ໃຫ້ບ້ານນີ້ຖືກສ້າງຂຶ້ນແດ່ນາມຂອງເຮົາ
(ຄຳສອນ ແລະ ພັນທະສັນຍາ 124:40)
ພັນທະສັນຍາທີ່ໄດ້ຮັບ ແລະ ພິທີການທີ່ປະຕິບັດຢູ່ໃນພຣະວິຫານແມ່ນສຳຄັນຕໍ່ການຊຳລະໃຈໃຫ້ບໍລິສຸດ ແລະ ເພື່ອຄວາມສູງສົ່ງສຸດຍອດຂອງບຸດ ແລະ ທິດາຂອງພຣະເຈົ້າ.
ໃນປ່າສັກສິດເມື່ອ 200 ປີກ່ອນ, ຊາຍໜຸ່ມຊື່ ໂຈເຊັບ ສະມິດ ໄດ້ເຫັນ ແລະ ໄດ້ເວົ້າລົມກັບພຣະເຈົ້າ, ພຣະບິດານິລັນດອນ, ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຈາກພວກພຣະອົງ, ໂຈເຊັບໄດ້ຮຽນຮູ້ກ່ຽວກັບລັກສະນະຈິງຂອງຝ່າຍພຣະເຈົ້າ ແລະ ເຖິງການເປີດເຜີຍທີ່ຍັງມີຢູ່ ຊຶ່ງພາບນິມິດອັນສູງສົ່ງນີ້ໄດ້ນຳເຂົ້າສູ່ຍຸກສຸດທ້າຍ “ເມື່ອເວລາກຳນົດຄົບບໍລິບູນ.”1
ປະມານສາມປີຈາກນັ້ນ, ໃນການຕອບຕໍ່ຄຳອະທິຖານຢ່າງພາກພຽນ ໃນວັນທີ 21 ເດືອນກັນຍາ, 1823, ຫ້ອງນອນຂອງໂຈເຊັບ ໄດ້ເຕັມໄປດ້ວຍແສງສະຫວ່າງ ຈົນວ່າມັນ “ແຈ້ງກວ່າຕອນທ່ຽງວັນ.”2 ບຸກຄົນໜຶ່ງໄດ້ປະກົດຂຶ້ນຢູ່ຂ້າງຕຽງນອນຂອງເພິ່ນ, ຢືນຢູ່ໃນອາກາດ, ໄດ້ເອີ້ນຊື່ເພິ່ນ, ແລະ ປະກາດວ່າ “ເພິ່ນແມ່ນທູດສະຫວັນທີ່ຖືກສົ່ງມາຈາກທີ່ປະທັບຂອງພຣະເຈົ້າ … ແລະ ວ່າເພິ່ນຊື່ໂມໂຣໄນ.”3 ເພິ່ນໄດ້ແນະນຳໂຈເຊັບ ສະມິດ ກ່ຽວກັບການອອກມາຂອງພຣະຄຳພີມໍມອນ.
ແລະ ແລ້ວໂມໂຣໄນໄດ້ອ້າງເຖິງຂໍ້ຄວາມຈາກໜັງສືມາລາກີ ຢູ່ໃນພຣະຄຳພີເດີມ, ຊຶ່ງແຕກຕ່າງໜ້ອຍໜຶ່ງໃນພາສາທີ່ໃຊ້ຢູ່ໃນພຣະຄຳພີສະບັບກະສັດເຈມສ໌ ທີ່ວ່າ:
“ຈົ່ງເບິ່ງ, ເຮົາຈະເປີດເຜີຍຖານະປະໂລຫິດແກ່ເຈົ້າ, ໂດຍມືຂອງເອລີຢາຜູ້ເປັນສາດສະດາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ. …
“ແລະ ເພິ່ນຈະປູກຝັງຄຳສັນຍາທີ່ໄດ້ເຮັດກັບພໍ່ໄວ້ໃນໃຈລູກ, ແລະ ໃຈລູກຈະຫັນໄປຫາພໍ່ຂອງເຂົາ. ຖ້າບໍ່ເປັນເຊັ່ນນັ້ນ, ທັງແຜ່ນດິນໂລກຈະຖືກທຳລາຍໃຫ້ໝົດສິ້ນໃນຕອນພຣະອົງສະເດັດມາ.”4
ສິ່ງສຳຄັນຄື, ຄຳແນະນຳຂອງໂມໂຣໄນຕໍ່ໂຈເຊັບ ສະມິດ ກ່ຽວກັບພາລະກິດຂອງເອລີຢາ ໄດ້ລິເລີ່ມວຽກງານພຣະວິຫານ ແລະ ປະຫວັດຄອບຄົວໃນຍຸກສຸດທ້າຍ ແລະ ເປັນພາກສ່ວນສຳຄັນຂອງ “ທຸກສິ່ງທີ່ຈະຖືກຕັ້ງຂຶ້ນໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ໂດຍທາງບັນດາສາດສະດາບໍລິສຸດຂອງພຣະອົງ ຕັ້ງແຕ່ດົນນານມາແລ້ວ.”5
