ເຮົາຮູ້. ເຮົາເຮັດ. ເຮົາຮັກ.
ເຮົາເປັນຜູ້ຕິດຕາມຂອງພຣະຜູ້ຊ່ອຍໃຫ້ລອດ, ພຣະເຢຊູຄຣິດ. ການປ່ຽນໃຈເຫລື້ອມໃສ ແລະ ຄວາມໝັ້ນໃຈດັ່ງກ່າວເປັນຜົນຂອງຄວາມພະຍາຍາມທີ່ພາກພຽນ ແລະ ຢ່າງຕັ້ງໃຈ. ມັນເປັນເລື່ອງຂອງສ່ວນບຸກຄົນ. ມັນເປັນຂະບວນການຕະຫລອດຊົ່ວຊີວິດ.
ຂ້າພະເຈົ້າ ໄດ້ຮັບການດົນໃຈ ໂດຍຕົວຢ່າງທີ່ສະມາຊິກຜູ້ຊອບທຳໃນສາດສະໜາຈັກກຳລັງເປັນຢູ່, ຮ່ວມທັງຄົນໜຸ່ມຜູ້ປະເສີດ. ທ່ານມອງຫາພຣະຜູ້ຊ່ອຍໃຫ້ລອດຢ່າງກ້າຫານ. ທ່ານເປັນຄົນຊື່ສັດ, ເຊື່ອຟັງ ແລະ ບໍລິສຸດ. ພອນທີ່ທ່ານໄດ້ຮັບເພາະຄວາມດີງາມຂອງທ່ານບໍ່ພຽງແຕ່ມີຜົນຕໍ່ຊີວິດຂອງທ່ານເທົ່ານັ້ນ ແຕ່ຕໍ່ຊີວິດຂອງຂ້າພະເຈົ້າດ້ວຍ ແລະ ຊີວິດຂອງຄົນອື່ນ ທີ່ນັບບໍ່ຖ້ວນໃນວິທີທາງທີ່ເລິກຊຶ້ງ ແຕ່ສ່ວນຫລາຍແລ້ວ ບໍ່ເປັນທີ່ຮູ້ຈັກເລີຍ.
ເມື່ອສອງສາມປີທີ່ຜ່ານມາ, ຂ້າພະເຈົ້າໄດ້ລຽນແຖວຊື້ອາຫານຢູ່ທີ່ຕະຫລາດໃກ້ບ້ານ. ຍິງໜຸ່ມຄົນໜຶ່ງ, ອາຍຸປະມານ 15 ປີ ໄດ້ຢືນຢູ່ທາງໜ້າຂ້າພະເຈົ້າ. ນາງປະກົດວ່າມີຄວາມໝັ້ນໃຈ ແລະ ມີຄວາມສຸກດ້ວຍ. ຂ້າພະເຈົ້າໄດ້ເຫັນເສື້ອຂອງນາງ ແລະ ອົດຈະເວົ້າລົມກັບນາງບໍ່ໄດ້. ຂ້າພະເຈົ້າໄດ້ເລີ່ມໂດຍກ່າວວ່າ, “ເຈົ້າມາຈາກລັດອື່ນ ແມ່ນບໍ?”
ຄຳຖາມຂອງຂ້າພະເຈົ້າໄດ້ເຮັດໃຫ້ນາງຕົກໃຈ ແລະ ນາງໄດ້ຕອບວ່າ, “ແມ່ນແລ້ວ. ຂ້ານ້ອຍມາຈາກລັດ ຄໍໂລຣາໂດ. ທ່ານຮູ້ໄດ້ແນວໃດ?”
ຂ້າພະເຈົ້າໄດ້ອະທິບາຍວ່າ, “ເປັນເພາະເສື້ອຂອງເຈົ້າ.” ຂ້າພະເຈົ້າໄດ້ເດົາຖືກ ຫລັງຈາກໄດ້ອ່ານຖ້ອຍຄຳຢູ່ໃນເສື້ອຂອງນາງທີ່ວ່າ “ຂ້ອຍເປັນມໍມອນ. ເຈົ້າເດ?”
