ສັງເກດກ່ອນ, ແລ້ວຮັບໃຊ້
ແຕ່ດ້ວຍການຝຶກຝົນ, ເຮົາແຕ່ລະຄົນຈະກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດຫລາຍຂຶ້ນເມື່ອເຮົາຮັບໃຊ້ລູກໆຂອງພຣະເຈົ້າ.
ຫລັກຖານທີ່ສຳຄັນຢ່າງໜຶ່ງທີ່ເຮົາມີເຖິງສາດສະດາທີ່ຮັກຂອງເຮົາ ປະທານທອມມັສ ແອັສ ມອນສັນ, ເປັນຜູ້ຮັບໃຊ້ທີ່ພຣະຜູ້ເປັນເຈົ້າໄດ້ເລືອກໄວ້ ຊຶ່ງເພິ່ນຕ້ອງຮຽນທີ່ຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ—ຮັບໃຊ້ຜູ້ຄົນໄປເທື່ອລະຄົນ. ເຮົາຜູ້ທີ່ໄດ້ຮັບບັບຕິສະມາ ກໍໄດ້ເຮັດພັນທະສັນຍາວ່າຈະເຮັດຄືກັນ. ເຮົາໄດ້ສັນຍາວ່າຈະ “ລະນຶກເຖິງ [ພຣະຜູ້ຊ່ອຍໃຫ້ລອດ] ຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ,”1 ແລະ ພຣະອົງໄດ້ກ່າວວ່າ, “ນີ້ແຫລະ ແມ່ນຂໍ້ຄຳສັ່ງຂອງເຮົາ, ຄືຈົ່ງຮັກຊຶ່ງກັນແລະກັນດັ່ງເຮົາຮັກພວກເຈົ້າ.”2
ຖ້ອຍຄຳດັ່ງຕໍ່ໄປນີ້ຂອງປະທານມອນສັນກໍເປັນການເຊື້ອເຊີນອັນດຽວກັນນັ້ນ ທີ່ວ່າ: “ຜູ້ຄົນທີ່ຕ້ອງການຄວາມສົນໃຈ, ກຳລັງໃຈ, ການຄ້ຳຈູນ, ການປອບໂຍນ ແລະ ຄວາມເມດຕາຈາກເຮົາຢູ່ອ້ອມຂ້າງເຮົາ. … ເຮົາເປັນພຣະຫັດຂອງພຣະຜູ້ເປັນເຈົ້າຢູ່ເທິງໂລກນີ້, ຜູ້ໄດ້ຮັບຄຳບັນຊາວ່າ ໃຫ້ຮັບໃຊ້ ແລະ ເຊີດຊູລູກໆຂອງພຣະອົງ. ພຣະອົງເພິ່ງພາອາໄສເຮົາແຕ່ລະຄົນ.”3
ທ່ານເຄີຍໄດ້ຍິນບໍ—ຄຳເຊື້ອເຊີນໃຫ້ຮັກຊຶ່ງກັນແລະກັນ? ສຳລັບບາງຄົນ, ການຮັບໃຊ້ ຫລື ການປະຕິບັດຕໍ່ບາງຄົນ, ການເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ, ບໍ່ໄດ້ເປັນສິ່ງງ່າຍທີ່ຈະເຮັດ. ແຕ່ດ້ວຍການຝຶກຝົນ, ເຮົາແຕ່ລະຄົນຈະກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດຫລາຍຂຶ້ນເມື່ອເຮົາຮັບໃຊ້ລູກໆຂອງພຣະເຈົ້າ. ເພື່ອຊ່ອຍເຫລືອເຮົາໃຫ້ຮັກຊຶ່ງກັນແລະກັນ, ຂ້າພະເຈົ້າຂໍແນະນຳສີ່ຄຳດັ່ງນີ້: “ສັງເກດ ກ່ອນ, ແລ້ວ ຮັບໃຊ້.”
