​2010–2019
ຜູ້​ດູ​ແລ
ຕຸລາ 2012


2:3

ຜູ້​ດູ​ແລ

ທ່ານ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ​ແລະ ​ໄດ້​ຮັບ​ການ​ດົນ​ໃຈ ​ເພື່ອ​ໃຫ້​ຮູ້​ຂອບ​ເຂດ ​ແລະ ຄວາມ​ສາມາດ​ຂອງ​ທ່ານ​ທີ່​ຈະ​ຮັບ​ໃຊ້​.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ຄ່ຳ​ຄືນ​ນີ້. ສະຕີ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​​ໄດ້​ກ້າວ​ໄປໜ້າກາຍ​ເປັນ​ສັງຄົມ​ຂອງ​ສະຕີ​ທີ່​ແມ່​ຂອງ​ສາດສະດາ ​ໂຈ​ເຊັບ ສະມິດ, ລູສີ ​ແມ໊ກ ສະ​ມິດ, ​ໄດ້​ອະທິບາຍ​​ໄວ້ດັ່ງ​ນີ້: “​ເຮົາ​ຕ້ອງ​ທະນຸ​ຖະໜອມ​ຊຶ່ງ​ກັນ​​ແລະ​ກັນ, ດູ​ແລ​ກັນ, ປອບ​ໂຍນ​ກັນ ​ແລະ ​​​ຮັບ​ຄຳ​ແນະນຳ​ເພີ່ມ​​ເຕີມ, ​ເພື່ອ​ເຮົາ​ທຸກ​ຄົນ​ຈະ​ໄດ້​ນັ່ງ​ຢູ່​ນຳ​ກັນໃນ​ສະຫວັນ.”1

ມີ​ສາມ​ພາກ​ສ່ວນ​ທີ່​ອະທິບາຍ​ຢ່າງດີ​ກ່ຽວ​ກັບ​ຄວາມ​ເໝາະ​ສົມ​ທີ່​ກ່ຽວ​ພັນ​ກັບພາວະ​ທີ່​ມີ​ຄວາມສຸກ​ນຳພຣະ​ເຈົ້າ. ຢ່າງ​ໜຶ່ງ​ຄື​ການ​ດູ​ແລ​ຊຶ່ງ​ກັນ​ແລະ​ກັນ. ອີກ​ຢ່າງໜຶ່ງ​ຄື​ສອນ​ກັນ ​ແລະ ຮຽນ​ຈາກ​ກັນ. ​ແລະ ສາມ​ຄື​ນັ່ງ​ຢູ່​ນຳ​ກັນ​ຮ່ວມ​ກັບພຣະ​ເຈົ້າ.

ຈຸດປະສົງ​ຂອງ​ຂ້າພະ​ເຈົ້າ​ໃນຄ່ຳ​ຄືນ​ນີ້​ຄື​ທີ່​ຈະ​ຊ່ອຍ​ທ່ານ​ໃຫ້​ຮູ້ສຶກ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ພໍພຣະ​ໄທ​ໂດຍ​ພຣະ​ເຈົ້າ ສຳລັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ ​ເພື່ອ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ໃຫ້​ບັນລຸ​ຈຸດ​ເປົ້າໝາຍອັນສູງ​ສົ່ງ​ນັ້ນ. ​ແລະ, ທີ​ສອງ, ຂ້າພະ​ເຈົ້າຢາກ​ບັນຍາຍ​ກ່ຽວ​ກັບ​ບາງ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​​ການ​ຮັບ​ໃຊ້​ອັນເປັນ​ໜຶ່ງ​ຂອງ​ທ່ານ.

ເຊັ່ນ​ດຽວ​ກັບ​​ເອື້ອຍ​ນ້ອງ​ລຸ້ນທຳ​ອິດ, ທ່ານ​ໄດ້​ຮັບ​ເອົາ​ການ​ເອີ້ນ​ຈາກ​ພຣະ​ເຈົ້າ ​ເພື່ອ​ຊ່ອຍ​ສົງ​ເຄາະ​ຄົນ​ອື່ນ. ​ໃນ​ປີ 1856, ສາດສະດາບຣິກຳ ຢັງ ​ໄດ້​ຂໍ​ຮ້ອງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄປ​ຊ່ອຍ​ເຫລືອ​ກຸ່ມຂະ​ບວນລໍ້ບຸກ​ເບີກ ຜູ້​ໄດ້​ຄ້າງ​ຢູ່​ໃນ​ຫິມະ​ໃນ​ພູ. ​ເພິ່ນ​ໄດ້ກ່າວ​​ໃນ​ຊ່ວງ​ເວລາ​ທີ່​ສຸກ​ເສີນ​ຕໍ່ສະມາຊິກ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່ວ່າ: “ສັດທາ, ສາ​ດສະໜາ, ​ແລະ ການ​ປະກາດ​ຄວາມ​ເຊື່ອ​ຂອງ​ທ່ານ, ຈະ​ບໍ່​ສາມາດ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ຂອງ​ທ່ານ​ຢູ່​ໃນ​ອານາຈັກ​ຊັ້ນສູງ​ຂອງ​ພຣະ​ເຈົ້າຂອງ​ເຮົາ, ​ເວັ້ນ​ເສຍ​ແຕ່​ທ່ານ​ຈະ​ນຳ​ໃຊ້​ຫລັກ​ທຳ​ທີ່​ຂ້າພະ​ເຈົ້າສິດສອນ​ທ່ານ​ຢູ່​ໃນ​ຕອນ​ນີ້. ຈົ່ງ​ອອກ​ໄປ ​ແລະ ພາ​ຜູ້​ຄົນ​ເຫລົ່ານັ້ນທີ່ຢູ່​ໃນ​ທົ່ງພຽງ​ມາ, ​ແລະ ​ໃຫ້​ເອົາ​ໃຈ​ໃສ່​ກັບ​ຄວາມ​ຕ້ອງການ​ທາງ​ໂລກ, … ຖ້າ​ບໍ່​ດັ່ງນັ້ນສັດທາ​ຂອງ​ທ່ານ​ຈະ​ໄຮ້​ປະ​ໂຫຍ​ດ.”2

ສະຕີ​ຢູ່​ໃນ​ຢູທາ​ໄດ້​ຕອບ​ຮັບ​ເປັນ​ຮ້ອຍໆ. ​​ເຖິງ​ແມ່ນ​ເຂົາ​ເຈົ້າ​ທຸກ​ຍາກ​ລຳ​ບາກ, ​ແຕ່​ເຂົາ​ເຈົ້າ​ໄດ້​ຂົນເຂົ້າຂອງ​ທີ່​ເຂົາ​ເຈົ້າມີ ​ແລະ ຫາ​ມາ​ໄດ້ຈາກ​ຄົນ​ອື່ນຂຶ້ນ​ໃສ່​ກວຽນ​ເພື່ອ​ເອົາ​ໄປ​ຊ່ອຍ​ເຫລືອ​ຄົນ​ທີ່​ເດືອດຮ້ອນ. ​ເອື້ອຍ​ນ້ອງ​ທີ່​ກ້າຫານ​ຄົນ​ໜຶ່ງ​ໄດ້ບັນທຶກ​​ໄວ້​ວ່າ, “ຂ້າພະ​ເຈົ້າບໍ່​ເຄີຍ​ພໍ​ໃຈ ​ແລະ ຊື່ນ​ຊົມໃນ​ການ​ເຮັດ​ວຽກ​ງານ​ໃດໆ​ໃນ​ຊີວິດ ​ເທົ່າ​ກັບ​ຕອນ​ນັ້ນ.”3

