ຄາລະວະ, ຄວາມຄາລະວະ ເບິ່ງ ຢ້ານກົວ, ຄວາມຢ້ານກົວ; ໃຫ້ກຽດ ນຳອີກ ຄວາມນັບຖືທີ່ເລິກຊຶ້ງຕໍ່ສິ່ງທີ່ສັກສິດ; ຄວາມປະຫລາດໃຈ. ພຣະຜູ້ເປັນເຈົ້າໄດ້ບັນຊາໂມເຊໃຫ້ຖອດເກີບອອກ, ເພາະວ່າເພິ່ນກຳລັງຢືນຢູ່ທີ່ບ່ອນສັກສິດ, ອພຍ 3:4–5. ພຣະເຈົ້າເປັນທີ່ຢ້ານກົວ ແລະ ເກງກົວສຸດຂີດ, ພສສ 89:7. ບົວລະບັດພຣະເຈົ້າດ້ວຍຄວາມເຄົາລົບຢຳເກງ, ຮຣ 12:28. ໂມໂຣໄນກົ້ມຂາບລົງພື້ນດິນ, ແລະ ອະທິຖານຢ່າງສຸດກຳລັງ, ແອວ 46:13. ຝູງຊົນກໍໄດ້ລົ້ມລົງຢູ່ກັບພື້ນດິນ ແລະ ໄດ້ນະມັດສະການພຣະຄຣິດ, 3 ນຟ 11:12–19. ກົ້ມຂາບລົງຕໍ່ໜ້າເຮົາ, ຄພ 5:24. ທຸກສິ່ງກົ້ມຂາບລົງຢ່າງຖ່ອມຕົວດ້ວຍຄວາມຄາລະວະຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ຄພ 76:93. ຈິດໃຈຂອງພວກເຈົ້າຖືກເຮັດໃຫ້ມືດມົນ ເພາະພວກເຈົ້າໄດ້ເຮັດຫລິ້ນໆກັບສິ່ງທີ່ພວກເຈົ້າໄດ້ຮັບ, ຄພ 84:54–57. ທຸກຫົວເຂົ່າຈະຄຸລົງ ແລະ ທຸກລີ້ນຈະສາລະພາບ, ຄພ 88:104. ເນື່ອງຈາກຄວາມນັບຖື ຫລື ຄວາມຄາລະວະຕໍ່ພຣະນາມຂອງພຣະຜູ້ສູງສຸດ, ສາດສະໜາຈັກຈຶ່ງໄດ້ເອີ້ນຖານະປະໂລຫິດນັ້ນຕາມເມນຄີເສເດັກ, ຄພ 107:4. ພອນຈະຖືກຖອກເທລົງມາເທິງຄົນທີ່ນອບນ້ອມຄາລະວະພຣະຜູ້ເປັນເຈົ້າຢູ່ໃນບ້ານຂອງພຣະອົງ, ຄພ 109:21.