ສັດທາໃນການຊົດໃຊ້ຂອງພຣະເຢຊູຄຣິດຖືກຂຽນໄວ້ຢູ່ໃນໃຈຂອງເຮົາບໍ?
ການເຮັດ, ຮັກສາ, ແລະ ປິຕິຍິນດີໃນພັນທະສັນຍາຂອງເຮົາ ຈະເປັນຫລັກຖານວ່າການຊົດໃຊ້ຂອງພຣະເຢຊູຄຣິດຈະຖືກຂຽນໄວ້ຢູ່ໃນໃຈຂອງເຮົາແທ້ໆ.
ເອື້ອຍນ້ອງທີ່ຮັກແພງ, ທ່ານໄດ້ຢູ່ໃນຄວາມຄິດ ແລະ ໃນໃຈຂອງຂ້າພະເຈົ້າເປັນເວລາຫລາຍເດືອນແລ້ວ ໃນຂະນະທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບໜ້າທີ່ຮັບຜິດຊອບທີ່ທ້າທາຍນີ້. ເຖິງແມ່ນຂ້າພະເຈົ້າຮູ້ສຶກວ່າບໍ່ພຽບພ້ອມສຳລັບໜ້າທີ່ຮັບຜິດຊອບທີ່ຂ້າພະເຈົ້າມີຢູ່ນີ້, ແຕ່ຂ້າພະເຈົ້າຮູ້ວ່າ ການເອີ້ນໄດ້ມາເຖິງຂ້າພະເຈົ້າຈາກພຣະຜູ້ເປັນເຈົ້າ ຜ່ານສາດສະດາທີ່ຖືກເລືອກໄວ້ຂອງພຣະອົງ, ແລະ ສຳລັບຕອນນີ້ ພຽງເທົ່ານັ້ນກໍພໍແລ້ວ. ພຣະຄຳພີສອນວ່າ ບໍ່ວ່າຈະເປັນໂດຍສຽງຂອງ [ພຣະຜູ້ເປັນເຈົ້າ] ເອງ ຫລື ໂດຍສຽງຂອງຜູ້ຮັບໃຊ້ [ຂອງພຣະອົງ], ມັນກໍເໝືອນກັນ.”1
ຂອງປະທານອັນລ້ຳຄ່າຢ່າງໜຶ່ງກັບການເອີ້ນນີ້ຄື ຄວາມແນ່ນອນໃຈວ່າພຣະບິດາເທິງສະຫວັນຮັກທິດາທຸກຄົນຂອງພຣະອົງ. ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາແຕ່ລະຄົນ!
ເຊັ່ນດຽວກັບທ່ານ, ຂ້າພະເຈົ້າຮັກພຣະຄຳພີ! ຢູ່ໃນພຣະທຳເຢເລມີຢາ ເຮົາເຫັນຂໍ້ພຣະຄຳພີ ຊຶ່ງຂ້າພະເຈົ້າມັກຫລາຍ. ເຢເລມີຢາໄດ້ມີຊີວິດຢູ່ໃນຕອນ ແລະ ໃນບ່ອນທີ່ມີຄວາມຫຍຸ້ງຍາກຫລາຍ, ແຕ່ພຣະຜູ້ເປັນເຈົ້າໄດ້ປ່ອຍໃຫ້ເພິ່ນ “ຫລິງເຫັນວັນເວລາແຫ່ງຄວາມຫວັງໃນຍຸກສຸດທ້າຍຕອນເຕົ້າໂຮມຊາວອິດສະຣາເອນ”2—ວັນເວລາຂອງເຮົາ. ເຢເລມີຢາໄດ້ທຳນາຍວ່າ:
“ຄຳໝັ້ນສັນຍາໃໝ່ທີ່ເຮົາຈະເຮັດກັບປະຊາຊົນອິດສະລາເອນ ຈະເປັນດັ່ງນີ້, ເຮົາ ຈະຂຽນບັນຍັດຂອງເຮົາໄວ້ໃນໃຈເຂົາ; ແລະ ຂຽນບັນຍັດນັ້ນໄວ້ທີ່ຫົວໃຈຂອງເຂົາເຈົ້າ. ເຮົາຈະເປັນພຣະເຈົ້າຂອງເຂົາ ແລະ ເຂົາກໍຈະເປັນປະຊາຊົນຂອງເຮົາ. …
“… ທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ເຮົາຈະອະໄພການບາບຂອງເຂົາ ແລະ ເຮົາຈະບໍ່ຈົດຈຳຄວາມຜິດຂອງເຂົາອີກຕໍ່ໄປ.”3
ເຮົາເປັນຜູ້ຄົນທີ່ເຢເລມີຢາໄດ້ເຫັນ. ເຮົາໄດ້ເຊື້ອເຊີນພຣະຜູ້ເປັນເຈົ້າໃຫ້ຂຽນບັນຍັດໄວ້ໃນໃຈຂອງເຮົາບໍ່, ຫລື ຄຳສອນໄວ້ໃນໃຈຂອງເຮົາ? ເຮົາເຊື່ອວ່າການອະໄພນັ້ນມີໃຫ້ຜ່ານການຊົດໃຊ້ທີ່ເຢເລມີຢາໄດ້ກ່າວເຖິງຫລືບໍ່ ເພື່ອເຮົາຈະໄດ້ນຳໃຊ້ມັນກັບຕົວເຮົາເອງ?
