ອຍສ້າງໃຈກາງໃຫ້ແກ່ສັດທາຂອງທ່ານ—ທ່ານຕ້ອງໃຊ້ສັດທາໃນພຣະຄຣິດ, ທ່ານຕ້ອງອະທິຖານ, ທ່ານຕ້ອງໄຕ່ຕອງຂໍ້ພຣະຄຳພີ, ທ່ານຕ້ອງກັບໃຈ, ທ່ານຕ້ອງຮັກສາພຣະບັນຍັດ, ແລະ ທ່ານຕ້ອງຮັບໃຊ້ຄົນອື່ນ.
ເມື່ອປະເຊີນກັບການທົດລອງສັດທາ—ສິ່ງໃດກໍຕາມທີ່ທ່ານເຮັດ, ທ່ານບໍ່ຄວນເດີນໜີອອກຈາກສາດສະໜາຈັກ! ການອອກຫ່າງຈາກອານາຈັກຂອງພຣະເຈົ້າລະຫວ່າງມີການທົດລອງສັດທາ ຄືກັນກັບການໜີອອກຈາກບ່ອນຫລົບໄພ ໃນຂະນະທີ່ພະຍຸທໍເນໂດກຳລັງເກີດຂຶ້ນ.
ອັກຄະສາວົກໂປໂລໄດ້ກ່າວວ່າ, “ພວກເຈົ້າບໍ່ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ, ແຕ່ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ.”7 ພາຍໃນບ່ອນຫລົບໄພຂອງສາດສະໜາຈັກ, ເຮົາຈະປົກປ້ອງສັດທາຂອງເຮົາ. ການໄປປະຊຸມນຳກັນກັບຄົນທີ່ເຊື່ອ, ເຮົາໄດ້ອະທິຖານ ແລະ ພົບຄຳຕອບຕໍ່ຄຳອະທິຖານຂອງເຮົາ; ເຮົານະມັດສະການຜ່ານເພງ, ແບ່ງປັນປະຈັກພະຍານເຖິງພຣະຜູ້ຊ່ອຍໃຫ້ລອດ, ຮັບໃຊ້ຊຶ່ງກັນແລະກັນ, ແລະ ຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ. ເຮົາຮັບສ່ວນສິນລະລຶກ, ຮັບພອນຂອງຖານະປະໂລຫິດ, ແລະ ໄປພຣະວິຫານ. ພຣະຜູ້ເປັນເຈົ້າໄດ້ປະກາດວ່າ ໃນພິທີການ …, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.8 ເມື່ອທ່ານປະເຊີນກັບການທົດລອງສັດທາ—ຈົ່ງຍຶດໝັ້ນຢູ່ໃນບ່ອນປອດໄພນຳໄພ່ພົນຂອງພຣະເຈົ້າ. ມີບ່ອນສຳລັບທ່ານສະເໝີ. ບໍ່ມີການທົດລອງໃດທີ່ຍາກເກີນກວ່າທ່ານຈະເອົາຊະນະນຳກັນບໍ່ໄດ້.9
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ເຂັມຊີ້ທິດແຫ່ງຄວາມເປັນມະຕະຂອງສັງຄົມ [ໄດ້ໝຸນວຽນໄປຢ່າງວ່ອງໄວ]. ການປະພຶດ … ຊຶ່ງຄັ້ງໜຶ່ງ ... ເຄີຍຄິດວ່າບໍ່ເໝາະສົມ ແລະ ຂາດສິນທຳ ບັດນີ້ … ເຫັນວ່າ … ມີຫລາຍຄົນຮັບຮູ້.”10
ມີຜູ້ໃຫຍ່ໂສດຫລາຍຄົນຢູ່ໃນສາດສະໜາຈັກທີ່ມີອາຍຸສູງແລ້ວ. ເຖິງແມ່ນວ່າຊີວິດໃນປະຈຸບັນຂອງເຂົາເຈົ້າຈະຫຍຸ້ງຍາກຫລາຍກວ່າທີ່ເຂົາເຈົ້າຄາດຄິດ, ແຕ່ເຂົາເຈົ້າຍັງຮັກສາກົດພົມມະຈັນຂອງເຂົາເຈົ້າຢູ່.11 ມັນອາດເປັນການທົດລອງສັດທາຂອງເຂົາເຈົ້າ. ຂ້າພະເຈົ້າຂໍສະແດງຄວາມນັບຖື ແລະ ຍ້ອງຍໍສານຸສິດຂອງພຣະຄຣິດ.
