ເລືອດ, ໂລຫິດ
ຊາວອິດສະຣາເອນໃນສະໄໝບູຮານ ແລະ ຫລາຍວັດທະນະທຳໃນປະຈຸບັນຖືວ່າເປັນຈຸດໃຈກາງຂອງຊີວິດຫລື ເປັນພະລັງທີ່ສຳຄັນຂອງເນື້ອໜັງທັງປວງ. ໃນສະໄໝຂອງພຣະຄຳພີເດີມ ພຣະຜູ້ເປັນເຈົ້າໄດ້ສັ່ງຫ້າມຊາວອິດສະຣາເອນບໍ່ໃຫ້ກິນເລືອດເປັນອາຫານ (ລລວ 3:17; 7:26–27; 17:10–14).
ອຳນາດການຊົດໃຊ້ຂອງການເສຍສະລະແມ່ນຢູ່ທີ່ໂລຫິດ ເພາະວ່າໂລຫິດຖືເປັນສິ່ງຈຳເປັນຕໍ່ຊີວິດ. ການຖວາຍສັດໃນພຣະຄຳພີເດີມເປັນສັນຍາລັກຂອງການເສຍສະລະອັນຍິ່ງໃຫຍ່ ຊຶ່ງໄດ້ເຮັດໂດຍພຣະເຢຊູຄຣິດ (ລລວ 17:11; ມຊ 5:5–7). ໂລຫິດທີ່ເປັນການຊົດໃຊ້ຂອງພຣະເຢຊູຄຣິດ ໄດ້ຊຳລະລ້າງຄົນທີ່ກັບໃຈຈາກບາບ (1 ຢຮ 1:7).