ເມື່ອ​ໄດ້​ສຳ​ເລັດ​ການ​ໄປ​ຊ່ອຍ​ກູ້​ຊີວິດກຸ່ມບຸກ​ເບີກ ​ແລະ ຫິມະ​ໄດ້​ເປື່ອຍ​ໄປ​ແລ້ວ, ​ເອື້ອຍ​ນ້ອງ​ຄົນ​ດຽວ​ກັນນັ້ນ​ໄດ້​ບັນທຶກ​ຄຳ​ຖາມ​ຈາກ​ໃຈ​ທີ່​ຊື່ສັດ​ຂອງ​ນາງ​ວ່າ: “ຈະ​ມີ​ຫຍັງ​ເກີດ​ຂຶ້ນຕື່ມ​ອີກ​ສຳລັບ​ມື​ທີ່​ເຕັມ​ໃຈ​ຈະ​ຊ່ອຍ​ເຫລືອ?”4

​ໃນ​ວັນ​ເວລາ​ຂອງ​ເຮົາ, ກຸ່ມ​ເອື້ອຍ​ນ້ອງ​ທີ່​ກ້າຫານ​ຕະຫລອດ​ທົ່ວ​ໂລກ ​ໄດ້​ປ່ຽນ​ສັດທາ​ຂອງ​ເຂົາ​ເຈົ້າ​ເປັນ​ການ​ປະຕິບັດ​ຢູ່​ໃນ​ຫລາຍ​ຮ້ອຍ​ບ່ອນ. ​ແລະ ​ເຂົາ​ເຈົ້າ​ໄດ້​ຖາມ​ຫົວ​ໃຈ​ຂອງ​ຕົນ​ເອງ ​ແລະ ອະທິຖານ​ໃນ​ຄຳ​ຖາມ​ອັນ​ດຽວ​ກັນນັ້ນ ກ່ຽວ​ກັບ​ອະນາຄົດ​ຂອງ​ຊີວິດ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ.

ທ່ານ​ແຕ່ລະຄົນ​ຢູ່​ໃນ​ບ່ອນ​ທີ່​ພິ​ເສດ​ໃນ​ເສັ້ນທາງ​ເດີນ​ໄປ​ສູ່​ຊີວິດ​ນິລັນດອນ​ຂອງ​ທ່ານ. ບາງ​ຄົນ​ມີ​ປະສົບ​ການ​ເປັນ​ເວລາ​ຫລາຍ​ປີ, ​ແລະ ບາງ​ຄົນ​ຍັງ​ໃໝ່​ຢູ່​ໃນ​ການ​ເປັນ​ສານຸ​ສິດ​ຢູ່​ໃນ​ໂລກ​ນີ້. ​ແຕ່ລະຄົນ​ກໍ​ພິ​ເສດ​ໃນ​ຊີວະ​ປະຫວັດ ​ແລະ ການ​ທ້າ​ທາຍ​ຂອງ​ຕົນ. ​ແຕ່​ທ່ານ​ທຸກ​ຄົນ​ເປັນ​ເອື້ອຍ​ນ້ອງ​ກັນ ​ແລະ ​ເປັນ​ທິດາ​ທີ່​ຊົງ​ຮັກ​ຂອງ​ພຣະບິດາ​ເທິງສະຫວັນ, ຜູ້​ຮູ້ຈັກ ​ແລະ ຄອຍ​​ເຝົ້າດູ​ແລ​ທ່ານ​ແຕ່ລະຄົນ.

ສິ່ງພິ​ເສດ​ທີ່​ທ່ານ​ໄດ້​ເຮັດ​ນຳ​ກັນ​ຄື ການ​ທະນຸ​ຖະໜອມ, ການ​ດູ​ແລ, ​ແລະ ການ​ປອບ​​​ໂຍນກັນ. ຂ້າພະ​ເຈົ້າ​ໄດ້​​ເຫັນ​ເປັນ​ພະຍານ​ເຖິງ​ເລື່ອງ​ດັ່ງກ່າວ​​ເດືອນ​ແລ້ວນີ້ ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ​ຕໍ່​ເອື້ອຍ​ນ້ອງ​ຄົນ​ໜຶ່ງ. ​ໃນ​ຖານະ​ທີ່​ເປັນ​ພໍ່​ຂອງ​ນາງ, ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ທ່ານ ​ແລະ ຂອບ​ພຣະ​ໄທ​ພຣະ​ເຈົ້າທີ່ໄດ້ດົນ​ໃຈ​ຜູ້​ຢ້ຽມ​ສອນ​ຄົນ​ໜຶ່ງ.

ລູກ​ສາວ​ຂອງ​ຂ້າພະ​ເຈົ້າ ນາງ​ເອລີ​ຊາ​ເບັດ, ຜູ້​ອາ​ໃສ​ຢູ່​ໃນ​ອີກ​ລັດ​ໜຶ່ງ​ ​​ໃນ​ບ່ອນ​ທີ່​ຊົ່ວ​ໂມງ​ແຕກ​ຕ່າງ​ກັນກັບ​ລັດ​ຂອງ​ພວກ​ເຮົາ, ໄດ້​ຢູ່​ເຮືອນ​ກັບ​ລູກ​ສາວ​ຂອງ​ນາງ​ອາຍຸສາມ​ປີ. ລູກ​ຄົນ​ໜຶ່ງ​ຂອງ​ນາງ​​ຫາ​ກໍເຂົ້າ​ໂຮງຮຽນ​ອະນຸບານ​ໄດ້​ອາທິດ​ໜຶ່ງ. ນາງ​ເອລີ​ຊາ​ເບັດ​ພວມ​ຕັ້ງທ້ອງ​ໄດ້​ຫົກ​ເດືອນ ​ແລະ ຄອຍ​ຖ້າ​ການ​ເກີດ​ຂອງ​ລູກ​ຜູ້​ທີສາມ​ຂອງ​ນາງ ຊຶ່ງ​ທ່ານໝໍ​ບອກ​ວ່າ​ຈະ​ເປັນ​ຜູ້ຍິງ. ສາມີ​ຂອງ​ນາງ, ຈາ​ຊູ​ວາ, ​ໄດ້​ໄປ​ທຳ​ງານ.

​ເມື່ອ​ນາງ​ເຫັນ​ວ່າ ນາງ​ລົງ​ເລືອດ ​ແລະ ມັນ​​ເລີ່​ມອອກ​ຫລາຍ, ນາງ​ໄດ້​ໂທ​ໄປ​ຫາ​ສາມີ​ຂອງ​ນາງ. ລາວ​ໄດ້​ບອກ​ນາງ​ໃຫ້​ໂທ​ເອີ້ນ​ລົດ​ສຸກ​ເສີນ ​ແລະວ່າ​ລາວ​ຈະ​ໄປ​ພົບ​ນາງ​ຢູ່​ໂຮງໝໍ, ຊຶ່ງ​ເປັນ​​ໄລຍະ​ເວລາ 20 ນາທີ​ຈາກ​ເຮືອນ​ຂອງ​ນາງ. ກ່ອນ​ນາງ​ຈະ​​ໂທ​ຫາ​ລົດ​ສຸກ​ເສີນ, ນາງ​ໄດ້​ຍິນ​ສຽງ​ຄົນ​ມາ​ເຄາະ​ປະຕູ​ໜ້າ​ບ້ານ.

