ຄວາມປິຕິຍິນດີຂອງການໄຖ່ຄົນທີ່ລ່ວງລັບໄປແລ້ວ
ເອລີຢາຈະຝັງສັນຍາທີ່ເຮັດກັບບັນພະບຸລຸດໄວ້ໃນໃຈຂອງລູກຫລານ, ແລະ ໃຈຂອງລູກຫລານຈະຫັນໄປຫາບັນພະບຸລຸດຂອງເຂົາເຈົ້າ.
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຄຳສອນທີ່ສູງສົ່ງກ່ຽວກັບພິທີການສັກສິດແຫ່ງການບັບຕິສະມາ ໃຫ້ແກ່ສາດສະດາໂຈເຊັບ ສະມິດ. ການເປີດເຜີຍນັ້ນໄດ້ມາເຖິງເມື່ອສາດສະໜາຊາວຄຣິດສະຕຽນອື່ນໆ ໄດ້ສອນວ່າຄວາມຕາຍໄດ້ກຳນົດຊາຕາກຳຂອງຈິດວິນຍານຢ່າງປ່ຽນແປງບໍ່ໄດ້ຊົ່ວນິລັນດອນ. ເຂົາເຈົ້າໄດ້ສອນວ່າຜູ້ທີ່ໄດ້ຮັບບັບຕິສະມາຈະໄດ້ຮັບລາງວັນດ້ວຍຄວາມປິຕິຍິນດີທີ່ບໍ່ສິ້ນສຸດ ໃນເມື່ອຄົນອື່ນທັງໝົດຈະໄດ້ປະສົບຄວາມທໍລະມານນິລັນດອນ, ປາດສະຈາກຄວາມຫວັງແຫ່ງການໄຖ່.
ການເປີດເຜີຍຂອງພຣະຜູ້ເປັນເຈົ້າທີ່ບອກວ່າຜ່ານສິດອຳນາດຂອງຖານະປະໂລຫິດທີ່ຖືກຕ້ອງ, ການບັບຕິສະມາສາມາດຖືກປະຕິບັດແທນຄົນຕາຍ ໄດ້ຮັກສາຄວາມຍຸດຕິທຳຂອງພຣະຄຳຂອງພຣະອົງທີ່ວ່າ: “ບໍ່ມີໃຜເຂົ້າໄປໃນອານາຈັກຂອງພຣະເຈົ້າໄດ້ ນອກຈາກລາວເກີດຈາກນ້ຳ ແລະ ຈາກພຣະວິນຍານ.”1 ການຮັບບັບຕິສະມາແທນຄົນຕາຍເປັນການເຮັດພິທີການທີ່ຈຳເປັນຢ່າງມີເມດຕາໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ ທີ່ມີຄ່າຄວນທຸກຄົນ ຜູ້ທີ່ບໍ່ໄດ້ຮັບເອົາມັນໃນຊີວິດມະຕະນີ້.
ຄຳສອນອັນຮຸ່ງເຫລື້ອມນີ້ເປັນພະຍານອີກຢ່າງໜຶ່ງເຖິງຄຸນນະພາບທີ່ສົມບູນຄົບຖ້ວນຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ພຣະອົງໄດ້ເຮັດໃຫ້ຄວາມລອດມີໄວ້ໃຫ້ທຸກໆຄົນທີ່ກັບໃຈ. ການຊົດໃຊ້ຂອງພຣະອົງໄດ້ເອົາຊະນະຄວາມຕາຍ, ແລະ ພຣະອົງອະນຸຍາດຄົນທີ່ມີຄ່າຄວນທີ່ໄດ້ຕາຍໄປແລ້ວ ໃຫ້ໄດ້ຮັບພິທີການແຫ່ງຄວາມລອດທັງໝົດນີ້ ໂດຍມີຄົນອື່ນເຮັດແທນ.