ຂ້າພະເຈົ້າໄດ້ກ່າວຕໍ່ໄປວ່າ, “ຂ້ອຍຕ້ອງບອກເຈົ້າວ່າຂ້ອຍປະທັບໃຈໂດຍຄວາມໝັ້ນໃຈຂອງເຈົ້າທີ່ແຕກຕ່າງກັບຄົນອື່ນ ແລະ ການນຸ່ງເສື້ອທີ່ມີຄຳປະກາດຢ່າງກ້າຫານແບບນີ້. ຂ້ອຍເຫັນຄວາມແຕກຕ່າງໃນຕົວເຈົ້າ, ແລະ ຂ້ອຍຫວັງຢາກໃຫ້ຍິງໜຸ່ມທຸກຄົນ ແລະ ສະມາຊິກຂອງສາດສະໜາຈັກທຸກຄົນມີຄວາມເຊື່ອໝັ້ນ ແລະ ຄວາມໝັ້ນໃຈແບບດຽວກັບເຈົ້າ.” ຫລັງຈາກພວກຂ້າພະເຈົ້າໄດ້ຈ່າຍຄ່າອານຫານແລ້ວ, ພວກຂ້າພະເຈົ້າກໍໄດ້ສັ່ງລາກັນ ແລະ ໄດ້ຈາກກັນໄປ.
ເຖິງຢ່າງໃດກໍຕາມ, ຫລາຍໆວັນ ແລະ ອາທິດຫລັງຈາກປະສົບການທຳມະດາທີ່ບັງເອີນນັ້ນ, ຂ້າພະເຈົ້າໄດ້ພົບເຫັນຕົວເອງ ສະທ້ອນຄິດຢ່າງຈິງຈັງເຖິງການພົບປະນີ້. ຂ້າພະເຈົ້າໄດ້ຄິດວ່າ ຍິງໜຸ່ມທີ່ມາຈາກລັດ ຄໍໂລຣາໂດ ຄົນນີ້ໄດ້ມີຄວາມໝັ້ນໃຈໃນເອກະລັກຂອງນາງ ໃນຖານະຜູ້ເປັນສະມາຊິກຂອງສາດສະໜາຈັກ ຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ແນວໃດ. ຂ້າພະເຈົ້າອົດຄິດບໍ່ໄດ້ວ່າສຳນວນໃດທີ່ເຕັມໄປດ້ວຍຄວາມໝາຍທີ່ຂ້າພະເຈົ້າຈະເລືອກມາເປັນອຸປະມາ ເພື່ອເອົາມາພິມໃສ່ເສື້ອຂອງຂ້າພະເຈົ້າ ທີ່ຈະສະທ້ອນເຖິງຄວາມເຊື່ອ ແລະ ປະຈັກພະຍານຂອງຂ້າພະເຈົ້າ. ຂະນະທີ່ຂ້າພະເຈົ້າໄດ້ຄິດ, ຂ້າພະເຈົ້າໄດ້ພິຈາລະນາສຳນວນທີ່ເປັນໄປໄດ້ຫລາຍໆຢ່າງ. ໃນທີ່ສຸດ, ຂ້າພະເຈົ້າກໍໄດ້ເລືອກສຳນວນທີ່ດີທີ່ສຸດທີ່ຂ້າພະເຈົ້າຈະນຸ່ງຢ່າງພາກພູມໃຈວ່າ: “ເຮົາເປັນມໍມອນ. ເຮົາຮູ້. ເຮົາເຮັດ. ເຮົາຮັກ.”
ເຊົ້າມື້ນີ້ ຂ້າພະເຈົ້າຢາກຈະໃຫ້ຖ້ອຍຄຳຂອງຂ້າພະເຈົ້າເຈາະຈົງຢູ່ໃນສຳນວນທີ່ອົງອາດ ແລະ ມີຄວາມຫວັງນີ້.
