ຄິດກ່ຽວກັບພອນ
ພຣະບິດາເທິງສະຫວັນຂອງເຮົາຮູ້ຈັກຄວາມຕ້ອງການຂອງເຮົາ ແລະ ຈະຊ່ອຍເຫລືອເຮົາ ເມື່ອເຮົາເອີ້ນຫາພຣະອົງໃຫ້ຊ່ອຍເຫລືອ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ກອງປະຊຸມນີ້ເປັນປີທີ 49 ນັບແຕ່ຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃນວັນທີ 4 ເດືອນຕຸລາ ປີ 1963, ສູ່ຕຳແໜ່ງອັກຄະສາວົກສິບສອງ. ສີ່ສິບເກົ້າປີກໍເປັນເວລາດົນນານ. ເຖິງຢ່າງໃດກໍຕາມ, ກໍເບິ່ງຄືວ່າ ບໍ່ໄດ້ເປັນເວລາດົນນານ ນັບຕັ້ງແຕ່ຂ້າພະເຈົ້າໄດ້ຢືນຢູ່ເທິງແທ່ນປາໄສຢູ່ໃນຕຶກແທໂບແນໂກ ແລະ ໄດ້ກ່າວປາໄສເປັນເທື່ອທຳອິດ.
ຫລາຍສິ່ງໄດ້ປ່ຽນໄປນັບແຕ່ວັນທີ 4 ເດືອນຕຸລາ ປີ 1963. ເຮົາມີຊີວິດຢູ່ໃນວັນເວລາທີ່ພິເສດໃນປະຫວັດສາດຂອງໂລກ. ເຮົາໄດ້ຮັບພອນຫລາຍທີ່ສຸດ. ແລະ ບາງເທື່ອກໍລຳບາກໃຈຫລາຍເມື່ອເຫັນບັນຫາຕ່າງໆທີ່ຢູ່ອ້ອມຮອບເຮົາ ແລະ ເບິ່ງຄືວ່າບໍ່ເຄີຍຫລຸດໜ້ອຍລົງຈັກເທື່ອ. ຂ້າພະເຈົ້າພົບວ່າ, ແທນທີ່ຈະໝົກໝຸ້ນຢູ່ກັບສິ່ງທີ່ບໍ່ດີ, ຖ້າຫາກເຮົາຈະຢຸດຈັກບຶດໜຶ່ງ ແລະ ຄິດກ່ຽວກັບພອນໃນຊີວິດຂອງເຮົາ, ຮ່ວມທັງສິ່ງທີ່ເບິ່ງຄືວ່າເລັກນ້ອຍ ແລະ ຖືກມອງຂ້າມ, ແລ້ວເຮົາຈະພົບເຫັນຄວາມສຸກທີ່ຍິ່ງໃຫຍ່.
ເມື່ອຂ້າພະເຈົ້າຫວນຄິດກ່ຽວກັບໄລຍະ 49 ປີ ຜ່ານມາ, ຂ້າພະເຈົ້າໄດ້ຄົ້ນພົບບາງຢ່າງ. ປະສົບການຫລາຍຢ່າງທີ່ຂ້າພະເຈົ້າເຄີຍມີ ສ່ວນຫລາຍແລ້ວບໍ່ໄດ້ເປັນປະສົບການທີ່ໃຫຍ່ໂຕ. ຕາມຄວາມຈິງແລ້ວ, ບາງເທື່ອມັນດົນໃຈເຖິງແມ່ນບໍ່ຄືວ່າ ບໍ່ສຳຄັນ ຫລື ເປັນປະສົບການພຽງທຳມະດາ. ແຕ່ເມື່ອເບິ່ງແລ້ວ, ມັນໄດ້ເປັນພອນອັນຫລວງຫລາຍໃນຊີວິດ—ຮ່ວມທັງຊີວິດຂອງຂ້າພະເຈົ້າເອງ. ຂ້າພະເຈົ້າຂໍແນະນຳທ່ານໃຫ້ເຮັດຄືກັນ—ໂດຍສະເພາະ ການສຳຫລວດເບິ່ງຊີວິດຂອງທ່ານ ແລະ ສຳນຶກເຖິງພອນພິເສດ, ບໍ່ວ່າໃຫຍ່ ຫລື ນ້ອຍ, ທີ່ທ່ານໄດ້ຮັບ.
