ຂໍຕ້ອນຮັບສູ່ກອງປະຊຸມ
ຂໍໃຫ້ເຮົາຈົ່ງຕັ້ງໃຈຟັງຂ່າວສານ ..., ເພື່ອວ່າເຮົາຈະຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມຮູ້ເພີ່ມເຕີມ ດັ່ງທີ່ພຣະອົງປະສົງສຳລັບເຮົາ.
ຕາມທີ່ຂ້າພະເຈົ້າສາມາດຫລຽວເຫັນ, ຕັ່ງນັ່ງທຸກບ່ອນກໍເຕັມໝົດ—ຍົກເວັ້ນແຕ່ສອງສາມບ່ອນຢູ່ຂ້າງຫລັງ. ແຕ່ບໍ່ດົນຄົງຈະເຕັມ. ຕັ່ງເປົ່າເຫລົ່ານັ້ນກໍພໍດີເລີຍສຳລັບຄົນທີ່ມາຊ້າເພາະລົດຕິດ, ເພື່ອຈະໄດ້ມີບ່ອນນັ່ງຕອນເຂົາເຈົ້າມາເຖິງ.
ມື້ນີ້ເປັນມື້ທີ່ດີເລີດ—ເປັນມື້ມາປະຊຸມ. ເຮົາໄດ້ຍິນສຽງເພງທີ່ດີເດັ່ນຈາກກຸ່ມນັກຮ້ອງ. ທຸກເທື່ອທີ່ຂ້າພະເຈົ້າໄດ້ຍິນກຸ່ມນັກຮ້ອງຮ້ອງເພງ ຫລື ໄດ້ຍິນສຽງປີອາໂນ, ຂ້າພະເຈົ້າໄດ້ຄິດກ່ຽວກັບແມ່ຂອງຂ້າພະເຈົ້າ, ຜູ້ໄດ້ເວົ້າວ່າ, “ແມ່ມັກສຽງໂຫ່ຮ້ອງທຸກເທື່ອທີ່ລູກໄດ້ຮັບ, ປະລິນຍາທຸກໃບທີ່ລູກມີ, ແລະ ວຽກງານທຸກຢ່າງທີ່ລູກໄດ້ເຮັດສຳເລັດ. ສິ່ງດຽວທີ່ແມ່ກິນແໜງຄື ລູກບໍ່ໄດ້ຫລິ້ນປີອາໂນຕໍ່ໄປ.” ຂອບໃຈຫລາຍໆ, ແມ່. ລູກເສຍດາຍທີ່ບໍ່ໄດ້ຫລິ້ນຕໍ່ໄປ.
ຂ້າພະເຈົ້າຍິນດີຫລາຍ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ທີ່ຈະໄດ້ຕ້ອນຮັບທ່ານສູ່ກອງປະຊຸມໃຫຍ່ປະຈຳເຄິ່ງປີ ຄັ້ງທີ 182 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ນັບແຕ່ພວກເຮົາໄດ້ພົບກັນຫົກເດືອນຜ່ານມາ, ພຣະວິຫານສາມແຫ່ງໄດ້ຖືກອຸທິດ, ແລະ ພຣະວິຫານອີກແຫ່ງໜຶ່ງໄດ້ຖືກອຸທິດຄືນໃໝ່. ໃນເດືອນພຶດສະພາ ຂ້າພະເຈົ້າໄດ້ມີໂອກາດໄປອຸທິດພຣະວິຫານ ແຄນຊັສ ຊີທີ ມີເຊີຣີ ທີ່ສວຍງາມ ແລະ ໄດ້ໄປຮ່ວມການສະແດງວັດທະນະທຳທີ່ກ່ຽວພັນກັບພຣະວິຫານນັ້ນ. ຂ້າພະເຈົ້າຈະກ່າວເຖິງການສະແດງດັ່ງກ່າວຕື່ມອີກໃນຄຳປາໄສຂອງຂ້າພະເຈົ້າໃນມື້ອື່ນເຊົ້າ.