ນາງ​​ແປກ​ໃຈ​ເມື່ອ​ໄດ້​ເຫັນ​ຄູ່ຢ້ຽມ​ສອນ​ຂອງ​ນາງ. ​ເຂົາ​ເຈົ້າບໍ່​ໄດ້​ມີ​ນັດ​ໄປ​ຢ້ຽມ​ສອນ​ໃນ​ເຊົ້າມື້ນັ້ນ. ​ຄູ່ຢ້ຽມ​ສອນ​ຂອງ​ນາງ​ຮູ້ສຶກ​ວ່າ ນາງ​ຄວນ​ມາ​ຢາມ​ນາງ​ເອລີ​ຊາ​ເບັດ.

ນາງ​ໄດ້​ຊ່ອຍ​ນາງ​ຂຶ້ນລົດ​ຂອງ​ນາງ. ​ເຂົາ​ເຈົ້າ​ໄດ້​ໄປ​ເຖິງ​ໂຮງໝໍ ​ແລະ ກໍ​ພົບ​ຈາ​ຊູ​ວາ​ຢູ່​ທີ່​ນັ້ນ. ທ່ານ​ໝໍ​ໄດ້​ຕັດສິນ​ໃຈ​ພາຍ​ໃນ 20 ນາທີ ວ່າ​ຕ້ອງ​ໄດ້​ຜ່າຕັດ​ເອົາ​ແອນ້ອຍ​ອອກ ​ເພື່ອ​ຊ່ອຍ​ຊີວິດ​ຂອງ​ນາງ​ເອລີ​ຊາ​ເບັດ​ກັບ​ແອນ້ອຍ​ໄວ້. ສະນັ້ນ ທາລົກ​ຜູ້​ນ້ອຍ​ໆໄດ້​ເກີດ​ມາສູ່​​ໂລກ, ​ຮ້ອງ​ໄຫ້​ຢ່າງ​ແຮງ, 15 ອາທິດ​ກ່ອນ​ກຳນົດ. ນາງ​ມີນ້ຳໜັກ​ໜຶ່ງ​ປອນ​ກັບສິບ​ເອັດຂີດ (765 ກຣາມ). ​ແຕ່​ນາງ​ມີ​ຊີວິດ​ຢູ່, ​ແລະ ນາງ​ເອລີ​ຊາ​ເບັດ​ກໍ​ຄື​ກັນ.

ຖ້ອຍ​ຄຳ​ຂອງ​ນາງລູສີ ​ແມ໊ກ ສະ​ມິດ ​ໄດ້​​ເກີດ​ເປັນ​ຈິງ​ໃນ​ມື້ນັ້ນ. ສະມາຊິກທີ່​ຊື່ສັດ​ຂອງສະມາຄົມ​ສະຕີ​ສົງ​ເຄາະ, ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະວິນ​ຍານ​ບໍລິສຸດ, ​ໃຫ້​ໄປ​ດູ​ແລ, ທະ​ນຸຖະໜອມ, ​ແລະ ປອບ​ໂຍນ​ເອື້ອຍ​ນ້ອງ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ. ນາງ ​ແລະ ຄົນ​ອື່ນໆ​ຫລາຍສິບ​ພັນ​ຄົນ​ທີ່​ໄດ້​ຮັບ​​ໃຊ້​ດ້ວຍ​ການດົນ​​ໃຈເຊັ່ນນັ້ນບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຂອບ​ໃຈ​ຈາກ​ຄົນ​ທີ່​ເຂົາ​ເຈົ້າຊ່ອຍ​ເຫລືອ​ເທົ່າ​ນັ້ນ ​ແຕ່​ຈາກ​ພຣະຜູ້​ເປັນ​ເຈົ້ານຳ​ອີກ.

ທ່ານ​ຄົງ​ຈື່​ຈຳ​ພຣະຄຳ​ຂອງ​ພຣະອົງ​ໄດ້​ກ່ຽວ​ກັບ​ຄວາມ​ພໍພຣະ​ໄທ​ຂອງ​ພຣະອົງ​ຕໍ່​ຄົນ​ທີ່​ບໍ່​ໄດ້​ຮັບ​ການ​ຍົກຍ້ອງ​ ​ສຳລັບ​ຄວາມ​ເມດ​ຕາ​ກະລຸນາ​ຂອງ​ເຂົາ​ເຈົ້າ ທີ່​ວ່າ: “ຈອມ​ກະສັດ​ຈະ​ຕອບ​ວ່າ, ​ເຮົາ​ບອກ​ພວກ​ເຈົ້າຕາມ​ຄວາມ​ຈິງ​ວ່າ ​ເມື່ອ​ໃດ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ, ພວກ​ເຈົ້າກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”5

​ແຕ່​ຄວາມ​ແປກ​ປະຫລາດ​ທີ່​ເອື້ອຍ​ນ້ອງ​ສະມາຄົ​ມສະຕີ​ສົງ​ເຄາະຄົນ​ໜຶ່ງ​ໄດ້​ມາ​ຊ່ອຍ​​​ເຫລືອໃນຍາມ​ສຸກ​ເສີນ ​ໄດ້​ເພີ່ມ​ທະວີ​ຂຶ້ນຜ່ານ​ພະລັງ​ຂອງ​ຄວາມ​ເປັນ​ໜຶ່ງ​ຂອງ​ບັນດາ​ເອື້ອຍ​ນ້ອງ. ສິ່ງ​ນີ້​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຂ່າວ​ສານ​ທີ່​ອະທິການ​ຂອງ​ນາງ​ເອລີ​ຊາ​ເບັດ ​ໄດ້​ສົ່ງ​ໄປ​ໃຫ້​ນາງ​ເອລີ​ຊາ​ເບັດກັບ​ທ້າວ​ຈາ​ຊູ​ວາ ຢູ່​ໂຮງໝໍ​ຫລັງ​ຈາກລູກ​ເຂົາ​ເຈົ້າ​ໄດ້​ເກີດ​ມາ: “ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​​ໄດ້​ຈັດການ​ໃຫ້​ທຸກ​ຢ່າງ​ເປັນ​ໄປ​ດ້ວຍ​ດີ. ພວກ​ເຮົາ​ໄດ້​ວາງ​ແຜ​ນດູ​ແລ​ລູກ​ສາວ​ນ້ອຍ​ສອງ​ຄົນ ເພື່ອ​ວ່າ​ນາງ​ເອລີ​ຊາ​ເບັດ​ຈະ​ສາມາດ​ທຽວ​ໄປ​ໂຮງໝໍ ຕອນ​ລູກ​ຜູ້​ນ້ອຍ​ທີ່​ຍັງ​ບໍ່​ມີ​ຊື່​ເທື່ອຂອງ​ນາງ​​ຢູ່​ໂຮງໝໍ. ພວກ​ເຮົາ​ເຄີຍ​ໄດ້​ຊ່ອຍ​ເຫລືອ​ແບບ​ນີ້​ມາ​ກ່ອນ​ເປັນ​ເວລາ​ດົນ​ນານ, ​ແລະ ຜູ້​ຄົນ​ [ຂອງ​ພວກ​ເຮົາ] ​ໄດ້​ເອື້ອມອອກ​ມາ​ຊ່ອຍ​ເຫລືອ.”

