ການຊົດໃຊ້
ບໍ່ວ່າບ່ອນໃດກໍຕາມທີ່ສະມາຊິກ ແລະ ຜູ້ສອນສາດສະໜາຂອງເຮົາໄປຫາ, ຂ່າວສານຂອງພວກເຮົາຈະເປັນໜຶ່ງເລື່ອງສັດທາ ແລະ ຄວາມຫວັງໃນພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ.
ຂ່າວສານຂອງຂ້າພະເຈົ້າແມ່ນສຳລັບຜູ້ທີ່ຢູ່ໃນບັນດາພວກເຮົາໂດຍສະເພາະ ຜູ້ຮັບທຸກທໍລະມານ, ໜັກໜ່ວງດ້ວຍຄວາມຮູ້ສຶກຜິດ ແລະ ອ່ອນແອ ແລະ ລົ້ມເຫລວ, ໂສກເສົ້າ, ແລະ ສິ້ນຫວັງ.
ໃນປີ 1971, ຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ໄປຮ່ວມປະຊຸມສະເຕກຢູ່ ເກາະຊາມົວພາກຕາເວັນຕົກ, ຮ່ວມກັບການຈັດຕັ້ງສະເຕກແຫ່ງໃໝ່ຢູ່ເກາະອູໂປລູ. ຫລັງຈາກການສຳພາດ, ພວກເຮົາໄດ້ຂຶ້ນຍົນເດີນທາງໄປຫາເກາະຊາວາອີ ເພື່ອຮ່ວມກອງປະຊຸມສະເຕກຢູ່ທີ່ນັ້ນ. ຍົນໄດ້ລົງໃນເດີ່ນທີ່ເປັນສະໜາມຫຍ້າຢູ່ ຟາອາລາ ແລະວ່າຈະບິນກັບມາຮັບພວກເຮົາໃນຕອນບ່າຍມື້ຕໍ່ມາ ເພື່ອພາພວກເຮົາກັບໄປເກາະອູໂປລູ.
ໃນມື້ທີ່ພວກເຮົາຕ້ອງອອກຈາກ ຊາວາອີ, ຝົນໄດ້ຕົກລົງມາ. ໂດຍທີ່ຮູ້ວ່າຍົນບໍ່ສາມາດລົງເດີ່ນປຽກ, ພວກເຮົາຈຶ່ງໄດ້ຂັບລົດໄປຫາສົ້ນສຸດຂອງເກາະນັ້ນ, ບ່ອນທີ່ມີເດີ່ນນ້ອຍແຫ່ງໜຶ່ງ ຊຶ່ງເດ່ອອກໄປຫາທະເລ ພວກເຮົາໄດ້ລໍຖ້າຈົນເຖິງຕອນຄ່ຳ, ແຕ່ຍົນບໍ່ໄດ້ມາຮັບເອົາພວກເຮົາ. ໃນທີ່ສຸດ, ພວກເຮົາໄດ້ຮູ້ຈັກຜ່ານທາງວິທະຍຸວ່າ ມີລົມພະຍຸເກີດຂຶ້ນ, ແລະ ຍົນບໍ່ສາມາດບິນ. ພວກເຮົາໄດ້ຕິດຕໍ່ຄືນໄປທາງວິທະຍຸວ່າພວກເຮົາຈະຂີ່ເຮືອກັບໄປ. ບາງຄົນຈະມາຮັບເອົາພວກເຮົາຢູ່ ມູລີຟານູອາ.