“ພຣະເຈົ້າໄດ້ບັນຊາວ່າ ອຳນາດຂອງການສ້າງເກີດຂຶ້ນລະຫວ່າງຊາຍ ແລະ ຍິງຜູ້ແຕ່ງງານກັນຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນ.”12 ໃນພຣະສັນຍາໃໝ່ ພຣະຜູ້ຊ່ອຍໃຫ້ລອດໄດ້ຕັ້ງມາດຕະຖານເລື່ອງສິນທຳໄວ້ສູງ ສຳລັບຜູ້ຕິດຕາມຂອງພຣະອົງ ເມື່ອພຣະອົງໄດ້ປະກາດວ່າ, “ຜູ້ໃດແນມເບິ່ງຜູ້ຍິງດ້ວຍໃຈຄິດຢາກໄດ້ຍິງນັ້ນ, ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ”13 ພຣະອົງໄດ້ສອນເຮົາວ່າບໍ່ໃຫ້ກ່າວໂທດຄົນອື່ນ, ແຕ່ບໍ່ໃຫ້ຢ້ານທີ່ຈະກ່າວແບບຊື່ຕົງ ທີ່ວ່າ, “ຈົ່ງໄປສາ,” ພຣະອົງກ່າວ, “ແຕ່ຢ່າເຮັດບາບອີກ.”14
ຄອບຄົວຂອງຂ້າພະເຈົ້າມີເພື່ອນຄົນໜຶ່ງ. ທ່ານອາດຮູ້ຈັກບາງຄົນທີ່ຄືກັນກັບນາງ, ຫລື ບາງເທື່ອທ່ານອາດເປັນຄືກັນກັບນາງ. ນາງຊື່ສັດ, ຮັບໃຊ້ໃນສາດສະໜາຈັກໄດ້ດີທີ່ສຸດ, ມີລ້າການທີ່ເປັນໜ້ານັບຖື, ຄອບຄົວນາງກໍຮັກນາງຫລາຍ, ແລະ ເຖິງແມ່ນນາງຄາດຄິດວ່າຈະໄດ້ແຕ່ງງານ ແລະ ມີລູກ, ແຕ່ຕອນນີ້ນາງຍັງເປັນໂສດຢູ່. “ຂ້ານ້ອຍໄດ້ຕັດສິນໃຈ,” ນາງກ່າວ, “ທີ່ຈະ … ໄວ້ວາງໃຈໃນພຣະເຢຊູຄຣິດ. ຂ້ານ້ອຍມີສັດທາ … ວ່າບໍ່ມີ … ພອນປະການໃດທີ່ຖືກີດກັນໄວ້ … ຕາບໃດທີ່ຂ້ານ້ອຍ … ຍັງຊື່ສັດຕໍ່ພັນທະສັນຍາຂອງຂ້ານ້ອຍຢູ່, ຮ່ວມທັງກົດພົມມະຈັນ.”15
ເພື່ອນອີກຄົນໜຶ່ງຂອງພວກເຮົາໄດ້ຮັບໃຊ້ເຜີຍແຜ່ຢ່າງມີປະສິດທິພາບ, ຫລັງຈາກນັ້ນກໍໄດ້ສຶກສາຕໍ່ໃນລະດັບສູງ. ລາວຫວັງຈະມີຄອບຄົວ. ການທົດລອງສັດທາຂອງລາວແມ່ນ: ລາວສົນໃຈກັບເພດດຽວກັນ. ລາວໄດ້ຂຽນເຖິງຂ້າພະເຈົ້າບໍ່ດົນມານີ້ວ່າ: “ຂ້ານ້ອຍໄດ້ຖືກສັນຍາຢູ່ໃນໃບປິຕຸພອນວ່າ ຂ້ານ້ອຍຈະມີຄອບຄົວຂອງຂ້ານ້ອຍໃນມື້ໜຶ່ງ. ບໍ່ວ່າຈະເປັນ … ໃນຊີວິດນີ້ ຫລື ໃນຊີວິດໜ້າ, ຂ້ານ້ອຍ [ບໍ່] ຮູ້. … [ແຕ່] ຂ້ານ້ອຍບໍ່ຢາກເຮັດສິ່ງໃດທີ່ຈະເຮັດໃຫ້ພອນທີ່ພຣະເຈົ້າໄດ້ສັນຍາໄວ້ຕົກຢູ່ໃນຂັ້ນອັນຕະລາຍ. … ການດຳລົງຊີວິດຕາມ [ກົດພົມມະຈັນ] ເປັນສິ່ງທ້າທາຍ, ແຕ່ເຮົາບໍ່ໄດ້ມາສູ່ໂລກເພື່ອປະເຊີນກັບການທ້າທາຍບໍ ແລະ ເພື່ອສະແດງຄວາມຮັກ ແລະ ຄວາມນັບຖືຂອງເຮົາຕໍ່ພຣະເຈົ້າ … ໂດຍການຮັກສາພຣະບັນຍັດຂອງພຣະອົງບໍ? ຂ້ານ້ອຍໄດ້ຮັບພອນດ້ວຍສຸຂະພາບທີ່ແຂງແຮງ, ພຣະກິດຕິຄຸນ, ພໍ່ແມ່ພີ່ນ້ອງທີ່ຮັກແພງ, ແລະ ໝູ່ເພື່ອນທີ່ຈົງຮັກພັກດີ.”16
ຊາວໂລກໄດ້ປະທ້ວງວ່າ: “ເປັນຫຍັງພຣະອົງຈຶ່ງຂໍຮ້ອງຫລາຍແທ້?” ພຣະຜູ້ເປັນເຈົ້າໄດ້ຕອບວ່າ,
“ຄວາມຄິດຂອງເຮົາບໍ່ຄືຄວາມຄິດຂອງພວກເຈົ້າ, ແລະ ວິທີທາງຂອງເຮົານັ້ນກໍແຕກຕ່າງບໍ່ຄືວິທີທາງຂອງພວກເຈົ້າ. ...
“ສະຫວັນຊັ້ນຟ້າສູງກວ່າແຜ່ນດິນໂລກສັນໃດ ວິທີທາງທັງຄວາມຄິດຂອງເຮົາກໍສູງກວ່າສັນນັ້ນ.”17
ຜູ້ຕິດຕາມຂອງພຣະຄຣິດສອງຄົນນີ້ ແລະ ຫລາຍສິບພັນຄົນຄືກັນກັບເຂົາເຈົ້າ ໄດ້ຮູ້ສຶກເຖິງຄຳສັນຍາຂອງພຣະຜູ້ຊ່ອຍໃຫ້ລອດທີ່ວ່າ: “ສັນຕິສຸກຂອງເຮົາທີ່ເຮົາມອບໃຫ້ພວກເຈົ້າ ບໍ່ຄືສັນຕິສຸກທີ່ໂລກໃຫ້. ຢ່າວຸ້ນວາຍເປັນທຸກໃຈ ແລະ ຢ່າສູ່ຢ້ານ.”18
ມີການທົດລອງຢ່າງໜຶ່ງອີກ. ມີຜູ້ຄົນຈຳນວນໜຶ່ງທີ່ຢາກລົດກຽດສາດສະໜາຈັກ ແລະ ທຳລາຍສັດທາ. ທຸກວັນນີ້ເຂົາເຈົ້າໃຊ້ອິນເຕີແນັດ.
