ອ້າຍນ້ອງທັງຫລາຍ, ເຮົາມີວຽກງານທີ່ຈະເຮັດ
ໃນຖານະທີ່ເປັນຊາຍແຫ່ງຖານະປະໂລຫິດ, ເຮົາມີບົດບາດທີ່ສຳຄັນທີ່ຈະເຮັດຢູ່ໃນສັງຄົມ, ຢູ່ໃນບ້ານເຮືອນ, ແລະ ຢູ່ໃນສາດສະໜາຈັກ.
ອ້າຍນ້ອງທັງຫລາຍ, ຫລາຍສິ່ງໄດ້ເຄີຍຖືກກ່າວ ແລະ ໄດ້ເຄີຍຖືກຂຽນໃນຫລາຍປີທີ່ຜ່ານມານີ້ ກ່ຽວກັບການທ້າທາຍຂອງຜູ້ຊາຍໃຫຍ່ ແລະ ຊາຍໜຸ່ມ. ຕົວຢ່າງຈຳນວນໜ້ອຍໜຶ່ງຂອງຊື່ປຶ້ມແມ່ນ Why There Are No Good Men Left (ເປັນຫຍັງຈຶ່ງບໍ່ມີຜູ້ຊາຍທີ່ດີເຫລືອຢູ່),The Demise of Guys (ການສາບສູນຂອງຜູ້ຊາຍ), The End of Men (ທີ່ສຸດຂອງຜູ້ຊາຍ) , Why Boys Fail (ເປັນຫຍັງຜູ້ຊາຍຈຶ່ງຕົກໄປ) , ແລະ Manning Up (ຈົ່ງລຸກຂຶ້ນເປັນສຸພາບບຸລຸດ) . ເປັນໜ້າສົນໃຈ, ສ່ວນຫລາຍແລ້ວປຶ້ມດັ່ງກ່າວຂຽນໂດຍຜູ້ຍິງ. ໃນຫລາຍກໍລະນີ, ໃນບັນດາການວິໄຈດັ່ງກ່າວຢູ່ໃນສັງຄົມໃນປະຈຸບັນ ຜູ້ຊາຍໃຫຍ່ ແລະ ນ້ອຍໄດ້ຮັບຂ່າວສານທີ່ລົດກຽດ ແລະ ຂັດກັບບົດບາດ ແລະ ຄ່າຄວນຂອງເຂົາເຈົ້າໃນສັງຄົມ.
ນັກຂຽນປຶ້ມຊື່ວ່າ Manning Up ໄດ້ອະທິບາຍໃນລັກສະນະນີ້ວ່າ: “ເກືອບເປັນກົດທີ່ໃຊ້ກັນທົ່ວໄປວ່າ ເດັກນ້ອຍຜູ້ຍິງໄດ້ກາຍເປັນສະຕີເມື່ອເຂົາເຖິງກະສຽນ, ສ່ວນເດັກນ້ອຍຜູ້ຊາຍຕ້ອງໄດ້ຜ່ານການທົດສອບເສຍກ່ອນ. ເຂົາຕ້ອງໄດ້ສະແດງຄວາມກ້າຫານ, ຄວາມສາມາດທາງກຳລັງ, ຫລື ເກັ່ງກ້າໃນຄວາມຊຳນານບາງຢ່າງ. ຈຸດເປົ້າໝາຍແມ່ນ ການພິສູດຄວາມສາມາດຂອງເຂົາ ໃນການເປັນຜູ້ປົກປ້ອງຜູ້ຍິງ ແລະ ເດັກນ້ອຍ; ນີ້ແມ່ນບົດບາດຕົ້ນຕໍຂອງເຂົາ. ປະຈຸບັນນີ້, ໂດຍທີ່ຜູ້ຍິງກ້າວໜ້າເລື່ອງເສດຖະກິດ, ການທີ່ມີສາມີ ແລະ ພໍ່ຂອງລູກເປັນຜູ້ຫາລ້ຽງ ກາຍເປັນສິ່ງທີ່ເລືອກເຮັດແລ້ວ, ແລະ ລັກສະນະທີ່ດີ ຊຶ່ງຜູ້ຊາຍຕ້ອງສະແດງອອກມາ—ເຊັ່ນ ຄວາມອົດທົນ, ສຸກຂຸມ, ກ້າຫານ, ຊື່ສັດ—ໄດ້ເຊົາໃຊ້ແລ້ວ ແລະ ແມ່ນແຕ່ເປັນສິ່ງອັບອາຍເລັກນ້ອຍທີ່ຈະເຮັດ.”1
ໃນຄວາມກະຕືລືລົ້ນທີ່ຈະສົ່ງເສີມໂອກາດໃຫ້ແກ່ຜູ້ຍິງ, ສິ່ງໜຶ່ງທີ່ພວກເຮົາຍ້ອງຍໍ, ບາງຄົນໄດ້ດູຖູກຜູ້ຊາຍໃນສິ່ງທີ່ເຂົາຫາມາໄດ້. ເບິ່ງຄືວ່າ ເຂົາເຈົ້າຄິດວ່າ ເປັນການແຂ່ງຂັນລະຫວ່າງຜູ້ຊາຍ ແລະ ຜູ້ຍິງ—ດັ່ງນັ້ນ, ວ່າຄົນໜຶ່ງຕ້ອງຢູ່ເໜືອອີກຄົນໜຶ່ງ, ແລະ ບັດນີ້ເປັນທີຂອງຜູ້ຍິງ. ບາງຄົນຖຽງວ່າ ອາຊີບເປັນສິ່ງຈຳເປັນ ແລະ ການແຕ່ງງານ ແລະ ການມີລູກເປັນສິ່ງທີ່ເລືອກເຮັດ. ສະນັ້ນ, ເຮົາຕ້ອງການຜູ້ຊາຍບໍ?2 ຢູ່ໃນໜັງຂອງ Hollywood, ລາຍການຢູ່ໃນໂທລະທັດ, ແລະ ແມ່ນແຕ່ຂ່າວໂຄສະນາ, ຜູ້ຊາຍຖືກສະແດງວ່າເປັນຄົນທີ່ຂາດຄວາມຊຳນານ, ບໍ່ເປັນຜູ້ໃຫຍ່ພໍ, ຫລື ຄິດນຳແຕ່ຕົນເອງ. ໃນສັງຄົມທີ່ຕັດສິດຂອງຜູ້ຊາຍຈາກບົດບາດຂອງເຂົາ ໄດ້ສ້າງຄວາມເສຍຫາຍຫລາຍ.