ອະທິການ​ໄດ້​ກ່າວ​ຕື່ມ​, ຕາງໜ້າ​ໃຫ້​ເພິ່ນ​ເອງ ​ແລະ ຫວອດ​ນຳ​ອີກວ່າ: “ພວກ​ເຮົາ​ຍັງ​ເຄີຍ​ມາ​ໂຮງໝໍ ​ແລະ ນັ່ງ​ຫລິ້ນ​ກັບ​​ເດັກນ້ອຍ​ຢູ່​ຫ້ອງດູ​ແລ​​ເດັກນ້ອຍ​ ຕອນ​ແມ່​ຂອງ​ພວກ​ເຂົາ​ບໍ່​ຢາກ​ປະ​ພວກ​ເຂົາ​ໄວ້​ບ່ອນ​ອື່ນ.”

ແລະ ຈາກ​ນັ້ນ: “ພວກ​ເຮົາ​ຈະ​ບໍ່​​ເຮັດ​ຕາມ​ແຜນການ​ປາດ​ສະ​ຈາກ​ການປະສານ​ງານ​ ​ແລະ ການ​ອະນຸຍາດ​ຈາກ​ພວກ​ເຈົ້າ. ພຽງ​ແຕ່​ຢາກ​ໃຫ້​ພວກ​ເຈົ້າຮູ້​ວ່າ ບໍ່​ຕ້ອງ​ເປັນ​ຫ່ວງ​; ພວກ​ເຮົາ​ສາມາດ​ເຮັດ [​ແລະ ຈະ​ເຮັດ] ​ໄດ້.”

ສິ່ງ​ທີ່​ເຂົາ​ເຈົ້າ​ເ​ຮັດ​ສຳລັບ​ລູກ​ສາວ​ຂອງ​ຂ້າພະ​ເຈົ້າ ​ໄດ້​ຊ່ອຍ​ໃຫ້​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ສາມາດ​ອູ້ມ​ລູກ​ຜູ້​ນ້ອຍໆທີ່​ປະ​ເສີດ​ຂອງ​ນາງ​ເປັນ​ເທື່ອ​ທຳ​ອິດ.

​ແລ້ວ​ອະທິການ​ໄດ້​ປິດ​ທ້າຍ​ດ້ວຍ​ຖ້ອຍ​ຄຳ​ຂອງ​ເພິ່ນ​ຕໍ່​ຈາ​ຊູ​ວາ ​ແລະ ນາງ​ເອລີ​ຊາ​ເບັດ​ດ້ວຍ​ຖ້ອຍ​ຄຳທີ່​ເອື້ອຍ​ນ້ອງ​ສົ່ງ​ຕໍ່​​ໄປ​ຕະຫລອດ​ທົ່ວ​ໂລກ ດ້ວຍ​ຄຳ​ສັນຍາ​ທີ່​ຈະ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ​ແທນ​ພຣະອາຈານ ທີ່​ວ່າ: “ຈົ່ງ​ຮັກສາ​ສັດທາ.”

​ໃນ​ຄວາມ​ແຕກ​ຕ່າງ​ຂອງ​ສະຖານະ​ການ​ຂອງ​ແຕ່ລະຄົນ ​ແລະ ປະສົບ​ການ​ທີ່​ຜ່ານ​ມາ, ຂ້າພະ​ເຈົ້າສາມາດ​ບອກ​ທ່ານ​​ເຖິງບາງ​ສິ່ງ​ທີ່ຢູ່​ຂ້າງ​ໜ້າຂອງ​ທ່ານ​ໄດ້. ​ເມື່ອ​ທ່ານ​ຮັກສາ​ສັດທາ, ທ່ານ​ຈະ​ພົບ​ເຫັນ​ວ່າ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຊື້​ອ​ເຊີນ​ທ່ານ​​ໃຫ້​ຮັບ​ໃຊ້​ບາງ​ຄົນ​ໃນ​ຍາມ​ຂັດ​ສົນຕອນ​ທີ່​ບໍ່​ສະດວກ. ມັນ​ອາດ​ປະກົດ​ວ່າ​​ເປັນ​ສິ່ງ​ບໍ່​ສະບາຍ​ໃຈ ​ແລະ ບາງ​ເທື່ອ​ເປັນ​ວຽກ​ງານ​ທີ່​​ເຮັດ​ບໍ່​ໄດ້. ​ເມື່ອ​ການ​ເອີ້ນ​ນັ້ນມາ​ເຖິງ, ອາດ​ເບິ່ງ​ຄືວ່າ ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ ຫລື ຄົນ​ອື່ນ​ອາດ​​ຊ່ອຍ​ເຫລືອ​ໄດ້.

ຈົ່ງ​ຈື່​ຈຳ​ວ່າ ​ເມື່ອ​ພຣະຜູ້​ເປັນ​ເຈົ້າປ່ອຍ​ໃຫ້​ເຮົາ​ເຂົ້າ​ໄປ​ຊ່ອຍ​ເຫລືອ​ບາງ​ຄົນ​ທີ່​ມີ​ຄວາມ​ເດືອດ​ຮ້ອນ, ​ເຮົາ​ໄດ້​ໃຫ້​ກຽດ​ແກ່​ໄທ​ຊາ​ມາ​ເລຍ​ຜູ້​ໃຈດີ​ສຳລັບ​ສິ່ງ​ທີ່​ລາວ​ບໍ່​ໄດ້​ເຮັດ ​ແລະ ສິ່ງ​ທີ່​ລາວ​ໄດ້​ເຮັດ. ລາວ​ບໍ່​ໄດ້​ຍ່າງ​ຜ່ານ​ກາຍ​ໄປ​ຟາກ​ອື່ນ ​ເຖິງ​ແມ່ນ​ວ່າ​ຊາຍ​ຜູ້​ທີ່​ຖືກ​ທຸບ​ຕີ​ເປັນ​ຄົນ​ແປກໜ້າ ​ແລະ ບາງ​ທີອາດ​ເປັນ​ສັດຕູ​. ລາວ​ເຮັດ​ເທົ່າ​ທີ່​ລາວ​ສາມາດ​ເຮັດ​ໄດ້ສຳລັບ​ຊາຍ​ທີ່​ຖືກ​ທູບ​ຕີ ​ແລະ ​ແລ້ວ​ໄດ້​ວາງ​ແຜນ​ໃຫ້​ຄົນ​ອື່ນ​ເຮັດ​ຕື່ມ​ອີກ. ລາວ​ເຮັດ​ແນວ​ນັ້ນ​ເພາະວ່າ​ລາວ​ເຂົ້າ​ໃຈ​ວ່າການ​ຊ່ອຍ​ເຫລືອ​ນັ້ນອາດ​ຮຽກຮ້ອງ​ໃຫ້​ມີຫລາຍ​ຄົນ​ຊ່ອຍ​ເຫລືອ.

ບົດຮຽນ​​ໃນ​ເລື່ອງ​ນີ້ສາມາດ​ນຳພາ​ທ່ານ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່ຢູ່​ຂ້າງ​ໜ້າຂອງ​ທ່ານ. ບົດຮຽນ​​ເຫລົ່ານັ້ນກໍ​ມີ​ຢູ່​​ຕອນ​ທ່ານ​ຍັງ​ນ້ອຍ ​ແລະ ​ໃນ​ປະສົບ​ການ​ທີ່​ຜ່ານ​ມາ​ບໍ່​ດົນ​ນີ້​ຂອງ​ທ່ານ.