ຂໍ້ມູນບາງຢ່າງກ່ຽວກັບສາດສະໜາຈັກ, ບໍ່ວ່າຈະເປັນໜ້າເຊື່ອປານໃດກໍຕາມ, ແຕ່ມັນບໍ່ໄດ້ເປັນຄວາມຈິງ. ໃນປີ 1985 ຂ້າພະເຈົ້າຈື່ເພື່ອນຄົນໜຶ່ງຂອງຂ້າພະເຈົ້າໄດ້ຍ່າງເຂົ້າມາໃນຫ້ອງການຂອງຂ້າພະເຈົ້າຢູ່ລັດ ຟລໍຣິດາ. ລາວໄດ້ເອົາເລື່ອງໜຶ່ງຈາກວາລະສານ Time ມີຫົວຂໍ້ວ່າ “Challenging Mormonism’s Roots” ໝາຍຄວາມວ່າ “ການທ້າທາຍຮາກຖານຂອງສາດສະໜາມໍມອນ”. ເລື່ອງນັ້ນໄດ້ກ່າວເຖິງຈົດໝາຍສະບັບໜຶ່ງທີ່ຫາກໍໄດ້ຄົ້ນພົບ, ວ່າເປັນການຂຽນຂອງ ມາຕິນ ແຮຣິສ, ທີ່ກ່າວແຕກຕ່າງຈາກເລື່ອງລາວທີ່ໂຈເຊັບ ສະມິດ ໄດ້ກ່າວກ່ຽວກັບແຜ່ນຈາລຶກຂອງພຣະຄຳພີມໍມອນ.19
ເພື່ອນຂອງຂ້າພະເຈົ້າໄດ້ຖາມຖ້າຫາກວ່າ ເລື່ອງເຊັ່ນນັ້ນຈະທຳລາຍສາດສະໜາຈັກມໍມອນ. ເລື່ອງສັ້ນນັ້ນໄດ້ກ່າວເຖິງຊາຍຄົນໜຶ່ງຜູ້ໄດ້ກ່າວວ່າ ລາວຈະອອກຈາກສາດສະໜາຈັກໄປ ເພາະເອກະສານນັ້ນ. ຕໍ່ມາ, ກໍໄດ້ຮູ້ວ່າມີຫລາຍຄົນອອກໄປຈາກສາດສະໜາຈັກ.20 ຂ້າພະເຈົ້າແນ່ໃຈວ່າ ມັນເປັນການທົດລອງສັດທາຂອງເຂົາເຈົ້າ.
ສອງສາມເດືອນຈາກນັ້ນ, ຜູ້ຊ່ຽວຊານໄດ້ຄົ້ນພົບ (ແລະ ຜູ້ປອມແປງເອກະສານກໍໄດ້ສາລະພາບ) ວ່າຈົດໝາຍສະບັບນັ້ນເປັນຂອງປອມ. ຂ້າພະເຈົ້າຫວັງວ່າ ຄົນທີ່ໄດ້ອອກໄປຈາກສາດສະໜາຈັກເພາະຖືກຫລອກລວງ ຈະພົບເສັ້ນທາງກັບຄືນມາອີກ.
ຜູ້ຄົນຈຳນວນໜ້ອຍໜຶ່ງກໍມີຄວາມສົງໃສເລື່ອງສັດທາຂອງຕົນ ເມື່ອເຂົາເຈົ້າໄດ້ພົບເຫັນເອກະສານທີ່ຂຽນໂດຍຜູ້ນຳຂອງສາດສະໜາຈັກທີ່ເກົ່າແກ່ ທີ່ເບິ່ງຄືວ່າບໍ່ສອດຄ່ອງກັບຄຳສອນຂອງເຮົາ. ມີຫລັກທຳທີ່ສຳຄັນຊຶ່ງປົກຄອງຄຳສອນຂອງສາດສະໜາຈັກ. ຄຳສອນໄດ້ຖືກສອນໂດຍສະມາຊິກ 15 ຄົນຈາກຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ. ມັນບໍ່ໄດ້ຖືກເຊື່ອງຊ້ອນໄວ້ຢູ່ໃນວັກໃດວັກໜຶ່ງຂອງບົດປາໄສໃດໜຶ່ງ. ຫລັກທຳທີ່ແທ້ຈິງໄດ້ຖືກສອນເລື້ອຍໆ ແລະ ໂດຍຫລາຍຄົນ. ຄຳສອນຂອງພວກເຮົາຫາໄດ້ບໍ່ຍາກ.
