ໂຮຊັນນາ
ຈາກຄຳເຮັບເຣີ ມັນໝາຍຄວາມວ່າ “ຂໍໃຫ້ຊ່ວຍເຫລືອພວກເຮົາແດ່ທ້ອນ” ແລະ ຖືກໃຊ້ເປັນຄຳສັນລະເສີນ ແລະ ຄຳອ້ອນວອນ.
ໃນງານລ້ຽງສະຫລອງສະຖານທີ່ນະມັດສະການ, ຊຶ່ງສະເຫລີມສະຫລອງທີ່ພຣະຜູ້ເປັນເຈົ້າໄດ້ນຳພາຊາວອິດສະຣາເອນເຂົ້າໄປຫາແຜ່ນດິນແຫ່ງຄຳສັນຍາ, ຜູ້ຄົນໄດ້ກ່າວຖ້ອຍຄຳໃນ ເພງສັນລະເສີນ 118 ແລະ ໄດ້ແກວ່ງກ້ານຕານ. ໃນຕອນພຣະຜູ້ເປັນເຈົ້າໄດ້ເຂົ້າໄປໃນເຢຣູຊາເລັມຢ່າງຜູ້ມີໄຊ, ຝູງຊົນໄດ້ຮ້ອງໂຮວ່າ “ໂຮຊັນນາ” ແລະ ໄດ້ວາງກ້ານຕານປູທາງໃຫ້ພຣະເຢຊູເດີນໄປ, ເພື່ອເປັນການສະແດງເຖິງຄວາມເຂົ້າໃຈຂອງເຂົາເຈົ້າວ່າ ພຣະເຢຊູເປັນພຣະຜູ້ເປັນເຈົ້າອົງດຽວທີ່ໄດ້ປົດປ່ອຍຊາວອິດສະຣາເອນໃນສະໄໝບູຮານ (ພສສ 118:25–26; ມທ 21:9, 15; ມຣກ 11:9–10; ຢຮ 12:13). ຜູ້ຄົນເຫລົ່ານີ້ໄດ້ຮັບຮູ້ພຣະຄຣິດວ່າເປັນພຣະເມຊີອາທີ່ເຂົາເຈົ້າໄດ້ລໍຖ້າມາເປັນເວລາດົນນານ. ຄຳວ່າ ໂຮຊັນນາ ໄດ້ກາຍເປັນການສະເຫລີມສະຫລອງຂອງພຣະເມຊີອາ ໃນທຸກຍຸກທຸກສະໄໝ (1 ນຟ 11:6; 3 ນຟ 11:14–17). ມີການໂຮຮ້ອງ ໂຮຊັນນາ ຕອນອຸທິດພຣະວິຫານເຄີດແລນ (ຄພ 109:79) ແລະ ບັດນີ້ ມັນກໍເປັນພາກສ່ວນໜຶ່ງໃນການອຸທິດພຣະວິຫານໃນປະຈຸບັນ.