“ຈົ່ງມາຫາເຮົາ ໂອ້ເຈົ້າເຊື້ອສາຍອິດສະຣາເອນເອີຍ”
ຂະນະທີ່ເຮົາມາຫາພຣະຜູ້ຊ່ອຍໃຫ້ລອດພຣະເຢຊູຄຣິດ ແລະຊຳລະໃຈເຮົາໃຫ້ບໍລິສຸດ ເຮົາທຸກຄົນຈະມີສ່ວນໃນການປະຕິບັດຄຳສັນຍາອັນໃຫຍ່ຍິ່ງຂອງພຣະຄຳພີມໍມອນ.
ຂ້າພະເຈົ້າໄດ້ສະໝັກເປັນທະຫານເຮືອໃນສົງຄາມຫວຽດນາມ. ບໍ່ດົນຫລັງຈາກຂ້າພະເຈົ້າໄດ້ໄປຮອດເມືອງຄວັນຕິໂກ ລັດເວີຈິເນຍ ເພື່ອການຝຶກຊ້ອມຂັ້ນພື້ນຖານ ຂ້າພະເຈົ້າໄດ້ຢູ່ຫໍພັກຢືນຢູ່ໜ້າຕຽງນອນ ພ້ອມດ້ວຍທະຫານໃໝ່ອີກ 54 ຄົນ. ຂ້າພະເຈົ້າພົບຄູຝຶກຊ້ອມ ເປັນທະຫານຜ່ານເສິກມາແລ້ວ ເມື່ອລາວເຕະປະຕູເຂົ້າມາທັງເວົ້າດັງໆດ້ວຍຄຳດ່າຕ່າງໆນາໆ.
ຫລັງຈາກການແນະນຳຕົວທີ່ເປັນຕາຢ້ານແບບນີ້ ລາວເລີ່ມແຕ່ຝ່າຍໜຶ່ງໃນຫໍພັກ ແລະ ປະເຊີນໜ້ານຳທະຫານໃໝ່ທຸກຄົນໂດຍມີຄຳຖາມ. ບໍ່ມີການຍົກເວັ້ນເລີຍ ຄູຝຶກຊ້ອມໄດ້ພົບສິ່ງໃດສິ່ງໜຶ່ງນຳທຸກຄົນທີ່ລາວໄດ້ເວົ້າເຍາະເຍີ້ຍໂດຍສຽງດັງ ແລະ ໃຊ້ພາສາຫຍາບຄາຍ. ລາວຍ່າງມາຕາມແຖວ ໂດຍມີທະຫານເຮືອທຸກຄົນຕອບໂດຍສຽງຮ້ອງ ຕາມທີ່ໄດ້ສັ່ງໃຫ້ຕອບວ່າ “ໂດຍ” ຫລື “ບໍ່ແມ່ນນາຍສິບເອກ.” ຂ້າພະເຈົ້າບໍ່ເຫັນສິ່ງທີ່ລາວເຮັດ ເພາະພວກເຮົາໄດ້ຖືກສັ່ງໃຫ້ຢືນກົງໂດຍຈັບຕາເບິ່ງຕົງໜ້າຊື່ໆ. ຕອນເປັນທີຂອງຂ້າພະເຈົ້າ ກໍຮູ້ວ່າລາວໄດ້ຈັບຖົງໃຫຍ່ຂອງຂ້າພະເຈົ້າເທຂອງລົງໃສ່ຕຽງທີ່ຢູ່ຂ້າງຫລັງຂ້າພະເຈົ້າ. ລາວກໍຈັບເບິ່ງສິ່ງຂອງຂອງຂ້າພະເຈົ້າ ແລ້ວຍ່າງກັບມາຕົງໜ້າຂ້າພະເຈົ້າ. ຂ້າພະເຈົ້າຕຽມຕົວສຳລັບການໂຈມຕີຂອງລາວ. ມືລາວຈັບພຣະຄຳພີມໍມອນຂອງຂ້າພະເຈົ້າ. ຂ້າພະເຈົ້າຄາດວ່າລາວຈະໂຮຮ້ອງໃສ່ຂ້າພະເຈົ້າ ແຕ່ແລ້ວລາວເຂົ້າມາໃກ້ໆຂ້າພະເຈົ້າ ແລະກະຊິບຖາມວ່າ “ເຈົ້າເປັນຄົນມໍມອນບໍ?”