ເກືອບເຖິງ 40 ປີຜ່ານມາແລ້ວ ສາມີກັບຂ້າພະເຈົ້າໄດ້ໄປພຣະວິຫານໃນແລງວັນສຸກມື້ໜຶ່ງ. ພວກເຮົາຫາກໍໄດ້ແຕ່ງງານກັນ, ແລະ ຂ້າພະເຈົ້າກໍຄິດຢ້ານແດ່ ເພາະວ່າເທື່ອນັ້ນເປັນເທື່ອທີສອງນັບແຕ່ພວກເຮົາໄດ້ແຕ່ງງານກັນ. ເອື້ອຍນ້ອງຄົນໜຶ່ງຜູ້ນັ່ງຢູ່ທາງຂ້າງຂ້າພະເຈົ້າ, ໄດ້ສັງເກດເຫັນຂ້າພະເຈົ້າ. ລາວໄດ້ເນີ້ງຕົວມາຫາຂ້າພະເຈົ້າ ແລະ ເວົ້າຄ່ອຍໆວ່າ, “ບໍ່ຕ້ອງເປັນຫ່ວງ, ຂ້ອຍຊິຊ່ອຍເຈົ້າ.” ແລ້ວຂ້າພະເຈົ້າໄດ້ຮູ້ສຶກສະບາຍໃຈຂຶ້ນ, ແລະ ຊື່ນຊົມກັບການນະມັດສະການຢູ່ໃນພຣະວິຫານ. ລາວໄດ້ສັງເກດກ່ອນ, ແລ້ວໄດ້ຮັບໃຊ້.
ເຮົາທຸກຄົນຖືກເຊື້ອເຊີນໃຫ້ເຮັດຕາມຄຳສອນ ແລະ ເພື່ອປະຕິບັດຕໍ່ຄົນອື່ນຢ່າງທີ່ພຣະເຢຊູໄດ້ເຮັດ. ການເຊື້ອເຊີນນີ້ບໍ່ແມ່ນສຳລັບເອື້ອຍນ້ອງຜູ້ເປັນດັ່ງທູດເທົ່ານັ້ນ. ໃນຂະນະທີ່ຂ້າພະເຈົ້າແບ່ງປັນຕົວຢ່າງໃນແຕ່ລະວັນຂອງສະມາຊິກຜູ້ໄດ້ຮຽນທີ່ຈະສັງເກດກ່ອນ ແລ້ວຮັບໃຊ້, ຈົ່ງຟັງຄຳສອນຂອງພຣະເຢຊູທີ່ເຂົາເຈົ້າໄດ້ສະແດງອອກມາ.
ເດັກນ້ອຍຊັ້ນປະຖົມໄວອາຍຸຫົກປີໄດ້ເວົ້າວ່າ: “ຕອນຂ້ານ້ອຍໄດ້ຖືກເລືອກໃຫ້ເປັນຜູ້ຊ່ອຍຄູຢູ່ໃນຫ້ອງ, ຂ້ານ້ອຍສາມາດເລືອກໝູ່ຄົນໜຶ່ງໃຫ້ຊ່ອຍຂ້ານ້ອຍ. ຂ້ານ້ອຍໄດ້ເລືອກເອົາ [ເດັກນ້ອຍຜູ້ຊາຍຄົນໜຶ່ງທີ່ເຄີຍຂົ່ມເຫັງຂ້ານ້ອຍ] ເພາະວ່າ ລາວບໍ່ເຄີຍຖືກເລືອກ. ຂ້ານ້ອຍຢາກໃຫ້ລາວຮູ້ສຶກດີໃຈ.”4
ເດັກນ້ອຍຄົນນີ້ໄດ້ສັງເກດເຫັນສິ່ງໃດ? ລາວໄດ້ສັງເກດເຫັນວ່າ ເດັກນ້ອຍທີ່ຂົ່ມເຫັງຄົນອື່ນບໍ່ເຄີຍຖືກເລືອກ. ລາວໄດ້ເຮັດຫຍັງຫລັງຈາກສັງເກດ? ລາວໄດ້ເລືອກທ້າວນັ້ນໃຫ້ເປັນຜູ້ຊ່ອຍລາວ. ພຣະເຢຊູໄດ້ສອນວ່າ, “ຈົ່ງຮັກສັດຕູຂອງເຈົ້າ, ໃຫ້ພອນແກ່ຜູ້ທີ່ສາບແຊ່ງເຈົ້າ, ເຮັດຄວາມດີກັບຄົນທີ່ກຽດຊັງເຈົ້າ.”5