ຂ້າພະເຈົ້າອະທິຖານຂໍຄວາມຊ່ວຍເຫລືອຈາກພຣະວິນຍານບໍລິສຸດ ຂະນະທີ່ພວກເຮົາຮຽນຮູ້ນຳກັນກ່ຽວກັບພັນທະສັນຍາ, ພິທີການ, ແລະ ພອນທີ່ມີໃຫ້ເຮົາຢູ່ໃນພຣະວິຫານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ການກັບມາຂອງເອລີຢາ
ຂ້າພະເຈົ້າຈະເລີ່ມຕົ້ນໂດຍການຖາມຄຳຖາມເບື້ອງຕົ້ນ ທີ່ວ່າ: ເປັນຫຍັງການກັບມາຂອງເອລີຢາຈຶ່ງສຳຄັນ?
“ເຮົາຮຽນຮູ້ຈາກການເປີດເຜີຍຂອງຍຸກສຸດທ້າຍວ່າ ເອລີຢາດຳລົງອຳນາດຂອງການຜະນຶກຂອງຖານະປະໂລຫິດແຫ່ງເມນຄີເສເດັກ”6 ແລະ ໄດ້ເປັນສາດສະດາຄົນສຸດທ້າຍທີ່ດຳລົງອຳນາດນີ້ ກ່ອນວັນເວລາຂອງພຣະເຢຊູຄຣິດ.”7
ສາດສະດາໂຈເຊັບ ສະມິດ ໄດ້ອະທິບາຍວ່າ, “ພຣະວິນຍານ, ອຳນາດ, ແລະ ການເອີ້ນຂອງເອລີຢາຄື ເຈົ້າມີອຳນາດທີ່ຈະດຳລົງຂໍກະແຈຂອງ … ຄວາມສົມບູນແຫ່ງຖານະປະໂລຫິດແຫ່ງເມນຄີເສເດັກ … ; ແລະ ເພື່ອ … ຮັບເອົາ … ພິທີການທັງໝົດທີ່ເປັນອານາຈັກຂອງພຣະເຈົ້າ, ແມ່ນແຕ່ໄປສູ່ການນຳພໍ່ກັບລູກມາພົບກັນອີກ.”8
ສິດອຳນາດຂອງການຜະນຶກທີ່ສັກສິດນີ້ ແມ່ນຈຳເປັນເພື່ອວ່າ “ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກຜູກມັດໄວ້ໃນສະຫວັນ: ແລະ ສິ່ງໃດທີ່ພວກເຈົ້າແກ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກແກ້ໃຫ້ຫລຸດໃນສະຫວັນ.”9
ໂຈເຊັບໄດ້ອະທິບາຍຕື່ມວ່າ: “ພຣະເຈົ້າຈະສະເດັດມາຊ່ວຍຊີວິດຄົນລຸ້ນນີ້ແນວໃດ? ພຣະອົງຈະສົ່ງສາດສະດາມາ. … ເອລີຢາຈະເປີດເຜີຍພັນທະສັນຍາເພື່ອຜະນຶກໃຈຂອງບັນພະບຸລຸດເຂົ້າກັບລູກຫລານ ແລະ ລູກຫລານເຂົ້າກັບບັນພະບຸລຸດ.”10
ເອລີຢາໄດ້ມາປະກົດພ້ອມກັບໂມເຊ ຢູ່ເທິງພູແຫ່ງການປ່ຽນລັກສະນະ ແລະ ໄດ້ມອບສິດອຳນາດໃຫ້ແກ່ເປໂຕ, ຢາໂກໂບ, ແລະ ໂຢຮັນ.11 ເອລີຢາກໍໄດ້ມາປະກົດພ້ອມກັບໂມເຊ ແລະ ອີລາຍ ໃນວັນທີ 3 ເດືອນເມສາ, 1836, ໃນພຣະວິຫານເຄີດແລນ ແລະ ໄດ້ມອບຂໍກະແຈຂອງຖານະປະໂລຫິດຢ່າງດຽວກັນນັ້ນໃຫ້ແກ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ.12
ການຟື້ນຟູສິດອຳນາດຂອງການຜະນຶກໂດຍເອລີຢາ ໃນປີ 1836 ແມ່ນຈຳເປັນຕໍ່ການກະກຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ລິເລີ່ມຄວາມສົນໃຈຢ່າງຫລວງຫລາຍທົ່ວໂລກ ໃນການຄົ້ນຄວ້າປະຫວັດຄອບຄົວ.
