ດານີເອນ
ຜູ້ສຳຄັນໃນພຣະທຳດານີເອນໃນພຣະຄຳພີເດີມ; ສາດສະດາຂອງພຣະເຈົ້າ ແລະ ເປັນຜູ້ທີ່ມີສັດທາອັນຍິ່ງໃຫຍ່.
ບໍ່ມີໃຜຮູ້ກ່ຽວກັບພໍ່ແມ່ຂອງລາວ, ເຖິງແມ່ນລາວປະກົດວ່າມາຈາກເຊື້ອສາຍຂອງກະສັດ (ດນອ 1:3). ລາວໄດ້ຖືກຈັບໄປຫາບາບີໂລນ, ບ່ອນທີ່ລາວໄດ້ຊື່ໃໝ່ວ່າ ເບັນເຕຊັດຊາເຣ (ດນອ 1:6–7). ດານີເອນ ແລະ ອີກສາມຄົນທີ່ຖືກຈັບໄປກໍໄດ້ປະຕິເສດອາຫານຂອງກະສັດທີ່ກ່ຽວພັນເລື່ອງສາດສະໜາ (ດນອ 1:8–16).
ດານີເອນເປັນທີ່ມັກຊອບຂອງເນບູກາດເນັດຊາ ແລະ ດາຣີອຸດ ເພາະການແປຄວາມຝັນຂອງລາວ (ດນອ 2; 4; 6). ລາວຍັງໄດ້ອ່ານ ແລະ ແປຖ້ອຍຄຳທີ່ຂຽນໄວ້ຢູ່ເທິງຝາ (ດນອ 5). ສັດຕູຂອງລາວໄດ້ວາງແຜນກຳຈັດລາວ, ແລະ ລາວໄດ້ຖືກໂຍນເຂົ້າຖ້ຳສິງ, ແຕ່ພຣະຜູ້ເປັນເຈົ້າໄດ້ຮັກສາຊີວິດຂອງລາວໄວ້ (ດນອ 6).
ພຣະທຳດານີເອນ
ໜັງສືເຫລັ້ມນີ້ມີຢູ່ດ້ວຍກັນສອງພາກ: ບົດທີ 1–6 ເປັນເລື່ອງລາວກ່ຽວກັບດານີເອນ ແລະ ເພື່ອນສາມຄົນຂອງລາວ; ບົດທີ 7–12 ເປັນຄຳທຳນາຍກ່ຽວກັບສິ່ງທີ່ດານີເອນໄດ້ເຫັນ. ໜັງສືສິດສອນເຖິງຄວາມສຳຄັນຂອງການຊື່ສັດຕໍ່ພຣະເຈົ້າ ແລະ ສະແດງວ່າພຣະຜູ້ເປັນເຈົ້າອວຍພອນຄົນທີ່ຊື່ສັດ.
ສ່ວນໃຫຍ່ໃນປຶ້ມແມ່ນການແປຄວາມຝັນຂອງກະສັດເນບູກາດເນັດຊາ. ໃນຄວາມຝັນ, ອານາຈັກຂອງພຣະເຈົ້າໃນຍຸກສຸດທ້າຍ ໄດ້ຖືກປຽບທຽບໃສ່ກັບຫີນທີ່ຖືກຕັດອອກມາຈາກພູ. ຫີນນັ້ນຈະກິ້ງລົງໄປຈົນເຕັມທົ່ວແຜ່ນດິນໂລກ (ດນອ 2; ເບິ່ງ ຄພ 65:2 ນຳອີກ).