ພຣະຜູ້ເປັນເຈົ້າບໍ່ເຄີຍລືມທ່ານ
ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຮູ້ ແລະ ຮັກເຮົາ. ... ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພວກພຣະອົງ ແລະ ຄວາມອີດູຕົນໃນຄວາມທຸກທໍລະມານຂອງເຮົາ.
ເມື່ອພວກເຮົາໄດ້ພົບກັບເອື້ອຍນ້ອງຂອງພວກເຮົາຕະຫລອດທົ່ວໂລກ, ພວກເຮົາມີຄວາມປະຫລາດໃຈຫລາຍກັບຄວາມເຂັ້ມແຂງຂອງປະຈັກພະຍານຂອງທ່ານ. ບາງຄົນໃນພວກທ່ານເປັນສະມາຊິກລຸ້ນທີໜຶ່ງ ຫລື ລຸ້ນທີສອງ ໃນສາດສະໜາຈັກ. ພວກເຮົາໄດ້ເຫັນເອື້ອຍນ້ອງຮັບໃຊ້ໃນການເອີ້ນຫລາຍຢ່າງ, ໄດ້ເດີນທາງໄກໄປໂບດ, ແລະ ສະລະເພື່ອຈະໄດ້ເຮັດ ແລະ ຮັກສາພັນທະສັນຍາຂອງພຣະວິຫານ. ພວກເຮົາໃຫ້ກຽດແກ່ທ່ານ. ທ່ານເປັນຜູ້ບຸກເບີດໃນປະຈຸບັນຂອງພຣະຜູ້ເປັນເຈົ້າ!
ບໍ່ດົນມານີ້ ສາມີຂອງຂ້າພະເຈົ້າ, ເມວ, ແລະ ຂ້າພະເຈົ້າໄດ້ພົບກັບຜູ້ອາສາສະໝັກນຳທ່ຽວຊົມຄົນໜຶ່ງຊື່ ໂມລີ ເລັນໂທ ຕອນພວກເຮົາໄປຢ້ຽມ ຫໍພິພິດທະພັນຢູ່ໃນອົດສະຕາລີ. ພວກເຮົາໄດ້ຮູ້ວ່າປ້າໂມລີເປັນຄົນໜ້າຮັກອາຍຸ 70 ປີ, ບໍ່ມີລູກ ແລະ ບໍ່ເຄີຍແຕ່ງງານ. ລາວເປັນລູກຄົນດຽວ, ແລະ ພໍ່ແມ່ຂອງລາວໄດ້ເສຍຊີວິດໄປໄດ້ດົນແລ້ວ. ພີ່ນ້ອງທີ່ໃກ້ຊິດທີ່ສຸດແມ່ນລູກພີ່ນ້ອງ ຜູ້ອາໄສຢູ່ໃນທະວີບອື່ນ. ທັນໃດນັ້ນ, ຂ້າພະເຈົ້າໄດ້ເຕັມໄປດ້ວຍພຣະວິນຍານ ເປັນພະຍານຕໍ່ຂ້າພະເຈົ້າ ຄືກັບວ່າພຣະບິດາເທິງສະຫວັນໄດ້ກ່າວກັບຂ້າພະເຈົ້າວ່າ: “ໂມລີ ບໍ່ໄດ້ ຢູ່ຄົນດຽວ! ໂມຣີເປັນລູກ ຂອງເຮົາ! ເຮົາເປັນພຣະບິດາຂອງນາງ! ນາງເປັນທິດາທີ່ສຳຄັນຫລາຍໃນຄອບຄົວ ຂອງເຮົາ! ແລະ ນາງບໍ່ ເຄີຍຢູ່ຄົນດຽວ!”