ໃນຫລາຍປີທີ່ຜ່ານມາ ຊີວິດຂອງຂ້າພະເຈົ້າໄດ້ຖືກຊ່ອຍຊູ ໂດຍຄວາມຮູ້ແຈ້ງວ່າພຣະເຈົ້າໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາ. ຄວາມຈິງດັ່ງກ່າວກໍມີກ່າວເຖິງຢູ່ໃນນີໄຟສະບັບທີ 2 ໃນພຣະຄຳພີມໍມອນວ່າ: “ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່; ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ.”1 ຂ້າພະເຈົ້າເປັນພະຍານວ່າ ຄວາມສຸກອັນໃຫຍ່ຫລວງຈະມາເຖິງ ເມື່ອເຮົາສາມາດສື່ສານກັບພຣະບິດາເທິງສະຫວັນຜ່ານການອະທິຖານ ແລະວ່າການອະທິຖານເຫລົ່ານັ້ນຈະໄດ້ຍິນ ແລະ ຕອບ—ບາງທີບໍ່ແມ່ນດ້ວຍວິທີໃດ ຫລື ຕອນໃດທີ່ເຮົາຈະໄດ້ຮັບຄຳຕອບ, ແຕ່ຄຳຖາມ ຈະ ໄດ້ຮັບຄຳຕອບໂດຍພຣະບິດາເທິງສະຫວັນຜູ້ຮູ້ ແລະ ຮັກເຮົາຢ່າງບໍລິບູນ ແລະ ຜູ້ປະສົງໃຫ້ເຮົາມີຄວາມສຸກ. ພຣະອົງບໍ່ໄດ້ສັນຍາກັບເຮົາບໍວ່າ, ຈົ່ງຖ່ອມຕົວ; ແລະ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ຈະຈູງມືພາເຈົ້າໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງເຈົ້າ?2
ໃນເວລາທີ່ມອບໃຫ້ຂ້າພະເຈົ້າກ່າວປາໄສນີ້, ຂ້າພະເຈົ້າຢາກແບ່ງປັນບາງສິ່ງກັບທ່ານ ກ່ຽວກັບປະສົບການເລື່ອງການອະທິຖານທີ່ພຣະເຈົ້າໄດ້ຍິນ ແລະ ຕອບ, ໄດ້ນຳພອນມາສູ່ຊີວິດຂອງຂ້າພະເຈົ້າ ແລະ ມາສູ່ຊີວິດຂອງຄົນອື່ນໆນຳອີກ. ຢູ່ໃນປຶ້ມບັນທຶກສ່ວນຕົວຂອງຂ້າພະເຈົ້າ, ທີ່ໄດ້ຂຽນມາເປັນເວລາຫລາຍຕໍ່ຫລາຍປີ, ໄດ້ຊ່ອຍໃຫ້ຂ້າພະເຈົ້າຈື່ຈຳຫລາຍສິ່ງ ຊຶ່ງປາດສະຈາກບັນທຶກເຫລົ່ານັ້ນແລ້ວ ຂ້າພະເຈົ້າຄົງຈື່ມັນບໍ່ໄດ້.
ໃນຕົ້ນປີ 1965 ຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ໄປຮ່ວມປະຊຸມສະເຕກ ແລະ ຮ່ວມປະຊຸມອື່ນໆຢູ່ເຂດປາຊີຟິກພາກໃຕ້. ເປັນເທື່ອທຳອິດທີ່ໄດ້ຢ້ຽມຢາມເຂດນັ້ນ, ແລະ ຂ້າພະເຈົ້າກໍບໍ່ເຄີຍລືມການຢ້ຽມຢາມນັ້ນ. ມັນເປັນປະສົບການທາງວິນຍານ ເມື່ອຂ້າພະເຈົ້າໄດ້ພົບກັບຜູ້ນຳ, ສະມາຊິກ, ແລະ ຜູ້ສອນສາດສະໜາ.
ໃນທ້າຍອາທິດ ເປັນວັນເສົາ ແລະ ອາທິດ, ໃນວັນທີ 20 ແລະ 21 ເດືອນກຸມພາ, ພວກເຮົາໄດ້ໄປເມືອງບຣິດສະເບນ, ປະເທດອົດສະຕາລີ, ເພື່ອຮ່ວມກອງປະຊຸມສະເຕກຢູ່ທີ່ນັ້ນ. ໃນລະຫວ່າງການປະຊຸມໃນວັນເສົາ, ຂ້າພະເຈົ້າໄດ້ຖືກແນະນຳໃຫ້ຮູ້ຈັກກັບປະທານທ້ອງຖິ່ນ ຈາກເຂດໃກ້ຄຽງນັ້ນ. ໃນຂະນະທີ່ພວກເຮົາຈັບມືກັນ, ຂ້າພະເຈົ້າໄດ້ຖືກກະຕຸ້ນວ່າຕ້ອງໄດ້ເວົ້າລົມກັບເພິ່ນ ແລະ ໃຫ້ຄຳແນະນຳ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ຂໍໃຫ້ເພິ່ນໄປຮ່ວມກອງປະຊຸມຕອນເຊົ້າກັບຂ້າພະເຈົ້າໃນມື້ຕໍ່ມາ.