ໃນຈົດໝາຍສະບັບໜຶ່ງ, ທີ່ໄດ້ຂຽນເມື່ອ 150 ປີກວ່າມາແລ້ວ, ໂຈເຊັບ ສະມິດ ໄດ້ກ່າວວ່າ: “ໄພ່ພົນຂອງພຣະເຈົ້າມີສິດທິພິເສດໃນການຮັບບັບຕິສະມາແທນ ... ຍາດພີ່ນ້ອງຂອງເຂົາເຈົ້າ ຜູ້ທີ່ໄດ້ຕາຍໄປແລ້ວ ... ຜູ້ທີ່ໄດ້ຮັບເອົາພຣະກິດຕິຄຸນໃນໂລກວິນຍານ, ຜ່ານ ... ຜູ້ທີ່ຖືກມອບໝາຍໃຫ້ສອນເຂົາເຈົ້າ.”2 ຕໍ່ມາເພິ່ນໄດ້ກ່າວຕື່ມວ່າ, “ໄພ່ພົນຂອງພຣະເຈົ້າເຫລົ່ານັ້ນ ຜູ້ທີ່ລະເລີຍໃນການເຮັດແທນຍາດພີ່ນ້ອງຂອງເຂົາເຈົ້າທີ່ໄດ້ເສຍຊີວິດໄປແລ້ວ, ກໍເຮັດໃຫ້ຄວາມລອດຂອງເຂົາເຈົ້ານັ້ນເອງຕົກຢູ່ໃນຂັ້ນອັນຕະລາຍ.”3
ສາດສະດາເອລີຢາໄດ້ມອບຂໍກະແຈສຳລັບວຽກງານແທນຄົນຕາຍໃຫ້ແກ່ໂຈເຊັບ ສະມິດ ໃນພຣະວິຫານເຄີດແລນ4 ເພື່ອປະຕິບັດຕາມຄຳສັນຍາຂອງພຣະຜູ້ເປັນເຈົ້າທີ່ວ່າ ເອລີຢາຈະຝັງສັນຍາທີ່ເຮັດກັບບັນພະບຸລຸດໄວ້ໃນໃຈຂອງລູກຫລານ, ແລະ ໃຈຂອງລູກຫລານຈະຫັນໄປຫາບັນພະບຸລຸດຂອງ to ເຂົາເຈົ້າ.”5
ຜ່ານການເປີດເຜີຍທີ່ຕໍ່ມາ ໃຫ້ແກ່ໂຈເຊັບ ສະມິດ ແລະ ບັນດາສາດສະດາທີ່ຕໍ່ມານັ້ນ, ກໍໄດ້ມີຄວາມເຂົ້າໃຈເຖິງ ແລະ ການຈັດຕຽມສຳລັບວຽກງານພຣະວິຫານ ແລະ ປະຫວັດຄອບຄົວທີ່ສົ່ງເສີມວຽກງານນີ້. ສາດສະດາທຸກໆຄົນ ນັບຕັ້ງແຕ່ໂຈເຊັບ ສະມິດ ກໍໄດ້ເນັ້ນໜັກຄຳສັ່ງທີ່ຈຳເປັນ ທີ່ຈະຈັດຫາພິທີການທັງໝົດນີ້ສຳລັບຕົວເຮົາເອງ ແລະ ບັນພະບຸລຸດຂອງເຮົາທີ່ໄດ້ລ່ວງລັບໄປແລ້ວ.
ວຽກງານພຣະວິຫານ ແລະ ປະຫວັດຄອບຄົວເປັນວຽກງານດຽວທີ່ແບ່ງອອກເປັນສອງສ່ວນ. ທັງສອງພົວພັນກັນເໝືອນດັ່ງພິທີການແຫ່ງການບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ. ສະມາຊິກບາງຄົນອາດບໍ່ສາມາດເຮັດວຽກງານທັງສອງນີ້ໄດ້ ເພາະບັນຫາເລື່ອງສຸຂະພາບ ຫລື ອາໄສຢູ່ຫ່າງໄກຈາກພຣະວິຫານ.
ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ສອນວ່າ:
“ເຮົາຕ້ອງສຳເລັດວຽກງານພິທີການຂອງພຣະວິຫານແຫ່ງຖານະປະໂລຫິດທີ່ຈຳເປັນສຳລັບຄວາມສູງສົ່ງຂອງເຮົາເອງ; ແລ້ວເຮົາຕ້ອງເຮັດວຽກງານທີ່ຈຳເປັນສຳລັບຜູ້ທີ່ບໍ່ໄດ້ມີໂອກາດທີ່ຈະຮັບເອົາພຣະກິດຕິຄຸນໃນຊີວິດນີ້. ການເຮັດວຽກງານສຳລັບຄົນອື່ນ ຈະສຳເລັດໄດ້ໃນສອງຂັ້ນຕອນ: ໜຶ່ງ, ໂດຍການຄົ້ນຄວ້າ ປະຫວັດຄອບຄົວ ເພື່ອຄົ້ນຫາບັນພະບຸລຸດຂອງເຮົາ; ແລະ ສອງ, ໂດຍການປະຕິບັດພິທີການຂອງພຣະວິຫານຕ່າງໆ ເພື່ອມອບໂອກາດອັນດຽວກັນນັ້ນທີ່ໄດ້ມອບໃຫ້ຜູ້ທີ່ມີຊີວິດຢູ່.
