ສິ່ງ​ຊ່ວຍ​ສຶກ​ສາ
ຮັກ​ກາຍ


ຮັກ​ກາຍ

ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ທຳ​ນາຍ​ປະ​ມານ 520 ປີ ກ່ອນ ຄ.ສ. ໃນ​ເຢ​ຣູ​ຊາ​ເລັມ, ບໍ່​ດົນ​ຫລັງ​ຈາກ​ຊາວ​ຢິວ​ໄດ້​ກັບ​ຄືນ​ມາ​ຈາກ​ການ​ເນ​ລະ​ເທດ​ໄປ​ບາ​ບີ​ໂລນ (ອຊຣ 5:1; 6:14). ເພິ່ນ​ໄດ້​ກ່າວ​ເຖິງ​ການ​ສ້ອມ​ແປງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ໃໝ່​ໃນ​ເຢ​ຣູ​ຊາ​ເລັມ ແລະ ຕຳ​ນິ​ຜູ້​ຄົນ ເພາະ​ວ່າ​ມັນ​ຍັງ​ບໍ່​ສຳ​ເລັດ​ເທື່ອ. ເພິ່ນ​ຍັງ​ໄດ້​ຂຽນ​ເຖິງ​ພຣະ​ວິ​ຫານ​ໃນ​ໄລ​ຍະ​ພັນ​ປີ ແລະ ການ​ປົກ​ຄອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ທຳ​ຮັກ​ກາຍ

ໃນບົດ​ທີ 1 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕິ​ຕຽນ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ສຳ​ເລັດ​ຂອງ​ເຂົາ​ເຈົ້າ ແຕ່​ພຣະ​ວິ​ຫານ​ຍັງ​ບໍ່​ສຳ​ເລັດ​ເທື່ອ. ບົດ​ທີ 2 ບັນ​ທຶກ​ຄຳ​ທຳ​ນາຍ​ຂອງ​ຮັກ​ກາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ​ຄວາມ​ສະ​ຫງົບ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ.

ພິມ