ພວກທ່ານຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?
ບາງຄົນໃນສາດສະໜາຈັກເຊື່ອວ່າ ເຂົາເຈົ້າບໍ່ສາມາດຕອບຄຳຖາມຂອງແອວມາດ້ວຍຄຳຕອບທີ່ໜັກແໜ້ນວ່າ ແມ່ນແລ້ວ. ເຂົາເຈົ້າບໍ່ສາມາດ “ຮູ້ສຶກໃນຕອນນີ້.”
ປະທານມອນສັນ, ພວກເຮົາຮັກທ່ານ, ໃຫ້ກຽດ, ແລະ ສະໜັບສະໜູນທ່ານ! ການປະກາດທີ່ສຳຄັນແຫ່ງປະຫວັດສາດນີ້ກ່ຽວກັບການຮັບໃຊ້ເຜີຍແຜ່ເປັນສິ່ງດົນໃຈ. ຂ້າພະເຈົ້າຍັງຈື່ຈຳຄວາມຕື່ນເຕັ້ນໃນປີ 1960 ຕອນອາຍຸຂອງຊາຍໜຸ່ມທີ່ອອກໄປຮັບໃຊ້ໄດ້ຖືກຫລຸດລົງຈາກ 20 ປີ ຫາ 19 ປີ. ຂ້າພະເຈົ້າໄດ້ໄປເຖິງເຂດເຜີຍແຜ່ຢູ່ປະເທດອັງກິດຕອນມີອາຍຸໄດ້ 20 ປີ. ຄົນທຳອິດທີ່ມີອາຍຸ 19 ປີ ທີ່ໄດ້ໄປເຖິງເຂດເຜີຍແຜ່ຂອງພວກເຮົາແມ່ນແອວເດີ ແຈັບຟະຣີ ອາ ຮໍແລນ, ຊຶ່ງເປັນຜູ້ມາປະກອບສ່ວນທີ່ດີເດັ່ນແທ້ໆ. ຕອນນັ້ນພຽງແຕ່ສອງສາມເດືອນເພິ່ນກໍຈະເຖິງອາຍຸ 20 ປີ. ແລ້ວຕະຫລອດປີນັ້ນມີຫລາຍຄົນທີ່ອາຍຸ 19 ປີ ໄດ້ມາຮ່ວມ. ເຂົາເຈົ້າເປັນຜູ້ສອນສາດສະໜາທີ່ເຊື່ອຟັງ ແລະ ຊື່ສັດ ແລະ ວຽກງານໄດ້ກ້າວໄປໜ້າ. ຂ້າພະເຈົ້າແນ່ໃຈວ່າ ຈະບັນລຸຜົນສຳເລັດໄດ້ຫລາຍກວ່າເກົ່າໃນຕອນນີ້ ເມື່ອຜູ້ສອນສາດສະໜາທີ່ຊອບທຳ ແລະ ຈິງຈັງເຮັດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າ ທີ່ຈະສັ່ງສອນພຣະກິດຕິຄຸນຂອງພຣະອົງ.
ຕາມຄວາມຄິດຄວາມເຫັນຂອງຂ້າພະເຈົ້າແລ້ວ ພວກເຈົ້າທີ່ເປັນຄົນລຸ້ນໃໝ່ ໄດ້ຕຽມຕົວດີກວ່າຄົນລຸ້ນທີ່ຜ່ານມາ. ໂດຍສະເພາະແລ້ວຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະຄຳພີແມ່ນເປັນໜ້າປະທັບໃຈຫລາຍ. ເຖິງຢ່າງໃດກໍຕາມ, ການທ້າທາຍທີ່ລຸ້ນຂອງພວກເຈົ້າປະເຊີນຢູ່ ໃນຂະນະທີ່ພວກເຈົ້າຕຽມຮັບໃຊ້ ແມ່ນຄ້າຍຄືກັນກັບສະມາຊິກຂອງສາດສະໜາຈັກທຸກຄົນທີ່ໄດ້ປະເຊີນຜ່ານມາ. ພວກເຮົາກໍຮູ້ເຖິງວັດທະນະທຳ ໃນຫລາຍໆບ່ອນທົ່ວໂລກບໍ່ໄດ້ນຳໄປສູ່ຄວາມຊອບທຳ ຫລື ການຜູກມັດທາງວິນຍານ. ຕະຫລອດທົ່ວປະຫວັດສາດ ຜູ້ນຳຂອງສາດສະໜາຈັກໄດ້ເຕືອນຜູ້ຄົນ ແລະ ໄດ້ສອນເລື່ອງການກັບໃຈ. ໃນພຣະຄຳພີມໍມອນ, ແອວມາຜູ້ເປັນລູກໄດ້ມີຄວາມເປັນຫ່ວງເປັນໄຍຫລາຍກັບຄວາມບໍ່ຊອບທຳ ແລະ ການບໍ່ຜູກມັດ ຈົນວ່າເພິ່ນໄດ້ລາອອກຈາກຕຳແໜ່ງເປັນຫົວໜ້າຜູ້ຕັດສິນ, ຈາກການເປັນຜູ້ນຳຂອງຊາວນີໄຟ, ແລະ ໄດ້ເອົາໃຈໃສ່ກັບການເອີ້ນເປັນສາດສະດາຂອງເພິ່ນ.1
ໃນຂໍ້ທີ່ປະທັບໃຈຫລາຍທີ່ສຸດໃນບັນດາຂໍ້ພຣະຄຳພີທັງໝົດ, ແອວມາໄດ້ປະກາດວ່າ, “ຖ້າຫາກພວກທ່ານຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່, ຂ້າພະເຈົ້າຈະຖາມວ່າ ພວກທ່ານຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?”2