ຫລັງຈາກກອງປະຊຸມໃນວັນອາທິດ ພວກເຮົາໄດ້ມີໂອກາດເວົ້າລົມກັນ. ພວກເຮົາໄດ້ລົມກັນກ່ຽວກັບໜ້າທີ່ຮັບຜິດຊອບຂອງເພິ່ນໃນຖານະເປັນປະທານທ້ອງຖິ່ນ. ເມື່ອພວກເຮົາເຮັດເຊັ່ນນັ້ນ, ຂ້າພະເຈົ້າໄດ້ຖືກກະຕຸ້ນໃຫ້ແນະນຳເພິ່ນບາງສິ່ງກ່ຽວກັບວຽກງານເຜີຍແຜ່ ແລະເຖິງວິທີທີ່ເພິ່ນ ແລະ ສະມາຊິກສາມາດຊ່ອຍເຫລືອຜູ້ສອນສາດສະໜາເຕັມເວລາທີ່ຮັບໃຊ້ຢູ່ໃນເຂດຂອງເພິ່ນ. ຕໍ່ມາຂ້າພະເຈົ້າໄດ້ຮຽນຮູ້ວ່າ ຊາຍຄົນນີ້ໄດ້ອະທິຖານເພື່ອການຊີ້ນຳກ່ຽວກັບເລື່ອງນີ້. ການເວົ້າລົມກັນຂອງພວກເຮົາ ໄດ້ເປັນພະຍານພິເສດເຖິງຄຳອະທິຖານຂອງເພິ່ນທີ່ໄດ້ຮັບຄຳຕອບ. ສິ່ງນີ້ເບິ່ງຄືວ່າເປັນການເວົ້າລົມກັນທີ່ໜ້າອັດສະຈັນໃຈ ຊຶ່ງຖືກນຳພາໂດຍພຣະວິນຍານ ແລະ ໄດ້ສ້າງຄວາມແຕກຕ່າງໃນຊີວິດຂອງປະທານທ້ອງຖິ່ນ ແລະ ການບໍລິຫານງານຂອງເພິ່ນ, ໃນຊີວິດຂອງສະມາຊິກຂອງເພິ່ນ, ແລະ ໃນຄວາມສຳເລັດຜົນຂອງຜູ້ສອນສາດສະໜາໃນເຂດນັ້ນ.
ອ້າຍເອື້ອຍນ້ອງທັງຫລາຍ, ສ່ວນຫລາຍຈຸດປະສົງຂອງພຣະຜູ້ເປັນເຈົ້າ ໄດ້ສຳເລັດຜົນ ເມື່ອເຮົາເອົາໃຈໃສ່ຕໍ່ການຊີ້ນຳຂອງພຣະວິນຍານ. ຂ້າພະເຈົ້າເຊື່ອວ່າ ເມື່ອເຮົາເຮັດຕາມການດົນໃຈຫລາຍຂຶ້ນເທົ່າໃດ, ພຣະຜູ້ເປັນເຈົ້າຈະໄວ້ວາງໃຈເຮົາໃຫ້ເປັນຜູ້ແລ່ນວຽກງານພຣະອົງຫລາຍຂຶ້ນເທົ່ານັ້ນ.
ຂ້າພະເຈົ້າໄດ້ຮຽນຮູ້, ດັ່ງທີ່ຂ້າພະເຈົ້າໄດ້ກ່າວເຖິງໃນຂ່າວສານທີ່ຜ່ານມາ, ວ່າບໍ່ຄວນລັງເລໃຈເມື່ອໄດ້ຮັບການກະຕຸ້ນເຕືອນ. ເທື່ອໜຶ່ງໃນຫລາຍປີກ່ອນ, ຂ້າພະເຈົ້າໄດ້ໄປລອຍນ້ຳຢູ່ຕຶກ Deseret Gym ຢູ່ເມືອງເຊົາເລັກ ຕອນຂ້າພະເຈົ້າໄດ້ຮັບການກະຕຸ້ນໃຫ້ໄປໂຮງໝໍມະຫາວິທະຍາໄລ ເພື່ອຢ້ຽມຢາມເພື່ອນຄົນໜຶ່ງ ຜູ້ຊຶ່ງຂາເບື້ອງໜຶ່ງເປັນອຳມະພາດດ້ວຍໂລກມະເລັງ ແລະ ຕ້ອງຜ່າຕັດໃນບໍ່ດົນນັ້ນ. ຂ້າພະເຈົ້າກໍໄດ້ຂຶ້ນຈາກສະນ້ຳ, ປ່ຽນເຄື່ອງນຸ່ງ, ແລະ ໄດ້ໄປຫາຊາຍທີ່ດີຄົນນັ້ນທັນທີ.
ເມື່ອຂ້າພະເຈົ້າໄດ້ໄປເຖິງຫ້ອງລາວ, ຂ້າພະເຈົ້າໄດ້ເຫັນວ່າວ່າງເປົ່າ. ແລ້ວຂ້າພະເຈົ້າໄດ້ໄປສອບຖາມເບິ່ງ ແລະ ຮູ້ວ່າບາງທີລາວອາດຢູ່ແຖວສະນ້ຳຂອງໂຮງໝໍ, ຊຶ່ງເປັນບ່ອນໃຊ້ຝຶກຫັດອອກກຳລັງກາຍ. ແລະ ກໍເປັນແນວນັ້ນ. ລາວໄດ້ນັ່ງລົດເຂັນໄປເອງ ແລະ ບໍ່ມີໃຜຢູ່ໃນຫ້ອງນັ້ນນຳລາວ. ລາວຢູ່ແຈບ່ອນໄກໆ. ຂ້າພະເຈົ້າໄດ້ເອີ້ນໃສ່ລາວ, ແລະ ລາວກໍແປກໃຈທີ່ໄດ້ເຫັນຂ້າພະເຈົ້າ ແລະ ຟ້າວເຂັນລໍ້ມາຫາ. ພວກເຮົາໄດ້ລົມກັນຢ່າງມ່ວນຊື່ນ, ແລະ ຂ້າພະເຈົ້າກໍໄດ້ພາລາວກັບຄືນໄປຫ້ອງ ແລະ ອວຍພອນລາວ.