ເລື່ອງໜຶ່ງທີ່ຂ້າພະເຈົ້າມັກຫລາຍຈາກຊີວິດຂອງພຣະຜູ້ຊ່ອຍໃຫ້ລອດແມ່ນກ່ຽວກັບລາຊະໂຣ. ພຣະຄຳພີບອກເຮົາວ່າ “ພຣະເຢຊູຮັກມາທາ, … ນ້ອງສາວຂອງນາງ [ມາຣີ], ແລະ [ນ້ອງຊາຍຂອງນາງ] ລາຊະໂຣ.”1 ມີຄົນຖືກສົ່ງໄປບອກພຣະເຢຊູວ່າ ລາຊະໂຣປ່ວຍໜັກ, ແຕ່ພຣະເຢຊູບໍ່ໄດ້ໄປທັນທີ; ສອງມື້ຈາກນັ້ນພຣະອົງຈຶ່ງໄປ ໂດຍທີ່ກ່າວວ່າ “ການປ່ວຍໂຊນີ້ … ກໍເພື່ອນຳກຽດຕິຍົດມາໃຫ້ພຣະເຈົ້າ, ແລະ ໃຫ້ພຣະບຸດຂອງພຣະອົງໄດ້ຮັບກຽດຕິຍົດເພາະການປ່ວຍນີ້.”2
ເມື່ອໄດ້ຍິນວ່າ ພຣະເຢຊູພວມສະເດັດມາ, ນາງມາທາໄດ້ “ອອກໄປຮັບຕ້ອນພຣະອົງ,”3 ບອກພຣະອົງໃຫ້ຮູ້ເຖິງເລື່ອງທີ່ໄດ້ເກີດຂຶ້ນ. ລາຊະໂຣໄດ້ “ຢູ່ໃນອຸບມຸງຝັງສົບໄດ້ສີ່ວັນແລ້ວ.”4 ດ້ວຍຄວາມໂສກເສົ້າ, ນາງມາທາໄດ້ກັບຄືນເຂົ້າໄປເຮືອນເອີ້ນບອກນາງມາຣີ ນ້ອງສາວຂອງຕົນວ່າພຣະຜູ້ເປັນເຈົ້າໄດ້ສະເດັດມາແລ້ວ.5 ດ້ວຍຄວາມໂສກເສົ້າຢ່າງໜັກ, ນາງມາຣີໄດ້ແລ່ນໄປຫາພຣະເຢຊູ, ກົ້ມກາບລົງທີ່ພຣະບາດຂອງພຣະອົງ, ແລະ ຮ້ອງໄຫ້.6
ພວກເຮົາຖືກບອກວ່າ “ເມື່ອພຣະເຢຊູເຫັນນາງ [ມາຣີ] ຮ້ອງໄຫ້, ... ພຣະອົງຈຶ່ງສະເທືອນໃຈກັບເຫດການນັ້ນ,” ແລະ ໄດ້ຖາມວ່າ ເຂົາເຈົ້າໄດ້ເອົາລາຊະໂຣໄປໄວ້ຢູ່ບ່ອນໃດ.
“ພວກເຂົາຕອບວ່າ, ເຊີນມາເບິ່ງ, ພຣະອາຈານເອີຍ.”7
ແລ້ວເຮົາໄດ້ອ່ານຕື່ມອີກກ່ຽວກັບຄວາມອີດູຕົນ, ຖ້ອຍຄຳທີ່ເຕັມໄປດ້ວຍຄວາມຮັກວ່າ: “ພຣະເຢຊູກໍຮ້ອງໄຫ້.”8
ອັກຄະສາວົກເຈມ ອີ ທາເມດ ໄດ້ຂຽນວ່າ “ພາບຂອງຜູ້ຍິງສອງຄົນທີ່ມີຄວາມໂສກເສົ້າຫລາຍທີ່ສຸດ ຈົນວ່າພຣະເຢຊູກໍໂສກເສົ້າ [ກັບເຂົາເຈົ້າ], ຈົນວ່າພຣະອົງໄດ້ຮ້ອງຄວນຄາງໃນພຣະວິນຍານ ແລະ ສະເທືອນໃຈຫລາຍທີ່ສຸດ.”9 ປະສົບການນັ້ນເປັນພະຍານເຖິງຄວາມອີດູຕົນ, ຄວາມຮູ້ສຶກໂສກເສົ້ານຳ, ແລະ ຄວາມຮັກທີ່ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ແລະ ພຣະບິດາເທິງສະຫວັນຂອງເຮົາ ຮູ້ສຶກສຳລັບເຮົາແຕ່ລະຄົນ ທຸກເທື່ອທີ່ເຮົາມີຄວາມເຈັບປວດ, ມີບາບ, ມີຄວາມທຸກຍາກລຳບາກ, ແລະ ມີຄວາມເຈັບປວດໃນຊີວິດ.
ເອື້ອຍນ້ອງທີ່ຮັກແພງ, ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຮູ້ຈັກເຮົາ ແລະ ຮັກເຮົາ. ພວກພຣະອົງຮູ້ຈັກຕອນເຮົາເຈັບປວດ ຫລື ທຸກທໍລະມານ ບໍ່ວ່າຈະເປັນໃນທາງໃດກໍຕາມ. ພວກພຣະອົງບໍ່ໄດ້ກ່າວວ່າ, “ບໍ່ເປັນຫຍັງດອກທີ່ເຈົ້າມີຄວາມເຈັບປວດຢູ່ໃນຕອນນີ້ ທຸກສິ່ງທຸກຢ່າງຈະເປັນໄປດ້ວຍດີ. ເຈົ້າຈະໄດ້ຮັບການປິ່ນປົວ, ຫລື ສາມີຂອງເຈົ້າຈະຊອກຫາລ້າການໄດ້, ຫລື ລູກທີ່ເດີນອອກນອກທາງຈະກັບຄືນມາ.” ພວກພຣະອົງຮູ້ສຶກເຖິງຄວາມທຸກທໍລະມານຂອງເຮົາ, ແລະ ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພວກພຣະອົງ ແລະ ຄວາມອີດູຕົນທີ່ພວກພຣະອົງມີໃນຄວາມທຸກທໍລະມານຂອງເຮົາ.
ແອວມາໄດ້ເປັນພະຍານວ່າ:
“ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ.
“ແລະ ພຣະອົງຈະຮັບເອົາ … ຄວາມບົກພ່ອງຂອງພວກເຂົາ ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາ ເພື່ອພຣະອົງຈະຮູ້ຈັກ … ຊ່ອຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ.”10
ເມື່ອເຮົາໄດ້ຮັບບາດເຈັບ ຖ້າ ເຮົາຮູ້ວ່າພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະບິດາເທິງສະຫວັນຂອງເຮົາ ຫລື ພວກພຣະອົງຮູ້ ດີຫລາຍປານໃດ ກ່ຽວກັບເຮົາເປັນສ່ວນຕົວ, ແລ້ວເຮົາຈະຈື່ພຣະຄຳທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວກັບ ອໍລີເວີ ຄາວເດີຣີ ວ່າ:
ຖ້າເພິ່ນປາຖະໜາການເປັນພະຍານຕື່ມອີກ, ໃຫ້ເພິ່ນນຶກເຖິງຄືນ ທີ່ ເພິ່ນໄດ້ເອີ້ນຫາພຣະອົງຢູ່ໃນໃຈຂອງເພິ່ນ, ເພື່ອວ່າເພິ່ນຈະຮູ້ກ່ຽວກັບຄວາມຈິງຂອງສິ່ງເຫລົ່ານີ້.11
ກ່ອນໜ້ານັ້ນພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ ບໍ່ມີຄົນໃດເລີຍນອກຈາກພຣະເຈົ້າທີ່ຮູ້ຈັກຄວາມນຶກຄິດຂອງເພິ່ນ ແລະ ຄວາມເຈດຕະນາຂອງໃຈເພິ່ນ.”12
ພຣະຜູ້ຊ່ອຍໃຫ້ລອດໄດ້ເຕືອນອໍລີເວີວ່າ ພຣະອົງໄດ້ຍິນຄຳອະທິຖານທີ່ອ້ອນວອນຂອງເພິ່ນທຸກຄຳ—ແລະ ຈື່ຈຳ—ວ່າເປັນເວລາໃດ, ຄືນໃດ.
ຫລາຍປີກ່ອນ ສາມີຂອງຂ້າພະເຈົ້າໄດ້ລົ້ມປ່ວຍໜັກດ້ວຍພະຍາດທີ່ບໍ່ຄ່ອຍເກີດ. ເມື່ອຫລາຍອາທິດຜ່ານໄປ ແລະ ລາວເລີ່ມປ່ວຍໜັກຂຶ້ນເລື້ອຍໆ, ຂ້າພະເຈົ້າກໍເລີ່ມຄິດວ່າລາວຈະຕາຍປະ. ຂ້າພະເຈົ້າບໍ່ໄດ້ບອກຜູ້ໃດກ່ຽວກັບຄວາມຢ້ານກົວຂອງຂ້າພະເຈົ້າ. ພວກເຮົາມີຄອບຄົວໃຫຍ່ ແລະ ລູກກໍຍັງນ້ອຍຢູ່ ແລະ ຜົວເມຍກໍມີຄວາມຮັກຕໍ່ກັນຫລາຍ, ແລະ ການຄິດກ່ຽວກັບການສູນເສຍສາມີ ແລະ ຕ້ອງໄດ້ລ້ຽງລູກດ້ວຍຕົວຄົນດຽວ ເຮັດໃຫ້ຂ້າພະເຈົ້າເຕັມໄປດ້ວຍຄວາມເປົ່າປ່ຽວດຽວດາຍ, ສິ້ນຫວັງ, ແລະ ໃຈຮ້າຍ. ຂ້າພະເຈົ້າອາຍທີ່ຈະເວົ້າວ່າ ຂ້າພະເຈົ້າໄດ້ອອກຫ່າງຈາກພຣະບິດາເທິງສະຫວັນ. ເປັນເວລາຫລາຍມື້, ຂ້າພະເຈົ້າໄດ້ເຊົາອະທິຖານ. ຂ້າພະເຈົ້າເຊົາວາງແຜນ; ຂ້າພະເຈົ້າຮ້ອງໄຫ້. ໃນທີ່ສຸດ ຂ້າພະເຈົ້າໄດ້ຮູ້ຈັກວ່າ ຂ້າພະເຈົ້າບໍ່ສາມາດເຮັດສິ່ງນັ້ນດ້ວຍຕົນເອງ.