ການປ່ຽນແປງ, ການຫັນ, ແລະ ການຊຳລະໃຈໃຫ້ບໍລິສຸດ
ຄຳວ່າ ໃຈ ໄດ້ຖືກໃຊ້ຫລາຍກວ່າ 1,000 ເທື່ອ ຢູ່ໃນໜັງສືມາດຕະຖານ. ມັນເປັນຄຳທີ່ລຽບງ່າຍແຕ່ມີຄວາມໝາຍ ຊຶ່ງສ່ວນຫລາຍສະແດງເຖິງຄວາມຮູ້ສຶກພາຍໃນຂອງບຸກຄົນ. ໃຈຂອງເຮົາ—ຄວາມປາດຖະໜາ, ຄວາມຮັກ, ຄວາມຕັ້ງໃຈ, ຄວາມເຈດຕະນາ, ແລະ ປະຕິກິລິຍາທັງໝົດຂອງເຮົາ—ບົ່ງບອກກ່ຽວກັບຕົວເຮົາ ແລະ ກຳນົດຜູ້ທີ່ເຮົາຈະກາຍເປັນ. ແລະ ຈຸດສຳຄັນຂອງວຽກງານຂອງພຣະຜູ້ເປັນເຈົ້າແມ່ນການປ່ຽນແປງ, ການຫັນ, ແລະ ການຊຳລະໃຈໃຫ້ບໍລິສຸດ ຜ່ານທາງພັນທະສັນຍາຂອງພຣະກິດຕິຄຸນ ແລະ ພິທີການຂອງຖານະປະໂລຫິດ.
ພວກເຮົາບໍ່ໄດ້ສ້າງ ຫລື ເຂົ້າໄປໃນພຣະວິຫານທີ່ສັກສິດ ພຽງແຕ່ເພື່ອຈະໄດ້ມີປະສົບການຂອງຕົວເອງ ຫລື ຄອບຄົວທີ່ໜ້າຊົງຈຳເທົ່ານັ້ນ. ແຕ່, ພັນທະສັນຍາທີ່ໄດ້ຮັບ ແລະ ພິທີການທີ່ປະຕິບັດຢູ່ໃນພຣະວິຫານແມ່ນສຳຄັນຕໍ່ການຊຳລະໃຈໃຫ້ບໍລິສຸດ ແລະ ເພື່ອຄວາມສູງສົ່ງສຸດຍອດຂອງບຸດ ແລະ ທິດາຂອງພຣະເຈົ້າ.