ຜູ້ນຳໃນທ້ອງຖິ່ນຕະຫລອດທົ່ວໂລກລາຍງານວ່າ ເມື່ອເບິ່ງເປັນກຸ່ມໃຫຍ່ແລ້ວ, ສະມາຊິກຂອງສາດສະໜາຈັກ, ໂດຍສະເພາະຊາວໜຸ່ມ, ບໍ່ເຄີຍເຂັ້ມແຂງມາກ່ອນເທົ່າກັບຕອນນີ້. ແຕ່ມີເລື່ອງເປັນຫ່ວງຢູ່ສອງຢ່າງຄື: ທຳອິດ, ການທ້າທາຍເລື່ອງຄວາມບໍ່ຊອບທຳເພີ່ມທະວີຫລາຍຂຶ້ນຢູ່ໃນໂລກ ແລະ ສອງ ຄວາມຈິງທີ່ວ່າ ສະມາຊິກບາງຄົນບໍ່ຜູກມັດ. ຜູ້ນຳໄດ້ສະແຫວງຫາຄຳແນະນຳເຖິງວິທີທີ່ຈະຊ່ອຍເຫລືອສະມາຊິກໃຫ້ຕິດຕາມພຣະຜູ້ຊ່ອຍໃຫ້ລອດ ແລະ ບັນລຸການປ່ຽນໃຈເຫລື້ອມໃສທີ່ເລິກຊຶ້ງ ແລະ ຍາວນານ.
ຄຳຖາມຂໍ້ນີ້ “ພວກທ່ານຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?” ດັງກ້ອງຕະຫລອດທົ່ວສັດຕະວັດ. ໃນທຸກສິ່ງທີ່ເຮົາໄດ້ຮັບໃນຍຸກນີ້—ຮ່ວມທັງການຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຂອງປະທານແຫ່ງພຣະວິນຍານທີ່ຖືກຖອກເທລົງມາ, ແລະ ພອນຂອງສະຫວັນທີ່ບໍ່ສາມາດໂຕ້ຖຽງ—ການທ້າທາຍຂອງແອວມາບໍ່ເຄີຍສຳຄັນຫລາຍເທົ່າກັບຕອນນັ້ນ.
ບໍ່ດົນຫລັງຈາກທ່ານເອສະຣາ ແທັບ ເບັນສັນ ໄດ້ຖືກເອີ້ນໃຫ້ເປັນອັກຄະສາວົກໃນປີ 1943, ປະທານຈອດ ອາເບີດ ສະມິດ3 ໄດ້ແນະນຳວ່າ, “ພາລະກິດຂອງທ່ານ … ຄືທີ່ຈະ … ເຕືອນຜູ້ຄົນ … ໃນວິທີທີ່ອ່ອນນ້ອມທີ່ສຸດວ່າ ການກັບໃຈຈະເປັນສິ່ງດຽວເທົ່ານັ້ນທີ່ຈະສາມາດປິ່ນປົວຄວາມປ່ວຍໂຊຂອງໂລກນີ້ໄດ້.”4 ຕອນເພິ່ນໄດ້ກ່າວຖ້ອຍຄຳນີ້, ເຮົາໄດ້ຢູ່ໃນທ່າມກາງສົງຄາມໂລກຄັ້ງທີສອງ.
ປະຈຸບັນນີ້ ຄວາມເສື່ອມໂຊມເລື່ອງສິນທຳນັບມື້ນັບຮ້າຍແຮງຂຶ້ນເລື້ອຍໆ. ບໍ່ດົນມານີ້ນັກຂຽນທີ່ໂດ່ງດັງຄົນໜຶ່ງໄດ້ກ່າວວ່າ, “ທຸກຄົນຮູ້ວ່າວັດທະນະທຳຢູ່ໃນຂັ້ນອັນຕະລາຍ, ແລະ ບໍ່ມີໃຜຫວັງໃຫ້ມັນປ່ຽນແປງ.”5 ຄວາມຮຸນແຮງທີ່ເກີດຂຶ້ນເປັນປະຈຳ ແລະ ເພງທີ່ຂາດສິນທຳ, ການບັນເທີງ, ສິນລະປະ, ແລະ ການສື່ສານຕ່າງໆຢູ່ໃນວັດທະນະທຳຂອງເຮົາໃນທຸກວັນນີ້ ບໍ່ເຄີຍເຫັນມາກ່ອນ. ນີ້ຄືສິ່ງທີ່ນັກທິດສະດີຄົນໜຶ່ງຂອງສາດສະໜາບັບຕິດໄດ້ບັນຍາຍ ເມື່ອເພິ່ນກ່າວວ່າ, “ພູມຕ້ານໄພທາງວິນຍານຕະຫລອດທົ່ວໂລກໄດ້ຮັບບາດເຈັບ.”6
ບໍ່ເປັນເລື່ອງແປກແນວໃດທີ່ບາງຄົນໃນສາດສະໜາຈັກເຊື່ອວ່າ ເຂົາເຈົ້າບໍ່ສາມາດຕອບຄຳຖາມຂອງແອວມາດ້ວຍຄຳຕອບທີ່ໜັກແໜ້ນວ່າ ແມ່ນແລ້ວ. ເຂົາເຈົ້າບໍ່ສາມາດ “ຮູ້ສຶກໃນຕອນນີ້.” ເຂົາເຈົ້າຮູ້ສຶກວ່າ ເຂົາເຈົ້າມີຄວາມແຫ້ງແລ້ງທາງວິນຍານ. ບາງຄົນກໍໃຈຮ້າຍ, ເຈັບປວດ, ຫລື ຜິດຫວັງ. ຖ້າທ່ານເປັນດັ່ງທີ່ກ່າວມານັ້ນ,7 ມັນສຳຄັນທີ່ຈະປະເມີນວ່າ ເປັນຫຍັງທ່ານຈຶ່ງບໍ່ສາມາດ “ຮູ້ສຶກໃນຕອນນີ້.”