ຢູ່ໃນສະຫະລັດອາເມຣິກາ, ຍົກຕົວຢ່າງ, ມີລາຍງານວ່າ “ເດັກນ້ອຍຜູ້ຍິງຮຽນເກັ່ງກວ່າເດັກນ້ອຍຜູ້ຊາຍໃນທຸກຂະແໜງ, ຈາກໂຮງຮຽນຊັ້ນປະຖົມ ເຖິງມະຫາວິທະຍາໄລ. ຍົກຕົວຢ່າງ ໃນໂຮງຮຽນມັດທະຍົມປີສຸດທ້າຍ ພຽງແຕ່ 20 ເປີເຊັນຂອງຈຳນວນເດັກນ້ອຍຜູ້ຊາຍເກັ່ງດ້ານການຂຽນ ແລະ 24 ເປີເຊັນເກັ່ງດ້ານການອ່ານ. ຄະແນະເສັງ SAT (ຊັ່ງຊາເບິ່ງຄວາມຮູ້) ໃນປີ 2011 ແມ່ນຕ່ຳກວ່າໃນ 40 ປີຜ່ານມາ. ອີງຕາມຫ້ອງການສະຖິຕິການສຶກສາແຫ່ງຊາດ (NCES), ເດັກນ້ອຍຜູ້ຊາຍຈຳນວນ 30 ເປີເຊັນ ຈະເຊົາໄປໂຮງຮຽນອຸດົມ ແລະ ວິທະຍາໄລ ຫລາຍກວ່າເດັກນ້ອຍຜູ້ຍິງ. … ມີການຄາດຄິດໄວ້ລ່ວງໜ້າວ່າ 60 ເປີເຊັນຂອງຈຳນວນນັກຮຽນຜູ້ຍິງ ຈະໄດ້ຮັບປະລິນຍາຕີ, 63 ເປີເຊັນຈະໄດ້ຮັບປະລິນຍາໂທ, ແລະ 54 ເປີເຊັນຈະໄດ້ຮັບປະລິນຍານເອກເມື່ອເຖິງປີ 2016. ສອງສ່ວນສາມຂອງນັກຮຽນໃນໂຄງການປັບປຸງພິເສດແມ່ນເດັກນ້ອຍຜູ້ຊາຍ.”3
ຜູ້ຊາຍໃຫຍ່ ແລະ ຊາຍໜຸ່ມບາງຄົນໄດ້ຮັບເອົາຂ່າວສານຈາກສັງຄົມທີ່ກ່າວໄປໃນທາງທີ່ບໍ່ດີມາເປັນສິ່ງແກ້ຕົວ ເພື່ອຫລີກເວັ້ນຈາກໜ້າທີ່ຮັບຜິດຊອບ ແລະ ບໍ່ຮູ້ຈັກເຕີບໂຕເປັນຜູ້ໃຫຍ່ຈັກເທື່ອ. ຕາມການສັງເກດເບິ່ງຊຶ່ງສ່ວນຫລາຍເປັນຄວາມຈິງ, ອາຈານສອນຂອງມະຫາວິທະຍາໄລແຫ່ງໜຶ່ງໄດ້ກ່າວວ່າ, “ນັກຮຽນຜູ້ຊາຍໄດ້ເຂົ້າມາໃນຫ້ອງ ໃສ່ໝວກປິ່ນໃບໝວກໄປທາງຫລັງ ແລະ ແກ້ຕົວວ່າ ‘ອາຈານສອນໄດ້ກິນເຈ້ຍການບ້ານຂອງເຂົາ’. ໃນເວລາດຽວກັນ, ນັກຮຽນຜູ້ຍິງໄດ້ກວດກາເບິ່ງລາຍການທີ່ຈະເຮັດໃນມື້ນັ້ນ ແລະ ຂໍໃຫ້ນາຍຄູແນະນຳເລື່ອງໂຮງຮຽນກົດໝາຍ.”4 ຜູ້ຍິງຄົນໜຶ່ງ ຜູ້ກວດກາຄຸນນະພາບຂອງໜັງ ໄດ້ໃຫ້ຄວາມຄິດຄວາມເຫັນຂອງນາງວ່າ “ສິ່ງທີ່ຜູ້ຍິງສາມາດເພິ່ງຜູ້ຊາຍ, ຖ້າເຮົາໂຊກດີ ແລະ ເຮົາເລືອກທີ່ຈະມີຫຸ້ນສ່ວນ, ຜູ້ຊາຍກໍເປັນໄດ້ແຕ່ເທົ່ານັ້ນ—ເປັນຫຸ້ນສ່ວນ. ເປັນບາງຄົນທີ່ມີບ່ອນຂອງເຂົາເອງ ເທົ່າໆກັບເຮົາຜູ້ມີບ່ອນຂອງເຮົາເອງ.”5
