ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການເປີດ​ສະ​ຫວັນ​ເພື່ອ​ຊ່ວຍ​ເຫລືອ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ການເປີດ​ສະ​ຫວັນ​ເພື່ອ​ຊ່ວຍ​ເຫລືອ

ຂໍ​ໃຫ້​ເຮົາ​ໃຊ້ສັດ​ທາ​ຂອງ​ເຮົາໃນອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ພາກ​ປະ​ຕິ​ບັດ!

ຊ່າງ​ເປັນ​ພາກກອງ​ປະ​ຊຸມທີ່​ພິ​ເສດ ແລະ ດີ​ເລີດ​ແທ້ໆ​ເນາະ! ຂອບ​ໃຈ​ຫລາຍໆ, ລາວ​ດີ ແລະ ແອນ​ໂຊ. ພວກ​ເຈົ້າເປັນ​ຕົວ​ແທນ​ທີ່​ດີ​ເລີດແທ້ໆ​ໃຫ້​ແກ່ກຸ່ມ​ຍິງໜຸ່ມ ແລະ ກຸ່ມ​ຊາຍ​ໜຸ່ມ​ຂອງສາດ​ສະ​ໜາ​ຈັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຍິນ​ຫລາຍ​ຢ່າງ​ໃນ​ມື້ນີ້​ກ່ຽວ​ກັບ​ການ​ຟື້ນ​ຟູສາດ​ສະ​ໜາ​ຈັກ—ສາດ​ສະ​ໜາ​ຈັກນີ້​ເອງ​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ໄດ້​ສະ​ຖາ​ປະ​ນາ​ຂຶ້ນ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ. ການ​ຟື້ນ​ຟູນັ້ນ​ເລີ່ມ​ຕົ້ນ​ເມື່ອ 200 ປີ​ກ່ອນ ໃນ​ລະ​ດູ​ໃບ​ໄມ້​ປົ່ງ ເມື່ອ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ຊາຍ​ໜຸ່ມໂຈເຊັບ ສະມິດ.

ສິບ​ປີ​ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ເໜືອ​ທຳ​ມະ​ຊາດນັ້ນ, ສາດ​ສະ​ດາໂຈເຊັບ ສະມິດ ແລະ ອີກຫ້າ​ຄົນ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຈາກ​ກຸ່ມ​ນ້ອຍນັ້ນ ທີ່​ຊຸມ​ນຸມ​ກັນ​ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830, ບັດ​ນີ້ມີ​ສະ​ມາ​ຊິກ​ຫລາຍກວ່າ 16 ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ຄວາມ​ດີ​ທີ່​ສາດ​ສະ​ໜາ​ຈັກ​ນີ້​ໄດ້ເຮັດຕະ​ຫລອດ​ທົ່ວ​ໂລກ ໃນ​ການບັນ​ເທົາ​ທຸກ ແລະ ຊ່ວຍ​ເຫລືອມວນ​ມະ​ນຸດ ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໂດຍທົ່ວ​ໄປ. ແຕ່​ຈຸດ​ປະ​ສົງ​ຕົ້ນ​ຕໍ ແມ່ນ​ການ​ຊ່ວຍ​ເຫລືອ​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ໃຫ້​ຕິດ​ຕາມອົງພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງພຣະ​ອົງ, ແລະ ມີ​ຄ່າ​ຄວນ​ສຳ​ລັບ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ທັງ​ໝົດ—ນັ້ນ​ຄື ການ​ມີຊີ​ວິດ​ນິ​ລັນ​ດອນ​ນຳ​ພຣະ​ເຈົ້າ ແລະ ນຳ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ.1

ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ 1820, ມັນ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ວ່າ ຂະ​ນະ​ທີ່​ເຮົາ​ນັບ​ຖື ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ແຕ່​ມັນ​ບໍ່​ໄດ້​ເປັນສາດ​ສະ​ໜາ​ຈັກຂອງໂຈເຊັບ ສະມິດ, ຫລື ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ມໍ​ມອນ. ນີ້ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ເລື່ອງ​ທີ່ສາດ​ສະໜາ​ຈັກ​ຂອງ​ພຣະ​ອົງ​ຄວນ​ຖືກເອີ້ນ​ແບບ​ໃດນັ້ນ ພຣະ​ອົງ​ໄດ້​ສັ່ງວ່າ: “ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ດັ່ງ​ນັ້ນ​ໃນ​ຍຸກ​ສຸດ​ທ້າຍ, ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.”2

ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ກ່າວ​ມາ​ແລ້ວ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເອີ້ນ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ.3 ນັບ​ແຕ່​ເວ​ລານັ້ນ​ມາ, ຫລາຍ​ສິ່ງ​ກໍຖືກ​ປ່ຽນ​ແປງ​ເພື່ອ​ໃຫ້​ຖືກ​ຕ້ອງ. ຂ້າ​ພະ​ເຈົ້າຮູ້​ບຸນ​ຄຸນ​ຕໍ່​ປະທານ​ເອັມ ຣະໂຊ ບາເລີດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຜູ້​ໄດ້ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບເລື່ອງນີ້ ຕະ​ຫລອດ​ທັງ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ​ໃນ​ຄ່ຳ​ຄືນນີ້.

ຜູ້​ນຳ​ຂອງສາດ​ສະ​ໜາ​ຈັກ ແລະ ພະ​ແນກ​ຕ່າງໆ, ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ, ແລະ ສະ​ມາ​ຊິກ​ຫລາຍ​ລ້ານ​ຄົນ—ແລະ ຄົນ​ອື່ນໆ—ບັດ​ນີ້​ໄດ້​ໃຊ້​ຊື່​ແທ້​ຂອງສາດ​ສະ​ໜາ​ຈັກ. ​ຄູ່​ມືແບບ​ແຜນ​ຂອງສາດ​ສະ​ໜາ​ຈັກ ກໍ​ໄດ້​ຖືກ​ປ່ຽນ​ແປງ. ເວບ​ໄຊ້​ຫລັກ​ຂອງສາດ​ສະ​ໜາ​ຈັກ ປະ​ຈຸ​ບັນນີ້​ແມ່ນ ChurchofJesusChrist.org. ທີ່​ຢູ່​ຂອງ​ອີ​ເມວ, ຊື່​ຂອງ​ເວບ​ໄຊ້, ແລະ ຊ້ອງ​ສື່​ສານມວນ​ຊົນ ກໍ​ໄດ້​ຖືກດັດ​ແປງ​ໃໝ່. ກຸ່ມ​ນັກ​ຮ້ອງ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ ປະ​ຈຸ​ບັນ​ນີ້​ຖືກເອີ້ນ​ວ່າ ກຸ່ມ​ນັກ​ຮ້ອງແທ​ໂບ​ແນ​ໂກທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ.

ພວກ​ເຮົາ​ໄດ້​ທຳ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ເພາະ​ຖ້າ​ຫາກ​ວ່າເຮົາ​ເອົາ​ພຣະ​ນາມ​ຂອງພຣະ​ຜູ້​ເປັນ​ເຈົ້າ ອອກ​ໄປ​ຈາກ​ຊື່​ຂອງສາດ​ສະ​ໜາ​ຈັກ ຂອງ​ພຣະ​ອົງ, ແລ້ວ​ກໍ​ຊ່ຳ​ກັບວ່າ ເຮົາ​ບໍ່​ໃຫ້ ພຣະ​ອົງ ມີ​ຄວາມ​ສຳ​ຄັນ ໃນການ​ນະ​ມັດ​ສະ​ການ ແລະ ໃນຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຕອນ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ໄດ້​ເຮັດ​ສັນ​ຍາ​ທີ່​ຈະ​ເປັນ​ພະ​ຍານ, ທັງ​ໃນ​​ວາ​ຈາ, ຄວາມ​ຄິດ, ແລະ ການ​ກະ​ທຳ​ຂອງ​ເຮົາ, ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ.4

ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ “ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ເອີ້ນ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ ຜູ້​ເປັນ​ເຈົ້າ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖອກ​ເທ​ອຳ​ນາດ ແລະ ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໃນ​ວິ​ທີ​ທີ່​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.”5 ຂ້າ​ພະ​ເຈົ້າຂໍ​ກ່າວ​ຄຳ​ສັນ​ຍານັ້ນ​ອີກ ໃນ​ມື້ນີ້.

