ໂຢບ
ໃນພຣະຄຳພີເດີມ, ຊາຍທີ່ຊອບທຳຄົນໜຶ່ງຜູ້ໄດ້ຮັບທຸກທໍລະມານຢ່າງແສນສາຫັດ ແຕ່ຍັງຊື່ສັດຕໍ່ຄວາມເຊື່ອຂອງເພິ່ນໃນພຣະເຈົ້າຢູ່. ເລື່ອງລາວຂອງເພິ່ນຖືກບອກໄວ້ຢູ່ໃນພຣະທຳໂຢບ.
ພຣະທຳໂຢບ
ເຖິງແມ່ນວ່າໜັງສືນີ້ແມ່ນກ່ຽວກັບຄວາມທຸກທໍລະມານຂອງໂຢບ, ແຕ່ມັນກໍບໍ່ໄດ້ຕອບຄຳຖາມທັງໝົດວ່າເປັນຫຍັງໂຢບ (ຫລື ຄົນອື່ນໆ) ທົນທຸກທໍລະມານກັບຄວາມເຈັບປວດ ແລະ ການສູນເສຍຄອບຄົວ ແລະ ຊັບສົມບັດຂອງເພິ່ນໄປ. ໜັງສືບອກໄວ້ວ່າ ການມີຄວາມທຸກທໍລະມານບໍ່ໄດ້ໝາຍຄວາມວ່າ ບຸກຄົນດັ່ງກ່າວໄດ້ເຮັດບາບ. ພຣະຜູ້ເປັນເຈົ້າອາດໃຊ້ຄວາມທຸກທໍລະມານເພື່ອເປັນປະສົບການ, ໃຫ້ມີລະບຽບວິໄນ, ແລະ ເພື່ອແນະນຳ ເຊັ່ນດຽວກັບການລົງໂທດ (ຄພ 122).
ໜັງສືເຫລັ້ມນີ້ແຍກອອກເປັນສີ່ພາກສ່ວນດ້ວຍກັນ. ບົດທີ 1–2 ເປັນຄຳນຳເຂົ້າສູ່ເລື່ອງ. ບົດທີ 3–31 ເລື່ອງລາວຕໍ່ເນື່ອງກ່ຽວກັບການສົນທະນາກັນລະຫວ່າງໂຢບ ແລະ ໝູ່ເພື່ອນສາມຄົນຂອງເພິ່ນ. ບົດທີ 32–37 ບັນຈຸຖ້ອຍຄຳຂອງເອລີຮູ, ເພື່ອນຄົນທີສີ່, ຜູ້ໄດ້ປະນາມໂຢບດ້ວຍເຫດຜົນຢ່າງອື່ນ ທີ່ນອກເໜືອໄປຈາກເຫດຜົນຂອງໝູ່ເພື່ອນສາມຄົນທຳອິດ. ບົດທີ 38–42 ລົງທ້າຍໜັງສືດ້ວຍການໃຫ້ຄວາມໝັ້ນໃຈຕໍ່ໂຢບວ່າ ເສັ້ນທາງໃນຊີວິດຂອງເພິ່ນນັ້ນດີມາຕັ້ງແຕ່ຕົ້ນ.
ພຣະທຳໂຢບສອນວ່າ ຖ້າຫາກຄົນໃດມີຄວາມຮູ້ທີ່ສົມບູນກ່ຽວກັບພຣະເຈົ້າ ແລະ ດຳລົງຊີວິດໃຫ້ເປັນທີ່ຍອມຮັບຕໍ່ພຣະເຈົ້າ, ຄົນນັ້ນຈະສາມາດອົດທົນກັບບັນຫາທີ່ມາເຖິງເຂົາໄດ້. ສັດທາທີ່ບໍ່ຫວັ່ນໄຫວຂອງໂຢບໄດ້ສະແດງໃຫ້ເຫັນດ້ວຍຖ້ອຍຄຳທີ່ເພິ່ນໄດ້ກ່າວອອກມາ ທີ່ວ່າ, “ເຖິງແມ່ນພຣະອົງຈະເອົາຊີວິດຂອງຂ້ອຍໄປ, ແຕ່ຂ້ອຍກໍຍັງໄວ້ວາງໃຈໃນພຣະອົງຢູ່” (ໂຢບ 13:15). ໂຢບຍັງຖືກກ່າວເຖິງອີກຢູ່ໃນ ເອເຊກຽນ 14:14; ຢາໂກໂບ 5:11; ຄຳສອນ ແລະ ພັນທະສັນຍາ 121:10.