ສອງສາມປີກ່ອນ ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ແບ່ງປັນຄວາມຮູ້ສຶກຂອງເພິ່ນກ່ຽວກັບສັດທາທີ່ຢັ່ງລົງເລິກຂອງກຸ່ມບຸກເບີກ ຜູ້ໄດ້ເດີນທາງມາຫາຮ່ອມພູເມືອງເຊົາເລັກ ແມ່ນແຕ່ຫລັງຈາກການຕາຍຂອງລູກໆຂອງເຂົາເຈົ້າ. ເພິ່ນໄດ້ກ່າວວ່າ, “ເຂົາເຈົ້າບໍ່ໄດ້ສິ່ງນັ້ນເພື່ອໂຄງການ, ເຂົາເຈົ້າບໍ່ໄດ້ເຮັດມັນເພື່ອກິດຈະກຳຂອງສັງຄົມ, ແຕ່ເຂົາເຈົ້າໄດ້ເຮັດມັນ ເພາະສັດທາໃນພຣະກິດຕິຄຸນຂອງພຣະເຢຊູຄຣິດຝັງຢູ່ໃນຈິດວິນຍານຂອງເຂົາເຈົ້າ, ເປັນໄຂຢູ່ໃນກະດູກຂອງເຂົາເຈົ້າ.”
ເພິ່ນໄດ້ກ່າວດ້ວຍຄວາມຮູ້ສຶກທີ່ອ່ອນນ້ອມວ່າ:
“ສິ່ງນັ້ນເປັນສິ່ງດຽວທີ່ຊ່ອຍໃຫ້ແມ່ສາມາດຝັງ [ລູກນ້ອຍໆຂອງເຂົາເຈົ້າ] ໄວ້ໃນແກັດເຂົ້າຈີ່ ແລະ ກ້າວເດີນຕໍ່ໄປ, ໂດຍກ່າວວ່າ, ‘ແຜ່ນດິນແຫ່ງຄຳສັນຍາມີຢູ່ບ່ອນໃດບ່ອນໜຶ່ງ. ພວກເຮົາຈະໄປເຖິງຮ່ອມພູແຫ່ງນັ້ນ.’
“ເຂົາເຈົ້າເວົ້າສິ່ງນັ້ນອອກມາໄດ້ ເພາະພັນທະສັນຍາ ແລະ ຄຳສອນ ແລະ ສັດທາ ແລະ ການເປີດເຜີຍ ແລະ ພຣະວິນຍານ.”
ເພິ່ນໄດ້ກ່າວສະຫລຸບດ້ວຍຖ້ອຍຄຳທີ່ກະຕຸ້ນໃຈວ່າ: “ຖ້າຫາກເຮົາສາມາດຮັກສາສິ່ງເຫລົ່ານີ້ໄວ້ໃນຄອບຄົວຂອງເຮົາ ແລະ ໃນສາດສະໜາຈັກ, ບາງທີສິ່ງອື່ນໆຈະເຂົ້າທີ່ເຂົ້າທາງຂອງມັນເອງ. ບາງທີອາດມີຫລາຍສິ່ງຫລາຍຢ່າງທີ່ຕົກເຫ່ຍລົງຈາກລໍ້. ຂ້າພະເຈົ້າໄດ້ຍິນວ່າ ລໍ້ເຫລົ່ານັ້ນສາມາຕ່າງເຄື່ອງໄດ້ພຽງເລັກນ້ອຍ. ເຊັ່ນດຽວກັບບັນພະບຸລຸດຂອງເຮົາຕ້ອງໄດ້ເລືອກວ່າຕ້ອງເອົາອັນໃດໄປນຳ, ບາງທີສັດຕະວັດທີ 21 ຈະບັງຄັບໃຫ້ເຮົາເລືອກວ່າ, ‘ເຮົາຄວນເອົາສິ່ງໃດຂຶ້ນໃສ່ລໍ້ຂອງເຮົາ?’ ມັນສຳຄັນຕໍ່ຈິດວິນຍານຂອງເຮົາ; ສິ່ງທີ່ເປັນໄຂຢູ່ໃນກະດູກຂອງເຮົາ.”4 ຫລື, ອີກຄຳໜຶ່ງ, ມັນເປັນສິ່ງທີ່ຖືກຂຽນໄວ້ຢູ່ໃນໃຈຂອງເຮົາຫລືບໍ່!
