ການກາຍເປັນສານຸສິດທີ່ແທ້ຈິງ
ຂະນະທີ່ເຮົາເຊື່ອຟັງພຣະບັນຍັດຂອງພຣະອົງ ແລະ ຮັບໃຊ້ເພື່ອນມະນຸດຂອງເຮົາ, ເຮົາຈະກາຍເປັນສານຸສິດທີ່ດີຂຶ້ນຂອງພຣະເຢຊູຄຣິດ.
ພວກເຮົາທີ່ໄດ້ເຂົ້າສູ່ນ້ຳແຫ່ງການບັບຕິສະມາ ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດແລ້ວ ກໍໄດ້ເຮັດພັນທະສັນຍາວ່າ ເຮົາເຕັມໃຈຮັບພຣະນາມຂອງພຣະເຢຊູຄຣິດ, ຫລື ອີກໃນຄຳໜຶ່ງວ່າ, ເຮົາປະກາດວ່າເຮົາເປັນສານຸສິດຂອງພຣະຜູ້ເປັນເຈົ້າ. ເຮົາຕໍ່ພັນທະສັນຍານັ້ນ ແຕ່ລະອາທິດ ເມື່ອເຮົາຮັບສ່ວນສິນລະລຶກ, ແລະ ເຮົາສະແດງການເປັນສານຸສິດນັ້ນ ໂດຍວິທີທີ່ເຮົາດຳລົງຊີວິດຂອງເຮົາ. ການເປັນສານຸສິດດັ່ງກ່າວ ຖືກສະແດງໃຫ້ເຫັນຢ່າງສວຍງາມໃນເຫດການທີ່ເກີດຂຶ້ນເມື່ອບໍ່ດົນມານີ້ໃນປະເທດແມັກຊີໂກ.
ມັນເປັນລະດູໃບໄມ້ປົ່ງທີ່ສວຍງາມສຳລັບຊຸມຊົນທີ່ປູກຜົນລະໄມ້ໃນເຂດເໜືອຂອງປະເທດແມັກຊີໂກ. ຕົ້ນຜົນລະໄມ້ໄດ້ເຕັມໄປດ້ວຍດອກ, ແລະ ໄດ້ມີຄວາມຄາດຫວັງສູງສຳລັບການເກັບກ່ຽວຢ່າງຫລວງຫລາຍ. ໄດ້ມີການວາງແຜນທີ່ຈະຊຳລະເງິນກູ້, ຊື້ເຄື່ອງຈັກໃໝ່ທີ່ຈຳເປັນມາແທນເຄື່ອງເກົ່າ ແລະ ໄຮ່ທີ່ເກົ່າແກ່, ແລະ ຈ່າຍຄ່າພັນທະທີ່ຈຳເປັນສ່ວນຕົວ ດັ່ງເຊັ່ນຈ່າຍຄ່າໂຮງຮຽນໃຫ້ສະມາຊິກໃນຄອບຄົວ. ແມ່ນແຕ່ໄດ້ມີການວາງແຜນໄປທ່ຽວພັກຜ່ອນກັນເປັນຄອບຄົວ. ໄດ້ມີທ່າທີການມອງໂລກໃນແງ່ດີທົ່ວໄປ. ແຕ່ແລ້ວ, ໃນຕອນບ່າຍວັນຈັນ ໃນທ້າຍເດືອນມິນາ, ໄດ້ມີພະຍຸຂອງລະດູໜາວເກີດຂຶ້ນ, ແລະ ຫິມະໄດ້ເລີ່ມຕົກລົງມາ. ຫິມະໄດ້ຕົກຈົນຮອດສາມໂມງເຊົ້າ. ແລ້ວ, ເມື່ອເມກກະຈາຍອອກໄປ, ອຸນຫະພູມໄດ້ເຢັນລົງຢ່າງໄວ. ຕະຫລອດທັງຄືນ ແລະ ຕອນເຊົ້າໆ, ໄດ້ມີຄວາມພະຍາຍາມຢ່າງໃຫຍ່ ທີ່ຈະຮັກສາສ່ວນໜຶ່ງຂອງຜົນລະໄມ້ນັ້ນໄວ້. ມັນບໍ່ໄດ້ເກີດຜົນປະໂຫຍດອັນໃດ. ອາກາດໜາວຫລາຍໂພດ, ແລະ ຜົນລະປູກນັ້ນເຢັນເປັນນ້ຳແຂງໄປໝົດ. ຈະບໍ່ມີຜົນລະໄມ້ໃຫ້ເກັບກ່ຽວ ແລະ ຂາຍໃນປີນີ້. ວັນອັງຄານໄດ້ຮຸ່ງຂຶ້ນ ດ້ວຍຄວາມສູນເສຍທີ່ໜ້າໂສກເສົ້າເສຍໃຈຕໍ່ແຜນການ, ຄວາມຄາດຫວັງ, ແລະ ຄວາມຝັນອັນປະເສີດຂອງວັນ ທີ່ຜ່ານມານັ້ນເອງ.
