ປົກປ້ອງເດັກນ້ອຍ
ແຕ່ຫວັງວ່າຈະບໍ່ມີຄົນໃດທີ່ບໍ່ເຫັນດ້ວຍກັບການຮ່ວມໄມ້ຮ່ວມມືກັນເພື່ອເຮົາຈະມີຄວາມເປັນຫ່ວງເປັນໄຍຫລາຍກວ່າເກົ່າກ່ຽວກັບສະຫວັດດີພາບ ແລະ ອະນາຄົດຂອງເດັກນ້ອຍຂອງພວກເຮົາ—ຄົນລຸ້ນໃໝ່.
ເຮົາສາມາດຈື່ຈຳຄວາມຮູ້ສຶກຕອນລູກນ້ອຍຮ້ອງໄຫ້ ແລະ ຢື້ມືຂຶ້ນໃສ່ເຮົາໃຫ້ຊ່ອຍເຫລືອ. ພຣະບິດາເທິງສະຫວັນທີ່ຊົງຮັກໄດ້ປະທານຄວາມຮູ້ສຶກນັ້ນໃຫ້ເຮົາ ເພື່ອດົນໃຈເຮົາໃຫ້ຊ່ອຍເຫລືອລູກໆຂອງພຣະອົງ. ຂໍຈົ່ງຈື່ຈຳຄວາມຮູ້ສຶກນັ້ນ ໃນຂະນະທີ່ຂ້າພະເຈົ້າກ່າວກ່ຽວກັບໜ້າທີ່ຮັບຜິດຊອບຂອງເຮົາທີ່ຈະປົກປ້ອງ ແລະ ເຮັດເພື່ອຄວາມສະຫວັດດີພາບຂອງລູກໆ.
ຂ້າພະເຈົ້າກ່າວຈາກທັດສະນະຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຮ່ວມທັງແຜນແຫ່ງຄວາມລອດຂອງພຣະອົງ. ນັ້ນແມ່ນການເອີ້ນຂອງຂ້າພະເຈົ້າ. ຜູ້ນຳຂອງສາດສະໜາຈັກໃນທ້ອງຖິ່ນມີໜ້າທີ່ຮັບຜິດຊອບສຳລັບຂອບເຂດຂອງຕົນ, ເຊັ່ນຫວອດ ຫລື ສະເຕກ, ແຕ່ອັກຄະສາວົກມີໜ້າທີ່ຮັບຜິດຊອບທີ່ຈະເປັນພະຍານຕະຫລອດທົ່ວໂລກ. ໃນທຸກປະຊາຊາດ, ທຸກເຊື້ອຊາດ ແລະ ສາດສະໜາ, ເດັກນ້ອຍທຸກຄົນເປັນລູກໆຂອງພຣະເຈົ້າ.
ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ກ່າວໃນທາງການເມືອງ ຫລື ຕາມນະໂຍບາຍຂອງມວນຊົນ, ເຊັ່ນດຽວກັບຜູ້ນຳຂອງສາດສະໜາຈັກຄົນອື່ນໆ ຂ້າພະເຈົ້າບໍ່ສາມາດກ່າວເຖິງຄວາມສະຫວັດດີພາບຂອງເດັກນ້ອຍປາດສະຈາກການເວົ້າກ່ຽວກັບການເລືອກຂອງປະຊາຊົນ, ເຈົ້າໜ້າທີ່ບ້ານເມືອງ, ແລະ ພະນັກງານ ແລະ ອົງການເອກະຊົນຕ່າງໆ. ເຮົາທຸກຄົນຢູ່ພາຍໃຕ້ພຣະບັນຍັດຂອງພຣະຜູ້ຊ່ອຍໃຫ້ລອດທີ່ຈະຮັກ ແລະ ດູແລຊຶ່ງກັນແລະກັນ, ໂດຍສະເພາະຄົນອ່ອນແອ ແລະ ປ້ອງກັນຕົນເອງບໍ່ໄດ້.
ເດັກນ້ອຍເປັນຄົນຖືກທຳຮ້າຍໄດ້ງ່າຍ. ເຂົາບໍ່ສາມາດປົກປ້ອງ ຫລື ຈັດຫາໃຫ້ຕົນເອງ ແລະ ບໍ່ມີອິດທິພົນຫລາຍໃນສິ່ງທີ່ສຳຄັນເລື່ອງສະຫວັດດີພາບຂອງເຂົາ. ເດັກນ້ອຍເພິ່ງພາອາໄສຄົນອື່ນໃຫ້ກ່າວແທນເຂົາ, ແລະ ເຂົາຢາກມີຜູ້ຕັດສິນໃຈແທນເຂົາ ເອົາໃຈໃສ່ຕໍ່ສະຫວັດດີພາບຂອງເຂົາຫລາຍກວ່າຄວາມເຫັນແກ່ຕົວຂອງຜູ້ໃຫຍ່.
I.
