ສິ່ງ​ຊ່ວຍ​ສຶກ​ສາ
ຂ່າວຄາວ


ຂ່າວຄາວ

ໜັງ​ສື​ສອງ​ເຫລັ້ມ​ໃນ​ພຣະ​ຄຳ​ພີ​ເດີມ. ທັງ​ສອງ​ເຫລັ້ມ​ໄດ້​ບອກ​ປະຫວັດ​ຫຍໍ້​ຂອງ​ເຫດ​ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ນັບ​ຕັ້ງ​ແຕ່​ການ​ສ້າງ​ຈົນ​ເຖິງ​ການ​ປະ​ກາດ​ຂອງ​ໄຊຣັດ​ອະ​ນຸ​ຍາດ​ໃຫ້​ຊາວ​ຢິວ​ກັບ​ຄືນ​ເຢຣູ​ຊາເລັມ.

ພຣະ​ທຳ​ຂ່າວ​ຄາວ​ທີ​ໜຶ່ງ

ບົດ​ທີ 1–9 ບອກ​ລຳ​ດັບ​ເຊື້ອ​ສາຍ​ຈາກ​ອາດາມ​ເຖິງ​ໂຊນ. ຂ່າວ​ຄາວ ບົດ​ທີ 10 ການ​ມໍ​ລະນະ​ກຳ​ຂອງ​ໂຊນ. ບົດ​ທີ 11–22 ເລົ່າ​ເຫດ​ການ​ກ່ຽວ​ພັນ​ກັບ​ການ​ປົກ​ຄອງ​ຂອງ​ດາວິດ. ບົດ​ທີ 23–27 ອະທິບາຍ​ວ່າໂຊ​ໂລ​ໂມນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ ຊາວ​ເລວີ​ໄດ້​ຖືກ​ຈັດ​ຕັ້ງ​ໃຫ້​ເປັນ​ລະບຽບ. ບົດ​ທີ 28 ອະ​ທິ​ບາຍ​ວ່າ ດາວິດ​ໄດ້​ບັນ​ຊາ​ໂຊ​ໂລ​ໂມນ​ໃຫ້​ສ້າງ​ພຣະ​ວິຫານ. ບົດ​ທີ 29 ບັນ​ທຶກ​ການ​ມໍ​ລະນະ​ກຳ​ຂອງ​ດາວິດ.

ພຣະ​ທຳ​ຂ່າວ​ຄາວ​ທີ​ສອງ

ບົດ​ທີ 1–9 ເລົ່າ​ເຫດ​ການ​ກ່ຽວ​ພັນ​ກັບ​ການ​ປົກ​ຄອງ​ຂອງ​ໂຊ​ໂລ​ໂມນ. ບົດ​ທີ 10–12 ບອກ​ເຖິງ​ການ​ປົກ​ຄອງ​ຂອງ​ເຣໂຮ​ໂບອາມ ລູກ​ຊາຍ​ຂອງໂຊ​ໂລ​ໂມນ, ລະຫວ່າງ​ອາ​ນາ​ຈັກ​ໃຫຍ່​ຂອງ​ອິດສະ​ຣາເອນ​ໄດ້​ຖືກ​ແຍກ​ອອກ​ເປັນ​ອາ​ນາ​ຈັກ​ພາກ​ເໜືອ ແລະ ອາ​ນາ​ຈັກ​ພາກ​ໃຕ້. ບົດ​ທີ 13–36 ບັນ​ຍາຍ​ເຖິງ​ການ​ປົກ​ຄອງ​ຂອງ​ກະສັດ​ອົງ​ຕ່າງໆ ຈົນ​ເຖິງ​ການ​ຍຶດ​ຄອງ​ອາ​ນາ​ຈັກ​ຂອງ​ຢູດາ​ໂດຍ​ເນບູ​ກາດ​ເນັດ​ສາ. ໜັງ​ສື​ມ້ວນ​ທ້າຍ​ດ້ວຍ​ຄຳ​ສັ່ງ​ຂອງ​ໄຊຣັດ​ວ່າ ລູກ​ຫລານ​ຂອງ​ຢູດາ​ທີ່​ເປັນ​ຊະ​ເລີຍ​ສາ​ມາດ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ.

ພິມ