ເປັນຄົນທີ່ກ້າຫານທີ່ສຸດ, ມີກຳລັງ, ແລະ ວ່ອງໄວ
ຂ້າພະເຈົ້າຂໍເຊື້ອເຊີນພວກເຈົ້າໃຫ້ຮັກສາຕົນເອງໃຫ້ເປັນຄືກັນກັບນັກຮົບໜຸ່ມ 2,000 ຄົນ ໂດຍການມີຄວາມກ້າຫານແທ້ໆ ໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດທີ່ມີຄ່າຄວນ.
ຄ່ຳຄືນນີ້ຂ້າພະເຈົ້າຮູ້ສຶກວ່າໄດ້ຮັບພອນພິເສດທີ່ຈະໄດ້ກ່າວໃນຖານະເປັນອະທິການຄົນໜຶ່ງກັບຊາຍໜຸ່ມ, ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ທີ່ເຕົ້າໂຮມກັນຕະຫລອດທົ່ວໂລກ ສຳລັບກອງປະຊຸມຖານະປະໂລຫິດສາມັນ. ຂ້າພະເຈົ້າຈະເລົ່າເລື່ອງລາວຈາກພຣະຄຳພີມໍມອນກ່ຽວກັບນັບຮົບໜຸ່ມ 2,000 ຄົນຂອງຮີລາມັນ. ພຣະຄຳພີຂໍ້ນີ້ ຈະໃຫ້ຄວາມຮູ້ກ່ຽວກັບລັກສະນະຂອງຊາຍໜຸ່ມໃນສະໄໝໂບຮານ—ແລະ ດົນໃຈພວກເຈົ້າ, ຊາຍໜຸ່ມໃນຍຸກສຸດທ້າຍ. ຂ້າພະເຈົ້າຂໍອ້າງເຖິງ ພຣະຄຳພີຂໍ້ທີ່ຂ້າພະເຈົ້າມັກຫລາຍ ທີ່ວ່າ: “ແລະ ພວກເຂົາເປັນຊາຍໜຸ່ມທຸກຄົນ, ແລະ ພວກເຂົາເປັນຄົນກ້າຫານທີ່ສຸດ, ທັງດ້ານກຳລັງ ແລະ ຄວາມວ່ອງໄວ; ແຕ່ຈົ່ງເບິ່ງ, ນີ້ຍັງບໍ່ໝົດ—ພວກເຂົາເປັນຄົນທີ່ເອົາການເອົາງານຢູ່ຕະຫລອດວັນເວລາ.”1 ກ້າຫານ, ມີກຳລັງ, ແລະ ວ່ອງໄວ, ແລະ ເອົາການເອົາງານ—ຈັ່ງແມ່ນມີລັກສະນະທີ່ໜ້າຍ້ອງຍໍຊົມເຊີຍແທ້ໆນໍ!
ຂ້າພະເຈົ້າຢາກເຈາະຈົງຢູ່ທີ່ລັກສະນະທີໜຶ່ງທີ່ບອກເຖິງພວກເຂົາວ່າ: “ກ້າຫານແທ້ໆ.” ຕໍ່ຂ້າພະເຈົ້າແລ້ວ, ສິ່ງນີ້ບອກເຖິງຄວາມເຊື່ອໝັ້ນຂອງຊາຍໜຸ່ມເຫລົ່ານີ້ ທີ່ຈະເຮັດສິ່ງທີ່ຖືກຕ້ອງດ້ວຍຄວາມກ້າຫານ, ຫລື ດັ່ງທີ່ແອວມາໄດ້ບັນຍາຍວ່າ, “ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ … ແລະ ໃນທຸກບ່ອນ.”2 ນັກຮົບໜຸ່ມ 2,000 ຄົນນີ້ ມີຫລາຍເວລາເພື່ອສະແດງເຖິງຄວາມກ້າຫານຂອງພວກເຂົາ. ພວກເຈົ້າແຕ່ລະຄົນກໍຄືກັນ ຈະມີເວລາອັນສຳຄັນຢູ່ໃນຊີວິດຂອງພວກເຈົ້າທີ່ຈະຕ້ອງຮຽກຮ້ອງຄວາມກ້າຫານ. ເພື່ອນຄົນໜຶ່ງຂອງຂ້າພະເຈົ້າຊື່ ຈອນ, ໄດ້ເລົ່າເວລາໜຶ່ງໃນຊີວິດຂອງລາວໃຫ້ຂ້າພະເຈົ້າຟັງ.
