ສິ່ງ​ຊ່ວຍ​ສຶກ​ສາ
ຟີລິດ​ສະຕິນ


ຟີລິດ​ສະຕິນ

ໃນ​ພຣະ​ຄຳ​ພີ​ເດີມ, ເຜົ່າ​ໜຶ່ງ​ທີ່​ດັ້ງ​ເດີມ​ມາ​ຈາກ​ເກາະ​ກາຟະ​ໂຕ (ອມ 9:7) ແລະ ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ດິນ​ແດນ​ທີ່​ອຸ​ດົມ​ສົມ​ບູນ ຢູ່​ບ່ອນ​ລຸ່ມ​ຕາມ​ຝັ່ງ​ແມ່​ນ້ຳ​ເມດີ​ແຕຣາເນ ຈາກ​ຢົບ​ປາ ເຖິງ ທະເລ​ຊາຍ​ຂອງ​ປະເທດ​ເອຢິບ ກ່ອນ​ສະ​ໄໝ​ຂອງ​ອັບ​ຣາ​ຮາມ (ປຖກ 21:32). ເປັນ​ເວລາ​ຫລາຍ​ປີທີ່​ມີ​ສົງຄາມ​ລະຫວ່າງ​ຊາວ​ຟີລິດ​ສະຕິນ ແລະ ຊາວ​ອິດສະ​ຣາເອນ. ໃນ​ທີ່​ສຸດ ຟີລິດ​ສະຕິນ, ຊື່​ຂອງ​ອະນາ​ເຂດ​ຂອງ​ຟີລິດ​ສະຕິນ, ໄດ້​ກາຍ​ເປັນ​ຊື່​ທີ່​ຮູ້ຈັກ​ກັນ​ດີ ສຳ​ລັບ​ແຜ່ນ​ດິນ​ທີ່​ສັກ​ສິດ​ທັງ​ໝົດ.

ພິມ