ຢູ່ໃນຫວອດບ່ອນໜຶ່ງ, ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນໄດ້ສັງເກດ ແລ້ວຮັບໃຊ້ໃນວິທີທີ່ມີຄວາມໝາຍ. ທຸກອາທິດຊາຍໜຸ່ມໄດ້ມາໂບດກ່ອນເວລາ, ບໍ່ວ່າຝົນຈະຕົກ, ຫິມະຈະລົງ, ຫລື ຮ້ອນອົບເອົ້າ, ເຂົາເຈົ້າໄດ້ລໍຖ້າຜູ້ອາວຸໂສທີ່ມາໂບດ. ເຂົາເຈົ້າໄດ້ຊ່ອຍຍົກລໍ້ເຂັນ ແລະ ລໍ້ຊ່ອຍຍ່າງອອກຈາກລົດ, ຊ່ອຍຈູງຜູ້ອາວຸໂສອອກຈາກລົດ ແລະ ເຂົ້າໄປໃນຕຶກ. ເຂົາເຈົ້າໄດ້ເຮັດໜ້າທີ່ຂອງເຂົາເຈົ້າແທ້ໆຕໍ່ພຣະເຈົ້າ. ເມື່ອເຂົາເຈົ້າໄດ້ສັງເກດກ່ອນ ແລ້ວຮັບໃຊ້, ເຂົາເຈົ້າໄດ້ດຳລົງຊີວິດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ: “ເມື່ອໃດພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”6 ເມື່ອຊາວໜຸ່ມປະຕິບັດຕາມຫລັກສູດໃໝ່, ຕາຂອງເຂົາເຈົ້າຈະເປີດກວ້າງຕໍ່ໂອກາດທີ່ຈະໄດ້ຮັບໃຊ້ຕາມວິທີຂອງພຣະຄຣິດຫລາຍກວ່າເກົ່າ.
ການສັງເກດ ແລະ ການຮັບໃຊ້ ບາງເທື່ອຈະຕ້ອງໃຊ້ຄວາມພະຍາຍາມຢ່າງຫລວງຫລາຍ. ຍິງໜຸ່ມທີ່ໄດ້ຮັບການດົນໃຈ ຊື່ ອາເລັກຊັນເດຣຍ ໄດ້ສັງເກດເຫັນວ່າລູກພີ່ນ້ອງຂອງນາງຊື່ ແມດີສັນ, ບໍ່ສາມາດເຮັດຄວາມກ້າວໜ້າສ່ວນຕົວຂອງນາງສຳເລັດ ເພາະນາງເປັນຄົນປັນຍາອ່ອນ. ນາງອາເລັກຊັນເດຣຍໄດ້ເວົ້າລົມກັບໝູ່ຜູ້ຍິງດ້ວຍກັນຢູ່ໃນຫວອດ, ໄດ້ປຶກສາກັບຜູ້ນຳຂອງນາງ, ແລະ ໄດ້ພາກັນເຮັດບາງສິ່ງເພື່ອນາງແມດດີ ອັນທີ່ນາງບໍ່ສາມາດເຮັດໄດ້ເພື່ອຕົວເອງ. ຍິງໜຸ່ມແຕ່ລະຄົນໄດ້ເຮັດຄວາມກ້າວໜ້າສ່ວນຕົວບາງຢ່າງເພື່ອນາງ ເພື່ອຊ່ອຍນາງບັນລຸຄວາມສຳເລັດ ແລະ ໄດ້ຮັບຫລຽນສຳເລັດຜົນງານ.7
ຍິງໜຸ່ມເຫລົ່ານີ້ຈະກ້າວໜ້າໄປສູ່ການເປັນແມ່ ແລະ ເປັນເອື້ອຍນ້ອງໃນສະມາຄົມສະຕີສົງເຄາະ ເພາະວ່າເຂົາເຈົ້າໄດ້ຮຽນສັງເກດກ່ອນ ແລ້ວຮັບໃຊ້ ໃນວິທີທີ່ເປັນຄວາມໃຈບຸນ.