ຕໍ່ມາເພື່ອນຂອງຂ້າພະເຈົ້າໄດ້ບອກຂ້າພະເຈົ້າວ່າ ມື້ນັ້ນລາວມີຄວາມໂສກເສົ້າຫລາຍ ແລະ ຄິດຢາກຂ້າໂຕຕາຍ. ລາວໄດ້ອະທິຖານເພື່ອຂໍຄວາມຊ່ອຍເຫລືອ, ແຕ່ຮູ້ສຶກວ່າລາວບໍ່ໄດ້ຮັບຄຳຕອບ. ລາວຈຶ່ງນັ່ງລົດເຂັນໄປຫາສະນ້ຳ ແລະ ຄິດວ່າການຂ້າໂຕຕາຍ ເປັນທາງອອກທີ່ດີທີ່ສຸດ—ລາວຄິດວ່າ ລາວຈະເຂັນລໍ້ລົງສະບ່ອນເລິກ. ແລ້ວຂ້າພະເຈົ້າໄດ້ໄປເຖິງທັນເວລາ, ຊຶ່ງຖືວ່າເປັນການດົນໃຈຈາກເບື້ອງບົນ.
ເພື່ອນຂອງຂ້າພະເຈົ້າໄດ້ມີຊີວິດຢູ່ຕໍ່ໄປຫລາຍປີ—ເຕັມໄປດ້ວຍຄວາມສຸກ ແລະ ຄວາມກະຕັນຍູ. ຂ້າພະເຈົ້າດີໃຈຫລາຍທີ່ໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະຜູ້ເປັນເຈົ້າ ໃນມື້ທີ່ສຸກເສີນນັ້ນ ຢູ່ສະນ້ຳ.
ມີອີກເທື່ອໜຶ່ງ, ໃນຂະນະທີ່ຊິດສະເຕີມອນສັນກັບຂ້າພະເຈົ້າພວມຂັບລົດກັບບ້ານຈາກການໄປຢ້ຽມຢາມໝູ່ເພື່ອນ,ຂ້າພະເຈົ້າຮູ້ສຶກວ່າຄວນຂັບລົດເຂົ້າໄປໃນເມືອງ—ຊຶ່ງເປັນລະຍະທາງຫລາຍກິໂລແມັດ—ເພື່ອໄປຢ້ຽມຢາມແມ່ໝ້າຍຄົນໜຶ່ງ ທີ່ເຄີຍອາໄສຢູ່ໃນຫວອດຂອງພວກເຮົາ. ລາວຊື່ວ່າ ຊີລາ ທອມມັສ. ໃນຕອນນັ້ນລາວອາໄສຢູ່ຫໍພັກຄົນເຖົ້າ. ໃນຕອນບ່າຍມື້ນັ້ນ ພວກເຮົາໄດ້ເຫັນໃບໜ້າຂອງລາວຊີດຊຽວ ແລະ ນອນຫລັບຢູ່ໃນຕຽງຂອງລາວ.
ແມ່ຕູ້ຊີລາໄດ້ຕາບອດມາດົນແລ້ວ, ແຕ່ລາວຈື່ສຽງວ່າພວກເຮົາເປັນໃຜ. ລາວໄດ້ຂໍໃຫ້ຂ້າພະເຈົ້າໃຫ້ພອນແກ່ລາວ, ບອກຕື່ມວ່າລາວພ້ອມແລ້ວທີ່ຈະຕາຍ ຖ້າຫາກພຣະຜູ້ເປັນເຈົ້າຢາກໃຫ້ລາວກັບຄືນບ້ານ. ມີຄວາມສະຫງົບຫລາຍຢູ່ໃນຫ້ອງນັ້ນ ແລະ ພວກເຮົາຮູ້ວ່າ ລາວຈະຢູ່ນຳບໍ່ໄດ້ດົນ. ແມ່ຕູ້ຊີລາໄດ້ຈັບມືຂ້າພະເຈົ້າ ແລະ ເວົ້າວ່າລາວໄດ້ອະທິຖານຢ່າງຕັ້ງໃຈ ຂໍໃຫ້ຂ້າພະເຈົ້າໄປຫາ ແລະ ອວຍພອນລາວ. ຂ້າພະເຈົ້າໄດ້ບອກລາວວ່າ ຂ້າພະເຈົ້າໄດ້ຮັບການດົນໃຈຈາກພຣະບິດາເທິງສະຫວັນໃຫ້ມາຫາລາວ. ຂ້າພະເຈົ້າໄດ້ຈູບໜ້າຜາກຂອງລາວ, ໂດຍທີ່ຮູ້ວ່າ ບາງທີອາດບໍ່ໄດ້ເຫັນລາວອີກໃນຊ່ວງມະຕະ. ເປັນເລື່ອງຈິງ ເພາະວ່າລາວໄດ້ເສຍຊີວິດໄປໃນມື້ຕໍ່ມາ. ການທີ່ສາມາດໃຫ້ຄວາມປອບໂຍນ ແລະ ຄວາມສະຫງົບແກ່ແມ່ຕູ້ຊີລາທີ່ອ່ອນຫວານຄົນນີ້ ໄດ້ເປັນພອນໃຫ້ແກ່ລາວ ແລະ ຂ້າພະເຈົ້າ.