“ແຕ່ ຍັງມີສະມາຊິກຂອງສາດສະໜາຈັກຫລາຍຄົນ ທີ່ມີໂອກາດອັນຈຳກັດທີ່ຈະເຂົ້າເຖິງພຣະວິຫານ. ເຂົາເຈົ້າກໍເຮັດສຸດຄວາມສາມາດ. ເຂົາເຈົ້າເຮັດການຄົ້ນຄວ້າປະຫວັດຄອບຄົວ ແລະ ໃຫ້ຄົນອື່ນເຮັດວຽກງານພຣະວິຫານແທນ. ເຖິງຢ່າງໃດກໍຕາມ, ມີສະມາຊິກບາງຄົນທີ່ມີສ່ວນໃນວຽກງານພຣະວິຫານ ແຕ່ບໍ່ເຮັດການຄົ້ນຄວ້າປະຫວັດຄອບຄົວ ເພື່ອຕາມຫາເຊື້ອສາຍຂອງຕົນເອງ. ເຖິງແມ່ນວ່າເຂົາເຈົ້າປະຕິບັດການຮັບໃຊ້ອັນສູງສົ່ງໃນການຊ່ອຍເຫລືອຄົນອື່ນກໍຕາມ, ແຕ່ເຂົາເຈົ້າກໍສູນເສຍພອນໂດຍບໍ່ຄົ້ນຫາຍາດພີ່ນ້ອງຂອງເຂົາເຈົ້າເອງ ຜູ້ທີ່ໄດ້ລ່ວງລັບໄປແລ້ວ ດັ່ງທີ່ຖືກແນະນຳໃຫ້ເຮັດ ໂດຍສາດສະດາໃນຍຸກສຸດທ້າຍນີ້. ...
“ຂ້າພະເຈົ້າໄດ້ຮຽນຮູ້ວ່າຜູ້ທີ່ມີສ່ວນໃນການຄົ້ນຄວ້າປະຫວັດຄອບຄົວ ແລະ ແລ້ວປະກອບວຽກງານພິທີການພຣະວິຫານແທນຜູ້ທີ່ເຂົາເຈົ້າຄົ້ນພົບຈະໄດ້ຮູ້ຄວາມປິຕິຍິນດີເພີ່ມເຕີມຂອງການໄດ້ຮັບພອນທັງສອງສ່ວນ.”6
ພຣະບິດາໃນສະຫວັນປະສົງໃຫ້ເຮົາແຕ່ລະຄົນໄດ້ຮັບພອນທັງສອງສ່ວນຂອງວຽກງານທີ່ເຮັດແທນ ທີ່ຈຳເປັນນີ້. ພຣະອົງໄດ້ນຳພາຄົນອື່ນໃຫ້ສະແດງໃຫ້ເຮົາເຫັນວິທີທີ່ຈະມີສິດໄດ້ຮັບພອນນັ້ນ. ມັນຂຶ້ນຢູ່ກັບທ່ານ ແລະ ຂ້າພະເຈົ້າທີ່ຈະຮຽກຮ້ອງເອົາພອນເຫລົ່ານັ້ນ.