ທົ່ວໄປໃນໂລກ, ເຮົາຕົກຕະລຶງທີ່ເຫັນເດັກນ້ອຍຫລາຍລ້ານຄົນເປັນຜູ້ຮັບເຄາະເພາະຄວາມຮຸນແຮງ ແລະ ຄວາມເຫັນແກ່ຕົວຂອງຜູ້ໃຫຍ່.
ຢູ່ໃນປະເທດທີ່ແຕກລ້າວດ້ວຍສົງຄາມ, ເດັກນ້ອຍຖືກລັກເອົາໄປຮັບໃຊ້ເປັນທະຫານຢູ່ແນວໜ້າ.
ອົງການສະຫະປະຊາຊາດໄດ້ລາຍງານວ່າ ເດັກນ້ອຍເກືອບເຖິງສອງລ້ານຄົນຕົກເປັນຜູ້ຮັບເຄາະແຕ່ລະປີ ຜ່ານການຄ້າປະເວນີ ແລະ ຮູບພາບລາມົກ.1
ຈາກທັດສະນະຂອງແຜນແຫ່ງຄວາມລອດ, ການທຳຮ້າຍເດັກນ້ອຍທີ່ຮ້າຍແຮງທີ່ສຸດຄືການປະຕິເສດການໃຫ້ເຂົາມາເກີດ. ສິ່ງນີ້ໄດ້ແຜ່ຂະຫຍາຍໄປທົ່ວໂລກ. ຈຳນວນການເກີດຢູ່ໃນສະຫະລັດອາເມຣິກາໃນໄລຍະ 25 ປີຜ່ານມາແມ່ນຕ່ຳຫລາຍທີ່ສຸດ,2 ແລະ ຈຳນວນການເກີດຢູ່ໃນຢູໂຣບ ແລະ ໃນປະເທດຕ່າງຢູ່ເຂດເອເຊຍ ກໍມີໜ້ອຍລົງເປັນເວລາຫລາຍປີແລ້ວ. ສິ່ງນີ້ບໍ່ແມ່ນບັນຫາເລື່ອງສາດສະໜາເທົ່ານັ້ນ. ເມື່ອຄົນລຸ້ນໃໝ່ມີໜ້ອຍ, ວັດທະນະທຳ, ແມ່ນແຕ່ປະເທດຊາດ ກໍຈະອ່ອນແອລົງ ແລະ ໃນທີ່ສຸດກໍຈະສາບສູນໄປ.
ສິ່ງໜຶ່ງທີ່ເຮັດໃຫ້ການເກີດຫລຸດນ້ອຍຖອຍລົງແມ່ນການແທ້ງລູກ. ທົ່ວໄປໃນໂລກ, ສະເລ່ຍແລ້ວມີການແທ້ງລູກຫລາຍກວ່າ 40 ລ້ານເທື່ອຕໍ່ປີ.3 ກົດໝາຍໃນຫລາຍບ່ອນໄດ້ອະນຸຍາດ ຫລື ສົ່ງເສີມການແທ້ງລູກ, ແຕ່ຕໍ່ພວກເຮົາ ສິ່ງນີ້ເປັນຄວາມຊົ່ວຮ້າຍທີ່ສຸດ. ການທຳຮ້າຍເດັກນ້ອຍຢ່າງໜຶ່ງອີກທີ່ເກີດຂຶ້ນລະຫວ່າງຕອນຖືພາແມ່ນການທຳລາຍເດັກກ່ອນເກີດ ເພາະຂາດການບຳລຸງລ້ຽງ ແລະ ເພາະການໃຊ້ຢາເສບຕິດ.
ເປັນໜ້າໂສກເສົ້າທີ່ໃນຂະນະເດັກນ້ອຍເປັນຈຳນວນຫລວງຫລາຍຖືກທຳຮ້າຍຕອນຍັງນ້ອຍ ຫລື ກ່ອນເກີດ ມີສາມີພັນລະຍາຢ່າງຫລວງຫລາຍທີ່ບໍ່ສາມາດມີລູກດ້ວຍຕົນເອງ ແລະ ພະຍາຍາມຊອກຫາເດັກມາລ້ຽງເປັນລູກບຸນທຳ.