ຫລາຍຄົນທີ່ມີຄວາມແຫ້ງແລ້ງທາງວິນຍານ ແລະ ຂາດການຜູກມັດ ບໍ່ໄດ້ໝາຍຄວາມວ່າ ເຂົາເຈົ້າໄດ້ເຮັດບາບອັນໜັກໜາ ຫລື ລ່ວງລະເມີດ, ແຕ່ເຂົາເຈົ້າອາດໄດ້ເລືອກເຮັດສິ່ງທີ່ບໍ່ດີ. ບາງຄົນບໍ່ໄດ້ເອົາໃຈໃສ່ກັບພັນທະສັນຍາອັນສັກສິດຂອງເຂົາເຈົ້າ. ບາງຄົນໄດ້ໃຊ້ເວລາຫລາຍທີ່ສຸດກັບສິ່ງທີ່ບໍ່ເປັນປະໂຫຍດ. ບາງຄົນໄດ້ປ່ອຍໃຫ້ວັດທະນະທຳ ຫລື ເລື່ອງການເມືອງເຮັດໃຫ້ຄວາມຈົງຮັກພັກດີຂອງຕົນຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດອ່ອນແອລົງ. ບາງຄົນໄດ້ຫຍຸ້ງຢູ່ກັບເນື້ອຫາຢູ່ອິນເຕີແນັດທີ່ຂະຫຍາຍອອກກວ້າງໄກ, ທີ່ເກີນຄວາມຈິງ, ແລະ ໃນບາງກໍລະນີ, ໄດ້ປັ້ນເລື່ອງກ່ຽວກັບຈຸດອ່ອນຂອງຜູ້ນຳຂອງສາດສະໜາຈັກລຸ້ນທຳອິດ. ແລ້ວສິ່ງທີ່ເຂົາເຈົ້າອ່ານມານັ້ນ ອາດກະທົບກະເທືອນຕໍ່ປະຈັກພະຍານຂອງເຂົາເຈົ້າໄດ້. ຄົນໃດທີ່ໄດ້ເລືອກເຮັດສິ່ງເຫລົ່ານີ້ ສາມາດກັບໃຈ ແລະ ປັບປຸງທາງວິນຍານຂອງເຂົາເຈົ້າໄດ້.
ການເອົາໃຈໃສ່ຕໍ່ພຣະຄຳພີ ເປັນສິ່ງຈຳເປັນຕໍ່ການບຳລຸງລ້ຽງທາງວິນຍານ.8 ພຣະຄຳຂອງພຣະເຈົ້າຈະດົນໃຈການຜູກມັດ ແລະ ເປັນເໝືອນດັ່ງຢາແກ້ປວດສຳລັບຄວາມເຈັບປວດທາງຄວາມຮູ້ສຶກ, ໃຈຮ້າຍ, ຫລື ຄວາມຜິດຫວັງ.9 ເມື່ອການຜູກມັດຂອງເຮົາຫລຸດໜ້ອຍຖອຍລົງເພາະເຫດຜົນໃດກໍຕາມ, ພາກສ່ວນໜຶ່ງຂອງການດັດແປງຄືການກັບໃຈ.10 ການຜູກມັດ ແລະ ການກັບໃຈເປັນສອງຢ່າງທີ່ກ່ຽວພັນກັນ.