ເປັນເທື່ອທຳອິດໃນຫລາຍມື້, ຂ້າພະເຈົ້າໄດ້ຄຸເຂົ່າລົງ ແລະ ຖອກເທໃຈຂອງຂ້າພະເຈົ້າຕໍ່ພຣະບິດາເທິງສະຫວັນ, ອ້ອນວອນຂໍໃຫ້ພຣະອົງອະໄພໃຫ້ຂ້າພະເຈົ້າທີ່ໄດ້ຫັນໜີໄປຈາກພຣະອົງ, ໄດ້ບອກພຣະອົງເຖິງຄວາມຮູ້ສຶກໃນໃຈຂອງຂ້າພະເຈົ້າ, ແລະ ໃນທີ່ສຸດໄດ້ບອກວ່າ ຖ້າຫາກສິ່ງນີ້ເປັນສິ່ງທີ່ພຣະອົງປະສົງໃຫ້ຂ້າພະເຈົ້າເຮັດ, ແລ້ວຂ້າພະເຈົ້າກໍຈະເຮັດ. ຂ້າພະເຈົ້າຮູ້ວ່າພຣະອົງຄົງມີແຜນສຳລັບຊີວິດຂອງຂ້າພະເຈົ້າ.
ເມື່ອຂ້າພະເຈົ້າຄຸເຂົ່າຢູ່ຕໍ່ໄປ ແລະ ຖອກເທໃຈຂອງຂ້າພະເຈົ້າອອກມາ, ຄວາມຫວານທີ່ສຸດ, ຄວາມສະຫງົບທີ່ສຸດ, ຄວາມຮັກຫລາຍທີ່ສຸດ ໄດ້ມາສູ່ຂ້າພະເຈົ້າ. ຄືກັບວ່າມີຜ້າຫົ່ມຜືນໜຶ່ງ ຖືກເອົາມາຕູ້ມຂ້າພະເຈົ້າໄວ້. ຄືກັບວ່າ ຂ້າພະເຈົ້າສາມາດຮູ້ສຶກໄດ້ຍິນພຣະບິດາເທິງສະຫວັນກ່າວວ່າ, “ນັ້ນຄືສິ່ງທີ່ຂ້າພະເຈົ້າຕ້ອງການຢາກຮູ້.” ຂ້າພະເຈົ້າໄດ້ຕັ້ງໃຈວ່າ ຈະບໍ່ຫັນໜີຈາກພຣະອົງອີກຈັກເທື່ອ. ແລ້ວສາມີຂອງຂ້າພະເຈົ້າໄດ້ເລີ່ມໄຄຂຶ້ນເທື່ອລະເລັກເທື່ອລະນ້ອຍ ຈົນວ່າໄດ້ຫາຍດີເປັນປົກກະຕິ.
ຫລາຍປີຈາກນັ້ນ ສາມີຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຄຸເຂົ່າລົງຄຽງຂ້າງລູກສາວອາຍຸ 17 ປີ ແລະ ອ້ອນວອນສຳລັບຊີວິດຂອງນາງ. ເທື່ອນີ້ບໍ່ໄດ້ເປັນດັ່ງຄຳອະທິຖານ, ແຕ່ຄວາມຮູ້ສຶກເຖິງຄວາມຮັກ ແລະ ຄວາມສະຫງົບທີ່ພຣະຜູ້ເປັນເຈົ້າໄດ້ສັນຍາມີພະລັງຫລາຍ, ແລະ ພວກເຮົາຮູ້ວ່າ ເຖິງແມ່ນພຣະບິດາເທິງສະຫວັນເອີ້ນນາງກັບບ້ານ, ທຸກສິ່ງທຸກຢ່າງຈະເປັນໄປດ້ວຍດີ. ພວກເຮົາຮູ້ວ່າ ການມອບຄວາມໜັກໜ່ວງໃຫ້ແກ່ພຣະຜູ້ເປັນເຈົ້າໝາຍຄວາມວ່າແນວໃດ, ທີ່ຮູ້ວ່າພຣະອົງຮັກເຮົາ, ແລະ ມີຄວາມອີດູຕົນເຮົາໃນຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງເຮົາ.