ວຽກງານໃດໆທີ່ທ່ານເຮັດໃນພຣະວິຫານກໍເປັນເວລາທີ່ມີຄຸນຄ່າຫລາຍ, ແຕ່ການຮັບເອົາພິທີການແທນຄົນໜຶ່ງໃນບັນດາບັນພະບຸລຸດຂອງທ່ານເອງຈະເຮັດໃຫ້ເວລາທີ່ຢູ່ໃນພຣະວິຫານນັ້ນສັກສິດຫລາຍຂຶ້ນ ແລະ ແມ່ນແຕ່ຈະໄດ້ຮັບພອນທີ່ຍິ່ງໃຫຍ່ຫລາຍກວ່ານັ້ນ. ຝ່າຍປະທານສູງສຸດໄດ້ປະກາດວ່າ, “ພັນທະທີ່ເປັນເລີດຂອງເຮົາຄືທີ່ຈະສະແຫວງຫາ ແລະ ລະບຸຊື່ຂອງບັນພະບຸລຸດ ຂອງເຮົາເອງ.”7
ພວກເຈົ້າຄົນໜຸ່ມຢາກມີວິທີທາງທີ່ແນ່ນອນທີ່ຈະກຳຈັດອິດທິພົນຂອງຜູ້ກົງກັນຂ້າມໃນຊີວິດຂອງພວກເຈົ້າບໍ? ໃຫ້ພວກເຈົ້າຕັ້ງອົກຕັ້ງໃຈໃສ່ການຄົ້ນຫາບັນພະບຸລຸດຂອງພວກເຈົ້າ, ຈັດຕຽມຊື່ຂອງເຂົາເຈົ້າສຳລັບພິທີການທີ່ສັກສິດແທນ ທີ່ມີໄວ້ໃຫ້ໃນພຣະວິຫານ, ແລະ ແລ້ວໃຫ້ໄປພຣະວິຫານເພື່ອເຮັດພິທີແທນເຂົາເຈົ້າ ເພື່ອຮັບເອົາພິທີການແຫ່ງການບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ. ເມື່ອພວກເຈົ້າມີອາຍຸສູງຂຶ້ນ, ພວກເຈົ້າຈະສາມາດມີສ່ວນຮ່ວມໃນການຮັບເອົາພິທີການອື່ນໆນຳອີກ. ຂ້າພະເຈົ້າບໍ່ສາມາດຄິດເຖິງການປົກປ້ອງທີ່ຍິ່ງໃຫຍ່ກວ່ານີ້ຈາກອິດທິພົນຂອງຜູ້ກົງກັນຂ້າມໃນຊີວິດຂອງພວກເຈົ້າ.
ໃນເຂດເຜີຍແຜ່ ຣໍສະຕອບ-ນາ-ໂດນູ ປະເທດລັດເຊຍ ຊາວໜຸ່ມຖືກເຊື້ອເຊີນໃຫ້ຈັດດັດຊະນີລາຍຊື່ ຈຳນວນ 2,000 ຄົນ ແລະ ແລ້ວໃຫ້ຕຽມຊື່ຂອງໜຶ່ງຄົນຈາກຄອບຄົວຂອງເຂົາເຈົ້າເອງສຳລັບພິທີການພຣະວິຫານ. ຜູ້ທີ່ໄດ້ສຳເລັດເປົ້າໝາຍນີ້ຖືກຮັບເຊີນໃຫ້ເດີນທາງໄກໄປພຣະວິຫານໃໝ່ທີ່ ຄີແອຟ ປະເທດ ຢູຄະເຣນ. ຊາຍໜຸ່ມຄົນໜຶ່ງໄດ້ແບ່ງປັນປະສົບການຂອງລາວວ່າ: “ຂ້ານ້ອຍໄດ້ໃຊ້ເວລາຫລິ້ນເກມໃນຄອມພິວເຕີຫລາຍ. ເມື່ອຂ້ານ້ອຍໄດ້ເລີ່ມຈັດດັດຊະນີ, ຂ້ານ້ອຍບໍ່ໄດ້ມີເວລາຈະຫລິ້ນເກມເລີຍ. ທຳອິດຂ້ານ້ອຍໄດ້ຄິດວ່າ, ‘ໂອ້ຍ! ນີ້ເປັນໄປໄດ້ແນວໃດ!’ ເມື່ອວຽກງານນີ້ຈົບລົງ, ຂ້ານ້ອຍບໍ່ສົນໃຈເລື່ອງການຫລິ້ນເກມອີກເລີຍ. ... ວຽກງານສືບລຳດັບເຊື້ອສາຍເປັນສິ່ງທີ່ເຮົາສາມາດເຮັດໄດ້ຢູ່ເທິງໂລກນີ້, ແລະ ວຽກງານນີ້ຈະຄົງຢູ່ໃນສະຫວັນດ້ວຍ.”