ຫລາຍປີກ່ອນ, ຈອນໄດ້ຮັບເຂົ້າມະຫາວິທະຍາໄລຍີ່ປຸ່ນທີ່ມີກຽດແຫ່ງໜຶ່ງ. ລາວໄດ້ເປັນຜູ້ໜຶ່ງໃນໂຄງການກຸ່ມນັກສຶກສາຕ່າງປະເທດ ຮ່ວມກັບນັກຮຽນທີ່ເກັ່ງກ້າຈາກທົ່ວໂລກ. ບາງຄົນໄດ້ສະເໜີເຂົ້າ ເພື່ອຈະໄດ້ມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບວັດທະນະທຳ ແລະ ພາສາ, ບາງຄົນຄິດວ່າເປັນຂັ້ນຕອນກ້າວຂຶ້ນສູງໃນວິຊາອາຊີບຢູ່ຍີ່ປຸ່ນ, ແຕ່ທຸກຄົນໄດ້ຈາກບ້ານເຮືອນ ເພື່ອໄປສຶກສາຢູ່ຕ່າງປະເທດ.
ບໍ່ດົນຫລັງຈາກຈອນໄດ້ໄປເຖິງ, ມີການປະກາດວ່າ ມີງານລ້ຽງຢູ່ຊັ້ນຫລັງຄາຂອງຕຶກບ່ອນໜຶ່ງ ແຈ້ງບອກໃຫ້ນັກສຶກສາຈາກຕ່າງປະເທດຮູ້ຢ່າງທົ່ວເຖິງ—ເປັນການເຊື້ອເຊີນໃຫ້ທຸກຄົນໄປຮ່ວມງານ ເພື່ອຈະໄດ້ຮູ້ຈັກກັນ. ໃນຄ່ຳຄືນນັ້ນ, ຈອນ ແລະ ເພື່ອນສອງຄົນໄດ້ໄປຮ່ວມ.
ຫລັງຈາກໄດ້ຂຶ້ນລິບຂອງຕຶກຫລັງນັ້ນໄປເຖິງຊັ້ນສູງສຸດແລ້ວ, ຈອນ ແລະ ເພື່ອນຂອງລາວໄດ້ຂຶ້ນຂັ້ນໄດໄປຫາຫລັງຄາ ແລະ ໄດ້ເລີ່ມຕົ້ນລົມນຳຜູ້ນັ້ນຜູ້ນີ້. ເມື່ອເຖິງຕອນເດິກ, ບັນຍາກາດໄດ້ປ່ຽນໄປ. ສຽງຜູ້ຄົນ, ສຽງດົນຕີ, ແລະ ເຫລົ້າເບຍມີເພີ່ມຫລາຍຂຶ້ນ, ຈົນເຮັດໃຫ້ຈອນເລີ່ມບໍ່ສະບາຍໃຈ. ແລ້ວໃນທັນໃດນັ້ນ, ຄົນໜຶ່ງໄດ້ເລີ່ມຈັດວົງໃຫຍ່ເພື່ອແບ່ງຊາໃຫ້ກັນສູບ. ຈອນໄດ້ເຮັດໜ້າບູດ ແລະ ໄດ້ບອກເພື່ອນສອງຄົນຂອງລາວວ່າ ມັນເປັນເວລາທີ່ຕ້ອງກັບໄປແລ້ວ. ເກືອບເປັນສຽງເວົ້າເຍາະເຍີ້ຍ, ຄົນໜຶ່ງໄດ້ເວົ້າວ່າ, “ຈອນ, ບໍ່ຍາກດອກ—ພວກເຮົາພຽງແຕ່ຢືນຢູ່ໃນວົງເທົ່ານັ້ນ, ແລະ ເມື່ອເຖິງຜຽນເຮົາ, ເຮົາກໍຍື່ນໃຫ້ຄົນອື່ນ ບໍ່ຕ້ອງສູບກໍໄດ້. ແລ້ວເຮົາບໍ່ຕ້ອງເຮັດໃຫ້ຕົນເອງໄດ້ຮັບຄວາມອັບອາຍຢູ່ຕໍ່ໜ້າທຸກຄົນໂດຍການໜີໄປ.” ຟັງແລ້ວກໍງ່າຍສຳລັບຈອນ, ແຕ່ມັນບໍ່ແມ່ນສິ່ງທີ່ຖືກຕ້ອງ. ລາວຮູ້ວ່າ ລາວໄດ້ຕັ້ງໃຈບອກ ແລະ ລາວຈະເຮັດຕາມນັ້ນ. ໃນເວລານັ້ນເອງ ລາວໄດ້ເຕົ້າໂຮມຄວາມກ້າຫານ ແລະ ບອກເຂົາເຈົ້າວ່າ ເຂົາເຈົ້າສາມາດເຮັດຕາມໃຈຊອບ, ແຕ່ລາວຈະກັບໄປ. ເພື່ອນຄົນໜຶ່ງໄດ້ຕັດສິນໃຈຢູ່ຕໍ່ ແລະ ເຂົ້າຮ່ວມກຸ່ມ; ເພື່ອນອີກຄົນໜຶ່ງໄດ້ກັບລົງຂັ້ນໄດໄປກັບຈອນແບບລັງເລໃຈ ເພື່ອຂີ່ລິບລົງຕຶກ. ເຂົາເຈົ້າຕົກຕະລຶງ ເມື່ອປະຕູລິບເປີດອອກ, ລາວໄດ້ເຫັນກຸ່ມຕຳຫລວດຍ່າງອອກມາຈາກລິບ ກາຍພວກເຂົາເຈົ້າໄປ ແລະ ຂຶ້ນຂັ້ນໄດໄປຢ່າງຟ້າວຟັ່ງຫາຫລັງຄາ. ຈອນ ແລະ ເພື່ອນຂອງລາວໄດ້ລົງລິບ ແລະ ອອກໄປ.
ເມື່ອກຸ່ມຕຳຫລວດຂຶ້ນໄປເຖິງຫລັງຄື, ພວກນັກຮຽນໄດ້ໂຍນຊາລົງຈາກຕຶກ ເພື່ອເຊື່ອງຫລັກຖານ. ຫລັງຈາກໄດ້ກັນຂັ້ນໄດໄວ້ແລ້ວ, ກຸ່ມຕຳຫລວດໄດ້ໃຫ້ທຸກຄົນເດ່ມືອອກມາ. ແລ້ວນາຍຕຳຫລວດໄດ້ຍ່າງໄປຕາມແຖວ, ດົມກິ່ນໃນນິ້ວໂປ້ ແລະ ນິ້ວຊີ້ຂອງນັກຮຽນແຕ່ລະຄົນ. ທຸກຄົນທີ່ໄດ້ຈັບຊາ, ບໍ່ວ່າໄດ້ສູບ ຫລື ບໍ່ສູບກໍຕາມ, ເປັນຄວາມຜິດ, ແລະ ເປັນຜົນສະທ້ອນທີ່ໃຫຍ່ໂຕ. ເກືອບທຸກຄົນທີ່ໄດ້ຢູ່ເທິງຫລັງຄານັ້ນ ໄດ້ຖືກໄລ່ອອກຈາກມະຫາວິທະຍາໄລທີ່ມີກຽດ. ຜູ້ທີ່ຮັບຜິດຊອບເລື່ອງຊາ ໄດ້ຖືກລົງໂທດ ແລະ ຖືກສົ່ງອອກຈາກປະເທດຍີ່ປຸ່ນ, ບໍ່ສາມາດກັບຄືນມາເປັນເວລາຫລາຍປີ. ຄວາມຝັນຂອງການສຶກສາ, ການຕຽມພ້ອມເປັນເວລາຫລາຍປີ, ແລະ ຄວາມເປັນໄປໄດ້ເລື່ອງວິຊາອາຊີບໃນອະນາຄົດຢູ່ຍີ່ປຸ່ນໄດ້ສະຫລາຍໄປໃນເວລານັ້ນ.