ເດັກນ້ອຍທີ່ຖືກທຳຮ້າຍ ຫລື ຖືກປະລະຫລັງຈາກໄດ້ເກີດມາ ມີຢູ່ທຸກບ່ອນ. ທົ່ວໄປໃນໂລກ, ເດັກນ້ອຍເກືອບເຖິງແປດລ້ານຄົນໄດ້ຕາຍໄປກ່ອນເຂົາເຖິງອາຍຸສິບຫ້າປີ, ສ່ວນຫລາຍຈາກໂລກພະຍາດທີ່ສາມາດປິ່ນປົວ ແລະ ປ້ອງກັນໄດ້.4 ແລະ ອົງການອະນາໄມໂລກໄດ້ລາຍງານວ່າ ໜຶ່ງສ່ວນສີ່ຂອງເດັກນ້ອຍເຕີບໂຕໜ້ອຍກວ່າດັ່ງທີ່ເຂົາຄວນເປັນ, ທາງມັນສະໝອງ ແລະ ທາງຮ່າງກາຍ, ເພາະຂາດການບຳລຸງລ້ຽງຢ່າງພຽງພໍ.5 ການໄດ້ອາໄສຢູ່ ແລະ ການເດີນທາງໄປທົ່ວໂລກ, ພວກເຮົາທີ່ເປັນຜູ້ນຳຂອງສາດສະໜາຈັກໄດ້ເຫັນສິ່ງນີ້ຢ່າງຫລວງຫລາຍ. ຝ່າຍປະທານຂອງອົງການປະຖົມໄວສາມັນໄດ້ລາຍງານເຖິງສະພາບຊີວິດຂອງເດັກນ້ອຍວ່າເປັນແບບ “ທີ່ເກີນກວ່າຈະວາດພາບໄດ້.” ແມ່ຄົນໜຶ່ງຢູ່ປະເທດຟີລິບປິນ ໄດ້ກ່າວວ່າ: “ບາງເທື່ອພວກເຮົາບໍ່ມີເງິນພໍທີ່ຈະຊື້ອາຫານ, ແຕ່ກໍບໍ່ເປັນຫຍັງ ເພາະວ່າມັນໄດ້ໃຫ້ຂ້ອຍມີໂອກາດສອນລູກໆຂອງຂ້ອຍກ່ຽວກັບສັດທາ. ພວກເຮົາໄດ້ນັ່ງນຳກັນອະທິຖານເພື່ອຂໍຄວາມຊ່ອຍເຫລືອ, ແລະ ລູກໆໄດ້ເຫັນພຣະຜູ້ເປັນເຈົ້າປະທານພອນໃຫ້ພວກເຮົາ.”6 ຢູ່ໃນອາຟຣິກາໃຕ້, ຄູສອນໃນຊັ້ນປະຖົມໄວໄດ້ໄປຫາເດັກນ້ອຍຜູ້ຍິງຄົນໜຶ່ງ, ຜູ້ເຫງົາຫງອຍ ແລະ ໂສກເສົ້າ. ໃນຄຳຕອບທີ່ຄ່ອຍໆຕໍ່ຄຳຖາມດ້ວຍຄວາມຮັກ, ນາງໄດ້ບອກວ່າ ນາງບໍ່ມີແມ່, ບໍ່ມີພໍ່, ແລະ ບໍ່ມີແມ່ຕູ້—ມີແຕ່ພໍ່ຕູ້ທີ່ດູແລນາງ.7 ເລື່ອງໂສກເສົ້າເຊັ່ນນີ້ມີຢູ່ທົ່ວໄປໃນບ່ອນທີ່ຜູ້ດູແລໄດ້ຕາຍໄປດ້ວຍໂລກເອດສ໌.
ເຖິງແມ່ນຢູ່ໃນປະຊາຊາດທີ່ຈະເລີນກ້າວໜ້າ ເດັກນ້ອຍ ແລະ ຊາວໜຸ່ມໄດ້ຖືກທາລຸນໂດຍການປະລະ. ເດັກນ້ອຍທີ່ເຕີບໂຕຂຶ້ນກັບຄວາມທຸກຍາກລຳບາກຈະມີສຸຂະພາບຕ່ຳກວ່າ ແລະ ບໍ່ມີໂອກາດທີ່ຈະສຶກສາຮ່ຳຮຽນ. ເຂົາກໍຢູ່ໃກ້ສະພາບແວດລ້ອມທີ່ອັນຕະລາຍນຳອີກທາງຮ່າງກາຍ ແລະ ໃນວັດທະນະທຳທີ່ອ້ອມຮອບເຂົາ ແລະ ແມ່ນແຕ່ຖືກປະລະໂດຍພໍ່ແມ່ຂອງເຂົາ. ບໍ່ດົນມານີ້ ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ເລົ່າປະສົບການໜຶ່ງ ໃຫ້ຟັງກ່ຽວກັບນາຍຕຳຫລວດຊາວມໍມອນຄົນໜຶ່ງ. ໃນການໄປສືບສວນ ລາວໄດ້ພົບເຫັນເດັກນ້ອຍຫ້າຄົນນັ່ງແຫຍ້ກັນຢູ່, ບໍ່ມີບ່ອນນອນ ແລະ ພະຍາຍາມນອນຢູ່ພື້ນຫ້ອງທີ່ສົກກະປົກ ບ່ອນທີ່ແມ່ຂອງພວກເຂົາ ແລະ ຄົນອື່ນໆພວມຊຸມແຊວກິນເຫລົ້າເມົາ. ໃນເຮືອນນັ້ນບໍ່ມີອາຫານທີ່ຈະໃຫ້ເດັກນ້ອຍທີ່ຫິວໂຫຍກິນ. ຫລັງຈາກໄດ້ເອົາເດັກນ້ອຍເຫລົ່ານັ້ນໄປນອນໃນຕຽງຊົ່ວຄາວແລ້ວ, ນາຍຕຳຫລວດໄດ້ຄຸເຂົ່າລົງອະທິຖານຂໍການປົກປ້ອງສຳລັບພວກເຂົາ. ໃນຂະນະທີ່ລາວຍ່າງໄປຫາປະຕູ, ເດັກນ້ອຍຄົນໜຶ່ງອາຍຸປະມານຫົກປີ ໄດ້ແລ່ນມາຫາລາວ, ໄດ້ຈັບມືລາວ, ແລະ ອ້ອນວອນວ່າ, “ຂໍໃຫ້ທ່ານຮັບເອົາຂ້ານ້ອຍໄປລ້ຽງແດ່ໄດ້ບໍ?”8
ເຮົາຈື່ຈຳຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດ ເມື່ອພຣະອົງເອົາເດັກນ້ອຍຄົນໜຶ່ງມາຢູ່ຕໍ່ໜ້າຂອງຜູ້ຕິດຕາມພຣະອົງ ແລະ ໄດ້ປະກາດວ່າ:
“ແລະ ຜູ້ໃດຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາຜູ້ນັ້ນກໍຕ້ອນຮັບເຮົາ.