ສ່ວນທຳອິດຂອງສຳນວນນີ້ຄື ຄວາມໝັ້ນໃຈໃນຕົວເອງ, ເປັນຄຳປະກາດແບບບໍ່ຂໍໂທດວ່າ: “ເຮົາເປັນມໍມອນ.” ດັ່ງທີ່ຍິງໜຸ່ມ ຜູ້ທີ່ຂ້າພະເຈົ້າໄດ້ພົບໃນຮ້ານຂາຍອາຫານ ບໍ່ໄດ້ຢ້ານທີ່ຈະໃຫ້ໂລກຮັບຮູ້ວ່ານາງເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຂ້າພະເຈົ້າຫວັງວ່າ ເຮົາຈະບໍ່ຢ້ານກົວເລີຍ ຫລື ລັງເລໃຈທີ່ຈະຍອມຮັບວ່າ, “ເຮົາເປັນມໍມອນ.” ເຮົາຄວນເປັນຄົນທີ່ໝັ້ນໃຈ, ດັ່ງທີ່ອັກຄະສາວົກໂປໂລໄດ້ເປັນ ເມື່ອເພິ່ນໄດ້ປະກາດວ່າ, “ເຮົາມີຄວາມໝັ້ນໃຈຢ່າງຄົບຖ້ວນໃນຂ່າວປະເສີດ; ເພາະມັນເປັນລິດອຳນາດຂອງພຣະເຈົ້າ ຊຶ່ງຊ່ອຍທຸກຄົນທີ່ເຊື່ອໃຫ້ໄດ້ພົ້ນ.”1 ໃນຖານະສະມາຊິກ ເຮົາເປັນຜູ້ຕິດຕາມຂອງພຣະຜູ້ຊ່ອຍໃຫ້ລອດ, ພຣະເຢຊູຄຣິດ. ການປ່ຽນໃຈເຫລື້ອມໃສ ແລະ ຄວາມໝັ້ນໃຈດັ່ງກ່າວເປັນຜົນຂອງຄວາມພະຍາຍາມທີ່ພາກພຽນ ແລະ ຢ່າງຕັ້ງໃຈ. ມັນເປັນເລື່ອງຂອງສ່ວນບຸກຄົນ. ມັນເປັນຂະບວນການຕະຫລອດຊົ່ວຊີວິດ.
ສຳນວນສ່ວນຕໍ່ໄປນີ້ຢືນຢັນວ່າ, “ເຮົາຮູ້.” ໃນໂລກຂອງວັນເວລານີ້, ກໍມີກິດຈະກຳ, ເລື່ອງລາວ ແລະ ຄວາມສົນໃຈຫລາຍຢ່າງທີ່ແຍ້ງຊີງເອົາຄວາມສົນໃຈຂອງເຮົາໄປ. ໂດຍທີ່ມີຄວາມລົບກວນຢ່າງຫລວງຫລາຍ, ເຮົາມີພະລັງ, ລະບຽບວິໄນ, ແລະ ຄຳໝັ້ນສັນຍາທີ່ຈະຄົງເອົາໃຈໃສ່ສິ່ງທີ່ສຳຄັນທີ່ສຸດບໍ? ເຮົາມີຄວາມຮູ້ເລື່ອງຄວາມຈິງຂອງພຣະກິດຕິຄຸນບໍ ເມື່ອເຮົາຢູ່ໃນການສຶກສາທາງໂຮງຮຽນ, ໃນອາຊີບ, ເວລາຫວ່າງ, ຫລື ໃນການສົ່ງຂໍ້ຄວາມຕ່າງໆ? ເຮົາສະແຫວງຫາທີ່ຈະພົບຄຳຕອບຕໍ່ຄຳຖາມຂອງເຮົາຢ່າງກະຕືລືລົ້ນ ໂດຍການຊື່ນຊົມຢູ່ກັບພຣະຄຳພີ ແລະ ຄຳສັ່ງສອນຂອງບັນດາສາດສະດາບໍ? ເຮົາ ສະແຫວງຫາການຢືນຢັນຈາກພຣະວິນຍານບໍ?