ຕາມທີ່ສັ່ງມາແລ້ວຂ້າພະເຈົ້າຮ້ອງຕອບວ່າ “ໂດຍ, ນາຍສິບເອກ.”
ອີກເທື່ອໜຶ່ງຂ້າພະເຈົ້າຄາດຄິດວ່າສິ່ງຮ້າຍແຮງຈະເກີດຂຶ້ນ. ແຕ່ລາວຢຸດບຶດໜຶ່ງ ແລ້ວຍົກມືທີ່ຈັບພຣະຄຳພີມໍມອນຂອງຂ້າພະເຈົ້າຂຶ້ນ ແລະ ໂດຍສຽງເບົາໆ ກໍຖາມວ່າ “ເຈົ້າເຊື່ອໃນປື້ມຫົວນີ້ບໍ?”
ອີກເທື່ອຂ້າພະເຈົ້າຮ້ອງຕອບວ່າ “ໂດຍ, ນາຍສິບເອກ.”
ໃນຕອນນັ້ນຂ້າພະເຈົ້າແນ່ໃຈແລ້ວວ່າລາວກຳລັງຈະຮ້ອງດ່າຄົນມໍມອນ ແລະ ພຣະຄຳພີມໍມອນ ແຕ່ລາວມີແຕ່ຢືນຢູ່ບໍ່ໄດ້ເວົ້າຫຍັງເລີຍ. ອີກບຶດໜຶ່ງລາວຍ່າງກັບໄປຫາຕຽງຂອງຂ້າພະເຈົ້າ ແລະ ວາງພຣະຄຳພີມໍມອນລົງໄວ້ແບບດີໆ. ແລ້ວລາວຍ່າງຜ່ານຂ້າພະເຈົ້າບໍ່ໄດ້ຢຸດ ແລະ ຕໍ່ໄປໄດ້ເວົ້າເຍາະເຍີ້ຍ ແລະ ປະໝາດທະຫານໃໝ່ທີ່ເຫລືອຢູ່ໂດຍໃຊ້ພາສາຫຍາບຄາຍອີກ.
ມີຫລາຍເທື່ອທີ່ຂ້າພະເຈົ້າສົງໄສວ່າ ເປັນຫຍັງນາຍສິບເອກທະຫານເຮືອຄົນນັ້ນ ຈຶ່ງໄດ້ປ່ອຍຂ້າພະເຈົ້າໃນມື້ນັ້ນ. ແຕ່ຂ້າພະເຈົ້າມີຄວາມກະຕັນຍູທີ່ຂ້າພະເຈົ້າໄດ້ເວົ້າໂດຍບໍ່ໄດ້ລັງເລໃຈວ່າ “ໂດຍ, ຂ້ານ້ອຍເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພພົນຍຸກສຸດທ້າຍ” ແລະ “ໂດຍ, ຂ້ານ້ອຍກໍຮູ້ວ່າພຣະຄຳພີມໍມອນເປັນຄວາມຈິງ.” ປະຈັກພະຍານນີ້ແມ່ນຂອງປະທານອັນລ້ຳຄ່າທີ່ຖືກມອບໃຫ້ແກ່ຂ້າພະເຈົ້າໂດຍຜ່ານທາງພຣະວິນຍານບໍລິສຸດ ພ້ອມກັບຄວາມຊ່ອຍເຫລືອຂອງຜູ້ສອນສາດສະໜາສອງຄົນ ແລະ ຄູສອນກຸ່ມປະໂລຫິດ.
ຕອນຂ້າພະເຈົ້າມີອາຍຸໄດ້ 14 ປີ ຜູ້ສອນສາດສະໜາສອງຄົນຊື່ ລີ ເພຍຊັນ ແລະ ບອຍ ແຄມພິວຊັນ ໄດ້ສອນພຣະກິດຕິຄຸນທີ່ຟື້ນຟູຄືນມາໃໝ່ຂອງພຣະເຢຊູຄຣິດໃຫ້ຄອບຄົວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຮັບບັບຕິສະມາ. ສອງປີຈາກນັ້ນຄູສອນກຸ່ມປະໂລຫິດຂອງຂ້າພະເຈົ້າຊື່ ຣິເຈີດ ບໍເຣັນ ໄດ້ທ້າທາຍຂ້າພະເຈົ້າໃຫ້ອ່ານພຣະຄຳພີມໍມອນ. ຂ້າພະເຈົ້າໄດ້ຍອມຮັບເອົາການທ້າທາຍນັ້ນ ແລ້ວໄດ້ອ່ານທຸກຄືນຢ່າງໜ້ອຍເທື່ອລະສິບໜ້າຈົນໄດ້ອ່ານໝົດທັງເຫລັ້ມ.