ໃນ​ການຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ພຣະ​ອົງ ແລະ ເພື່ອຊີ້ບອກ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນຍຸກ​ສຸດ​ທ້າຍ ວ່າເປັນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຮົາ​ຍິນ​ດີທີ່​ຈະ​ແນະ​ນຳ​ສັນ​ຍາ​ລັກ ທີ່​ຊີ້ບອກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຢູ່ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ສັນ​ຍາ​ລັກນີ້​ແມ່ນ​ລວມ​ທັງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ໃນ​ຫີນ​ເສົາ​ເອກ. ພຣະ​ເຢ​ຊູ​ຄຣິດ​ຄື​ ຫີນ​ເສົາ​ເອກ​ຫລັກ​ຂອງ​ເຮົາ.6

ຮູບ​ພາບ
ຂໍ້​ຄວາມ​ຢູ່​ທີ່​ຫີນ​ເສົາ​ເອກ

ຢູ່​ທາງ​ກາງ​ຂອງສັນ​ຍາ​ລັກ ມີ​ຮູບ ທີ່​ທ່ານທໍ​ວາເຊັນ ໄດ້​ແກະສະ​ຫລັກ​ຈາກ​ຫີນ​ອ່ອນ​ເພື່ອເຮັດ​ເປັນ​ຮູບປັ້ນ ພຣະ​ຄຣິດ. ມັນ​ເປັນ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້ຟື້ນ​ຊີບ, ທີ່​ຊົງ​ພຣະ​ຊົນ ເດ່​ພຣະ​ຫັດ ອອກ​ໄປ​ຫາ​ທຸກ​ຄົນ ຜູ້​ທີ່​ຈະ​ມາ​ຫາ​ພຣະ​ອົງ.

ຕາມສັນ​ຍາ​ລັກ, ພຣະ​ເຢ​ຊູ​ຄຣິດ​ຢືນ​ຢູ່​ກ້ອງ​ປະ​ຕູ​ໂຂງ. ປະ​ຕູ​ໂຂງເຕືອນ​ເຮົາ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ອອກ​ມາ​ຈາກ​ອຸບ​ໂມງ ໃນ​ມື້​ທີ​ສາມ ຫລັງ​ຈາກ​ການ​ຄຶງ​ຂອງ​ພຣະ​ອົງ.

ຮູບ​ພາບ
ສັນ​ຍາ​ລັກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ

ຫລາຍ​ຄົນ​ອາດ​ຮູ້​ສຶກ​ຄຸ້ນ​ເຄີຍ​ກັບ​ສັນ​ຍາ​ລັກນີ້​ຢູ່​ແລ້ວ ເພາະ​ເຮົາ​ໄດ້​ຮູ້​ດົນ​ນານ​ມາ​ແລ້ວ ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ທີ່ກ່ຽວ​ພັນ​ກັບ​ພຣະ​ຄຣິດ​ຜູ້​ຟື້ນ​ຊີບ ທີ່​ຊົງ​ພຣະ​ຊົນ.