ໃນຖານະທີ່ເປັນຝ່າຍປະທານຂອງສະມາຄົມສະຕີສົງເຄາະ, ພວກເຮົາຕ້ອງສະແຫວງຫາພຣະຜູ້ເປັນເຈົ້າດ້ວຍຄວາມພາກພຽນ ເພື່ອຈະໄດ້ຮູ້ວ່າ ອັນໃດເປັນສິ່ງສຳຄັນທີ່ພຣະອົງມີ ເພື່ອເອົາຂຶ້ນໃສ່ລໍ້ຂອງສະມາຄົມສະຕີສົງເຄາະ ເພື່ອຈະໄດ້ນຳພາວຽກງານຂອງພຣະອົງໄປຂ້າງໜ້າ. ພວກເຮົາຮູ້ສຶກວ່າທຳອິດພຣະບິດາເທິງສະຫວັນຈະໃຫ້ພວກເຮົາຊ່ອຍເຫລືອທິດາທີ່ຮັກຫອມຂອງພຣະອົງ ໃຫ້ເຂົ້າໃຈຄຳສອນຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະຮູ້ວ່າສັດທາຂອງເຮົາຈະເຂັ້ມແຂງຂຶ້ນ, ໃນຂະນະທີ່ເຮົາມີຄວາມປາຖະໜາທີ່ຈະດຳລົງຊີວິດໃນຄວາມຊອບທຳ. ທີສອງ, ເມື່ອເຮົາໄຕ່ຕອງກ່ຽວກັບຄວາມສຳຄັນຂອງການເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ແລະ ບ້ານເຮືອນ, ເຮົາຈະຮູ້ສຶກວ່າ ພຣະຜູ້ເປັນເຈົ້າຈະໃຫ້ເຮົາຊຸກຍູ້ລູກໆທີ່ຮັກຫອມຂອງພຣະອົງເອົາໃຈໃສ່ຕໍ່ພັນທະສັນຍາຂອງເຂົາເຈົ້າດ້ວຍຄວາມເບີກບານໃຈ. ເມື່ອຮັກສາພັນທະສັນຍາ, ແລ້ວຄອບຄົວຈະເຂັ້ມແຂງຂຶ້ນ. ໃນທີ່ສຸດ, ເຮົາຈະຮູ້ສຶກວ່າ ພຣະອົງຈະໃຫ້ເຮົາເຮັດວຽກງານນຳກັນ ແລະ ນຳອົງການຊ່ອຍເຫລືອອື່ນໆ ແລະ ນຳຜູ້ນຳຖານະປະໂລຫິດຂອງເຮົາ, ໂດຍພະຍາຍາມຊອກຫາຄົນທີ່ຕ້ອງການຄວາມຊ່ອຍເຫລືອຢູ່ໃນເສັ້ນທາງ. ມັນເປັນຄຳອະທິຖານອັນຈິງໃຈຂອງພວກເຮົາ ວ່າເຮົາແຕ່ລະຄົນຈະເປີດໃຈ ແລະ ປ່ອຍໃຫ້ພຣະຜູ້ເປັນເຈົ້າຂຽນຄຳສອນແຫ່ງການຊົດໃຊ້, ພັນທະສັນຍາ, ແລະ ຄວາມເປັນໜຶ່ງໄວ້ໃນນັ້ນ.
ເຮົາຈະຫວັງເພີ່ມຄວາມເຂັ້ມແຂງໃຫ້ຄອບຄົວ ຫລື ຊ່ອຍເຫລືອຄົນອື່ນໄດ້ແນວໃດ ຖ້າຫາກເຮົາບໍ່ມີສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ອັນບໍ່ມີຂອບເຂດຂຽນໄວ້ຢູ່ໃນໃຈຂອງເຮົາ? ຄ່ຳຄືນນີ້ ຂ້າພະເຈົ້າຢາກແບ່ງປັນຫລັກທຳສາມຢ່າງກ່ຽວກັບການຊົດໃຊ້ ຊຶ່ງຖ້າຫາກມັນຖືກຂຽນໄວ້ຢູ່ໃນໃຈຂອງເຮົາ ແລ້ວມັນຈະເພີ່ມສັດທາຂອງເຮົາໃນພຣະເຢຊູຄຣິດ. ມັນເປັນຄວາມຫວັງຂອງຂ້າພະເຈົ້າທີ່ຈະໃຫ້ຄວາມເຂົ້າໃຈຫລັກທຳເຫລົ່ານີ້ເປັນພອນໃຫ້ແກ່ເຮົາແຕ່ລະຄົນ ບໍ່ວ່າເຮົາໃໝ່ຕໍ່ສາດສະໜາຈັກ ຫລື ເປັນສະມາຊິກມາຕະຫລອດຊີວິດ.
ຫລັກທຳຂໍ້ທີ 1: “ສິ່ງທີ່ບໍ່ຍຸດຕິທຳທັງຫລາຍໃນຊີວິດ ສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ໂດຍຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ.”5
ພວກເຮົາ, ຮ່ວມກັບທ່ານທັງຫລາຍ, ຂໍເປັນພະຍານເຖິງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ປະຈັກພະຍານຂອງພວກເຮົາ, ເຊັ່ນດຽວກັບພວກທ່ານ, ໄດ້ຖືກຂຽນໄວ້ຢູ່ໃນໃຈຂອງເຮົາ ເມື່ອເຮົາປະເຊີນກັບການທ້າທາຍ ແລະ ຄວາມທຸກຍາກລຳບາກ. ການປາດສະຈາກຄວາມເຂົ້າໃຈແຜນແຫ່ງຄວາມສຸກທີ່ດີພ້ອມຂອງພຣະບິດາເທິງສະຫວັນ, ແລະ ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດວ່າເປັນຈຸດໃຈກາງຂອງແຜນ, ແລ້ວການທ້າທາຍເຫລົ່ານັ້ນ ຈະເບິ່ງຄືວ່າບໍ່ຍຸດຕິທຳ. ເຮົາທຸກຄົນຈະປະເຊີນກັບການທົດສອບໃນຊີວິດ. ແຕ່ໃຈທີ່ຊື່ສັດຈະມີຄຳຂຽນໄວ້ວ່າ “ສິ່ງທີ່ບໍ່ຍຸດຕິທຳທັງຫລາຍໃນຊີວິດ ສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ໂດຍຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ.”
ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປ່ອຍຄວາມທຸກທໍລະມານ ແລະ ຄວາມທຸກຍາກລຳບາກມາສູ່ເຮົາໃນຊີວິດນີ້? ເວົ້າງ່າຍໆ, ມັນເປັນພາກສ່ວນໜຶ່ງຂອງແຜນສຳລັບຄວາມເຕີບໂຕ ແລະ ຄວາມກ້າວໜ້າຂອງເຮົາ! ເຮົາ “ໄດ້ຮ້ອງໂຮດ້ວຍຄວາມຊື່ນຊົມ”6 ເມື່ອເຮົາຮູ້ເຖິງໂອກາດທີ່ຈະໄດ້ມາສູ່ແຜ່ນດິນໂລກ ເພື່ອປະສົບກັບການເປັນມະຕະ. ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ສອນວ່າ, “ຄວາມຕ້ອງການຂອງເຮົາທີ່ຈະປ່ຽນໃຈເຫລື້ອມໃສ ມັກຈະບັນລຸຄວາມສຳເລັດໂດຍການຮັບທຸກທໍລະມານ ແລະ ຄວາມທຸກຍາກລຳບາກ ຫລາຍກວ່າການໄດ້ຮັບຄວາມປອບໂຍນ ແລະ ແລະ ຄວາມສະຫງົບ.”7
ຕົວຢ່າງຂອງເອື້ອຍນ້ອງຜູ້ບຸກເບີກທີ່ຊື່ສັດໄດ້ສະແດງເຖິງຄວາມຈິງນີ້. ນາງແມຣີ ຫລຸຍ ວ໊ອກເກີ ໄດ້ແຕ່ງງານຕອນນາງມີອາຍຸໄດ້ 17 ປີ ກັບ ຈອນ ມໍຣິສ ຢູ່ເມືອງເຊັ້ນ ຫລຸຍ, ລັດມີເຊີຣີ. ເຂົາເຈົ້າໄດ້ເດີນທາງຂ້າມທົ່ງພຽງຮ່ວມກັບໄພ່ພົນຂອງພຣະເຈົ້າໃນປີ 1853, ເຂົ້າມາເຖິງຮ່ອມພູເມືອງເຊົາເລັກ ບໍ່ດົນຫລັງຈາກວັນຄົບຮອບການແຕ່ງງານໄດ້ໜຶ່ງປີຂອງເຂົາເຈົ້າ. ໃນຊ່ວງໄລຍະເດີນທາງມານັ້ນ ເຂົາເຈົ້າກໍໄດ້ຮັບທຸກທໍລະມານຄືກັນກັບໄພ່ພົນຂອງພຣະເຈົ້າຄົນອື່ນໆ. ແຕ່ຄວາມທຸກທໍລະມານຂອງເຂົາເຈົ້າບໍ່ໄດ້ສິ້ນສຸດລົງເມື່ອເຂົາເຈົ້າມາເຖິງຫ່ອມພູເມືອງເຊົາເລັກ. ປີຕໍ່ມາ, ຕອນນັ້ນນາງແມຣີມາອາຍຸໄດ້ 19 ປີ, ໄດ້ຂຽນວ່າ: “ລູກຊາຍທີ່ໄດ້ເກີດມາ. … ຄືນໜຶ່ງ ຕອນລາວມີອາຍຸໄດ້ສອງສາມເດືອນ … ມີສຽງຊື່ມໃສ່ຫູຂອງຂ້າພະເຈົ້າວ່າ, ‘ເຈົ້າຈະສູນເສຍລູກນ້ອຍຂອງເຈົ້າ.’”
ໃນຊ່ວງໄລຍະລະດູໜາວ, ສຸຂະພາບຂອງລູກນ້ອຍໄດ້ໜັກລົງ. “ພວກເຮົາໄດ້ເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້, … ແຕ່ລູກນ້ອຍນັບມື້ນັບມີອາການໜັກຫລາຍຂຶ້ນ … ໃນວັນທີສອງຂອງເດືອນສອງ ລາວໄດ້ເສຍຊີວິດໄປ … ແລະ ຂ້າພະເຈົ້າໄດ້ດື່ມຈອກອັນຂົມຂື່ນ ທີ່ໄດ້ຖືກແຍກອອກຈາກສາຍເລືອດຂອງຂ້າພະເຈົ້າ.” ແຕ່ການທົດລອງຂອງນາງບໍ່ໄດ້ສິ້ນສຸດລົງ. ສາມີຂອງນາງແມຣີໄດ້ລົ້ມປ່ວຍລົງຄືກັນ, ແລະ ສາມອາທິດຫລັງຈາກໄດ້ສູນເສຍລູກນ້ອຍໄປ, ສາມີຂອງນາງກໍໄດ້ເສຍຊີວິດໄປຄືກັນ.
ນາງແມຣີໄດ້ຂຽນວ່າ: “ສະນັ້ນຂ້າພະເຈົ້າ, ໃນຕອນທີ່ຍັງຢູ່ໃນໄວລຸ້ນ, ພາຍໃນລະຍະສັ້ນໆປະມານ 20 ມື້, ສາມີ ແລະ ລູກນ້ອຍຂອງຂ້າພະເຈົ້າ, ຢູ່ໃນແຜ່ນດິນໃໝ່ເປັນຫລາຍຮ້ອຍໄມຈາກພໍ່ແມ່ພີ່ນ້ອງ ແລະ ຢູ່ໃນຫ່ອມພູທີ່ຫຍຸ້ງຍາກນີ້ … ຂ້າພະເຈົ້າກໍຄືກັນ ປາດຖະໜາຢາກຕາຍໄປພ້ອມກັບຄົນທີ່ຂ້າພະເຈົ້າຮັກ.”