ທ່ານ ຊີ ແອັສ ຫລຸຍ, ນັກຂຽນທີ່ມີເຫດຜົນຄົນໜຶ່ງຊາວຄຣິດສະຕຽນ, ໄດ້ຂຽນກ່ຽວກັບເລື່ອງນີ້ໃນທາງທີ່ມີພະລັງ. ເພິ່ນໄດ້ກ່າວວ່າສາດສະໜາຄຣິດສະຕຽນໄດ້ບອກຄົນໃຫ້ກັບໃຈ ແລະ ສັນຍາວ່າເຂົາເຈົ້າຈະໄດ້ຮັບການໃຫ້ອະໄພ; ແຕ່ຈົນກວ່າຜູ້ຄົນຮູ້ຈັກ ແລະ ຮູ້ສຶກເຖິງຄວາມຕ້ອງການໃຫ້ອະໄພ, ສາດສະໜາຄຣິດສະຕຽນຈະບໍ່ມີຜົນແນວໃດຕໍ່ເຂົາເຈົ້າ. ເພິ່ນໄດ້ກ່າວວ່າ, “ເມື່ອທ່ານເຈັບປ່ວຍ, ທ່ານຈະຟັງຄຳຂອງທ່ານໝໍ.”11
ສາດສະດາໂຈເຊັບ ໄດ້ກ່າວວ່າ ກ່ອນການບັບຕິສະມາຂອງທ່ານ, ທ່ານສາມາດຢູ່ທາງກາງລະຫວ່າງຄວາມດີ ແລະ ຄວາມຊົ່ວ. ແຕ່ “ເມື່ອທ່ານເຂົ້າຮ່ວມສາດສະໜາຈັກ ທ່ານໄດ້ຖືກເກນໃຫ້ຮັບໃຊ້ພຣະເຈົ້າ. ເມື່ອທ່ານເຮັດເຊັ່ນນັ້ນ ທ່ານໄດ້ຍ່າງອອກຈາກທາງກາງ, ແລະ ທ່ານບໍ່ສາມາດຍ່າງກັບຄືນໄປອີກ.” ຄຳແນະນຳຂອງເພິ່ນຄື ເຮົາບໍ່ຄວນປະຖິ້ມພຣະອາຈານ.12
ແອວມາໄດ້ເນັ້ນໜັກວ່າ ການຊົດໃຊ້ຂອງພຣະເຢຊູຄຣິດ “ພຣະຫັດແຫ່ງຄວາມເມດຕາຂອງພຣະອົງໄດ້ເດ່ອອກມາ” ຫາຄົນທີ່ກັບໃຈ.13 ແລ້ວເພິ່ນໄດ້ຖາມຄຳຖາມທີ່ສຽບແທງ ແລະ ສູງສຸດດັ່ງເຊັ່ນ: ເຮົາພ້ອມທີ່ຈະພົບກັບພຣະເຈົ້າແລ້ວບໍ? ເຮົາຮັກສາຕົນເອງຈາກຈຸດດ່າງພ້ອຍແລ້ວບໍ? ເຮົາທຸກຄົນຄວນໄຕ່ຕອງກ່ຽວກັບຄຳຖາມເຫລົ່ານີ້. ປະສົບການຂອງແອວມາໃນການບໍ່ຕິດຕາມສັດທາຂອງບິດາຂອງເພິ່ນ ແລະ ຈາກນັ້ນໄດ້ເຂົ້າໃຈວ່າ ເພິ່ນຕ້ອງການການໃຫ້ອະໄພຫລາຍພຽງໃດ ແລະ ການຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່ ເປັນສິ່ງທີ່ມີພະລັງ ແລະ ບັງຄັບໄດ້ຫລາຍຂະໜາດໃດ.
ເມື່ອມີສິ່ງໃດທີ່ເຮັດໃຫ້ການຜູກມັດຫລຸດໜ້ອຍຖອຍລົງຊຶ່ງຕ້ອງເອົາມາໄຕ່ຕອງ, ຈະມີການທ້າທາຍສອງຢ່າງທີ່ເກີດຂຶ້ນເລື້ອຍໆ ແລະ ສຳຄັນ. ສິ່ງທຳອິດຄື ການຂາດຄວາມອ່ອນນ້ອມ, ມີຄວາມຮຸນແຮງ, ແລະ ມີການທຳຮ້າຍຢູ່ໃນບ້ານ. ສິ່ງທີສອງຄື ການຜິດສິນທຳທາງເພດ ແລະ ການມີແນວຄິດທີ່ບໍ່ສະອາດ. ສິ່ງເຫລົ່ານີ້ສ່ວນຫລາຍຈະເກີດຂຶ້ນກ່ອນ ແລະ ເປັນສາເຫດຂອງການເລືອກທີ່ຈະຜູກມັດໜ້ອຍລົງ.
ວິທີທີ່ເຮົາກະທຳຕໍ່ຄົນທີ່ຢູ່ໃກ້ຊິດເຮົາທີ່ສຸດ ເປັນພື້ນຖານອັນສຳຄັນ. ຄວາມຮຸນແຮງ, ການທຳຮ້າຍ, ການຂາດຄວາມສຸພາບ, ແລະ ຂາດການນັບຖືຢູ່ໃນບ້ານເປັນສິ່ງທີ່ຍອມຮັບບໍ່ໄດ້—ຍອມຮັບບໍ່ໄດ້ສຳລັບຜູ້ໃຫຍ່ ແລະ ຍອມຮັບບໍ່ໄດ້ສຳລັບຄົນລຸ້ນໃໝ່. ພໍ່ຂອງຂ້າພະເຈົ້າບໍ່ໄດ້ເຂັ້ມແຂງຢູ່ໃນສາດສະໜາຈັກ ແຕ່ເພິ່ນໄດ້ເປັນຕົວຢ່າງທີ່ດີ, ໂດຍສະເພາະການປະຕິບັດຕໍ່ແມ່ຂອງຂ້າພະເຈົ້າ. ເພິ່ນເຄີຍເວົ້າວ່າ, “ພຣະເຈົ້າຈະໃຫ້ຜູ້ຊາຍຮັບຜິດຊອບຕໍ່ນ້ຳຕາທຸກຢົດທີ່ເຂົາເຈົ້າເຮັດໃຫ້ພັນລະຍາຂອງຕົນຕ້ອງຫລັ່ງນ້ຳຕາ.” ຖ້ອຍຄຳເຊັ່ນນີ້ໄດ້ເນັ້ນໜັກຢູ່ໃນໃບ “ຄອບຄົວ: ການປະກາດຕໍ່ໂລກ.” ມັນບອກວ່າ, “[ຜູ້ໃດ] ທີ່ທຳຮ້າຍລູກເມຍ … ຈະຖືກຕັດສິນໃສ່ໂທດຢູ່ຕໍ່ພຣະພັກຂອງພຣະເຈົ້າໃນມື້ໜຶ່ງ.”14 ບໍ່ວ່າເຮົາຈະເຕີບໃຫຍ່ຂຶ້ນຢູ່ໃນວັດທະນະທຳໃດ, ແລະ ບໍ່ວ່າພໍ່ແມ່ຂອງເຮົາໄດ້ທຳຮ້າຍ ຫລື ບໍ່ໄດ້ທຳຮ້າຍເຮົາ, ເຮົາກໍບໍ່ຄວນທຳຮ້າຍຄົນອື່ນທາງຮ່າງກາຍ, ຈິດໃຈ, ຫລື ດ້ວຍວາຈາ.15
ຄວາມຕ້ອງການໃຫ້ມີມາລະຍາດໃນສັງຄົມເປັນເລື່ອງສຳຄັນຫລາຍ. ພື້ນຖານຂອງຄວາມອ່ອນນ້ອມ ແລະ ການມີມາລະຍາດ ເລີ່ມຕົ້ນຢູ່ໃນບ້ານ. ບໍ່ເປັນສິ່ງແປກເລີຍທີ່ເຫັນຄວາມເສື່ອມໂຊມຢູ່ໃນສາທາລະນະຊົນ ເພາະການແຕກສະຫລາຍຂອງຄອບຄົວ. ຄອບຄົວເປັນຮາກຖານສຳລັບຄວາມຮັກ ແລະ ການຮັກສາທາງວິນຍານ. ຄອບຄົວສົ່ງເສີມບັນຍາກາດ ເຮັດໃຫ້ມີຄວາມຈະເລີນກ້າວໜ້າເລື່ອງການເຄົາລົບສາດສະໜາ. ເປັນຄວາມຈິງທີ່ວ່າ “ມີຄວາມສວຍງາມຢູ່ທົ່ວໄປເມື່ອມີຮັກທີ່ບ້ານ.”16
ການຜິດສິນທຳທາງເພດ ແລະ ການມີແນວຄິດທີ່ບໍ່ສະອາດ ຈະລະເມີດມາດຕະຖານທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ຈັດຕັ້ງໄວ້.17 ເຮົາໄດ້ຖືກເຕືອນໃນຕອນຕົ້ນຂອງຍຸກນີ້ວ່າ ການຜິດສິນທຳທາງເພດອາດເປັນການທ້າທາຍທີ່ໜັກໜ່ວງທີ່ສຸດ.18 ການກະທຳເຊັ່ນນັ້ນ, ຖ້າປາດສະຈາກການກັບໃຈ, ຈະສ້າງຄວາມແຫ້ງແລ້ງທາງວິນຍານ ແລະ ສູນເສຍການຜູກມັດໄດ້. ໜັງ, ໂທລະທັດ, ແລະ ອິນເຕີແນັດ ສ່ວນຫລາຍຈະຖ່າຍທອດຂ່າວສານ ແລະ ຮູບພາບທີ່ບໍ່ດີ. ບໍ່ດົນມານີ້ ປະທານດີເດີ ແອັຟ ອຸກດອບ ແລະ ຂ້າພະເຈົ້າ ໄດ້ໄປຫາໝູ່ບ້ານແຫ່ງໜຶ່ງຢູ່ໃນປ່າ ອາມາຊອນ ແລະ ໄດ້ສັງເກດເຫັນວ່າມີຈານຮັບການຖ່າຍທອດທາງດາວທຽມ ແມ່ນແຕ່ຢູ່ຕາມບ້ານເຮືອນຫລັງນ້ອຍໆກໍມີ. ພວກເຮົາດີໃຈທີ່ຂ່າວສານໄດ້ຂະຫຍາຍໄປທົ່ວ ແມ່ນແຕ່ໃນບ່ອນທີ່ຢູ່ຫ່າງໄກ. ພວກເຮົາກໍຍັງເຫັນວ່າ ບໍ່ມີບ່ອນໃດຢູ່ໃນໂລກນີ້ ທີ່ຄວາມລາມົກ, ຄວາມຜິດສິນທຳ, ແລະ ຮູບພາບຢົ້ວຢວນໃຈບໍ່ສາມາດເຂົ້າເຖິງ. ນີ້ຄືເຫດຜົນໜຶ່ງທີ່ວ່າ ເປັນຫຍັງຮູບພາບລາມົກຈຶ່ງກາຍເປັນໂລກລະບາດຢູ່ໃນທຸກວັນນີ້.