ໃນຂະນະທີ່ພວກເຮົາເລີ່ມຕົ້ນອອກທ່າເຮືອທີ່ ຊາວາອີ, ນາຍເຮືອຂອງເຮືອໃຫຍ່ຂະໜາດ 40 ຟີດ (12 ແມັດ) ໄດ້ຖາມປະທານເຜີຍແຜ່ວ່າເພິ່ນມີໄຟສາຍບໍ່. ໂຊກດີຫລາຍ, ເພິ່ນມີ ແລະ ໄດ້ມອບໃຫ້ນາຍເຮືອ. ພວກເຮົາໄດ້ຂີ່ເຮືອໄປປະມານ 13 ໄມ (21 ກິໂລແມັດ) ຂ້າມໄປທາງເກາະອູໂປລູໃນທະເລທີ່ມີຄື້ນ ແລະ ລົມພັດແຮງ. ບໍ່ມີຄົນໃດໃນພວກເຮົາຮູ້ວ່າລົມພະຍຸໄດ້ເກີດຂຶ້ນຢູ່ທີ່ເກາະ, ແລະ ພວກເຮົາພວມເດີນທາງຕົງໄປທາງນັ້ນ.
ພວກເຮົາໄດ້ໄປເຖິງທ່າເຮືອ ມູລີຟານູອາ. ມີຮ່ອມເຮືອທີ່ແຄບບ່ອນໜຶ່ງທີ່ພວກເຮົາຕ້ອງຂັບເຮືອຜ່ານໂງ່ນຫີນໄປ. ໄຟສ່ອງຢູ່ເທິງຄ້ອຍທ່າ ແລະ ໄຟບ່ອນທີສອງຢູ່ທາງລຸ່ມ ບອກວ່າເປັນຈຸດບ່ອນແຄບນັ້ນ. ເມື່ອເຮືອຄ່ອຍແລ່ນເຂົ້າໄປຫາທ່າ ຕ້ອງເຫັນໄຟສອງບ່ອນນັ້ນຢູ່ຊື່ໜ້າເຮືອ, ເພື່ອຫລີກເວັ້ນຈາກໂງ່ນຫີນ.
ແຕ່ຄ່ຳຄືນນັ້ນມີໄຟພຽງບ່ອນດຽວ. ແອວເດີສອງຄົນໄດ້ມາລໍຖ້າພວກເຮົາຢູ່ທ່າເຮືອ, ແຕ່ການເຂົ້າໄປຫາທ່າເຮືອໄດ້ໃຊ້ເວລາດົນກວ່າທີ່ພວກເຮົາໄດ້ຄາດຄິດ. ຫລັງຈາກໄດ້ລໍຖ້າເຮືອຫລາຍຊົ່ວໂມງ, ພວກແອວເດີເລີຍເມື່ອຍ ແລະ ໄດ້ຫລັບໄປ, ແລະ ລືມເປີດໄຟດວງທີສອງອັນຢູ່ທາງລຸ່ມ. ສະນັ້ນ, ການເດີນຜ່ານໂງ່ນຫີນ ຈຶ່ງບໍ່ແຈ່ມແຈ້ງປານໃດ.
ນາຍເຮືອໄດ້ຂັບເຮືອໄປຢ່າງລະມັດລະວັງຕົງໄປຫາໄຟດວງທີ່ຢູ່ຂ້າງເທິງຂອງທ່າເຮືອ, ໃນຂະນະທີ່ລູກເຮືອໃຊ້ໄຟສາຍທີ່ຢືມມາ ແລ້ວເຍືອງມັນຢູ່ແຈແຫລມສຸດຂອງໜ້າເຮືອ, ຊອກຫາໂງ່ນຫີນທີ່ຢູ່ຂ້າງໜ້າ. ພວກເຮົາໄດ້ຍິນສຽງຟອງນ້ຳກະທົບໃສ່ໂງ່ນຫີນ. ເມື່ອພວກເຮົາຢູ່ໃກ້ໂງ່ນຫີນທີ່ສາມາດເຫັນໄດ້ດ້ວຍແສງໄຟສາຍ, ແລ້ວນາຍເຮືອຈະຮ້ອງບອກດ້ວຍສຽງສຸກເສີນວ່າ ຖອຍກັບ ແລະ ຂັບເຂົ້າຄືນໃໝ່ຊອກຫາຊ່ອງວ່າງ.
