ສິ່ງ​ຊ່ວຍ​ສຶກ​ສາ
ຢາ​ໂກ​ໂບ, ນ້ອງ​ຊາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ


ຢາ​ໂກ​ໂບ, ນ້ອງ​ຊາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ໃນ​ພຣະ​ຄຳ​ພີ​ໃໝ່, ນ້ອງ​ຊາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຄລຕ 1:19) ແລະ ເປັນ​ອ້າຍ​ຂອງ​ໂຢເຊັບ, ຊີ​ໂມນ, ຢູ​ດາ ແລະ ນ້ອງ​ສາວ​ຫລາຍ​ຄົນ (ມທ 13:55–56; ມຣກ 6:3; ຢູດາ 1:1). ລາວ​ຍັງ​ເປັນ​ທີ່​ຮູ້ຈັກ​ອີກ​ວ່າ ເປັນ​ຢາ​ໂກ​ໂບ​ຜູ້​ທີ່​ທ່ຽງ​ທຳ ແລະ ມີ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ໃນ​ເຢຣູ​ຊາເລັມ (ກຈກ 12:17; 15:13; 1 ກຣທ 15:7; ຄລຕ 2:9–12). ບາງ​ທີ​ລາວ​ໄດ້​ເປັນ​ຜູ້​ຂຽນ​ສານ​ຂອງ​ຢາ​ໂກ​ໂບ.

ສານ​ຂອງ​ຢາ​ໂກ​ໂບ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ໃໝ່. ສະບັບ​ຕົ້ນ​ແມ່ນ​ເປັນ​ຈົດ​ໝາຍ​ທີ່​ຂຽນ​ເຖິງ​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ​ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ ແລະ ບາງ​ທີ​ອາດ​ຖືກ​ຂຽນ​ຈາກ​ເຢຣູ​ຊາເລັມ. ສານ​ນີ້​ບັນ​ຈຸ​ຄວາມ​ແຈ່ມ​ແຈ້ງ​ບາງ​ຢ່າງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ທາງ​ສາດ​ສະ​ໜາ, ລວມ​ທັງ​ຄວາມ​ສຳ​ຄັນ​ຂອງ​ຄຳ​ແນະນຳ​ໃນ ບົດ​ທີ 1 ທີ່​ວ່າ​ຖ້າ​ຫາກ​ຄົນ​ໃດ​ຂາດ​ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຄົນ​ນັ້ນ​ທູນ​ຖາມ​ພຣະ​ເຈົ້າ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ (ຢກບ 1:5–6; ຈສ—ປ 1:9–20). ບົດ​ທີ 2 ກ່ຽວ​ຂ້ອງ​ກັບ​ສັດທາ ແລະ ວຽກ​ງານ. ບົດ​ທີ 3–4 ກ່າວ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ບັງ​ຄັບ​ລີ້ນ ແລະ ຕັກ​ເຕືອນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ບໍ່​ໃຫ້​ກ່າວ​ຄຳ​ບໍ່​ດີ​ຕໍ່​ກັນ. ບົດ​ທີ 5 ໄດ້​ຊຸກ​ຍູ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ມີ​ຄວາມ​ອົດ​ທົນ ແລະ ທີ່​ຈະ​ເອີ້ນ​ແອວເດີ​ເພື່ອ​ໃຫ້​ພອນ​ແກ່​ຄົນ​ເຈັບ​ປ່ວຍ; ມັນ​ຍັງ​ສິດ​ສອນ​ອີກ​ເຖິງ​ພອນ​ເລື່ອງ​ການ​ຊ່ວຍ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄົນ​ອື່ນໆ.

ພິມ