“ຖ້າຜູ້ໃດເປັນຕົ້ນເຫດພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຕົກໃນບາບ, ແມ່ນຈະເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະ ຖິ້ມລົງໃນທະເລເລິກເສຍກໍດີກວ່າ” (ມັດທາຍ 18:5–6).
ເມື່ອເຮົາໄຕ່ຕອງເບິ່ງສິ່ງອັນຕະລາຍ ຊຶ່ງເດັກນ້ອຍຄວນໄດ້ຮັບການປົກປ້ອງຈາກສິ່ງເຫລົ່ານັ້ນ, ເຮົາຄວນຮ່ວມທັງການທຳຮ້າຍທາງຈິດໃຈນຳອີກ. ພໍ່ແມ່ ຫລື ຜູ້ດູແລຄົນອື່ນໆ ຫລື ນາຍຄູ ຫລື ໝູ່ເພື່ອນທີ່ດູຖູກ, ຂົ່ມເຫັງ, ເຮັດໃຫ້ເດັກນ້ອຍ ແລະ ຊາວໜຸ່ມອັບອາຍ ສາມາດທຳຮ້າຍເຂົາຫລາຍກວ່າການທຳຮ້າຍທາງຮ່າງກາຍ. ການເຮັດໃຫ້ເດັກນ້ອຍ ຫລື ຊາວໜຸ່ມຮູ້ສຶກບໍ່ມີຄ່າຄວນ, ບໍ່ມີຄົນຮັກ, ບໍ່ມີຄົນຕ້ອງການ ສາມາດທຳລາຍເຂົາໄປເປັນເວລາດົນນານ ຫລື ທຳລາຍຈິດໃຈ ແລະ ການເຕີບໂຕຂອງເຂົາ9 ຄົນໜຸ່ມທີ່ດີ້ນລົນຕໍ່ສູ້ກັບສະພາບທີ່ຜິດທຳມະດາ, ຮ່ວມທັງການສົນໃຈກັບເພດດຽວກັນ, ຈະຖືກທຳລາຍໄດ້ງ່າຍ ແລະ ຕ້ອງການຄວາມເຂົ້າໃຈ—ບໍ່ແມ່ນການຂົ່ມເຫັງ ຫລື ການຖືກໄລ່ໜີ.10
ດ້ວຍຄວາມຊ່ອຍເຫລືອຂອງພຣະຜູ້ເປັນເຈົ້າ, ເຮົາສາມາດກັບໃຈ ແລະ ປ່ຽນແປງ ແລະ ກາຍເປັນຄົນທີ່ມີຄວາມຮັກ ແລະ ຊ່ອຍເຫລືອໄດ້ດີກວ່າເກົ່າຕໍ່ເດັກນ້ອຍ—ລູກຂອງເຮົາເອງ ແລະ ຄົນທີ່ຢູ່ອ້ອມຮອບເຮົາ.
II.
ນີ້ແມ່ນສອງສາມຕົວຢ່າງກ່ຽວກັບການທາລຸນທາງຮ່າງກາຍ ແລະ ທາງຈິດໃຈ ຊຶ່ງສຳຄັນເທົ່າກັບຕົວຢ່າງທີ່ກ່ຽວກັບຄວາມສຳພັນຂອງເຂົານຳພໍ່ແມ່ ຫລື ຜູ້ປົກຄອງ. ປະທານທອມມັສ ແອັສ ມອນສັນ ໄດ້ກ່າວເຖິງສິ່ງທີ່ເພິ່ນເອີ້ນວ່າ “ການກະທຳທີ່ຊົ່ວຮ້າຍ” ຂອງການທຳຮ້າຍເດັກນ້ອຍ, ບ່ອນທີ່ພໍ່ແມ່ໄດ້ທຸບຕີ ຫລື ເຮັດໃຫ້ເຂົາເສຍໂສມ, ທາງຮ່າງກາຍ ຫລື ທາງຈິດໃຈ.11 ຂ້າພະເຈົ້າໂສກເສົ້າເມື່ອຂ້າພະເຈົ້າໄດ້ສຶກສາ ແລະ ເຫັນຫລັກຖານໃນໄລຍະທີ່ຂ້າພະເຈົ້າຮັບໃຊ້ຢູ່ໃນສານສູງສຸດຂອງລັດຢູທາ.
