ເອລີຢາ
ສາດສະດາໃນພຣະຄຳພີເດີມຜູ້ໄດ້ກັບຄືນມາໃນຍຸກສຸດທ້າຍເພື່ອມອບຂໍກະແຈແຫ່ງອຳນາດຂອງການຜະນຶກໃຫ້ແກ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ. ໃນວັນເວລາຂອງເພິ່ນ, ເອລີຢາໄດ້ປະຕິບັດສາດສະໜາກິດຢູ່ອານາຈັກພາກເໜືອຂອງອິດສະຣາເອນ (1 ກສ 17–22; 2 ກສ 1–2). ເພິ່ນມີສັດທາອັນຍິ່ງໃຫຍ່ໃນພຣະຜູ້ເປັນເຈົ້າ ແລະ ໄດ້ເຮັດສິ່ງມະຫັດສະຈັນຫລາຍຢ່າງ. ຕາມຄຳຂໍຮ້ອງຂອງເພິ່ນ, ພຣະເຈົ້າໄດ້ຢຸດຝົນເປັນເວລາສາມປີເຄິ່ງ. ເພິ່ນໄດ້ນຳເດັກນ້ອຍຜູ້ຊາຍຄົນໜຶ່ງໃຫ້ເປັນຄືນມາມີຊີວິດ ແລະ ໄດ້ເອີ້ນໄຟໃຫ້ລົງມາຈາກຟ້າສະຫວັນ (1 ກສ 17–18). ຊາວຢິວຍັງລໍຖ້າການກັບມາຂອງເອລີຢາຢູ່, ດັ່ງທີ່ມາລາກີໄດ້ທຳນາຍໄວ້ວ່າເພິ່ນຈະກັບມາ (ມລກ 4:5). ເພິ່ນຍັງເປັນແຂກຮັບເຊີນສະເໝີມາສຳລັບງານລ້ຽງປັດສະຄາຂອງຊາວຢິວຢູ່, ຊຶ່ງເຂົາເຈົ້າໄດ້ເປີດປະຕູຕ້ອນຮັບ ແລະ ຈັດຕັ່ງນັ່ງໄວ້ໃຫ້ເພິ່ນເປັນພິເສດ.
ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ ເອລີຢາມີອຳນາດແຫ່ງການຜະນຶກຂອງຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ໄດ້ເປັນສາດສະດາຄົນສຸດທ້າຍທີ່ເຮັດເຊັ່ນນັ້ນກ່ອນວັນເວລາຂອງພຣະເຢຊູຄຣິດ. ເພິ່ນໄດ້ມາປະກົດຢູ່ເທິງພູແຫ່ງການປ່ຽນສະພາບພ້ອມກັບໂມເຊ ແລະ ໄດ້ມອບຂໍກະແຈຂອງຖານະປະໂລຫິດໃຫ້ແກ່ເປໂຕ, ຢາໂກໂບ, ແລະ ໂຢຮັນ (ມທ 17:3). ເພິ່ນໄດ້ມາປະກົດອີກ, ພ້ອມດ້ວຍໂມເຊ ແລະ ຄົນອື່ນໆ, ໃນວັນທີ 3 ເດືອນເມສາ, 1836, ໃນພຣະວິຫານເຄີດແລນ ໂອໄຮໂອ ແລະ ໄດ້ມອບຂໍກະແຈອັນດຽວກັນນັ້ນໃຫ້ແກ່ ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ (ຄພ 110:13–16). ທຸກສິ່ງຢ່າງນີ້ແມ່ນເພື່ອຕຽມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ, ດັ່ງທີ່ມີກ່າວໄວ້ຢູ່ໃນມາລາກີ 4:5–6.
ອຳນາດຂອງເອລີຢາ ຄືອຳນາດແຫ່ງການຜະນຶກຂອງຖານະປະໂລຫິດ ຊຶ່ງໂດຍສິ່ງທີ່ຖືກຜູກມັດ ຫລື ການປ່ອຍໃນແຜ່ນດິນໂລກກໍຖືກຜູກມັດ ຫລື ປ່ອຍໃນສະຫວັນ (ຄພ 128:8–18). ຜູ້ຮັບໃຊ້ທີ່ຖືກເລືອກໄວ້ຂອງພຣະຜູ້ເປັນເຈົ້າຢູ່ເທິງແຜ່ນດິນໂລກໃນທຸກວັນນີ້ມີອຳນາດແຫ່ງການຜະນຶກນີ້ ແລະ ເຮັດພິທີການຊ່ວຍໃຫ້ລອດຂອງພຣະກິດຕິຄຸນສຳລັບຄົນເປັນ ແລະ ຄົນຕາຍ (ຄພ 128:8).