ຄຳສັນຍາທີ່ໄດ້ເຮັດກັບບັນພະບຸລຸດ—ແມ່ນແຕ່ອັບຣາຮາມ, ອີຊາກ, ແລະ ຢາໂຄບ—ໄດ້ຖືກປູກຝັງໄວ້ຢູ່ໃນໃຈຂອງລູກຫລານ, ຫັນຫົວໃຈຂອງລູກຫລານໄປຫາບັນພະບຸລຸດຂອງເຂົາເຈົ້າ, ການຄົ້ນຄວ້າປະຫວັດຄອບຄົວ, ແລະ ການເຮັດພິທີການຕ່າງໆຢູ່ໃນພຣະວິຫານ ເປັນການອອກແຮງທີ່ເປັນພອນໃຫ້ແກ່ບຸກຄົນຢູ່ທັງສອງຟາກມ່ານ. ເມື່ອເຮົາມີພາກສ່ວນໃນວຽກງານທີ່ສັກສິດນີ້ດ້ວຍຄວາມກະຕືລືລົ້ນ, ເຮົາໄດ້ເຊື່ອຟັງພຣະບັນຍັດທີ່ຈະຮັກ ແລະ ຮັບໃຊ້ພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ.13 ແລະ ການຮັບໃຊ້ທີ່ບໍ່ເຫັນແກ່ຕົວເຊັ່ນນັ້ນ ເປັນການ “ຈົ່ງຟັງທ່ານ” ແທ້ໆ!14 ແລະ ມາຫາພຣະຜູ້ຊ່ວຍໃຫ້ລອດ.15
ພັນທະສັນຍາ ແລະ ພິທີການຂອງຖານະປະໂລຫິດທີ່ສັກສິດທີ່ສຸດ ຈະໄດ້ຮັບພຽງແຕ່ຢູ່ໃນພຣະວິຫານເທົ່ານັ້ນ—ໃນບ້ານຂອງພຣະຜູ້ເປັນເຈົ້າ. ທຸກສິ່ງທີ່ໄດ້ຮຽນຮູ້ ແລະ ເຮັດຢູ່ໃນພຣະວິຫານແມ່ນເນັ້ນໃສ່ຄວາມເປັນພຣະເຈົ້າຂອງພຣະເຢຊູຄຣິດ ແລະ ບົດບາດໃນແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ.
ຈາກພາຍໃນຫາພາຍນອກ
ປະທານເອສະຣາ ແທັບ ເບັນສັນ ໄດ້ບັນຍາຍເຖິງແບບແຜນອັນສຳຄັນ ທີ່ພຣະຜູ້ໄຖ່ໄດ້ໃຊ້ເພື່ອ “ເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”16 ເພິ່ນໄດ້ກ່າວວ່າ: “ພຣະຜູ້ເປັນເຈົ້າທຳງານຈາກພາຍໃນຫາພາຍນອກ. ໂລກທຳງານຈາກພາຍນອກຫາພາຍໃນ. ໂລກຈະເອົາມະນຸດອອກຈາກຄວາມສົກກະປົກ. ພຣະຄຣິດຈະເອົາຄວາມສົກກະປົກອອກຈາກມະນຸດ, ແລະ ແລ້ວມະນຸດຈະເອົາຕົວເອງອອກຈາກຄວາມສົກກະປົກ. ໂລກຈະຫລໍ່ຫລອມມະນຸດໂດຍການປ່ຽນສິ່ງແວດລ້ອມຂອງພວກເຂົາ. ພຣະຄຣິດຈະປ່ຽນມະນຸດ, ຜູ້ຊຶ່ງຈະປ່ຽນສິ່ງແວດລ້ອມຂອງຕົວເອງ. ໂລກຈະປ່ຽນພຶດຕິກຳຂອງມະນຸດ, ແຕ່ພຣະຄຣິດຈະສາມາດປ່ຽນທຳມະຊາດຂອງມະນຸດ.”17
ພັນທະສັນຍາ ແລະ ພິທີການຂອງຖານະປະໂລຫິດ ເປັນຈຸດສູນກາງໃນຂັ້ນຕອນຂອງການເກີດໃໝ່ທາງວິນຍານ ແລະ ການປ່ຽນແປງອັນຕໍ່ເນື່ອງ; ຊຶ່ງພຣະຜູ້ເປັນເຈົ້າໃຊ້ທຳງານກັບເຮົາແຕ່ລະຄົນ ຈາກພາຍໃນຫາພາຍນອກ. ພັນທະສັນຍາທີ່ໄດ້ໃຫ້ກຽດຢ່າງຈິງຈັງ, ທີ່ຈະຈື່ຈຳສະເໝີ, ແລະ ຖືກຂຽນໄວ້ດ້ວຍ “ພຣະວິນຍານຂອງພຣະເຈົ້າທີ່ຊົງພຣະຊົນຢູ່ … ໃນຫົວໃຈຂອງມະນຸດ”18 ຈະໃຫ້ຈຸດປະສົງ ແລະ ຄວາມໝັ້ນໃຈເຖິງພອນໃນຄວາມເປັນມະຕະ ແລະ ສຳລັບນິລັນດອນ. ພິທີການທີ່ໄດ້ຮັບຢ່າງມີຄ່າຄວນ ແລະ ຈື່ຈຳໄປຕະຫລອດ ຈະເປີດເສັ້ນທາງແຫ່ງສະຫວັນ ຊຶ່ງຜ່ານທາງດັ່ງກ່າວ ພະລັງຂອງຄວາມເປັນພຣະເຈົ້າ ຈະຫລັ່ງໄຫລມາສູ່ຊີວິດຂອງເຮົາ.