ສິ່ງສຳຄັນທີ່ສຸດຕໍ່ຄວາມສະຫວັດດີພາບຂອງເດັກນ້ອຍແມ່ນ ຂຶ້ນກັບການແຕ່ງງານ ຫລື ບໍ່ແຕ່ງງານຂອງພໍ່ແມ່ຂອງເຂົາ, ສະພາບ ແລະ ຄວາມດົນນານຂອງການແຕ່ງງານ, ແລະ ຍິ່ງໄປກວ່ານັ້ນ, ວັດທະນະທຳ ແລະ ຄວາມຄາດໝາຍຂອງການແຕ່ງງານ ແລະ ການດູແລລູກໃນບ່ອນທີ່ເຂົາອາໄສຢູ່. ນັກວິຊາການຝ່າຍຄອບຄົວໄດ້ອະທິບາຍວ່າ: “ຕະຫລອດທົ່ວປະຫວັດສາດ, ການແຕ່ງງານເປັນສະຖາບັນທຳອິດ ແລະ ອັນດັບໜຶ່ງສຳລັບການສ້າງ ແລະ ລ້ຽງດູລູກເຕົ້າ. ມັນສ້າງການຜູກມັດທາງວັດທະນະທຳທີ່ຕິດຕໍ່ພໍ່ ແລະ ລູກໆເຂົ້າກັນ ໂດຍການຜູກມັດລາວໄວ້ກັບພັນລະຍາ ແລະ ລູກໆຂອງລາວ. ແຕ່ໃນເວລາປະຈຸບັນ, ເດັກນ້ອຍໄດ້ຖືກຊຸກອອກຈາກຈຸດໃຈກາງ.”12
ອາຈານສອນກົດໝາຍຢູ່ມະຫາວິທະຍາໄລ ຮາເວີດ ໄດ້ອະທິບາຍກ່ຽວກັບກົດໝາຍໃນປະຈຸບັນ ແລະ ຄວາມຮູ້ສຶກກ່ຽວກັບການແຕ່ງງານ ແລະ ການຢ່າຮ້າງດັ່ງນີ້: “ເລື່ອງເລົ່າ [ໃນປະຈຸບັນ] ຂອງຊາວອາເມຣິກາກ່ຽວກັບການແຕ່ງງານ, ຕາມກົດໝາຍ ແລະ ໃນການຂຽນທີ່ນິຍົມກັນອ່ານ, ບອກດັ່ງນີ້: ການແຕ່ງງານເປັນຄວາມສຳພັນ ຊຶ່ງມີຢູ່ເພື່ອສະໜອງຄວາມຕ້ອງການຂອງສາມີ ຫລື ພັນລະຍາເທົ່ານັ້ນ. ຖ້າຫາກເຊົາເຮັດໜ້າທີ່ນີ້, ແລ້ວຈະກ່າວໂທດຝ່າຍໃດກໍບໍ່ໄດ້ ແລະ ສາມີ ຫລື ພັນລະຍາສາມາດຍົກເລີກໄດ້ຕາມຄວາມປາຖະໜາ. … ບໍ່ໄດ້ກ່າວຫຍັງຫລາຍກ່ຽວກັບເດັກນ້ອຍຢູ່ໃນເລື່ອງນັ້ນ; ເບິ່ງຄືວ່າເຂົາເປັນພຽງເງົາຢູ່ຂ້າງຫລັງເທົ່ານັ້ນ.”13
ຜູ້ນຳຂອງສາດສະໜາຈັກຂອງເຮົາ ໄດ້ສອນວ່າ ການເບິ່ງການແຕ່ງງານ “ເປັນພຽງການສັນຍາທີ່ບາງທີອາດນຳໄປສູ່ຄວາມມ່ວນຊື່ນ … ແລະ ມີຄວາມຮຸນແຮງເມື່ອປະເຊີນກັບຄວາມຫຍຸ້ງຍາກເທື່ອທຳອິດ … ເປັນການກະທຳທີ່ບໍ່ດີ ສົມຄວນທີ່ຈະໄດ້ຮັບການກ່າວໂທດ,” ໂດຍສະເພາະເມື່ອເດັກນ້ອຍໄດ້ຮັບຄວາມທຸກທໍລະມານ.”14 ແລະ ເດັກນ້ອຍໄດ້ຮັບຄວາມກະທົບກະເທືອນຫລາຍເມື່ອມີການຢ່າຮ້າງ. ຫລາຍກວ່າເຄິ່ງໜຶ່ງຂອງຈຳນວນທີ່ຢ່າຮ້າງກັນ ມີລູກທີ່ຍັງນ້ອຍຢູ່.15
ເດັກນ້ອຍຢ່າງຫລວງຫລາຍຈະໄດ້ຮັບພອນຂອງການຖືກລ້ຽງດູໂດຍພໍ່ແມ່ທັງສອງ ຖ້າຫາກພໍ່ແມ່ພຽງແຕ່ເຮັດຕາມຄຳສອນທີ່ດົນໃຈໃນໃບປະກາດຕໍ່ຄອບຄົວ ທີ່ວ່າ: “ສາມີ ແລະ ພັນລະຍາມີໜ້າທີ່ຮັບຜິດຊອບທີ່ຈະຮັກແພງເອົາກັນ ແລະ ຮັກແພງລູກໆຂອງຕົນ. … ພໍ່ແມ່ມີໜ້າທີ່ຮັບຜິດຊອບອັນສັກສິດທີ່ຈະລ້ຽງດູລູກໆຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ, ທີ່ຈະສອນເຂົາເຈົ້າໃຫ້ຮັກ ແລະ ຮັບໃຊ້ຊຶ່ງກັນແລະກັນ.”16 ການສອນທີ່ມີພະລັງທີ່ສຸດ ແມ່ນໂດຍຕົວຢ່າງຂອງພໍ່ແມ່ຂອງເຂົາ. ພໍ່ແມ່ທີ່ຢ່າຮ້າງກັນຈະສອນບົດຮຽນທີ່ກົງກັນຂ້າມ ຢ່າງຫລີກລ້ຽງບໍ່ໄດ້.
ແຕ່ກໍມີບາງກໍລະນີທີ່ການຢ່າຮ້າງຈຳເປັນຕໍ່ຄວາມຢູ່ເຢັນເປັນສຸກຂອງລູກໆ, ແຕ່ໃນສະຖານະການດັ່ງກ່າວກໍຍົກເວັ້ນໃຫ້ໄດ້.17 ໃນການແຕ່ງງານທີ່ຫຍຸ້ງຍາກ ພໍ່ແມ່ທີ່ຜິດຖຽງກັນ ຄວນຄຳນຶງເຖິງລູກໆ. ດ້ວຍຄວາມຊ່ອຍເຫລືອຂອງພຣະຜູ້ເປັນເຈົ້າ, ເຂົາເຈົ້າສາມາດເຮັດສິ່ງນັ້ນໄດ້. ລູກໆຕ້ອງການພະລັງທາງຈິດໃຈ ແລະ ເປັນສ່ວນຕົວ ທີ່ມາຈາກການໄດ້ຮັບການດູແລໂດຍພໍ່ແມ່ທັງສອງ ຜູ້ເປັນໜຶ່ງໃນການແຕ່ງງານ ແລະ ໃນຈຸດເປົ້າໝາຍອັນດຽວກັນ. ໂດຍທີ່ເປັນຄົນໜຶ່ງຜູ້ໄດ້ຮັບການລ້ຽງດູໂດຍແມ່ຜູ້ເປັນໝ້າຍ, ຂ້າພະເຈົ້າຮູ້ດີກວ່າໝູ່ວ່າ ສິ່ງນີ້ອາດບໍ່ສາມາດເຮັດໄດ້ສະເໝີ, ແຕ່ມັນກໍເປັນອຸດົມຄະຕິທີ່ຄວນສະແຫວງຫາຖ້າເປັນໄປໄດ້.