ອ້າຍນ້ອງທັງຫລາຍ, ບໍ່ຄວນເປັນເຊັ່ນນີ້ໃນບັນດາພວກເຮົາ. ໃນຖານະທີ່ເປັນຊາຍແຫ່ງຖານະປະໂລຫິດ, ເຮົາມີບົດບາດທີ່ສຳຄັນທີ່ຈະເຮັດຢູ່ໃນສັງຄົມ, ຢູ່ໃນບ້ານເຮືອນ, ແລະ ຢູ່ໃນສາດສະໜາຈັກ. ແຕ່ເຮົາຕ້ອງເປັນຜູ້ຊາຍທີ່ຜູ້ຍິງສາມາດໄວ້ວາງໃຈໄດ້, ທີ່ລູກໆສາມາດໄວ້ວາງໃຈໄດ້, ແລະວ່າພຣະເຈົ້າສາມາດໄວ້ວາງໃຈໄດ້. ໃນສາດສະໜາຈັກ ແລະ ໃນອານາຈັກຂອງພຣະເຈົ້າ ຢູ່ໃນຍຸກສຸດທ້າຍນີ້, ເຮົາບໍ່ຄວນມີຊາຍໜຸ່ມ ແລະ ຜູ້ຊາຍໃຫຍ່ທີ່ກຽດຄ້ານໃນການເຮັດວຽກງານ. ເຮົາບໍ່ຄວນມີຊາຍໜຸ່ມທີ່ຂາດວິໄນ ແລະ ດຳລົງຊີວິດພຽງແຕ່ເພື່ອຄວາມສະໜຸກສະໜານເທົ່ານັ້ນ. ເຮົາບໍ່ຄວນມີຜູ້ຊາຍໃຫຍ່ໂສດ ທີ່ບໍ່ຮູ້ຈຸດໝາຍປາຍທາງ, ຜູ້ບໍ່ສົນໃຈທີ່ຈະສ້າງຄອບຄົວ ແລະ ບໍ່ຊ່ອຍເຫລືອທີ່ຈິງຈັງຢູ່ໃນໂລກ. ເຮົາບໍ່ຄວນມີສາມີ ແລະ ພໍ່ທີ່ບໍ່ຢາກເປັນຜູ້ນຳທາງວິນຍານຢູ່ໃນບ້ານເຮືອນ. ເຮົາບໍ່ຄວນມີຄົນທີ່ດຳລົງ ແລະ ໃຊ້ຖານະປະໂລຫິດທີ່ສັກສິດ, ຕາມລະບຽບຂອງພຣະບຸດຂອງພຣະເຈົ້າ, ເສຍເວລາກັບການເບິ່ງຮູບພາບລາມົກ ຫລື ໃຊ້ຊີວິດຢູ່ກັບອິນເຕີແນັດ (ກົງກັນຂ້າມ, ເປັນ ຂອງ ໂລກໃນຂະນະທີ່ບໍ່ໄດ້ຢູ່ ໃນ ໂລກ).
ອ້າຍນ້ອງທັງຫລາຍ, ເຮົາມີວຽກງານທີ່ຈະເຮັດ.
ຊາຍໜຸ່ມທັງຫລາຍ, ພວກເຈົ້າຄວນຕັ້ງໃຈຮຽນ ແລະ ໃຫ້ຮຽນກາຍໂຮງຮຽນອຸດົມ. ບາງຄົນອາດຢາກໄປຮຽນຕໍ່ຢູ່ມະຫາວິທະຍາໄລ ແລະ ໂຮງຮຽນການຊ່າງຝ່າຍທຸລະກິດ, ຝ່າຍການກະເສດ, ຝ່າຍລັດຖະບານ, ຫລື ວິຊາອາຊີບຢ່າງອື່ນໆ. ບາງຄົນຈະເກັ່ງດ້ານສິລະປະ, ດົນຕີ, ຫລື ການສອນ. ບາງຄົນອາດເລືອກອາຊີບຢູ່ໃນກອງທັບ ຫລື ຮຽນຝ່າຍການຄ້າ. ໃນໄລຍະຫລາຍປີ, ຂ້າພະເຈົ້າໄດ້ຈ້າງຫລາຍຄົນໃຫ້ມາສ້ອມແປງເຮືອນຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າພູມໃຈຫລາຍກັບຄວາມຊຳນານ ແລະ ຝີມືຂອງເຂົາເຈົ້າ. ໃນສິ່ງໃດກໍຕາມທີ່ພວກເຈົ້າເລືອກ, ມັນສຳຄັນທີ່ພວກເຈົ້າຕ້ອງຊຳນານໃນອາຊີບທີ່ພວກເຈົ້າເລືອກເຮັດ ເພື່ອວ່າພວກເຈົ້າຈະໄດ້ຫາລ້ຽງຄອບຄົວ ແລະ ຊ່ອຍເຫລືອໃນທາງທີ່ດີໃນຊຸມຊົນ ແລະ ໃນປະເທດຂອງພວກເຈົ້າ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ເຫັນວິດີໂອເລື່ອງໜຶ່ງກ່ຽວກັບຊີວິດຂອງຊາຍໜຸ່ມຄົນໜຶ່ງອາຍຸ 14 ປີ ຢູ່ປະເທດອິນເດຍຊື່ ອາມາ. ລາວໄດ້ຕື່ນນອນແຕ່ເຊົ້າ ແລະ ເຮັດວຽກໃນສອງບ່ອນຫລາຍຊົ່ວໂມງແຕ່ລະມື້ ກ່ອນ ແລະ ຫລັງຈາກໂຮງຮຽນ, ຫົກມື້ເຄິ່ງຕໍ່ອາທິດ. ລາຍໄດ້ທີ່ລາວຫາມາໄດ້ເປັນພຽງສ່ວນນ້ອຍໜຶ່ງເທົ່ານັ້ນໃນການຊ່ອຍລ້ຽງດູຄອບຄົວ. ລາວໄດ້ຟ້າວຂີ່ລົດຖີບທີ່ເກົ່າໆຂອງລາວກັບເມືອບ້ານຈາກວຽກບ່ອນທີສອງຂອງລາວ ໃນຕອນຄ່ຳ ແລະ ຍັງມີເວລາພໍເຮັດການບ້ານຂອງລາວ ກ່ອນລາວລົ້ມຫົວນອນລົງຢູ່ບ່ອນນອນຢູ່ພື້ນຫ້ອງໃກ້ອ້າຍເອື້ອຍນ້ອງຄົນອື່ນໆປະມານສິບເອັດໂມງແລງ. ເຖິງແມ່ນວ່າ ຂ້າພະເຈົ້າບໍ່ເຄີຍເຫັນລາວ, ແຕ່ຂ້າພະເຈົ້າພູມໃຈໃນຕົວລາວ ສຳລັບຄວາມພາກພຽນ ແລະ ຄວາມກ້າຫານຂອງລາວ. ລາວໄດ້ເຮັດດີທີ່ສຸດເທົ່າທີ່ລາວສາມາດເຮັດໄດ້ ຕາມແຫລ່ງທີ່ມີຊ່ອຍເຫລືອ ແລະ ໂອກາດທີ່ລາວມີ, ແລະ ລາວໄດ້ເປັນພອນໃຫ້ແກ່ຄອບຄົວຂອງລາວ. ຂ້າພະເຈົ້າບໍ່ສົງໄສເລີຍວ່າ ລາວຈະເປັນຄົນໜຶ່ງທີ່ສ້າງຄວາມດີໃນສັງຄົມ ເມື່ອລາວໃຫຍ່ຂຶ້ນ.
ພວກທ່ານທີ່ເປັນຜູ້ຊາຍໃຫຍ່—ເປັນພໍ່, ເປັນຊາຍໂສດ, ເປັນຜູ້ນຳ, ເປັນຄູສອນປະຈຳບ້ານ—ຈົ່ງເປັນຕົວຢ່າງທີ່ມີຄ່າຄວນ ແລະ ຊ່ອຍຄົນລຸ້ນໃໝ່ທີ່ເປັນຊາຍໜຸ່ມໃຫ້ກາຍເປັນຜູ້ຊາຍໃຫຍ່. ຈົ່ງສອນເຂົາກ່ຽວກັບຄວາມຊຳນານໃນສັງຄົມ ແລະ ອື່ນໆ: ຮູ້ຈັກສົນທະນາ, ຮູ້ຈັກຜູກມິດ ແລະ ພົບປະສັງສັນ, ຮູ້ຈັກເວົ້າລົມນຳສະຕີ ແລະ ຍິງໜຸ່ມ, ຮູ້ຈັກຮັບໃຊ້, ຮູ້ຈັກວ່ອງໄວ ແລະ ມັກການພັກຜ່ອນຢ່ອນອາລົມ, ຮູ້ຈັກຫາເຮັດບາງສິ່ງໃນເວລາວ່າງ ແຕ່ບໍ່ເຖິງຂັ້ນຕິດແສດ, ຮູ້ຈັກດັດແປງຄວາມບົກພ່ອງ ແລະ ເລືອກສິ່ງທີ່ດີກວ່າ.
ແລະ ທຸກຄົນທີ່ຟັງຢູ່ນີ້ກໍຄືກັນ. ເມື່ອໃດກໍຕາມທີ່ທ່ານໄດ້ຍິນຂ່າວສານນີ້, ຂ້າພະເຈົ້າຂໍກ່າວດັ່ງທີ່ພຣະເຢໂຮວາ ໄດ້ກ່າວກັບໂຢຊວຍວ່າ, “ຈົ່ງມີໃຈເດັດດ່ຽວ ແລະ ກ້າຫານ” (ໂຢຊວຍ 1:6). ຈົ່ງກ້າຫານ ແລະ ຕຽມຕົວໃຫ້ດີທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້, ບໍ່ວ່າສະພາບການຂອງທ່ານຈະເປັນແນວໃດກໍຕາມ. ຈົ່ງຕຽມເປັນສາມີ ແລະ ເປັນພໍ່ທີ່ດີ; ຈົ່ງຕຽມເປັນພົນລະເມືອງທີ່ດີ ແລະ ເປັນປະໂຫຍດ; ຈົ່ງຕຽມຮັບໃຊ້ພຣະຜູ້ເປັນເຈົ້າ, ຜູ້ຊຶ່ງຖານະປະໂລຫິດທີ່ທ່ານດຳລົງຢູ່ນີ້ເປັນຂອງພຣະອົງ. ບໍ່ວ່າທ່ານຈະອາໄສຢູ່ບ່ອນໃດກໍຕາມ, ພຣະບິດາເທິງສະຫວັນຄິດກ່ຽວກັບທ່ານ. ທ່ານບໍ່ໄດ້ຢູ່ຄົນດຽວ; ທ່ານມີຖານະປະໂລຫິດ ແລະ ມີຂອງປະທານແຫ່ງພຣະວິນຍານບໍລິສຸດ.
