ພຣະທຳ
ບັນທຶກ ຫລື ປະຈັກພະຍານສີ່ເຫລັ້ມເຖິງຊີວິດມະຕະຂອງພຣະເຢຊູ ແລະ ເຫດການຕ່າງໆກ່ຽວກັບການປະຕິບັດສາດສະໜາກິດຂອງພຣະອົງໃນໜັງສືສີ່ເຫລັ້ມທຳອິດຂອງພຣະຄຳພີໃໝ່. ໜັງສືທີ່ຂຽນໂດຍມັດທາຍ, ມາຣະໂກ, ລູກາ, ແລະ ໂຢຮັນ, ໄດ້ບັນທຶກການເປັນພະຍານເຖິງຊີວິດຂອງພຣະຄຣິດ. ໜັງສື 3 ນີໄຟ ຢູ່ໃນພຣະຄຳພີມໍມອນ ມີຄວາມຄ້າຍຄືກັນໃນຫລາຍວິທີທາງກັບພຣະທຳສີ່ເຫລັ້ມເຫລົ່ານີ້ໃນພຣະຄຳພີໃໝ່.
ຕົ້ນສະບັບຂອງໜັງສືຕ່າງໆໃນພຣະຄຳພີໃໝ່ຖືກຂຽນໃນພາສາກຣີກ. ຄຳວ່າ ພຣະກິດຕິຄຸນ ໃນພາສາກຣີກແປວ່າ “ຂ່າວປະເສີດ.” ຂ່າວປະເສີດນັ້ນຄື ພຣະເຢຊູຄຣິດໄດ້ຊົດໃຊ້ ຊຶ່ງຈະໄຖ່ມະນຸດຊາດທັງປວງຈາກຄວາມຕາຍ ແລະ ປະທານລາງວັນໃຫ້ແຕ່ລະຄົນຕາມວຽກງານຂອງເຂົາ (ຢຮ 3:16; ຣມ 5:10–11; 2 ນຟ 9:26; ແອວ 34:9; ຄພ 76:69).
ເບິ່ງ ຄວາມກົມກຽວຂອງພຣະກິດຕິຄຸນໃນພາກຫ້ອຍທ້າຍນຳອີກ