ຢ່າງ​ໜ້ອຍຈະ​ມີ​ເທື່ອ​ໜຶ່ງ, ​ແລະ ບາງທີ​ເລື້ອຍໆ, ທ່ານ​ຈະ​ປະຫລາດ​ໃຈ​​ເມື່ອ​ທ່ານ​ໄດ້​ພົບ​ບາງ​ຄົນ​ທີ່​ຕ້ອງການ​ການ​ດູ​ແລ. ອາດ​ເປັນ​ພໍ່​ແມ່, ພໍ່​ຕູ້​ແມ່​ຕູ້, ​ເອື້ອຍ​ນ້ອງ, ຫລື ​ເດັກນ້ອຍ​ທີ່​ປ່ວຍ​ໂຊ ຫລື ​ເສຍ​ອົງຄະ. ຄວາມ​ຮູ້ສຶກ​ສົງສານ​ໄດ້​ເອົາ​ຊະນະ​ຄວາມ​ປາຖະໜາ​ຂອງ​ມະນຸດຂອງ​ທ່ານ. ສະນັ້ນທ່ານ​ຈຶ່ງ​ເລີ່​ມຕົ້ນຊ່ອຍ​ເຫລືອ​ເຂົາ​ເຈົ້າ.

​ເຊັ່ນ​ດຽວ​ກັບ​ຜູ້​ເດີນທາງ​ຢູ່​ໃນ​ເລື່ອງ​ໄທ​ຊາ​ມາ​ເລຍ​ຜູ້​ໃຈດີ, ມັນ​ຈະ​ເປັນ​ແນວ​ນັ້ນ, ການ​ຊ່ອຍ​ເຫລືອ​ໄດ້​ກາຍ​ເປັນ​ການ​ດູ​ແລ​ແບບ​ດົນ​ນານ ທີ່​ຮຽກຮ້ອງ​ໃຫ້​ຫລາຍ​ຄົນ​ຊ່ອຍ​ເ​ຫລື​ອ. ​ໄທ​ຊາ​ມາ​ເລຍ​ໄດ້​ຂໍ​ໃຫ້​ເຈົ້າຂອງ​ໂຮງ​ແຮມ​ດູ​ແລ​ແທນ​ລາວ. ​ແຜນການ​ຮັບ​ໃຊ້​ຄົນ​ອື່ນຂອງ​ພຣະຜູ້​ເປັນ​ເຈົ້າ ຈຳ​ເປັນ​ຕ້ອງ​ມີ​ຫລາຍ​ຄົນ.

ອະທິກ​ານ​ ​ແລະ ປະທານ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະຈະ​ເຊື້ອ​ເຊີນ​ຄອບຄົວ​ໃຫ້​ຊ່ອຍ​ເຫລືອ​ກັນ​ສະ​ເໝີ ​ເມື່ອ​ມີ​ຄວາມ​ຕ້ອງການ​. ມີ​ເຫດຜົນ​ຫລາຍ​ຢ່າງ​ໃນ​ຫລັກ​ທຳນີ້. ທຳ​ອິດ ພອນ​ທີ່​ເປັນຄວາມ​ຮັກຈະ​ມາ​ເຖິງ​ຫລາຍ​ຄົນຈາກ​ການ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ.

ທ່ານ​ໄດ້​ສັງ​ເກດ​​ເຫັນ ​ແລະ ຮູ້ສຶກ​ພອນ​ນັ້ນ​ແລ້ວ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ໄດ້​ດູ​ແລ​ບາງ​ຄົນ ​ເຖິງ​ແມ່ນ​ຈະ​ເປັນ​ເວລາ​ສັ້ນໆ ທ່ານ​ຈະ​ມີ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ. ​ເມື່ອ​ທ່ານ​ໄດ້​ດູ​ແລ​ເຂົາ​ເຈົ້າດົນ​ນານ, ທ່ານ​ກໍ​ຈະ​ມີ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າຫລາຍ​ຂຶ້ນກວ່າ​ເກົ່າ.

​ເພາະວ່າ​ເຮົາ​ຢູ່​ໃນ​ຄວາມ​ເປັນ​ມະຕະ, ຄວາມ​ຮັກ​ທີ່​ເພີ່ມ​ທະວີ​ຂຶ້ນນັ້ນ ອາດ​ຖືກ​ກີດ​ກັນ​ໂດຍ​ຄວາມ​ຮູ້ສຶກ​ທີ່​ງຸດງິດ​ໃຈ ​ແລະ ​ເມື່ອຍລ້າ. ນັ້ນຄື​ເຫດຜົນ​ອີກ​ຢ່າງ​ໜຶ່ງ​ທີ່​ວ່າ​ເປັນ​ຫຍັງ​ພຣະຜູ້​ເປັນ​ເຈົ້າຈຶ່ງ​ປ່ອຍ​ໃຫ້ຄົນ​ອື່ນ​ມາ​ຊ່ອຍ​ເຫລື​ອ​ເຮົາ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ​ທີ່​ຂັດ​ສົນ. ​ວ່າ​ເປັນຫຍັງ​ພຣະຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ຈັດສ້າງ​ສັງຄົມ​ຂອງ​ຜູ້​ດູ​ແລ​ຂຶ້ນ.

ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເຫັນ​​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ຢືນ​ຂຶ້ນຢູ່​​ໃນກອງ​ປະຊຸມ​ສິນ​ລະ​ລຶກ​ເພື່ອ​ຮັບ​ເອົາ​ການ​ສະໜັບສະໜູນ​ເປັນ​ລອງ​ຜູ້​ປະສານ​ງານ​ຝ່າຍ​ການ​ຢ້ຽມ​ສອນ. ຂ້າພະ​ເຈົ້າສົງ​ໃສ​ວ່າ ນາງ​ຮູ້​ບໍ​ວ່າ ພຣະຜູ້​ເປັນ​ເຈົ້າພໍພຣະ​ໄທ​ກັບ​ນາງ​ຫລາຍ​ຂະໜາດ​ໃດ.​ ​ເພາະວ່າລູກນ້ອຍ​ຂອງ​ນາງ​ໄດ້​ແອ່ວ​ວົນ​ຢູ່​ຕະຫລອດ, ນາງ​ຈຶ່ງໄດ້​ອອກ​ຫ້ອງ​ໄປ ກ່ອນ​ຂ້າພະ​ເຈົ້າ​ໄດ້ມີ​ໂອກາດ​ບອກ​ນາງ​ວ່າ ພຣະຜູ້​ເປັນ​ເຈົ້າ​ພໍພຣະ​ໄທ​ຫລາຍ​ພຽງ​ໃດ​ສຳລັບ​ຄວາມ​ຊ່ອຍ​ເຫລືອ​ຂອງ​ນາງ, ​ເປັນ​ຜູ້​ຊ່ອຍປະສານ​ງານ​ຂອງ​ສານຸສິດ​ຂອງ​ພຣະອົງ.

ການ​ດູ​ແລ​ຄົນ​ອື່ນ​ທີ່​ຂັດ​ສົນ​​ເປັນ​ວຽກ​ງານ​ທີ່​ຫລາຍ​ຄົນ, ສັງຄົມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ​ເປັນ​ໜຶ່ງ​ຕ້ອງ​ຊ່ອຍ​ກັນ​ເຮັດ. ນັ້ນຄື​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ຢູ່​ໃນ​ບັນດາ​ພວກ​ທ່ານ. ພຣະອົງ​ຮັກ​ທ່ານ​ໃນ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ.