ເຮົາບໍ່ໄດ້ມາພຣະວິຫານເພື່ອເຊື່ອງຕົວເອງ ຫລື ໜີຈາກຄວາມຊົ່ວຮ້າຍຂອງໂລກ. ແຕ່, ເຮົາມາພຣະວິຫານເພື່ອເອົາຊະນະໂລກຂອງຄວາມຊົ່ວຮ້າຍ. ເມື່ອເຮົາເຊື້ອເຊີນ “ອຳນາດຂອງຄວາມເປັນເໝືອນພຣະເຈົ້າ” ເຂົ້າໃນຊີວິດຂອງເຮົາ19 ໂດຍການຮັບເອົາພິທີການຂອງຖານະປະໂລຫິດ ແລະ ເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ, ເຮົາໄດ້ຮັບພອນດ້ວຍພະລັງທີ່ເກີນກວ່າຂອງເຮົາເອງ20 ເພື່ອເອົາຊະນະການລໍ້ລວງ ແລະ ການທ້າທາຍຂອງຄວາມເປັນມະຕະ ແລະ ເພື່ອເຮັດ ແລະ ກາຍເປັນຄົນດີ.
ຊື່ສຽງຂອງບ້ານແຫ່ງນີ້ຈະແຜ່ອອກໄປ
ພຣະວິຫານແຫ່ງທຳອິດຂອງສະໄໝນີ້ແມ່ນໄດ້ຖືກສ້າງຂຶ້ນຢູ່ໃນເມືອງເຄີດແລນ, ລັດໂອໄຮໂອ, ແລະ ໄດ້ຖືກອຸທິດໃນວັນທີ 27 ເດືອນມີນາ, 1836.
ໃນການເປີດເຜີຍຕໍ່ສາດສະດາໂຈເຊັບ ສະມິດ ໜຶ່ງອາທິດຫລັງຈາກການອຸທິດ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ:
“ໃຫ້ໃຈຂອງຜູ້ຄົນທັງປວງຂອງເຮົາປິຕິຍິນດີ, ຜູ້ທີ່ໄດ້ສ້າງບ້ານແຫ່ງນີ້ດ້ວຍສຸດກຳລັງຂອງພວກເຂົາແດ່ນາມຂອງເຮົາ. …
“ແທ້ຈິງແລ້ວ ໃຈຂອງຫລາຍພັນຄົນ ແລະ ຫລາຍໝື່ນຄົນຈະປິຕິຍິນດີເຫລືອລົ້ນອັນເປັນຜົນຈາກ ພອນຊຶ່ງຈະຖອກເທລົງມາ, ແລະ ຂອງປະທານສັກສິດທີ່ຜູ້ຮັບໃຊ້ຂອງເຮົາໄດ້ຮັບຢູ່ໃນບ້ານແຫ່ງນີ້.
“ແລະ ຊື່ສຽງຂອງບ້ານແຫ່ງນີ້ຈະແຜ່ອອກໄປຍັງຕ່າງແດນ; ແລະ ນີ້ເປັນການເລີ່ມຕົ້ນພອນຊຶ່ງຈະຖອກເທລົງມາເທິງຫົວຂອງຜູ້ຄົນຂອງເຮົາ.”21
ໃຫ້ສັງເກດເບິ່ງສຳນວນທີ່ວ່າ ໃຈຂອງຫລາຍພັນຄົນ ແລະ ຫລາຍໝື່ນຄົນຈະປິຕິຍິນດີເຫລືອລົ້ນ, ແລະ ຊື່ສຽງຂອງບ້ານແຫ່ງນີ້ຈະແຜ່ອອກໄປຍັງຕ່າງແດນ. ນີ້ເປັນການປະກາດທີ່ເຮັດໃຫ້ຕົກຕະລຶງ ໃນເດືອນເມສາຂອງປີ 1836, ເມື່ອສາດສະໜາຈັກມີສະມາຊິກພຽງເລັກນ້ອຍ ແລະ ມີພຣະວິຫານແຫ່ງດຽວເທົ່ານັ້ນ.
