ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ
ສະຫລຸບແລ້ວ, ເຮົາມີຊີວິດຂອງຜູ້ເປັນສານຸສິດທີ່ອຸທິດຕົນທີ່ຈະສະແດງຄວາມຮັກຕໍ່ພຣະຜູ້ເປັນເຈົ້າ.
ເກືອບບໍ່ມີຈັກກຸ່ມຢູ່ໃນປະຫວັດສາດທີ່ຂ້າພະເຈົ້າມີຄວາມເຫັນອົກເຫັນໃຈຫລາຍກວ່າອັກຄະສາວົກສິບເອັດຄົນທີ່ເຫລືອຢູ່ ຫລັງຈາກການສິ້ນພຣະຊົນຂອງພຣະຜູ້ຊ່ອຍໃຫ້ລອດຂອງໂລກ. ຂ້າພະເຈົ້າຄິດວ່າ ບາງເທື່ອເຮົາລືມໄປວ່າ ເຂົາເຈົ້າມີປະສົບການໜ້ອຍພຽງໃດ ແລະ ຕ້ອງເພິ່ງພາອາໄສພຣະເຢຊູຫລາຍຂະໜາດໃດ. ຕໍ່ເຂົາເຈົ້າພຣະອົງໄດ້ກ່າວວ່າ, “ເຮົາໄດ້ຢູ່ກັບພວກເຈົ້າຕັ້ງດົນນານ ແລະ ພວກເຈົ້າຍັງບໍ່ຮູ້ຈັກເຮົາບໍ … ?”1
ແຕ່ແນ່ນອນສຳລັບເຂົາເຈົ້າ ພຣະອົງບໍ່ໄດ້ຢູ່ກັບເຂົາເຈົ້າດົນນານພໍ. ສາມປີບໍ່ໄດ້ເປັນເວລາດົນນານເລີຍທີ່ໄດ້ຊອກຫາອັກຄະສາວົກສິບສອງຈາກຜູ້ປ່ຽນໃຈເຫລື້ອມໃສຈຳນວນໜ້ອຍໜຶ່ງ, ປ່ຽນເຂົາເຈົ້າຈາກການປະພຶດເກົ່າ, ສອນເຂົາເຈົ້າເຖິງຄວາມມະຫັດສະຈັນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແລະ ຈາກນັ້ນປ່ອຍໃຫ້ເຂົາເຈົ້າເຮັດວຽກງານຈົນເຖິງຕອນເຂົາເຈົ້າຖືກສັງຫານ. ເປັນພາບທີ່ໜ້າຕົກໃຈແທ້ໆສຳລັບກຸ່ມແອວເດີທີ່ຫາກໍຖືກແຕ່ງຕັ້ງ.
ໂດຍສະເພາະຕອນທີ່ຖືກປະໃຫ້ຢູ່ຕາມລຳພັງ. ພຣະເຢຊູໄດ້ພະຍາຍາມບອກເຂົາເຈົ້າສະເໝີວ່າພຣະອົງຈະບໍ່ ຢູ່ນຳເຂົາເຈົ້າດົນນານ, ແຕ່ເຂົາເຈົ້າບໍ່ສາມາດ ຫລື ບໍ່ຍອມເຂົ້າໃຈສິ່ງທີ່ພຣະອົງໄດ້ກ່າວ. ມາຣະໂກໄດ້ບັນທຶກໄວ້ວ່າ:
“ພຣະອົງກຳລັງສັ່ງສອນພວກສາວົກຢູ່, ພຣະອົງກ່າວແກ່ພວກເຂົາວ່າ, ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນທັງຫລາຍ ແລະ ເຂົາຈະຂ້າທ່ານ, ແຕ່ຫລັງຈາກຖືກຂ້າແລ້ວໄດ້ສາມວັນ ທ່ານຈະຖືກບັນດານໃຫ້ເປັນຄືນມາ.