ປະທານມອນສັນໄດ້ເຕືອນເຮົາວ່າ “ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ”8—— ຫລື ອີກປະການໜຶ່ງ ເປັນການສັງເກດ ແລ້ວຮັບໃຊ້— “ມັນເປັນຫລັກຖານ ເມື່ອເຫັນວ່າມີຄົນຈື່ຈຳຜູ້ອາວຸໂສ ແລະ ພາລາວໄປຮ່ວມກິດຈະກຳທີ່ໂບດ” ແລະ “ເມື່ອເອື້ອຍນ້ອງບາງຄົນນັ່ງຢູ່ຄົນດຽວໄກໝູ່ ແລະ ໄດ້ຍິນຄຳເຊື້ອເຊີນທີ່ວ່າ, ‘ມາພີ້—ມານັ່ງກັບພວກເຮົາ.’”9 ກົດທອງຄຳໄດ້ຖືກນຳໃຊ້ ທີ່ວ່າ: “ທຸກສິ່ງທຸກຢ່າງບໍ່ວ່າອັນໃດກໍຕາມທີ່ເຈົ້າປາຖະໜາໃຫ້ຜູ້ອື່ນເຮັດກັບເຈົ້າ, ເຈົ້າຈົ່ງເຮັດກັບເຂົາທຸກປະການເໝືອນກັນ.”10
ສາມີຄົນໜຶ່ງຜູ້ຮູ້ຈັກສັງເກດໄດ້ຮັບໃຊ້ໃນສອງວິທີທີ່ສຳຄັນ. ລາວໄດ້ເລົ່າໃຫ້ຟັງວ່າ:
“ມື້ໜຶ່ງຂ້າພະເຈົ້າໄດ້ໄປຊ່ອຍພັນລະຍາຂອງຂ້າພະເຈົ້າຢູ່ໃນຫ້ອງປະຖົມໄວຂອງນາງ ທີ່ເຕັມໄປດ້ວຍເດັກນ້ອຍອາຍຸເຈັດປີ ທີ່ມີກຳລັງວັງຊາຫລາຍ. ເມື່ອຫ້ອງຮ່ວມກຸ່ມເລີ່ມຕົ້ນ, ຂ້າພະເຈົ້າໄດ້ສັງເກດເຫັນນາງນ້ອຍຄົນໜຶ່ງນັ່ງຂົດຢູ່ໃນຕັ່ງ ເບິ່ງຄືວ່າບໍ່ສະບາຍໃຈ. ພຣະວິນຍານໄດ້ກະຕຸ້ນໃຫ້ຂ້າພະເຈົ້າຮູ້ວ່າ ນາງຕ້ອງການການປອບໂຍນ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ໄປນັ່ງໃກ້ນາງ ແລະ ໄດ້ຖາມນາງຄ່ອຍໆວ່າ ນາງເປັນຫຍັງ. ນາງບໍ່ໄດ້ຕອບ … , ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເລີ່ມຕົ້ນຮ້ອງເພງແບບຄ່ອຍໆຢູ່ໃກ້ນາງ.
“ຊັ້ນປະຖົມໄວພວມຮຽນເພງໃໝ່, ແລະ ໃນຂະນະທີ່ພວກເຮົາຮ້ອງເພງຢູ່ນັ້ນ, ‘ຖ້າຫາກເຮົາຟັງສຽງໃນໃຈ ແລ້ວເຮົາຈະໄດ້ຍິນສຸລະສຽງຂອງພຣະຜູ້ຊ່ອຍໃຫ້ລອດ,’ ຂ້າພະເຈົ້າເລີ່ມຮູ້ສຶກໄດ້ຮັບຄວາມສະຫວ່າງ ແລະ ຄວາມອົບອຸ່ນຫລາຍທີ່ສຸດຢູ່ໃນຈິດວິນຍານຂອງຂ້າພະເຈົ້າ. … ຂ້າພະເຈົ້າໄດ້ຮັບປະຈັກພະຍານເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດຕໍ່ນາງ, ... ແລະ ຕໍ່ຂ້າພະເຈົ້າ. … ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເຮົາເປັນພຣະຫັດຂອງ [ພຣະຜູ້ເປັນເຈົ້າ] ເມື່ອເຮົາຮັບໃຊ້.”11
