ສິ່ງ​ຊ່ວຍ​ສຶກ​ສາ
ໂຢ​ນາ


ໂຢ​ນາ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໃຫ້​ສັ່ງ​ສອນ​ເລື່ອງ​ການ​ກັບ​ໃຈ​ຢູ່​ເມືອງ​ນິ​ເນ​ເວ (ຢນ 1:1–2).

ພຣະ​ທຳ​ໂຢ​ນາ

ໜັງ​ສື​ໃນ​ພຣະ​ຄຳ​ພີ​ເດີມ ທີ່​ບອກ​ເຖິງ​ປະ​ສົບ​ການ​ໃນ​ຊີ​ວິດ​ຂອງ​ໂຢ​ນາ. ບາງ​ທີ​ໂຢ​ນາ​ບໍ່​ໄດ້​ຂຽນ​ປຶ້ມ​ດ້ວຍ​ຕົນ​ເອງ. ເນື້ອ​ໃນ​ສ່ວນ​ໃຫຍ່​ຂອງ​ພຣະ​ທຳ​ໂຢ​ນາ ແມ່ນ​ວ່າ​ພຣະ​ເຢ​ໂຮ​ວາ​ປົກ​ຄອງ​ໃນ​ທຸກ​ບ່ອນ ແລະ ບໍ່​ໄດ້​ຈຳ​ກັດ​ຄວາມ​ຮັກ​ຂອງ​ພຣະ​ອົງ​ກັບ​ປະ​ຊາ​ຊາດ​ໃດ ຫລື ບຸກ​ຄົນ​ໃດ.

ໃນ ບົດ​ທີ 1, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໂຢ​ນາ​ໃຫ້​ສັ່ງ​ສອນ​ຢູ່​ເມືອງ​ນິ​ເນ​ເວ. ແທນ​ທີ່​ຈະ​ເຮັດ​ຕາມ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ, ໂຢ​ນາ​ໄດ້​ໜີ​ຂຶ້ນ​ເຮືອ​ໄປ ແລະ ຖືກ​ປາ​ໃຫຍ່​ກືນ​ກິນ. ໃນ ບົດ​ທີ 2, ໂຢ​ນາ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ປາ​ໄດ້​ຄາຍ​ໂຢ​ນາ​ອອກ​ໄວ້​ເທິງ​ດິນ​ບ່ອນ​ແຫ້ງ. ບົດ​ທີ 3 ບັນ​ທຶກ​ວ່າ ໂຢ​ນາ​ໄດ້​ໄປ​ເມືອງ​ນິ​ເນ​ເວ ແລະ ໄດ້​ທຳ​ນາຍ​ກ່ຽວ​ກັບ​ການ​ຕົກ​ຂອງ​ມັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ຄົນ​ໄດ້​ກັບ​ໃຈ. ໃນ ບົດ​ທີ 4, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕິ​ຕຽນ​ໂຢ​ນາ​ທີ່​ໄດ້​ໃຈ​ຮ້າຍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ພຣະ​ອົງ​ໄດ້​ຊ່ວຍ​ເຫລືອ​ຜູ້​ຄົນ.

ພຣະ​ເຢ​ຊູ​ໄດ້​ສອນ​ວ່າ ການ​ທີ່​ໂຢ​ນາ​ໄດ້​ຖືກ​ປາ​ກືນ​ກິນ ໄດ້​ເປັນ​ສັນ​ຍາ​ລັກ​ບອກ​ເຫດ​ການ​ລ່ວງ​ໜ້າ​ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ນັ້ນ​ເອງ (ມທ 12:39–40; 16:4; ລກ 11:29–30).

ພິມ