ທຸກວັນນີ້ ໃນປີ 2020, ພວກເຮົາມີພຣະວິຫານທີ່ເປີດຮັບໃຊ້ຈຳນວນ 168 ແຫ່ງ. ພຣະວິຫານ ສີ່ສິບເກົ່າແຫ່ງອື່ນອີກ ກຳລັງຢູ່ໃນການກໍ່ສ້າງ ຫລື ໄດ້ຖືກປະກາດ. ບ້ານຂອງພຣະຜູ້ເປັນເຈົ້າໄດ້ຖືກສ້າງຂຶ້ນຢູ່ເທິງ “ເກາະໃນທະເລ”22 ແລະ ໃນປະເທດ ແລະ ໃນສະຖານທີ່ຕ່າງໆ ຊຶ່ງເມື່ອກ່ອນຫລາຍຄົນຄິດວ່າເປັນໄປບໍ່ໄດ້.
ປະຈຸບັນນີ້ ພິທີການຮັບຂອງປະທານສັກສິດມີຢູ່ດ້ວຍກັນ 88 ພາສາ ແລະ ຈະມີພາສາອື່ນອີກເພີ່ມເຕີມ ຂະນະທີ່ພຣະວິຫານຖືກສ້າງຂຶ້ນຕື່ມ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະເຈົ້າຫລາຍກວ່າເກົ່າ. ໃນ 15 ປີຂ້າງໜ້າ, ພາສາທີ່ໃຊ້ສຳລັບພິທີການຮັບຂອງປະທານສັກສິດອາດຈະເປັນສ່ອງເທົ່າ.
ປີນີ້ພວກເຮົາຈະອຸທິດທີ່ດິນເລີ່ມຕົ້ນການສ້າງພຣະວິຫານ 18 ແຫ່ງ. ກົງກັນຂ້າມ, ມັນໄດ້ໃຊ້ເວລາເຖິງ 150 ປີ ເພື່ອສ້າງພຣະວິຫານ 18 ແຫ່ງທຳອິດ, ຈາກການຈັດຕັ້ງສາດສະໜາຈັກໃນປີ 1830 ເຖິງການອຸທິດພຣະວິຫານໂຕກຽວ ຍີ່ປຸ່ນ ໂດຍປະທານ ສະເປັນເຊີ ດັບເບິນຢູ ຄິມໂບ ໃນປີ 1980.
ໃຫ້ເຮົາມາພິຈາລະນາເຖິງການເລັ່ງວຽກງານພຣະວິຫານ ທີ່ເກີດຂຶ້ນໃນຊ່ວງຊີວິດຂອງປະທານຣະໂຊ ເອັມ ແນວສັນ. ຕອນປະທານແນວສັນໄດ້ເກີດໃນວັນທີ 9 ເດືອນກັນຍາ, 1924, ສາດສະໜາຈັກມີພຣະວິຫານທີ່ເປີດຮັບໃຊ້ຢູ່ ພຽງຫົກແຫ່ງ.
ຕອນເພິ່ນໄດ້ຖືກແຕ່ງຕັ້ງເປັນອັກຄະສາວົກໃນວັນທີ 7 ເດືອນເມສາ, 1984, 60 ປີຕໍ່ມາ, ພຣະວິຫານ 26 ແຫ່ງໄດ້ເປີດຮັບໃຊ້, ຊຶ່ງມີຈຳນວນເພີ່ມຂຶ້ນ 20 ແຫ່ງໃນ 60 ປີ.
ເມື່ອປະທານແນວສັນໄດ້ຖືກແຕ່ງຕັ້ງເປັນປະທານຂອງສາດສະໜາຈັກ, ພຣະວິຫານ 159 ແຫ່ງໄດ້ເປີດຮັບໃຊ້, ຊຶ່ງມີຈຳນວນເພີ່ມຂຶ້ນ 133 ແຫ່ງໃນ 34 ປີ ໃນໄລຍະທີ່ເພິ່ນໄດ້ຮັບໃຊ້ເປັນອັກຄະສາວົກສິບສອງ.