ໂອກາດທີ່ໄດ້ເປັນພອນໃຫ້ແກ່ຊີວິດຂອງຄົນອື່ນ ສ່ວນຫລາຍແລ້ວແມ່ນເປັນສິ່ງທີ່ບໍ່ຄາດຄິດ. ໃນມື້ທີ່ໜາວເຢັນມື້ໜຶ່ງໃນຄ່ຳຄືນຂອງລະດູໜາວ ປີ 1983–84, ຊິດສະເຕີມອນສັນກັບຂ້າພະເຈົ້າໄດ້ຂັບລົດໄປຫາເມືອງໜຶ່ງຢູ່ໃນຫຸບເຂົາຊື່ວ່າ ມິດເວ, ລັດຢູທາ, ບ່ອນທີ່ພວກເຮົາມີເຮືອນຫລັງໜຶ່ງຢູ່ບ່ອນນັ້ນ. ຄືນນັ້ນຄວາມເຢັນລົງຕ່ຳກວ່າ 24 ອົງສາ ຟາເຣັນຮາຍ, (31 ອົງສາ ເຊັລຊີອັສ), ແລະ ພວກເຮົາກໍຢາກຮູ້ວ່າ ທຸກສິ່ງທຸກຢ່າງເປັນໄປດ້ວຍດີຢູ່ເຮືອນຂອງພວກເຮົາຫລືບໍ່. ພວກເຮົາໄດ້ກວດກາເບິ່ງ, ແລະ ກໍເຫັນວ່າປົກກະຕິດີ, ສະນັ້ນພວກເຮົາຈຶ່ງເລີ່ມຂັບລົດກັບເມືອງເຊົາເລັກ. ຫລັງຈາກໄດ້ຂັບລົດໄປບໍ່ພໍເທົ່າໃດກິໂລແມັດ, ລົດຂອງພວກເຮົາກໍຕາຍ. ຂ້າພະເຈົ້າບໍ່ເຄີຍໜາວຫລາຍເທົ່າກັບຄືນນັ້ນ.
ພວກເຮົາຈຳເປັນຕ້ອງໄດ້ຍ່າງໄປຫາໝູ່ບ້ານຢູ່ໃກ້, ແລະ ມີລົດຫລາຍຄັນໄດ້ແລ່ນຜ່ານພວກເຮົາໄປ. ແຕ່ມີລົດຄັນໜຶ່ງຢຸດ, ຊາຍໜຸ່ມຄົນໜຶ່ງໄດ້ຊວນພວກເຮົາຂຶ້ນລົດໄປນຳລາວ. ແລ້ວພວກເຮົາຮູ້ວ່າ ນ້ຳມັນລົດຂອງພວກເຮົາແຂງກະດ້າງ, ສະນັ້ນມັນຈຶ່ງຕາຍ. ຊາຍໜຸ່ມຄົນນັ້ນໄດ້ຂັບລົດພາພວກເຮົາກັບໄປເຮືອນຂອງພວກເຮົາຢູ່ເມືອງມິດເວ. ຂ້າພະເຈົ້າໄດ້ສະເໜີຈ່າຍເງິນໃຫ້ລາວ, ແຕ່ລາວບໍ່ຍອມຮັບ. ລາວເວົ້າວ່າ ລາວເປັນລູກເສືອ ແລະ ຢາກເຮັດຄວາມດີ. ຂ້າພະເຈົ້າໄດ້ແນະນຳຕົວໃຫ້ລາວຮູ້ຈັກ, ແລະ ລາວກໍດີໃຈຫລາຍທີ່ໄດ້ມີໂອກາດຊ່ອຍເຫລືອ. ໂດຍທີ່ຄິດວ່າ ລາວຢູ່ໃນໄວອາຍຸຂອງຜູ້ສອນສາດສະໜາໜຸ່ມ, ຂ້າພະເຈົ້າຈຶ່ງໄດ້ຖາມຖ້າຫາກວ່າ ລາວຄິດຢາກໄປສອນສາດສະໜາຫລືບໍ່. ລາວບອກວ່າ ລາວບໍ່ແນ່ໃຈເທື່ອກ່ຽວກັບເລື່ອງນີ້.
ໃນວັນຈັນອາທິດຕໍ່ມາ, ຂ້າພະເຈົ້າໄດ້ຂຽນຈົດໝາຍຫາຊາຍໜຸ່ມຄົນນັ້ນ ແລະ ໄດ້ຂອບໃຈລາວສຳລັບຄວາມດີຂອງລາວ. ຢູ່ໃນຈົດໝາຍສະບັບນັ້ນ ຂ້າພະເຈົ້າໄດ້ຊຸກຍູ້ລາວໃຫ້ໄປຮັບໃຊ້ເຜີຍແຜ່ເຕັມເວລາ. ຂ້າພະເຈົ້າໄດ້ສົ່ງປຶ້ມເຫລັ້ມໜຶ່ງຂອງຂ້າພະເຈົ້າໄປໃຫ້ລາວຄືກັນ ແລະ ຂີດກ້ອງບ່ອນທີ່ເນັ້ນໜັກກ່ຽວກັບການຮັບໃຊ້ເຜີຍແຜ່.