ນາງແມຣີໄດ້ກ່າວຕື່ມວ່າ: “ໃນຄືນວັນອາທິດມື້ໜຶ່ງ, ຂ້າພະເຈົ້າໄດ້ອອກໄປຍ່າງກັບເພື່ອນຄົນໜຶ່ງ. … ຂ້າພະເຈົ້າໄດ້ຖືກເຕືອນເຖິງການບໍ່ມີ [ສາມີຂອງຂ້າພະເຈົ້າ] ແລະ ເພາະຄວາມເປົ່າປ່ຽວດຽວດາຍ ແລະ ດ້ວຍນ້ຳຕາອັນຂົມຂື່ນ, ຂ້າພະເຈົ້າໄດ້ເຫັນ, ເບິ່ງຄືວ່າເຫັນຢູ່ໃນຈິດໃຈ, ວ່າຊີວິດຂອງຂ້າພະເຈົ້າເປັນຄືໜ້າຜາອັນສູງຊັນທີ່ຂ້າພະເຈົ້າຕ້ອງປີນ, ແລະ ຂ້າພະເຈົ້າໄດ້ຮູ້ເຖິງຄວາມຈິງແທ້ຂອງມັນດ້ວຍພະລັງອັນຍິ່ງໃຫຍ່. ຄວາມເສົ້າໃຈອັນໜັກໜ່ວງໄດ້ມາສູ່ຂ້າພະເຈົ້າ, ເພາະສັດຕູຮູ້ວ່າຕ້ອງໂຈມຕີຂ້າພະເຈົ້າຕອນໃດ, ແຕ່ [ພຣະຜູ້ຊ່ອຍໃຫ້ລອດ, ພຣະເຢຊູຄຣິດ,] ຂອງເຮົາຍິ່ງໃຫຍ່ກວ່າທີ່ຈະຊ່ອຍກູ້. ຜ່ານ … ຄວາມຊ່ອຍເຫລືອທີ່ໄດ້ຮັບຈາກພຣະບິດາເທິງສະຫວັນ, ຂ້າພະເຈົ້າຈຶ່ງສາມາດຕໍ່ສູ້ກັບພະລັງທັງໝົດ ທີ່ເບິ່ງຄືວ່າເປັນກຸ່ມໃຫຍ່ຕ້ານຂ້າພະເຈົ້າໃນເວລານີ້.”8
ນາງແມຣີໄດ້ຮຽນຮູ້ໃນຕອນອາຍຸ 19 ປີ ວ່າການຊົດໃຊ້ ໄດ້ໃຫ້ຄວາມແນ່ນອນໃຈແກ່ເຮົາວ່າ ທຸກສິ່ງທີ່ບໍ່ຍຸດຕິທຳສາມາດ ແລະ ຈະຖືກເຮັດໃຫ້ຖືກຕ້ອງ—ແມ່ນແຕ່ຄວາມໂສກເສົ້າອັນລົ້ນເຫລືອ.
ຫລັກທຳຂໍ້ທີ 2: ມີອຳນາດໃນການຊົດໃຊ້ເພື່ອຊ່ອຍເຮົາໃຫ້ເອົາຊະນະທຳມະຊາດຂອງມະນຸດ ແລະ ກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.9
ມີວິທີທາງທີ່ຊ່ອຍໃຫ້ຮູ້ວ່າ ເມື່ອໃດທີ່ເຮົາໄດ້ຮຽນຄຳສອນ ຫລື ຫລັກທຳພຣະກິດຕິຄຸນ. ມັນແມ່ນຕອນເຮົາສາມາດສອນຫລັກທຳ ຫລື ພຣະກິດຕິຄຸນໃນທາງທີ່ເດັກນ້ອຍສາມາດເຂົ້າໃຈມັນ. ແຫລ່ງທີ່ມີຄ່າເພື່ອສອນເດັກນ້ອຍໃຫ້ເຂົ້າໃຈເຖິງການຊົດໃຊ້ ເປັນການປຽບທຽບທີ່ພົບເຫັນໃນປຶ້ມບົດຮຽນຂອງຊັ້ນປະຖົມໄວ. ບາງທີສິ່ງນີ້ສາມາດຊ່ອຍເຫລືອເມື່ອເຮົາສອນລູກຫລານ ຫລື ໝູ່ເພື່ອນທີ່ຕ່າງສາດສະໜາຜູ້ປາຖະໜາທີ່ຈະເຂົ້າໃຈຄຳສອນທີ່ສຳຄັນນີ້.
“[ຜູ້ຍິງ] ຄົນໜຶ່ງໄດ້ຍ່າງໄປຕາມທາງ ແລະ ໄດ້ຕົກລົງຂຸມທີ່ເລິກຈົນວ່າ [ນາງ] ປີນຂຶ້ນບໍ່ໄດ້. ບໍ່ວ່າ [ນາງ] ໄດ້ພະຍາຍາມຫລາຍປານໃດກໍຕາມ, ແຕ່ນາງກໍບໍ່ສາມາດປີນຂຶ້ນໄດ້. [ຍິ່ງຄົນນັ້ນ] ໄດ້ເອີ້ນໃຫ້ຄົນຊ່ອຍເຫລືອ ແລະ ດີໃຈເມື່ອເຫັນຄົນໜຶ່ງຜ່ານກາຍມາໄດ້ຍິນ [ນາງ] ແລະ ໄດ້ປ່ອນຂັ້ນໄດລົງໄປໃນຂຸມ. ສິ່ງນັ້ນໄດ້ຊ່ອຍໃຫ້ [ນາງ] ປີນຂຶ້ນຈາກຂຸມໄດ້ ແລະ ເປັນອິດສະລະອີກ.
