ສິ່ງ​ຊ່ວຍ​ສຶກ​ສາ
ພວກ​ຜູ້​ປົກ​ຄອງ, ພຣະ​ທຳ


ພວກ​ຜູ້​ປົກ​ຄອງ, ພຣະ​ທຳ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ເດີມ. ພຣະ​ທຳ​ພວກ​ຜູ້​ປົກ​ຄອງ​ກ່ຽວ​ຂ້ອງ​ກັບ​ຊາວ​ອິດ​ສະ​ຣາ​ເອນ ຈາກ​ເວ​ລາ​ທີ່​ໂຢ​ຊວຍ​ໄດ້​ຕາຍ​ໄປ ເຖິງ​ການ​ເກີດ​ຂອງ​ຊາ​ມູ​ເອນ.

ບົດ​ທີ 1–3 ເປັນ​ບົດ​ຄຳ​ນຳ​ຂອງ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ​ທັງ​ເຫລັ້ມ. ມັນ​ອະ​ທິ​ບາຍ​ວ່າ ເພາະ​ຊາວ​ອິດ​ສະ​ຣາ​ເອນ​ບໍ່​ໄດ້​ຂັບ​ໄລ່​ສັດ​ຕູ​ຂອງ​ພວກ​ເຂົາ​ອອກ​ໄປ (ຜປ 1:16–35), ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ຕ້ອງ​ຮັບ​ທຸກ​ທໍ​ລະ​ມານ​ກັບ​ຜົນ​ທີ່​ໄດ້​ຮັບ: ການ​ສູນ​ເສຍ​ສັດ​ທາ, ການ​ແຕ່ງ​ງານ​ກັບ​ຄົນ​ນອກ​ສາດ​ສະ​ໜາ, ແລະ ການ​ນັບ​ຖື​ຮູບ​ບູ​ຊາ. ບົດ​ທີ 4–5 ເລົ່າ​ປະສົບ​ການ​ຂອງ​ນາງ​ເດ​ໂບ​ຣາ ແລະ ບາ​ຣັກ, ຜູ້​ໄດ້​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ຊາວ​ກາ​ນາ​ອານ. ບົດ​ທີ 6–8 ເປັນ​ປະ​ສົບ​ການ​ທີ່​ສົ່ງ​ເສີມ​ສັດ​ທາ​ຂອງ​ກີ​ເດ​ໂອນ, ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ອວຍ​ພອນ​ໃຫ້​ປົດ​ປ່ອຍ​ອິດ​ສະ​ຣາ​ເອນ​ຈາກ​ຊາວ​ມີ​ດີ​ອານ. ໃນ ບົດ​ທີ 9–12, ຜູ້​ຊາຍ​ຫລາຍ​ຄົນ​ທີ່​ຮັບ​ໃຊ້​ເປັນ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ ໃນ​ໄລ​ຍະ​ເວ​ລາ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ສ່ວນ​ຫລາຍ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ໄດ້​ຖືກ​ປົກ​ຄອງ​ໂດຍ​ຄົນ​ຕ່າງ​ຊາດ. ບົດ​ທີ 13–16 ບອກ​ເຖິງ​ຄວາມ​ກ້າວ​ໜ້າ ແລະ ການ​ຕົກ​ຂອງ​ຜູ້​ຕັດ​ສິນ​ຄົນ​ສຸດ​ທ້າຍ​ຊື່ ແຊມ​ຊັນ. ບົດ​ທີ, 17–21 ສຸດ​ທ້າຍ, ສາ​ມາດ​ບັນ​ຍາຍ​ວ່າ​ເປັນ​ພາກ​ຫ້ອຍ​ທ້າຍ ທີ່​ເປີດ​ເຜີຍ​ບາບ​ອັນ​ຮ້າຍ​ແຮງ​ຂອງ​ອິດ​ສະ​ຣາ​ເອນ.

ພິມ