ປະມານໜຶ່ງອາທິດ ແມ່ຂອງຊາຍໜຸ່ມຄົນນັ້ນໄດ້ໂທລະສັບມາ ບອກຂ້າພະເຈົ້າວ່າ ລູກຊາຍຂອງນາງເຄີຍເປັນຄົນດີ, ແຕ່ເປັນເພາະການເລືອກບາງຢ່າງຂອງລາວໄດ້ພາລາວໄປເຮັດສິ່ງທີ່ບໍ່ດີ, ສະນັ້ນລາວຈຶ່ງບໍ່ມີຄວາມປາຖະໜາທີ່ຈະໄປຮັບໃຊ້ເຜີຍແຜ່ອີກຕໍ່ໄປ. ພໍ່ແມ່ຂອງລາວໄດ້ຖືສິນອົດເຂົ້າ ແລະ ອະທິຖານທູນຂໍຄວາມຊ່ອຍເຫລືອເພື່ອໃຫ້ລາວປ່ຽນໃຈ ແລະ ໄດ້ຂຽນຊື່ລາວໄວ້ຢູ່ໃນພຣະວິຫານໂພຣໂວ ລັດຢູທາ ເພື່ອໃຫ້ຜູ້ຄົນອະທິຖານຊ່ອຍ. ເຂົາເຈົ້າຫວັງວ່າ ໃນທາງໃດທາງໜຶ່ງ ລາວຈະປ່ຽນໃຈຄືນເປັນຄົນດີ, ແລະ ຄິດຢາກໄປສອນສາດສະໜາ ແລະ ຮັບໃຊ້ພຣະຜູ້ເປັນເຈົ້າຢ່າງຊື່ສັດ. ແມ່ຂອງລາວຢາກໃຫ້ຂ້າພະເຈົ້າຮູ້ວ່າ ຄືນທີ່ໜາວເຢັນທີ່ສຸດນັ້ນ ເປັນຄືນທີ່ຕອບຄຳອະທິຖານຂອງເຂົາເຈົ້າ. ຂ້າພະເຈົ້າໄດ້ກ່າວວ່າ “ຂ້າພະເຈົ້າເຫັນດ້ວຍກັບນາງ.”
ຫລັງຈາກຫລາຍເດືອນ ແລະ ໄດ້ຕິດຕໍ່ຫາກັນຫລາຍເທື່ອກັບຊາຍໜຸ່ມຄົນນັ້ນ, ຊິດສະເຕີມອນສັນກັບຂ້າພະເຈົ້າມີຄວາມຊື່ນຊົມຫລາຍທີ່ໄດ້ໄປຮ່ວມງານສັ່ງລາການໄປສອນສາດສະໜາຂອງລາວຢູ່ເຂດເຜີຍແຜ່ ການາດາ ແວນຄູເວີ.
ມັນເປັນເລື່ອງບັງເອີນບໍໃນຄ່ຳຄືນທີ່ໜາວເຢັນໃນເດືອນທັນວາຄືນນັ້ນ? ຂ້າພະເຈົ້າບໍ່ຄິດວ່າເປັນການບັງເອີນ. ແຕ່ຂ້າພະເຈົ້າເຊື່ອວ່າ ການໄດ້ພົບລາວເປັນຄຳຕອບຕໍ່ຄຳອະທິຖານຈາກໃຈຂອງພໍ່ແມ່ຂອງລາວ ທີ່ຮັກລາວຫລາຍທີ່ສຸດ.
ອີກເທື່ອໜຶ່ງ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາຮູ້ຈັກຄວາມຕ້ອງການຂອງເຮົາ ແລະ ຈະຊ່ອຍເຫລືອເຮົາ ເມື່ອເຮົາເອີ້ນຫາພຣະອົງໃຫ້ຊ່ອຍເຫລືອ. ຂ້າພະເຈົ້າເຊື່ອວ່າ ບໍ່ມີບັນຫາໃດທີ່ເລັກນ້ອຍ ຫລື ບໍ່ສຳຄັນ. ພຣະຜູ້ເປັນເຈົ້າຮູ້ຈັກທຸກສິ່ງທຸກຢ່າງກ່ຽວກັບຊີວິດຂອງເຮົາ.
ຂ້າພະເຈົ້າຢາກມ້ວນທ້າຍດ້ວຍປະສົບການທີ່ໄດ້ເກີດຂຶ້ນໃນບໍ່ດົນມານີ້ ຊຶ່ງໄດ້ສຳພັດກັບຫລາຍຮ້ອຍຊີວິດ. ມັນໄດ້ເກີດຂຶ້ນຢູ່ໃນງານສະເຫລີມສະຫລອງພຣະວິຫານແຄນຊັດ ຊີທີ, ຫ້າເດືອນຜ່ານມານີ້. ດັ່ງທີ່ມີຫລາຍສິ່ງຫລາຍຢ່າງໄດ້ເກີດຂຶ້ນໃນຊີວິດຂອງເຮົາ, ເທື່ອນັ້ນເບິ່ງຄືວ່າເປັນເຫດການອີກຢ່າງໜຶ່ງທີ່ໄດ້ເກີດຂຶ້ນ. ແຕ່ຂ້າພະເຈົ້າໄດ້ຮຽນຮູ້ວ່າ ສະຖານະການທີ່ກ່ຽວພັນກັບງານສະເຫລີມສະຫລອງກ່ອນວັນຈັດພິທີອຸທິດພຣະວິຫານເປັນການສະແດງທີ່ແປກຫລາຍ. ເບິ່ງແລ້ວເປັນເລື່ອງມະຫັດສະຈັນ.