ຄວາມສຳຄັນຂອງການມີຄວາມຮູ້ເປັນຫລັກທຳນິລັນດອນ. ສາດສະດາໂຈເຊັບ ສະມິດ “ຮັກຄວາມຮູ້ເພາະອຳນາດທີ່ຊອບທຳຂອງມັນ.”2 ເພິ່ນໄດ້ກ່າວວ່າ: “ຄວາມຮູ້ແມ່ນຈຳເປັນຕໍ່ຊີວິດ ແລະ ການເປັນເໝືອນດັ່ງພຣະເຈົ້າ. ... ຈົ່ງຟັງເຖີດ, ອ້າຍນ້ອງທຸກຄົນ, ຈຸດເດັ່ນທີ່ຍິ່ງໃຫຍ່ນີ້ຄື: ຄວາມຮູ້ເປັນອຳນາດຂອງພຣະເຈົ້າທີ່ມີສູ່ຄວາມລອດ.”3
ຄວາມຈິງ ແລະ ຄວາມຮູ້ທັງໝົດກໍສຳຄັນ, ແຕ່ທ່າມກາງການລົບກວນໃນຊີວິດປະຈຳວັນຂອງເຮົາ, ເຮົາຕ້ອງເອົາໃຈໃສ່ໂດຍສະເພາະ ທີ່ຈະເພີ່ມຄວາມຮູ້ເລື່ອງພຣະກິດຕິຄຸນ ເພື່ອວ່າເຮົາຈະສາມາດເຂົ້າໃຈທີ່ຈະນຳໃຊ້ຫລັກທຳພຣະກິດຕິຄຸນໃນຊີວິດຂອງເຮົາ.4 ເມື່ອຄວາມຮູ້ເລື່ອງພຣະກິດຕິຄຸນຂອງເຮົາເພີ່ມທະວີຂຶ້ນ, ເຮົາຈະເລີ່ມຮູ້ສຶກເຖິງຄວາມໝັ້ນໃຈໃນປະຈັກພະຍານຂອງເຮົາ ແລະ ສາມາດທີ່ຈະກ່າວອອກໄດ້ວ່າ, “ເຮົາຮູ້.”
ຕໍ່ໄປຄືສຳນວນ “ເຮົາເຮັດ.” ພຣະຄຳພີສອນເຮົາວ່າ ເຮົາບໍ່ຕ້ອງເປັນ “ພຽງແຕ່ຜູ້ຟັງພຣະຄຳຂອງພຣະເຈົ້າເທົ່ານັ້ນ; ແຕ່ຈົ່ງປະຕິບັດຕາມພຣະຄຳນັ້ນອີຫລີ.”5 ເຮົາດຳລົງຊີວິດຕາມພຣະກິດຕິຄຸນ ແລະ ກາຍເປັນຜູ້ “ປະຕິບັດຕາມພຣະຄຳນັ້ນອີຫລີ” ໂດຍການໃຊ້ສັດທາ, ເຊື່ອຟັງ, ຮັບໃຊ້ຄົນອື່ນຢ່າງມີຄວາມຮັກ, ແລະ ການເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ. ເຮົາດຳລົງຊີວິດດ້ວຍຄວາມຊື່ສັດ ແລະ ເຮັດສິ່ງທີ່ເຮົາຮູ້ວ່າຖືກຕ້ອງ “ໃນທຸກໆເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນແຫ່ງຫົນ”6 ບໍ່ວ່າຈະມີໃຜເບິ່ງເຮົາຢູ່ ຫລື ບໍ່ກໍຕາມ.
ໃນສະພາບມະຕະຂອງເຮົາ, ບໍ່ມີຜູ້ໃດດີພ້ອມ. ແມ່ນແຕ່ໃນຄວາມພະຍາຍາມຢ່າງພາກພຽນທີ່ສຸດຂອງເຮົາ ທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ, ເຮົາທຸກຄົນຈະເຮັດຜິດ, ແລະ ເຮົາທຸກຄົນຈະເຮັດບາບ. ຊ່າງເປັນຄວາມຮັບຮອງທີ່ປອບໃຈແທ້ໆ ທີ່ຈະຮູ້ວ່າ ຜ່ານການເສຍສະລະແຫ່ງການໄຖ່ຂອງພຣະຜູ້ຊ່ອຍໃຫ້ລອດ, ເຮົາຈະໄດ້ຮັບການໃຫ້ອະໄພ ແລະ ຖືກເຮັດໃຫ້ສະອາດອີກຄັ້ງ. ຂັ້ນຕອນແຫ່ງການກັບໃຈ ແລະ ການໃຫ້ອະໄພທີ່ແທ້ຈິງນີ້ ຈະເຮັດໃຫ້ປະຈັກພະຍານຂອງເຮົາເຂັ້ມແຂງ ແລະ ໃຫ້ຄວາມຕັ້ງໃຈທີ່ຈະເຊື່ອຟັງພຣະບັນຍັດຂອງພຣະອົງ ແລະ ດຳລົງຊີວິດຂອງເຮົາຕາມມາດຕະຖານຂອງພຣະກິດຕິຄຸນ.