ບໍ່ພຽງແຕ່ອ້າຍນ້ອງທີ່ເປັນດັ່ງພຣະຄຣິດຄົນນີ້ໄດ້ສັງເກດເຫັນວ່າລາວຕ້ອງໄດ້ຊ່ອຍເຫລືອຫ້ອງຮຽນຂອງພັນລະຍາຂອງລາວ ທີ່ເຕັມໄປດ້ວຍເດັກນ້ອຍທີ່ມີກຳລັງວັງຊາຫລາຍເທົ່ານັ້ນ, ແຕ່ລາວຍັງໄດ້ຮັບໃຊ້ບາງຄົນທີ່ມີຄວາມຕ້ອງການໃນຫ້ອງນຳອີກ. ລາວໄດ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ, ຜູ້ໄດ້ສອນວ່າ, “ສິ່ງໃດທີ່ເຈົ້າເຫັນເຮົາເຮັດມາແລ້ວ ເຖິງແມ່ນສິ່ງນັ້ນເຈົ້າຈົ່ງກະທຳ.”12
ບໍ່ດົນມານີ້ ນ້ຳຖ້ວມໄດ້ເປີດໂອກາດໃຫ້ສານຸສິດຂອງພຣະເຢຊູຄຣິດໄດ້ສັງເກດກ່ອນ ແລ້ວຮັບໃຊ້. ຊາຍຍິງຜູ້ໃຫຍ່, ຊາວໜຸ່ມ, ແລະ ເດັກນ້ອຍໄດ້ເຫັນທຸລະກິດ ແລະ ບ້ານເຮືອນຖືກທຳລາຍ ແລະ ໄດ້ໄປຊ່ອຍທຳຄວາມສະອາດ ແລະ ສ້ອມແປງ. ບາງຄົນໄດ້ຊ່ອຍຊັກເຄື່ອງ. ບາງຄົນໄດ້ເຊັດຮູບ, ເຊັດເອກະສານທີ່ສຳຄັນ, ຈົດໝາຍ, ແລະ ໜັງສືຕ່າງໆທີ່ສຳຄັນ ແລະ ແລ້ວໄດ້ຕາກມັນໃຫ້ແຫ້ງ ແລະ ເກັບຮັກສາສິ່ງຕ່າງໆເທົ່າທີ່ເຂົາເຈົ້າສາມາດເຮັດໄດ້. ການສັງເກດກ່ອນ ແລ້ວຮັບໃຊ້ ບໍ່ໄດ້ເປັນສິ່ງສະດວກສະເໝີສຳລັບເຮົາ.
ມີບ່ອນໃດແດ່ທີ່ເຮົາສາມາດສັງເກດກ່ອນ ແລ້ວຮັບໃຊ້ຫລາຍກວ່າຢູ່ໃນບ້ານ? ຕົວຢ່າງໜຶ່ງໃນເລື່ອງນີ້ ແມ່ນສະແດງອອກໂດຍແອວເດີ ຣິເຈີດ ຈີ ສະກາດ ທີ່ວ່າ:
“ຄືນໜຶ່ງລູກຊາຍນ້ອຍຂອງພວກເຮົາຊື່ ຣິເຈີດ, ຜູ້ເປັນພະຍາດຫົວໃຈ ໄດ້ຕື່ນ ແລະ ຮ້ອງໄຫ້ຂຶ້ນ. ຕາມປົກກະຕິແລ້ວ ພັນລະຍາຂອງຂ້າພະເຈົ້າຈະລຸກໄປເບິ່ງລູກ, ແຕ່ເທື່ອນັ້ນຂ້າພະເຈົ້າໄດ້ເວົ້າວ່າ, ‘ອ້າຍຊິໄປເອງ.’