ເຊັ່ນດຽວກັບການສະແດງທຸກເທື່ອກ່ອນການອຸທິດພຣະວິຫານ, ຊາວໜຸ່ມໃນເຂດແຄນຊັດ ຊີຕີ ມີເຊີຣີ ໄດ້ພາກັນຝຶກສະແດງເປັນກຸ່ມໆຢູ່ໃນເຂດຂອງໃຜມັນ. ໄດ້ວາງແຜນໄວ້ວ່າ ແລ້ວເຂົາເຈົ້າຈະມາລວມກັນຢູ່ຕຶກໃຫຍ່ແຫ່ງໜຶ່ງທີ່ເຊົ່າ ເພື່ອຝຶກນຳກັນໃນວັນເສົາຕອນເຊົ້າກ່ອນສະແດງ ເພື່ອວ່າພວກເຂົາຈະຮູ້ຈັກວ່າຕ້ອງເຂົ້າໄປທາງໃດ ແລະ ຢືນຢູ່ບ່ອນໃດ, ແລະ ໄກກັນຫລາຍປານໃດກັບຄົນທີ່ຢູ່ທາງຂ້າງ, ຮູ້ຈັກທາງອອກ ແລະ ອື່ນໆ—ລາຍລະອຽດຫລາຍຢ່າງທີ່ເຂົາເຈົ້າຕ້ອງຮູ້ລ່ວງໜ້າ ແລະ ປະສານງານກັບຜູ້ຈັດສາກ ເພື່ອວ່າການສະແດງຂອງຄືນນັ້ນຈະງົດງາມ ແລະ ເປັນແບບນັກສະແດງມືອາຊີບ.
ແຕ່ມີບັນຫາໃຫຍ່ຢ່າງໜຶ່ງໃນມື້ນັ້ນ. ການສະແດງທັງໝົດຂອງເຂົາເຈົ້າມີສ່ວນວິດີໂອປະກອບ ຊຶ່ງຈະສະແດງໃນຈໍໃຫຍ່. ວິດີໂອແຕ່ລະຕອນເປັນຈຸດສຳຄັນຂອງການສະແດງຂອງເຂົາເຈົ້າ. ມັນບໍ່ພຽງແຕ່ເຊື່ອມໂຍງການສະແດງເຂົ້າກັນເທົ່ານັ້ນ, ແຕ່ມັນຈະບອກເຖິງການສະແດງພາກຕໍ່ໄປນຳອີກ. ວິດີໂອພາກຕ່າງໆເຫລົ່ານັ້ນແມ່ນສຳຄັນຫລາຍທີ່ສຸດຕໍ່ການສະແດງໃນຄ່ຳຄືນນັ້ນ. ແລະ ຈໍພັດມາຕິດຂັດ.
ນັກຄວບຄຸມເຄື່ອງຖ່າຍທອດກໍໄດ້ພະຍາຍາມຢ່າງໄວເພື່ອແກ້ໄຂບັນຫາ ໃນຂະນະທີ່ຊາວໜຸ່ມລໍຖ້າ, ຫລາຍຮ້ອຍຄົນໄດ້ເສຍເວລາອັນມີຄ່າໄປ. ສະພາບການເປັນແບບວ່າເປັນໄປບໍ່ໄດ້.
ຜູ້ຂຽນ ແລະ ຜູ້ຈັດການງານສະເຫລີມສະຫລອງ, ຊູແສນ ຄຸບເປີ, ຕໍ່ມາໄດ້ອະທິບາຍວ່າ, “ເມື່ອພວກເຮົາປ່ຽນແຜນ ກ ຫາ ຂ ຫາ ຮ, ພວກເຮົາຮູ້ວ່າ ມັນບໍ່ໄດ້ເລື່ອງ. ... ເມື່ອພວກເຮົາຫລຽວເບິ່ງລາຍການ, ພວກເຮົາຮູ້ວ່າ ພວກເຮົາຄົງເຮັດບໍ່ສຳເລັດ, ແຕ່ພວກເຮົາຮູ້ວ່າ ພວກເຮົາມີພະລັງອັນຍິ່ງໃຫຍ່ທີ່ສຸດຢູ່ໃນກາງສະໜາມຂ້າງລຸ່ມ—ຊາວໜຸ່ມ 3,000 ຄົນ. ພວກເຮົາຕ້ອງໄດ້ລົງໄປບອກ [ເຂົາເຈົ້າ] ສິ່ງທີ່ກຳລັງເກີດຂຶ້ນ ແລະ ໃຊ້ສັດທາຂອງເຂົາເຈົ້າ.”3
ພຽງແຕ່ໜຶ່ງຊົ່ວໂມງກ່ອນຜູ້ຊົມພາກັນເຂົ້າມາໃນຕຶກໃຫຍ່ນັ້ນ, ຊາວໜຸ່ມ 3,000 ຄົນໄດ້ຄຸເຂົ່າລົງ ແລະ ອະທິຖານນຳກັນ. ເຂົາເຈົ້າໄດ້ທູນຂໍໃຫ້ຜູ້ທີ່ພະຍາຍາມແປງຈໍສາມາດແປງມັນໄດ້; ເຂົາເຈົ້າໄດ້ທູນຂໍໃຫ້ພຣະບິດາເທິງສະຫວັນຊ່ອຍເຫລືອສ່ວນທີ່ພວກເຂົາບໍ່ສາມາດເຮັດ ເພາະວ່າບໍ່ມີເວລາພຽງພໍ.