ຂ້າພະເຈົ້າໄດ້ຮັບສານອີເມວກ່ຽວກັບຕອນເຊົ້າທີ່ບໍ່ດີຂອງວັນອັງຄານນັ້ນຈາກ ແຊນດຣາ ແຮັຈ, ພັນລະຍາຂອງ ຈອນ ແຮັຈ, ທີ່ປຶກສາທີໜຶ່ງໃນຝ່າຍປະທານພຣະວິຫານໂຄໂລນເຍຍ ຮວາເຣສ ຈີວາວາ. ຂ້າພະເຈົ້າຂໍອ້າງເຖິງພາກສ່ວນຂອງອີເມວນັ້ນວ່າ: “ອ້າຍຈອນໄດ້ລຸກແຕ່ເຊົ້າປະມານ 6 ໂມງເຄິ່ງ—ເພື່ອຂຶ້ນໄປທີ່ພຣະວິຫານ ເພື່ອກວດເບິ່ງວ່າພວກເຮົາຄວນຍົກເລີກພິທີພຣະວິຫານພາກເຊົ້າຫລືບໍ່. ລາວໄດ້ກັບມາບອກວ່າ ບ່ອນຈອດລົດ ແລະ ຖະໜົນບໍ່ມີຫິມະ, ສະນັ້ນພວກເຮົາຈຶ່ງໄດ້ຕັດສິນໃຈດຳເນີນຕໍ່ໄປ. ພວກເຮົາໄດ້ຄິດວ່າ ບາງທີຄົນງານທີ່ບໍ່ມີໄຮ່ຈະມາ, ແລະ ພວກເຮົາຈະໃຫ້ຄົນງານທຸກຄົນເຂົ້າຮ່ວມໃນພິທີ. ... ໜ້າດົນໃຈຫລາຍທີ່ໄດ້ເຫັນບັນດາຜູ້ຊາຍເຂົ້າມາ, ຕິດຕາມກັນ. ເຂົາເຈົ້າໄດ້ມາທີ່ນັ້ນ, ຫລັງຈາກບໍ່ໄດ້ຫລັບໄດ້ນອນເລີຍ, ແລະ ຄິດວ່າຜົນລະປູກຂອງເຂົາເຈົ້າເສຍຫາຍໄປໝົດ. ... ຂ້າພະເຈົ້າໄດ້ສັງເກດເບິ່ງເຂົາເຈົ້າໃນລະຫວ່າງການປະຊຸມຕຽມຕົວ, ແລະ ເຂົາເຈົ້າໄດ້ພະຍາຍາມທີ່ຈະບໍ່ເຫງົານອນ. ແຕ່ແທນທີ່ຈະມີຂໍ້ແກ້ຕົວ ບໍ່ມາພຣະວິຫານ, ເຂົາເຈົ້າໄດ້ມາທີ່ນັ້ນ. ໄດ້ມີ 38 ຄົນໃນພາກພິທີນັ້ນ (ເຕັມຫ້ອງໝົດເລີຍ)! ນັ້ນເປັນເຊົ້າ ທີ່ໜ້າເບີກບານສຳລັບພວກເຮົາ, ແລະ ພວກເຮົາໄດ້ຂອບພຣະໄທພຣະບິດາເທີງສະຫວັນສຳລັບຜູ້ຄົນດີໆ ທີ່ເຮັດໜ້າທີ່ມອບໝາຍຂອງເຂົາເຈົ້າ, ບໍ່ວ່າຈະເກີດອັນໃດຂຶ້ນກໍຕາມ. ຂ້າພະເຈົ້າໄດ້ຮູ້ສຶກເຖິງພຣະວິນຍານພິເສດໃນເຊົ້າມື້ນີ້. ຂ້າພະເຈົ້າແນ່ໃຈວ່າພຣະອົງພໍພຣະໄທທີ່ໄດ້ຮູ້ວ່າພວກເຮົາຮັກບ້ານຂອງພຣະອົງ ແລະ ໄດ້ຮູ້ສຶກວ່າ ນັ້ນເປັນບ່ອນທີ່ດີທີ່ຈະໄປໃນຕອນເຊົ້າທີ່ຍາກລຳບາກຫລາຍດັ່ງນັ້ນ.”