ໄພ່ພົນທີ່ຊື່ສັດຫລາຍຄົນໄດ້ເຮັດວຽກງານແຫ່ງການຄົ້ນຄວ້າຫາເຊື້ອສາຍຂອງເຂົາເຈົ້າ ແລະ ກຳລັງໃຊ້ທາງເລືອກຂອງການຮັກສາໄວ້ຂອງ FamilySearch ເພື່ອຮັກສາພິທີການເຫລົ່ານັ້ນໄວ້ໃຫ້ສະມາຊິກໃນຄອບຄົວຕົນເອງເປັນຜູ້ເຮັດແທນ. ຈຸດປະສົງຂອງການຮັກສາຊື່ໄວ້ກໍເພື່ອໃຫ້ເວລາອັນເໝາະສົມສຳລັບບຸກຄົນທີ່ຈະໄດ້ປະກອບພິທີການສຳລັບບັນພະບຸລຸດ ແລະ ເຊື້ອສາຍທີ່ພົວພັນກັນ ເພື່ອໃຫ້ທ່ານມີເວລາພຽງພໍທີ່ຈະເຮັດໃຫ້ມັນສຳເລັດ. ໃນປະຈຸບັນນີ້ ມີລາຍຊື່ຈຳນວນ 12 ລ້ານ ຫລື ມີພິທີການຫລາຍລ້ານທີ່ ຖືກສະຫງວນໄວ້. ຊື່ທັງຫລາຍຖືກສະຫງວນໄວ້ຫລາຍປີແລ້ວ. ບັນພະບຸລຸດທີ່ຖືກຄົ້ນພົບແລ້ວ ແນ່ນອນວ່າຄົງຈະຕື່ນເຕັ້ນ ແລະ ດີໃຈຫລາຍເມື່ອຊື່ຂອງເຂົາເຈົ້າຖືກອະນຸຍາດໃຫ້ປະກອບພິທີການຕ່າງໆແທນ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າ, ອາດຈະບໍ່ດີໃຈຫລາຍປານໃດເມື່ອເຂົາເຈົ້າຕ້ອງໄດ້ລໍຖ້າອີກຕໍ່ໄປເພື່ອພິທີການຂອງເຂົາເຈົ້າຈະຖືກປະກອບໃຫ້.
ພວກເຮົາຂໍຊຸກຍູ້ທ່ານຜູ້ທີ່ມີລາຍຊື່ຢ່າງຫລວງຫລາຍທີ່ຖືກສະຫງວນໄວ້ ໃຫ້ແບ່ງປັນມັນເພື່ອວ່າສະມາຊິກຄົນອື່ນໃນຄອບຄົວຂອງທ່ານ ຫລື ຫວອດ ແລະ ສະເຕກຈະສາມາດຊ່ອຍທ່ານໄດ້ໃນການສຳເລັດວຽກງານນັ້ນ. ທ່ານສາມາດເຮັດສິ່ງນີ້ໄດ້ໂດຍການແຈກຢາຍບັດຊື່ໃຫ້ສະມາຊິກໃນຫວອດ ຫລື ສະເຕກທີ່ເຕັມໃຈທີ່ຈະຊ່ອຍ ຫລື ໂດຍການນຳໃຊ້ລະບົບຄອມພິວເຕີຂອງ FamilySearch ທີ່ຈະມອບຊື່ເຫລົ່ານັ້ນໃຫ້ແກ່ພຣະວິຫານໂດຍກົງ. ທາງເລືອກທີສອງນີ້ຄືສິ່ງທີ່ນາງຊິນດີ ບະເລວິນ ໃນເມືອງຄາສະເປີ ລັດວາຍໂອມິງ ໄດ້ເຮັດຫລາຍປີມາແລ້ວ.
ຊິດສະເຕີ ບະເລວິນ ໄດ້ຮັບບັບຕິສະມາຕອນເປັນໄວລຸ້ນ ແລະ ໄດ້ເປັນສະມາຊິກພຽງຄົນດຽວໃນຄອບຄົວຂອງນາງ ທີ່ໄດ້ເຂົ້າມາຮ່ວມໃນສາດສະໜາຈັກ. ນາງໄດ້ສຳເລັດວຽກງານການສືບເຊື້ອສາຍຢ່າງຫລວງຫລາຍແລ້ວ, ແຕ່ຍັງມີລາຍຊື່ຫລາຍເກີນໄປສຳລັບນາງ ແລະ ຄອບຄົວຂອງນາງທີ່ຈະສຳເລັດໄດ້. ເພາະເຫດນີ້, ຊິດສະເຕີ ບະເລວິນ ຈຶ່ງໄດ້ມອບລາຍຊື່ນັ້ນໃຫ້ແກ່ພຣະວິຫານ, ຊຶ່ງທີ່ນາງລາຍງານວ່າ ຈະສຳເລັດໄດ້ພາຍໃນສອງສາມອາທິດ, ຕາມປົກກະຕິຈະແມ່ນໜຶ່ງໃນພຣະວິຫານສອງແຫ່ງທີ່ໃກ້ບ້ານຂອງນາງຫລາຍທີ່ສຸດ. ນາງກ່າວວ່ານາງມັກຈະຄິດວ່າໝູ່ເພື່ອນ ແລະ ເພື່ອນບ້ານໃນຫວອດ ແລະ ສະເຕກຂອງນາງເອງອາດເປັນຄົນທີ່ຊ່ອຍເຮັດ ເພື່ອເຮັດໃຫ້ວຽກງານສຳລັບບັນພະບຸລຸດຂອງນາງສຳເລັດ. ນາງຮູ້ສຶກບຸນຄຸນຕໍ່ຜູ້ຄົນທີ່ໄດ້ເຮັດສິ່ງນີ້.