ເດັກນ້ອຍເປັນຜູ້ຮັບເຄາະໃນກົດໝາຍປະຈຸບັນທີ່ເອີ້ນວ່າ “ການຢ່າຮ້າງທີ່ບໍ່ມີຝ່າຍໃດຜິດ.” ຈາກຄວາມຄິດຄວາມເຫັນຂອງເດັກ, ການຢ່າຮ້າງແມ່ນງ່າຍຫລາຍ. ໃນການສະຫລຸບການຄົ້ນຄວ້າຂອງຝ່າຍສັງຄົມວິທະຍາ, ນັກວິຊາການທີ່ລະມັດລະວັງຄົນໜຶ່ງໄດ້ກ່າວວ່າ “ເດັກນ້ອຍທີ່ດີກວ່າໝູ່ໝົດແມ່ນມາຈາກຄອບຄົວທີ່ມີທັງພໍ່ ແລະ ແມ່ ຜູ້ແຕ່ງງານກັນ.”18 ໜັງສືພິມຂອງ New York Times ໄດ້ຂຽນວ່າ “ເປັນຄວາມຈິງທີ່ໜ້າກັງວົນຄື ການແຕ່ງງານເລີ່ມຫລຸດນ້ອຍຖອຍລົງຢູ່ໃນສະຫະລັດອາເມຣິກາ … ເປັນຫລັກຖານເພີ່ມເຕີມເຖິງຄວາມສຳຄັນຂອງການແຕ່ງງານ ເມື່ອກ່ຽວພັນກັບສະຫວັດດີພາບຂອງເດັກນ້ອຍ.”19 ຄວາມເປັນຈິງນັ້ນຄວນເປັນສິ່ງນຳພາພໍ່ແມ່ ແລະ ຜູ້ທີ່ຈະເປັນພໍ່ແມ່ໃນການຕັດສິນໃຈຂອງເຂົາເຈົ້າທີ່ກ່ຽວພັນກັບການແຕ່ງງານ ແລະ ການຢ່າຮ້າງ. ເຮົາກໍຕ້ອງການໃຫ້ມີນັກການເມືອງ, ຜູ້ແຕ່ງຕັ້ງກົດໝາຍ, ແລະ ເຈົ້າໜ້າທີ່ ເພື່ອຈະໄດ້ໃຫ້ພວກເພິ່ນຮູ້ກ່ຽວກັບວ່າສິ່ງໃດດີທີ່ສຸດສຳລັບເດັກນ້ອຍ ໂດຍບໍ່ເອົາໃຈໃສ່ກັບຄະແນນສຽງຂອງຄົນທີ່ເຫັນແກ່ຕົວ ແລະ ສຽງຂອງກຸ່ມທີ່ເຫັນດ້ວຍກັບຄວາມສົນໃຈຂອງຜູ້ໃຫຍ່.
ເດັກນ້ອຍກໍຖືກທຳຮ້າຍນຳອີກ ໂດຍພໍ່ແມ່ທີ່ບໍ່ໄດ້ແຕ່ງງານກັນ. ຄວາມຈິງກ່ຽວກັບຄົນລຸ້ນໃໝ່ ເປັນເລື່ອງທີ່ໜ້າເປັນຫ່ວງຫລາຍໃນການລາຍງານໃນບໍ່ດົນມານີ້ ທີ່ວ່າ 41 ເປີເຊັນຂອງການເກີດຢູ່ໃນສະຫະລັດອາເມຣິກາ ແມ່ນຈາກຜູ້ຍິງທີ່ບໍ່ໄດ້ແຕ່ງງານ.20 ແມ່ທີ່ບໍ່ໄດ້ແຕ່ງງານມີການທ້າທາຍຢ່າງຫລວງຫລາຍ, ແລະ ເຫັນໄດ້ຢ່າງແຈ່ມແຈ້ງວ່າ ລູກຂອງເຂົາເຈົ້າຈະເສຍປຽບ ເມື່ອປຽບທຽບໃສ່ກັບເດັກນ້ອຍທີ່ໄດ້ຮັບການລ້ຽງດູດ້ວຍພໍ່ແມ່ທັງສອງທີ່ແຕ່ງງານກັນ.21
ເດັກນ້ອຍສ່ວນຫລາຍທີ່ເກີດຈາກແມ່ຜູ້ບໍ່ໄດ້ແຕ່ງງານ—ມີພໍ່ແມ່ທີ່ຢູ່ນຳກັນແຕ່ບໍ່ໄດ້ແຕ່ງງານ.22 ສິ່ງໃດກໍຕາມທີ່ເຮົາຈະກ່າວກ່ຽວກັບຜູ້ຄົນທີ່ບໍ່ໄດ້ແຕ່ງງານກັນນີ້, ນັກຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ລູກໆຂອງເຂົາເຈົ້າມີຄວາມທຸກໃຈຫລາຍ ເມື່ອປຽບທຽບໃສ່ກັບເດັກນ້ອຍຄົນອື່ນໆ.23 ສຳລັບເດັກນ້ອຍແລ້ວ, ຄວາມໝັ້ນຄົງຂອງການແຕ່ງງານເປັນສິ່ງສຳຄັນຫລາຍທີ່ສຸດສຳລັບເຂົາ.
ເຮົາສາມາດຄິດວ່າ ເປັນແນວນັ້ນຄືກັນສຳລັບເດັກນ້ອຍທີ່ໄດ້ຮັບການລ້ຽງດູດ້ວຍພໍ່ ຫລື ແມ່ ທີ່ເປັນເພດດຽວກັນ. ໜັງສືຂອງຝ່າຍສັງຄົມວິທະຍາໄດ້ເຮັດໃຫ້ມີການໂຕ້ຖຽງກັນກ່ຽວກັບການກະທົບກະເທືອນອັນຍາວນານຕໍ່ເດັກນ້ອຍສ່ວນໃຫຍ່, ດັ່ງທີ່ໜັງສືພິມ New York Times ໄດ້ຂຽນວ່າ, “ການແຕ່ງງານລະຫວ່າງຄົນເພດດຽວກັນເປັນການທົດລອງໃນສັງຄົມ, ແລະ ເຊັ່ນດຽວກັບການທົດລອງຢ່າງອື່ນໆ ຈະຕ້ອງໃຊ້ເວລາດົນນານ ກ່ອນຈະເຂົ້າໃຈຜົນສະທ້ອນຂອງມັນ.”24
III.