ຫລັກ​ຖານ​ຢ່າງ​ໜຶ່ງ​ເຖິງ​ຄວາມ​ພໍພຣະ​ໄທ​ຂອງ​ພຣະ​ເຈົ້າ ຄື​ພຣະອົງ​ໄດ້​ປ່ອຍ​ໃຫ້​ທ່ານຮູ້ສຶກ​ເຖິງ​ຄວາມ​ຮັກ​ທີ່​ເພີ່ມ​ທະວີ​ຂຶ້ນສຳລັບ​ຄົນ​ທີ່​ທ່ານ​ຮັບ​ໃຊ້. ນັ້ນຄື​ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ນ້ຳຕາ​ໄຫລ​ເມື່ອ​ຄົນ​ທີ່​ທ່ານ​ຮັບ​ໃຊ້​ເປັນ​ເວລາ​ດົນ​ນານ​ໄດ້​ເສຍ​ຊີວິດ​ໄປ. ການ​ບໍ່​ມີ​ໂອກາດ​ຮັບ​ໃຊ້​ເຂົາ​ເຈົ້າອີກ ອາດ​ເຮັດ​ໃຫ້​ທ່ານ​ຮູ້ສຶກວ່າ​ທ່ານ​ໄດ້​ສູນ​ເສຍ​ຫລາຍ​ກວ່າ​ການ​ແຍກ​ຈາກ​ກັນ​ໄປ​ຊົ່ວຄາວ. ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນ​ຜູ້ຍິງ​ຄົນ​ໜຶ່ງ, ​ໃນ​ອາທິດ​ທີ່​ສາມີ​ຂອງ​ນາງ​ໄດ້​ເສຍ​ຊີວິດ​ໄປ, ສະ​ແດງ​ປະຈັກ​ພະຍານ​ເຖິງ​ຄວາມ​ກະຕັນຍູ​ຕໍ່​ໂອກາດ​ທີ່​ນາງ​ໄດ້​ຊ່ອຍ​ເຫລືອ​ລາວ​ຈົນ​ເຖິງ​ວິນາທີ​ສຸດ​ທ້າຍຂອງ​ຊີວິດ​ຂອງ​ລາວ. ນ້ຳຕາ​ບໍ່​ໄດ້​ໄຫລ​ອອກ​ມາ, ​ແຕ່​ຮອຍ​ຍິ້ມ​ຂອງ​ນາງ​ໄດ້​ປະກົດ​ເທິງ​ໃບ​ໜ້າ.

​ເຖິງ​ແມ່ນ​ຜ່ານການ​ຮັບ​ໃຊ້​​ເປັນ​ເວລາ​ອັນ​ຍາວ​ນານ ​ແລະ ດ້ວຍ​ຄວາມ​ຮັກ​ຕໍ່​ຜູ້​ຄົນ​ເປັນ​ລາງວັນ​ອັນ​ຫລວງຫລາຍ, ​ແຕ່​ທ່ານ​ໄດ້​ຮຽນ​ຮູ້​ວ່າ ກໍ​ມີ​ຄວາມ​ຈຳກັດ​ຝ່າຍຮ່າງກາຍ, ຄວາມ​ຮູ້ສຶກ, ​ແລະ ການ​ເງິນ. ຜູ້​ດູ​ແລ​ຄົນ​ອື່ນ​ເປັນ​ເວລາ​ດົນ​ນານ ອາດ​ເປັນ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ.

ແລທີ່​ອ່ອນ​ເພຍ​ໃນ​ຖ້ອຍ​ຄຳ​​ເຫລົ່າ​ນີ້​​ໂດຍ​ກະສັດ​ເບັນ​ຢາ​ມິນ ​ແລະ​ຖືກ​ບັນທຶກ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ​ ທີ່​ວ່າ: “ເພື່ອ​ພວກ​ທ່ານ​ຈະ​ເດີນ​ໄປ​ໂດຍ​ບໍ່​ມີ​ຄວາມ​ຜິດ …, ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ແບ່ງປັນ​ເຂົ້າຂອງ​ຂອງ​ພວກ​ທ່ານ​ໃຫ້​ແກ່​ຄົນ​ຍາກຈົນ​ທຸກ​ຄົນ​ຕາມ​ທີ່​ມີ​ເປັນຕົ້ນວ່າ ລ້ຽງ​ອາຫານ​ຄົນ​ຫິວ​ໂຫຍ, ໃຫ້​ເສື້ອ​ຜ້າແກ່​ຄົນ​ເປືອຍ​ເປົ່າ, ຢ້ຽມຢາມ​ຄົນ​ເຈັບ​ປ່ວຍ ແລະ ​ໃຫ້​ຄວາມ​ຊ່ອຍ​ເຫລືອ, ເພື່ອ​ບັນ​ເທົາ​ຄົນ​ເຫລົ່າ​ນັ້ນ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ, ຕາມ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ.”6

ແຕ່​ພຣະອົງ​ໄດ້​ເຕືອນ​ຜູ້​ຄົນ​ທີ່​ອາດ​ບໍ່​ຍອມຮັບ​ວ່າ​ຕົນ​ເອງ​ໄດ້​ຮັບ​ໃຊ້​ເປັນ​ເວລາ​ດົນ​ນານ​ແລ້ວ ​ແລະ ຍັງ​ດຳ​ເນີນ​ຕໍ່​ໄປ​ເລື້ອຍໆ ດັ່ງ​ນີ້: “ແລະ ໃຫ້​ເບິ່ງ​ວ່າເຮັດ​ສິ່ງ​ທັງ​ໝົດ​ນີ້ດ້ວຍ​ປັນຍາ ແລະ ເປັນ​ລະບຽບ; ເພາະ​ບໍ່​ຈຳ​ເປັນ​ທີ່​ຄົນ​ [ຫລື ຜູ້​ດູ​ແລ​ຄົນ​ໃດ] ຈະ​ແລ່ນ​ໄວ​ກວ່າ​ກຳລັງ​ຂອງ​ຕົນ. ແລະ ອີກ​ຢ່າງໜຶ່ງ, ສົມຄວນ​ທີ່​ເຂົາ​ຈະ​ພາກ​ພຽນ​ເພື່ອ​ໂດຍ​ການ​ນັ້ນເຂົາ​ຈະ​ໄດ້​ຮັບ​ລາງວັນ; ດັ່ງນັ້ນ, ທຸກ​ຢ່າງ​ຕ້ອງ​ເປັນ​ໄປ​ຕາມ​ລະບຽບ.”7

ຄຳ​ແນະນຳ​ນັ້ນອາດ​ບໍ່ຖືກ​ເອົາ​ມາ​ນຳ​ໃຊ້ ​ເມື່ອ​ການ​ເລືອກ​ ເບິ່ງ​ຄື​ວ່າ​ເປັນຄວາມ​ປາຖະໜາ​ຂອງ​ທ່ານ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ສາມາດ​ເຮັດ​ໄດ້​ເພື່ອ​ຊ່ອຍ​ເຫລືອ​ຄົນ​ອື່ນ​ດ້ວຍ​ສະຕິ​ປັນຍາ ທີ່​ຈະລະມັດລະວັງ​ໃນ​ການ​ດູ​ແລ​ຄວາມ​ຕ້ອງການ​ຂອງ​ຕົນ​ເອງ ​ເພື່ອ​ຈະ​ໄດ້​ມີ​ພະລັງ​ທີ່​ຈະ​ຮັບ​ໃຊ້. ທ່ານ​ອາດ​ເຫັນ​ຄົນ​ອື່ນ​ມີ​ຄວາມ​ຫຍຸ້ງຍາກ​ກັບ​ການ​ເລືອກທີ່ຍາກ​​ເຊັ່ນ​ນັ້ນ. ຕົວຢ່າງ​ໜຶ່ງ​ຄື ການ​ເລືອກ​ດູ​ແລ​ບາງ​ຄົນທີ່​​ໃກ້​ເຖິງ​​ເວລາ​ສຸດ​ທ້າຍ​ຂອງ​ຊີວິດ​ຂອງ​ເຂົາ​ເຈົ້າຢູ່​ເຮືອນ ຫລື ​​ຢູ່​ໃນ​ສູນ​ພະຍາບານ ​ເມື່ອ​ທ່ານ​ເກືອບ​ໝົດ​ແຮງ.