ຫລັງຈາກໄດ້ພະຍາຍາມຫລາຍເທື່ອ, ຂ້າພະເຈົ້າຮູ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະຊອກຫາຊ່ອງວ່າງນັ້ນ. ສິ່ງທີ່ພວກເຮົາສາມາດເຮັດໄດ້ ແມ່ນຕ້ອງໄປຫາທ່າເຮືອທີ່ ອາປີອາ ປະມານ 40 ໄມ (64 ກິໂລແມັດ). ພວກເຮົາບໍ່ສາມາດຕ້ານທານກັບພະລັງຂອງທຳມະຊາດໄດ້. ຂ້າພະເຈົ້າບໍ່ເຄີຍເຫັນຄວາມມືດທີ່ຕຶບໜາເຊັ່ນນັ້ນມາກ່ອນ.
ໃນຊົ່ວໂມງທຳອິດ, ເຖິງແມ່ນໄດ້ເລັ່ງເຮືອໃຫ້ໄວທີ່ສຸດ, ແຕ່ເຮືອກໍແລ່ນໄປຢ່າງລຳບາກຕ້ານກັບຟອງນ້ຳສູງ ແລະ ບາງເທື່ອກໍໄດ້ຢຸດສະງັກຢູ່ຍອດຟອງ ແລະ ໃບພັດເຮືອຊີ້ຂຶ້ນຫວິດນ້ຳ. ໃບພັດໄດ້ເຮັດໃຫ້ເຮືອສັ່ນສະເທືອນເກືອບຈະພັງເປັນປ່ຽງໆ ກ່ອນເຮືອໄດ້ລ່ອງລົງຈາກຟອງນ້ຳ.
ພວກເຮົາໄດ້ນອນຢູ່ພື້ນໄວ້ເຄື່ອງ, ມືໄດ້ຈັບຂ້າງເຮືອໄວ້ ແລະ ເອົານິ້ວໂປ້ຕີນເກາະຂ້າງເຮືອອີກເບື້ອງໜຶ່ງ ເພື່ອກັນບໍ່ໃຫ້ຖືກໂຍນລົງນ້ຳ. ບະລາເດີ ມາກ ລິໂຕຝອດ ໄດ້ຫລຸດອອກຈາກທີ່ ແລະ ຖືກໂຍນໄປໃສ່ຮາວເຫລັກ. ຫົວລາວໄດ້ແຕກ, ແຕ່ຮາວເຫລັກໄດ້ປ້ອງກັນລາວບໍ່ໃຫ້ຖືກໂຍນລົງນ້ຳທະເລ.
ໃນທີ່ສຸດ, ພວກເຮົາກໍໄດ້ຂັບເຮືອຜ່ານລົມພະຍຸນັ້ນໄປ, ແລະ ໃນຕອນເຊົ້າມືດ ພວກເຮົາໄດ້ໄປເຖິງທ່າເຮືອອາປີອາ. ເຮືອຢູ່ແຖວນັ້ນໄດ້ຖືກມັດເຂົ້າກັນໄວ້ເພື່ອຄວາມປອດໄພ. ທ່າເຮືອເຕັມໄປດ້ວຍເຮືອຢ່າງຫລວງຫລາຍ. ພວກເຮົາໄດ້ຄ່ອຍໆຂັບເຮືອຜ່ານໄປ, ພະຍາຍາມບໍ່ລົບກວນຜູ້ຄົນທີ່ນອນຢູ່ໃນເຮືອ. ພວກເຮົາໄດ້ໄປເຖິງເປເຊກາ, ໄດ້ຕາກເຄື່ອງນຸ່ງ, ແລະ ໄດ້ມຸ້ງໜ້າໄປຫາ ວາອີລູອູຕາອີ ເພື່ອຈັດຕັ້ງສະເຕກແຫ່ງໃໝ່.