ຈີນີນ, ພັນລະຍາທີ່ຮັກຂອງຂ້າພະເຈົ້າ, ມັກເຮັດການຄົ້ນຄວ້າປະຫວັດຄອບຄົວຫລາຍ. ຕອນລູກໆຂອງພວກຂ້າພະເຈົ້າຍັງນ້ອຍ ນາງໄດ້ແລກປ່ຽນເວລາເບິ່ງລູກກັບເພື່ອນໆ ເພື່ອວ່ານາງຈະສາມາດມີເວລາແຕ່ລະສອງສາມອາທິດທີ່ຈະເຮັດວຽກງານການຄົ້ນຫາເຊື້ອສາຍ. ຫລັງຈາກລູກຫລ້າຂອງພວກຂ້າພະເຈົ້າໄດ້ອອກຈາກບ້ານໄປ, ນາງໄດ້ບັນທຶກໄວ້ໃນປຶ້ມບັນທຶກສ່ວນຕົວວ່າ: “ຂ້ອຍຫາກໍໄດ້ຕັດສິນໃຈຢ່າງໜຶ່ງ ແລະ ຂ້ອຍຢາກຈະລຸກຂຶ້ນ ແລະ ຮ້ອງໂຮເລື່ອງນີ້. ຫ້ອງນອນຂອງທ້າວໄມ ກໍໄດ້ກາຍມາເປັນຫ້ອງເຮັດວຽກງານການສືບເຊື້ອສາຍຂອງຂ້ອຍແລ້ວ. ມັນກໍພຽງພໍທີ່ຈະຈັດບັນທຶກ ແລະ ເຮັດວຽກໃນນັ້ນ. ບັດນີ້ ຊີວິດຂອງຂ້ອຍຈະເຈາະຈົງໃສ່ການຄົ້ນຄວ້າຄອບຄົວ ແລະ ການສົ່ງຊື່ເຂົ້າພຣະວິຫານ. ຂ້ອຍຕື່ນເຕັ້ນຫລາຍ ແລະ ກະຕືລືລົ້ນທີ່ຈະເລີ່ມຕົ້ນ.”8
ອີກບັນທຶກໜຶ່ງມີຂຽນໄວ້ວ່າ: “ເລື່ອງອັດສະຈັນໃຈສຳລັບຂ້ອຍ ໄດ້ເກີດຂຶ້ນໃນຫ້ອງການປະຫວັດສາດຄອບຄົວຂອງ ແມັວ ໂອສັນ ຜູ້ທີ່ໄດ້ມອບບັນຊີຂອງແຜນລຳດັບເຊື້ອສາຍທີ່ເປັນທີ່ຮູ້ຈັກຂອງຂ້ອຍໃຫ້ຂ້ອຍ ທີ່ໄດ້ມາຈາກແຟັມຂອງເຊື້ອສາຍທີ່ຖືກບັນທຶກໄວ້ໃນຄອມພິວເຕີ ແລະ ຖືກສົ່ງເຂົ້າມາໃນສັງຄົມການສືບລຳດັບເຊື້ອສາຍ. ແຜນລຳດັບເຫລົ່ານີ້ ສ່ວນຫລາຍແມ່ນໄດ້ມາຈາກບັນທຶກຂອງໂຄງການຂອງລຳດັບເຊື້ອສາຍສີ່ລຸ້ນຄົນ ທີ່ສາດສະໜາຈັກໄດ້ຊຸກຍູ້ສະມາຊິກໃຫ້ຈັດຕຽມເມື່ອຫລາຍປີມາແລ້ວ. ຂ້ອຍໄດ້ໜັກໃຈຢູ່ກັບຄວາມຄິດເຖິງໜ້າທີ່ ທີ່ຫຍຸ້ງຍາກທີ່ຂ້ອຍຕ້ອງໄດ້ເຮັດ ເພື່ອຮວບຮວມການຄົ້ນຄວ້າບັນທຶກຂອງບັນພະບຸລຸດ ຈາກອົງການຄອບຄົວຕ່າງໆ ເພື່ອຈະໄດ້ເອົາມັນເຂົ້າໄວ້ໃນຄອມພິວເຕີ ສຳລັບການແຈກຢາຍຂອງແຟັມບັນພະບຸລຸດຜ່ານທາງຄອມພິວເຕີ. ບັດນີ້ບັນທຶກທັງໝົດກໍຢູ່ໃນນັ້ນ, ສວຍງາມ, ເປັນລະບຽບ ແລະ ຖືກພິມອອກມາໝົດ ແລະ ຖືກວາງໄວ້ຢູ່ໃນໂຕະ ຢູ່ຕໍ່ໜ້າຂ້ອຍແລ້ວ. ຂ້ອຍດີໃຈ ແລະ ຕື້ນຕັນໃຈຫລາຍ ຂ້ອຍຈຶ່ງໄດ້ແຕ່ນັ່ງຢູ່ຊື່ໆ ປະຫລາດໃຈ ແລະ ແລ້ວຂ້ອຍໄດ້ເລີ່ມຮ້ອງໄຫ້ເພາະຂ້ອຍດີໃຈຫລາຍ. ... ສຳລັບຂ້ອຍ ຜູ້ທີ່ໄດ້ພະຍາຍາມຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ແລະ ຢ່າງພາກພຽນເປັນເວລາສາມສິບປີ, ການເອົາບັນທຶກເຫລົ່ານີ້ເຂົ້າຄອມພິວເຕີເປັນເລື່ອງທີ່ຕື່ນເຕັ້ນແທ້ໆ. ແລະ ເມື່ອຂ້ອຍຄິດເຖິງຄົນຫລາຍໆຮ້ອຍພັນຄົນ ຜູ້ທີ່ບັດນີ້ ຫລື ອີກບໍ່ດົນຈະຖືກບັນທຶກໄວ້ເປັນກຸ່ມຂອງການສຳຫລວດສຳມະໂນພົນລະເມືອງ ແລະ ລະບົບສະສົມການຄົ້ນຄວ້າສ່ວນຕົວ ... ຂ້ອຍຕື່ນເຕັ້ນຫລາຍແທ້ໆ. ນີ້ເປັນວຽກງານຂອງພຣະຜູ້ເປັນເຈົ້າແທ້ໆ ແລະ ພຣະອົງກຳລັງຄວບຄຸມມັນຢູ່.”9
ຂ້າພະເຈົ້າໄດ້ມີປະສົບການຢ່າງພຽງພໍກັບວຽກງານທີ່ສູງສົ່ງນີ້ ທີ່ຈະຮູ້ໄດ້ວ່າຂໍກະແຈທີ່ເອລີຢາໄດ້ຟື້ນຟູໃຫ້ແກ່ໂຈເຊັບ ສະມິດ ຈະຊ່ອຍໃຫ້ຫົວໃຈຂອງເຮົາຜູກພັນກັນ ແລະ ເຊື່ອມໂຍງເຮົາແຕ່ລະຄົນເຂົ້າກັບບັນພະບຸລຸດຂອງເຮົາ ຜູ້ທີ່ກຳລັງລໍຖ້າຄວາມຊ່ອຍເຫລືອຂອງເຮົາຢູ່. ຜ່ານຄວາມພະຍາຍາມຂອງເຮົາໃນພຣະວິຫານທີ່ສັກສິດຢູ່ເທິງໂລກ ໂດຍການໃຊ້ສິດອຳນາດທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ມອບໝາຍໃຫ້, ບັນພະບຸລຸດຂອງເຮົາຈະໄດ້ຮັບພິທີການທີ່ຊ່ອຍໃຫ້ລອດ ທີ່ຈະອະນຸຍາດໃຫ້ເຂົາເຈົ້າມີຄວາມສຸກນິລັນດອນ.