“ພວກສາວົກບໍ່ເຂົ້າໃຈຄວາມໝາຍຂອງຖ້ອຍຄຳເຫລົ່ານີ້ ແລະ ພວກເຂົາກໍບໍ່ກ້າທີ່ຈະຖາມພຣະອົງ.”2
ແລ້ວ, ຫລັງຈາກການຮຽນຮູ້ ແລະ ການຕຽມພ້ອມເປັນເວລາສັ້ນໆນັ້ນ, ສິ່ງທີ່ບໍ່ຄາດຄິດໄດ້ເກີດຂຶ້ນ, ສິ່ງທີ່ບໍ່ໜ້າເຊື່ອນັ້ນເປັນຄວາມຈິງ. ພຣະຜູ້ເປັນເຈົ້າ ແລະ ພຣະອາຈານຂອງເຂົາເຈົ້າ, ຜູ້ປຶກສາ ແລະ ກະສັດຂອງເຂົາເຈົ້າໄດ້ຖືກຄຶງ. ການປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນໂລກໄດ້ສິ້ນສຸດລົງ ແລະ ການດີ້ນລົນຂອງສາດສະໜາຈັກບ່ອນນ້ອຍໆທີ່ພຣະອົງໄດ້ຈັດຕັ້ງຂຶ້ນເບິ່ງຄືວ່າຈະພິນາດ ແລະ ສາບສູນໄປ. ອັກຄະສາວົກຂອງພຣະອົງໄດ້ເປັນພະຍານເຖິງພຣະອົງໃນຕອນພຣະອົງຟື້ນຄືນຊີວິດ, ແລະ ສິ່ງນັ້ນໄດ້ເຮັດໃຫ້ເຂົາເຈົ້າງົງງັນຫລາຍກວ່າເກົ່າ. ເຂົາເຈົ້າຄົງໄດ້ຖາມກັນວ່າ, “ເຮົາຈະເຮັດແນວໃດບັດນີ້?” ເຂົາເຈົ້າໄດ້ຫັນໄປຫາເປໂຕຜູ້ເປັນເອກອັກຄະສາວົກເພື່ອຫາຄຳຕອບ.
ບັດນີ້ ຂ້າພະເຈົ້າຈະຖາມທ່ານ ຕາມຄວາມຄິດຂອງຂ້າພະເຈົ້າກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນກັບເຂົາເຈົ້າ. ເປໂຕຄົງກ່າວກັບເພື່ອນຮ່ວມງານຂອງລາວວ່າ: “ອ້າຍນ້ອງທັງຫລາຍ, ເປັນເວລາສາມປີທີ່ດີເລີດ. ບໍ່ມີໃຜໃນພວກເຮົາຄິດວ່າຈະໄດ້ເຫັນການມະຫັດສະຈັນທີ່ໄດ້ເກີດຂຶ້ນໃນໄຍລະສອງສາມເດືອນຜ່ານມານີ້. ພວກເຮົາໄດ້ເວົ້າລົມ, ອະທິຖານ, ແລະ ທຳງານຮ່ວມກັບພຣະບຸດຂອງພຣະເຈົ້າ. ພວກເຮົາໄດ້ຍ່າງໄປກັບພຣະອົງ ແລະ ຮ້ອງໄຫ້ກັບພຣະອົງ, ແລະ ໃນຄ່ຳຄືນທີ່ເປັນຕາຢ້ານນັ້ນ ບໍ່ມີຄົນໃດຮ້ອງໄຫ້ຢ່າງຂົມຂື່ນຫລາຍກວ່າຂ້າພະເຈົ້າ. ແຕ່ມັນໄດ້ຜ່ານໄປແລ້ວ. ພຣະອົງໄດ້ສຳເລັດວຽກງານຂອງພຣະອົງແລ້ວ ແລະ ພຣະອົງໄດ້ຟື້ນຄືນຊີວິດຈາກອຸບໂມງ. ພຣະອົງໄດ້ນຳຄວາມລອດມາໃຫ້ພຣະອົງ ແລະ ມາໃຫ້ພວກເຮົານຳອີກ. ພວກເຈົ້າຖາມວ່າ, ‘ເຮົາຈະເຮັດແນວໃດບັດນີ້?’ ຂ້າພະເຈົ້າບໍ່ຮູ້ ມີແຕ່ຈະບອກພວກເຈົ້າໃຫ້ກັບຄືນໄປເຮັດສິ່ງທີ່ພວກເຈົ້າເຄີຍເຮັດມາກ່ອນ, ມີຄວາມປິຕິຍິນດີ. ຂ້າພະເຈົ້າຈະກັບຄືນ ‘ໄປຫາປາ.’” ແລະ ຢ່າງໜ້ອຍຫົກຄົນໃນຈຳນວນສິບຄົນຄົງກ່າວວ່າ, “ພວກເຮົາຈະໄປຫາປາຄືກັນ.” ໂຢຮັນ, ຜູ້ໜຶ່ງໃນກຸ່ມ, ໄດ້ຂຽນວ່າ, “ພວກເຂົາກໍໄດ້ລົງເຮືອໄປທັນທີ.”3
ແຕ່, ການໄປຫາປາກໍບໍ່ໄດ້ດີ. ຄືນທຳອິດທີ່ເຂົາເຈົ້າກັບໄປຫາປາ, ເຂົາເຈົ້າຫາບໍ່ໄດ້ຈັກໂຕ, ບໍ່ໄດ້ປາຈັກໂຕ. ເມື່ອເຖິງເຊົ້າມືດ, ຄວາມຜິດຫວັງຂອງເຂົາເຈົ້າໄດ້ປ່ຽນໄປເມື່ອເຂົາເຈົ້າເຫັນບາງຄົນເອີ້ນໃສ່ເຂົາເຈົ້າວ່າ, “ລູກເອີຍ, ພວກເຈົ້າມີຂອງກິນບໍ?” ດ້ວຍຄວາມບືດບຶ້ງ ອັກຄະສາວົກຜູ້ໄດ້ກັບຄືນໄປຫາປາ ໄດ້ຕອບຄຳຕອບອັນທີ່ຜູ້ຫາປາຄົນໃດບໍ່ຢາກຕອບ ນັ້ນຄື, “ພວກເຮົາບໍ່ມີ,” ເຂົາເຈົ້າໄດ້ຈົ່ມ, ແລະ ຍິ່ງໄປກວ່ານັ້ນ ເຂົາເຈົ້າຮູ້ສຶກວ່າເຂົາເຈົ້າຖືກດູຖູກ ທີ່ຖືກເອີ້ນວ່າ “ລູກເອີຍ.”4
“ຈົ່ງຖິ້ມມອງລົງເບື້ອງຂວາຂອງເຮືອ, ແລ້ວພວກເຈົ້າຈະໄດ້ປາ,”5 ຄົນແປກໜ້າເອີ້ນໃສ່—ແລະ ດ້ວຍຄຳທີ່ລຽບງ່າຍ, ເຂົາເຈົ້າເລີ່ມຈື່ໄດ້. ພຽງແຕ່ສາມປີຜ່ານມາເທົ່ານັ້ນ ຊາຍເຫລົ່ານີ້ເຄີຍໄດ້ຫາປາຢູ່ໃນອ່າວທະເລນີ້. ໃນຕອນນັ້ນກໍຄືກັນ ເຂົາເຈົ້າ “ໄດ້ຫາຕະຫລອດທັງຄືນຈົນອິດເມື່ອຍ ແລະ ບໍ່ໄດ້ຫຍັງ,”6 ດັ່ງທີ່ພຣະຄຳພີບອກໄວ້. ແຕ່ມີຄົນຄາລີເລຄົນໜຶ່ງຢູ່ແຄມຝັ່ງ ໄດ້ເອີ້ນໃສ່ເຂົາເຈົ້າ ໃຫ້ຢ່ອນມອງລົງ, ແລະ ມັນ “ຖືກປາຈຳນວນຫລວງຫລາຍ,”7 ຈົນມອງຂອງພວກເຂົາກຳລັງຈະຂາດໄປ, ໄດ້ປາເຕັມເຮືອທັງສອງ ຈົນເຮືອແຊມເກືອບຫລົ້ມ.