ຜູ້ນຳຂອງສາດສະໜາຈັກເປັນຄົນຊື່ສັດ ແຕ່ເປັນມະນຸດທີ່ມີຄວາມຂາດຕົກບົກພ່ອງຢູ່. ທ່ານຈື່ຈຳຖ້ອຍຄຳຂອງໂມໂຣໄນໄດ້ບໍ ທີ່ວ່າ: “ຢ່າໄດ້ກ່າວໂທດຂ້າພະເຈົ້າຍ້ອນຄວາມຂາດຕົກບົກພ່ອງຂອງຂ້າພະເຈົ້າ, ທັງບິດາຂອງຂ້າພະເຈົ້າ … ; ແຕ່ທາງທີ່ດີຈົ່ງຖະຫວາຍຄວາມຂອບຄຸນແດ່ພຣະເຈົ້າທີ່ພຣະອົງໄດ້ສະແດງໃຫ້ທ່ານເຫັນເຖິງຄວາມຂາດຕົກບົກພ່ອງຂອງພວກເຮົາ, ເພື່ອວ່າທ່ານຈະໄດ້ຮຽນຮູ້ໃຫ້ຮອບຄອບດີກວ່າທີ່ພວກເຮົາເປັນມາ.”21
ໂຈເຊັບ ສະມິດ ໄດ້ກ່າວວ່າ, “ຂ້າພະເຈົ້າບໍ່ເຄີຍບອກທ່ານວ່າ ຂ້າພະເຈົ້າດີພ້ອມທຸກຢ່າງ—ແຕ່ບໍ່ມີຄວາມຜິດຢູ່ໃນການເປີດເຜີຍ.”22 ພຣະຫັດທີ່ມະຫັດສະຈັນຂອງພຣະເຈົ້າໃນປະຫວັດສາດ ແລະ ໂຊກຊາຕາຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຈະເຂົ້າໃຈໄດ້ພຽງແຕ່ດ້ວຍ ການສອບຖາມທາງວິນຍານເທົ່ານັ້ນ. ປະທານເອສະລາ ແທັບ ເບັນສັນ ໄດ້ກ່າວວ່າ: “ມະນຸດທຸກຄົນຈະຕ້ອງເພິ່ງພາອາໄສສັດທາ, ແລະ ໃນສັດທານັ້ນ ... ເຂົາຕ້ອງຍຶດໝັ້ນ.”23 ຢ່າຕົກຕະລຶງເດີ້ ເມື່ອມັນເກີດຂຶ້ນກັບທ່ານ!
ສຳຄັນທີ່ສຸດ, ການທົດລອງຈະຫຍຸ້ງຍາກ. ອາດເປັນເລື່ອງທຸກໃຈ, ສັບສົນ, ນອນບໍ່ຫລັບ, ແລະ ໝອນປຽກດ້ວຍນ້ຳຕາ. ແຕ່ການທົດລອງຂອງເຮົາບໍ່ຈຳເປັນຕ້ອງເຮັດໃຫ້ວິນຍານຂອງເຮົາຕົກຢູ່ໃນຂັ້ນອັນຕະລາຍ. ບໍ່ຈຳເປັນຕ້ອງໜີໄປຈາກພັນທະສັນຍາຂອງເຮົາ ຫລື ຈາກໄພ່ພົນຂອງພຣະເຈົ້າ.
“ຈົ່ງຈື່ໄວ້ວ່າ, … ຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພາຍຸຮ້າຍຂອງມັນມາ, … ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ … ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ, … ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້.”24
ເຊັ່ນດຽວກັບໄຟທີ່ລຸກຢ່າງແຮງ ຈົນວ່າມັນໄດ້ປ່ຽນໂລຫະ ເປັນເຫລັກ, ເມື່ອເຮົາຊື່ສັດຕໍ່ໄປໃນໄລຍະທີ່ເຮົາມີຄວາມທຸກຮ້ອນຢ່າງແສນສາຫັດເລື່ອງສັດທາ ຂອງເຮົາ, ເຮົາຈະຖືກຫລໍ່ຫລອມທາງວິນຍານ ແລະ ຖືກເຮັດໃຫ້ເຂັ້ມແຂງຂຶ້ນ.