ທີ່ຜ່ານມາ, ເມື່ອຖືກກະຕຸ້ນເຕືອນໂດຍຄວາມເຊື່ອໝັ້ນທີ່ເລິກຊຶ້ງຂອງຄວາມສັກສິດຂອງວຽກງານນີ້, ຫລາຍຄົນໄດ້ປະເຊີນກັບການທ້າທາຍຢ່າງຊື່ສັດ ທີ່ປະກົດເໝືອນກັບວ່າຈະກ່ຽວເຂົ້າໃນທົ່ງນາທີ່ກວ້າງໃຫຍ່ດ້ວຍຕົວຄົນດຽວ. ແຕ່ໃນເວລານີ້, ກໍມີຄົນຢ່າງຫລວງຫລາຍມາຊ່ອຍກັນເຮັດວຽກນີ້. ພ້ອມກັນ ເຮົາຈະສາມາດ ແລະ ຈະສຳເລັດວຽກງານທີ່ຖືກຮຽກຮ້ອງໃຫ້ເຮັດໄດ້.
ຂ້າພະເຈົ້າເປັນພະຍານວ່າ ວິນຍານຂອງເອລີຢາກຳລັງສຳພັດຫົວໃຈຂອງລູກໆຂອງພຣະບິດາທັງຫລາຍ ຕະຫລອດທົ່ວໂລກ, ທີ່ເຮັດໃຫ້ວຽກງານສຳລັບຜູ້ທີ່ລ່ວງລັບໄປແລ້ວກ້າວໄປໜ້າຢ່າງວ່ອງໄວຫລາຍກວ່າເກົ່າ.
ແຕ່ທ່ານເດລະ? ທ່ານໄດ້ອະທິຖານກ່ຽວກັບວຽກງານຂອງບັນພະບຸລຸດຂອງທ່ານເອງແລ້ວບໍ? ໃຫ້ປະສິ່ງທີ່ບໍ່ສຳຄັນໃນຊີວິດຂອງທ່ານໄວ້. ໃຫ້ຕັດສິນໃຈເຮັດສິ່ງທີ່ຈະມີຄວາມສຳຄັນຊົ່ວນິລັນດອນເຖີດ. ບາງທີທ່ານຖືກກະຕຸ້ນເຕືອນໃຫ້ຄົ້ນຫາບັນພະບຸລຸດ ແຕ່ຮູ້ສຶກວ່າທ່ານບໍ່ໄດ້ເປັນນັກສືບລຳດັບເຊື້ອສາຍ. ທ່ານເຫັນໄດ້ບໍ່ວ່າທ່ານບໍ່ຕ້ອງເປັນອີກແລ້ວ? ສິ່ງນີ້ເລີ່ມຕົ້ນດ້ວຍຄວາມຮັກ ແລະ ຄວາມປາຖະໜາອັນຈິງໃຈທີ່ຈະຊ່ອຍຜູ້ຄົນທີ່ຢູ່ໃນໂລກວິນຍານທີ່ບໍ່ສາມາດເຮັດເພື່ອຕົວເຂົາເຈົ້າເອງໄດ້. ໃຫ້ສອບຖາມເບິ່ງ. ຈະມີຄົນໃດຄົນໜຶ່ງໃນເຂດຂອງທ່ານຜູ້ທີ່ຈະສາມາດຊ່ອຍທ່ານໃຫ້ພົບຜົນສຳເລັດ.
ວຽກງານນີ້ເປັນວຽກງານທາງວິນຍານ, ເປັນການຮ່ວມວຽກງານທັງສອງຝ່າຍຂອງຜ້າມ່ານ ບ່ອນທີ່ມີຄວາມຊ່ອຍເຫລືອໄວ້ໃຫ້ທັງສອງດ້ານ. ບໍ່ວ່າທ່ານຈະອາໄສຢູ່ໃສກໍຕາມໃນໂລກ, ດ້ວຍການອະທິຖານ, ສັດທາ, ການຕັ້ງໃຈ, ຄວາມພາກພຽນ, ແລະ ການເສຍສະລະບາງຢ່າງ, ທ່ານຈະສາມາດມີສ່ວນບໍລິຈາກທີ່ມີ ພະລັງຫລາຍ. ຂໍໃຫ້ເລີ່ມຕົ້ນດຽວນີ້. ຂ້າພະເຈົ້າສັນຍາທ່ານວ່າ ພຣະຜູ້ເປັນເຈົ້າຈະຊ່ອຍທ່ານໃຫ້ພົບເສັ້ນທາງ. ແລະ ມັນຈະເຮັດໃຫ້ທ່ານຮູ້ສຶກດີໃຈຫລາຍໆ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.