ຂ້າພະເຈົ້າບໍ່ຮູ້ວ່າ ຜູ້ທີ່ໄດ້ມາລໍຖ້າພວກເຮົາຢູ່ແຄມຝັ່ງ ຢູ່ທີ່ ມູລີຟານູອາ ແມ່ນຜູ້ໃດ. ຂ້າພະເຈົ້າບໍ່ຍອມໃຫ້ຄົນບອກວ່າແມ່ນຜູ້ໃດ. ແຕ່ເປັນຄວາມຈິງທີ່ວ່າ ປາດສະຈາກໄຟດວງທີສອງນັ້ນ, ພວກເຮົາອາດເສຍຊີວິດໄປ.
ຢູ່ໃນປຶ້ມເພງສວດຂອງພວກເຮົາ ມີເພງເກົ່າແກ່ເພງໜຶ່ງທີ່ສ່ວນຫລາຍບໍ່ໄດ້ຮ້ອງ ແຕ່ມັນມີຄວາມໝາຍຫລາຍສຳລັບຂ້າພະເຈົ້າ.
ຄວາມເມດຕາຂອງພຣະບິດາສ່ອງແຈ້ງ
ສ່ອງຕະຫລອດຈາກຫໍໂຄມໄຟ,
ແຕ່ພຣະອົງໃຫ້ເຮົາເປັນຄົນດູແລ
ໄຟທີ່ຢູ່ແຄມຝັ່ງ.
ຈົ່ງໃຫ້ໄຟຂ້າງລຸ່ມຮຸ່ງແຈ້ງ;
ສົ່ງແສງອອກໄປທົ່ວຟອງນ້ຳ;
ຫາຜູ້ຢູ່ໃນເຮືອທີ່ຖ່ອມຕົນ ແລະ ອິດເມື່ອຍ
ທ່ານຈະຖືກຊ່ອຍກູ້, ທ່ານຈະປອດໄພ.
ຄືນທີ່ດຳມືດແຫ່ງຄວາມບາບໄດ້ຄວບງຳ;
ຟອງນ້ຳທີ່ໂມໂຫຮ້າຍສົ່ງສຽງ.
ດວງຕາທີ່ກະຕືລືລົ້ນໄດ້ຈົດຈໍ່,
ຊອກຫາແສງໄຟຢູ່ແຄມຝັ່ງ.
ຈົ່ງຮັກສາໂຄມໄຟ, ອ້າຍນ້ອງຂອງເຮົາ;
ລູກເຮືອທີ່ເຄາະຮ້າຍ,
ພະຍາຍາມໄປເຖິງທ່າ,
ອາດເສຍຊີວາໄປໃນຄວາມມືດ.1
ມື້ນີ້ ຂ້າພະເຈົ້າຂໍກ່າວກັບຄົນທີ່ອາດຫລົງທາງ ແລະ ກຳລັງຊອກຫາໄຟດວງທີສອງ ເພື່ອຊ່ອຍເຫລືອທ່ານໃຫ້ເຫັນທາງກັບຄືນມາ.
ເຮົາເຂົ້າໃຈດີວ່າ ນັບແຕ່ຕອນຕົ້ນໃນມະຕະ ເຮົາຈະມີຄວາມຂາດຕົກບົກພ່ອງ. ເຮົາບໍ່ຖືກຄາດຫວັງໃຫ້ດຳລົງຊີວິດທີ່ປາດສະຈາກການລ່ວງລະເມີດກົດ.