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ເວົ້າລົມກັບຊາຍໜຸ່ມຄົນໜຶ່ງຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນອາຍຸ 15 ປີ. ລາວໄດ້ຊ່ອຍຂ້າພະເຈົ້າໃຫ້ເຂົ້າໃຈວ່າ ມັນງ່າຍຫລາຍຂະໜາດໃດໃນຍຸກອິນເຕີແນັດນີ້ ສຳລັບຊາວໜຸ່ມທີ່ຈະເຫັນພາບທີ່ບໍ່ສະອາດ ແລະ ລາມົກແບບບໍ່ຕັ້ງໃຈ. ລາວໄດ້ບອກວ່າ ໃນຫລັກທຳສ່ວນຫລາຍທີ່ສາດສະໜາຈັກໄດ້ສອນ, ກໍມີບາງສ່ວນທີ່ສັງຄົມຮັບຮູ້ວ່າ ຖ້າຫາກລະເມີດຕໍ່ຫລັກທຳເຫລົ່ານັ້ນ ຈະສາມາດກະທົບກະເທືອນຕໍ່ສຸຂະພາບ ແລະ ຄວາມສະຫວັດດີພາບໄດ້. ລາວໄດ້ກ່າວເຖິງການສູບຢາ, ການໃຊ້ຢາເສບຕິດ, ແລະ ການດື່ມເຄື່ອງມຶນເມົາທີ່ຊາວໜຸ່ມໃຊ້. ແຕ່ລາວໄດ້ສັງເກດເຫັນວ່າ ບໍ່ມີສຽງຈົ່ມ ຫລື ສຽງຮ້ອງເຕືອນຈາກສັງຄົມສ່ວນຫລາຍກ່ຽວກັບຮູບພາບລາມົກ ຫລື ການເຮັດຜິດສິນທຳ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ການວິໄຈຂອງຊາຍໜຸ່ມຄົນນີ້ແມ່ນຖືກຕ້ອງ. ແມ່ນຫຍັງຄືຄຳຕອບ? ເປັນເວລາຫລາຍປີ ສາດສະດາ ແລະ ອັກຄະສາວົກໄດ້ສອນເຖິງຄວາມສຳຄັນຂອງການເຄົາລົບສາດສະໜາຢູ່ໃນບ້ານ.19
ພໍ່ແມ່ທັງຫລາຍ, ວັນເວລາຕອນທີ່ກິດຈະກຳເປັນປະຈຳຢູ່ໃນໂບດ ແລະ ໂຄງການ, ເຖິງແມ່ນສຳຄັນ, ສາມາດເຮັດແທນໜ້າທີ່ຮັບຜິດຊອບຂອງທ່ານໄດ້ໃນການສອນລູກໆໃຫ້ດຳລົງຊີວິດໃນທາງສິນທຳ, ໃນທາງຊອບທຳ, ແລະ ເດີນໄປຢ່າງຊື່ຕົງຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ໄດ້ຜ່ານພົ້ນໄປແລ້ວ. ຕາມການປະກາດຂອງປະທານມອນສັນໃນເຊົ້າມື້ນີ້, ມັນສຳຄັນທີ່ສິ່ງດັ່ງກ່າວນີ້ຖືກປະຕິບັດຢູ່ໃນບ້ານ, ທີ່ເປັນບ່ອນຫລົບໄພ, ບ່ອນທີ່ຄວາມອ່ອນນ້ອມ, ການໃຫ້ອະໄພ, ຄວາມຈິງ, ແລະ ຄວາມຊອບທຳປະກົດຢູ່. ພໍ່ແມ່ຕ້ອງມີຄວາມກ້າຫານທີ່ຈະກີດກັນ ຫລື ສັງເກດເບິ່ງການໃຊ້ອິນເຕີແນັດ, ໂທລະທັດ, ໜັງ, ແລະ ເພງຂອງລູກໆ. ພໍ່ແມ່ຕ້ອງມີຄວາມກ້າຫານທີ່ຈະເວົ້າວ່າ, “ບໍ່,” ທີ່ຈະປົກປ້ອງຄວາມຈິງ, ແລະ ສະແດງປະຈັກພະຍານທີ່ມີພະລັງ. ລູກໆຂອງທ່ານຕ້ອງຮູ້ຈັກວ່າ ທ່ານມີສັດທາໃນພຣະຜູ້ຊ່ອຍໃຫ້ລອດ, ຮັກພຣະບິດາເທິງສະຫວັນຂອງທ່ານ, ແລະ ສະໜັບສະໜູນຜູ້ນຳຂອງສາດສະໜາຈັກ. ຄວາມເຕີບໂຕທາງວິນຍານຈະຕ້ອງມີຢູ່ໃນບ້ານ. ຄວາມຫວັງຂອງຂ້າພະເຈົ້າຄື ຂ້າພະເຈົ້າຢາກໃຫ້ທຸກຄົນອອກໄປຈາກສູນກາງປະຊຸມນີ້ດ້ວຍຄວາມເຂົ້າໃຈວ່າ ເຮົາຕ້ອງກ່າວກ່ຽວກັບສິນທຳໃນວັນເວລາຂອງເຮົານຳຄອບຄົວຂອງເຮົາ. ອະທິການ, ຜູ້ນຳຖານະປະໂລຫິດ ແລະ ຜູ້ນຳອົງການຊ່ອຍເຫລືອ ຕ້ອງສະໜັບສະໜູນຄອບຄົວ ແລະ ໃຫ້ແນ່ໃຈວ່າ ຫລັກທຳທາງວິນຍານໄດ້ຖືກສອນ. ຄູສອນປະຈຳບ້ານ ແລະ ຄູຢ້ຽມສອນສາມາດຊ່ອຍເຫລືອ, ໂດຍສະເພາະກັບພໍ່ແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ.