​ການ​ທີ່ທ່ານ​ຮູ້​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ ສາມາດ​ເປັນ​ສິ່ງ​ນຳພາ​ທ່ານ​ໄດ້​ໃນ​ການ​ເລືອກ​ອັນ​ຫຍຸ້ງຍາກ​ນີ້. ນັ້ນຄື​ເຫດຜົນ​ຢ່າງ​ໜຶ່ງ​ທີ່​ວ່າ​ເປັນ​ຫຍັງ​ລູສີ ​ແມ໊ກ ສະ​ມິດ ຈຶ່ງ​ໄດ້​ກ່າວ​ກັບ​ເອື້ອຍ​ນ້ອງ​ວ່າ “ຈົ່ງ​ຊອກ​ຫາ​ການ​ແນະນຳ.”

ຈະ​ຊ່ອຍ​ໄດ້​ຫລາຍ​ຖ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ເຊັ່ນ​ນັ້ນ ​ໃນ​ຈຸດປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ມີ​ສຳລັບ​ລູກໆ​ຂອງ​ພຣະ​ເຈົ້າ​ແຕ່ລະຄົນ​ໃນຊ່ວງ​ຫຍຸ້ງຍາກ​ຂອງ​ຊີວິດ​ມະຕະ​ນີ້. ພຣະອົງ​ໄດ້​ສອນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ຕໍ່​ສາດສະດາ​ໂຈ​ເຊັບ ​ໃນ​ທາງ​ນີ້ ​ເມື່ອ​​ເພິ່ນພະຍາຍາມທີ່​ຈະ​ເຂົ້າ​ໃຈບັນຫາ​ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ວັນ​ສິ້ນ​ສຸດຈັກ​ເທື່ອ ຖ້າຫາກ​​ເພິ່ນອົດທົນ​ມັນ​ໄດ້​ດີ, ພຣະ​ເຈົ້າຈະ​ຍົກ​​ເພິ່ນຂຶ້ນສູ່​ເບື້ອງບົນ.8

ການ​ເລືອກ​ຊ່ອຍ​ເຫລືອ​ຂອງ​ເຮົາທີ່​ດີ​ທີ່​ສຸດ​​ແກ່​​ຄົນ​ອື່ນ​ໃນ​ຍາມ​ຖືກ​ທົດ​ລອງ ​ຈະ​ກາຍ​ເປັນ, “​ເສັ້ນທາງ​ໃດ​ທີ່​ເຮົາ​ຄວນ​ເລືອກ​ຕິດຕາມ ອັນ​ທີ່​ຈະ​ຊ່ອຍ​ເຫລືອ​ຄົນ​ທີ່​ເຮົາ​ຮັກໃຫ້​ມີ​ ‘ຄວາມ​ອົດທົນ​ໄດ້​ດີກ​ວ່າ​ເກົ່າ’? ຈຸດປະສົງ​ຂອງ​ການ​ຮັບ​ໃຊ້​ຂອງ​ເຮົາ ​ແມ່ນ​ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ໃຊ້​ສັດທາ​ໃນ​ພຣະຄຣິດ, ມີ​ຄວາມ​ຫວັງ​ໃນ​ຊີວິດ​ນິລັນດອນ, ​​ເປັນ​ຄົນ​ໃຈ​ບຸນ, ຮູ້​ເຖິງ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ, ຈົນ​ເຖິງ​ບັ້ນທ້າຍ​ຊີວິດ​ຂອງ​ເຂົາ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ເອື້ອຍ​ນ້ອງ​ໃນ​ອານາຈັກ​​ເອົາ​ໃຈ​ໃສ່​ຕໍ່ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຈຸດປະສົງ​ຂອງ​ພຣະອົງ. ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ເວລາ​ທີ່​ທ່ານ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ສະມາຄົມ​ສະຕີ​ສົງ​ເຄາະ ຫລື ຫ້ອງ​ຊັ້ນປະຖົມ​ໄວ ຫລື ຫ້ອງ​ກຸ່ມ​ຍິງ​ໜຸ່ມ ບ່ອນ​ທີ່​ເຂົາ​ເຈົ້າປະຊຸມ​.

ຮູບ​ພາບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຫລື ພຣະຄຳ​ຂອງ​ພຣະອົງ ອາດ​ບໍ່​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ, ​ແຕ່​ທ່ານ​​ຮູ້ປະຈັກ​ພະຍານ​ເຖິງ​ຄວາມ​ແທ້​ຈິງ ​ແລະ ຄຸນຄ່າ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະອົງຢູ່​ໃນ​ຫ້ອງ​ນັ້ນ. ຮູບ​ພາບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຫລື ພຣະຄຳ​ຂອງ​ພຣະອົງອາດ​ບໍ່​ຖືກ​ສຳ​ພັດ​ໃນ​ຊົ່ວ​ໂມງ​ນັ້ນ. ອາດ​ບໍ່​ແມ່ນ​ຮູບ​ພາບ​ຂອງ​ພຣະວິຫານ ຫລື ຖ້ອຍ​ຄຳ​ທີ່​ວ່າ “ຄອບຄົວສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ,” ​ແຕ່​ທ່ານ​ສາມາດ​ເຫັນ​ຄວາມ​ຫວັງ ​ແລະ ຮອຍ​ຍິ້ມ​ຂອງ​ເຂົາ​ເຈົ້າ.

​​ແລະ ທ່ານ​ໄດ້​ເຫັນ, ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ, ຜູ້​ຢ້ຽມ​ສອນ​ຄົນ​ໜຶ່ງ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ຕອນ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ມີ​ບັນຫາ ວ່າການ​ຮັບ​ໃຊ້​ຂອງ​ນາ​ງ, ​ເຖິງ​ແມ່ນ​ຈະ​ຫຍຸ້ງຍາກ​ຫລາຍ, ​ແຕ່​​ເປັນ​ສິ່ງ​ຈຳ​ເປັນ ​ແລະ ມີຄ່າ. ປະທານ​ທີ່​ດີ​ເລີດ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ​ຈະ​ຊອກ​ຫາ​ວິທີ​ທີ່​ຈະ​ໃຫ້​ຜູ້​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ມີ​ໂອກາດ​ຊ່ອຍ​ເຫລືອ​ຄົນ​ອື່ນໆ. ສິ່ງ​ນີ້​ໄດ້ສ້າງ​ຄວາມ​ອົດທົນ​ຕໍ່​ການ​ທ້າ​ທາຍ ​ເມື່ອ​ເຂົາ​ເຈົ້າດູ​ແລ​ຊຶ່ງ​ກັນ​ແລະ​ກັນ​ໃນ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ. ນັ້ນຮ່ວມ​ດ້ວຍການ​ຊຸກຍູ້​ຜູ້​ດູ​ແລ​ທີ່​ເມື່ອຍ​ລ້າ ​ໃຫ້​ຮັບ​ເອົາຄວາມ​ຊ່ອຍ​ເຫລືອ​ຈາກ​ຄົນ​ອື່ນ.