ໃນຫລາຍໆບ່ອນ ມີຄົນຕ້ອງການທ່ານ, ບ່ອນທີ່ສຳຄັນທີ່ສຸດ ແມ່ນຢູ່ໃນກຸ່ມໂຄຣຳຖານະປະໂລຫິດຂອງທ່ານ. ພວກເຮົາຕ້ອງການໃຫ້ມີກຸ່ມໂຄຣຳທີ່ໃຫ້ການບຳລຸງລ້ຽງແກ່ສະມາຊິກໃນວັນອາທິດ ແລະ ຮັບໃຊ້ນຳອີກ. ພວກເຮົາຕ້ອງການໃຫ້ມີຜູ້ນຳກຸ່ມໂຄຣຳທີ່ເອົາໃຈໃສ່ຕໍ່ວຽກງານຂອງພຣະເຈົ້າ ແລະ ສົ່ງເສີມສະມາຊິກໃນກຸ່ມ ແລະ ຄອບຄົວຂອງເຂົາເຈົ້າ, ແລະ ໃນຄວາມສຳເລັດຜົນທີ່ດີໃນຊີວິດຂອງເຂົາເຈົ້າ ໃນທຸກສິ່ງທີ່ເຂົາເຈົ້າສາມາດບັນລຸ.
ໃຫ້ຄິດກ່ຽວກັບວຽກງານເຜີຍແຜ່. ຊາຍໜຸ່ມທັງຫລາຍ, ພວກເຈົ້າບໍ່ມີເວລາທີ່ຈະເສຍໄປລ້າໆ. ສຳຄັນຫລາຍທີ່ພວກເຈົ້າຈະຕຽມຕົວໃນຕອນນີ້ ແທນທີ່ຈະຕຽມແບບຟ້າວຟັ່ງ. ພວກເຈົ້າບໍ່ຄວນລໍຖ້າຈົນເຖິງ 17 ຫລື 18 ປີ ກ່ອນຈະຕຽມ. ກຸ່ມຖານະປະໂລຫິດແຫ່ງອາໂຣນສາມາດຊ່ອຍສະມາຊິກໃນກຸ່ມ ໃຫ້ເຂົ້າໃຈຄຳສາບານ ແລະ ພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດ ແລະ ຕຽມພ້ອມສຳລັບພິທີການຂອງຕຳແໜ່ງແອວເດີ; ເຂົາເຈົ້າສາມາດຊ່ອຍຊາຍໜຸ່ມໃຫ້ເຂົ້າໃຈ ແລະ ຕຽມຕົວສຳລັບພິທີການຂອງພຣະວິຫານ; ແລະ ເຂົາເຈົ້າສາມາດຊ່ອຍຊາຍໜຸ່ມໃຫ້ຕຽມພ້ອມສຳລັບການເຜີຍແຜ່ທີ່ມີປະສິດທິພາບ. ກຸ່ມໂຄຣຳຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ສະມາຄົມສະຕີສົງເຄາະສາມາດຊ່ອຍພໍ່ແມ່ຕຽມຜູ້ສອນສາດສະໜາຜູ້ຮູ້ຈັກພຣະຄຳພີມໍມອນ ແລະ ຜູ້ທີ່ຈະເຂົ້າໄປໃນສະໜາມເຜີຍແຜ່. ແລະ ໃນແຕ່ລະຫວອດ ແລະ ສາຂາ, ກຸ່ມໂຄຣຳເຫລົ່ານີ້ສາມາຮ່ວມໄມ້ຮ່ວມມືກັບຜູ້ສອນສາດສະໜາເຕັມເວລາ ເພື່ອຮັບໃຊ້ຢູ່ໃນເຂດຂອງຕົນ.
ວຽກງານທີ່ຕ້ອງປະຕິບັດໂດຍຜູ້ດຳລົງຖານະປະໂລຫິດເປັນການເອີ້ນຂອງພຣະຜູ້ຊ່ອຍໃຫ້ລອດ, ຊຶ່ງກ່າວລຶ້ມຄືນໂດຍປະທານທອມມັສ ແອັສ ມອນສັນ ເພື່ອໃຫ້ຊ່ອຍກູ້ຊີວິດຂອງຄົນທີ່ອອກໄປຈາກສາດສະໜາຈັກ ຫລື ຄົນທີ່ບາດໝາງບໍ່ວ່າຈະເປັນໃນເຫດຜົນໃດກໍຕາມ. ພວກເຮົາໄດ້ຮັບຄວາມສຳເລັດຜົນຫລາຍໃນຄວາມພະຍາຍາມນີ້, ຮ່ວມທັງວຽກງານອັນດີເລີດຂອງກຸ່ມຊາຍໜຸ່ມ. ກຸ່ມໂຄຣຳຖານະປະໂລຫິດແຫ່ງອາໂຣນຢູ່ຫວອດ ຣຽວ ແກຣນ (ສະແປນນິສ) ໃນເມືອງອາເບີເຄກີ, ລັດນິວເມັກຊິໂກ ໄດ້ປຶກສານຳກັນກ່ຽວກັບວິທີທີ່ເຂົາເຈົ້າຈະນຳຄົນໃດຄົນໜຶ່ງກັບຄືນມາໂບດ ແລະ ຈາກນັ້ນກຸ່ມຂອງເຂົາເຈົ້າໄດ້ໄປຢ້ຽມຢາມແຕ່ລະຄົນນຳກັນ. ຄົນໜຶ່ງໄດ້ເວົ້າວ່າ, “ຕອນເຂົາເຈົ້າມາເຄາະປະຕູເຮືອນຂອງຂ້ານ້ອຍ, ຂ້ານ້ອຍຮູ້ສຶກວ່າຕົນເອງສຳຄັນ,” ແລະ ອີກຄົນໜຶ່ງໄດ້ກ່າວວ່າ, “ຂ້ານ້ອຍຮູ້ສຶກວ່າມີຄົນຢາກໃຫ້ຂ້ານ້ອຍກັບໄປໂບດ; ສິ່ງນັ້ນເຮັດໃຫ້ຂ້ານ້ອຍຢາກໄປໂບດຕອນນີ້.” ເມື່ອສະມາຊິກໃນກຸ່ມໂຄຣຳໄດ້ໄປຢ້ຽມຢາມ ແລະ ເຊື້ອເຊີນຊາຍໜຸ່ມຄົນໜຶ່ງໃຫ້ກັບຄືນໄປໂບດ. ເຂົາເຈົ້າໄດ້ຊວນລາວໄປນຳເຂົາເຈົ້າຕອນໄປຢ້ຽມຢາມຄົນຕໍ່ໄປ, ແລະ ລາວກໍໄດ້ໄປນຳເຂົາເຈົ້າ. ເຂົາເຈົ້າບໍ່ພຽງແຕ່ໄດ້ເຊື້ອເຊີນລາວໃຫ້ໄປໂບດໃນວັນອາທິດຕໍ່ໄປເທົ່ານັ້ນ, ແຕ່ເຂົາເຈົ້າໄດ້ເຮັດໃຫ້ລາວເປັນພາກສ່ວນໃນກຸ່ມຂອງເຂົາເຈົ້ານຳອີກທັນທີ.