ເລື່ອງລາວບໍ່ໄດ້ຈົບລົງເທົ່ານີ້ ແລະ ຕາມຈິງແລ້ວ ມັນຍັງເປັນຢູ່ໃນທຸກວັນນີ້.
ຄົນສ່ວນຫລາຍທີ່ໄດ້ສູນເສຍຜົນລະໄມ້ຂອງເຂົາເຈົ້າກໍໄດ້ມີທີ່ດິນເຫລືອຢູ່ບ່ອນທີ່ເຂົາເຈົ້າສາມາດປູກພືດພັນຢ່າງອື່ນສຳລັບລະດູນັ້ນ, ດັ່ງໝາກເຜັດ ຫລື ໝາກຖົ່ວ. ຜົນລະປູກເຫລົ່ານີ້ສາມາດໃຫ້ມີລາຍໄດ້ສ່ວນນ້ອຍ, ທີ່ພໍຈະຊ່ອຍໃຫ້ຢູ່ລອດໄດ້ຈົນໄດ້ຮັບຜົນລະປູກໃນປີຕໍ່ໄປ. ເຖິງຢ່າງໃດກໍຕາມ, ໄດ້ມີອ້າຍນ້ອງທີ່ດີຄົນໜຶ່ງທີ່ມີຄອບຄົວທີ່ລູກຍັງນ້ອຍຢູ່ ຜູ້ທີ່ບໍ່ມີທີ່ດິນເພີ່ມ ແລະ ຈະໄດ້ປະເຊີນໜ້າກັບປີທີ່ຈະບໍ່ມີລາຍໄດ້ເລີຍ. ຄົນອື່ນໃນຊຸມຊົນໄດ້ເຫັນສະພາບທີ່ໂສກເສົ້າຂອງອ້າຍນ້ອງຄົນນີ້ ແລະ ໄດ້ຕັດສິນໃຈເອົາເອງ ແລະ ໄດ້ບໍລິຈາກເງິນເພື່ອຊ່ອຍເຫລືອ, ໄດ້ພາກັນຫາທີ່ດິນ, ໃຊ້ເຄື່ອງມືຂອງເຂົາເຈົ້າເອງຕຽມທີ່ດິນ ແລະ ເອົາເບ້ຍໝາກເຜັດໃຫ້ລາວປູກ.
