ດ້ວຍສັດທາ ທຸກສິ່ງທຸກຢ່າງຍ່ອມສຳເລັດ
ສັດທາຈະຊ່ອຍເຮົາໃຫ້ປີນຂຶ້ນເຖິງເສັ້ນທາງແຫ່ງພຣະກິດຕິຄຸນໄດ້ຢ່າງປອດໄພ, ເອົາຊະນະການທ້າທາຍທັງປວງແຫ່ງຄວາມເປັນມະຕະ, ແລະ ກັບໄປຫາທີ່ປະທັບອັນສະຫງ່າງາມຂອງພຣະບິດາເທິງສະຫວັນຂອງເຮົາ.
ບໍ່ດົນມານີ້ ຫລາຍຄົນພວກເຮົາຢູ່ໃນຄອບຄົວ ແນັດຊ໌ ໄດ້ພາກັນໄປປີນພູ Huayna Picchu (ຮວຍນາ ພິກຈູ), ເປັນຈອມພູທີ່ສູງໃກ້ກັບເມືອງເກົ່າແກ່ອິງກາຂອງ Machu Picchu (ມາຈູ ພິກຈູ) ໃນປະເທດເປຣູ. ມັນເປັນການປີນຂຶ້ນໜ້າຜາຊັນ, ເປັນພາບທີ່ສວຍງາມ ແລະ ເປັນເຫວເລິກ. ໜ້າເສຍໃຈທີ່ນັກປີນພູຫລາຍຄົນໄດ້ເສຍຊີວິດໄປ ເພາະການຕົກລົງຈາກທາງປີນທີ່ຄັບແຄບ. ໃນການຫລີກເວັ້ນຈາກຄວາມໂສກເສົ້າເຊັ່ນນັ້ນ, ຮາວເຫລັກທີ່ແໜ້ນໜຽວໄດ້ຖືກປັກໄວ້ຕາມໜ້າຜາຮວຍນາ ພິກຈູ. ພວກເຮົາໄດ້ຈັບຮາວເຫລັກນັ້ນໃນຂະນະທີ່ປີນຂຶ້ນໄປ, ແລະ ມັນໄດ້ຊ່ອຍພວກເຮົາໃຫ້ໄປເຖິງຈອມພູຢ່າງປອດໄພ, ບ່ອນທີ່ທິວທັດສະຫງ່າງາມຫລາຍ!
ເຊັ່ນດຽວກັບເສັ້ນທາງໄປຮວຍນາ ພິກຈູ, ເສັ້ນທາງໃນຊີວິດຂອງເຮົາກໍສູງຊັນ ແລະ ຫຍຸ້ງຍາກ, ເປັນເສັ້ນທາງທີ່ຮຽກຮ້ອງຄວາມຊ່ອຍເຫລືອຈາກພຣະບິດາເທິງສະຫວັນກ່ອນຈະບັນລຸຄວາມສຳເລັດໄດ້. ເພາະດ້ວຍເຫດນີ້, ພຣະອົງຈຶ່ງໄດ້ມອບຫລັກທຳ ແລະ ພິທີການຂອງພຣະກິດຕິຄຸນໃຫ້ເຮົາເພື່ອນຳເຮົາໄປສູ່ພຣະຜູ້ຊ່ອຍໃຫ້ລອດ ແລະ ອຳນາດຊ່ອຍໃຫ້ລອດຂອງພຣະອົງ.1 ຫລັກທຳຂໍ້ທຳອິດໃນຫລັກທຳເຫລົ່ານັ້ນ, ສັດທາໃນອົງພຣະເຢຊູຄຣິດເຈົ້າ,2 ເປັນເໝືອນດັ່ງຮາວເຫລັກຂອງຮວຍນາ ພິກຈູ ນັ້ນ ທີ່ວ່າ: ຖ້າຫາກໝັ້ນໜຽວ ແລະ ປັກຢູ່ໃນສີລາຂອງພຣະຜູ້ໄຖ່,3 ແລ້ວສັດທາຈະຊ່ອຍເຮົາໃຫ້ປີນຂຶ້ນເຖິງເສັ້ນທາງແຫ່ງພຣະກິດຕິຄຸນໄດ້ຢ່າງປອດໄພ, ເອົາຊະນະການທ້າທາຍທັງປວງແຫ່ງຄວາມເປັນມະຕະ,4 ແລະ ກັບໄປຫາທີ່ປະທັບອັນສະຫງ່າງາມຂອງພຣະບິດາເທິງສະຫວັນຂອງເຮົາ. ທຸກສິ່ງຈະບັນລຸຜົນສຳເລັດດ້ວຍສັດທາ.5