ຊາຍໜຸ່ມທີ່ຂ້າພະເຈົ້າໄດ້ກ່າວເຖິງ ໄດ້ຖາມຖ້າຫາກວ່າ ອັກຄະສາວົກຮູ້ວ່າເດັກນ້ອຍຄວນເລີ່ມຕົ້ນຮຽນກ່ຽວກັບເລື່ອງການປ້ອງກັນຕ້ານກັບຮູບພາບລາມົກ ແລະ ຄວາມຄິດທີ່ບໍ່ສະອາດໃນຕອນໃດ. ຕາມທີ່ລາວກ່າວມານັ້ນ ໃນບາງບ່ອນ ແມ່ນແຕ່ໃນຕອນເດັກນ້ອຍຍັງຢູ່ໃນຊັ້ນປະຖົມໄວກໍບໍ່ນ້ອຍເກີນໄປ.
ຊາວໜຸ່ມຜູ້ເຄີຍໄດ້ເຫັນຮູບພາບທີ່ຂາດສິນທຳຕອນເຂົາຍັງນ້ອຍ ຈະຢ້ານກົວວ່າ ເຂົາອາດບໍ່ເໝາະສົມກັບການໄປຮັບໃຊ້ເຜີຍແຜ່ ແລະ ພັນທະສັນຍາທີ່ສັກສິດ. ຜົນສະທ້ອນກໍຄື, ສັດທາຂອງເຂົາອາດເສື່ອມລົງ. ຂ້າພະເຈົ້າຢາກໃຫ້ພວກເຈົ້າຜູ້ເປັນຊາວໜຸ່ມແນ່ໃຈ, ດັ່ງທີ່ໄດ້ສອນຜ່ານມາ, ວ່າຜ່ານການກັບໃຈ ພວກເຈົ້າຈະສາມາດເໝາະສົມກັບພອນທຸກປະການຂອງສະຫວັນ.20 ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດແມ່ນເພື່ອສິ່ງນັ້ນແຫລະ. ຈົ່ງເວົ້າລົມນຳພໍ່ແມ່ຂອງພວກເຈົ້າ ຫລື ຜູ້ປຶກສາທີ່ໄວ້ວາງໃຈໄດ້ ແລະ ປຶກສານຳອະທິການຂອງພວກເຈົ້າ.
ເມື່ອກ່າວເຖິງສິນທຳ, ຜູ້ໃຫຍ່ບາງຄົນເຊື່ອວ່າການຍຶດໝັ້ນກັບໂຄງການທີ່ສຳຄັນຕໍ່ມວນມະນຸດ ຫລື ຕໍ່ຫລັກການຈະລົບລ້າງຄວາມຈຳເປັນທີ່ຈະເຮັດຕາມຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດ. ເຂົາເຈົ້າເວົ້າກັນວ່າ ການເຮັດຜິດເລື່ອງເພດ “ເປັນເລື່ອງເລັກນ້ອຍ … [ຖ້າຫາກເຮົາ] … ເປັນຄົນອ່ອນນ້ອມ ແລະ ມີໃຈເພື່ອແຜ່.21 ການຄິດເຊັ່ນນັ້ນເປັນການເວົ້າຕົວະຕົນເອງ. ຊາວໜຸ່ມບາງຄົນໄດ້ບອກຂ້າພະເຈົ້າວ່າ ວັດທະນະທຳໃນປະຈຸບັນຂອງເຮົາບໍ່ “ໂດ່ງດັງ” ປານໃດ ເພາະວ່າພະຍາຍາມຫລາຍເກີນໄປໃນຫລາຍເລື່ອງ, ຮ່ວມທັງການດຳລົງຊີວິດໃຫ້ສອດຄ່ອງກັບຫລັກທຳທີ່ຊອບທຳ.22 ກະລຸນາຢ່າຫລົງເຂົ້າໄປໃນກັບດັກເຊັ່ນນັ້ນເດີ້.
ໃນຕອນຮັບບັບຕິສະມາ ເຮົາໄດ້ສັນຍາທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ໂດຍມີ ຄວາມຕັ້ງໃຈ ທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ.”23 ພັນທະສັນຍາເຊັ່ນນັ້ນຮຽກຮ້ອງຄວາມກ້າຫານ, ການຜູກມັດ, ແລະ ຄວາມຊື່ສັດ ຖ້າຫາກເຮົາຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່ຕໍ່ໄປ ແລະ ປ່ຽນໃຈ ເຫລື້ອມໃສແທ້ໆ.
ຕົວຢ່າງອັນເກົ່າແກ່ກ່ຽວກັບການຜູກມັດທີ່ເຂັ້ມແຂງ ແລະ ບໍ່ຫວັ່ນໄຫວສຳລັບທຸກຄົນ ໄດ້ສະແດງໃຫ້ເຫັນຈາກຕົວຢ່າງຂອງນັກຫລິ້ນກິລາຄົນອັງກິດຜູ້ໜຶ່ງທີ່ໄດ້ແຂ່ງຂັນໂອລິມປິກໃນປີ 1924 ຢູ່ກຸງປາລີ, ປະເທດຝະລັ່ງ.
