ການໂຮ່ຮ້ອງ ໂຮຊັນນາ
ບັດນີ້, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂະນະທີ່ເຮົາສະເຫລີມສະຫລອງວັນຄົບຮອບພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງໂຈເຊັບ ສະມິດ ກ່ຽວກັບພຣະບິດາ ແລະ ພຣະບຸດ, ເຮົາຮູ້ສຶກວ່າມັນເໝາະສົມທີ່ຈະປິຕິຍິນດີນຳກັນ ໂດຍການມີພາກສ່ວນໃນການໂຮ່ຮ້ອງ ໂຮຊັນນາ.
ການໂຮ່ຮ້ອງທີ່ສັກສິດນີ້ ໄດ້ຖືກມອບໃຫ້ເປັນເທື່ອທຳອິດຢູ່ໃນພຣະວິຫານເຄີດແລນ ໃນວັນທີ 27 ເດືອນມີນາ, 1836. ບັດນີ້ ມັນຖືກກະທຳຢູ່ໃນການອຸທິດພຣະວິຫານທຸກແຫ່ງ. ມັນເປັນຂອງປະທານທີ່ມອບໃຫ້ແກ່ພຣະບິດາ ແລະ ພຣະບຸດ, ເປັນສັນຍາລັກເຖິງປະຕິກິລິຍາຂອງຝູງຊົນ ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ເຂົ້າໄປໃນກຸງເຢຣູຊາເລັມຢ່າງຜູ້ມີໄຊ. ມັນເປັນການຢືນຢັນຄືນອີກເຖິງປະສົບການຂອງຊາຍໜຸ່ມໂຈເຊັບໃນມື້ນັ້ນ ຢູ່ໃນປ່າສັກສິດ—ຄື, ພຣະບິດາ ແລະ ພຣະບຸດ ເປັນສອງພຣະອົງ ທີ່ສະຫງ່າລາສີ ຜູ້ທີ່ເຮົານະມັດສະການ ແລະ ສັນລະເສີນ.
ບັດນີ້ ຂ້າພະເຈົ້າ ຈະສະແດງວິທີໂຮ່ຮ້ອງ ໂຮຊັນນາ. ຂະນະທີ່ຂ້າພະເຈົ້າເຮັດ, ຂ້າພະເຈົ້າຂໍໃຫ້ໝູ່ເພື່ອນທີ່ຢູ່ໃນກຸ່ມສື່ຂ່າວໃຫ້ຮັກສາການປະຕິບັດທີ່ສັກສິດນີ້ ດ້ວຍກຽດສັກສີ ແລະ ດ້ວຍຄວາມນັບຖື.
ແຕ່ລະຄົນທີ່ຈະເຮັດນຳ ຈະເອົາຜ້າແພມົນທີ່ຂາວສະອາດອອກມາ ແລະ ຈັບສົ້ນໜຶ່ງໄວ້ ແລ້ວຍົກມັນຂຶ້ນແກວ່ງໄປມາ ຂະນະທີ່ກ່າວອອກມາ ພ້ອມກັນວ່າ, “ໂຮຊັນນາ, ໂຮຊັນນາ, ໂຮຊັນນາ, ແດ່ພຣະເຈົ້າ ແລະ ພຣະເມສານ້ອຍ,” ຕິດຕາມດ້ວຍຄຳວ່າ “ອາແມນ, ອາແມນ, ແລະ ອາແມນ.” ແຕ່ຖ້າຫາກທ່ານບໍ່ມີຜ້າແພມົນສີຂາວ, ກໍໃຫ້ໃຊ້ມືແທນ.
ອ້າຍເອື້ອຍນ້ອງທັງຫລາຍ, ບັດນີ້ ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຢືນຂຶ້ນ ແລະ ມີພາກສ່ວນໃນການໂຮ່ຮ້ອງ ໂຮຊັນນາ, ຕິດຕາມດ້ວຍການຮ້ອງເພງ ໂຮຊັນນາ ແລະ “ພຣະວິນຍານພຣະເຈົ້າ.”1
ຕາມການສັນຍານຈາກຜູ້ນຳເພງ, ຂໍໃຫ້ທ່ານຮ້ອງເພງ “ພຣະວິນຍານພຣະເຈົ້າ” ນຳກັນ.
ໂຮຊັນນາ, ໂຮຊັນນາ, ໂຮຊັນນາ, ແດ່ພຣະເຈົ້າ ແລະ ພຣະເມສານ້ອຍ.
ໂຮຊັນນາ, ໂຮຊັນນາ, ໂຮຊັນນາ, ແດ່ພຣະເຈົ້າ ແລະ ພຣະເມສານ້ອຍ.
ໂຮຊັນນາ, ໂຮຊັນນາ, ໂຮຊັນນາ, ແດ່ພຣະເຈົ້າ ແລະ ພຣະເມສານ້ອຍ.
ອາແມນ, ອາແມນ, ແລະ ອາແມນ.