“ເພາະທຳມະຊາດຂອງມະນຸດເປັນສັດຕູກັບພຣະເຈົ້າ, ແລະ ເປັນມາແລ້ວຕັ້ງແຕ່ການຕົກຂອງອາດາມ, ແລະ ຈະເປັນໄປຕະຫລອດການ ແລະ ຕະຫລອດໄປ, ເວັ້ນເສຍແຕ່ພວກເຂົາຈະຍອມຕໍ່ການຊັກຈູງຂອງພຣະວິນຍານອັນສັກສິດ, ແລະ ປະຖິ້ມທຳມະຊາດຂອງມະນຸດ ແລະ ກາຍມາເປັນໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ.”2
ຈາກ Pearl of Great Price, ເຮົາເຂົ້າໃຈວ່າ ສິ່ງທີ່ບໍ່ສະອາດຈະບໍ່ສາມາດຢູ່ໃນ [ອານາຈັກຂອງພຣະເຈົ້າ],3 ແລະ ສະນັ້ນ ເສັ້ນທາງຈຶ່ງຖືກຕຽມໄວ້ໃຫ້ທຸກຄົນທີ່ເຮັດບາບ ເພື່ອຈະໄດ້ກັບໃຈຈາກບາບ ແລະ ມີຄ່າຄວນສຳລັບທີ່ປະທັບຂອງພຣະບິດາເທິງສະຫວັນອີກ.
ພຣະຜູ້ເປັນກາງ, ພຣະຜູ້ໄຖ່, ໄດ້ຖືກເລືອກ, ຜູ້ຊຶ່ງໄດ້ດຳລົງຊີວິດດ້ວຍຄວາມດີພ້ອມທຸກຢ່າງ, ບໍ່ເຄີຍເຮັດບາບ, ແລະ ໄດ້ “ຖະຫວາຍພຣະອົງເອງໃຫ້ເປັນເຄື່ອງບູຊາເພື່ອບາບ, ເພື່ອຕອບທີ່ສຸດຂອງກົດໃຫ້ຄົນທັງປວງຜູ້ມີໃຈທີ່ຊອກຊ້ຳ ແລະ ມີວິນຍານທີ່ສຳນຶກຜິດ; ແລະ ຈະຕອບທີ່ສຸດຂອງກົດໃຫ້ໃຜອີກບໍ່ໄດ້.”4
ກ່ຽວກັບຄວາມສຳຄັນຂອງການຊົດໃຊ້, ໃນແອວມາເຮົາຮຽນຮູ້ວ່າ, “ເພາະມັນສົມຄວນທີ່ຈະມີການຊົດໃຊ້; … ຖ້າບໍ່ດັ່ງນັ້ນມະນຸດຊາດທັງປວງຕ້ອງຕາຍຢ່າງຫລີກລ້ຽງບໍ່ໄດ້.”5
ຖ້າຫາກທ່ານບໍ່ເຄີຍເຮັດຜິດ, ແລ້ວທ່ານກໍບໍ່ຕ້ອງການການຊົດໃຊ້. ຖ້າຫາກທ່ານເຄີຍເຮັດຜິດ, ແລະ ເຮົາທຸກຄົນກໍເຄີຍເຮັດຜິດ, ບໍ່ວ່າຈະເລັກນ້ອຍ ຫລື ຮ້າຍແຮງ, ແລ້ວທ່ານຈະຕ້ອງຫາທາງໃຫ້ຮູ້ວ່າທ່ານຈະລຶບມັນໄດ້ແນວໃດ ເພື່ອວ່າທ່ານຈະບໍ່ໄດ້ຢູ່ໃນຄວາມມືດອີກຕໍ່ໄປ.
“[ພຣະເຢຊູຄຣິດ] ເປັນແສງສະຫວ່າງ ແລະ ຊີວິດຂອງໂລກ.”6 ເມື່ອເຮົາເອົາໃຈໃສ່ຕໍ່ພຣະອົງ ແລະ ຄຳສອນຂອງພຣະອົງ, ແລ້ວເຮົາຈະຖືກນຳພາໄປຫາທ່າເຮືອແຫ່ງວິນຍານຂອງເຮົາດ້ວຍຄວາມປອດໄພ.