ບັດນີ້ ຂ້າພະເຈົ້າຈະເລົ່າໃຫ້ຟັງກ່ຽວກັບເພື່ອນສາມຄົນນັ້ນ. ເພື່ອນຜູ້ທີ່ຢູ່ເທິງຫລັງຄາຕໍ່ໄປ ໄດ້ຖືກໄລ່ອອກຈາກມະຫາວິທະຍາໄລໃນຍີ່ປຸ່ນ ຊຶ່ງລາວໄດ້ໃຊ້ຄວາມພະຍາຍາມຫລາຍທີ່ສຸດກ່ອນຈະຖືກຮັບ ແລະ ໄດ້ຖືກສັ່ງໃຫ້ກັບຄືນປະເທດ. ເພື່ອນຜູ້ທີ່ອອກຈາກງານລ້ຽງໄປໃນຄືນນັ້ນກັບຈອນ ໄດ້ສຶກສາຕໍ່ຈົນຈົບຢູ່ຍີ່ປຸ່ນ ແລະ ໄດ້ຮັບປະລິນຍາຕື່ມອີກຈາກມະຫາວິທະຍາໄລສອງແຫ່ງທີ່ດີທີ່ສຸດຢູ່ໃນສະຫະລັດອາເມຣິກາ. ອາຊີບຂອງລາວໄດ້ພາລາວໄປເຮັດທຸລະກິດຢູ່ໃນເຂດເອເຊຍ, ບ່ອນທີ່ລາວປະສົບຄວາມສຳເລັດຢ່າງຫລວງຫລາຍ. ລາວມີຄວາມກະຕັນຍູຫລາຍຕໍ່ຈອນຈົນເຖິງທຸກວັນນີ້ ສຳລັບຄວາມກ້າຫານຂອງຈອນ. ສຳລັບຈອນ, ຜົນສະທ້ອນໃນຊີວິດຂອງລາວ ເກີນກວ່າທີ່ຈະວັດແທກໄດ້. ເວລາຂອງລາວຢູ່ຍີ່ປຸ່ນໃນປີນັ້ນ ໄດ້ພາລາວໄປສູ່ການແຕ່ງງານທີ່ມີຄວາມສຸກ ແລະ ຕໍ່ມາໄດ້ມີລູກຊາຍສອງຄົນ. ລາວເປັນນັກທຸລະກິດທີ່ເກັ່ງກ້າ ແລະ ບໍ່ດົນມານີ້ໄດ້ກາຍເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງໜຶ່ງຢູ່ຍີ່ປຸ່ນ. ໃຫ້ຄິດເບິ່ງວ່າ ຊີວິດຂອງລາວຈະເປັນແນວໃດ ຖ້າຫາກລາວບໍ່ມີຄວາມກ້າຫານໜີຈາກງານລ້ຽງນັ້ນໄປໃນຄ່ຳຄືນນັ້ນຢູ່ຍີ່ປຸ່ນ.3
ຊາຍໜຸ່ມທັງຫລາຍ, ຈະມີເວລາຕອນທີ່ພວກເຈົ້າ, ເຊັ່ນດຽວກັບທ້າວຈອນ, ຈະຕ້ອງໄດ້ສະແດງຄວາມກ້າຫານທີ່ຊອບທຳຂອງພວກເຈົ້າ ຢູ່ຕໍ່ໜ້າໝູ່ເພື່ອນ, ຜົນສະທ້ອນຂອງການເຮັດສິ່ງນັ້ນ ອາດເປັນການເຍາະເຍີ້ຍ ແລະ ອັບອາຍ. ນອກເໜືອຈາກນັ້ນ, ໃນໂລກຂອງພວກເຈົ້າທຸກວັນນີ້, ບາງເທື່ອພວກເຈົ້າຕ້ອງໄດ້ຕໍ່ສູ້ແບບງຽບໆ, ຢູ່ຕໍ່ໜ້າຈໍ. ເທັກໂນໂລຈີພ້ອມດ້ວຍຜົນປະໂຫຍດຂອງມັນ ຈະນຳການທ້າທາຍມາໃຫ້ນຳອີກ ຊຶ່ງຄົນລຸ້ນກ່ອນບໍ່ເຄີຍໄດ້ປະເຊີນ. ບໍ່ດົນມານີ້ ມີການຄົ້ນຄວ້າບອກວ່າ ຄົນໄວລຸ້ນໃນປະຈຸບັນນີ້ ບໍ່ພຽງແຕ່ຖືກລໍ້ລວງຢູ່ໂຮງຮຽນໃນແຕ່ລະມື້ ໃນລະດັບທີ່ໜ້າເປັນຫ່ວງນຳເທົ່ານັ້ນ, ແຕ່ຍັງຖືກລໍ້ລວງຢູ່ໃນອິນເຕີແນັດນຳອີກ. ການຄົ້ນຄວ້າໄດ້ເປີດເຜີຍວ່າ ຄົນໄວລຸ້ນຜູ້ທີ່ໄດ້ເຫັນຮູບພາບຂອງການກິນດື່ມຂອງມຶນເມົາ ແລະ ການໃຊ້ຢາເສບຕິດຢູ່ໃນອິນເຕີແນັດ ສ່ວນຫລາຍຈະດື່ມເຄື່ອງມຶນເມົາ ຫລື ໃຊ້ຢາເສບຕິດ. ເມື່ອກ່າວເຖິງການຄົ້ນຄວ້ານີ້, ອາດີດລັດຖະມົນຕີຊັ້ນຜູ້ໃຫຍ່ຂອງສະຫະລັດ ໄດ້ກ່າວວ່າ: “ປີນີ້ ການກວດກາໄດ້ເປີດເຜີຍວ່າ ມີຄວາມກົດດັນແບບໃໝ່ໃນເພື່ອນຝູງ—ເປັນການກົດດັນຢູ່ໃນຈໍ. ມັນໄດ້ລາມໄປທົ່ວໃນເພື່ອນຝູງ. ມັນລຸກລາມເຂົ້າເຖິງບ້ານເຮືອນ ແລະ ຫ້ອງນອນຂອງເດັກນ້ອຍ ຜ່ານທາງອິນເຕີແນັດ.”4 ການສະແດງອອກເລື່ອງຄວາມກ້າຫານ ສ່ວນຫລາຍຈະເປັນການ click ຫລື ບໍ່ click. ຜູ້ສອນສາດສະໜາໄດ້ຖືກສັ່ງສອນຈາກປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ, ວ່າ: “ສິ່ງທີ່ທ່ານເລືອກຄິດເຖິງ ແລະ ເຮັດເມື່ອເວລາທ່ານຢູ່ຜູ້ດຽວ ແລະ ທ່ານຄິດວ່າບໍ່ມີໃຜເບິ່ງທ່ານ ຄືສິ່ງວັດແທກອັນສຳຄັນກ່ຽວກັບຄວາມດີຂອງທ່ານ.”5 ຈົ່ງກ້າຫານ! ຈົ່ງເຂັ້ມແຂງ! ຈົ່ງຢືນຢູ່ໃນບ່ອນທີ່ສັກສິດ ແລະ ບໍ່ຫວັ່ນໄຫວ.6
ຊາຍໜຸ່ມທັງຫລາຍ, ຂ້າພະເຈົ້າສັນຍາວ່າ ພຣະຜູ້ເປັນເຈົ້າຈະເພີ່ມພະລັງໃຫ້ພວກເຈົ້າ. “ເພາະວ່າພຣະເຈົ້າບໍ່ໄດ້ປະທານໃຈອັນຢ້ານກົວໃຫ້ແກ່ເຮົາ.”7 ພຣະອົງຈະປະທານລາງວັນໃຫ້ແກ່ພວກເຈົ້າ ສຳລັບຄວາມກ້າຫານ ແລະ ການປະພຶດທີ່ຊອບທຳຂອງພວກເຈົ້າ—ດ້ວຍຄວາມສຸກ ແລະ ຄວາມຊື່ນຊົມ. ຄວາມກ້າຫານນັ້ນເປັນຜົນຈາກສັດທາຂອງພວກເຈົ້າໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ການອະທິຖານຂອງພວກເຈົ້າ, ແລະ ການເຊື່ອຟັງຕໍ່ພຣະບັນຍັດຂອງພວກເຈົ້າ.