ນັບແຕ່ເພິ່ນໄດ້ກາຍເປັນປະທານຂອງສາດສະໜາຈັກ ໃນວັນທີ 14 ເດືອນມັງກອນ, 2018, ປະທານແນວສັນໄດ້ປະກາດພຣະວິຫານໃໝ່ 35 ແຫ່ງ.
ເກົ້າສິບຫົກເປີເຊັນຂອງພຣະວິຫານທີ່ມີຢູ່ ໄດ້ຮັບການອຸທິດໃນຊ່ວງຊີວິດຂອງປະທານແນວສັນ, 84 ເປີເຊັນໄດ້ຮັບການອຸທິດນັບຕັ້ງແຕ່ເພິ່ນໄດ້ຖືກແຕ່ງຕັ້ງເປັນອັກຄະສາວົກ.
ຄວນເອົາໃຈໃສ່ຕໍ່ສິ່ງທີ່ສຳຄັນທີ່ສຸດສະເໝີ
ໃນຖານະສະມາຊິກຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ເປັນເຈົ້າ, ເຮົາຢືນພິສະຫວົງກັບວຽກງານທີ່ເລັ່ງດ່ວນຂອງພຣະອົງ ໃນຍຸກສຸດທ້າຍ. ແລະ ຈະມີພຣະວິຫານຕື່ມອີກໃນມໍ່ໆນີ້.
ບຣິກຳ ຢັງ ໄດ້ທຳນາຍວ່າ, “ເພື່ອບັນລຸວຽກງານນີ້ ບໍ່ແມ່ນຕ້ອງມີພຣະວິຫານພຽງແຫ່ງດຽວເທົ່ານັ້ນ ແຕ່ຕ້ອງມີເປັນພັນໆ, ແລະ ຊາຍຍິງຫລາຍພັນ ຫລາຍສິບພັນ ຈະໄປຫາພຣະວິຫານເຫລົ່ານັ້ນ ແລະ ກະທຳແທນຜູ້ທີ່ເຄີຍມີຊີວິດຢູ່ ຢ້ອນກັບຄືນໄປໃຫ້ໄກທີ່ສຸດ ເທົ່າທີ່ພຣະຜູ້ເປັນເຈົ້າຈະເປີດເຜີຍ.”23
ດັ່ງທີ່ເຂົ້າໃຈ, ການປະກາດພຣະວິຫານໃໝ່ທຸກແຫ່ງ ເຮັດໃຫ້ເຮົາຊື່ນຊົມ ແລະ ມີເຫດຜົນທີ່ຈະຂອບພຣະໄທພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ, ການເອົາໃຈໃສ່ຕົ້ນຕໍຂອງເຮົາຄວນຢູ່ທີ່ພັນທະສັນຍາ ແລະ ພິທີການທີ່ສາມາດປ່ຽນແປງໃຈ ແລະ ມີຄວາມອຸທິດຕົນຢ່າງເລິກຊຶ້ງ ຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ບໍ່ແມ່ນພຽງກັບສະຖານທີ່ ແລະ ຄວາມສວຍງາມຂອງພຣະວິຫານເທົ່ານັ້ນ.
ພັນທະຂັ້ນພື້ນຖານຂອງເຮົາໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າທີ່ຖືກຟື້ນຟູແມ່ນ (1) “ຈົ່ງຟັງທ່ານ!”24 ແລະ ໃຫ້ໃຈຂອງເຮົາປ່ຽນແປງຜ່ານທາງພັນທະສັນຍາ ແລະ ພິທີການ ແລະ (2) ເພື່ອຊື່ນຊົມຢ່າງເຕັມປ່ຽມກັບໜ້າທີ່ຮັບຜິດຊອບທີ່ໄດ້ຮັບມອບໝາຍ ໃນການສະເໜີມອບພອນຂອງພຣະວິຫານໃຫ້ແກ່ຄອບຄົວມະນຸດ ຢູ່ທັງສອງຟາກມ່ານ. ດ້ວຍການຊີ້ນຳ ແລະ ຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ, ເຮົາຈະສາມາດບັນລຸໜ້າທີ່ອັນສັກສິດເຫລົ່ານີ້ໄດ້ຢ່າງແນ່ນອນ.