ຢູ່ໜ້າວິເຄາະສະບັບ ຂ້າພະເຈົ້າອ່ານວ່າ ມັນ “ຂຽນເຖິງຊາວເລມັນຜູ້ເປັນສ່ວນໜຶ່ງທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນ ແລະ ເຖິງຊາວຢິວ ແລະ ຄົນຕ່າງຊາດນຳອີກ.” ໃນຄຳນຳຂອງພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ມັນບອກວ່າຊາວເລມັນ “ເປັນບັນພະບຸລຸດຂອງຊາວອິນເດຍແດງ.” ເມື່ອຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນ ສຳລັບຂ້າພະເຈົ້າກໍຄືໄດ້ອ່ານເລື່ອງລາວຂອງບັນພະບຸລຸດຂອງຊາວອິນເດຍແດງຂອງຂ້າພະເຈົ້າ. ມັນເລົ່າເລື່ອງຂອງປະຊາຊົນ ຊຶ່ງຈຳນວນໜຶ່ງໄດ້ອະທິບາຍວ່າເປັນ “ຊາວເລມັນ” ທີ່ໄດ້ໜີຈາກເມືອງເຢຣູຊາເລັມໄປຫາ “ແຜ່ນດິນແຫ່ງຄຳສັນຍາ” (1 ນີໄຟ 2:20) ໃນສະໄໝ 600 ປີກ່ອນຄຣິດຕະສັກກະລາດ. ມັນເປັນບັນທຶກການພົວພັນຂອງພຣະເຈົ້າກັບຜູ້ຄົນດັ່ງກ່າວໃນສະໄໝໂບຮານທີ່ຢູ່ໃນທະວີບອາເມຣິກາ. ມັນມີເລື່ອງການປະຕິບັດສາດສະໜາກິດຂອງພຣະເຢຊູຄຣິດຕໍ່ບັນດາຄົນເຫລົ່ານີ້ຫລັງຈາກການຟື້ນຄືນຊີວິດຂອງພຣະອົງ. ຂໍ້ຄວາມໃນພຣະຄຳພີມໍມອນໄດ້ແນະນຳວ່າ ເມື່ອເວລາຜ່ານໄປຄົນດັ່ງກ່າວໄດ້ກະຈັດກະຈາຍໄປທົ່ວທະວີບອາເມຣິກາ ແລະ ເກາະໃນທະເລທີ່ໃກ້ໆ (ເບິ່ງ ແອວມາ 63:9–10). ສາດສະດາຂອງພວກເຂົາໄດ້ທຳນາຍວ່າ ຄົນຕ່າງຊາດ ໃນທີ່ສຸດຈະມາຮອດແຜ່ນດິນແຫ່ງຄຳສັນຍານີ້ ແລະ ພຣະພິໂລດຂອງພຣະເຈົ້າຈະລົງມາເທິງຊາວເລມັນ ແລ້ວພວກເຂົາຈະກະຈັດກະຈາຍໄປ, ຖືກລົງທັນ, ແລະ ເກືອບຖືກທຳລາຍຈົນໝົດສິ້ນ (ເບິ່ງ 1 ນີໄຟ 13:10–14).