ຫລັກແຫ່ງຄວາມເຊື່ອຂໍ້ທີສາມໄດ້ກ່າວວ່າ, “ພວກເຮົາເຊື່ອວ່າ ໂດຍທາງການຊົດໃຊ້ຂອງພຣະຄຣິດ ມະນຸດຊາດທັງປວງຈະລອດໄດ້ ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”7
ປະທານໂຈເຊັບ ແອັຟ ສະມິດ ໄດ້ສອນວ່າ: “ມະນຸດບໍ່ສາມາດອະໄພບາບໃຫ້ຕົນເອງ; ເຂົາບໍ່ສາມາດຊຳລະລ້າງຕົນເອງໃຫ້ສະອາດຈາກບາບຂອງຕົນ. ມະນຸດສາມາດຢຸດຈາກການເຮັດບາບ ແລະ ສາມາດເຮັດສິ່ງທີ່ຖືກຕ້ອງໄດ້ໃນອະນາຄົດ, ແລະ ຕາບໃດທີ່ການປະພຶດຂອງເຂົາເປັນທີ່ຍອມຮັບຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລ້ວເຂົາຈະຖືກພິຈາລະນາວ່າມີຄຸນຄ່າ. ແຕ່ແມ່ນໃຜທີ່ຈະດັດແປງຄວາມຜິດທີ່ເຂົາໄດ້ເຮັດກັບຕົນເອງ ແລະ ກັບຄົນອື່ນ, ຊຶ່ງເບິ່ງຄືວ່າເປັນໄປບໍ່ໄດ້ສຳລັບເຂົາທີ່ຈະດັດແປງມັນດ້ວຍຕົນເອງ? ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ການກັບໃຈຈາກບາບຈະຊຳລະລ້າງມັນ; ເຖິງແມ່ນມັນຈະແດງເຂັ້ມ ແຕ່ມັນຈະຖືກເຮັດໃຫ້ຂາວດັ່ງນວນຝ້າຍ [ເບິ່ງ ເອຊາຢາ 1:18]. ນີ້ແມ່ນຄຳສັນຍາທີ່ໄດ້ຖືກສັນຍາໄວ້ກັບທ່ານ.”8
ເຮົາບໍ່ຮູ້ຈັກຄັກແນ່ເຖິງວິທີທີ່ພຣະຜູ້ເປັນເຈົ້າບັນລຸການຊົດໃຊ້. ແຕ່ເຮົາຮູ້ວ່າ ການຄຶງທີ່ໂຫດຮ້າຍນັ້ນ ຊຶ່ງເລີ່ມຕົ້ນດ້ວຍຄວາມທຸກທໍລະມານຢູ່ໃນສວນເຄັດເຊມາເນ—ໃນບ່ອນທີ່ສັກສິດນັ້ນ—ແລະ ໄດ້ສຳເລັດທີ່ ໂຄລະໂຄທາ.
ລູກາໄດ້ບັນທຶກໄວ້ວ່າ:
“ແລ້ວພຣະອົງກໍສະເດັດຈາກພວກເຂົາໄປໄກປະມານແກວ່ງກ້ອນຫີນເຖິງ ແລະ ຄຸເຂົ່າລົງອະທິຖານ,
“ພຣະອົງໄດ້ກ່າວວ່າ, ພຣະບິດາເຈົ້າເອີຍ, ຖ້າເປັນຄວາມປະສົງຂອງພຣະອົງແລ້ວ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ເລື່ອນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເຈົ້າເທີ້ນ.
“ແລ້ວມີທູດຕົນໜຶ່ງຈາກສະຫວັນມາປະກົດແກ່ພຣະອົງຊູກຳລັງພຣະອົງຂຶ້ນ.