ໃນເດືອນມິຖຸນາ, ປະທານດີເດີ ແອັຟ ອຸກດອບ ໄດ້ອຸທິດພຣະວິຫານມານອສ, ບຣາຊິນ ທີ່ໄດ້ລໍຖ້າມາເປັນເວລາດົນນານ, ແລະ ໃນຕົ້ນເດືອນກັນຍາ, ປະທານເຮັນຣີ ບີ ໄອຣິງ ໄດ້ອຸທິດພຣະວິຫານບວຍໂນສ ແອຣິສ, ອາກຊັງຕິນ ທີ່ໄດ້ຖືກສ້ອມແປງຄືນໃໝ່ ຊຶ່ງເປັນພຣະວິຫານແຫ່ງທີ່ຂ້າພະເຈົ້າໄດ້ອຸທິດເມື່ອ 27 ປີກ່ອນ. ສອງອາທິດຜ່ານມານີ້, ປະທານບອຍ ເຄ ແພ໊ກເກີ ໄດ້ອຸທິດພຣະວິຫານບຣິກຳ ຊີທີ ທີ່ສະຫງ່າງາມໃນບ້ານເກີດຂອງເພິ່ນ.
ດັ່ງທີ່ຂ້າພະເຈົ້າໄດ້ກ່າວຜ່ານມາ, ບໍ່ມີອາຄານແຫ່ງໃດຂອງສາດສະໜາຈັກທີ່ສຳຄັນຫລາຍໄປກວ່າພຣະວິຫານ, ແລະ ເຮົາມີຄວາມຊື່ນຊົມຫລາຍທີ່ມີພຣະວິຫານ 139 ແຫ່ງ ເປີດບໍລິການຢູ່ຕະຫລອດທົ່ວໂລກ, ໂດຍມີ 27 ແຫ່ງຕື່ມອີກທີ່ໄດ້ປະກາດໃຫ້ຮູ້ ແລະ ພວມສ້າງຢູ່ຕອນນີ້. ເຮົາມີຄວາມກະຕັນຍູຫລາຍສຳລັບອາຄານທີ່ສັກສິດເຫລົ່ານີ້ ແລະ ພອນທີ່ມັນນຳມາສູ່ຊີວິດຂອງເຮົາ.
ເຊົ້າມື້ນີ້ຂ້າພະເຈົ້າຍິນດີທີ່ຈະປະກາດເຖິງການສ້າງພຣະວິຫານສອງແຫ່ງຕື່ມອີກ, ຊຶ່ງບໍ່ດົນນີ້ຈະຖືກສ້າງຂຶ້ນຢູ່ໃນສະຖານທີ່ດັ່ງຕໍ່ໄປນີ້: ໃນເມືອງທູສານ, ລັດອາຣິໂຊນາ, ແລະ ໃນເມືອງອາເຣກີປາ, ປະເທດເປຣູ. ລາຍລະອຽດກ່ຽວກັບພຣະວິຫານເຫລົ່ານີ້ຈະຖືກແຈ້ງບອກໃຫ້ຮູ້ໃນພາຍຫລັງ ເມື່ອໄດ້ຮັບການອະນຸມັດ ແລະ ຖືກຮັບຮູ້ເປັນທາງການ.
ອ້າຍເອື້ອຍນ້ອງທັງຫລາຍ, ບັດນີ້ ຂ້າພະເຈົ້າຈະກ່າວກ່ຽວກັບເລື່ອງໜຶ່ງອີກ—ຄືການຮັບໃຊ້ເຜີຍແຜ່.
ເປັນເວລາດົນນານແລ້ວທີ່ຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງໄດ້ອະນຸຍາດໃຫ້ຊາຍໜຸ່ມຈາກບາງປະເທດຮັບໃຊ້ຕອນເຂົາເຈົ້າເຖິງອາຍຸ 18 ປີ ຖ້າຫາກເຂົາເຈົ້າມີຄ່າຄວນ, ມີຄວາມສາມາດ, ໄດ້ຮຽນຈົບຂັ້ນອຸດົມ (high school), ແລະ ສະແດງຄວາມປາຖະໜາທີ່ຈະຮັບໃຊ້. ສິ່ງນີ້ອີງຕາມນະໂຍບາຍຂອງປະເທດ ແລະ ການອະນຸຍາດທີ່ໃຫ້ຊາຍໜຸ່ມຫລາຍພັນຄົນອອກໄປຮັບໃຊ້ເຜີຍແຜ່ຢ່າງເປັນກຽດ ແລະ ເຂົ້າຮ່ວມກອງທັບນຳອີກ ຕະຫລອດທັງໄດ້ຮັບໂອກາດສຶກສາຕື່ມອີກ.
ປະສົບການຂອງພວກເຮົານຳຜູ້ສອນສາດສະໜາອາຍຸ 18 ປີ ເຫລົ່ານັ້ນ ແມ່ນດີຫລາຍ. ປະທານເຜີຍແຜ່ຂອງເຂົາເຈົ້າໄດ້ລາຍງານວ່າ ເຂົາເຈົ້າເຊື່ອຟັງ, ຊື່ສັດ, ເປັນຜູ້ໃຫຍ່, ແລະ ຮັບໃຊ້ເທົ່າທຽມກັບຜູ້ສອນສາດສະໜາທີ່ມີອາຍຸສູງກວ່າເຂົາເຈົ້າ ຜູ້ຮັບໃຊ້ຢູ່ໃນເຂດເຜີຍແຜ່ດຽວກັນ. ຄວາມຊື່ສັດ, ຄວາມເຊື່ອຟັງ, ແລະ ຄວາມເປັນຜູ້ໃຫຍ່ຂອງເຂົາເຈົ້າ ໄດ້ເຮັດໃຫ້ພວກເຮົາມີຄວາມປາຖະໜາທີ່ຈະໃຫ້ຊາຍໜຸ່ມ ທຸກຄົນ ມີໂອກາດຮັບໃຊ້ໄວກວ່າເກົ່າ, ບໍ່ວ່າເຂົາເຈົ້າຈະອາໄສຢູ່ປະເທດໃດກໍຕາມ.
ຂ້າພະເຈົ້າຍິນດີທີ່ຈະປະກາດວ່າ ນັບແຕ່ເວລານີ້ເປັນຕົ້ນໄປ ຊາຍໜຸ່ມທີ່ມີຄ່າຄວນທຸກຄົນຜູ້ໄດ້ຮັບປະລິນຍາຈາກໂຮງຮຽນອຸດົມ (high school) ຫລື ໄດ້ຮັບໃບປະກາດສະນິຍະບັດລະດັບດຽວກັນນັ້ນ, ບໍ່ວ່າເຂົາເຈົ້າຈະອາໄສຢູ່ບ່ອນໃດກໍຕາມ, ສາມາດໄປຮັບໃຊ້ເຜີຍແຜ່ເມື່ອເຖິງອາຍຸ 18 ປີ, ແທນທີ່ຈະເປັນ 19 ປີ. ຂ້າພະເຈົ້າບໍ່ໄດ້ແນະນຳວ່າ ຊາຍໜຸ່ມທຸກຄົນຈະ—ຫລື ຄວນ—ຮັບໃຊ້ຕອນມີອາຍຸນ້ອຍ. ສິ່ງນີ້ສາມາດເລືອກເຮັດໄດ້ອີງຕາມສະພາບການຂອງບຸກຄົນ ແລະ ຕາມການພິຈາລະນາຂອງຜູ້ນຳຖານະປະໂລຫິດ.