ພໍ່ຕູ້ທວດຂອງຂ້າພະເຈົ້າຊື່ ເອັກໂກ ຮອກ ເປັນຊາວອິນເດຍແດງເຜົ່າພໍນີ ເກີດໃນກາງສັດຕະວັດ 1800 ຊຶ່ງຕອນນີ້ເອີ້ນວ່າລັດເນບຣາສະກາ. ຕອນເພິ່ນມີອາຍຸໄດ້ 19 ປີ ຊາວພໍນີໄດ້ຖືກບັງຄັບໃຫ້ໜີຈາກບ້ານເກີດເມືອງນອນ ກວ້າງ 9.3 ລ້ານເຮັກຕາ ເພື່ອຄົນທີ່ໄດ້ມາຕັ້ງຖິ່ນຖານຈະມີທີ່ຢູ່. ໃນປີ 1874 ຊາວພໍນີໄດ້ຖືກສັ່ງໃຫ້ຍ່າງຫລາຍຮ້ອຍກິໂລແມັດໄປທາງໃຕ້ໄປຮອດເຂດສະຫງວນໃນດິນແດນໂອຄລາໂຮມາສຳລັບຊາວອິນເດຍແດງ. ຈຳນວນຊາວພໍນີໄດ້ຫລຸດຈຳນວນລົງຈາກ 12,000 ກວ່າຄົນຈົນມີບໍ່ເຖິງ 700 ຄົນຕອນທີ່ໄປຮອດໂອຄລາໂຮມາ. ຊາວພໍນີ ເຫມືອນດັ່ງເຜົ່າອື່ນໆ ໄດ້ກະຈັດກະຈາຍໄປ, ຖືກລົງທັນ, ແລະ ເກືອບຖືກທຳລາຍຈົນໝົດສິ້ນ.
ພຣະຄຳພີມໍມອນມີຂ່າວສານພິເສດສຳລັບຄົນທີ່ເປັນເຊື້ອສາຍຂອງຊາວເລມັນ ພວກທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນ. ນີໄຟໄດ້ເວົ້າເຖິງຂ່າວສານດັ່ງກ່າວນີ້ເມື່ອເພິ່ນແປຄວາມໝາຍຂອງພາບນິມິດທີ່ພໍ່ເພິ່ນໄດ້ເຫັນກ່ຽວກັບຍຸກສຸດທ້າຍນີ້: “ແລະໃນມື້ນັ້ນລູກຫລານຂອງພວກເຮົາຜູ້ທີ່ເຫລືອຢູ່ຈຶ່ງຈະຮູ້ຈັກວ່າ ພວກເຂົາເປັນເຊື້ອສາຍອິດສະຣາເອນ ແລະ ຮູ້ຈັກວ່າພວກເຂົາເປັນຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ; ແລ້ວພວກເຂົາຈະຮູ້ ແລະ ມາຮູ້ຈັກບັນພະບຸລຸດຂອງພວກເຂົາ, ແລະ ມາຮູ້ຈັກພຣະກິດຕິຄຸນຂອງພຣະຜູ້ໄຖ່ຂອງພວກເຂົານຳອີກ ຊຶ່ງປະຕິບັດຕໍ່ບັນພະບຸລຸດໂດຍພຣະອົງ; ດັ່ງນັ້ນ ພວກເຂົາຈະມີຄວາມຮູ້ເຖິງພຣະຜູ້ໄຖ່ຂອງພວກເຂົາ ແລະ ຈຸດມຸ້ງໝາຍຂອງຄຳສອນຂອງພຣະອົງ ເພື່ອຈະໄດ້ຮູ້ວ່າຈະມາສູ່ພຣະອົງ ແລະ ລອດໄດ້ແນວໃດ” (1 Nephi 15:14).
ພຣະຄຳພີມໍມອນເປັນພຣະຄຳພີອັນສັກສິດ. ມັນມີຄວາມສົມບູນຂອງພຣະກິດຕິຄຸນທີ່ນິລັນດອນ. ສາດສະດາໂຈເຊັບ ສະມິດ ໄດ້ຂຽນວ່າ “ພຣະຄຳພີມໍມອນເປັນພຣະຄຳພີທີ່ຖືກຕ້ອງທີ່ສຸດໃນໂລກເໜືອກວ່າພຣະຄຳພີໃດໆ ແລະ ມັນເປັນທັງຫລັກສີລາສຳຄັນຂອງສາດສະໜາຈັກຂອງພວກເຮົາ ແລະ ມະນຸດທຸກຄົນຈະໄດ້ເຂົ້າໃກ້ພຣະເຈົ້າໂດຍການປະຕິບັດຕາມຄຳສັ່ງສອນຂອງພຣະຄຳພີນີ້ຫລາຍກວ່າປະຕິບັດຕາມໜັງສືເຫລັ້ມອື່ນໆ” (Teachings of Presidents of the Church: Joseph Smith [2007], 64). ສະນັ້ນມັນມີຂ່າວສານໃຫ້ໝົດທຸກຄົນໃນໂລກ.