ເລື່ອງທີ່ຫວານຊື່ນທີ່ສຸດເລື່ອງໜຶ່ງລະຫວ່າງບິດາກັບລູກຊາຍ ມີຢູ່ໃນພຣະຄຳພີມໍມອນຄື ຕອນທີ່ແອວມາຜູ້ເປັນລູກໄດ້ສະແດງປະຈັກພະຍານຕໍ່ຮີລາມັນລູກຊາຍຂອງເພິ່ນ. ແອວມາໄດ້ບັນຍາຍວ່າ ເພິ່ນຮູ້ສຶກມີ “ຄວາມຢ້ານກົວຢ່າງບໍ່ອາດສາມາດຈະວັດແທກໄດ້” ໃນຂະນະທີ່ເພິ່ນວາດພາບເຫັນການເຂົ້າໄປໃນທີ່ປະທັບຂອງພຣະເຈົ້າ ແລະ ຖືກພິພາກສາກ່ຽວກັບການລ່ວງລະເມີດຂອງເພິ່ນ. ຫລັງຈາກໄດ້ຮູ້ສຶກເຖິງຄວາມໜັກໜ່ວງຂອງບາບຂອງເພິ່ນເປັນເວລາສາມມື້ ແລະ ສາມຄືນແລ້ວ, ເພິ່ນໄດ້ກັບໃຈ ແລະ ໄດ້ອ້ອນວອນຕໍ່ພຣະຜູ້ຊ່ອຍໃຫ້ລອດໃຫ້ມີຄວາມເມດມາຕໍ່ເພິ່ນ. ເພິ່ນໄດ້ບັນຍາຍໃຫ້ຮີລາມັນຟັງວ່າ ຄວາມສຸກທີ່ “ງົດງາມ ແລະ ຫວານຊື່ນ” ໄດ້ມາເຖິງ ແລະ ການຈື່ຈຳຄວາມເຈັບປວດຂອງເພິ່ນ “ບໍ່ມີອີກຕໍ່ໄປ.” ແຕ່ຄວາມຮູ້ສຶກ “ຢ້ານກົວຢ່າງບໍ່ອາດສາມາດຈະວັດແທກໄດ້” ໃນການເຂົ້າໄປຢູ່ຕໍ່ໜ້າພຣະບັນລັງຂອງພຣະເຈົ້າ, ແອວມາໄດ້ເຫັນພາບນິມິດວ່າ “ພຣະເຈົ້າປະທັບຢູ່ເທິງພຣະທີ່ນັ່ງຂອງພຣະອົງ” ແລະ ເພິ່ນໄດ້ປະກາດວ່າ, “ຈິດວິນຍານຂອງພໍ່ ຢາກ ຈະຢູ່ບ່ອນນັ້ນ.”13
ນັ້ນບໍ່ແມ່ນຄວາມຮູ້ສຶກຂອງເຮົາບໍ, ເອື້ອຍນ້ອງທັງຫລາຍ, ເມື່ອເຮົາກັບໃຈ ແລະ ໄຕ່ຕອງກ່ຽວກັບຄວາມຮັກ, ຄວາມເມດຕາ, ແລະ ຄວາມກະຕັນຍູ ທີ່ເຮົາຮູ້ສຶກສຳລັບພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ—ເຮົາກໍຄືກັນ “ຢາກຈະຢູ່ບ່ອນນັ້ນ,” ເພື່ອຈະໄດ້ຖືກໂອບກອດໂດຍອ້ອມແຂນທີ່ຮັກອີກເທື່ອໜຶ່ງ?