ສັດທາເປັນທັງຫລັກທຳຂອງການກະທຳ ແລະ ພະລັງ.6 “ສັດທາບໍ່ແມ່ນການມີຄວາມຮູ້ອັນສົມບູນເຖິງເລື່ອງຕ່າງໆ; ດັ່ງນັ້ນ ຖ້າຫາກ [ເຮົາ] ມີສັດທາ [ເຮົາ] ກໍຫວັງໃນສິ່ງທີ່ບໍ່ເຄີຍເຫັນ, ຊຶ່ງເປັນຄວາມຈິງ.”7 ມັນແມ່ນການໃຫ້ຄວາມແນ່ນອນໃຈຂອງພຣະວິນຍານ8 ຊຶ່ງໄດ້ຮັບຜ່ານການຮຽນຮູ້ ທີ່ຈະຊ່ອຍເຮົາໃຫ້ເຮັດ9 ເພື່ອຖືກພາໄປເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຮັກສາພຣະບັນຍັດຂອງພຣະອົງດ້ວຍການອະທິຖານ, ແມ່ນແຕ່ໃນຕອນທີ່ເສຍສະລະ ແລະ ຖືກທົດລອງ.10 ສັດທານຳອຳນາດຂອງພຣະຜູ້ເປັນເຈົ້າມາໃຫ້ເຮົາ, ຊຶ່ງ—ໃນບັນດາສິ່ງອື່ນໆ—ມັນຖືກສະແດງໃຫ້ປະຈັກດ້ວຍຄວາມຫວັງໃນສິ່ງທີ່ດີ,11 ສິ່ງມະຫັດສະຈັນທີ່ຢືນຢັນສັດທາ,12 ແລະ ການປົກປ້ອງຈາກສະຫວັນເລື່ອງທາງວິນຍານ ແລະ ທາງໂລກ.13
ຊີວິດຂອງນາງແອນ ໂຣລີ, ຍິງຜູ້ບຸກເບີກໃນສະໄໝເລີ່ມຕົ້ນຂອງສາດສະໜາຈັກ, ໄດ້ສະແດງໃຫ້ເຫັນວ່າ ການໃຊ້ສັດທາສາມາດມີຜົນກະທົບຕໍ່ຊີວິດຂອງເຮົາໃນທາງທີ່ດີໄດ້. ໂດຍທີ່ເປັນແມ່ໝ້າຍຈາກປະເທດອັງກິດ, ຊິດສະເຕີໂຣລີໄດ້ໃຊ້ສັດທາຂອງນາງເພື່ອຕອບການເອີ້ນຂອງສາດສະດາໃນການເຕົ້າໂຮມສີໂອນ. ນາງເປັນຜູ້ໜຶ່ງໃນຂະບວນລໍ້ວິວລີທີ່ໄດ້ປະເຊີນກັບຫິມະໃນເສັ້ນທາງເດີນໃນລະດູໃບໄມ້ຫລົ່ນຂອງປີ 1856. ເຂົາເຈົ້າໄດ້ເດີນທາງໄປເຖິງຈຸດບ່ອນທີ່ລູກເຈັດຄົນຂອງນາງອຶດຢາກຫລາຍທີ່ສຸດ. ນາງໄດ້ຂຽນວ່າ: “ຂ້າພະເຈົ້າເຈັບປວດຫລາຍທີ່ເຫັນລູກໆຫິວໂຫຍ. … ເມື່ອຄ່ຳຄືນມາເຖິງ ພວກເຮົາບໍ່ມີຫຍັງທີ່ຈະກິນ. ຂ້າພະເຈົ້າໄດ້ທູນຂໍຄວາມຊ່ອຍເຫລືອຈາກພຣະເຈົ້າດັ່ງທີ່ເຄີຍເຮັດ. ຂ້າພະເຈົ້າໄດ້ຄຸເຂົ່າລົງ, ຈື່ໄດ້ວ່າ ມີເຂົ້າໜົມແຫ້ງຢູ່ສອງປ່ຽງທີ່ … ເຫລືອຈາກການເດີນທາງຂ້າມທະເລມາ. ສອງປ່ຽງນັ້ນບໍ່ໃຫຍ່, ແລະ ກໍຍາກຫລາຍທີ່ຈະຫັກເປັນຕ່ອນໆ. ແລະ ບໍ່ພໍສຳລັບ 8 ຄົນທີ່ຈະກິນ, ແຕ່ເຂົ້າຈີ່ 5 ກ້ອນ ກັບປາ 2 ໂຕ ກໍຍັງພຽງພໍສຳລັບຜູ້ຄົນ 5,000 ຄົນ, ແຕ່ຜ່ານການມະຫັດສະຈັນ, ພຣະເຢຊູຍັງເຮັດໄດ້. ສະນັ້ນ, ດ້ວຍຄວາມຊ່ອຍເຫລືອຂອງພຣະເຈົ້າ, ບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້. ຂ້າພະເຈົ້າໄດ້ຊອກຫາເຂົ້າໜົມສອງປ່ຽງນັ້ນ ແລະ ໄດ້ເອົາມັນໃສ່ໃນໝໍ້ ແລະ ເທນ້ຳໃສ່ ແລະ ໄດ້ທູນຂໍພອນຈາກພຣະເຈົ້າ. ແລ້ວຂ້າພະເຈົ້າໄດ້ເອົາຝາປິດ ແລະ ຕັ້ງມັນໃສ່ໄຟ. ບໍ່ດົນຫລັງຈາກນັ້ນ ຂ້າພະເຈົ້າໄດ້ເອົາຝາອອກ, ຂ້າພະເຈົ້າເຫັນວ່າ ໝໍ້ນັ້ນເຕັມໄປດ້ວຍອາຫານ. ຂ້າພະເຈົ້າໄດ້ຄຸເຂົ່າລົງພ້ອມກັບຄອບຄົວ ແລະ ຂອບພຣະໄທພຣະເຈົ້າສຳລັບຄວາມກະລຸນາຂອງພຣະອົງ. ຄືນນັ້ນຄອບຄົວຂອງຂ້າພະເຈົ້າມີອາຫານກິນພຽງພໍ.”14
ແອນ ໂຣລີ ໄດ້ດຳລົງຊີວິດຕາມພຣະກິດຕິຄຸນ ດ້ວຍການເສຍສະລະຢ່າງຫລວງຫລາຍ, ຕ້ອງການຄວາມຊ່ອຍເຫລືອ, ແລະ ໄດ້ທູນຂໍດ້ວຍການອະທິຖານ. ເພາະສັດທາຂອງນາງ, ນາງຈຶ່ງເຕັມໄປດ້ວຍຄວາມຫວັງ ແລະ ການມະຫັດສະຈັນໄດ້ເກີດຂຶ້ນ ແລະ ໄດ້ລ້ຽງດູຄອບຄົວຂອງນາງ. ພຣະຜູ້ເປັນເຈົ້າກໍອວຍພອນນາງດ້ວຍຄວາມສາມາດທີ່ຈະອົດທົນ “ດ້ວຍສັດທາຈົນເຖິງທີ່ສຸດ.”15 ເຖິງແມ່ນບໍ່ຮູ້ແນ່ນອນ ກ່ຽວກັບອະນາຄົດ, ແຕ່ນາງບໍ່ໄດ້ອ້ອນວອນເພື່ອຢາກຮູ້ວ່າ ນາງຈະລ້ຽງດູລູກຂອງນາງໄດ້ແນວໃດໃນມື້ຕໍ່ໄປ; ແຕ່ນາງໄດ້ອົດທົນ “ລໍຖ້າພຣະຜູ້ເປັນເຈົ້າ”16 ແລະ ໄດ້ກ້າວເດີນຕໍ່ໄປດ້ວຍຄວາມຫວັງ—ເໝືອນດັ່ງເນື້ອເພງສວດທີ່ງົດງາມໄດ້ກ່າວວ່າ:
ຈົ່ງນຳພາ, ດ້ວຍຄວາມເມດຕາ, ຜ່ານຄວາມມືດ; ຈົ່ງນຳຜູ້ຂ້າໄປ!
ຄ່ຳຄືນມືດມົວ, ແລະ ຜູ້ຂ້າໄກຈາກບ້ານ; ຈົ່ງນຳຜູ້ຂ້າໄປ!