ປະທານເອັນ ແອວດັນ ແທນເນີ ໄດ້ກ່າວວ່າ: “ຊາຍໜຸ່ມຄົນໜຶ່ງຢູ່ໃນໂຮງຮຽນສາມາດເປັນອິດທິພົນທີ່ດີໄດ້. ຊາຍໜຸ່ມຄົນໜຶ່ງຢູ່ໃນກຸ່ມຫລິ້ນກິລາຟຸດບອນ, ຫລື ໃນໂຮງຮຽນ, ຫລື ໃນບັນດາເພື່ອນຝູງຂອງລາວ ກໍສາມາດດຳລົງຊີວິດຕາມພຣະກິດຕິຄຸນ, ໃຫ້ກຽດແກ່ຖານະປະໂລຫິດຂອງລາວ, ແລະ ຢືນປົກປ້ອງສິ່ງທີ່ຖືກຕ້ອງ, ເຮັດຄວາມດີຢ່າງຫລວງຫລາຍໄດ້. ສ່ວນຫລາຍພວກເຈົ້າຈະປະເຊີນກັບການວິຈານ ແລະ ການເວົ້າເຍາະເຍີ້ຍ ແມ່ນແຕ່ຈາກຄົນທີ່ເຊື່ອຄືກັນກັບພວກເຈົ້າ, ເຖິງແມ່ນເຂົາອາດຍ້ອງຍໍພວກເຈົ້າທີ່ໄດ້ເຮັດສິ່ງທີ່ຖືກຕ້ອງ. ແຕ່ຈົ່ງຈື່ຈຳໄວ້ວ່າ ພຣະຜູ້ຊ່ອຍໃຫ້ລອດພຣະອົງເອງກໍໄດ້ຖືກຂ້ຽນຕີ, ຖືກເຍາະເຍີ້ຍ, ຖືກຖົ່ມນ້ຳລາຍໃສ່, ແລະ ໃນທີ່ສຸດຖືກເອົາໄປຄຶງ ເພາະພຣະອົງບໍ່ຫວັ່ນໄຫວໃນຄວາມເຊື່ອໝັ້ນຂອງພຣະອົງ. ພວກເຈົ້າເຄີຍຢຸດຄິດບໍວ່າ ຈະມີຫຍັງເກີດຂຶ້ນ ຖ້າຫາກພຣະອົງອ່ອນແອ ແລະ ກ່າວວ່າ, ‘ໂອ້, ຊິມີປະໂຫຍດຫຍັງ?’ ແລະ ໄດ້ປະຖິ້ມ ພາລະກິດຂອງພຣະອົງໄປ? ເຮົາຢາກເປັນຄົນຍອມແພ້ບໍ, ຫລື ເຮົາຢາກເປັນຜູ້ຮັບໃຊ້ທີ່ກ້າຫານ ເຖິງແມ່ນຈະມີການຕໍ່ຕ້ານ ແລະ ຄວາມຊົ່ວຮ້າຍຢູ່ໃນໂລກນີ້? ຂໍໃຫ້ເຮົາຈົ່ງມີຄວາມກ້າຫານ ແລະ ກະທຳໃນສິ່ງທີ່ຖືກຕ້ອງ, ອຸທິດຕົນເປັນຜູ້ຕິດຕາມພຣະຄຣິດ.”8
ຂ້າພະເຈົ້າຂໍເຊື້ອເຊີນພວກເຈົ້າໃຫ້ຮັກສາຕົນເອງໃຫ້ເປັນຄືກັນກັບນັກຮົບໜຸ່ມ 2,000 ຄົນ ໂດຍການມີຄວາມກ້າຫານແທ້ໆ ໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດທີ່ມີຄ່າຄວນ. ຈົ່ງຈື່ຈຳວ່າ, ສິ່ງທີ່ພວກເຈົ້າເຮັດ, ບ່ອນທີ່ພວກເຈົ້າໄປຫາ, ແລະ ສິ່ງທີ່ພວກເຈົ້າເຫັນ ຈະຫລໍ່ຫລອມຄົນທີ່ພວກເຈົ້າຈະກາຍເປັນ. ພວກເຈົ້າຢາກກາຍເປັນຄົນແນວໃດ? ກາຍເປັນມັກຄະນາຍົກທີ່ມີຄ່າຄວນ, ເປັນຄູສອນທີ່ມີຄ່າຄວນ, ແລະ ເປັນປະໂລຫິດທີ່ມີຄ່າຄວນ. ໃຫ້ຕັ້ງເປົ້າໝາຍໃນຕອນນີ້ທີ່ຈະມີຄ່າຄວນທີ່ຈະໄດ້ເຂົ້າໄປໃນພຣະວິຫານ ແລະ ມີຄ່າຄວນທີ່ຈະຮັບພິທີການຂັ້ນຕໍ່ໄປເມື່ອເຖິງອາຍຸ ແລະ ໃນທີ່ສຸດໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ. ນີ້ແມ່ນເສັ້ນທາງແຫ່ງຄວາມຊອບທຳຊຶ່ງເຊື້ອເຊີນຄວາມຊ່ອຍເຫລືອຈາກສະຫວັນ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນດັ່ງພຣະເຈົ້າຈະສະແດງໃຫ້ປະຈັກ.”9
ພໍ່ແມ່, ຜູ້ນຳຖານະປະໂລຫິດ, ແລະ ຄຳທຳນາຍທີ່ສຳຄັນກວ່າໝູ່ຢູ່ໃນປຶ້ມ ໜ້າທີ່ຕໍ່ພຣະເຈົ້າ ແລະ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ຈະຊ່ອຍນຳພາພວກເຈົ້າໄປໃນເສັ້ນທາງ.
ປະທານທອມມັສ ແອັສ ມອນສັນ ໄດ້ແນະນຳວ່າ:
“ການ [ຕັດສິນໃຈ] ທີ່ສະຫລາດຮຽກຮ້ອງຄວາມກ້າຫານ—ກ້າຫານທີ່ຈະເວົ້າວ່າ ບໍ່, ກ້າຫານທີ່ຈະເວົ້າວ່າ ແມ່ນ. …
ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຕັດສິນໃຈໃນຕອນນີ້ ວ່າຈະຢູ່ໃນເສັ້ນທາງທີ່ຈະພາໄປຫາຈຸດເປົ້າໝາຍ: ມີຊີວິດນິລັນດອນນຳພຣະບິດາຂອງເຮົາໃນສະຫວັນ.”10
ເຊັ່ນດຽວກັບນັກຮົບໜຸ່ມ 2,000 ຄົນ ໄດ້ຕອບຮັບການເອີ້ນໃຫ້ຕໍ່ສູ້ໂດຍຮີລາມັນ ຜູ້ນຳຂອງພວກເຂົາ, ແລະ ໄດ້ຮວບຮວມຄວາມກ້າຫານແທ້ໆຂອງພວກເຂົາ, ພວກເຈົ້າກໍຄືກັນ ສາມາດເຮັດເຊັ່ນນັ້ນໄດ້ ໂດຍການເຮັດຕາມການເອີ້ນຂອງສາດສະດາຂອງພວກເຈົ້າ, ປະທານທອມມັສ ແອັສ ມອນສັນ.
ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນທີ່ໜຸ່ມນ້ອຍຂອງຂ້າພະເຈົ້າ, ສຸດທ້າຍນີ້ ຂ້າພະເຈົ້າຂໍສະແດງປະຈັກພະຍານເຖິງພຣະເຈົ້າ ພຣະບິດາ ແລະ ເຖິງພຣະເຢຊູຄຣິດ ແລະ ຖ້ອຍຄຳຂອງໂຈເຊັບ ສະມິດ ທີ່ວ່າ: ອ້າຍເອື້ອຍນ້ອງທັງຫລາຍ, ພວກເຮົາຈະບໍ່ກ້າວຕໍ່ໄປໃນອຸດົມການອັນຍິ່ງໃຫຍ່ເຊັ່ນນີ້ບໍ? ກ້າວໄປໜ້າ ແລະ ບໍ່ຖອຍກັບ. ຈົ່ງກ້າຫານ, ພີ່ນ້ອງທັງຫລາຍ; ແລະ ກ້າວຕໍ່ໄປ, ຕໍ່ໄປເຖິງໄຊຊະນະ!”11 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.