ບັດ​ນີ້​ສັນ​ຍາ​ລັກນີ້​ຈະ​ຖືກ​ໃຊ້ເປັນ​ເຄື່ອງ​ໝາຍແບບ​ໃໝ່ ສຳ​ລັບ​ອຸ​ປະ​ກອນ, ຂ່າວ​ຄາວ, ແລະ ໂຄງ​ການ​ເປັນ​ທາງ​ການຂອງ​ສາດ​ສະ​ໜາ​ຈັກ.7 ມັນ​ຈະ​ເຕືອນ​ທຸກ​ຄົນ​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວ່າ​ເຮົາ​ທຸກ​ຄົນ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ຄວາມ​ສຳ​ຄັນ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມື້​ອື່ນ​ຈະ​ເປັນ​ວັນ​ອາ​ທິດ​ບຸນ​ກ້ານ​ຕານ, ດັ່ງ​ທີ່​ແອວເດີ ກອງ ໄດ້​ສິດ​ສອນ​ຢ່າງ​ໂວ​ຫານ. ແລ້ວເຮົາ​ຈະເຂົ້າ​ສູ່​ອາ​ທິດ​ພິ​ເສດ ທີ່​ສຳ​ຄັນ​ທີ່​ສຸດ​ກັບ​ບຸນ​ອີດ​ສະ​ເຕີ. ໂດຍ​ທີ່​ເປັນ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ມີ​ຊີ​ວິດ​ຢູ່​ໃນວັນ​ເວ​ລາ​ທີ່ ການ​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ໄດ້ເຮັດ​ໃຫ້​ທຸກ​ບ່ອນ​ໃນ​ໂລກວຸ້ນ​ວາຍ, ເຮັດ​ໃຫ້​ເຮົາ​ບໍ່​ພຽງ​ແຕ່​ກ່າວ​ເຖິງ​ພຣະ​ຄຣິດ ຫລື ສັ່ງ​ສອນເລື່ອງ​ພຣະ​ຄຣິດ ຫລື ໃຊ້​ສັນ​ຍາ​ລັກ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຄຣິດ​ເທົ່າ​ນັ້ນ.

ຂໍ​ໃຫ້​ເຮົາ​​ໃຊ້ສັດ​ທາ​ຂອງ​ເຮົາໃນອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ພາກ​ປະ​ຕິ​ບັດ!

ດັ່ງ​ທີ່​ທ່ານ​ຮູ້​ຈັກ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖື​ສິນ​ອົດ​ເຂົ້າ​ເດືອນ​ລະ​ເທື່ອ.

ຄຳ​ສອນ​ເລື່ອງ​ການຖື​ສິນ​ອົດ​ເຂົ້າ ມີ​ມາ​ແຕ່​ສະ​ໄໝບູ​ຮານ. ມັນ​ໄດ້​ຖືກ​ປະ​ຕິ​ບັດ​ໂດຍ​ບຸກ​ຄົນ​ສຳ​ຄັນ​ຢູ່​ໃນ​ພຣະ​ຄຳ​ພີ ດົນ​ນານ​ມາ​ແລ້ວ. ໂມເຊ, ດາວິດ, ເອຊະຣາ, ເນ​ເຫມີ​ຢາ, ເອສະເທີ, ເອຊາຢາ, ດານີເອນ, ໂຢເອນ, ແລະ ຄົນ​ອື່ນໆ​ຫລາຍ​ຄົນ ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ສັ່ງ​ສອນ​ເລື່ອງ​ການ​ຖືສິນ​ອົດ​ເຂົ້າ.8 ຜ່ານ​ທາງ​ການ​ຂຽນ​ຂອງ​ເອຊາຢາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: “ການ​ຖື​ສິນ​ອົດ​ເຂົ້າ​ທີ່ເຮົາ​ຕ້ອງການ ບໍ່ແມ່ນ ດັ່ງນີ້ບໍ? ຄື​ແກ້ໂສ້​ແຫ່ງການ​ກົດຂີ່ ແລະ ປົດ​ແອກແຫ່ງ​ຄວາມ​ບໍ່ຍຸດ​ຕິທຳ ແລະ ປົດປ່ອຍ​ຄົນທີ່​ຖືກກົດ​ຂີ່ໃຫ້ເປັນ​ອິດສະລະ?”9

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ແນະ​ນຳ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ໃຫ້ “ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ”10 ພຣະ​ຜູ້​ຊ່ວຍ​ໃຫ້​ລອດເອງ​ກໍ​ໄດ້​ປະ​ກາດວ່າ ບາງ​ຢ່າງ​ຖືກ “ຂັບໄລ່​ອອກ ໂດຍ ການ​ອະ​ທິ​ຖານ ແລະ ການ​ຖື​ສິນ​ອົດ​ເຂົ້າ.”11

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໃນ​ວິ​ດີ​ໂອ​ສື່​ສານມວນ​ຊົນ​ວ່າ “ໃນ​ຖາ​ນະ​ທີ່​ເປັນ​ໝໍ​ຝ່າຍ​ສຸ​ຂະ​ພາບ ແລະ ໝໍ​ຜ່າ​ຕັດ, ຂ້າ​ພະ​ເຈົ້າ​ຂໍ​ຊົມ​ເຊີຍ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ, ດ້ານ​ວິ​ທະ​ຍາ​ສາດ, ແລະ ທຸກ​ຄົນ ຜູ້​ໄດ້​ທຳ​ງານ​ຕະ​ຫລອດຊາວ​ສີ່​ຊົ່ວ​ໂມງ​ ເພື່ອ​ປ້ອງ​ກັນ​ການ​ແຜ່​ລາມ​ຂອງ​ພະ​ຍາດໂຄວິດ-19.”12

ບັດ​ນີ້, ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ ຮູ້ ວ່າ​ພຣະ​ເຈົ້າ “ມີ​ອຳ​ນາດ​ທຸກ​ຢ່າງ, ມີ​ຄວາມ​ສະ​ຫລຽວ​ສະ​ຫລາດ​ທຸກ​ຢ່າງ, ແລະ ມີ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ, ແລະ ພຣະ​ອົງ​ຮອບ​ຮູ້​ທຸກ​ຢ່າງ ແລະ ມີ​ຄວາມ​ເມດ​ຕາ​ຈົນ​ເຖິງ​ຂັ້ນ​ທີ່ມອບ​ຄວາມ​ລອດ​ໃຫ້​ແກ່​ຜູ້​ທີ່​ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”13

ສະ​ນັ້ນ, ໃນ​ຊ່ວງ​ໄລ​ຍະ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍນີ້, ຂະ​ນະ​ທີ່​ການ​ລະ​ບາດ​ແຜ່​ລາມອອກ​ໄປຢ່າງກວ້າງ​ໄກ, ປົກ​ກະ​ຕິ​ແລ້ວ ເຮົາ​ຈະ​ເອີ້ນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ—ພຣະ​ອາ​ຈານຜູ້​ປິ່ນ​ປົວ—ເພື່ອ​ໃຫ້​ສະ​ແດງ​ລິດ​ເດດທີ່​ມະ​ຫັດ​ສະ​ຈັນ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຢູ່​ໃນ​ໂລກ.

ຢູ່​ໃນ​ວິ​ດີ​ໂອ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮ່ວມກັບ​ຂ້າ​ພະ​ເຈົ້າ ໃນ​ການ​ຖືສິນ​ອົດ​ເຂົ້າ ໃນ​ວັນ​ອາ​ທິດ, ວັນ​ທີ 29 ເດືອນ​ມີນາ, 2020. ພວກ​ທ່ານ​ຫລາຍ​ຄົນ​ອາດ​ໄດ້​ເຫັນວິ​ດີ​ໂອ ແລະ ໄດ້​​ມີ​ພາກ​ສ່ວນ​ໃນ​ການ​ຖື​ສິນ​ອົດ​ເຂົ້າ. ບາງ​ຄົນ​ອາດບໍ່​ໄດ້​ເຮັດ. ບັດ​ນີ້ ເຮົາ​ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ຢູ່.