ການທ້າທາຍອີກຢ່າງໜຶ່ງແຕ່ໄດ້ກະຕຸ້ນວຽກງານຂອງຖານະປະໂລຫິດແມ່ນກ່ຽວກັບປະຫວັດຄອບຄົວ ແລະ ພຣະວິຫານ. ໃຫ້ລໍຄອຍຈົດໝາຍສະບັບໜຶ່ງຂອງຝ່າຍປະທານສູງສຸດ ຊຶ່ງຈະມາເຖິງໃນບໍ່ດົນນີ້ທີ່ເອີ້ນໃຫ້ເຮັດຕື່ມ ແລະ ໃຫ້ເຫັນມະໂນພາບທີ່ສູງກວ່າກ່ຽວກັບວຽກງານທີ່ສຳຄັນນີ້ ຊຶ່ງເຮົາຕ້ອງໄດ້ເຮັດ.
ກຸ່ມໂຄຣຳຂອງເຮົາຍັງໄດ້ຈັດໃຫ້ມີກຸ່ມຊ່ອຍເຫລືອນຳອີກ. ປະທານກໍດອນ ບີ ຮິງລີ ຄັ້ງໜຶ່ງໄດ້ກ່າວວ່າ: “ມັນຈະເປັນວັນທີ່ເປັນໜ້າປະຫລາດໃຈຫລາຍ, ອ້າຍນ້ອງຂອງຂ້າພະເຈົ້າ—ມັນຈະເປັນວັນທີ່ເຕັມໄປດ້ວຍຈຸດປະສົງຂອງພຣະຜູ້ເປັນເຈົ້າ—ເມື່ອກຸ່ມໂຄຣຳຖານະປະໂລຫິດຂອງເຮົາກາຍເປັນຜູ້ຊ່ອຍເພີ່ມຄວາມເຂັ້ມແຂງໃຫ້ແກ່ຊາຍທຸກຄົນທີ່ເປັນສະມາຊິກຢູ່ໃນກຸ່ມ ເມື່ອທຸກຄົນຈະສາມາດກ່າວອອກມາໄດ້ວ່າ, ‘ເຮົາເປັນສະມາຊິກຢູ່ໃນກຸ່ມໂຄຣຳຖານະປະໂລຫິດຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂ້າພະເຈົ້າພ້ອມແລ້ວທີ່ຈະຮັບໃຊ້ອ້າຍນ້ອງຂອງຂ້າພະເຈົ້າໃນທຸກສິ່ງທີ່ເຂົາເຈົ້າຕ້ອງການ, ດັ່ງທີ່ຂ້າພະເຈົ້າແນ່ໃຈວ່າ ເຂົາເຈົ້າກໍພ້ອມແລ້ວທີ່ຈະຮັບໃຊ້ຂ້າພະເຈົ້າຄືກັນ. ໃນການເຮັດວຽກງານນຳກັນ, ເຮົາຈະເຕີບໂຕຂຶ້ນທາງວິນຍານ ໃນຖານະທີ່ເປັນບຸດແຫ່ງພັນທະສັນຍາຂອງພຣະເຈົ້າ. ໃນການເຮັດວຽກງານນຳກັນ, ເຮົາຈະສາມາດຢືນຢູ່, ໂດຍບໍ່ມີຄວາມອັບອາຍ ແລະ ບໍ່ຢ້ານກົວ, ຕ້ານລົມຂອງຄວາມຍາກລຳບາກທີ່ຈະພັດມາ, ບໍ່ວ່າຈະເປັນເລື່ອງເສດຖະກິດ, ສັງຄົມ ຫລື ທາງວິນຍານກໍຕາມ.’”6
ເຖິງແມ່ນໄດ້ໃຊ້ຄວາມພະຍາຍາມໃຫ້ດີທີ່ສຸດແລ້ວ, ແຕ່ບາງສິ່ງອາດບໍ່ເປັນໄປຕາມທີ່ເຮົາໄດ້ວາງແຜນໄວ້, ແລະ ໂດຍສະເພາະ “ລົມຂອງຄວາມຍາກລຳບາກ” ທີ່ສາມາດມາເຖິງຊີວິດຜູ້ຊາຍຄົນໃດຄົນໜຶ່ງໄດ້ນັ້ນຄື ການວ່າງງານ. ປຶ້ມນ້ອຍກ່ຽວກັບສະຫວັດດີການຂອງສາດສະໜາຈັກສະບັບເດີມໄດ້ກ່າວວ່າ, “ຊາຍທີ່ບໍ່ມີວຽກເຮັດງານທຳ ເປັນຊ່ວງເວລາພິເສດຕໍ່ສາດສະໜາຈັກ ເພາະວ່າ ການສູນເສຍຊັບສົມບັດຂອງລາວ, ເທົ່າກັບວ່າລາວຖືກທົດລອງ ເໝືອນດັ່ງໂຢບໄດ້ຖືກທົດລອງ—ສຳລັບຄວາມຊື່ສັດຂອງລາວ. ເມື່ອວັນກາຍເປັນອາທິດ ແລະ ກາຍເປັນເດືອນ ແມ່ນແຕ່ກາຍເປັນປີຂອງຄວາມຍາກລຳບາກ, ຄວາມເຈັບປວດຈະໜັກຂຶ້ນກວ່າເກົ່າ. … ສາດສະໜາຈັກບໍ່ຫວັງທີ່ຈະຊ່ອຍກູ້ຊີວິດຂອງຜູ້ໃດໄວ້ໄດ້ ພຽງແຕ່ໃນວັນອາທິດເທົ່ານັ້ນ ຖ້າຫາກພາຍໃນອາທິດເຂົາບໍ່ໄດ້ເຮັດແນວໃດເລີຍ.”7
ໃນເດືອນເມສາ ປີ 2009, ອາດີດທີ່ປຶກສາໃນຝ່າຍອະທິການຄວບຄຸມ, ທ່ານຣິເຈີດ ຊີ ເອດລີ ໄດ້ເລົ່າເລື່ອງໜຶ່ງກ່ຽວກັບຕົວຢ່າງຂອງກຸ່ມໂຄຣຳທີ່ໄດ້ຊ່ອຍເຫລືອສະມາຊິກຜູ້ຕົກງານ ດັ່ງນີ້:
“Phil’s Auto (ອູ່ສ້ອມລົດຟຽວ) ຢູ່ເມືອງເຊັນເທີວຽວ, ລັດຢູທາ, ກໍເປັນຕົວຢ່າງໜຶ່ງເຖິງສິ່ງທີ່ຜູ້ນຳ ແລະ ສະມາຊິກຢູ່ໃນກຸ່ມໂຄຣຳສາມາດເຮັດສຳເລັດ. ຟຽວ ເປັນສະມາຊິກຄົນໜຶ່ງຢູ່ໃນກຸ່ມໂຄຣຳຂອງແອວເດີ ແລະ ໄດ້ທຳງານເປັນຊ່າງແປງລົດຢູ່ອູ່ລົດບ່ອນໜຶ່ງໃນເມືອງທີ່ລາວອາໄສຢູ່. ໜ້າເສຍໃຈທີ່ທຸລະກິດໃນບ່ອນທີ່ລາວທຳງານບໍ່ດີປານໃດ ເຂົາເຈົ້າຈຶ່ງໄດ້ໃຫ້ລາວອອກການ. ລາວມີຄວາມເປັນຫ່ວງຫລາຍກັບສິ່ງທີ່ໄດ້ເກີດຂຶ້ນນັ້ນ.
“ເມື່ອໄດ້ຍິນວ່າຟຽວຕົກງານ, ອະທິການຂອງລາວ, ລີອອນ ອໍສັນ, ແລະ ຝ່າຍປະທານຂອງກຸ່ມໂຄຣຳຂອງລາວ ໄດ້ອະທິຖານຊອກຫາວິທີທີ່ຈະຊ່ອຍເຫລືອລາວ. ເຖິງແນວໃດລາວກໍເປັນເພື່ອນໃນກຸ່ມໂຄຣຳຂອງເຂົາເຈົ້າ, ເປັນອ້າຍນ້ອງຄົນໜຶ່ງ, ແລະ ລາວຕ້ອງການຄວາມຊ່ອຍເຫລືອ. ເຂົາເຈົ້າຮູ້ວ່າ ຟຽວຊຳນານພໍທີ່ຈະເປີດອູ່ລົດຂອງລາວເອງ. ຄົນໜຶ່ງໃນກຸ່ມໂຄຣຳໄດ້ເວົ້າວ່າ ລາວມີສາງເກົ່າຢູ່ບ່ອນໜຶ່ງ ແລະ ສາມາດໃຊ້ເປັນອູ່ສ້ອມລົດໄດ້. ຄົນອື່ນໆໃນກຸ່ມສາມາດຊອກຫາເຄື່ອງມືມາໃສ່ ເກືອບທຸກຄົນຢູ່ໃນກຸ່ມກໍສາມາດຊ່ອຍມ້ຽນມັດສາງໄດ້.