ບັດນີ້ມັນໄດ້ເກີດຂຶ້ນອີກ. “ລູກ,” ເຫລົ່ານີ້ດັ່ງທີ່ຖືກບອກ, ໄດ້ຢ່ອນມອງລົງຢ່າງກະຕືລືລົ້ນ, ແລະ “ປາຖືກມອງຫລາຍຈົນດຶງມອງຂຶ້ນບໍ່ໄດ້.”8 ໂຢຮັນໄດ້ກ່າວວ່າ, “ແມ່ນພຣະຜູ້ເປັນເຈົ້າ.”9 ແລະ ເປໂຕໄດ້ໂດດອອກໄປຈາກເຮືອຢ່າງລະງັບໃຈບໍ່ໄດ້.
ຫລັງຈາກໄດ້ພົບກັບພຣະເຢຊູທີ່ຟື້ນຄືນຊີວິດແລ້ວ, ເປໂຕໄດ້ເວົ້າລົມກັບພຣະຜູ້ຊ່ອຍໃຫ້ລອດ. ຂ້າພະເຈົ້າຄິດວ່າເປັນຈຸດປ່ຽນຂອງການເປັນອັກຄະສາວົກ ໂດຍສະເພາະສຳລັບເປໂຕ, ເປັນການຍ້າຍຫີນກ້ອນໃຫຍ່ຂອງຊາຍຄົນນີ້ໄປສູ່ຊີວິດແຫ່ງການຮັບໃຊ້ ແລະ ເປັນຜູ້ນຳບັນດາອັກຄະສາວົກ. ໂດຍທີ່ຫລຽວເບິ່ງເຮືອນ້ອຍທີ່ເກົ່າແກ່, ແລະ ມອງທີ່ຂາດໄປ, ແລະ ກອງປາຈຳນວນ 153 ໂຕ, ພຣະເຢຊູໄດ້ກ່າວກັບເອກອັກຄະສາວົກຂອງພຣະອົງວ່າ, “ເປໂຕເອີຍ, ເຈົ້າຮັກເຮົາຫລາຍກວ່າສິ່ງເຫລົ່ານີ້ບໍ?” ເປໂຕໄດ້ຕອບວ່າ, “ໂດຍ, ອົງພຣະຜູ້ເປັນເຈົ້າຂ້າ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.”10
ພຣະຜູ້ຊ່ອຍໃຫ້ລອດໄດ້ຮັບເອົາຄຳເວົ້ານັ້ນ, ແຕ່ໄດ້ຈ້ອງຕາຂອງສານຸສິດຂອງພຣະອົງ ແລະ ຖາມວ່າ, “ເປໂຕເອີຍ, ເຈົ້າຮັກເຮົາບໍ?” ໂດຍທີ່ງົງງັນເລັກນ້ອຍກັບຄຳຖາມທີ່ຖາມຄືນອີກ, ນັກຫາປາຜູ້ເກັ່ງກ້າໄດ້ຕອບເປັນເທື່ອທີສອງວ່າ, “ໂດຍ, ອົງພຣະຜູ້ເປັນເຈົ້າຂ້າ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.”11
ອີກເທື່ອໜຶ່ງພຣະອົງໄດ້ຮັບເອົາຄຳຕອບສັ້ນໆນັ້ນ, ແຕ່ໄດ້ຖາມຄືນອີກເປັນຄັ້ງທີສາມວ່າ, “ເປໂຕເອີຍ, ເຈົ້າຮັກເຮົາບໍ?” ບັດນີ້ ເປໂຕຄົງຮູ້ສຶກບໍ່ສະບາຍໃຈ. ບາງທີລາວຍັງຈື່ໄດ້ວ່າ ບໍ່ດົນມານີ້ ລາວໄດ້ຖືກຖາມສາມເທື່ອ ແລະ ລາວກໍໄດ້ຕອບໃນຄຳຕອບດຽວກັນສາມເທື່ອ—ແຕ່ເປັນຄຳປະຕິເສດ. ຫລື ບາງທີລາວ ເລີ່ມສົງໄສຖ້າຫາກວ່າລາວເຂົ້າໃຈຜິດສິ່ງທີ່ພຣະອາຈານໄດ້ຖາມ. ຫລື