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ອະທິບາຍສິ່ງທີ່ເພິ່ນໄດ້ຮຽນຮູ້ຈາກການທົດລອງທີ່ເພິ່ນໄດ້ປະເຊີນດັ່ງນີ້: “ເຖິງແມ່ນຂ້າພະເຈົ້າໄດ້ຮັບທຸກທໍລະມານໃນຕອນນັ້ນ, ເມື່ອຂ້າພະເຈົ້າຫວນຄິດຄືນຫລັງຕອນນີ້, ຂ້າພະເຈົ້າມີຄວາມກະຕັນຍູທີ່ຄຳຕອບບໍ່ໄດ້ມາເຖິງທັນທີ. … ຂ້າພະເຈົ້າມາຮູ້ຈັກພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະບິດາເທິງສະຫວັນຂອງຂ້າພະເຈົ້າໃນທາງ ແລະ ໃນລະດັບທີ່ບໍ່ອາດສາມາດເກີດຂຶ້ນ. … ໄດ້ຮຽນໄວ້ວາງໃຈພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງຂ້າພະເຈົ້າ.”25
ເປໂຕໄດ້ບັນຍາຍປະສົບການເຫລົ່ານີ້ວ່າ “ປະເສີດກວ່າ … ຄຳ.”26 ໂມໂຣໄນ ໄດ້ກ່າວວ່າຈະບໍ່ໄດ້ຮັບພະຍານຈົນກວ່າຫລັງຈາກ “ການທົດລອງສັດທາ.”27
ຂ້າພະເຈົ້າໄດ້ເລີ່ມຕົ້ນດ້ວຍການກ່າວກ່ຽວກັບຄອບຄົວແມຣິອ໊ອດ. ອາທິດແລ້ວນີ້ ແຄຕີ້ ແລະ ຂ້າພະເຈົ້າໄດ້ໄປຢ້ຽມຫລຸມສົບຂອງນາງຈໍເຈຍ. ສິບປີແລ້ວທີ່ນາງໄດ້ຈາກໄປ. ຄົນໃນຄອບຄົວ ແລະ ໝູ່ເພື່ອນໄດ້ກ່າວເຖິງຄວາມຮັກ ແລະ ຄວາມຊົງຈຳທີ່ເຂົາເຈົ້າມີກ່ຽວກັບນາງຈໍເຈຍ. ມີປຸມເປົ້າສີຂາວເພື່ອລະນຶກເຖິງຊີວິດຂອງນາງ. ໃນທ່າມກາງນ້ຳຕາ, ແມ່ຂອງນາງຈໍເຈຍໄດ້ກ່າວເຖິງສັດທາ ແລະ ຄວາມເຂົ້າໃຈທີ່ນາງໄດ້ມີຫລາຍຂຶ້ນ, ແລະ ພໍ່ຂອງນາງຈໍເຈຍໄດ້ບອກຂ້າພະເຈົ້າຢ່າງງຽບໆເຖິງພະຍານທີ່ສັນຍາໄວ້ ຊຶ່ງໄດ້ມາເຖິງເພິ່ນ.
ດ້ວຍສັດທາ, ການທົດລອງສັດທາຈະມາເຖິງ. ການປອບໂຍນຂອງພຣະຜູ້ເປັນເຈົ້າທີ່ໄດ້ມອບໃຫ້ແກ່ສາດສະດາໂຈເຊັບ ສະມິດ ເປັນການປອບໂຍນອັນດຽວກັນຈາກຄຳສັນຍາທີ່ພຣະອົງໄດ້ມອບໃຫ້ແກ່ທ່ານ ໃນການທົດລອງສັດທາຂອງທ່ານວ່າ: “ຈົ່ງຍຶດໝັ້ນ … , ຢ່າຢ້ານກົວ … , ເພາະພຣະເຈົ້າຈະຢູ່ກັບເຈົ້າຕະຫລອດການ ແລະ ຕະຫລອດໄປ.”28 ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.