ໂທມາ
ໃນພຣະຄຳພີໃໝ່, ຜູ້ໜຶ່ງໃນກຸ່ມອັກຄະສາວົກສິບສອງດັ້ງເດີມຂອງພຣະຜູ້ຊ່ວຍໃຫ້ລອດ ລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ. (ມທ 10:2–3; ຢຮ 14:5). ຊື່ໃນພາສາກຣີກແມ່ນ ຝາແຝດ (ຢຮ 20:24–29; 21:2). ເຖິງແມ່ນວ່າໂທມາໄດ້ສົງໄສເລື່ອງການຟື້ນຄືນພຣະຊົນຂອງພຣະເຢຊູ ຈົນເຖິງຕອນທີ່ລາວໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດດ້ວຍຕົນເອງ, ແລ້ວບຸກຄະລິກລັກສະນະທີ່ເຂັ້ມແຂງຂອງລາວ ໄດ້ເຮັດໃຫ້ລາວເຕັມໃຈທີ່ຈະປະເຊີນກັບການຂົ່ມເຫັງ ແລະ ຄວາມຕາຍ ນຳພຣະຜູ້ເປັນເຈົ້າ (ຢຮ 11:16; 20:19–25).