ຂ້າພະເຈົ້າໄດ້ເປັນປາກເປັນສຽງໃຫ້ແກ່ເດັກນ້ອຍສະເໝີມາ—ເດັກນ້ອຍໃນທຸກແຫ່ງຫົນ. ບາງຄົນອາດບໍ່ຍອມຮັບເອົາຕົວຢ່າງເຫລົ່ານີ້, ແຕ່ຫວັງວ່າຈະບໍ່ມີຄົນໃດທີ່ບໍ່ເຫັນດ້ວຍກັບການຮ່ວມໄມ້ຮ່ວມມືກັນເພື່ອເຮົາຈະມີຄວາມເປັນຫ່ວງເປັນໄຍຫລາຍກວ່າເກົ່າກ່ຽວກັບສະຫວັດດີພາບ ແລະ ອະນາຄົດຂອງເດັກນ້ອຍຂອງພວກເຮົາ—ຄົນລຸ້ນໃໝ່.
ຂ້າພະເຈົ້າກ່າວເຖິງລູກໆຂອງພຣະເຈົ້າ, ແລະ ດ້ວຍຄວາມຊ່ອຍເຫລືອທີ່ມີພະລັງຂອງພຣະອົງ, ເຮົາຈະສາມາດເຮັດຫລາຍກວ່າເກົ່າເພື່ອຊ່ອຍເຫລືອເຂົາ. ໃນຄຳອ້ອນວອນນີ້ ຂ້າພະເຈົ້າຂໍກ່າວບໍ່ພຽງແຕ່ກັບໄພ່ພົນຍຸກສຸດທ້າຍເທົ່ານັ້ນ ແຕ່ກັບທຸກຄົນນຳອີກໃນທຸກສາດສະໜາ ແລະ ຄົນອື່ນໆທີ່ມີລະບົບຂອງຫລັກທຳທີ່ເຮັດໃຫ້ເຂົາເຈົ້າຄິດວ່າຄວາມຕ້ອງການຂອງເຂົາເຈົ້າສຳຄັນໜ້ອຍກວ່າຄວາມຕ້ອງການຂອງຄົນອື່ນ ໂດຍສະເພາະສະຫວັດດີພາບຂອງເດັກນ້ອຍ.25
ຄົນທີ່ເຄັ່ງຄັດເລື່ອງສາດສະໜາຈະສຳນຶກເຖິງຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດຢູ່ໃນພຣະສັນຍາໃໝ່ວ່າເດັກນ້ອຍເປັນຕົວຢ່າງທີ່ດີໃຫ້ແກ່ເຮົາເລື່ອງຄວາມຖ່ອມຕົນ ແລະ ສອນງ່າຍ ດັ່ງນີ້:
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຖ້າພວກເຈົ້າບໍ່ກັບໃຈ ແລະ ກາຍເປັນເໝືອນເດັກນ້ອຍ ພວກເຈົ້າຈະເຂົ້າໄປໃນລາຊາອານາຈັກສະຫວັນບໍ່ໄດ້ຈັກເທື່ອ.
“ຜູ້ເປັນໃຫຍ່ທີ່ສຸດໃນລາຊາອານາຈັກສະຫວັນ ແມ່ນຜູ້ທີ່ຖ່ອມຕົວລົງເໝືອນດັ່ງເດັກນ້ອຍ” (ມັດທາຍ 18:3–4).
ໃນພຣະຄຳພີມໍມອນ ເຮົາໄດ້ອ່ານຄຳສອນຂອງພຣະຜູ້ເປັນເຈົ້າທີ່ຟື້ນຄືນຊີວິດຕໍ່ຊາວນີໄຟວ່າ ເຂົາເຈົ້າຕ້ອງກັບໃຈ ແລະ ຮັບບັບຕິສະມາ “ແລະ ກາຍເປັນເໝືອນດັ່ງເດັກນ້ອຍ” ຖ້າບໍ່ດັ່ງນັ້ນ ເຂົາເຈົ້າຈະບໍ່ມີທາງທີ່ຈະໄດ້ອານາຈັກຂອງພຣະເຈົ້າມາເປັນມູນມໍລະດົກໄດ້ເລີຍ (3 ນີໄຟ 11:38; ເບິ່ງ ໂມໂຣໄນ 8:10) ນຳອີກ.
ຂ້າພະເຈົ້າອະທິຖານວ່າເຮົາຈະຖ່ອມຕົວລົງເປັນເໝືອນດັ່ງເດັກນ້ອຍ ແລະ ເອື້ອມອອກໄປປົກປ້ອງເດັກນ້ອຍຂອງເຮົາ, ເພາະວ່າເຂົາເປັນອະນາຄົດ, ສຳລັບເຮົາ, ສຳລັບສາດສະໜາຈັກຂອງເຮົາ, ແລະ ສຳລັບປະຊາຊາດຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.