ເຊັ່ນດຽວກັບພຣະຜູ້ເປັນເຈົ້າໄດ້ເປັນພະຍານຕໍ່ຂ້າພະເຈົ້າວ່າ ພຣະອົງບໍ່ໄດ້ລືມທິດາອັນລ້ຳຄ່າຂອງພຣະອົງຊື່ ໂມລີ ເລັນໂທ, ຂ້າພະເຈົ້າຂໍເປັນພະຍານວ່າ ພຣະອົງກໍ ບໍ່ໄດ້ລືມທ່ານຄືກັນ! ບາບ ຫລື ຄວາມອ່ອນແອໃດໆກໍຕາມ ຫລື ຄວາມເຈັບປວດ, ການທົດລອງ ຫລື ການດີ້ນລົນໃດໆກໍຕາມທີ່ທ່ານມີ, ພຣະອົງຮູ້ຈັກ ແລະ ເຂົ້າໃຈຊ່ວງເວລານັ້ນ. ພຣະອົງຮັກທ່ານ! ແລະ ພຣະອົງຈະຊ່ອຍທ່ານຜ່ານຜ່າຊ່ວງເວລານັ້ນໄປ, ດັ່ງທີ່ພຣະອົງໄດ້ກະທຳກັບນາງມາຣີ ແລະ ນາງມາທາ. ພຣະອົງໄດ້ຈ່າຍຄ່າເພື່ອວ່າພຣະອົງຈະໄດ້ຮູ້ວິທີຊ່ອຍເຫລືອທ່ານ. ຈົ່ງມອບຄວາມໜັກໜ່ວງໄວ້ກັບພຣະອົງ. ຈົ່ງບອກພຣະບິດາເທິງສະຫວັນໃຫ້ຮູ້ຈັກຄວາມຮູ້ສຶກຂອງທ່ານ. ຈົ່ງບອກພຣະອົງກ່ຽວກັບຄວາມເຈັບປວດ ແລະ ຄວາມທຸກຍາກລຳບາກຂອງທ່ານ ແລ້ວມອບມັນໄວ້ກັບພຣະອົງ. ຈົ່ງຄົ້ນຄວ້າພຣະຄຳພີ ທຸກວັນ. ໃນນັ້ນທ່ານຈະພົບການປອບໂຍນ ແລະ ຄວາມຊ່ອຍເຫລືອ.
ພຣະຜູ້ຊ່ອຍໃຫ້ລອດໄດ້ຖາມວ່າ:
“ຜູ້ຍິງຈະລືມລູກທີ່ຍັງກິນນົມຂອງນາງ ແລະ ຈະບໍ່ມີເມດຕາສົງສານລູກທີ່ເກີດຈາກອຸທອນຂອງນາງບໍ? ແທ້ຈິງແລ້ວ, ນາງອາດລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ. …
“… ເຮົາຈາລຶກເຈົ້າໄວ້ໃນຝາມືຂອງເຮົາແລ້ວ.”14
“ເຮົາບໍ່ໄດ້ສັ່ງໃຫ້ ຜູ້ໃດ ໃນພວກເຈົ້າອອກໄປ, ແຕ່ໄດ້ສັ່ງໃຫ້ເຈົ້າເຂົ້າມາຫາເຮົາ, ເພື່ອເຈົ້າຈະໄດ້ສຳພັດ ແລະ ເຫັນ; ເຖິງແມ່ນເຊັ່ນນັ້ນເຈົ້າຈົ່ງປະຕິບັດຕໍ່ໂລກ.”15
ນີ້ຄືໜ້າທີ່ຂອງເຮົາ. ເຮົາຕ້ອງຮູ້ສຶກ ແລະ ເຫັນດ້ວຍຕົນເອງ ແລ້ວຊ່ອຍເຫລືອລູກໆຂອງພຣະບິດາເທິງສະຫວັນທຸກຄົນ ເພື່ອໃຫ້ຮູ້ສຶກ ແລະ ເຫັນ ແລະ ຮູ້ວ່າພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ຮັບເອົາໄວ້ດ້ວຍຕົນເອງ ບໍ່ພຽງແຕ່ບາບຂອງເຮົາເທົ່ານັ້ນ ແຕ່ຄວາມເຈັບປວດຂອງເຮົາ ແລະ ຄວາມທຸກຍາກລຳບາບຂອງເຮົານຳອີກ ເພື່ອວ່າພຣະອົງຈະຮູ້ສຶກສິ່ງທີ່ເຮົາຮູ້ສຶກ ແລະ ຮູ້ຈັກວິທີປອບໂຍນເຮົາ. ຂ້າພະເຈົ້າຂໍເປັນພະຍານເຖິງພຣະອົງໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.