ສິ່ງ​ຊ່ວຍ​ສຶກ​ສາ
ຊັດ​ຣາກ


ຊັດ​ຣາກ

ໃນ​ພຣະ​ຄຳ​ພີ​ເດີມ, ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ ເປັນ​ຊາຍ​ໜຸ່ມ​ຊາວ​ອິດ​ສະ​ຣາ​ເອນ​ສາມ​ຄົນ ຜູ້​ຊຶ່ງ​ພ້ອມ​ດ້ວຍ​ດາ​ນີ​ເອນ, ໄດ້​ຖືກ​ພາ​ໄປ​ຫາ​ວັງ​ຂອງ​ເນ​ບູ​ກາດ​ເນັດ​ຊາ, ກະ​ສັດ​ແຫ່ງ​ບາ​ບີ​ໂລນ. ຊື່​ເຮັບ​ເຣີ​ຂອງ​ຊັດ​ຣາກ​ແມ່ນ ຮາ​ນາ​ນີ​ຢາ. ຊາຍ​ໜຸ່ມ​ສີ່​ຄົນ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເຮັດ​ໃຫ້​ຕົນ​ເອງ​ເສື່ອມ​ເສຍ​ໂດຍ​ການ​ກິນ​ຊີ້ນ ແລະ ດື່ມ​ເຫລົ້າ​ອະ​ງຸ່ນ​ຂອງ​ກະ​ສັດ (ດນອ 1). ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ ຖືກ​ກະ​ສັດ​ສັ່ງ​ໃຫ້​ໂຍນ​ເຂົ້າ​ເຕົາ​ໄຟ​ຮ້ອນ ແຕ່​ພວກ​ເຂົາ​ໄດ້​ຖືກ​ຮັກ​ສາ​ໄວ້​ຢ່າງ​ມະ​ຫັດ​ສະ​ຈັນ (ດນອ 3).

ພິມ