ເລວີ
ໃນພຣະຄຳພີເດີມ, ລູກຊາຍຄົນທີສາມຂອງຢາໂຄບ ແລະ ເລອາ (ປຖກ 29:34; 35:23). ເລວີໄດ້ກາຍເປັນບິດາຂອງເຜົ່າຕ່າງໆຂອງອິດສະຣາເອນ.
ເຜົ່າຂອງເລວີ
ຢາໂຄບໄດ້ອວຍພອນເລວີ ແລະ ລູກຫລານຂອງລາວ (ປຖກ 49:5–7, 28). ລູກຫລານຂອງເລວີ ໄດ້ປະຕິບັດສາດສະໜາກິດໃນຕຶກນະມັດສະການຂອງອິດສະຣາເອນ (ຈບຊ 1:47–54). ອາໂຣນເປັນຊາວເລວີ, ແລະ ລູກຫລານຂອງລາວກໍເປັນປະໂລຫິດ (ອພຍ 6:16–20; 28:1–4; 29). ຊາວເລວີໄດ້ຮັບໃຊ້ປະໂລຫິດ, ລູກຫລານຂອງອາໂຣນ (ຈບຊ 3:5–10; 1 ກສ 8:4). ບາງເທື່ອພວກເຂົາໄດ້ເປັນຄົນຫລິ້ນດົນຕີ (1 ຂຄ 15:16; ນມຢ 11:22); ໄດ້ຂ້າສັດຖວາຍ (2 ຂຄ 29:34; ອຊຣ 6:20); ແລະ ໂດຍທົ່ວໄປແລ້ວ ໄດ້ຮັບໃຊ້ຢູ່ໃນພຣະວິຫານ (ນມຢ 11:16). ຊາວເລວີໄດ້ອຸທິດຕົນເພື່ອຮັບໃຊ້ພຣະຜູ້ເປັນເຈົ້າ ເພື່ອດຳເນີນພິທີການໃຫ້ແກ່ລູກຫລານຂອງອິດສະຣາເອນ. ຊາວເລວີເອງກໍໄດ້ຖວາຍເພື່ອລູກຫລານຂອງອິດສະຣາເອນ (ຈບຊ 8:11–22); ດັ່ງນັ້ນ ພວກເຂົາຈຶ່ງເປັນກຳມະສິດພິເສດຂອງພຣະເຈົ້າ, ຖືກມອບໃຫ້ພຣະອົງແທນການເປັນລູກຫົວປີ (ຈບຊ 8:16). ພວກເຂົາບໍ່ໄດ້ຖືກແຕ່ງຕັ້ງ ແຕ່ໄດ້ຖືກເຮັດໃຫ້ສະອາດສຳລັບໜ້າທີ່ຂອງພວກເຂົາ (ຈບຊ 8:7–16). ພວກເຂົາບໍ່ມີແຜ່ນດິນເປັນມູນມໍລະດົກ ໃນການາອານ (ຈບຊ 18:23–24), ແຕ່ພວກເຂົາໄດ້ຮັບສ່ວນສິບ (ຈບຊ 18:21), ສີ່ສິບແປດເມືອງ (ຈບຊ 35:6), ແລະ ສິດທີ່ຈະຮັບການໃຫ້ທານຈາກຜູ້ຄົນໃນເວລາມີງານ (ພບຍ 12:18–19; 14:27–29).