ບາງທີພຣະອົງຢາກຮູ້ຄວາມໃນໃຈຂອງລາວ, ຢາກຮູ້ຄຳຕອບທີ່ຈິງໃຈຂອງລາວ ຊຶ່ງລາວໄດ້ຕອບຢ່າງໄວ. ບໍ່ວ່າລາວຈະຮູ້ສຶກແນວໃດ, ແຕ່ເປໂຕໄດ້ກ່າວເປັນເທື່ອທີສາມວ່າ, “ໂດຍ, ອົງພຣະຜູ້ເປັນເຈົ້າຂ້າ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.”12
ຕໍ່ຄຳຕອບນັ້ນ ພຣະເຢຊູກໍໄດ້ຮັບຮູ້ (ແລະ ອີກເທື່ອໜຶ່ງຂ້າພະເຈົ້າຈະກ່າວຕາມຄວາມຄິດຂອງຂ້າພະເຈົ້າ) ບາງທີພຣະອົງໄດ້ກ່າວດັ່ງນີ້, “ເປໂຕ, ແລ້ວເປັນຫຍັງເຈົ້າຈຶ່ງມາເຮັດຫຍັງຢູ່ນີ້? ເປັນຫຍັງເຈົ້າຈຶ່ງກັບຄືນມາຫາແຄມຝັ່ງບ່ອນເກົ່າ, ໃຊ້ມອງດາງເກົ່າ, ເວົ້າລົມກັນແບບເກົ່າ? ເຈົ້າບໍ່ເຫັນຊັ້ນບໍໃນຕອນນັ້ນ ແລະ ໃນຕອນນີ້, ຖ້າຫາກເຮົາຕ້ອງການຢາກໄດ້ປາ, ເຮົາກໍສາມາດຫາມັນໄດ້? ເປໂຕ, ສິ່ງທີ່ເຮົາຕ້ອງການແມ່ນອັກຄະສາວົກ—ແລະ ເຮົາຢາກມີເຂົາເຈົ້າຕະຫລອດການ. ເຮົາຢາກໃຫ້ມີບາງຄົນລ້ຽງດູ ແລະ ກູ້ຊີວິດຝູງແກະຂອງເຮົາ. ເຮົາຕ້ອງການບາງຄົນໃຫ້ສອນພຣະກິດຕິຄຸນ ແລະ ປົກປ້ອງສັດທາຂອງເຮົາ. ເຮົາຕ້ອງການບາງຄົນທີ່ຮັກເຮົາ, ຮັກເຮົາແທ້ໆ, ແລະ ຮັກສິ່ງທີ່ພຣະບິດາເທິງສະຫວັນບັນຊາເຮົາໃຫ້ເຮັດ. ໜ້າທີ່ຂອງເຮົາບໍ່ແມ່ນເຮັດໃຫ້ຂ່າວສານອ່ອນແອລົງ. ມັນບໍ່ໄດ້ເປັນພາລະທີ່ຜ່ານໄປຢ່າງໄວ. ມັນບໍ່ໄດ້ເປັນໂຊກຮ້າຍ; ມັນບໍ່ໄດ້ເປັນຄວາມສິ້ນຫວັງ; ມັນບໍ່ໄດ້ຖືກລືມໄປໃນປະຫວັດສາດ. ມັນເປັນວຽກງານຂອງພຣະເຈົ້າອົງຜູ້ຊົງລິດອຳນາດສູງສຸດ, ແລະ ມັນຈະປ່ຽນແປງໂລກ. ສະນັ້ນແລ້ວ, ເປໂຕ, ເທື່ອນີ້ເປັນເທື່ອທີສອງ ແລະ ສຸດທ້າຍ, ເຮົາຂໍຮ້ອງເຈົ້າໃຫ້ປະທຸກສິ່ງເຫລົ່ານີ້, ແລະ ໄປສອນ ແລະ ເປັນພະຍານ, ອອກແຮງ ແລະ ຮັບໃຊ້ດ້ວຍຄວາມຈົງຮັກພັກດີ, ຈົນກວ່າເຖິງວັນນັ້ນ ວັນທີ່ເຂົາຈະເຮັດກັບເຈົ້າດັ່ງທີ່ເຂົາໄດ້ເຮັດກັບເຮົາ.”