“ເຮົາກໍປຽບເໝືອນ [ຜູ້ຍິງຄົນນັ້ນ] ຢູ່ໃນຂຸມ. ການເຮັດບາບກໍຄືກັນກັບການຕົກລົງໄປໃນຂຸມ, ແລະ ເຮົາບໍ່ສາມາດປີນຂຶ້ນດ້ວຍຕົວເອງ. ເຊັ່ນດຽວກັບຄົນທີ່ເດີນຜ່ານມາໄດ້ຍິນສຽງ [ຂອງຜູ້ຍິງ] ເອີ້ນໃຫ້ຊ່ອຍເຫລືອ, ພຣະບິດາເທິງສະຫວັນໄດ້ສົ່ງພຣະບຸດທີ່ຖືກຳເນີດອົງດຽວຂອງພຣະອົງມາ ເພື່ອຫາທາງໃຫ້ເຮົາຫລົບໜີໄປ. ການຊົດໃຊ້ຂອງພຣະເຢຊູຄຣິດສາມາດປຽບທຽບໃສ່ກັບຂັ້ນໄດທີ່ຖືກຢ່ອນລົງ; ມັນໄດ້ຊ່ອຍເຮົາໃຫ້ສາມາດປີນຂຶ້ນ.”10 ແຕ່ພຣະຜູ້ຊ່ອຍໃຫ້ລອດໄດ້ເຮັດຫລາຍກວ່າການຢ່ອນຂັ້ນໄດລົງ, ພຣະອົງໄດ້ “ລົງມາໃນຂຸມ ແລະ ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະໃຊ້ຂັ້ນໄດ້ປີນຂຶ້ນໄປ.”11 “ເຊັ່ນດຽວກັບ [ຜູ້ຍິງຄົນນັ້ນ] ຢູ່ໃນຂຸມໄດ້ປີນຂຶ້ນ, ເຮົາຕ້ອງກັບໃຈຈາກບາບ ແລະ ເຊື່ອຫລັກທຳພຣະກິດຕິຄຸນ ແລະ ພິທີການທີ່ຈະປີນຂຶ້ນຈາກຂຸມຂອງເຮົາ ແລະ ເຮັດໃຫ້ການຊົດໃຊ້ທຳງານໃນຊີວິດຂອງເຮົາ. ດັ່ງນັ້ນ, ຫລັງຈາກທີ່ເຮົາສາມາດເຮັດໄດ້, ການຊົດໃຊ້ຈະເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະມີຄ່າຄວນພໍທີ່ຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະບິດາເທິງສະຫວັນ.”12
ບໍ່ດົນມານີ້ ຂ້າພະເຈົ້າໄດ້ມີໂອກາດໄປພົບກັບຜູ້ບຸກເບີກໃນປະຈຸບັນ, ທິດາທີ່ຮັກຫອມຂອງພຣະເຈົ້າ ແລະ ຜູ້ຫາກໍໄດ້ປ່ຽນໃຈເຫລື້ອມໃສເຂົ້າໃນສາດສະໜາຈັກໃນປະເທດຈີເລ. ນາງເປັນແມ່ທີ່ລ້ຽງລູກຊາຍສອງຄົນດ້ວຍຕົວຄົນດຽວ. ຜ່ານອຳນາດຂອງການຊົດໃຊ້, ນາງຈຶ່ງສາມາດລືມອາດີດ ແລະ ບັດນີ້ ໄດ້ພະຍາຍາມກາຍເປັນສານຸສິດຂອງພຣະເຢຊູຄຣິດ. ເມື່ອຂ້າພະເຈົ້າຄິດກ່ຽວກັບນາງ, ຫລັກທຳໄດ້ສອນໂດຍແອວເດີ ເດວິດ ເອ ແບັດນາ ໄດ້ເຂົ້າມາໃນຈິດໃຈຂອງຂ້າພະເຈົ້າວ່າ: “ມີສິ່ງໜຶ່ງທີ່ຮູ້ວ່າ ພຣະເຢຊູຄຣິດໄດ້ມາສູ່ໂລກເພື່ອ ສິ້ນພຣະຊົນ ແທນເຮົາ—ນັ້ນຄືພື້ນຖານ ແລະ ຮາກຖານຂອງຄຳສອນຂອງພຣະຄຣິດ. ແຕ່ເຮົາຕ້ອງມີຄວາມກະຕັນຍູຕໍ່ພຣະປະສົງຂອງພຣະຜູ້ເປັນເຈົ້າ, ຜ່ານການຊົດໃຊ້ຂອງພຣະອົງ ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ, ເພື່ອ ຊົງພຣະຊົນ ໃນເຮົາ—ບໍ່ພຽງແຕ່ເພື່ອຊີ້ນຳເຮົາເທົ່ານັ້ນ ແຕ່ເພື່ອໃຫ້ພະລັງແກ່ເຮົານຳອີກ.”13
ໃນຂະນະທີ່ເອື້ອຍນ້ອງຄົນຈີເລ ແລະ ຂ້າພະເຈົ້າໄດ້ສົນທະນາກັນເຖິງວິທີທີ່ຈະຢູ່ໃນເສັ້ນທາງທີ່ພາໄປຫາຊີວິດນິລັນດອນ, ນາງໄດ້ເຮັດໃຫ້ຂ້າພະເຈົ້າແນ່ນອນໃຈດ້ວຍຄວາມກະຕືລືລົ້ນ ທີ່ນາງມີຄວາມຕັ້ງໃຈທີ່ຈະດຳເນີນໃນເສັ້ນທາງນັ້ນຕໍ່ໄປ. ນາງເຄີຍໄດ້ອອກໄປຈາກເສັ້ນທາງເກືອບຕະຫລອດຊີວິດຂອງນາງ, ແລະ ນາງໄດ້ປະກາດວ່າ ບໍ່ມີສິ່ງໃດ “ຢູ່ຂ້າງນອກ” ເສັ້ນທາງ ທີ່ນາງຢາກໄດ້ຄືນມາໃນຊີວິດຂອງນາງ. ອຳນາດທີ່ເຮັດໃຫ້ເປັນໄປໄດ້ຂອງການຊົດໃຊ້ ໄດ້ຢູ່ຂ້າງໃນຂອງນາງ. ມັນໄດ້ຖືກຂຽນໄວ້ຢູ່ໃນໃຈຂອງນາງ.
ອຳນາດນັ້ນ ບໍ່ພຽງແຕ່ເຮັດໃຫ້ເຮົາສາມາດປີນຂຶ້ນຈາກຂຸມໄດ້ເທົ່ານັ້ນ ແຕ່ໄດ້ມອບອຳນາດໃຫ້ເຮົາເພື່ອຈະໄດ້ສືບຕໍ່ໄປໃນເສັ້ນທາງທີ່ຄັບແຄບ ພາກັບໄປຫາທີ່ປະທັບຂອງພຣະບິດາເທິງສະຫວັນນຳອີກ.
ຫລັກທຳຂໍ້ທີ 3: ການຊົດໃຊ້ເປັນຫລັກຖານທີ່ຍິ່ງໃຫຍ່ເຖິງຄວາມຮັກຂອງພຣະບິດາທີ່ມີຕໍ່ລູກໆຂອງພຣະອົງ.
ເຮົາຈະເຮັດໄດ້ດີທີ່ຈະໄຕ່ຕອງກ່ຽວກັບຖ້ອຍຄຳທີ່ດົນໃຈຂອງແອວເດີ ໂອກສ໌ ທີ່ວ່າ: “ຈົ່ງຄິດວ່າພຣະບິດາເທິງສະຫວັນມີຄວາມໂສກເສົ້າຫລາຍພຽງໃດ ທີ່ໄດ້ສົ່ງພຣະບຸດຂອງພຣະອົງມາອົດທົນກັບຄວາມທຸກທໍລະມານທີ່ບໍ່ອາດສາມາດເຂົ້າໃຈໄດ້ສຳລັບບາບຂອງເຮົາ. ສິ່ງນັ້ນໄດ້ເປັນຫລັກຖານອັນຍິ່ງໃຫຍ່ເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ລູກແຕ່ລະຄົນຂອງພຣະອົງ!” 14
ຄວາມຮັກອັນຍິ່ງໃຫຍ່ນັ້ນ ຄວນເຮັດໃຫ້ເຮົາແຕ່ລະຄົນຄຸເຂົ່າລົງ ອະທິຖານດ້ວຍຄວາມຖ່ອມເພື່ອຂອບພຣະໄທພຣະບິດາເທິງສະຫວັນທີ່ຮັກເຮົາຫລາຍ ຈົນວ່າໄດ້ສົ່ງພຣະບຸດທີ່ຖືກຳເນີດອົງດຽວ ແລະ ດີພ້ອມທຸກຢ່າງຂອງພຣະອົງ ມາຮັບທຸກທໍລະມານເພື່ອບາບຂອງເຮົາ, ເພື່ອໃຈອັນເຈັບປວດຂອງເຮົາ, ແລະ ເພື່ອທຸກສິ່ງທີ່ເບິ່ງວ່າບໍ່ຍຸດຕິທຳໃນຊີວິດຂອງເຮົາ.
ທ່ານຈື່ຜູ້ຍິງຄົນທີ່ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວເຖິງບໍ່ດົນມານີ້ບໍ? ເພິ່ນໄດ້ກ່າວວ່າ: “ຜູ້ຍິງຄົນໜຶ່ງ ຜູ້ໄດ້ຜ່ານຜ່າຄວາມທຸກຍາກລຳບາກ ແລະ ຄວາມໂສກເສົ້າມາຫລາຍປີ ໄດ້ເວົ້າອອກມາດ້ວຍນ້ຳຕາວ່າ, ‘ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຄືກັນກັບເງິນໃບ 20 ໂດລາທີ່ເກົ່າໆ—ທັງຍໍ່, ທັງສ້ອຍ, ທັງເປື້ອນ, ຖືກໃຊ້, ແລະ ຖືກຂີດ. ແຕ່ຂ້າພະເຈົ້າກໍຍັງເປັນເງິນໃບ 20 ໂດລາຢູ່. ຂ້າພະເຈົ້າມີຄ່າເຖິງແມ່ນວ່າຂ້າພະເຈົ້າບໍ່ງາມ, ແລະ ເຖິງແມ່ນວ່າຂ້າພະເຈົ້າຖືກໃຊ້ປະທຸບປະທາ, ແຕ່ຂ້າພະຈົ້າຍັງມີຄ່າເຕັມ 20 ໂດລາຢູ່.’”15
ຍິງຄົນນີ້ຮູ້ວ່າ ນາງເປັນທິດາທີ່ຮັບຫອມຂອງພຣະບິດາເທິງສະຫວັນ ແລະວ່ານາງມີຄ່າພຽງພໍສຳລັບພຣະອົງທີ່ໄດ້ສົ່ງພຣະບຸດຂອງພຣະອົງມາເພື່ອຊົດໃຊ້ແທນນາງ, ເປັນສ່ວນບຸກຄົນ. ເອື້ອຍນ້ອງແຕ່ລະຄົນໃນສາດສະໜາຈັກຄວນຮູ້ສິ່ງທີ່ຍິງຄົນນີ້ຮູ້ຈັກ—ນັ້ນຄືນາງເປັນທິດາທີ່ຮັບຫອມຂອງພຣະເຈົ້າ. ການຮູ້ຈັກຄຸນຄ່າຂອງເຮົາຕໍ່ພຣະອົງ ຈະປ່ຽນວິທີທີ່ເຮົາຮັກສາພຣະບັນຍັດຂອງເຮົາ? ການຮູ້ຄຸນຄ່າຂອງເຮົາຕໍ່ພຣະອົງ ຈະສະທ້ອນຕໍ່ຄວາມປາຖະໜາຂອງເຮົາໃນການປະຕິບັດຕໍ່ຄົນອື່ນ? ການຮູ້ຄຸນຄ່າຂອງເຮົາຕໍ່ພຣະອົງ ຈະເພີ່ມຄວາມປາຖະໜາຂອງເຮົາໃນການຊ່ອຍເຫລືອຄົນທີ່ຕ້ອງການຄວາມເຂົ້າໃຈເຖິງການຊົດໃຊ້ຄືກັນກັບເຮົາ—ຢ່າງເລິກຊຶ້ງໄດ້ແນວໃດ? ເມື່ອເຮົາແຕ່ລະຄົນມີຄຳສອນແຫ່ງການຊົດໃຊ້ຂຽນໄວ້ຢູ່ໃນໃຈຂອງເຮົາ, ແລ້ວເຮົາຈະເລີ່ມກາຍເປັນເໝືອນດັ່ງຜູ້ຄົນທີ່ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາເປັນ ເມື່ອພຣະອົງສະເດັດມາອີກ. ພຣະອົງຈະຮູ້ວ່າເຮົາເປັນສານຸສິດທີ່ແທ້ຈິງຂອງພຣະອົງ.
