ສິ່ງ​ຊ່ວຍ​ສຶກ​ສາ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ


ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

ການ​ມາ​ປະ​ກົດ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ.

ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ມີ​ອາ​ຍຸ​ໄດ້​ສິບ​ຫ້າ​ປີ. ເພິ່ນ​ໄດ້​ອາ​ໄສ​ຢູ່​ກັບ​ຄອບ​ຄົວ​ຂອງ​ເພິ່ນ​ຢູ່​ໃນ​ເມືອງ​ພາ​ໄມ​ຣາ, ລັດ​ນິວ​ຢອກ. ຢູ່​ທາງ​ຕາ​ເວັນ​ຕົກ​ບໍ່​ໄກ​ຈາກ​ເຮືອນ ມີ​ປ່າ​ໃຫຍ່​ຢູ່​ແຫ່ງ​ໜຶ່ງ. ໂຈ​ເຊັບ​ໄດ້​ໄປ​ຫາ​ບ່ອນ​ນັ້ນ ເພື່ອ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ ຢາກ​ຮູ້​ວ່າ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ຖືກ​ຕ້ອງ. ເພິ່ນ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ໃນ​ຂະ​ນະ​ທີ່​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ວ່າ​ເພິ່ນ​ຕ້ອງ​ສະ​ແຫວງ​ຫາ​ຄຳ​ຕອບ​ຈາກ​ພຣະ​ເຈົ້າ (ຢກບ 1:5–6). ໃນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ, ພຣະ​ບິ​ດາ ແລະ ພຣະ​ບຸດ ໄດ້​ປະ​ກົດ​ຕໍ່​ເພິ່ນ ແລະ ໄດ້​ບອກ​ເພິ່ນ​ບໍ່​ໃຫ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ເລີຍ​ຢູ່​ເທິງ​ໂລກ​ໃນ​ຕອນ​ນັ້ນ, ເພາະ​ທຸກ​ແຫ່ງ​ບໍ່​ຖືກ​ຕ້ອງ (ຈສ—ປ 1:15–20). ປະສົບ​ການ​ທີ່​ສັກ​ສິດ​ນີ້​ໄດ້​ເລີ່ມ​ຕົ້ນ​ເຫດ​ການ​ທີ່​ຕິດ​ຕໍ່​ກັນ ຊຶ່ງ​ໄດ້​ນຳ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ​ມາ​ໃຫ້.

ພິມ