“ເພາະການເປັນພະຍາດຫົວໃຈ, ເມື່ອລາວຮ້ອງໄຫ້ຂຶ້ນ ຫົວໃຈຂອງລາວຈະເຕັ້ນຢ່າງໄວ. ແລ້ວລາວຈະຮາກໃສ່ບ່ອນນອນ. ຄືນນັ້ນ ຂ້າພະເຈົ້າໄດ້ກອດລາວໄວ້ແໜ້ນ ເພື່ອໃຫ້ຫົວໃຈຂອງລາວເຕັ້ນຊ້າລົງ ແລະ ໃຫ້ລາວເຊົາຮ້ອງໄຫ້ ໃນຂະນະທີ່ຂ້າພະເຈົ້າພະຍາຍາມປ່ຽນຜ້າປູບ່ອນໃຫ້ລາວ. ຂ້າພະເຈົ້າໄດ້ກອດລາວໄວ້ຈົນວ່າລາວຫລັບໄປ. ຂ້າພະເຈົ້າບໍ່ຮູ້ວ່າ ສອງສາມເດືອນຈາກນັ້ນ ລາວຈະໄດ້ເສຍຊີວິດໄປ. ຂ້າພະເຈົ້າຈະບໍ່ມີວັນລືມຕອນຂ້າພະເຈົ້າກອດລາວໄວ້ໃນອ້ອມແຂນຂອງຂ້າພະເຈົ້າໃນຄືນນັ້ນ.”13
ພຣະເຢຊູໄດ້ກ່າວວ່າ, “ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່, ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ.”14
ບາງເທື່ອເຮົາອາດຄິດຢາກຮັບໃຊ້ໃນວິທີທີ່ເຮົາຢາກຮັບໃຊ້ ແລະ ບໍ່ແມ່ນຕາມວິທີທີ່ຈຳເປັນໃນເວລານັ້ນ. ເມື່ອແອວເດີ ຣໍເບີດ ດີ ແຮວສ໌ ໄດ້ສອນຫລັກທຳກ່ຽວກັບການດຳລົງຊີວິດແບບປະຢັດມັດທະຍັດ, ເພິ່ນໄດ້ເລົ່າຕົວຢ່າງໜຶ່ງໃຫ້ຟັງເລື່ອງການຊື້ຂອງຂວັນໃຫ້ພັນລະຍາຂອງເພິ່ນ. ພັນລະຍາຂອງເພິ່ນໄດ້ຖາມວ່າ, “ອ້າຍຊື້ອັນນີ້ໃຫ້ນ້ອງ ຫລື ໃຫ້ອ້າຍ?”15 ຖ້າຫາກເຮົາໃຊ້ຄຳຖາມນັ້ນກັບຕົວເຮົາເອງ ໃນຂະນະທີ່ເຮົາຮັບໃຊ້ ແລະ ຖາມວ່າ, “ເຮົາເຮັດສິ່ງນີ້ເພື່ອພຣະຜູ້ຊ່ອຍໃຫ້ລອດ, ຫລື ເຮົາເຮັດສິ່ງນີ້ເພື່ອຕົວເຮົາເອງ?” ແລ້ວການຮັບໃຊ້ຂອງເຮົາຈະເປັນເໝືອນດັ່ງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ອຍໃຫ້ລອດຫລາຍຂຶ້ນ. ພຣະຜູ້ຊ່ອຍໃຫ້ລອດໄດ້ຖາມ ແລະ ເຮົາກໍຄວນຖາມຄືກັນວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?”16
ສອງສາມອາທິດຜ່ານມານີ້ ຂ້າພະເຈົ້າໄດ້ຟ້າວຟັ່ງ ແລະ ຫຍຸ້ງຢູ່ກັບຫລາຍສິ່ງທີ່ຕ້ອງເຮັດໃຫ້ສຳເລັດ. ຂ້າພະເຈົ້າຄິດຢາກໄປພຣະວິຫານໃນມື້ນັ້ນ ແຕ່ຄິດວ່າຕົນເອງຫຍຸ້ງຫລາຍ. ເມື່ອຂ້າພະເຈົ້າສຳນຶກໄດ້ວ່າ ຕົນເອງຫຍຸ້ງຈົນບໍ່ມີເວລາໄປພຣະວິຫານ, ແລ້ວສິ່ງນັ້ນໄດ້ເຕືອນສະຕິຂອງຂ້າພະເຈົ້າວ່າ ຂ້າພະເຈົ້າຈຳເປັນຕ້ອງໄປພຣະວິຫານແທ້ໆ. ຂ້າພະເຈົ້າກໍໄດ້ອອກໄປຈາກຫ້ອງການຂອງຂ້າພະເຈົ້າ ແລະ ໄດ້ຍ່າງໄປຫາພຣະວິຫານເຊົາເລັກ, ແລະ ເປັນຫ່ວງວ່າຈະຫາເວລາທີ່ເສຍໄປນັ້ນຄືນມາໄດ້ແນວໃດ. ໂຊກດີທີ່ພຣະຜູ້ເປັນເຈົ້າມີຄວາມອົດທົນ ແລະ ມີເມດຕາ ແລະ ໄດ້ສອນຂ້າພະເຈົ້າເຖິງບົດຮຽນທີ່ດີເລີດໃນມື້ນັ້ນ.