ເມື່ອຂ້າພະເຈົ້າຄິດເຖິງສຳນວນທີ່ວ່າ, “ເຮົາເຮັດ,” ຂ້າພະເຈົ້າ ໄດ້ຄິດເຖິງຍິງໜຸ່ມຄົນໜຶ່ງທີ່ຂ້າພະເຈົ້າໄດ້ພົບຊື່ວ່າ ແຄວຣີແກນ. ນາງໄດ້ຂຽນວ່າ, “ຂ້ານ້ອຍໄດ້ເປັນສະມາຊິກປະມານປີປາຍ. ... ສຳລັບຂ້ານ້ອຍ, ຕອນຮຽນຢູ່, ສິິ່ງໜຶ່ງທີ່ຊ່ອຍໃຫ້ຮູ້ວ່າສາດສະໜາຈັກນີ້ຈິງໄດ້ເກີດຂຶ້ນ ເພາະຂ້ານ້ອຍໄດ້ຮູ້ສຶກວ່າ ໃນທີ່ສຸດຂ້ານ້ອຍກໍໄດ້ພົບສາດສະໜາຈັກທີ່ສອນຄວາມຮຽບຮ້ອຍ ແລະ ມາດຕະຖານ. ຂ້ານ້ອຍໄດ້ເຫັນດ້ວຍຕາຂອງຕົວເອງສີ່ງທີ່ເກີດຂຶ້ນກັບຜູ້ຄົນເມື່ອເຂົາເຈົ້າບໍ່ເອົາໃຈໃສ່ພຣະບັນຍັດ ແລະ ເລືອກເສັ້ນທາງທີ່ຜິດພາດ. ຂ້ານ້ອຍໄດ້ຕັດສິນໃຈເມື່ອດົນມາແລ້ວ, ວ່າຈະດຳລົງຊີວິດຕາມມາດຕະຖານທາງສິນທຳ. ... ຂ້ານ້ອຍໄດ້ຮູ້ສຶກວ່າໄດ້ຮັບພອນຫລາຍທີ່ໄດ້ພົບຄວາມຈິງ ແລະ ໄດ້ຮັບບັບຕິສະມາ. ຂ້ານ້ອຍມີຄວາມສຸກຫລາຍໆ.”7
ສຳນວນສຸດທ້າຍໃນຄຳປະກາດຂອງຂ້າພະເຈົ້າຄື “ເຮົາຮັກ.” ການມີຄວາມຮູ້ເລື່ອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນຢ່າງພາກພຽນໃນຊີວິດປະຈຳວັນຂອງເຮົາ ຈະນຳສະມາຊິກຫລາຍຄົນໃນສາດສະໜາຈັກໃຫ້ປະກາດຢ່າງກະຕືລືລົ້ນວ່າ, “ເຮົາຮັກພຣະກິດຕິຄຸນ!”
ຄວາມຮູ້ສຶກນີ້ຈະມີມາເມື່ອເຮົາຮູ້ສຶກພຣະວິນຍານບໍລິສຸດ ທີ່ເປັນພະຍານຕໍ່ເຮົາວ່າເຮົາເປັນລູກໆຂອງພຣະບິດາເທິງສະຫວັນຂອງເຮົາ, ວ່າພຣະອົງຮູ້ຈັກເຮົາ, ແລະ ວ່າເຮົາຄົງຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຄວາມຮັກທີ່ເຮົາມີຕໍ່ພຣະກິດຕິຄຸນຈະເຕີບໂຕ ຂະນະທີ່ເຮົາປະສົບຄວາມຮັກຂອງພຣະບິດາໃນສະຫວັນຂອງເຮົາ ແລະ ຄວາມສັນຕິສຸກທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສັນຍາໄວ້ ຂະນະທີ່ເຮົາສະແດງໃຫ້ພຣະອົງເຫັນວ່າເຮົາເຕັມໃຈທີ່ຈະເຊື່ອຟັງ ແລະ ຕິດຕາມພຣະອົງ.