ຈົ່ງນຳພາຕີນຂອງຜູ້ຂ້າໄປ; ຜູ້ຂ້າບໍ່ໄດ້ອ້ອນວອນເພື່ອຈະເຫັນ
ເສັ້ນທາງໄກ—ຈົ່ງພາໄປແຕ່ລະບາດກ້າວ.17
ເຮົາກໍຄືກັນ ສາມາດໃຊ້ສັດທາໃນພຣະຜູ້ເປັນເຈົ້າ, ເຊື່ອ ແລະ ໄວ້ວາງໃຈວ່າ ພຣະເຈົ້າທີ່ເມດຕາ ແລະ ເປັນເພື່ອນ18 ຈະອວຍພອນເຮົາດ້ວຍອຳນາດແຫ່ງການມະຫັດສະຈັນອັນເໝາະສົມຕໍ່ສະພາບການຂອງເຮົາ, ຕາມເວລາຂອງພຣະອົງ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາກໍຄືກັນ, ຈະໄດ້ເຫັນພຣະຫັດຂອງພຣະເຈົ້າສະແດງໃຫ້ປະຈັກໃນຊີວິດຂອງເຮົາ.
ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາໃຫ້ສວມເຄື່ອງປ້ອງກັນແຫ່ງສັດທາ ຊຶ່ງໃນນັ້ນເຮົາຈະສາມາດດັບລູກສອນໄຟທັງໝົດ ຂອງຄົນຊົ່ວໄດ້.”19 ຊາຕານຈະໃຊ້ສິ່ງເຊັ່ນນັ້ນໃຫ້ສົງໄສ, ຢ້ານ, ຫລື ເຮັດບາບ ເພື່ອລໍ້ລວງເຮົາໃຫ້ປ່ອຍສັດທາໄປ ແລະ ຖອດເຄື່ອງປ້ອງກັນອອກ. ຂໍໃຫ້ເຮົາຈົ່ງກວດກາເບິ່ງການທ້າທາຍແຕ່ລະຢ່າງນີ້ກັບສັດທາ ເພື່ອວ່າເຮົາຈະສາມາດຮູ້ຈັກ ແລະ ບໍ່ຕົກຫລຸມລໍ້ຂອງຜູ້ປໍລະປັກ.20
ທຳອິດ, ການບໍ່ເຊື່ອໃນພຣະຜູ້ເປັນເຈົ້າ ຫລື ພຣະກິດຕິຄຸນຂອງພຣະອົງຈະເຮັດໃຫ້ເຮົາຕໍ່ຕ້ານກັບພຣະວິນຍານຂອງພຣະເຈົ້າ.21 ຄຳຕອບຂອງພຣະຜູ້ເປັນເຈົ້າສຳລັບຄວາມສົງໄສແມ່ນງ່າຍໆ. ດັ່ງທີ່ກະສັດເບັນຢາມິນໄດ້ກ່າວວ່າ, “ຈົ່ງເຊື່ອໃນພຣະເຈົ້າ; ຈົ່ງເຊື່ອວ່າພຣະອົງໄດ້ເປັນຢູ່, ແລະວ່າພຣະອົງໄດ້ສ້າງທຸກສິ່ງ, ທັງໃນສະຫວັນ ແລະ ໃນແຜ່ນດິນໂລກ; ຈົ່ງເຊື່ອວ່າພຣະອົງມີຄວາມສະຫລຽວສະຫລາດ ແລະ ອຳນາດທັງໝົດທັງໃນສະຫວັນ ແລະ ແຜ່ນດິນໂລກ; ຈົ່ງເຊື່ອວ່າມະນຸດບໍ່ເຂົ້າໃຈທຸກໆຢ່າງຊຶ່ງພຣະຜູ້ເປັນເຈົ້າເຂົ້າໃຈໄດ້.”22
ຖ້າຫາກເປັນເພາະຄວາມບໍ່ເຊື່ອ ຫລື ຄວາມສົງໄສ, ທ່ານເຫັນວ່າຄວາມເຊື່ອຂອງທ່ານອ່ອນແອລົງ, ຈົ່ງຈື່ຈຳໄວ້ວ່າ ແມ່ນແຕ່ອັກຄະສາວົກໃນສະໄໝໂບຮານຍັງໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ “ຈົ່ງເພີ່ມສັດທາໃຫ້ພວກຂ້ານ້ອຍແດ່ທ້ອນ.”23 ຈົ່ງຈື່ຈຳໄວ້ວ່າ ສັດທາ ແລະ ເຫດຜົນເປັນສອງຢ່າງທີ່ຄຽງຄູ່ໄປນຳກັນ, ໃຫ້ເຮົາມາໄຕ່ຕອງກ່ຽວກັບການປຽບທຽບດັ່ງຕໍ່ໄປນີ້: ສັດທາ ແລະ ເຫດຜົນ ຄືກັນກັບປີກຍົນສອງເບື້ອງ. ທັງສອງປີກແມ່ນສຳຄັນຫລາຍຕໍ່ການບິນໄປຂອງຍົນ. ຖ້າຫາກວ່າ ຈາກທັດສະນະຂອງທ່ານ, ເຫດຜົນເບິ່ງຄືວ່າຂັດກັບສັດທາ, ແລ້ວໃຫ້ຢຸດ ແລະ ຈື່ຈຳວ່າ ທັດສະນະຂອງເຮົາແມ່ນຈຳກັດຫລາຍ ຖ້າປຽບທຽບໃສ່ກັບຂອງພຣະຜູ້ເປັນເຈົ້າ.24 ບໍ່ຄວນປະຖິ້ມສັດທາໄປ ເຊັ່ນດຽວກັບບໍ່ຄວນຖອດປີກຍົນອອກຈາກເຄື່ອງຍົນ. ແຕ່ໃຫ້ບຳລຸງລ້ຽງສັດທາອັນເລັກນ້ອຍ ແລະ ໃຫ້ຄວາມຫວັງກາຍເປັນສິ່ງສຳຄັນໃນຈິດວິນຍານຂອງທ່ານ—ແລະ ຕໍ່ເຫດຜົນຂອງທ່ານ.25 ສະນັ້ນແລ້ວ ຈຶ່ງວ່າເປັນຫຍັງເຮົາຈຶ່ງຖືກບັນຊາໃຫ້ “ສະແຫວງຫາການຮຽນຮູ້ … ໂດຍການສຶກສາ ແລະ ດ້ວຍ ສັດທານຳອີກ.”26 ຈົ່ງຈື່ຈຳວ່າ, ສັດທາຈະມາກ່ອນການມະຫັດສະຈັນ ຊຶ່ງເຮົາບໍ່ສາມາດອະທິບາຍໄດ້ຕາມປະສົບການຂອງເຮົາ, ເຊັ່ນດຽວກັບໝໍ້ທີ່ເຕັມໄປດ້ວຍອາຫານຈາກເຂົ້າໜົມສອງປ່ຽງນ້ອຍໆ ຫລື ຈາກການອົດທົນໃນສັດທາ ຕ້ານກັບບັນຫາທຸກຢ່າງ.27
ສອງ, ຄວາມຢ້ານກົວຈະລົບກວນ ແລະ ເຮັດໃຫ້ສັດທາໃນພຣະຜູ້ຊ່ອຍໃຫ້ລອດອ່ອນແອລົງ. ອັກຄະສາວົກເປໂຕໄດ້ຫລຽວເບິ່ງພຣະຜູ້ເປັນເຈົ້າໃນຄືນທີ່ມີລົມພະຍຸ ແລະ ໄດ້ຍ່າງໄປເທິງໜ້ານ້ຳ—ເມື່ອລາວຫລຽວເບິ່ງບ່ອນອື່ນ “ໄດ້ເຫັນຄວາມຟົດນັນຂອງລົມ [ແລະ] ກໍເກີດຢ້ານກົວ”—ແລ້ວໄດ້ຈົມລົງໃນນ້ຳ.28 ລາວອາດສາມາດຍ່າງຕໍ່ໄປ ຖ້າຫາກລາວບໍ່ມີຄວາມຢ້ານກົວ! ແທນທີ່ຈະເອົາໃຈໃສ່ກັບຄວາມຢ້ານ ແລະ ສຽງຟົດນັນຂອງເຮົາ ແລະ ຄື້ນຢູ່ໃນຊີວິດຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ເຊື້ອເຊີນເຮົາໃຫ້ເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງ; ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານ.”29
