ມີບຸກຄົນຢູ່ສອງແບບໃນສະຫວັນທີ່ເອີ້ນວ່າທູດ: ຜູ້ທີ່ເປັນວິນຍານ ແລະ ຜູ້ທີ່ມີຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ. ທູດທີ່ເປັນວິນຍານຍັງບໍ່ໄດ້ຮັບຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ, ຫລື ເຂົາເຈົ້າເປັນວິນຍານ ຜູ້ເຄີຍມີຮ່າງກາຍມະຕະ ແລະ ຕອນນີ້ພວມລໍຖ້າການຟື້ນຄືນຊີວິດ. ທູດທີ່ມີຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ ແມ່ນຜູ້ທີ່ໄດ້ເປັນຄືນມາມີຊີວິດ ຫລື ໄດ້ປ່ຽນສະພາບແລ້ວ.
ມີແຫລ່ງອ້າງອີງຫລາຍບ່ອນຢູ່ໃນພຣະຄຳພີເຖິງວຽກງານຂອງເຫລົ່າທູດ. ບາງເທື່ອທູດກ່າວດ້ວຍສຽງຟ້າຮ້ອງ ໃນຂະນະທີ່ເຂົາເຈົ້າກ່າວຂ່າວສານຂອງພຣະເຈົ້າ (ມຊຢ 27:11–16). ຜູ້ຊາຍມະຕະທີ່ຊອບທຳກໍຖືກເອີ້ນວ່າທູດຄືກັນ (ປຈສ, ປຖກ 19:15 [ພາກຫ້ອຍທ້າຍ]). ທູດບາງອົງຮັບໃຊ້ຢູ່ອ້ອມຮອບພຣະທີ່ນັ່ງຂອງພຣະເຈົ້າໃນສະຫວັນ (ແອວ 36:22).
ຂໍ້ພຣະຄຳພີກໍໄດ້ກ່າວເຖິງບໍລິວານຂອງມານຄືກັນ. ນີ້ຄືວິນຍານທີ່ຕິດຕາມລູຊິເຟີ ແລະ ຖືກຂັບໄລ່ອອກຈາກທີ່ປະທັບຂອງພຣະເຈົ້າໃນຊີວິດກ່ອນມະຕະ ແລະ ຖືກໂຍນລົງສູ່ໂລກ (ພນມ 12:1–9; 2 ນຟ 9:9, 16; ຄພ 29:36–37).