ຂໍໃຫ້ການຊົດໃຊ້ຂອງພຣະເຢຊູຄຣິດເຮັດໃຫ້ “ການປ່ຽນແປງອັນໃຫຍ່ຫລວງ” ຖືກຂຽນໄວ້ຢູ່ໃນໃຈຂອງເຮົາ.16 ເມື່ອເຮົາຕື່ນຂຶ້ນມາສູ່ຄຳສອນນີ້, ຊຶ່ງໄດ້ປະກາດໂດຍທູດສະຫວັນອົງໜຶ່ງຂອງພຣະເຈົ້າວ່າເປັນ “ຂ່າວອັນໜ້າຊື່ນຊົມແຫ່ງຄວາມສຸກ,”17 ຂ້າພະເຈົ້າສັນຍາວ່າ ເຮົາຈະຮູ້ສຶກວ່າດັ່ງຜູ້ຄົນຂອງກະສັດເບັນຢາມິນໄດ້ຮູ້ສຶກ. ຫລັງຈາກພວກເຂົາໄດ້ອະທິຖານຢ່າງຍິ່ງເພື່ອວ່າການຊົດໃຊ້ຈະຖືກນຳໃຊ້ຢູ່ໃນຊີວິດຂອງພວກເຂົາແລ້ວ, “ພວກເຂົາເຕັມໄປດ້ວຍຄວາມສຸກ”18 ແລະ “ເຕັມໃຈທີ່ຈະເຂົ້າເຮັດພັນທະສັນຍາກັບ … ພຣະເຈົ້າ ເພື່ອຈະກະທຳຕາມພຣະປະສົງຂອງພຣະອົງ, ແລະ ເພື່ອຈະໄດ້ເຊື່ອຟັງພຣະບັນຍັດຂອງພຣະອົງໃນທຸກເລື່ອງ.”19 ການເຮັດ, ຮັກສາ, ແລະ ປິຕິຍິນດີໃນພັນທະສັນຍາຂອງເຮົາ ຈະເປັນຫລັກຖານວ່າການຊົດໃຊ້ຂອງພຣະເຢຊູຄຣິດຈະຖືກຂຽນໄວ້ຢູ່ໃນໃຈຂອງເຮົາແທ້ໆ. ຈົ່ງຈື່ຈຳ, ຫລັກທຳສາມຂໍ້ນີ້, ເອື້ອຍນ້ອງທັງຫລາຍ:
-
“ສິ່ງທີ່ບໍ່ຍຸດຕິທຳທັງຫລາຍໃນຊີວິດ ສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ໂດຍຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ.”20
-
ມີອຳນາດໃນການຊົດໃຊ້ເພື່ອຊ່ອຍເຮົາໃຫ້ເອົາຊະນະທຳມະຊາດຂອງມະນຸດ ແລະ ກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.21
-
ການຊົດໃຊ້ເປັນຫລັກຖານທີ່ຍິ່ງໃຫຍ່ເຖິງຄວາມຮັກຂອງພຣະບິດາທີ່ມີຕໍ່ລູກໆຂອງພຣະອົງ.22
“ຄຳໝັ້ນສັນຍາໃໝ່ທີ່ເຮົາຈະເຮັດກັບປະຊາຊົນອິດສະລາເອນ ຈະເປັນດັ່ງນີ້, ເຮົາຈະຂຽນບັນຍັດຂອງເຮົາໄວ້ໃນໃຈເຂົາ ແລະ ຂຽນບັນຍັດນັ້ນໄວ້ທີ່ໃຈຂອງເຂົາເຈົ້າ. ເຮົາຈະເປັນພຣະເຈົ້າຂອງເຂົາ ແລະ ເຂົາກໍຈະເປັນປະຊາຊົນຂອງເຮົາ.”23 ຂ້າພະເຈົ້າຂໍເຊື້ອເຊີນເຮົາໃຫ້ທູນຂໍຕໍ່ພຣະຜູ້ເປັນເຈົ້າໃຫ້ຂຽນຫລັກທຳແຫ່ງການຊົດໃຊ້ໄວ້ໃນໃຈຂອງເຮົາ. ຂ້າພະເຈົ້າຂໍເປັນພະຍານວ່າ ທີ່ກ່າວມານັ້ນເປັນຄວາມຈິງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.