ຂ້າພະເຈົ້າຮູ້ຈັກຜູ້ຊາຍທີ່ຂ້າພະເຈົ້າໄດ້ກ່າວເຖິງ. ໂດຍທີ່ຮູ້ຈັກເຂົາເຈົ້າ ຂ້າພະເຈົ້າກໍບໍ່ໄດ້ປະຫລາດໃຈເລີຍໃນສິ່ງທີ່ເຂົາເຈົ້າໄດ້ເຮັດລົງໄປ. ແຕ່ຄົນທີ່ບໍ່ຮູ້ຈັກເຂົາເຈົ້າອາດຈະຖາມຄຳຖາມສອງຂໍ້, ທັງສອງຈະເລີ່ມດ້ວຍຄຳທີ່ວ່າ ເພາະເຫດໃດ. ເພາະເຫດໃດເຂົາເຈົ້າຈຶ່ງຈະມາພຣະວິຫານ ເພື່ອເຮັດໜ້າທີ່ຂອງເຂົາເຈົ້າ ແລະ ຮັບໃຊ້ຫລັງຈາກບໍ່ໄດ້ນອນໝົດທັງຄືນ, ພຽງແຕ່ໄດ້ຮູ້ວ່າເຂົາເຈົ້າໄດ້ສູນເສຍລາຍໄດ້ສ່ວນໃຫຍ່ຂອງເຂົາເຈົ້າໄປໝົດທັງປີ? ເພາະເຫດໃດເຂົາເຈົ້າຈຶ່ງໃຊ້ຊັບພະຍາກອນທີ່ຂາດແຄນ ແລະ ລ້ຳຄ່າຫລາຍ ເພື່ອຊ່ອຍຄົນອື່ນທີ່ມີຄວາມຂັດສົນຫລາຍ ເມື່ອຕົວເຂົາເຈົ້າເອງກໍໄດ້ຢູ່ໃນສະພາບທີ່ຂັດສົນທາງການເງິນຫລາຍຄືກັນ?
ຖ້າທ່ານເຂົ້າໃຈວ່າການເປັນສານຸສິດຂອງພຣະເຢຊູຄຣິດນັ້ນມີຄວາມໝາຍຫຍັງແດ່, ແລ້ວທ່ານຈະຮູ້ຄຳຕອບຕໍ່ຄຳຖາມສອງຂໍ້ເຫລົ່ານີ້.
ການເຮັດພັນທະສັນຍາທີ່ຈະເປັນສານຸສິດຂອງພຣະຄຣິດ ຄືການເລີ່ມຕົ້ນໃນການເດີນທາງຂອງຊີວິດ, ແລະ ເສັ້ນທາງນັ້ນຈະບໍ່ງ່າຍສະເໝີໄປ. ເມື່ອເຮົາກັບໃຈຈາກບາບຂອງເຮົາ ແລະ ພະຍາຍາມທີ່ຈະເຮັດສິ່ງທີ່ພຣະອົງປະສົງໃຫ້ເຮົາເຮັດ ແລະ ຮັບໃຊ້ເພື່ອນມະນຸດຂອງເຮົາ ເໝືອນ ດັ່ງທີ່ຣະອົງຈະຮັບໃຊ້ເຂົາເຈົ້າ, ແນ່ນອນວ່າເຮົາຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ການກາຍເປັນເໝືອນດັ່ງພຣະອົງ ແລະ ການເປັນໜຶ່ງກັບພຣະອົງ ຄືເປົ້າໝາຍ ແລະ ຈຸດປະສົງທີ່ຍິ່ງໃຫຍ່ສຸດ—ແລະ ແທ້ໆແລ້ວ ນີ້ເປັນຄວາມໝາຍຂອງການເປັນສານຸສິດທີ່ແທ້ຈິງ.
ເມື່ອພຣະອົງໄດ້ມາຢ້ຽມຢາມທະວີບອາເມຣິກາ ພຣະຜູ້ຊ່ອຍໃຫ້ລອດໄດ້ຖາມສານຸສິດຂອງພຣະອົງວ່າ, “ສະນັ້ນ ເຈົ້າຄວນເປັນຄົນແນວໃດ?” ແລະ ແລ້ວໃນການຕອບຄຳຖາມຂອງພຣະອົງເອງ, ພຣະອົງໄດ້ກ່າວວ່າ, “ເຮົາກ່າວກັບເຈົ້າຕາມຈິງວ່າ, ຄືກັນກັບທີ່ເຮົາເປັນ” (3 ນີໄຟ 27:27).
ການກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດບໍ່ເປັນເລື່ອງງ່າຍ, ໂດຍສະເພາະໃນໂລກທີ່ເຮົາອາໄສຢູ່. ພວກເຮົາປະເຊີນອຸບປະສັກ ແລະ ຄວາມຍາກລຳບາກເກືອບທຸກໆມື້ໃນຊີວິດຂອງເຮົາ. ສິ່ງນີ້ກໍມີເຫດຜົນຂອງມັນ, ແລະ ມັນເປັນຈຸດປະສົງຕົ້ນຕໍຂອງຄວາມເປັນມະຕະ. ດັ່ງທີ່ເຮົາໄດ້ ອ່ານຢູ່ໃນ Abraham 3:25 ວ່າ, ແລະ ພຣະອົງຈະພິສຸດເຮົາທີ່ນີ້, ເພື່ອຈະເຫັນຖ້າຫາກວ່າ ເຮົາຈະເຮັດທຸກສິ່ງ ບໍ່ວ່າສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຮົາຈະບັນຊາເຮົາຫລືບໍ່.
ການທົດສອບ ຫລື ການທົດລອງເຫລົ່ານີ້ແຕກຕ່າງກັນໃນສະພາບການ ແລະ ຄວາມຮຸນແຮງ. ແຕ່ບໍ່ມີຄົນໃດຈະຈາກໂລກມະຕະນີ້ໄປໂດຍບໍ່ໄດ້ຜ່ານຜ່າມັນ. ສ່ວນຫລາຍແລ້ວ, ເຮົາຈະເຫັນການທົດລອງນີ້ ເປັນດັ່ງການສູນເສຍຜົນລະປູກ ຫລື ວຽກງານ, ການຕາຍຂອງຄົນທີ່ເຮົາຮັກ, ຄວາມເຈັບປ່ວຍ, ຄວາມບໍ່ສາມາດຈະດຳລົງຊີວິດຢ່າງປົກກະຕິທາງຮ່າງກາຍ, ທາງຈິດໃຈ ຫລື ທາງອາລົມ, ຄວາມຍາກຈົນ, ຫລື ການສູນເສຍໝູ່ເພື່ອນ. ເຖິງຢ່າງໃດກໍຕາມ, ແມ່ນແຕ່ຄວາມສຳເລັດທີ່ປະກົດວ່າ ເປັນຈຸດປະສົງທີ່ມີຄຸນຄ່າ ກໍສາມາດນຳອັນຕະລາຍຂອງຄວາມຈອງຫອງທີ່ບໍ່ຊ່ອຍຫຍັງຂອງມັນເອງມາ, ຈົນວ່າເຮົາຕ້ອງການກຽດຕິຍົດຂອງມະນຸດ ຫລາຍກວ່າຄວາມເຫັນຊອບຂອງສະຫວັນ. ສິ່ງເຫລົ່ານີ້ອາດຮ່ວມທັງຊື່ສຽງອັນໂດ່ງດັງ, ການຮັບຮູ້ຂອງມວນຊົນ, ຄວາມສາມາດທາງຮ່າງກາຍ, ພອນສະຫວັນທາງສິນລະປະ ຫລື ທາງກິລາ, ຄວາມຮັ່ງມີ, ແລະ ຄວາມລ້ຳລວຍ. ກ່ຽວກັບການທົດລອງເຫລົ່ານີ້, ເຮົາບາງຄົນອາດມີຄວາມຮູ້ສຶກທີ່ຄ້າຍຄືກັນທີ່ ແທັບວີ ໄດ້ສະແດງອອກໃນເລື່ອງ Fiddler on the Roof ວ່າ: “ຖ້າຫາກຄວາມລ້ຳລວຍເປັນການສາບແຊ່ງ, ຂໍໃຫ້ [ພຣະເຈົ້າ] ຈົ່ງລົງໂທດຂ້າພະອົງດ້ວຍມັນເຖີດ. ແລະ ຂໍຢ່າໃຫ້ຂ້າພະອົງຄືນດີເລີຍເຖີດ!”1
