ສິ່ງ​ຊ່ວຍ​ສຶກ​ສາ
ອັດ​ຊີ​ເຣຍ


ອັດ​ຊີ​ເຣຍ

ຈັກ​ກະ​ພົບ​ໃນ​ສະ​ໄໝ​ບູ​ຮານ, ພ້ອມ​ດ້ວຍ​ບາ​ບີ​ໂລນ​ຄູ່​ແຂ່ງ​ຂອງ​ຈັກ​ກະ​ພັດ, ປົກ​ຄອງ​ແຂວງ​ເກົ່າ​ແກ່​ຢ່າງ​ຫລວງ​ຫລາຍ​ຂອງ​ຊີ​ເຣຍ ແລະ ຟີ​ລິດ​ສະ​ຕິນ​ຕະ​ຫລອດ​ເກືອບ​ທຸກ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ. ເຖິງ​ແມ່ນ​ວ່າ​ຊາວ​ອັດ​ເຊ​ເຣຍ​ໄດ້​ເປັນ​ພະ​ລັງ​ອັນ​ສຳ​ຄັນ​ນັບ​ແຕ່​ກາງ​ສັດ​ຕະ​ວັດ​ທີ 12 ກ່ອນ ຄ.ສ. ຈົນ​ເຖິງ​ປາຍ​ສັດ​ຕະ​ວັດ​ທີ 7 ກ່ອນ ຄ.ສ., ແຕ່​ພວກ​ເຂົາ​ກໍ​ຍັງ​ບໍ່​ສາ​ມາດ​ສ້າງ​ໂຄງ​ຮ່າງ​ທາງ​ການ​ເມືອງ​ທີ່​ໝັ້ນ​ຄົງ​ໄດ້. ພວກ​ເຂົາ​ປົກ​ຄອງ​ດ້ວຍ​ວິ​ທີ​ຂົ່ມ​ເຫັງ, ປາບ​ສັດ​ຕູ​ດ້ວຍ​ໄຟ ແລະ ດາບ ຫລື ຕັດ​ກຳ​ລັງ​ຂອງ​ພວກ​ເຂົາ​ດ້ວຍ​ການ​ຍ້າຍ​ພົນ​ລະ​ເມືອງ​ຢ່າງ​ຫລວງ​ຫລາຍ​ໄປ​ຫາ​ສ່ວນ​ອື່ນໆ​ຂອງ​ຈັກ​ກະ​ພົບ​ຂອງ​ພວກ​ເຂົາ. ປະ​ຊາ​ຊົນ​ທີ່​ຢູ່​ໃຕ້​ກົດ​ບັງ​ຄັບ​ຂອງ​ຊາວ​ອັດ​ຊີ​ເຣຍ ໄດ້​ຕໍ່​ສູ້​ກັບ​ຈັກ​ກະ​ພົບ​ຢູ່​ເລື້ອຍໆ. (ເບິ່ງ 2 ກສ 18–19; 2 ຂຄ 32; ອຊຢ 7:17–20; 10; 19; 37.)

ພິມ