ໃນຂະນະທີ່ພວກເຮົາໄດ້ໄຕ່ຕອງດ້ວຍການອະທິຖານກ່ຽວກັບອາຍຸຂອງຊາຍໜຸ່ມທີ່ຈະອອກໄປຮັບໃຊ້ເຜີຍແຜ່, ພວກເຮົາກໍໄດ້ພິຈາລະນາກ່ຽວກັບອາຍຸຂອງຍິງໜຸ່ມທີ່ຈະຮັບໃຊ້ນຳອີກ. ມື້ນີ້ຂ້າພະເຈົ້າກໍຍິນດີທີ່ຈະປະກາດວ່າ ຍິງໜຸ່ມທີ່ສາມາດ, ທີ່ມີຄ່າຄວນທຸກຄົນ ຜູ້ປາຖະໜາທີ່ຈະຮັບໃຊ້ ຈະສາມາດໄປຮັບໃຊ້ເມື່ອເຖິງອາຍຸ 19 ປີ, ແທນທີ່ຈະເປັນ 21 ປີ.
ພວກເຮົາຂໍຢືນຢັນວ່າ ວຽກງານເຜີຍແຜ່ເປັນໜ້າທີ່ຂອງຖານະປະໂລຫິດ—ແລະ ພວກເຮົາຂໍຊຸກຍູ້ຊາຍໜຸ່ມທຸກຄົນ ຜູ້ມີຄ່າຄວນ ແລະ ຜູ້ມີຄວາມສາມາດທາງຮ່າງກາຍ ແລະ ຈິດໃຈ ໃຫ້ຕອບຮັບເອົາການເອີ້ນ ທີ່ຈະຮັບໃຊ້. ຍິງໜຸ່ມຫລາຍຄົນກໍຮັບໃຊ້ຄືກັນ, ແຕ່ເຂົາເຈົ້າບໍ່ໄດ້ຢູ່ໃຕ້ພັນທະໃຫ້ຮັບໃຊ້ຄືກັນກັບຊາຍໜຸ່ມ. ເຖິງຢ່າງໃດກໍຕາມ, ພວກເຮົາຂໍໃຫ້ຍິງໜຸ່ມໝັ້ນໃຈໄດ້ວ່າ ເຂົາເຈົ້າກໍຊ່ອຍເຫລືອໄດ້ຫລາຍທີ່ສຸດໃນຖານະທີ່ເປັນຜູ້ສອນສາດສະໜາ, ແລະ ພວກເຮົາກໍຍິນດີຫລາຍສຳລັບການຮັບໃຊ້ຂອງເຂົາເຈົ້າ.
ພວກເຮົາຍັງຕ້ອງການຄູ່ອາວຸໂສຫລາຍຄູ່ຕື່ມອີກ. ຕາມສະພາບການຂອງທ່ານຈະອະນຸຍາດ, ເມື່ອທ່ານສາມາດອອກກິນເງິນເບ້ຍບຳນານ, ແລະ ຕາມທີ່ສຸຂະພາບຂອງທ່ານຈະອຳນວຍ, ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ຫາເວລາຮັບໃຊ້ເຜີຍແຜ່ເຕັມເວລາ. ທັງສາມີ ແລະ ພັນລະຍາ ຈະມີຄວາມສຸກຫລາຍ ເມື່ອເຂົາເຈົ້າຮັບໃຊ້ລູກໆຂອງພຣະບິດາຂອງເຮົາ.
ບັດນີ້ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງຕັ້ງໃຈຟັງຂ່າວສານ ຊຶ່ງຈະສະເໜີແກ່ທ່ານໃນສອງມື້ນີ້, ເພື່ອວ່າເຮົາຈະຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມຮູ້ເພີ່ມເຕີມ ດັ່ງທີ່ພຣະອົງປະສົງສຳລັບເຮົາ. ຂ້າພະເຈົ້າອະທິຖານວ່າສິ່ງນີ້ຈະເປັນປະສົບການຂອງເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.