ແຕ່ການທົດລອງສຸດທ້າຍເຫລົ່ານີ້ອາດເປັນທີ່ໜ້າຢ້ານກົວ ແລະ ອັນຕະລາຍຫລາຍກວ່າ ແລະ ຈະເອົາຊະນະໄດ້ຢາກກວ່າການທົດລອງກ່ອນນັ້ນ. ການເປັນສານຸສິດຂອງເຮົາຈະຖືກພັດທະນາ ແລະ ພິສູດບໍ່ແມ່ນໂດຍປະເພດຂອງການທົດລອງທີ່ເຮົາປະເຊີນຢູ່ ແຕ່ຜ່ານວິທີທີ່ເຮົາອົດທົນຕໍ່ມັນແນວໃດ. ດັ່ງທີ່ເຮົາໄດ້ຮັບການສິດສອນຈາກປະທານເຮັນຣີ ບີ ໄອຣິງ ວ່າ: “ສະນັ້ນ, ການທົດສອບທີ່ຍິ່ງໃຫຍ່ຂອງຊີວິດຄືທີ່ຈະເຫັນຖ້າວ່າເຮົາຈະເຮັດຕາມ ແລະ ເຊື່ອຟັງພຣະບັນຍັດຂອງພຣະເຈົ້າຫລືບໍ່ ໃນທ່າມກາງຄວາມຍາກລຳບາກຂອງຊີວິດ. ການທົດສອບບໍ່ແມ່ນທີ່ຈະອົດທົນຕໍ່ຄວາມຍາກລຳບາກເທົ່ານັ້ນ, ແຕ່ທີ່ຈະເລືອກສິ່ງດີຂະນະທີ່ມັນເກີດຂຶ້ນນຳອີກ. ແລະ ຄວາມໂສກເສົ້າຂອງຊີວິດ ຄືທີ່ຈະລົ້ມເຫລວໃນການທົດສອບນັ້ນ ແລະ ບໍ່ມີສິດທີ່ຈະໄດ້ກັບຄືນດ້ວຍລັດສະໝີພາບໄປສູ່ບ້ານແຫ່ງສະຫວັນຂອງເຮົາ” (“Spiritual Preparedness: Start Early and Be Steady,” Liahona, Nov. 2005, 38).
ຂ້າພະເຈົ້າເປັນພໍ່ຕູ້ທີ່ພາກພູມໃຈຂອງຫລານໆ 23 ຄົນ. ພວກເຂົາເຮັດໃຫ້ຂ້າພະເຈົ້າປະຫລາດໃຈຕະຫລອດ ດ້ວຍຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງນິລັນດອນ, ແມ່ນແຕ່ໃນໄວທີ່ໜຸ່ມນ້ອຍຂອງພວກເຂົາ. ຂະນະທີ່ຂ້າພະເຈົ້າກະຕຽມສຳລັບຄຳປາໄສນີ້, ຂ້າພະເຈົ້າໄດ້ຂໍໃຫ້ພວກເຂົາແຕ່ລະຄົນສົ່ງຄວາມໝາຍສັ້ນໆຂອງພວກເຂົາ ວ່າການເປັນສານຸສິດ ຫລື ເປັນຜູ້ຕິດຕາມຂອງພຣະເຢຊູຄຣິດມີຄວາມໝາຍແນວໃດຕໍ່ພວກເຂົາ. ຂ້າພະເຈົ້າໄດ້ຮັບຄຳຕອບທີ່ດີຈາກທຸກຄົນ. ແຕ່ຂ້າພະເຈົ້າຢາກແບ່ງປັນຄຳຕອບຈາກທ້າວເບັນຈາມິນ ອາຍຸແປດປີວ່າ: “ການເປັນສານຸສິດຂອງພຣະເຢຊູຄຣິດ ຄືການເປັນຜູ້ສອນສາດສະໜາ. ມັນໝາຍຄວາມວ່າ ຈະຮັບໃຊ້ຄົນອື່ນ. ມັນໝາຍຄວາມວ່າເຮົາອ່ານພຣະຄຳພີ ແລະ ກ່າວຄຳອະທິຖານ. ມັນໝາຍຄວາມວ່າ ເຮົາຮັກສາວັນຊະບາໂຕໃຫ້ສັກສິດ. ມັນໝາຍຄວາມວ່າເຮົາຮັບຟັງການກະຕຸ້ນເຕືອນຂອງພຣະວິນຍານບໍລິສຸດ. ມັນໝາຍຄວາມວ່າ ການໄປໂບດ ແລະ ໄປພຣະວິຫານ.”