ສາມ, ບາບຈະເຮັດໃຫ້ການປະທັບຢູ່ຂອງພຣະວິນຍານຫລຸດນ້ອຍຖອຍລົງໃນຊີວິດຂອງເຮົາ, ແລະ ປາດສະຈາກພຣະວິນຍານບໍລິສຸດ, ເຮົາຈະຂາດຄວາມອົດທົນທາງວິນຍານທີ່ຈະຍຶດໝັ້ນ ແລະ ໃຊ້ສັດທາ. ມັນສຳຄັນຫລາຍໃນການໃຊ້ສັດທາທີ່ເຮົາຈະ “ບໍ່ແຕະຕ້ອງຂອງຊົ່ວ ຫລື ສິ່ງທີ່ບໍ່ສະອາດ”30 ແລະ ພາກພຽນໃນການຮັກສາພຣະບັນຍັດ, ຖ້າບໍ່ດັ່ງນັ້ນ … ສັດທາຂອງເຮົາຈະລົ້ມເຫລວ, ແລະ ສັດຕູຂອງເຮົາຈະມີໄຊເໜືອເຮົາ.”31 ຖ້າຫາກບາບເຮັດໃຫ້ມີຈຸດດ່າງພ້ອຍໃນຊີວິດ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ໃຊ້ “ສັດທາໄປສູ່ການກັບໃຈ,”32 ແລະ ພຣະຜູ້ຊ່ອຍໃຫ້ລອດ, ຜ່ານການຊົດໃຊ້, ຈະຊຳລະລ້າງ ແລະ ປິ່ນປົວຊີວິດຂອງທ່ານ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຜູ້ເປັນເຈົ້າຈະເຮັດຕາມຄຳສັນຍາຂອງພຣະອົງ ອີງຕາມສັດທາຂອງເຮົາ ແລະ ທຳງານກັບເຮົາເພື່ອເອົາຊະນະການທ້າທາຍທຸກຢ່າງ.33 ພຣະອົງໄດ້ເຮັດສຳລັບນາງແອນ ຣໍເລ ແລະ ໄດ້ເຮັດສຳລັບຜູ້ຄົນຂອງພຣະອົງໃນທຸກປະຊາຊາດ ແລະ ໃນທຸກຍຸກທຸກສະໄໝ. ເພາະວ່າພຣະອົງ “ເປັນພຣະເຈົ້າແຫ່ງການມະຫັດສະຈັນ” ແລະ “ບໍ່ປ່ຽນແປງ,” ພຣະອົງກໍຈະເປັນພອນໃຫ້ເຮົາແຕ່ລະຄົນເໝືອນກັນ ດ້ວຍຄວາມຫວັງ, ການປົກປ້ອງ, ແລະ ອຳນາດຕາມສັດທາຂອງເຮົາໃນພຣະອົງ.34 ການຍຶດໝັ້ນຢູ່ໃນສັດທາໃນອົງພຣະເຢຊູຄຣິດ—ເຊັ່ນດຽວກັບຮາວເຫລັກຕາມເສັ້ນທາງຂອງຮວຍນາ ພິກຈູ ນັ້ນ—ຈະເປັນສິ່ງສຳຄັນຫລາຍຕໍ່ທ່ານ ແລະ ຕໍ່ຄົນທີ່ທ່ານຮັກ ຢູ່ເທິງສີລາຂອງພຣະຜູ້ໄຖ່ ແລະ ອຳນາດທີ່ຫາອັນປຽບບໍ່ໄດ້ຂອງພຣະຜູ້ໄຖ່ຂອງເຮົາ.35
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ, “ອະນາຄົດຈະຮຸ່ງເຫລື້ອມເທົ່າກັບສັດທາຂອງທ່ານ.”36 ຂ້າພະເຈົ້າເປັນພະຍານເຖິງຄວາມຈິງທີ່ສູງສົ່ງ ແລະ ຫວັງວ່າຈະເຊື້ອເຊີນທຸກຄົນພວກເຮົາໃຫ້ຍຶດໝັ້ນ ແລະ ກ້າວເດີນໄປດ້ວຍສັດທາໃນພຣະຜູ້ເປັນເຈົ້າ, “ບໍ່ຫວັ່ນໄຫວ.”37 ຂ້າພະເຈົ້າຮູ້ວ່າພຣະຜູ້ຊ່ອຍໃຫ້ລອດຊົງພຣະຊົນຢູ່, ເປັນ “ຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາຂອງເຮົາສົມບູນ,”38 ແລະ “ພຣະອົງໂຜດປະທານລາງວັນແກ່ຜູ້ທີ່ສະແຫວງຫາພຣະອົງ.”39 ຂ້າພະເຈົ້າຂໍເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.