ໃນຊ່ວງເວລາຕ່າງໆໃນຊີວິດຂອງເຮົາ, ບໍ່ວ່າເຮົາຈະເປັນຜູ້ປ່ຽນໃຈເຫລື້ອມໃສໃໝ່ໃນສາດສະໜາຈັກ ຫລື ເປັນສະມາຊິກມາຕະຫລອດຊີວິດກໍຕາມ, ເຮົາອາດໄດ້ພົບເຫັນວ່າຄວາມກະຕືລືລົ້ນກໍໄດ້ສູນຫາຍໄປ. ບາງເທື່ອນີ້ຈະເກີດຂຶ້ນເມື່ອມີການທ້າທາຍ ແລະ ເຮົາຕ້ອງນຳໄດ້ໃຊ້ຄວາມອົດທົນ. ບາງເທື່ອມັນຈະເກີດຂຶ້ນເມື່ອມີຄວາມຮຸ່ງເຮືອງ ແລະ ຄວາມລ້ຳລວຍ. ເມື່ອໃດກໍຕາມທີ່ຂ້າພະເຈົ້າໄດ້ມີຄວາມຮູ້ສຶກແບບນີ້, ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າຕ້ອງກັບມາເອົາໃຈໃສ່ການເພີ່ມຄວາມຮູ້ເລື່ອງພຣະກິດຕິຄຸນ ແລະ ດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນໃຫ້ໄດ້ຫລາຍເຕັມທີ່ໃນຊີວິດຂອງຂ້າພະເຈົ້າ.
ວິທີໜຶ່ງທີ່ມີຜົນດີທີ່ສຸດ ແຕ່ບາງເທື່ອເປັນຫລັກທຳພຣະກິດຕິຄຸນທີ່ຍາກທີ່ຈະນຳໃຊ້ກໍແມ່ນ ຄວາມຖ່ອມຕົນ ແລະ ການຍອມຕໍ່ພຣະປະສົງຂອງພຣະເຈົ້າ. ໃນຄຳອະທິຖານຂອງພຣະຄຣິດໃນສວນເຄດເສມານີ, ພຣະອົງໄດ້ກ່າວຕໍ່ພຣະບິດາວ່າ, “ບໍ່ແມ່ນປະສົງຂອງລູກ, ແຕ່ຕາມນ້ຳພຣະໄທຂອງພຣະອົງ.”8 ນີ້ຄວນເປັນຄຳອະທິຖານຂອງເຮົາຄືກັນ. ສ່ວນຫລາຍ, ໃນເວລາທີ່ງຽບໆ, ທີ່ເຕັມໄປດ້ວຍຄຳອະທິຖານເຫລົ່ານີ້, ເຮົາຈະຮູ້ສຶກວ່າຖືກອ້ອມຮອບຢູ່ໃນຄວາມຮັກຂອງພຣະບິດາເທິງສະຫວັນ, ແລະ ຄວາມຮູ້ສຶກທີ່ເຕັມໄປດ້ວຍຄວາມສຸກ ແລະ ຄວາມຮັກຈະໄດ້ກັບຄືນມາ.
ຢູ່ທີ່ກອງປະຊຸມຜູ້ນຳໃນເມືອງຢູຈີນ ລັດໂອຣີກັນ, ຂ້າພະເຈົ້າໄດ້ຮັບສິດພິເສດທີ່ໄດ້ພົບ ແລະ ເວົ້າລົມນຳ ຊິດສະເຕີ ແຄມມີ ວຽວເບີເກີ. ເລື່ອງທີ່ຊິດສະເຕີ ວຽວເບີເກີ ໄດ້ແບ່ງປັນກັບຂ້າພະເຈົ້າໄດ້ເປັນພະຍານເຖິງອຳນາດ ແລະ ພອນຂອງຍິງໜຸ່ມຄົນໜຶ່ງທີ່ຮູ້, ເຮັດຕາມ, ແລະ ຮັກພຣະກິດຕິຄຸນ.