ຂ້າພະເຈົ້າເຫັນດ້ວຍກັບທ້າວເບັນຈາມິນ. ການເປັນສານຸສິດຄືສິ່ງທີ່ເຮົາເຮັດ ແລະ ສິ່ງທີ່ເຮົາກຳລັງຈະກາຍເປັນ. ຂະນະທີ່ເຮົາເຊື່ອຟັງພຣະບັນຍັດຂອງພຣະອົງ ແລະ ຮັບໃຊ້ເພື່ອນມະນຸດຂອງເຮົາ, ເຮົາຈະກາຍເປັນສານຸສິດທີ່ດີຂຶ້ນຂອງພຣະເຢຊູຄຣິດ. ການເຊື່ອຟັງ ແລະ ການຍອມຮັບຕໍ່ພຣະປະສົງຂອງພຣະອົງຈະນຳຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດມາສູ່, ພ້ອມທັງພອນແຫ່ງຄວາມສັນຕິສຸກ, ຄວາມປິຕິຍິນດີ, ແລະ ຄວາມປອດໄພທີ່ມາເປັນຄູ່ກັບສະມາຊິກອົງທີສາມຂອງຝ່າຍພຣະເຈົ້າສະເໝີ. ແລະ ພອນເຫລົ່ານັ້ນຈະມາຜ່ານທາງອື່ນບໍ່ໄດ້. ໃນທີ່ສຸດ, ໂດຍການຍອມຮັບຢ່າງເຕັມທີ່ຕໍ່ພຣະປະສົງຂອງພຣະອົງນັ້ນເອງ ທີ່ຈະຊ່ອຍເຮົາໃຫ້ກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດ. ອີກເທື່ອໜຶ່ງ, ການກາຍເປັນເໝືອນດັ່ງພຣະອົງ ແລະ ການເປັນໜຶ່ງກັບພຣະອົງ ຄືເປົ້າໝາຍ ແລະ ຈຸດປະສົງທີ່ຍິ່ງໃຫຍ່ສຸດ—ແລະ ໃນທີ່ສຸດ ນີ້ຄືຄວາມໝາຍຂອງການເປັນສານຸສິດທີ່ແທ້ຈິງ.
ການເປັນສານຸສິດ ຄືສິ່ງທີ່ຂ້າພະເຈົ້າໄດ້ເຫັນຖືກປະຕິບັດຢູ່ໃນພຣະວິຫານ ໂຄໂລເຍຍ ຮວາເຣສ ແລະ ໃນໄຮ່ສວນຢູ່ໃກ້ໆນັ້ນ ເມື່ອອ້າຍເອື້ອຍນ້ອງຈາກສາດສະໜາຈັກ ໄດ້ຢືນຢັນອີກເທື່ອໜຶ່່ງ ເຖິງຄຳໝັ້ນສັນຍາທີ່ເຂົາເຈົ້າມີຕໍ່ພຣະເຈົ້າ ແລະ ຕໍ່ກັນແລະກັນ ເຖິງແມ່ນໃນເວລາທີ່ແສນຍາກລຳບາກທີ່ສຸດ.
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາຮັກສາພຣະບັນຍັດຂອງພຣະອົງ, ຮັບໃຊ້ຄົນອື່ນ, ແລະ ຍອມຮັບພຣະປະສົງຂອງພຣະອົງ, ແນ່ນອນວ່າ, ເຮົາຈະກາຍເປັນສານຸສິດທີ່ແທ້ຈິງຂອງພຣະອົງ. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.