ຕອນທີ່ເປັນຊາຍໜຸ່ມອາຍຸ 17 ປີທີ່ອ່ານພຣະຄຳພີມໍມອນເປັນເທື່ອທຳອິດ, ຂ້າພະເຈົ້າໄດ້ເອົາໃຈໃສ່ຄຳສັນຍາຂອງໂມໂຣໄນ ທີ່ວ່າ: “ແລະ ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະກົດແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ” (ໂມໂຣໄນ 10:4).
ເມື່ອໄດ້ຄຸເຂົ່າລົງອະທິຖານ ຂ້າພະເຈົ້າໄດ້ຮັບການເປັນພະຍານທາງວິນຍານຢ່າງແຮງກ້າວ່າ ພຣະຄຳພີມໍມອນເປັນຄວາມຈິງ. ພະຍານດັ່ງກ່າວນັ້ນກໍໄດ້ຊ່ອຍຂ້າພະເຈົ້າໃຫ້ຈັດແຜນການຕະຫລອດຊີວິດຂອງຂ້າພະເຈົ້າ.
ຂ້າພະເຈົ້າຂໍແນະນຳທຸກຄົນໃຫ້ອ່ານພຣະຄຳພີມໍມອນ ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ.
ຂ້າພະເຈົ້າຂໍໂດຍສະເພາະນຳເຊື້ອສາຍອິດສະຣາເອນທີ່ເຫລືອຢູ່ ຜູ້ສືບຕະກຸນຂອງຄົນໃນພຣະຄຳພີມໍມອນ ບໍ່ວ່າຢູ່ໃສກໍຕາມ ໃຫ້ອ່ານ ແລະ ອ່ານມັນຄືນອີກ. ຈົ່ງຮຽນຮູ້ກ່ຽວກັບຄຳສັນຍາທີ່ມີຢູ່ໃນພຣະຄຳພີມໍມອນ. ຈົ່ງເຮັດຕາມຄຳສອນ ແລະ ຕົວຢ່າງຂອງພຣະເຢຊູຄຣິດ. ຈົ່ງເຮັດ ແລະ ຮັກສາພັນທະສັນຍານຳພຣະຜູ້ເປັນເຈົ້າ. ຈົ່ງຊອກຫາ ແລະ ເຮັດຕາມການຊົງນຳຂອງພຣະວິນຍານບໍລິສຸດ.
ຂ້າພະເຈົ້າຂໍມ້ວນທ້າຍໂດຍໃຊ້ຄຳຂອງອາມາລະໄຄ, ສາດສະດາອີກທ່ານໜຶ່ງໃນພຣະຄຳພີມໍມອນ: “ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານມາຫາພຣະຄຣິດ ຜູ້ເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ຮັບສ່ວນຄວາມລອດຈາກພຣະອົງ ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ. ແທ້ຈິງແລ້ວ, ຈົ່ງມາຫາພຣະອົງເຖີດ ແລະ ຖະຫວາຍທັງຈິດວິນຍານຂອງພວກທ່ານເປັນເຄື່ອງບູຊາແດ່ພຣະອົງ, ແລະ ຖືສິນອົດເຂົ້າ ແລະ ອະທິຖານຕໍ່ໄປ, ແລະອົດທົນຈົນເຖິງທີ່ສຸດ; ແລະ ຕາບໃດທີ່ພຣະຜູ້ເປັນເຈົ້າຍັງຊົງພຣະຊົນຢູ່ ພວກທ່ານຈະລອດ” (ອອມໄນ 1:26).
ເມື່ອເຮົາມາສູ່ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ,ພຣະເຢຊູຄຣິດ, ແລະ ຊຳລະໃຈຂອງເຮົາໃຫ້ບໍລິສຸດ, ເຮົາທຸກຄົນຈະມີສ່ວນໃນການປະຕິບັດຄຳສັນຍາອັນໃຫຍ່ຍິ່ງຂອງພຣະຄຳພີມໍມອນ. ຂ້າພະເຈົ້າເປັນພະຍານເຖິງເລື່ອງນີ້ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.