ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ຟີ​ລິບ​ປອຍ, ສານ​ເຖິງ


ຊາວ​ຟີ​ລິບ​ປອຍ, ສານ​ເຖິງ

ຈົດ​ໝາຍ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃນ​ຟີ​ລິບ​ປອຍ ໃນ​ຂະນະ​ທີ່​ລາວ​ຕິດ​ຄຸກ​ຢູ່​ກຸງ​ໂຣມ ເທື່ອ​ທຳ​ອິດ. ຕອນ​ນີ້ ມັນ​ເປັນ​ພຣະ​ທຳ​ຟີ​ລິບ​ປອຍ ໃນ​ພຣະ​ຄຳ​ພີ​ໃໝ່.

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ແລະ ຄຳ​ແນະນຳ​ຂອງ​ລາວ​ກ່ຽວ​ກັບ​ຄວາມ​ເປັນ​ໜຶ່ງ, ຄວາມ​ອ່ອນ​ນ້ອມ, ແລະ ຄວາມ​ບາກ​ບັ່ນ. ບົດ​ທີ 2 ເນັ້ນ​ວ່າ ທຸກ​ຄົນ​ຈະ​ກົ້ມ​ຂາບ​ພຣະ​ຄຣິດ ແລະ ວ່າ​ແຕ່​ລະ​ຄົນ ຕ້ອງ​ເຮັດ​ວຽກ​ງານ​ຂອງ​ຄວາມ​ລອດ​ໃຫ້​ຕົນ​ເອງ. ໃນ ບົດ​ທີ 3, ໂປໂລ​ໄດ້​ອະ​ທິ​ບາຍ​ວ່າ ລາວ​ໄດ້​ເສຍ​ສະລະ​ທຸກ​ສິ່ງ​ເພື່ອ​ພຣະ​ຄຣິດ. ໃນ ບົດ​ທີ 4, ໂປໂລ​ໄດ້​ຂອບ​ໃຈ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊາວ​ຟີ​ລິບ​ປອຍ ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພວກ​ເຂົາ.

ພິມ