ນາງ ບຣຸກ ອາຍຸ 19 ປີ, ລູກສາວຂອງຊິດສະເຕີ ວຽວເບີເກີ ຖືກຂ້າຕາຍຢ່າງເສົ້າສະຫລົດໃຈເມື່ອສີ່ຫ້າປີກ່ອນ ໃນລະດູພັກຮ້ອນ ຫລັງຈາກປີທຳອິດຂອງນາງທີ່ມະຫາວິທະຍາໄລ. ຊິດສະເຕີ ວຽວເບີເກີ ໄດ້ເລົ່າໃຫ້ຟັງວ່າ, “ນັ້ນເປັນຊ່ວງເວລາທີ່ຍາກລຳບາກ ແລະ ໂສກເສົ້າຫລາຍສຳລັບຄອບຄົວຂອງພວກເຮົາ. ເຖິງຢ່າງໃດກໍຕາມ, ນາງ ບຣຸກ ໄດ້ມອບຂອງຂວັນທີ່ຍິ່ງໃຫຍ່ໃຫ້ພວກເຮົາແລ້ວ. ພວກເຮົາບໍ່ໄດ້ຮັບຮູ້ສິ່ງນີ້ຂະນະທີ່ນາງເຕີບໂຕ, ແຕ່ທຸກໆປີ ແລະ ຊ່ວງເວລາໃນຊີວິດຂອງນາງ, ນາງ ບຣຸກ ໄດ້ມອບຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດທີ່ລູກສາວຄົນໜຶ່ງສາມາດມອບໃຫ້ພໍ່ແມ່ຂອງນາງ. ນາງ ບຣຸກ ໄດ້ເປັນທິດາຜູ້ຊອບທຳຂອງພຣະເຈົ້າ. ... ເພາະຍ້ອນຂອງຂວັນນີ້ ແລະ ໂດຍສະເພາະຍ້ອນອຳນາດແຫ່ງການຊົດໃຊ້, ຂ້ອຍຈຶ່ງໄດ້ຮັບພະລັງ, ຄວາມປອບໂຍນ, ແລະ ຄວາມສັນຕິສຸກທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສັນຍາໄວ້. ຂ້ອຍບໍ່ສົງໄສເລີຍວ່າ ນາງ ບຣຸກ ຢູ່ໃສໃນເວລານີ້ ແລະ ລໍຖ້າດ້ວຍຄວາມຫວັງເຖິງການຢູ່ຮ່ວມກັນອີກຄັ້ງຂອງພວກເຮົາ.”9
ຂ້າພະເຈົ້າມີປະຈັກພະຍານເຖິງແຜນທີ່ຍິ່ງໃຫຍ່ແຫ່ງຄວາມສຸກນິລັນດອນຂອງພຣະບິດາເທິງສະຫວັນຂອງເຮົາ. ຂ້າພະເຈົ້າຮູ້ວ່າພຣະອົງຮູ້ຈັກເຮົາ ແລະ ຮັກເຮົາ. ຂ້າພະເຈົ້າຮູ້ວ່າພຣະອົງໄດ້ຕຽມສາດສະດາ, ຄື ປະທານທອມມັສ ແອັສ ມອນສັນ, ເພື່ອໃຫ້ກຳລັງໃຈ ແລະ ຊ່ອຍນຳພາເຮົາກັບຄືນໄປຫາພຣະອົງ. ຂ້າພະເຈົ້າອະທິຖານວ່າ ເຮົາແຕ່ລະຄົນຈະຕັ້ງໃຈພະຍາຍາມທີ່ຈະປະກາດຢ່າງໝັ້ນໃຈໄດ້ວ່າ, “ເຮົາເປັນມໍມອນ. ເຮົາຮູ້. ເຮົາເຮັດ. ເຮົາຮັກ.” ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ດ້ວຍຄວາມຖ່ອມຕົນ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.
ໝາຍເຫດ: ສຳລັບການສຶກສາເພີ່ມເຕີມ, ຂ້າພະເຈົ້າຂໍແນະນຳໃຫ້ອ່ານ ແອວມາ 32 ຂ່າວສານຂອງແອວເດີ ດາລິນ ເອັຈ ໂອກສ໌, “The Challenge to Become” (Liahona, Jan. 2001, 40–43).