“ເຂົາເຈົ້າໄດ້ບອກແນວຄິດຂອງເຂົາເຈົ້າໃຫ້ຟຽວຟັງ; ແລ້ວເຂົາເຈົ້າໄດ້ບອກໃຫ້ຄົນຢູ່ໃນກຸ່ມໂຄຣຳຮູ້ຈັກກ່ຽວກັບແຜນການນັ້ນ. ແລ້ວກໍໄດ້ພາກັນມ້ຽນມັດສາງ, ໄດ້ຊອກຫາເຄື່ອງມື, ແລະ ທຸກສິ່ງກໍໄດ້ເປັນໄປຕາມທີ່ວາງແຜນ. ອູ່ສ້ອມລົດຟຽວໄດ້ຈະເລີນກ້າວໜ້າຫລາຍ ຈົນວ່າລາວໄດ້ຍ້າຍໄປຫາສະຖານທີ່ອື່ນທີ່ຖາວອນ—ສິ່ງນີ້ເປັນໄປໄດ້ເພາະອ້າຍນ້ອງໃນກຸ່ມໂຄຣຳ ໄດ້ຊ່ອຍເຫລືອຢ່າງທັນການ.”8
ແນ່ນອນ, ດັ່ງທີ່ໄດ້ກ່າວຕະຫລອດໂດຍສາດສະດາເປັນເວລາຫລາຍປີ ທີ່ວ່າ, “ສິ່ງສຳຄັນທີ່ສຸດຂອງວຽກງານຂອງພຣະຜູ້ເປັນເຈົ້າທີ່ຈະເຮັດ ແມ່ນຢູ່ພາຍໃນເຮືອນຂອງທ່ານເອງ.”9 ເຮົາມີຫລາຍສິ່ງທີ່ຈະເຮັດເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ການແຕ່ງງານໃນສັງຄົມທີ່ນັບຖືວ່າການແຕ່ງງານບໍ່ສຳຄັນ ແລະ ປະຕິເສດຈຸດປະສົງຂອງມັນ. ເຮົາມີຫລາຍສິ່ງທີ່ຈະເຮັດ ເພື່ອສອນລູກໆຂອງເຮົາໃຫ້ອະທິຖານ, ແລະ ເດີນໄປຢ່າງຊື່ຕົງຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ (ເບິ່ງ D&C 68:28). ວຽກງານຂອງເຮົາແມ່ນການຊ່ອຍເຫລືອລູກໆຂອງເຮົາໃຫ້ມີປະສົບການກັບການປ່ຽນແປງອັນໃຫຍ່ຫລວງໃນໃຈ ຫລື ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ ຊຶ່ງກ່າວໄວ້ຢູ່ໃນພຣະຄຳພີມໍມອນຢ່າງແຈ່ມແຈ້ງ (ເບິ່ງ ໂມໄຊຢາ 5:1–12; ແລະ ແອວມາ 26). ພ້ອມດ້ວຍສະມາຄົມສະຕີສົງເຄາະ, ກຸ່ມໂຄຣຳຖານະປະໂລຫິດສາມາດເສີມສ້າງພໍ່ແມ່ ແລະ ການແຕ່ງງານ, ແລະ ກຸ່ມໂຄຣຳຖານະປະໂລຫິດສາມາດຈັດຫາພອນຂອງຖານະປະໂລຫິດໃຫ້ຄອບຄົວທີ່ ພໍ່ ຫລື ແມ່ລ້ຽງລູກດ້ວຍຕົວຄົນດຽວນຳອີກ.
ແມ່ນແລ້ວ, ອ້າຍນ້ອງທັງຫລາຍ, ພວກເຮົາມີວຽກງານທີ່ຈະເຮັດ. ຂອບໃຈຫລາຍໆສຳລັບການເສຍສະລະ ແລະ ຄວາມດີທີ່ທ່ານໄດ້ເຮັດ. ຈົ່ງເຮັດຕໍ່ໄປ, ແລະ ພຣະຜູ້ເປັນເຈົ້າຈະຊ່ອຍເຫລືອທ່ານ. ບາງທີທ່ານອາດບໍ່ຮູ້ວ່າຈະເຮັດຫຍັງ ຫລື ຈະເວົ້າຫຍັງ—ພຽງແຕ່ໃຫ້ມຸ້ງໄປໜ້າ. ເລີ່ມຕົ້ນເຮັດ, ແລະ ພຣະຜູ້ເປັນເຈົ້າ ຈະເຮັດໃຫ້ທ່ານແນ່ໃຈວ່າ ປະຕູທີ່ເປັນປະໂຫຍດຈະເປີດສຳລັບທ່ານ (ເບິ່ງ D&C 118:3). ເລີ່ມຕົ້ນເວົ້າ, ແລະ ພຣະອົງສັນຍາວ່າ ເຮົາຈະບໍ່ຖືກເຮັດໃຫ້ຈຳນົນຢູ່ຕໍ່ໜ້າມະນຸດ; ເພາະມັນຈະຖືກມອບໃຫ້ເຮົາໃນຊົ່ວໂມງນັ້ນເອງ, ແທ້ຈິງແລ້ວ, ໃນເວລານັ້ນເອງ, ສິ່ງທີ່ເຮົາຈະກ່າວ (ເບິ່ງ D&C 100:5–6). ເປັນຄວາມຈິງທີ່ວ່າ ໃນຫລາຍວິທີທາງເຮົາກໍເປັນຄົນທຳມະດາ ແລະ ຂາດຕົກບົກພ່ອງ, ແຕ່ເຮົາມີພຣະອາຈານທີ່ດີພ້ອມ ທຸກຢ່າງ ຜູ້ໄດ້ທຳການຊົດໃຊ້ທີ່ບໍລິບູນ, ແລະ ເຮົາໄດ້ເອີ້ນຫາພຣະຄຸນ ແລະ ຖານະປະໂລຫິດຂອງພຣະອົງ. ເມື່ອເຮົາກັບໃຈ ແລະ ຊຳລະລ້າງຈິດວິນຍານຂອງເຮົາ, ເຮົາຖືກສັນຍາວ່າ ເຮົາຈະໄດ້ຮັບການສິດສອນ ແລະ ຮັບອຳນາດຈາກເບື້ອງບົນ (ເບິ່ງ D&C 43:16).
ສາດສະໜາຈັກ ແລະ ໂລກ ແລະ ຜູ້ຍິງ ພວມເອີ້ນຫາຜູ້ຊາຍ, ຜູ້ຊາຍທີ່ພັດທະນາຄວາມສາມາດ ແລະ ພອນສະຫວັນ, ຜູ້ເຕັມໃຈທີ່ຈະອອກແຮງ ແລະ ເສຍສະລະ, ຜູ້ຈະຊ່ອຍເຫລືອຄົນອື່ນໃຫ້ບັນລຸເຖິງຄວາມສຸກ ແລະ ຄວາມລອດ. ເຂົາເຈົ້າຮ້ອງໂຮວ່າ, “ຈົ່ງລຸກຂຶ້ນ ໂອ້, ບຸລຸດຂອງພຣະເຈົ້າ!”10 ຂໍໃຫ້ພຣະເຈົ້າຈົ່ງຊ່ອຍເຫລືອເຮົາໃຫ້ເຮັດສິ່ງນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.