ທ້າວ ແອຣິກ ລິດແດວ ເປັນລູກຊາຍຂອງຜູ້ສອນສາດສະໜາຄົນສະກ໊ອດຢູ່ປະເທດຈີນ ແລະ ເປັນຜູ້ຖືສາດສະໜາທີ່ເຄັ່ງຄັດ. ລາວໄດ້ໃຈຮ້າຍໃຫ້ຜູ້ນຳກຸ່ມໂອລິມປິກຂອງປະເທດອັງກິດ ໂດຍປະຕິເສດ ບໍ່ວ່າຈະມີຄວາມກົດດັນຫລາຍປານໃດກໍຕາມ, ລາວຈະບໍ່ຍອມແລ່ນແຂ່ງຂັນ 100 ແມັດ ທີ່ຈັດຂຶ້ນໃນວັນອາທິດ. ແຕ່ລາວໄດ້ຊະນະເລີດໃນການແລ່ນແຂ່ງຂັນ 400 ແມັດ. ຕົວຢ່າງຂອງ ລິດແດວ ທີ່ບໍ່ຍອມແຂ່ງຂັນໃນວັນອາທິດ ເປັນສິ່ງດົນໃຈໂດຍສະເພາະ.
ການບັນຍາຍ ແລະ ການລະນຶກເຖິງການໃຫ້ກຽດຂອງລາວ, ລາວໄດ້ຄິດເຖິງຖ້ອຍຄຳທີ່ດົນໃຈຈາກເອຊາຢາວ່າ, “ແຕ່ພວກທີ່ມີຄວາມໄວ້ວາງໃຈໃນພຣະອົງ ຄືປົງໃຈຂໍໃຫ້ພຣະຜູ້ເປັນເຈົ້າຊ່ອຍເຫລືອນັ້ນ ເຂົາກໍຈະໄດ້ມີກຳລັງວັງຊາຂຶ້ນໃໝ່; ເຂົາຈະລຸກຂຶ້ນໄດ້ດັ່ງນົກອິນຊີບິນໄປ; ເຂົາຈະແລ່ນໄດ້ ແລະ ບໍ່ອິດເມື່ອຍອ່ອນແຮງ; ເຂົາຈະຍ່າງໄປ ແລະ ບໍ່ອ່ອນແຮງລົງອີກ.”24
ການກະທຳທີ່ເປັນໜ້າຍ້ອງຍໍຂອງ ລິດແດວ ມີອິດທິພົນຫລາຍຕໍ່ຊີວິດຂອງລູກຊາຍນ້ອຍຂອງຂ້າພະເຈົ້າ ທີ່ຈະບໍ່ຫລິ້ນກິລາໃນວັນອາທິດ ແລະ ສຳຄັນກວ່ານັ້ນ ເພື່ອແຍກຕົວລາວເອງອອກຈາກຄວາມບໍ່ຊອບທຳ ແລະ ການກະທຳຂອງໂລກ. ລາວໄດ້ໃຊ້ຖ້ອຍຄຳຈາກເອຊາຢາຢູ່ໃນປຶ້ມຮູບປະຈຳປີຢູ່ໂຮງຮຽນ. ແອຣິກ ລິດແດວ ໄດ້ເປັນຕົວຢ່າງທີ່ມີພະລັງເຖິງຄວາມຕັ້ງໃຈ ແລະ ການຜູກມັດຕໍ່ຫລັກທຳ.
ເມື່ອຊາວໜຸ່ມຂອງພວກເຮົາເຮັດຕາມຄຳແນະນຳຂອງປະທານມອນສັນ ໂດຍການຕຽມຕົວທີ່ຈະຮັບໃຊ້ເຜີຍແຜ່, ແລະ ເມື່ອເຮົາດຳລົງຊີວິດຕາມຫລັກທຳທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສອນ ແລະ ຕຽມເຮົາເພື່ອພົບກັບພຣະເຈົ້າ,25 ແລ້ວເຮົາຈະຊະນະການແຂ່ງຂັນທີ່ສຳຄັນກວ່າ.26 ເຮົາຈະມີພຣະວິນຍານບໍລິສຸດນຳພາເສັ້ນທາງແຫ່ງວິນຍານຂອງເຮົາ. ຖ້າຫາກຊີວິດຂອງຄົນໃດກໍຕາມທີ່ບໍ່ເປັນລະບຽບ, ຈົ່ງຈື່ຈຳໄວ້ວ່າ, ຍັງບໍ່ສາຍເກີນໄປເທື່ອ ທີ່ຈະເຮັດໃຫ້ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດເປັນຮາກຖານຂອງສັດທາ ແລະ ຊີວິດຂອງເຮົາ.27
ເອຊາຢາໄດ້ກ່າວວ່າ, “ເຖິງແມ່ນວ່າບາບຂອງໝູ່ເຈົ້ານັ້ນເປັນສີແດງ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງນວນຝ້າຍ.”28
ຄຳອະທິຖານອັນຈິງໃຈຂອງຂ້າພະເຈົ້າຄື ຂໍໃຫ້ເຮົາທຸກຄົນເຮັດເທົ່າທີ່ເຮົາສາມາດເຮັດໄດ້ ເພື່ອຈະໄດ້ຮູ້ສຶກເຖິງພຣະວິນຍານ ໃນຕອນນີ້ ເພື່ອວ່າເຮົາ ຈະໄດ້ ຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່ດ້ວຍສຸດໃຈຂອງເຮົາ. ຂ້າພະເຈົ້າຂໍເປັນພະຍານເຖິງພະລັງແຫ່ງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.