“ເມື່ອເກີດເປັນທຸກວຸ້ນວາຍຫລາຍຂຶ້ນ, ພຣະອົງກໍໄດ້ຕັ້ງໃຈອະທິຖານຫລາຍຂຶ້ນ, ເຫື່ອຂອງພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່.”9
ຕາມທີ່ຂ້າພະເຈົ້າສາມາດບອກໄດ້, ຂ້າພະເຈົ້າເຫັນບ່ອນໜຶ່ງເທົ່ານັ້ນທີ່ເປັນຖ້ອຍຄຳຂອງພຣະຜູ້ຊ່ອຍໃຫ້ລອດເອງ ໄດ້ບັນຍາຍເຖິງຄວາມທຸກທໍລະມານທີ່ພຣະອົງໄດ້ອົດທົນຢູ່ໃນສວນເຄັດເຊມາເນ. ການເປີດເຜີຍໄດ້ຖືກບັນທຶກໄວ້ວ່າ:
ເພາະຈົ່ງເບິ່ງ, ເຮົາພຣະເຈົ້າ, ໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າພວກເຂົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາຈະກັບໃຈ;
ແຕ່ຖ້າຫາກພວກເຂົາບໍ່ກັບໃຈ ພວກເຂົາຈະຕ້ອງທົນທຸກທໍລະມານແມ່ນແຕ່ເໝືອນດັ່ງເຮົາ;
ຊຶ່ງຄວາມທຸກທໍລະມານເຮັດໃຫ້ຕົວເຮົາເອງ, ແມ່ນແຕ່ພຣະເຈົ້າ, ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ.10
ຕະຫລອດຊີວິດຂອງທ່ານ, ອາດມີບາງເວລາເມື່ອທ່ານໄດ້ໄປຫາບາງບ່ອນທີ່ທ່ານບໍ່ຄວນໄປຫາ ແລະ ເຮັດບາງສິ່ງທີ່ທ່ານບໍ່ຄວນເຮັດ. ຖ້າຫາກທ່ານຈະຫັນໜີຈາກບາບ, ແລ້ວທ່ານຈະສາມາດຮູ້ເຖິງຄວາມສະຫງົບໃນວັນໜຶ່ງ ທີ່ມາຈາກການເດີນໄປຕາມເສັ້ນທາງແຫ່ງການກັບໃຈ.
ບໍ່ສຳຄັນວ່າການລ່ວງລະເມີດຂອງເຮົາຈະເປັນສິ່ງໃດກໍຕາມ, ບໍ່ສຳຄັນວ່າການກະທຳຂອງເຮົາໄດ້ເຮັດໃຫ້ຄົນອື່ນຜິດໃຈຫລາຍປານໃດກໍຕາມ, ຄວາມຮູ້ສຶກຜິດນັ້ນສາມາດຖືກລຶບລ້າງໄປໄດ້. ຕໍ່ຂ້າພະເຈົ້າແລ້ວ, ບາງທີຂໍ້ພຣະຄຳພີໃນພຣະຄຳພີທັງໝົດທີ່ປະທັບໃຈທີ່ສຸດ ແມ່ນຕອນພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ຈົ່ງເບິ່ງ, ຄົນທີ່ກັບໃຈຈາກບາບຂອງເຂົາ, ຄົນຄົນນັ້ນໄດ້ຮັບການໃຫ້ອະໄພ, ແລະ ເຮົາ, ພຣະຜູ້ເປັນເຈົ້າ, ບໍ່ຈື່ຈຳມັນອີກເລີຍ.11
ນີ້ຄືຄຳສັນຍາຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຊົດໃຊ້: ຄືຮັບເອົາທຸກຄົນທີ່ມາ, ທຸກຄົນທີ່ຈະເຂົ້າຮ່ວມ, ແລະ ໃຫ້ເຂົາມີປະສົບການ ເພື່ອວ່າໃນບັ້ນທ້າຍຊີວິດຂອງເຂົາເຈົ້າ, ເຂົາເຈົ້າຈະສາມາດເດີນຜ່ານຜ້າມ່ານໄປ ໂດຍໄດ້ກັບໃຈຈາກບາບຂອງເຂົາເຈົ້າແລ້ວ ແລະ ໄດ້ຖືກຊຳລະລ້າງໃຫ້ສະອາດຜ່ານໂລຫິດຂອງພຣະຄຣິດ.12
ນີ້ຄືສິ່ງທີ່ໄພ່ພົນຍຸກສຸດທ້າຍເຮັດຕະຫລອດທົ່ວໂລກ. ນີ້ຄືແສງສະຫວ່າງທີ່ພວກເຮົາສະເໜີຕໍ່ທຸກຄົນທີ່ຢູ່ໃນຄວາມມືດ ແລະ ຜູ້ທີ່ຫລົງທາງ. ບໍ່ວ່າບ່ອນໃດກໍຕາມທີ່ສະມາຊິກ ແລະ ຜູ້ສອນສາດສະໜາຂອງເຮົາໄປຫາ, ຂ່າວສານຂອງພວກເຮົາຈະເປັນໜຶ່ງເລື່ອງສັດທາ ແລະ ຄວາມຫວັງໃນພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ.
ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ແຕ່ງເພງສວດເພງໜຶ່ງ ຊື່ວ່າ “Does the Journey Seem Long?” ແປວ່າ ການເດີນທາງເບິ່ງຄືໄກບໍ? ເພິ່ນເປັນເພື່ອນທີ່ຮັກແພງຂອງຂ້າພະເຈົ້າ. ເພງນີ້ບັນຈຸຄຳທີ່ໃຫ້ກຳລັງໃຈ ແລະ ຄຳສັນຍາຕໍ່ຄົນທີ່ສະແຫວງຫາທີ່ຈະເຮັດຕາມຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ:
ການເດີນທາງເບິ່ງຄືໄກບໍ,
ເສັ້ນທາງລຳບາກ ແລະ ສູງຊັນບໍ?
ມີຂວກໜາມຢູ່ຕາມເສັ້ນທາງບໍ?
ກ້ອນຫີນແຫລມຄົມບາດຕີນທ່ານບໍ
ເມື່ອທ່ານພະຍາຍາມໄປເຖິງ
ເປົ້າໝາຍ ຜ່ານຄວາມຮ້ອນໃນຕອນກາງເວັນ?
ຫົວໃຈຂອງທ່ານອ່ອນເພຍ ແລະ ໂສກເສົ້າບໍ,
ຈິດວິນຍານຂອງທ່ານເມື່ອຍລ້າຢູ່ພາຍໃນບໍ,
ເມື່ອທ່ານເຮັດວຽກງານໜັກ?
ເບິ່ງຄືວ່າ ທ່ານຖືກບັງຄັບ
ໃຫ້ເຮັດວຽກງານບໍ?
ມີໃຜແດ່ບໍທີ່ຈະຊ່ອຍຊູແບກພາລະນັ້ນ?
ຢ່າທໍ້ຖອຍໃຈເລີຍ
ບັດນີ້ການເດີນທາງເລີ່ມຕົ້ນ;
ມີຜູ້ຍົກມືກວັກໃຫ້ທ່ານໄປຫາ.
ຈົ່ງເບິ່ງດ້ວຍຄວາມຊື່ນຊົມ
ຈົ່ງຍື່ນມືຂຶ້ນຫາພຣະອົງ;
ພຣະອົງຈະພາທ່ານໄປບ່ອນສູງແຫ່ງໃໝ່—
ບ່ອນທີ່ສັກສິດ ແລະ ບໍລິສຸດ,
ບ່ອນທີ່ບັນຫາຈະໝົດໄປ,
ແລະ ຊີວິດປາດສະຈາກບາບທັງປວງ,
ບ່ອນທີ່ບໍ່ມີນ້ຳຕາ,
ເພາະບໍ່ມີຄວາມໂສກເສົ້າອີກແລ້ວ.
ຈົ່ງຈັບພຣະຫັດຂອງພຣະອົງ ແລະ ເຂົ້າໄປກັບພຣະອົງ.13
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.