ສິ່ງ​ຊ່ວຍ​ສຶກ​ສາ
ມານາ


ມານາ

ວັດ​ຖຸ​ກົມໆ​ກ້ອນ​ນ້ອຍໆ ມີ​ລົດ​ຊາດ​ຄື​ກັນ​ກັບ​ນ້ຳ​ເຜິ້ງ (ອພຍ 16:14–31) ຫລື ຄື​ກັນ​ກັບ​ນ້ຳ​ມັນ​ສົດ (ຈບຊ 11:7–8). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ໃຫ້ ເພື່ອ​ລ້ຽງ​ດູ​ລູກ​ຫລານ​ຂອງ​ອິດສະ​ຣາເອນ ລະຫວ່າງ​ສີ່​ສິບ​ປີ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ (ອພຍ 16:4–5, 14–30, 35; ຢຊ 5:12; 1 ນຟ 17:28).

ລູກ​ຫລານ​ຂອງ​ອິດສະ​ຣາເອນ​ເອີ້ນ​ມັນ​ວ່າ ມານາ (ຫລື ມາຮູ ໃນ​ພາ​ສາ​ເຮັບເຣີ)—ຊຶ່ງ​ໝາຍ​ຄວາມ​ວ່າ “ແມ່ນ​ຫຍັງ?”—​ເພາະ​ວ່າ​ພວກ​ເຂົາ​ບໍ່​ຮູ້​ວ່າ ມັນ​ແມ່ນ​ຫຍັງ (ອພຍ 16:15). ມັນ​ຍັງ​ຖືກ​ເອີ້ນ​ວ່າ “ອາຫານ​ເທບ” ແລະ “ອາຫານ​ທິບ​ຈາກ​ສະຫວັນ” (ພສສ 78:24–25; ຢຮ 6:31). ມັນ​ເປັນ​ເຄື່ອງ​ໝາຍ​ເຖິງ ພຣະ​ຄຣິດ, ຜູ້​ຊຶ່ງ​ຈະ​ເປັນ​ອາຫານ​ທິບ​ແຫ່ງ​ຊີ​ວິດ (ຢຮ 6:31–35).

ພິມ