ການສ້າງສາຊີໂອນ
ສາດສະດາ ໂຈເຊັບ ສະມິດ ໄດ້ປະກາດວ່າ:
“ການສ້າງສາຊີໂອນເປັນອຸດົມການທີ່ສ້າງຄວາມສົນໃຈຕໍ່ຜູ້ຄົນຂອງພຣະເຈົ້າໃນທຸກຍຸກທຸກສະໄໝ; ມັນເປັນຫົວຂໍ້ທີ່ບັນດາສາດສະດາ, ປະໂລຫິດ, ແລະ ກະສັດກ່າວເຖິງດ້ວຍຄວາມເບີກບານໃຈເປັນພິເສດ; ພວກເພິ່ນໄດ້ຕັ້ງຕາຄອຍວັນທີ່ເຮົາຈະມີຊີວິດຢູ່; ແລະ ຊື່ນຊົມຍິນດີຮ່ວມກັບສະຫວັນ, ຮ້ອງເພງ ແລະ ຂຽນ ແລະ ພະຍາກອນເຖິງວັນເວລານັ້ນຂອງເຮົາ; ແຕ່ພວກເພິ່ນໄດ້ຕາຍໄປກ່ອນໄດ້ເຫັນ; … ເພື່ອໃຫ້ເຮົາໄດ້ເຫັນ, ໄດ້ມີສ່ວນຮ່ວມ, ແລະ ຊ່ວຍໃຫ້ລັດສະໝີພາບຂອງຍຸກສຸດທ້າຍແຜ່ໄປຂ້າງໜ້າ.”25
“ຖານະປະໂລຫິດໃນສະຫວັນຈະເປັນໜຶ່ງກັບຖານະປະໂລຫິດໃນໂລກ, ເພື່ອໃຫ້ບັນລຸຈຸດປະສົງອັນຍິ່ງໃຫຍ່ເຫລົ່ານັ້ນ; … ວຽກງານຂອງພຣະເຈົ້າ ແລະ ເຫລົ່າທູດໄດ້ຈັບຕາເບິ່ງຄົນລຸ້ນກ່ອນໆດ້ວຍຄວາມພໍພຣະໄທ; ວຽກງານນັ້ນທີ່ກະຕຸ້ນຈິດວິນຍານຂອງບັນດາປິຕຸ ແລະ ສາດສະດາໃນສະໄໝບູຮານ; ວຽກງານທີ່ມຸ້ງໝາຍຈະກໍ່ໃຫ້ເກີດຄວາມພິນາດຂອງພະລັງແຫ່ງຄວາມມືດ, ການປ່ຽນໂສມຂອງໂລກ, ລັດສະໝີພາບຂອງພຣະເຈົ້າ, ແລະ ຄວາມລອດຂອງຄອບຄົວມະນຸດ.”26
ຂ້າພະເຈົ້າເປັນພະຍານຢ່າງໜັກແໜ້ນວ່າ ພຣະບິດາ ແລະ ພຣະບຸດໄດ້ມາປະກົດຕໍ່ໂຈເຊັບ ສະມິດ, ແລະ ເອລີຢາໄດ້ຟື້ນຟູສິດອຳນາດຂອງການຜະນຶກ. ພັນທະສັນຍາ ແລະ ພິທີການທີ່ສັກສິດຂອງພຣະວິຫານ ສາມາດໃຫ້ຄວາມເຂັ້ມແຂງແກ່ເຮົາ ແລະ ຊຳລະໃຈຂອງເຮົາໃຫ້ບໍລິສຸດ ເມື່ອເຮົາ “ຟັງທ່ານ!”27 ແລະ ຮັບເອົຳອຳນາດຂອງຄວາມເປັນເໝືອນດັ່ງພຣະເຈົ້າໃນຊີວິດຂອງເຮົາ. ແລະ ຂ້າພະເຈົ້າເປັນພະຍານວ່າ ວຽກງານໃນຍຸກສຸດທ້າຍນີ້ ຈະທຳລາຍພະລັງຂອງຄວາມມືດ ແລະ ນຳຄວາມລອດມາສູ່ຄອບຄົວມະນຸດ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ດ້ວຍຄວາມປິຕິຍິນດີ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.