ສະ​ນັ້ນ, ມື້​ແລງນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ວິນ​ຍານ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ຜູ້​ໄດ້ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢ່າງ​ຫລວງ​ຫລາຍ,14 ແລະ ໃນ​ພາກ​ສ່ວນ​ໜຶ່ງ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຖື​ສິນ​ອົດ​ເຂົ້າ​ອີກ​ເທື່ອ​ໜຶ່ງ​ຕະ​ຫລອດ​ທົ່ວ​ໂລກ. ສຳ​ລັບ​ຜູ້​ທີ່​ສາ​ມາດ​ເຮັດ​ໄດ້, ຂໍ​ໃຫ້​ເຮົາ​ຈົ່ງ​ຖື​ສິນ​ອົດ​ເຂົ້າ, ອະ​ທິ​ຖານ, ແລະ ເປັນ​ໜຶ່ງ​ໃນ​ສັດ​ທາ​ຂອງ​ເຮົາອີກ​​ຄັ້ງ. ຂໍ​ໃຫ້​ເຮົາ​ຈົ່ງອ້ອນວອນ​ດ້ວຍ​ຄຳ​ອະ​ທິ​ຖານ​ຂໍ​ຄວາມ​ບັນ​ເທົາ​ຈາກ​ການ​ລະ​ບາດນີ້ຕະ​ຫລອດ​ທົ່ວ​ໂລກ.

ຂ້າ​ພະ​ເຈົ້າຂໍ​ເຊື້ອ​ເຊີນ ທຸກ​ຄົນ, ລວມ​ທັງ​ຜູ້​ທີ່ບໍ່​ໄດ້​ນັບ​ຖື​ສາດ​ສະ​ໜາ​ດຽວ​​ກັນກັບ​​ພວກເຮົາ, ໃຫ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ໃນ​ວັນ​ສຸກ​ທີ່​ດີ, ວັນ​ທີ 10 ເດືອນ​ເມສາ, ເພື່ອ​ວ່າ​ການ​ລະ​ບາດ​ຈະຢຸດ​ຕິ, ຜູ້​ດູ​ແລ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ, ເສດ​ຖະ​ກິດ​ຈະ ຈະ​ເລີນ​ກ້າວ​ໜ້າ, ແລະ ຊີ​ວິດ​ຈະກັບ​ຄືນ​ສູ່​ສະ​ພາບ​ເດີມ.

ເຮົາຖື​ສິນ​ອົດ​ເຂົ້າແນວ​ໃດ? ປົກ​ກະ​ຕິ​ແລ້ວ ອົດສອງ​ຄາບ ຫລື ອົດ 24 ຊົ່ວ​ໂມງ. ແຕ່​ໃຫ້​ທ່ານ​ຕັດ​ສິນ​ໃຈ​ເອງ ວ່າ​ທ່ານ​ສາ​ມາດ​ເສຍ​ສະ​ລະ​ໄດ້​ຊ່ຳ​ໃດ, ຂະ​ນະ​ທີ່​ທ່ານ​ຈື່​ຈຳ​ການ​ເສຍ​ສະ​ລະ​ອັນ​ສູງສຸດ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ທ່ານ. ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ໜຶ່ງ​ໃນ​ການ​ອ້ອນ​ວອນ ຂໍ​ການ​ປິ່ນ​ປົວ​ຕະ​ຫລອດ​ທົ່ວ​ໂລກ.

ວັນ​ສຸກ​ທີ່​ດີ ຈະ​ເປັນ ວັນ ທີ່​ເໝາະ​ສົມ ທີ່​ຈະ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ຮັບ​ຟັງ ເຮົາ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ, ພ້ອມ​ທັງ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ເຖິງວຽກ​ງານ​ແຫ່ງ​ສະຫວັນ ຊຶ່ງ​ເຮົາມີ​ສ່ວນ​ຮ່ວມ. ນີ້ ແມ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພຣະ​ອົງ​ຢືນ​ປະ​ທັບ​ຢູ່​ເປັນ​ປະ​ມຸກ ແລະ ຊີ້​ນຳ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຈະ​ຕອບ​ຄຳ​ອ້ອນ​ວອນ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