ໃນຂະນະທີ່ຂ້າພະເຈົ້ານັ່ງຢູ່ໃນພຣະວິຫານ, ນາງຄົນໜຶ່ງໄດ້ເນີ້ງຕົວມາຫາຂ້າພະເຈົ້າ ແລະ ໄດ້ເວົ້າຄ່ອຍໆວ່າ, “ຂ້ອຍຮູ້ສຶກຢ້ານ. ເທື່ອນີ້ເປັນເທື່ອທີສອງຂອງຂ້ອຍຢູ່ໃນພຣະວິຫານ. ເຈົ້າຊິຊ່ອຍຂ້ອຍໄດ້ບໍ?” ນາງຮູ້ໄດ້ແນວໃດວ່າ ຂ້າພະເຈົ້າຕ້ອງການຢາກໄດ້ຍິນຖ້ອຍຄຳເຊັ່ນນັ້ນ? ນາງບໍ່ຮູ້, ແຕ່ພຣະບິດາເທິງສະຫວັນຮູ້ຈັກ. ພຣະອົງໄດ້ສັງເກດເຫັນຄວາມຕ້ອງການຂອງຂ້າພະເຈົ້າ. ຂ້າພະເຈົ້າຕ້ອງໄດ້ຮັບໃຊ້. ພຣະອົງໄດ້ກະຕຸ້ນນາງທີ່ຖ່ອມຕົນຄົນນັ້ນໃຫ້ເຊື້ອເຊີນຂ້າພະຈົ້າໃຫ້ຮັບໃຊ້ນາງ. ຂ້າພະເຈົ້າຢາກໃຫ້ທ່ານແນ່ໃຈໄດ້ວ່າ ຂ້າພະເຈົ້າເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ.
ຂ້າພະເຈົ້າໄດ້ຮັບຮູ້ຜູ້ຄົນທີ່ເປັນເໝືອນດັ່ງພຣະຄຣິດດ້ວຍຄວາມກະຕັນຍູອັນເລິກຊຶ້ງ ຜູ້ໄດ້ຮັບໃຊ້ຄອບຄົວຂອງຂ້າພະເຈົ້າຕະຫລອດປີ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈໂດຍສະເພາະຕໍ່ສາມີທີ່ຮັກ ແລະ ຄອບຄົວຂອງຂ້າພະເຈົ້າ, ຜູ້ໄດ້ຮັບໃຊ້ຢ່າງບໍ່ເຫັນແກ່ຕົວ, ແລະ ດ້ວຍຄວາມຮັກອັນຍິ່ງໃຫຍ່.
ຂໍໃຫ້ເຮົາທຸກຄົນຈົ່ງສະແຫວງຫາທີ່ຈະສັງເກດກ່ອນ, ແລ້ວຮັບໃຊ້. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະຮັກສາພັນທະສັນຍາ, ແລະ ການຮັບໃຊ້ຂອງເຮົາ, ເຊັ່ນດຽວກັບປະທານມອນສັນ, ຈະເປັນຫລັກຖານເຖິງການເປັນສານຸສິດ. ຂ້າພະເຈົ້າຮູ້ວ່າພຣະຜູ້ຊ່ອຍໃຫ້ລອດຊົງພຣະຊົນຢູ່. ການຮັບໃຊ້ຂອງເຮົາຊ່ອຍໃຫ້ເຮົາດຳລົງຊີວິດຕາມຄຳສອນຂອງພຣະອົງ. ຂ້າພະເຈົ້າຮູ້ວ່າປະທານມອນສັນເປັນສາດສະດາຂອງເຮົາໃນທຸກວັນນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.