​ເອື້ອຍ​ນ້ອງ​ເຮັດ​ສິ່ງ​ດັ່ງກ່າວ​ໂດຍ​ການ​ບໍ່​ຕັດສິນ​ຄົນ​ທີ່ຢູ່​ໃນ​ການ​ທົດ​ລອງ. ຄົນ​ທີ່​ແບກ​ຫາບ​ຄວາມ​ໜັກໜ່ວງ​ຈະ​ເລີ່​ມຕົ້ນສົງ​ໃສ​ຕົນ​ເອງ ​​ແລະ ສົງ​ໃສ​ຄຸນຄ່າ​ຂອງ​ຕົນ​ເອງ. ​ເຮົາ​ແບ່ງ​ເບົາ​ພາລະ​ຂອງ​ເຂົາ​ເຈົ້າ​​ເມື່ອ​ເຮົາ​ອົດທົນ​ກັບ​ຄວາມ​ອ່ອນ​ແອ ​ແລະ ຊື່ນ​ຊົມ​ກັບ​ຄວາມ​ດີ​ຂອງ​ເ​ຂົາ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ແນວ​ນັ້ນ. ​ແລະ ​ເຮົາ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ, ​ເພາະວ່າ​ພຣະອົງ​ເປັນ​ຜູ້​ດູ​ແລ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​.

​ເຮົາ​ກ່າວ​ເລື້ອຍໆ​ກ່ຽວ​ກັບ​ພະລັງ​​ໃນວົງ​ລ້ອມ​ຂອງ​ເອື້ອຍ​ນ້ອງ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ. ​ເຮົາ​ຕ້ອງຮຽນ​​​​ທີ່​ຈະ​ຮັບຮູ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈະ​ຢູ່​ໃນ​ວົງ​ລ້ອມ​ນັ້ນສະ​ເໝີ​ເມື່ອ​ເຮົາ​ເຊື້ອ​ເຊີນ​ພຣະອົງ.

ນັບ​ມື້​ເຮົາ​ຈະ​ເຫັນ​ທິດາ​ຂອງ​ພຣະ​ເຈົ້າ​ເຊື້ອ​ເຊີນ​ເອື້ອຍ​ນ້ອງ​ໃຫ້​ເຂົ້າມາ​ຮ່ວມ​ວົງ​ລ້ອມ​ນຳ​ເຂົາ​ເຈົ້າ. ​ເມື່ອ​ເອື້ອຍ​ນ້ອງ​ມາ​ຮ່ວມ​ປະຊຸມ ​ແລະ ຊອກ​ຫາ​ບ່ອນ​ນັ່ງ, ​​ເຂົາ​ເຈົ້າຈະ​ໄດ້​ຍິນ​ສຽງ​ອັນ​ນິ້ມ​ນວນ​ບອກ​ວ່າ, “​ເຊີນ​ເຂົ້າມາ​ນັ່ງ​ກັບ​ພວກ​ເຮົາ.”

​ເຮົາ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່ານັ້ນຢູ່​ໃນ​ອະນາຄົດ​ທີ່​ລູສີ ​ແມ໊ກ ສະ​ມິດ​ ໄດ້​ຫລິງ​ເຫັນ ​ເມື່ອ​ບັນດາເອື້ອຍ​ນ້ອງ​ຈະ “ນັ່ງ​ຢູ່​ນຳ​ກັນ​ໃນ​ສະຫວັນ.” ​ເຮົາ​ບໍ່​​ຕຽມ​ສຳລັບ​ວັນນັ້ນ​ໃນ​ບຶດໜຶ່ງ​ຍາມ​ດຽວ. ​ເຮົາ​ຕ້ອງ​ໃຊ້​ເວລາ​ຫລາຍ​ວັນ ​ແລະ ຫລາຍ​ປີ ​ໃນ​ການ​ດູ​ແລຊຶ່ງ​ກັນ​ແລະ​ກັນ ​ແລະ ຮັບ​ເອົາ​ຖ້ອຍ​ຄຳ​ແຫ່ງ​ຊີວິດນິລັນດອນ​ໄວ້​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂອງ​ເຮົາ.

ຂ້າພະ​ເຈົ້າອະທິຖານ​ວ່າ ຫລາຍ​ຄົນ​ພວກ​ເຮົາ​ຈະ​​ໄດ້​ຢູ່​ນຳ​ກັນ​ໃນ​ອະນາຄົດ​ອັນ​ຮຸ່ງ​ເຫລື້ອມ​ທີ່ຢູ່​ຂ້າງ​ໜ້າ​ເຮົາ. ຂ້າພະ​ເຈົ້າຂໍ​ສະ​ແດງປະຈັກພະຍານ​ຕໍ່​ທ່ານວ່າ ຄວາມຫວັງ​ຂອງ​ທ່ານ​ສຳລັບ​ວັນ​ເຫລົ່ານັ້ນຈະມາ​ເຖິງ. ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ຜ່ານ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະອົງ ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ​ແຕ່ລະຄົນ. ພຣະບິດາ​ເທິງ​ສະຫວັນ​ໄດ້​ຍິນ ​ແລະ ຕອບ​ຄຳ​ອະທິຖານ​ດ້ວຍ​ສັດທາຂອງ​ທ່ານ ສຳລັບ​ການ​ນຳພາ ​ແລະ ຄວາມ​ຊ່ອຍ​ເຫລືອ​​ໃຫ້​ສາມາດ​ອົດທົນກັບ​ການ​ຮັບ​ໃຊ້​ຂອງ​ທ່ານຕໍ່​ພຣະອົງ.

ພຣະວິນ​ຍານ​ບໍລິສຸດ​ໄດ້​ຖືກ​ສົ່ງ​ມາ​ຫາ​ທ່ານ ​ແລະ ມາຫາ​ຜູ້​ທີ່​ທ່ານ​ດູ​ແລ​. ທ່ານ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ​ແລະ ​ໄດ້​ຮັບ​ການ​ດົນ​ໃຈ ​ເພື່ອ​ໃຫ້​ຮູ້​ຂອບ​ເຂດ ​ແລະ ຄວາມ​ສາມາດ​ຂອງ​ທ່ານ​ທີ່​ຈະ​ຮັບ​ໃຊ້​. ພຣະວິນ​ຍານ​ຈະ​ປອບ​ໂຍນ​ທ່ານ ​ເມື່ອ​ທ່ານ​ສົງ​ໃສ​ວ່າ, “​ເຮົາ​ໄດ້​ເຮັດ​ພຽງພໍ​ແລ້ວ​ບໍ?”

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າຈະ​ສະຖິດ​ຢູ່​ກັບ​ທ່ານ ​ແລະ​ວ່າ​​ເສັ້ນທາງຂອງ​ທ່ານ​ຈະ​ຖືກ​ຕຽມ ​ແລະ ໝາຍ​ໄວ້​​​ໃຫ້​ທ່ານ​ແລ້ວ​ໂດຍ​ພຣະອົງ ​ໃນ​ການ​ຮັບ​ໃຊ້ຄົນ​ທີ່​ພຣະອົງ​ຮັກ ຜູ້​ມີ​ຄວາມ​ຂັດ​ສົນ ​ແລະ ຖືກ​ທົດ​ລອງ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.