ຜູ້ໜຶ່ງທີ່ໄດ້ຂຽນກ່ຽວກັບເລື່ອງນີ້ຫລັງຈາກຄືນນັ້ນວ່າ, “ມັນເປັນຄຳອະທິຖານທີ່ກຸ່ມຊາວໜຸ່ມບໍ່ສາມາດລືມ, ບໍ່ແມ່ນເປັນເພາະພື້ນຫ້ອງແຂງ, ແຕ່ເປັນເພາະວ່າເຂົາເຈົ້າໄດ້ຮູ້ສຶກເຖິງພຣະວິນຍານ.”4
ບໍ່ດົນນັກສ້ອມແປງຄົນໜຶ່ງໄດ້ມາບອກວ່າ ເຂົາເຈົ້າໄດ້ສ້ອມແປງຈໍແລ້ວ. ລາວເວົ້າວ່າ “ໂຊກດີ,” ແຕ່ຊາວໜຸ່ມທຸກຄົນຮູ້ດີກວ່ານັ້ນ.
ເມື່ອພວກເຮົາໄດ້ເຂົ້າໄປໃນຕຶກໃນຄ່ຳຄືນນັ້ນ, ພວກເຮົາບໍ່ຮູ້ເຖິງຄວາມຫຍຸ້ງຍາກໃນຕອນກາງເວັນ. ພຽງແຕ່ຫລັງຈາກນັ້ນ ພວກເຮົາຈຶ່ງໄດ້ຍິນກ່ຽວກັບບັນຫາ. ສິ່ງທີ່ພວກເຮົາໄດ້ເຫັນເປັນການສະແດງທີ່ງົດງາມ ແລະ ຍອດຍ້ຽມ—ເປັນການສະແດງທີ່ດີທີ່ສຸດທີ່ໄດ້ເຫັນມາ. ກຸ່ມຊາວໜຸ່ມສະແດງໄດ້ດີຫລາຍ, ເຕັມໄປດ້ວຍພະລັງ ຊຶ່ງຜູ້ຊົມທຸກຄົນສາມາດຮູ້ສຶກ. ເຂົາເຈົ້າຮູ້ຈັກບ່ອນເຂົ້າມາ, ບ່ອນຢືນ, ຮູ້ຈັກປະສານງານກັບຜູ້ສະແດງຄົນອື່ນໆທີ່ຢູ່ອ້ອມຮອບ. ເມື່ອຂ້າພະເຈົ້າໄດ້ຍິນວ່າ ການຝຶກສະແດງຂອງເຂົາເຈົ້າໄດ້ຖືກຕັດເວລາ ແລະ ຫລາຍຄົນບໍ່ໄດ້ຝຶກເລີຍໃນກຸ່ມໃຫຍ່, ຂ້າພະເຈົ້າມີຄວາມປະຫລາດໃຈຫລາຍ. ບໍ່ມີໃຜຮູ້. ພຣະຜູ້ເປັນເຈົ້າໄດ້ຊ່ອຍເຫລືອເຂົາເຈົ້າແທ້ໆ.
ຂ້າພະເຈົ້າບໍ່ເຄີຍເຊົາປະຫລາດໃຈເຖິງວິທີທີ່ພຣະຜູ້ເປັນເຈົ້າສາມາດລະດົມໃຈ ແລະ ຊີ້ນຳທຸກພາກສ່ວນຂອງອານາຈັກຂອງພຣະອົງ ແລະ ມີເວລາດົນໃຈທຸກໆຄົນນຳອີກ—ຫລືການສະແດງວັດທະນະທຳ ຫລື ຈໍໜ່ວຍໜຶ່ງ. ຄວາມຈິງທີ່ວ່າພຣະອົງສາມາດ, ພຣະອົງເຮັດໄດ້, ເປັນປະຈັກພະຍານຕໍ່ຂ້າພະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຜູ້ເປັນເຈົ້າມີພາກສ່ວນຢູ່ໃນຊີວິດຂອງເຮົາທຸກຄົນ. ພຣະອົງຮັກເຮົາ. ພຣະອົງຢາກອວຍພອນເຮົາ. ພຣະອົງຢາກໃຫ້ເຮົາສະແຫວງຫາພຣະອົງ. ເມື່ອພຣະອົງນຳພາ ແລະ ຊີ້ນຳເຮົາ, ແລະ ເມື່ອພຣະອົງໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາ, ເຮົາຈະພົບຄວາມສຸກໃນທີ່ນີ້ ແລະ ຕອນນີ້ ໃນສິ່ງທີ່ພຣະອົງປະສົງສຳລັບເຮົາ. ຂໍໃຫ້ເຮົາຈົ່ງຮູ້ຈັກເຖິງພຣະພອນຂອງພຣະອົງໃນຊີວິດຂອງເຮົາ, ຂ້າພະເຈົ້າກ່າວມາໃນພຣະນາມຂອງພຣະເຢຊູຄຣິດ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ອາແມນ.