ແລ້ວ ເມື່ອຫັນໄປຫາອັກຄະສາວົກຂອງພຣະອົງທຸກຄົນ, ພຣະອົງອາດກ່າວບາງສິ່ງເຊັ່ນນີ້ວ່າ, “ພວກເຈົ້າກໍໂງ່ຄືກັນກັບພວກທຳມະຈານ ແລະ ພວກຟາຣິຊາຍບໍ? ຄືກັບເຮໂຣດ ແລະ ປີລາດບໍ? ພວກເຈົ້າໄດ້ເປັນຄືກັນກັບພວກເຂົາບໍ ທີ່ຄິດວ່າວຽກງານນີ້ຈະສິ້ນສຸດລົງເມື່ອໄດ້ຂ້າເຮົາແລ້ວ? ພວກເຈົ້າກໍຄືກັນກັບພວກເຂົາບໍ ທີ່ຄິດວ່າໄມ້ກາງແຂນ ແລະ ຕະປູ ແລະ ອຸບໂມງ ເປັນຈຸດຈົບຂອງເຮົາ ແລະ ແຕ່ລະຄົນກໍກັບຄືນໄປເຮັດສິ່ງທີ່ຕົນເຄີຍເຮັດຜ່ານມາ? ລູກເອີຍ, ຊີວິດຂອງເຮົາ ແລະ ຄວາມຮັກຂອງເຮົາບໍ່ໄດ້ສຳພັດໃຈຂອງພວກເຈົ້າຫລາຍກວ່ານັ້ນບໍ?”
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າບໍ່ແນ່ໃຈວ່າ ປະສົບການຂອງເຮົາຈະເປັນແນວໃດ ໃນວັນພິພາກສາ, ແຕ່ຂ້າພະເຈົ້າຈະແປກໃຈຫລາຍ ເມື່ອໃນຈຸດໃດຈຸດໜຶ່ງຂອງການສົນທະນາ, ພຣະເຈົ້າບໍ່ໄດ້ຖາມຄຳຖາມທີ່ພຣະຄຣິດໄດ້ຖາມເປໂຕ ທີ່ວ່າ: “ເຈົ້າຮັກເຮົາບໍ?” ຂ້າພະເຈົ້າຄິດວ່າພຣະອົງຢາກຮູ້ກ່ຽວກັບຕອນເຮົາຢູ່ໃນຊີວິດມະຕະນີ້, ບາງເທື່ອເປັນຄືດັ່ງເດັກນ້ອຍ, ຢ່າງໜ້ອຍເຮົາເຂົ້າໃຈພຣະບັນຍັດ ຂໍ້ໜຶ່ງ, ຊຶ່ງເປັນຂໍ້ຕົ້ນ ແລະ ຂໍ້ໃຫຍ່ສຸດໃນບັນດາພຣະບັນຍັດທັງໝົດ ທີ່ວ່າ—“ຈົ່ງຮັກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳລັງ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.”13 ແລະ ຖ້າຫາກໃນຕອນນັ້ນ ເຮົາສາມາດກ່າວອອກມາວ່າ, “ໂດຍ, ອົງພຣະຜູ້ເປັນເຈົ້າຂ້າ; ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ” ແລ້ວພຣະອົງຈະເຕືອນເຮົາວ່າຄຸນລັກສະນະຂອງຄວາມຮັກ ຄືຄວາມຈົງຮັກພັກດີ.
“ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງພຣະບັນຍັດຂອງເຮົາ,”14 ພຣະເຢຊູໄດ້ກ່າວ. ເຮົາມີຄົນຂ້າງບ້ານທີ່ຈະໃຫ້ພອນ, ມີເດັກນ້ອຍທີ່ຈະປົກປ້ອງ, ມີຄົນຍາກຈົນທີ່ຈະຊ່ອຍຊູ, ແລະ ມີຄວາມຈິງທີ່ຈະປ້ອງກັນ. ເຮົາມີຄວາມຜິດທີ່ຈະຕ້ອງແກ້ໄຂ, ມີຄວາມຈິງທີ່ຈະແບ່ງປັນ, ແລະ ມີສິ່ງທີ່ດີທີ່ຈະເຮັດ. ສະຫລຸບແລ້ວ, ເຮົາມີຊີວິດຂອງຜູ້ເປັນສານຸສິດທີ່ອຸທິດຕົນທີ່ຈະສະແດງຄວາມຮັກຕໍ່ພຣະຜູ້ເປັນເຈົ້າ. ເຮົາບໍ່ສາມາດຍົກເລີກ ແລະ ກັບໄປ. ຫລັງຈາກໄດ້ຮູ້ຈັກກັບພຣະບຸດທີ່ຊົງພຣະຊົນຢູ່ຂອງພຣະເຈົ້າທີ່ຊົງພຣະຊົນຢູ່ແລ້ວ ບໍ່ມີສິ່ງໃດທີ່ເໝືອນເດີມອີກຕໍ່ໄປ. ການຄຶງ, ການຊົດໃຊ້, ແລະ ການຟື້ນຄືນຊີວິດຂອງພຣະເຢຊູຄຣິດ ເປັນການເລີ່ມຕົ້ນຊີວິດຂອງຊາວຄຣິດສະຕຽນ, ບໍ່ແມ່ນທີ່ສຸດຂອງມັນ. ເພາະຄວາມຈິງນີ້, ຄວາມເປັນຈິງນີ້, ທີ່ເຮັດໃຫ້ຊາວປະມຸງຈຳນວນໜຶ່ງກັບຄືນໄປເປັນອັກຄະສາວົກອີກ ຜູ້ບໍ່ມີແມ່ນແຕ່ທຳມະສາລາບ່ອນໜຶ່ງ ຫລື ແມ່ນແຕ່ດາບດວງໜຶ່ງ15 ໄດ້ປະມອງຂອງຕົນເທື່ອທີສອງ ແລະ ອອກໄປປ່ຽນປະຫວັດສາດຂອງໂລກ ຊຶ່ງເຮົາອາໄສຢູ່ໃນຕອນນີ້.
ຂ້າພະເຈົ້າຂໍເປັນພະຍານຈາກສ່ວນເລິກຂອງຫົວໃຈ, ດ້ວຍຈິດວິນຍານທີ່ແຮງກ້າຂອງຂ້າພະເຈົ້າ, ຕໍ່ທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າວ່າ ຂໍກະແຈຂອງອັກຄະສາວົກດັ່ງກ່າວ ໄດ້ຖືກຟື້ນຟູຄືນມາໃໝ່ສູ່ໂລກ ແລະ ມີຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຕໍ່ຜູ້ທີ່ຍັງບໍ່ໄດ້ເຂົ້າຮ່ວມກັບພວກເຮົາໃນອຸດົມການທີ່ຍິ່ງໃຫຍ່ ແລະ ສຸດທ້າຍຂອງພຣະຄຣິດນີ້ເທື່ອ, ພວກເຮົາຂໍກ່າວວ່າ, “ຂໍເຊີນມາ.” ຕໍ່ຜູ້ທີ່ເຄີຍມາຮ່ວມ, ແຕ່ໄດ້ຖອຍໄປ, ໂດຍເລືອກເອົາແຕ່ບາງສ່ວນຂອງການຟື້ນຟູ, ແລະ ປະຢ່າງອື່ນໄວ້, ຂ້າພະເຈົ້າຂໍກ່າວວ່າ ຂ້າພະເຈົ້າຢ້ານວ່າທ່ານຈະປະເຊີນກັບຄ່ຳຄືນທີ່ດົນນານ ແລະ ມອງທີ່ເປົ່າແປນ.” ການເອີ້ນແມ່ນໃຫ້ກັບຄືນມາ, ມາຍຶດໝັ້ນຢູ່ໃນຄວາມຈິງ, ມາຮັກພຣະເຈົ້າ, ມາເອື້ອມອອກໄປຊ່ອຍເຫລືອ. ຂ້າພະເຈົ້າເອີ້ນໃຫ້ຍຶດໝັ້ນ ຮ່ວມທັງຜູ້ເຄີຍສອນສາດສະໜາມາກ່ອນທຸກຄົນ ຜູ້ເຄີຍໄດ້ຢືນຢູ່ໃນອ່າງບັບຕິສະມາ ແລະ ດ້ວຍມືທີ່ຍົກຂຶ້ນ ໄດ້ກ່າວວ່າ, “ໂດຍໄດ້ຮັບມອບໝາຍຈາກພຣະເຢຊູຄຣິດ.”16 ການມອບໝາຍນັ້ນແມ່ນໃຫ້ປ່ຽນແປງຜູ້ປ່ຽນໃຈເຫລື້ອມໃສຂອງທ່ານຕະຫລອດການ, ແຕ່ມັນຄວນເປັນກັບທ່ານຄືກັນຕະຫລອດໄປ. ຕໍ່ຊາວໜຸ່ມຂອງສາດສະໜາຈັກທີ່ພວມເຕີບໂຕຂຶ້ນສູ່ການເຜີຍແຜ່ ແລະ ສູ່ພຣະວິຫານ ແລະ ສູ່ການແຕ່ງງານ, ພວກເຮົາກ່າວວ່າ, “ຈົ່ງຮັກພຣະເຈົ້າ ແລະ ສະອາດຈາກເລືອດ ແລະ ບາບຂອງຄົນລຸ້ນນີ້. ພວກເຈົ້າມີວຽກງານອັນສຳຄັນທີ່ຈະເຮັດ, ຊຶ່ງເນັ້ນໜັກໂດຍການປະກາດຂອງປະທານທອມມັສ ແອັສ ມອນສັນ ທີ່ໄດ້ກ່າວໃນມື້ວານນີ້. ພຣະບິດາເທິງສະຫວັນຂອງພວກເຈົ້າຄາດຫວັງໃຫ້ພວກເຈົ້າຮັກ ແລະ ຈົງຮັກພັກດີຕະຫລອດຊີວິດຂອງພວກເຈົ້າ.”
ຕໍ່ທຸກຄົນທີ່ໄດ້ຍິນສຽງຂອງຂ້າພະເຈົ້າ, ສຸລະສຽງຂອງພຣະຄຣິດໄດ້ຍິນ ແລະ ມາເຖິງຕະຫລອດເວລາ, ຖາມເຮົາແຕ່ລະຄົນຕອນຍັງມີເວລາວ່າ, “ເຈົ້າຮັກເຮົາບໍ?” ແລະ ສຳລັບເຮົາແຕ່ລະຄົນ, ຂ້າພະເຈົ້າຂໍຕອບດ້ວຍກຽດ ແລະ ດ້ວຍຈິດວິນຍານຂອງຂ້າພະເຈົ້າວ່າ, “ໂດຍ, ອົງພຣະຜູ້ເປັນເຈົ້າຂ້າ, ພວກຂ້ານ້ອຍຮັກພຣະອົງ,”17 ແລະ ເມື່ອພວກເຮົາໄດ້ເອົາມືຈັບງ້ອນໄຖແລ້ວ, ພວກເຮົາຈະບໍ່ຫລຽວຄືນຫລັງຈົນກວ່າພວກເຮົາຈະເຮັດວຽກງານນີ້ຂອງພວກເຮົາໃຫ້ສຳເລັດ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງເພື່ອນບ້ານຄອບຄອງແຜ່ນດິນໂລກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.