ສິ່ງ​ຊ່ວຍ​ສຶກ​ສາ
ເສຟານີຢາ


ເສຟານີຢາ

ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ລະຫວ່າງ​ການ​ປົກ​ຄອງ​ຂອງ​ໂຈໄຊຢາ (639–608 ປີ ກ່ອນ ຄ.ສ.).

ພຣະ​ທຳ​ເສຟານີຢາ

ບົດ​ທີ 1 ກ່າວ​ເຖິງ​ວັນ​ທີ່​ຈະ​ມາ​ເຖິງ ທີ່​ຈະ​ເຕັມ​ໄປ​ດ້ວຍ​ພຣະ​ພິ​ໂລດ ແລະ ບັນ​ຫາ. ບົດ​ທີ 2 ຕັກ​ເຕືອນ​ຜູ້​ຄົນ​ຂອງ​ອິດສະ​ຣາເອນ ໃຫ້​ສະແຫວງ​ຫາ​ຄວາມ​ຊອບ​ທຳ ແລະ ຄວາມ​ອ່ອນ​ໂຍນ. ບົດ​ທີ 3 ບອກ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ເມື່ອ​ປະ​ຊາ​ຊາດ​ທັງ​ປວງ​ຈະ​ມາ​ໂຮມ​ກັນ​ເພື່ອ​ເຮັດ​ເສິກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ຄອງ​ໃນ​ທ່າມ​ກາງ​ພວກ​ເຂົາ.

ພິມ